ການຝັງອາວຸດແຫ່ງການກະບົດຂອງເຮົາ
ຂໍໃຫ້ເຮົາຈົ່ງຝັງ—ເລິກ, ເລິກໆ—ບໍ່ວ່າຈະເປັນອົງປະກອບໃດໆທີ່ຕໍ່ຕ້ານພຣະເຈົ້າໃນຊີວິດຂອງເຮົາ ແລະ ແທນທີ່ດ້ວຍຫົວໃຈທີ່ເຕັມໃຈ ແລະ ຈິດໃຈທີ່ເຕັມໃຈ.
ພຣະຄຳພີມໍມອນບັນທຶກວ່າ ປະມານ 90 ປີ ກ່ອນການກຳເນີດຂອງພຣະຄຣິດ, ພວກລູກຊາຍຂອງກະສັດໂມໄຊຢາໄດ້ເລີ່ມຕົ້ນວຽກງານເຜີຍແຜ່ເປັນເວລາ 14 ປີ ຕໍ່ຊາວເລມັນ. ໄດ້ມີການພະຍາຍາມນຳຊາວເລມັນມາເຊື່ອໃນຄຳສອນຂອງພຣະຄຣິດເປັນເວລາຫລາຍລຸ້ນຄົນ ແຕ່ບໍ່ປະສົບຜົນສຳເລັດ. ເຖິງຢ່າງໃດກໍຕາມ, ຄັ້ງນີ້, ຜ່າຍທາງການແຊກແຊງອັນມະຫັດສະຈັນຂອງພຣະວິນຍານສັກສິດ, ຊາວເລມັນຫລາຍພັນຄົນໄດ້ປ່ຽນໃຈເຫລື້ອມໃສ ແລະ ກາຍເປັນສານຸສິດຂອງພຣະເຢຊູຄຣິດ.
ເຮົາອ່ານວ່າ, “ແລະ ແນ່ນອນຕາບໃດທີ່ພຣະຜູ້ເປັນເຈົ້າຊົງພຣະຊົນຢູ່ສັນໃດ, ຫລາຍຕໍ່ຫລາຍຄົນກໍໄດ້ເຊື່ອຖືພຣະອົງສັນນັ້ນ, ຫລື ວ່າຫລາຍຕໍ່ຫລາຍຄົນຖືກນຳມາສູ່ຄວາມຮູ້ຂອງຄວາມຈິງ, ໂດຍການສັ່ງສອນຂອງອຳໂມນ ແລະ ພວກອ້າຍນ້ອງຂອງລາວ, ຕາມວິນຍານແຫ່ງການເປີດເຜີຍ ແລະ ການທຳນາຍ, ແລະ ອຳນາດຂອງພຣະເຈົ້າເຮັດສິ່ງມະຫັດສະຈັນໃຫ້ແກ່ຄົນເຫລົ່ານັ້ນ—ແທ້ຈິງແລ້ວ, ຂ້າພະເຈົ້າກ່າວກັບພວກທ່ານວ່າ, ຕາບໃດທີ່ພຣະເຈົ້າຊົງພຣະຊົນຢູ່ສັນໃດ, ຊາວເລມັນທີ່ເຊື່ອຖືໃນຄຳສັ່ງສອນຂອງພວກເຂົາເຫລົ່ານັ້ນ ແລະ ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າຈະບໍ່ເຄີຍຕົກໄປສັນນັ້ນ.”
ຈຸດສຳຄັນຂອງການປ່ຽນໃຈເຫລື້ອມໃສທີ່ຍືນຍົງຂອງຜູ້ຄົນພວກນີ້ໄດ້ຖືກກ່າວໄວ້ໃນຂໍ້ຕໍ່ໄປວ່າ: “ເມື່ອພວກເຂົາກາຍມາເປັນຄົນຊອບທຳແລ້ວ; ພວກເຂົາໄດ້ວາງອາວຸດແຫ່ງການກະບົດຂອງພວກເຂົາ, ຄືພວກເຂົາບໍ່ໄດ້ຕໍ່ສູ້ກັບພຣະເຈົ້າອີກຕໍ່ໄປ, ທັງບໍ່ໄດ້ຕໍ່ສູ້ກັບອ້າຍນ້ອງຂອງພວກເຂົາອີກເລີຍ.”
ການອ້າງອີງເຖິງ “ອາວຸດແຫ່ງການກະບົດ” ນີ້ ເປັນທັງຕາມຕົວໜັງສື ແລະ ເປັນຄວາມໝາຍ. ມັນໝາຍເຖິງດາບ ແລະ ອາວຸດສົງຄາມອື່ນໆຂອງພວກເຂົາ ແຕ່ຍັງເປັນການບໍ່ເຊື່ອຟັງພຣະເຈົ້າ ແລະ ພຣະບັນຍັດຂອງພຣະອົງນຳອີກ.
ກະສັດຂອງຊາວເລມັນທີ່ປ່ຽນໃຈເຫລື້ອມໃສເຫລົ່ານີ້ ໄດ້ສະແດງຄວາມເຫັນດັ່ງນີ້: “ແລະ ບັດນີ້ຈົ່ງເບິ່ງ, ອ້າຍນ້ອງຂອງຂ້າພະເຈົ້າ, … ພວກເຮົາໄດ້ກະທຳທຸກສິ່ງທີ່ພວກເຮົາສາມາດເຮັດໄດ້ … ເພື່ອກັບໃຈຈາກບາບທັງໝົດຂອງພວກເຮົາ, ແລະ ຈາກການຄາດຕະກຳອັນຫລວງຫລາຍທີ່ພວກເຮົາໄດ້ກະທຳໄປ, ແລະ ໃຫ້ພຣະເຈົ້າ ເອົາມັນອອກຈາກໃຈຂອງພວກເຮົາ, ຫລື ວ່າສິ່ງທີ່ພວກເຮົາສາມາດເຮັດໄດ້ນັ້ນພຽງແຕ່ກັບໃຈຢ່າງແນ່ນອນຕໍ່ພຣະເຈົ້າ ເພື່ອພຣະອົງຈະ ເອົາຮອຍເປື້ອນຂອງພວກເຮົາອອກໄປ.”
ໃຫ້ສັງເກດຖ້ອຍຄຳຂອງກະສັດ—ບໍ່ພຽງແຕ່ການກັບໃຈຢ່າງຈິງໃຈຂອງພວກເຂົາໄດ້ນຳໄປສູ່ການອະໄພບາບຂອງພວກເຂົາເທົ່ານັ້ນ, ແຕ່ພຣະເຈົ້າຍັງກຳຈັດຮອຍເປື້ອນຂອງບາບເຫລົ່ານັ້ນ ແລະ ແມ່ນແຕ່ຄວາມປາດຖະໜາທີ່ຈະເຮັດບາບ ອອກໄປຈາກໃຈຂອງພວກເຂົານຳອີກ. ດັ່ງທີ່ທ່ານຮູ້, ແທນທີ່ຈະມີຄວາມສ່ຽງທີ່ຈະກັບຄືນສູ່ສະພາບກ່ອນໜ້ານັ້ນຂອງການກະບົດຕໍ່ພຣະເຈົ້າ, ພວກເຂົາໄດ້ຝັງດາບຂອງພວກເຂົາ. ແລະ ເມື່ອພວກເຂົາຝັງອາວຸດທາງຮ່າງກາຍຂອງພວກເຂົາ, ດ້ວຍຫົວໃຈທີ່ປ່ຽນແປງ, ພວກເຂົາໄດ້ຝັງນິໄສໃຈຄໍຂອງພວກເຂົາຕໍ່ບາບນຳອີກ.
ເຮົາອາດຖາມຕົວເອງວ່າເຮົາຈະເຮັດແນວໃດ ເພື່ອເຮັດຕາມແບບແຜນນີ້, ເພື່ອ “ວາງອາວຸດແຫ່ງການກະບົດ [ຂອງເຮົາ]” ບໍ່ວ່າຈະເປັນແນວໃດ ແລະ “ປ່ຽນໃຈເຫລື້ອມໃສຕໍ່ພຣະຜູ້ເປັນເຈົ້າ” ຈົນວ່າຮອຍເປື້ອນຂອງບາບ ແລະ ຄວາມປາດຖະໜາທີ່ຈະເຮັດບາບ ຖືກກຳຈັດອອກໄປຈາກໃຈຂອງເຮົາ ແລະ ເຮົາຈະບໍ່ເຄີຍຕົກໄປ.
ການກະບົດສາມາດເປັນໂດຍກົງ ຫລື ເມີນເສີຍ. ຕົວຢ່າງອັນເກົ່າແກ່ໂດຍເຈດຕະນາແມ່ນລູຊິເຟີ, ຜູ້ທີ່, ໃນໂລກກ່ອນເກີດ, ໄດ້ຕໍ່ຕ້ານແຜນແຫ່ງການໄຖ່ຂອງພຣະບິດາ ແລະ ຊັກຊວນຄົນອື່ນໃຫ້ຕໍ່ຕ້ານແຜນນັ້ນເຊັ່ນກັນ, “ແລະ, ໃນວັນນັ້ນ, ວິນຍານຢ່າງຫລວງຫລາຍໄດ້ຕິດຕາມລາວໄປ.” ມັນບໍ່ແມ່ນເລື່ອງຍາກທີ່ແຍກແຍະຜົນກະທົບຂອງການກະບົດຂອງລາວຢ່າງຕໍ່ເນື່ອງ ໃນເວລາຂອງເຮົາເອງ.
ຜູ້ຕໍ່ຕ້ານພຣະຄຣິດສາມຄົນທີ່ບໍ່ມີສິນທຳໃນພຣະຄຳພີມໍມອນ—ເຊເຣັມ, ນີຮໍ, ແລະ ໂຄຣິຫໍ—ໃຫ້ການສຶກສາແບບເກົ່າແກ່ກ່ຽວກັບການກະບົດຢ່າງແຂງຂັນຕໍ່ພຣະເຈົ້າ. ທິດສະດີກວ້າງຂວາງຂອງນີຮໍ ແລະ ໂຄຣິຫໍແມ່ນ ບໍ່ມີບາບ; ສະນັ້ນ, ບໍ່ຈຳເປັນຕ້ອງມີການກັບໃຈ, ແລະ ບໍ່ມີພຣະຜູ້ຊ່ວຍໃຫ້ລອດ. “ມະນຸດແຕ່ລະຄົນມີຄວາມຮຸ່ງເຮືອງຕາມຄວາມສະຫລາດຂອງຕົນເອງ, ແລະ … ທຸກຄົນຊະນະຕາມກຳລັງຂອງຕົນເອງ; ແລະ ແມ່ນຫຍັງກໍຕາມທີ່ຕົນເອງກະທຳໄປນັ້ນຈະບໍ່ມີຄວາມຜິດເລີຍ.” ຜູ້ຕໍ່ຕ້ານພຣະຄຣິດປະຕິເສດສິດອຳນາດທາງສາດສະໜາ, ໂດຍການມອງວ່າ ພິທີການ ແລະ ພັນທະສັນຍາເປັນການກະທຳ “ຊຶ່ງປະໂລຫິດສະໄໝບູຮານກຳນົດໄວ້ ເພື່ອແຍ້ງຊີງເອົາອຳນາດ ແລະ ສິດອຳນາດປົກຄອງ.”
ຕົວຢ່າງໃນຍຸກສຸດທ້າຍຂອງການກະບົດໂດຍເຈດຕະນາກັບຈຸດຈົບທີ່ມີຄວາມສຸກກວ່າ ແມ່ນເລື່ອງລາວຂອງວິວລຽມ ດັບເບິນຢູ ແຟ້ວສ໌. ແຟ້ວສ໌ໄດ້ເຂົ້າຮ່ວມສາດສະໜາຈັກໃນປີ 1831 ແລະ ໄດ້ຖືກກຳນົດໃຫ້ເປັນນັກພິມຂອງສາດສະໜາຈັກ. ລາວໄດ້ແກ້ໄຂສິ່ງພິມຫລາຍຢ່າງໃນສະໄໝເລີ່ມຕົ້ນ, ໄດ້ຂຽນເພງສວດຫລາຍເພງ, ແລະ ໄດ້ຮັບໃຊ້ເປັນຜູ້ຂຽນໃຫ້ໂຈເຊັບ ສະມິດ. ໜ້າເສຍດາຍທີ່, ລາວໄດ້ຫັນມາຕໍ່ຕ້ານສາດສະໜາຈັກ ແລະ ສາດສະດາ, ຈົນເຖິງຂັ້ນໃຫ້ການເປັນພະຍານເທັດໃສ່ຮ້າຍໂຈເຊັບ ສະມິດ ໃນສານມີເຊີຣີ, ຊຶ່ງມີສ່ວນເຮັດໃຫ້ສາດສະດາຖືກຈຳຄຸກ.
ຕໍ່ມາ, ແຟ້ວສ໌ໄດ້ຂຽນເຖິງໂຈເຊັບເພື່ອຂໍການໃຫ້ອະໄພ. “ຂ້ອຍຮູ້ຈັກສະພາບຂອງຂ້ອຍດີ, ເຈົ້າກໍຮູ້ຈັກ, ແລະ ພຣະເຈົ້າກໍຮູ້ຈັກ, ແລະ ຂ້ອຍຢາກໄດ້ຮັບຄວາມລອດ ຖ້າຫາກໝູ່ເພື່ອນຂອງຂ້ອຍຊິຊ່ວຍຂ້ອຍ.”
ໃນຄຳຕອບຂອງເພິ່ນ ສາດສະດາໄດ້ກ່າວວ່າ: “ມັນເປັນເລື່ອງຈິງທີ່ພວກເຮົາໄດ້ຮັບຄວາມທຸກທໍລະມານຢ່າງຫລວງຫລາຍ ອັນເປັນຜົນມາຈາກພຶດຕິກຳຂອງເຈົ້າ. … ເຖິງຢ່າງໃດກໍຕາມ, ມັນໄດ້ເກີດຂຶ້ນແລ້ວ ແລະ ຜ່ານພົ້ນໄປແລ້ວ, ພຣະປະສົງຂອງພຣະບິດາເທິງສະຫວັນກໍສຳເລັດແລ້ວ, ແລະ ພວກເຮົາຍັງມີຊີວິດຢູ່. … ມາເຖີດ, ອ້າຍທີ່ຮັກແພງ, ສົງຄາມໄດ້ຜ່ານພົ້ນໄປແລ້ວ, ສຳລັບເພື່ອນໃນຕອນຕົ້ນ ແລະ ເພື່ອນໃນທີ່ສຸດ.”
ດ້ວຍການກັບໃຈຢ່າງຈິງໃຈ, ວິວລຽມ ແຟ້ວສ໌ ໄດ້ຝັງ “ອາວຸດແຫ່ງການກະບົດ” ຂອງລາວ, ແລະ ໄດ້ຮັບການຕອບຮັບການເປັນເພື່ອນຢ່າງເຕັມທີ່ອີກຄັ້ງ, ແລະ ບໍ່ເຄີຍຕົກໄປອີກ.
ເຖິງຢ່າງໃດກໍຕາມ, ບາງທີຮູບແບບການກະບົດຕໍ່ພຣະເຈົ້າທີ່ຊົ່ວຮ້າຍກວ່ານັ້ນ ອາດເປັນຮູບແບບທີ່ເສີຍເມີຍ—ບໍ່ສົນໃຈກັບພຣະປະສົງຂອງພຣະອົງໃນຊີວິດຂອງເຮົາ. ຫລາຍຄົນທີ່ບໍ່ເຄີຍຄິດທີ່ຈະກະບົດຢ່າງແຂງຂັນ ອາດຍັງຄັດຄ້ານພຣະປະສົງ ແລະ ພຣະຄຳຂອງພຣະເຈົ້າ ໂດຍການເດີນໄປໃນເສັ້ນທາງຂອງຕົນ ໂດຍບໍ່ໄດ້ຄຳນຶງເຖິງການຊີ້ນຳຈາກສະຫວັນ. ຂ້າພະເຈົ້ານຶກເຖິງເພງທີ່ໂດ່ງດັງເພງໜຶ່ງເມື່ອຫລາຍປີກ່ອນ ຂອງນັກຮ້ອງຊື່ ແຟຣ້ງ ຊິນາຕຣາ ໂດຍມີທ່ອນສຳຄັນວ່າ “ຂ້ອຍເຮັດຕາມວິທີຂອງຂ້ອຍ.” ແນ່ນອນວ່າ ໃນຊີວິດມີພື້ນທີ່ຢ່າງຫລວງຫລາຍສຳລັບຄວາມມັກຊອບສ່ວນຕົວ ແລະ ການເລືອກຂອງແຕ່ລະຄົນ, ແຕ່ເມື່ອເປັນເລື່ອງຂອງຄວາມລອດ ແລະ ຊີວິດນິລັນດອນ ເພງຄຳຂວັນຂອງເຮົາຄວນເປັນ “ຂ້ອຍເຮັດຕາມວິທີຂອງພຣະເຈົ້າ,” ເພາະຕາມຈິງແລ້ວ ບໍ່ມີທາງອື່ນໃດ.
ຕົວຢ່າງເຊັ່ນ, ຍົກຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດກ່ຽວກັບການບັບຕິສະມາ. ພຣະອົງໄດ້ຍິນຍອມຮັບບັບຕິສະມາເປັນການສະແດງເຖິງຄວາມຈົງຮັກພັກດີຕໍ່ພຣະບິດາ ແລະ ເປັນຕົວຢ່າງແກ່ເຮົາ:
“ພຣະອົງຍັງສະແດງແກ່ລູກຫລານມະນຸດວ່າ ຕາມທາງຂອງເນື້ອໜັງ ພຣະອົງຖ່ອມຕົວຕໍ່ພຣະພັກຂອງພຣະບິດາ, ແລະ ເປັນພະຍານຕໍ່ພຣະບິດາວ່າ ຈະເຊື່ອຟັງພຣະອົງໃນການຮັກສາພຣະບັນຍັດຂອງພຣະອົງ. …
“ແລະ ພຣະອົງໄດ້ກ່າວກັບລູກຫລານມະນຸດວ່າ: ພວກທ່ານຈົ່ງຕາມເຮົາມາເຖີດ. ດັ່ງນັ້ນ, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ພວກເຮົາຈະຕິດຕາມພຣະເຢຊູໄດ້ບໍນອກຈາກພວກເຮົາຈະເຕັມໃຈຮັກສາພຣະບັນຍັດຂອງພຣະບິດາ?”
ບໍ່ມີ “ວິທີຂອງເຮົາ” ຖ້າຫາກເຮົາຕ້ອງເຮັດຕາມຕົວຢ່າງຂອງພຣະຄຣິດ. ການພະຍາຍາມຊອກຫາວິທີທີ່ແຕກຕ່າງເພື່ອໄປຫາສະຫວັນ ເປັນຄືກັນກັບການພະຍາຍາມສ້າງຫໍບາເບນທີ່ໄຮ້ປະໂຫຍດ ແທນທີ່ຈະເບິ່ງທີ່ພຣະຄຣິດ ແລະ ຄວາມລອດຂອງພຣະອົງ.
ດາບ ແລະ ອາວຸດອື່ນໆ ທີ່ຊາວເລມັນຜູ້ປ່ຽນໃຈເຫລື້ອມໃສໄດ້ຝັງໄວ້ ເປັນອາວຸດຂອງການກະບົດເພາະວິທີທີ່ພວກເຂົາໄດ້ໃຊ້ມັນ. ອາວຸດປະເພດດຽວກັນທີ່ຢູ່ໃນມືຂອງພວກລູກຊາຍຂອງພວກເຂົາ, ຊຶ່ງຖືກໃຊ້ເພື່ອປ້ອງກັນຄອບຄົວ ແລະ ເສລີພາບ, ບໍ່ແມ່ນອາວຸດແຫ່ງການກະບົດຕໍ່ພຣະເຈົ້າ. ອາວຸດດັ່ງກ່າວຢູ່ໃນມືຂອງຊາວນີໄຟຄືກັນ: “ພວກເຂົາບໍ່ໄດ້ຕໍ່ສູ້ເພື່ອກະສັດ ຫລື ວ່າເພື່ອອຳນາດໃດໆ ແຕ່ … ໄດ້ຕໍ່ສູ້ເພື່ອບ້ານເຮືອນຂອງພວກເຂົາ ແລະ ເພື່ອເສລີພາບຂອງພວກເຂົາ, ແລະ ເພື່ອເມຍຂອງພວກເຂົາ ແລະ ເພື່ອລູກຂອງພວກເຂົາ, ແລະ ເພື່ອທຸກສິ່ງທຸກຢ່າງຂອງພວກເຂົາ, ແທ້ຈິງແລ້ວ, ເພື່ອພິທີການແຫ່ງການນະມັດສະການ ແລະ ເພື່ອສາດສະໜາຈັກຂອງພວກເຂົານຳອີກ.”
ໃນລັກສະນະດຽວກັນນີ້, ມີຫລາຍສິ່ງໃນຊີວິດຂອງເຮົາ ທີ່ອາດເປັນກາງ ຫລື ແມ່ນແຕ່ໃນລັກສະນະທີ່ດີ ແຕ່ການໃຊ້ໃນທາງທີ່ຜິດກາຍເປັນ “ອາວຸດແຫ່ງການກະບົດ.” ຍົກຕົວຢ່າງ, ຄຳເວົ້າຂອງເຮົາສາມາດສັ່ງສອນ ຫລື ໝິ່ນປະໝາດໄດ້. ດັ່ງທີ່ຢາໂກໂບໄດ້ກ່າວ:
“ແຕ່ບໍ່ມີຜູ້ໃດ [ເບິ່ງຄື] ສາມາດຝຶກແອບລີ້ນໄດ້; ມັນເປັນສິ່ງຊົ່ວ ແລະ ເຫລືອທີ່ຈະບັງຄັບໄດ້, ເຕັມໄປດ້ວຍພິດຮ້າຍ.
“ພວກເຮົາໃຊ້ລີ້ນສັນລະເສີນ [ພຣະເຈົ້າ], ຄືພຣະບິດາ, ທັງໃຊ້ລີ້ນປ້ອຍດ່າເພື່ອນມະນຸດດ້ວຍກັນ, ຜູ້ທີ່ພຣະເຈົ້າໄດ້ຊົງສ້າງຕາມລັກສະນະຂອງພຣະອົງ.
“ຄຳສັນລະເສີນ ແລະ ຄຳປ້ອຍດ່າ ກໍອອກມາຈາກປາກອັນດຽວກັນ. ພີ່ນ້ອງທັງຫລາຍຂອງເຮົາເອີຍ, ບໍ່ຄວນໃຫ້ເປັນຢ່າງນີ້ເລີຍ.”
ໃນທີ່ສາທາລະນະ ແລະ ສ່ວນຕົວໃນທຸກວັນນີ້ ມີເຈດຕະນາບໍ່ດີ ແລະ ຄວາມໃຈຮ້າຍຢ່າງຫລວງຫລາຍ. ມີການສົນທະນາທີ່ຫຍາບຄາຍ ແລະ ປ້ອຍດ່າຢ່າງຫລວງຫລາຍ, ແມ່ນແຕ່ໃນກຸ່ມຊາຍໜຸ່ມ. ຄຳເວົ້າປະເພດນີ້ເປັນ “ອາວຸດແຫ່ງການກະບົດ” ຕໍ່ພຣະເຈົ້າ, “ເຕັມໄປດ້ວຍພິດຮ້າຍ.”
ລອງພິຈາລະນາຕົວຢ່າງອີກອັນໜຶ່ງຂອງບາງສິ່ງທີ່ເປັນສິ່ງທີ່ດີ ແຕ່ອາດກັບກາຍມາຂັດກັບຄຳສັ່ງຂອງພຣະເຈົ້າ—ອາຊີບຂອງບຸກຄົນໜຶ່ງ. ບຸກຄົນສາມາດພົບຄວາມເພິ່ງພໍໃຈທີ່ແທ້ຈິງໃນອາຊີບ, ການງານ, ຫລື ການຮັບໃຊ້, ແລະ ເຮົາທຸກຄົນໄດ້ຮັບຜົນປະໂຫຍດຈາກສິ່ງທີ່ຜູ້ອຸທິດຕົນ ແລະ ມີພອນສະຫວັນໃນຫລາຍໆດ້ານປະສົບຄວາມສຳເລັດ ແລະ ປະດິດຄິດສ້າງ.
ແຕ່, ກໍເປັນໄປໄດ້ວ່າການອຸທິດຕົນໃຫ້ກັບອາຊີບອາດກາຍເປັນຈຸດສົນໃຈທີ່ສຳຄັນໃນຊີວິດຂອງຄົນຄົນໜຶ່ງໄດ້. ແລ້ວສິ່ງອື່ນໆກໍກາຍເປັນຂັ້ນຮອງ, ລວມທັງສິ່ງໃດໆທີ່ພຣະຜູ້ຊ່ວຍໃຫ້ລອດຮຽກຮ້ອງໃນເລື່ອງເວລາ ແລະ ພອນສະຫວັນຂອງຄົນຄົນນັ້ນ. ສຳລັບທັງຊາຍ ແລະ ຍິງເຊັ່ນດຽວກັນ, ການປະຖິ້ມໂອກາດແຕ່ງງານຢ່າງຖືກຕ້ອງ, ການບໍ່ແນບສະໜິດ ແລະ ຍົກຄູ່ຄອງຂອງຕົນ, ການບໍ່ລ້ຽງດູລູກຂອງຕົນ, ຫລື ແມ່ນແຕ່ການຫລີກລ້ຽງຈາກພອນ ແລະ ໜ້າທີ່ຮັບຜິດຊອບໃນການລ້ຽງດູລູກ ພຽງເພື່ອຄວາມກ້າວໜ້າໃນອາຊີບເທົ່ານັ້ນ ສາມາດປ່ຽນຜົນສຳເລັດທີ່ໜ້າຍົກຍ້ອງເປັນຮູບແບບຂອງການກະບົດໄດ້.
ອີກຕົວຢ່າງໜຶ່ງກ່ຽວກັບຄວາມເປັນຢູ່ທາງຮ່າງກາຍຂອງເຮົາ. ໂປໂລເຕືອນເຮົາວ່າເຮົາຕ້ອງຖວາຍບາລະມີແດ່ພຣະເຈົ້າ ທັງທາງຮ່າງກາຍ ແລະ ທາງວິນຍານ ແລະ ວ່າຮ່າງກາຍນີ້ເປັນວິຫານຂອງພຣະວິນຍານບໍລິສຸດ, “ຊຶ່ງພວກເຈົ້າໄດ້ຮັບຈາກພຣະເຈົ້າ, ເຈົ້າທັງຫລາຍບໍ່ໄດ້ເປັນເຈົ້າຂອງຕົວເຈົ້າເອງ.” ດັ່ງນັ້ນ, ເຮົາຈຶ່ງມີຜົນປະໂຫຍດທີ່ຖືກຕ້ອງ ໃນການໃຊ້ເວລາດູແລຮ່າງກາຍຂອງເຮົາໃຫ້ດີທີ່ສຸດ. ໜ້ອຍຄົນໃນພວກເຮົາທີ່ຈະໄປເຖິງຈຸດສູງສຸດຂອງການປະຕິບັດທີ່ເຮົາໄດ້ເຫັນເມື່ອບໍ່ດົນມານີ້ ໃນຜົນສຳເລັດຂອງນັກກິລາໂອລິມປິກ ແລະ ພາຣາລິມປິກ, ແລະ ພວກເຮົາບາງຄົນກຳລັງປະສົບກັບຜົນກະທົບຂອງອາຍຸໄຂ, ຫລື ສິ່ງທີ່ປະທານເອັມ ຣະໂຊ ບາເລີດ ເອີ້ນວ່າ “ກຽວກຳລັງຈະຫລຸດ.”
ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າເຊື່ອວ່າພຣະຜູ້ສ້າງຂອງເຮົາພໍພຣະໄທເມື່ອເຮົາພະຍາຍາມດູແລຂອງປະທານອັນພິເສດທີ່ລ້ຳຄ່າຂອງພຣະອົງ ຊຶ່ງກໍຄືຮ່າງກາຍ. ມັນອາດເປັນເຄື່ອງໝາຍຂອງການກະບົດທີ່ຈະທຳລາຍ ຫລື ທຳຮ້າຍຮ່າງກາຍ ຫລື ບໍ່ເຮັດໃນສິ່ງທີ່ສາມາດເຮັດໄດ້ ເພື່ອດຳເນີນຊີວິດທີ່ດີຕໍ່ສຸຂະພາບ. ໃນເວລາດຽວກັນ, ຄວາມໄຮ້ສາລະ ແລະ ການໝົກໝຸ້ນຢູ່ກັບຮູບຮ່າງ, ລັກສະນະໜ້າຕາ, ຫລື ການແຕ່ງກາຍຂອງຕົນ ສາມາດເປັນຮູບແບບໜຶ່ງຂອງການກະບົດ, ນຳໄປສູ່ການນະມັດສະການຂອງປະທານຂອງພຣະເຈົ້າ ແທນທີ່ພຣະເຈົ້າ.
ໃນທີ່ສຸດ, ການຝັງອາວຸດແຫ່ງການກະບົດຂອງເຮົາຕໍ່ພຣະເຈົ້າ ໝາຍເຖິງການຍອມຮັບການຊັກຈູງຂອງພຣະວິນຍານສັກສິດ, ປະຖິ້ມມະນຸດທີ່ມີຈິດໃຈທຳມະດາ ແລະ ການກາຍເປັນ “ໄພ່ພົນຂອງພຣະເຈົ້າໂດຍການຊົດໃຊ້ຂອງອົງພຣະຄຣິດ.” ມັນໝາຍເຖິງການໃຫ້ພຣະບັນຍັດຂໍ້ທຳອິດມາເປັນອັນດັບແລກໃນຊີວິດຂອງເຮົາ. ມັນໝາຍເຖິງການໃຫ້ພຣະເຈົ້າໄຊຊະນະ. ຖ້າຫາກຄວາມຮັກຂອງເຮົາຕໍ່ພຣະເຈົ້າ ແລະ ຄວາມຕັ້ງໃຈຂອງເຮົາທີ່ຈະຮັບໃຊ້ພຣະອົງດ້ວຍສຸດພະລັງ, ຄວາມນຶກຄິດ, ແລະ ກຳລັງຂອງເຮົາ ກາຍເປັນກົດເກນທີ່ເຮົາໃຊ້ຕັດສິນ ແລະ ຕັດສິນໃຈໃນທຸກສິ່ງ, ເຮົາກໍຈະຝັງອາວຸດແຫ່ງການກະບົດຂອງເຮົາໄວ້. ໂດຍພຣະຄຸນຂອງພຣະຄຣິດ, ພຣະເຈົ້າຈະອະໄພບາບ ແລະ ການກະບົດຂອງເຮົາໃນອະດີດ ແລະ ຈະກຳຈັດຮອຍເປື້ອນຂອງບາບ ແລະ ການກະບົດຈາກໃຈຂອງເຮົາ. ເມື່ອເວລາຜ່ານໄປ, ພຣະອົງຈະເອົາຄວາມປາດຖະໜາອັນຊົ່ວຮ້າຍອອກໄປຈາກໃຈຂອງເຮົາ ດັ່ງທີ່ພຣະອົງໄດ້ກະທຳກັບຊາວເລມັນຜູ້ປ່ຽນໃຈເຫລື້ອມໃສໃນອະດີດ. ດັ່ງນັ້ນ, ເຮົາ “ຈະບໍ່ເຄີຍຕົກໄປ” ເຊັ່ນດຽວກັນ.
ການຝັງອາວຸດແຫ່ງການກະບົດຂອງເຮົານຳໄປສູ່ຄວາມສຸກທີ່ປະເສີດ. ກັບທຸກຄົນທີ່ເຄີຍໄດ້ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າ, ເຮົາໄດ້ຖືກ “ນຳມາຮ້ອງ [ເພງແຫ່ງ] ຄວາມຮັກທີ່ໄຖ່.” ພຣະບິດາເທິງສະຫວັນຂອງເຮົາ ແລະ ພຣະບຸດຂອງພຣະອົງ, ພຣະຜູ້ໄຖ່ຂອງເຮົາ, ໄດ້ຢືນຢັນຄຳໝັ້ນສັນຍາຢ່າງບໍ່ສິ້ນສຸດຂອງພວກພຣະອົງ ເພື່ອຄວາມສຸກສູງສຸດຂອງເຮົາ ຜ່ານທາງຄວາມຮັກ ແລະ ການເສຍສະລະອັນເລິກເຊິ່ງທີ່ສຸດ. ເຮົາປະສົບກັບຄວາມຮັກຂອງພວກພຣະອົງທຸກວັນ. ແນ່ນອນວ່າເຮົາສາມາດຕອບແທນດ້ວຍຄວາມຮັກ ແລະ ຄວາມຈົງຮັກພັກດີຂອງເຮົາເອງໄດ້. ຂໍໃຫ້ເຮົາຈົ່ງຝັງ—ເລິກ, ເລິກໆ—ບໍ່ວ່າຈະເປັນອົງປະກອບໃດໆທີ່ຕໍ່ຕ້ານພຣະເຈົ້າໃນຊີວິດຂອງເຮົາ ແລະ ແທນທີ່ດ້ວຍຫົວໃຈທີ່ເຕັມໃຈ ແລະ ຈິດໃຈທີ່ເຕັມໃຈ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.