ສັກສິດແດ່ພຣະຜູ້ເປັນເຈົ້າໃນຊີວິດປະຈຳວັນ
ສັກສິດແດ່ພຣະຜູ້ເປັນເຈົ້າເຮັດໃຫ້ຊີວິດປະຈຳວັນສັກສິດ. ມັນເຮັດໃຫ້ເຮົາໃກ້ຊິດ ແລະ ມີຄວາມສຸກຫລາຍຂຶ້ນກັບພຣະຜູ້ເປັນເຈົ້າ ແລະ ກັນແລະກັນ.
ໃນງານລວມຍາດຂອງຕະກຸນກອງຂອງພວກເຮົາເມື່ອບໍ່ດົນມານີ້ ໄດ້ມີການສະແດງພອນສະຫວັນທີ່ສະໜຸກສະໜານ, ຈົບດ້ວຍການແຂ່ງຂັນຄຳຕະຫລົກຂອງພໍ່.
ແຕ່ການແຂ່ງຂັນຄັ້ງນີ້ບໍ່ທຳມະດາ. ໃນທີມໜຶ່ງມີພໍ່ຕູ້ (ຂ້າພະເຈົ້າ) ແລະ ຫລານສອງຄົນ, ອາຍຸ 12 ແລະ 11. ໃນທີມໜຶ່ງອີກມີໂປຣແກຣມປັນຍາປະດິດ (AI [ເອໄອ]) ກະຕຸ້ນໂດຍພີ່ນ້ອງ ເພື່ອເລົ່າຄຳຕະຫລົກຂອງພໍ່ ໃນແບບຂອງ ແກຣິດ ດັບເບິນຢູ ກອງ. ພໍ່ຕູ້ແກຣິດ ກອງ ປະທະກັບ ເອໄອ ແກຣິດ ກອງ.
ຫລານກັບຂ້າພະເຈົ້າໄດ້ສະແດງກ່ອນ.
ພວກເຈົ້າເອີ້ນໄດໂນເສົາທີ່ຊົນລົດວ່າແນວໃດ? ໄດໂນເສົາ ພັງ.
ເອໄອ ແກຣິດ ກອງ ໄດ້ຮັບຄຳສັ່ງ—ໃຫ້ຄິດເໝືອນ ແກຣິດ ດັບເບິນຢູ ກອງ. ເວົ້າຄືເພິ່ນ.
ເອໄອ ແກຣິດ ກອງ—“ນີ້ຄືຄຳຕະຫລົກຂອງພໍ່ທີ່ຄືກັບ ແກຣິດ ດັບເບິນຢູ ກອງ ໄດ້ກ່າວເອງ, ຊຶ່ງເປັນແບບທີ່ອົບອຸ່ນ, ຮອບຄອບ, ແລະ ສ້າງສັນ: ເປັນຫຍັງຕົ້ນໄມ້ທີ່ຖ່ອມຕົວຈຶ່ງເຮັດໃຫ້ຄົນຍິ້ມ? ເພາະມັນຢັ່ງຮາກລົງດ້ວຍຄວາມຮັກ ແລະ ເອື້ອມອອກໄປຫາກິ່ງງ່າດ້ວຍຄວາມເມດຕາ. ເຊັ່ນດຽວກັບຕົ້ນໄມ້ຕົ້ນນັ້ນ, ເຮົາກໍສາມາດເພີ່ມຄວາມເຂັ້ມແຂງໃຫ້ແກ່ຮາກ ແລະ ຄວາມຊື່ນຊົມຂອງເຮົາໄດ້ເຊັ່ນກັນ ເມື່ອສະແດງຄວາມເມດຕາຕໍ່ຜູ້ອື່ນ.”
ແລ້ວ, ທ່ານຄິດວ່າແນວໃດ? ນັ້ນແມ່ນເຫດຜົນທີ່ເຂົາເຈົ້າເອີ້ນວ່າເລື່ອງຕະຫລົກຂອງພໍ່.
ອ້ອມຮອບຕົວເຮົາມີໂອກາດທີ່ຈະຫົວ, ຍິນດີ, ເຫັນດ້ວຍຕາທີ່ກະຕັນຍູ. ພຣະກິດຕິຄຸນຂອງພວກເຮົາແມ່ນພຣະກິດຕິຄຸນແຫ່ງຄວາມຊື່ນຊົມ ແລະ ຄວາມບໍລິສຸດໃນຊີວິດປະຈຳວັນ. ຄວາມບໍລິສຸດແຍກສິ່ງຕ່າງໆອອກຈາກກັນ ເພື່ອຈຸດປະສົງອັນສັກສິດ. ແຕ່ຄວາມບໍລິສຸດກໍຍັງເຊື້ອເຊີນໃຫ້ເຮົາເຕີມຊີວິດປະຈຳວັນດ້ວຍຄວາມສັກສິດນຳອີກ—ເພື່ອປິຕິຍິນດີໃນເຂົ້າຈີ່ປະຈຳວັນ ໃນທ່າມກາງຫຍ້າ ແລະ ໜາມຂອງໂລກນີ້. ເພື່ອຈະເດີນຮ່ວມກັບພຣະຜູ້ເປັນເຈົ້າ, ເຮົາຕ້ອງກາຍເປັນຜູ້ບໍລິສຸດ, ເພາະພຣະອົງບໍລິສຸດ, ແລະ ເພື່ອຊ່ວຍໃຫ້ເຮົາກາຍເປັນຜູ້ບໍລິສຸດ, ພຣະຜູ້ເປັນເຈົ້າເຊື້ອເຊີນເຮົາໃຫ້ເດີນໄປກັບພຣະອົງ.
ເຮົາແຕ່ລະຄົນກໍມີເລື່ອງລາວ. ເມື່ອຊິດສະເຕີ ກອງ ແລະ ຂ້າພະເຈົ້າໄດ້ພົບກັບທ່ານ—ສະມາຊິກຂອງສາດສະໜາຈັກ ແລະ ໝູ່ເພື່ອນໃນຫລາຍບ່ອນ ແລະ ສະພາບການ—ເລື່ອງລາວຂອງທ່ານເຖິງຄວາມສັກສິດແດ່ພຣະຜູ້ເປັນເຈົ້າໃນຊີວິດປະຈຳວັນໄດ້ເປັນແຮງບັນດານໃຈໃຫ້ກັບພວກເຮົາ. ທ່ານດຳລົງຊີວິດຕາມອັກສອນເຈັດໂຕ: ຄວາມສຳພັນກັບພຣະເຈົ້າ, ຄວາມສຳພັນກັບຊຸມຊົນ ແລະ ຄວາມເຫັນອົກເຫັນໃຈກັນແລະກັນ, ຄວາມມຸ່ງໝັ້ນ ແລະ ການເຮັດພັນທະສັນຍາກັບພຣະເຈົ້າ, ຄອບຄົວ, ແລະ ໝູ່ເພື່ອນ—ການໃຫ້ພຣະເຢຊູ ຄຣິດ ເປັນສູນກາງ.
ຫລັກຖານທີ່ເພີ່ມຂຶ້ນຊີ້ໃຫ້ເຫັນຄວາມຈິງທີ່ໂດດເດັ່ນນີ້: ຜູ້ເຊື່ອຖືສາດສະໜາໂດຍທົ່ວໄປມີຄວາມສຸກ, ມີສຸຂະພາບດີ, ແລະ ບັນລຸຜົນໄດ້ຫລາຍກວ່າຜູ້ທີ່ບໍ່ມີຄວາມມຸ່ງໝັ້ນ ຫລື ການເຊື່ອມຕໍ່ທາງວິນຍານ. ຄວາມສຸກ ແລະ ຄວາມເພິ່ງພໍໃຈໃນຊີວິດ, ສຸຂະພາບຈິດ ແລະ ທາງກາຍ, ຄວາມໝາຍ ແລະ ຈຸດປະສົງ, ລັກສະນະນິໄສ ແລະ ຄຸນນະທຳ, ຄວາມສຳພັນທາງສັງຄົມທີ່ໃກ້ຊິດ, ແມ່ນແຕ່ຄວາມໝັ້ນຄົງທາງດ້ານການເງິນ ແລະ ວັດຖຸ—ໃນແຕ່ລະການວັດແທກ, ຜູ້ປະຕິບັດທາງສາດສະໜາຈະເລີນຮຸ່ງເຮືອງກວ່າ.
ພວກເຂົາມີສຸຂະພາບກາຍ ແລະ ໃຈທີ່ດີກວ່າ ແລະ ມີຄວາມເພິ່ງພໍໃຈໃນຊີວິດຫລາຍກວ່າໃນທຸກຊ່ວງໄວ ແລະ ທຸກກຸ່ມປະຊາກອນ.
ສິ່ງທີ່ນັກຄົ້ນຄວ້າເອີ້ນວ່າ “ຄວາມໝັ້ນຄົງທາງໂຄງສ້າງສາດສະໜາ” ໃຫ້ຄວາມຊັດເຈນ, ຈຸດປະສົງ, ແລະ ການດົນໃຈທ່າມກາງຄວາມພິກຜັນຂອງຊີວິດ. ຄອບຄົວແຫ່ງສັດທາ ແລະ ຊຸມຊົນຂອງໄພ່ພົນຕໍ່ສູ້ກັບຄວາມຢູ່ປ່ຽວ ແລະ ຝູງຊົນທີ່ໂດດດ່ຽວ. ສັກສິດແດ່ພຣະຜູ້ເປັນເຈົ້າກ່າວວ່າ ບໍ່ ຕໍ່ຄວາມຫຍາບຄາຍ, ບໍ່ ຕໍ່ຄວາມສະຫລາດແກມໂກງທີ່ເອົາປຽບຄົນອື່ນ, ບໍ່ ຕໍ່ສື່ສັງຄົມທີ່ຫາເງິນຈາກຄວາມໂກດແຄ້ນ ແລະ ການຂັດແຍ້ງ. ສັກສິດແດ່ພຣະຜູ້ເປັນເຈົ້າກ່າວວ່າ ແມ່ນ ຕໍ່ສິ່ງສັກສິດ ແລະ ຄາລະວະ, ແມ່ນ ຕໍ່ການທີ່ເຮົາຈະກາຍເປັນອິດສະລະ, ມີຄວາມສຸກທີ່ສຸດ, ແທ້ຈິງທີ່ສຸດ, ແລະ ດີທີ່ສຸດ ເມື່ອເຮົາຕິດຕາມພຣະອົງດ້ວຍສັດທາ.
ສັກສິດແດ່ພຣະຜູ້ເປັນເຈົ້າໃນຊີວິດປະຈຳວັນມີລັກສະນະແນວໃດ?
ສັກສິດແດ່ພຣະຜູ້ເປັນເຈົ້າໃນຊີວິດປະຈຳວັນມີລັກສະນະເໝືອນຜູ້ໃຫຍ່ໜຸ່ມສາວສອງຄົນທີ່ຊື່ສັດ, ແຕ່ງງານກັນໄດ້ໜຶ່ງປີ, ແບ່ງປັນພັນທະສັນຍາແຫ່ງພຣະກິດຕິຄຸນ, ການເສຍສະລະ, ແລະ ການຮັບໃຊ້ດ້ວຍຄວາມຈິງໃຈ ແລະ ຄວາມບອບບາງ ໃນຊີວິດທີ່ກຳລັງເປີດເຜີຍຂອງເຂົາເຈົ້າ.
ນາງເລີ່ມຕົ້ນ, “ໃນໂຮງຮຽນມັດທະຍົມ, ຂ້ານ້ອຍຢູ່ໃນທີ່ມືດມົນ. ຂ້ານ້ອຍຮູ້ສຶກວ່າພຣະເຈົ້າບໍ່ຢູ່ທີ່ນັ້ນສຳລັບຂ້ານ້ອຍ. ຄືນໜຶ່ງ, ຂໍ້ຄວາມຈາກໝູ່ຄົນໜຶ່ງເວົ້າວ່າ, ‘ເຮີ້ຍ, ເຈົ້າເຄີຍອ່ານ ແອວມາ 36 ບໍ່?’
“ເມື່ອຂ້ານ້ອຍເລີ່ມອ່ານ,” ນາງໄດ້ເວົ້າ, “ຂ້ານ້ອຍເຕັມໄປດ້ວຍຄວາມສະຫງົບສຸກ ແລະ ຄວາມຮັກ. ຂ້ານ້ອຍຮູ້ສຶກວ່າຖືກໂອບກອດຢ່າງອົບອຸ່ນ. ເມື່ອຂ້ານ້ອຍອ່ານ ແອວມາ 36:12, ຂ້ານ້ອຍຮູ້ວ່າພຣະບິດາເທິງສະຫວັນເຫັນຂ້ານ້ອຍ ແລະ ຮູ້ດີວ່າຂ້ານ້ອຍຮູ້ສຶກແນວໃດ.”
ນາງເວົ້າຕໍ່ວ່າ, “ກ່ອນທີ່ພວກຂ້ານ້ອຍຈະແຕ່ງງານກັນ, ຂ້ານ້ອຍໄດ້ບອກຄູ່ໝັ້ນຕາມຕົງວ່າ ຂ້ານ້ອຍບໍ່ມີປະຈັກພະຍານທີ່ດີກ່ຽວກັບສ່ວນສິບ. ເປັນຫຍັງພຣະເຈົ້າຈຶ່ງຕ້ອງການໃຫ້ພວກເຮົາຖວາຍເງິນ ໃນຂະນະທີ່ຄົນອື່ນມີຢ່າງຫລວງຫລາຍທີ່ຈະຖວາຍ? ຄູ່ໝັ້ນຂອງຂ້ານ້ອຍໄດ້ຊ່ວຍອະທິບາຍວ່າ ມັນບໍ່ແມ່ນເລື່ອງຂອງເງິນ ແຕ່ເປັນເລື່ອງຂອງການປະຕິບັດຕາມພຣະບັນຍັດທີ່ຂໍໃຫ້ເຮົາຖວາຍ. ລາວໄດ້ທ້າທາຍຂ້ານ້ອຍໃຫ້ເລີ່ມຈ່າຍສ່ວນສິບ.
“ຂ້ານ້ອຍໄດ້ເຫັນປະຈັກພະຍານຂອງຂ້ານ້ອຍເຕີບໂຕຂຶ້ນແທ້ໆ,” ນາງໄດ້ເວົ້າ. “ບາງຄັ້ງເງິນກໍເຄັ່ງຄັດ, ແຕ່ພວກຂ້ານ້ອຍໄດ້ເຫັນພອນຫລາຍຢ່າງ, ແລະ ໂດຍວິທີໃດວິທີໜຶ່ງເງິນເດືອນກໍພຽງພໍ.”
ນອກຈາກນີ້, “ໃນຫ້ອງຮຽນພະຍາບານຂອງຂ້ານ້ອຍ,” ນາງໄດ້ເວົ້າ, “ຂ້ານ້ອຍເປັນສະມາຊິກຄົນດຽວຂອງສາດສະໜາຈັກ ແລະ ຄົນດຽວທີ່ແຕ່ງງານ. ຫລາຍຄັ້ງຂ້ານ້ອຍໄດ້ອອກຈາກຫ້ອງຮຽນດ້ວຍຄວາມຫງຸດຫງິດ ຫລື ຮ້ອງໄຫ້ ເພາະຮູ້ສຶກວ່າ ເພື່ອນຮ່ວມຫ້ອງລັງກຽດຂ້ານ້ອຍ ແລະ ສະແດງຄວາມຄິດເຫັນໃນທາງລົບກ່ຽວກັບຄວາມເຊື່ອຂອງຂ້ານ້ອຍ, ການນຸ່ງເສື້ອຜ້າສັກສິດ, ຫລື ການແຕ່ງງານທີ່ຍັງນ້ອຍ.”
ແຕ່ນາງໄດ້ເວົ້າຕື່ມວ່າ, “ເທີມຜ່ານມານີ້ ຂ້ານ້ອຍໄດ້ຮຽນຮູ້ວິທີສະແດງຄວາມເຊື່ອຂອງຕົວເອງໃຫ້ດີຂຶ້ນ ແລະ ເປັນຕົວຢ່າງທີ່ດີຂອງພຣະກິດຕິຄຸນ. ຄວາມຮູ້ ແລະ ປະຈັກພະຍານຂອງຂ້ານ້ອຍໄດ້ເຕີບໂຕ ຍ້ອນວ່າຂ້ານ້ອຍໄດ້ຖືກທົດສອບໃນຄວາມສາມາດຂອງຂ້ານ້ອຍທີ່ຈະຢືນຢູ່ຄົນດຽວ ແລະ ເຂັ້ມແຂງໃນສິ່ງທີ່ຂ້ານ້ອຍເຊື່ອ.”
ສາມີໜຸ່ມໄດ້ເສີມວ່າ, “ກ່ອນການເຜີຍແຜ່ຂອງຂ້ານ້ອຍ ຂ້ານ້ອຍໄດ້ຮັບຂໍ້ສະເໜີໃຫ້ຫລິ້ນບານບ້ວງໃນໂຮງຮຽນມະຫາວິທະຍາໄລ. ເມື່ອຕ້ອງຕັດສິນໃຈຄັ້ງສຳຄັນ, ຂ້ານ້ອຍໄດ້ປະຕິເສດຂໍ້ສະເໜີເຫລົ່ານັ້ນ ແລະ ໄດ້ໄປຮັບໃຊ້ພຣະຜູ້ເປັນເຈົ້າ. ຂ້ານ້ອຍຈະບໍ່ແລກສອງປີນັ້ນກັບອັນໃດທັງສິ້ນ.
“ເມື່ອກັບບ້ານ,” ລາວໄດ້ເວົ້າ, “ຂ້ານ້ອຍຄາດວ່າການປ່ຽນແປງຈະຍາກລຳບາກ ແຕ່ກັບພົບວ່າຕົວເອງເຂັ້ມແຂງກວ່າ, ໄວກວ່າ, ແລະ ສຸຂະພາບດີກວ່າ. ຂ້ານ້ອຍໂຍນໝາກບານໄດ້ດີກວ່າຕອນຍັງບໍ່ໄດ້ໄປ. ຂ້ານ້ອຍໄດ້ຮັບຂໍ້ສະເໜີຫລາຍກວ່າຕອນຂ້ານ້ອຍໄປ, ລວມທັງໂຮງຮຽນໃນຝັນນຳອີກ. ແລະ, ສຳຄັນທີ່ສຸດ,” ລາວໄດ້ເວົ້າ, “ຂ້ານ້ອຍໄດ້ເພິ່ງອາໄສພຣະຜູ້ເປັນເຈົ້າຫລາຍກວ່າທີ່ເຄີຍ.”
ລາວສະຫລຸບວ່າ, “ໃນຖານະຜູ້ສອນສາດສະໜາ ຂ້ານ້ອຍໄດ້ສິດສອນວ່າພຣະບິດາເທິງສະຫວັນສັນຍາວ່າ ຈະປະທານພະລັງໃຫ້ແກ່ເຮົາໃນການອະທິຖານຂອງເຮົາ, ແຕ່ບາງຄັ້ງຂ້ານ້ອຍເອງກໍລືມເລື່ອງນີ້.”
ຄັງພຣະພອນຂອງເຮົາຈາກການສະແດງຄວາມສັກສິດແດ່ພຣະຜູ້ເປັນເຈົ້າຜ່ານທາງການຮັບໃຊ້ແມ່ນອຸດົມສົມບູນ ແລະ ເຕັມປ່ຽມ. ການເງິນ, ເວລາ, ແລະ ສະພາບການອື່ນໆມັກຈະບໍ່ງ່າຍ. ແຕ່ເມື່ອຜູ້ສອນສາດສະໜາໃນທຸກໄວ ແລະ ທຸກພື້ນຖານຖວາຍອຸທິດຄວາມສັກສິດແດ່ພຣະຜູ້ເປັນເຈົ້າ, ສິ່ງຕ່າງໆສາມາດດຳເນີນໄປຕາມເວລາ ແລະ ວິທີຂອງພຣະຜູ້ເປັນເຈົ້າ.
ບັດນີ້ ດ້ວຍມຸມມອງ 48 ປີ, ຜູ້ສອນສາດສະໜາອາວຸໂສແບ່ງປັນວ່າ, “ພໍ່ຂອງຂ້ານ້ອຍຕ້ອງການໃຫ້ຂ້ານ້ອຍຮຽນຈົບມະຫາວິທະຍາໄລ, ບໍ່ແມ່ນໄປເຜີຍແຜ່. ບໍ່ດົນຈາກນັ້ນ, ເພິ່ນກໍເປັນໂຣກຫົວໃຈວາຍ ແລະ ໄດ້ເສຍຊີວິດຕອນອາຍຸ 47 ປີ. ຂ້ານ້ອຍຮູ້ສຶກຜິດ. ຂ້ານ້ອຍຈະເຮັດສິ່ງທີ່ຖືກຕ້ອງກັບພໍ່ໄດ້ແນວໃດ?
“ຕໍ່ມາ,” ລາວເວົ້າຕື່ມ, “ຫລັງຈາກຂ້ານ້ອຍໄດ້ຕັດສິນໃຈໄປຮັບໃຊ້ເຜີຍແຜ່, ຂ້ານ້ອຍໄດ້ເຫັນພໍ່ໃນຄວາມຝັນ. ສະຫງົບສຸກ ແລະ ພໍໃຈ, ເພິ່ນດີໃຈທີ່ຂ້ານ້ອຍຈະຮັບໃຊ້.”
ຜູ້ສອນສາດສະໜາອາວຸໂສຄົນນີ້ໄດ້ກ່າວຕໍ່ໄປວ່າ, “ຕາມທີ່ ຄຳສອນ ແລະ ພັນທະສັນຍາ ພາກທີ 138 ສິດສອນ, ຂ້ານ້ອຍເຊື່ອວ່າພໍ່ຂອງຂ້ານ້ອຍສາມາດຮັບໃຊ້ເປັນຜູ້ສອນສາດສະໜາໃນໂລກວິນຍານ. ຂ້ານ້ອຍນຶກພາບເຫັນພໍ່ຂອງຂ້ານ້ອຍກຳລັງຊ່ວຍພໍ່ຕູ້ທວດຂອງພວກເຮົາ, ຜູ້ໄດ້ໜີຈາກເຢຍລະມັນຕອນອາຍຸ 17 ປີ ແລະ ໄດ້ສູນເສຍໄປຈາກຄອບຄົວ, ຖືກພົບເຫັນອີກຄັ້ງ.”
ພັນລະຍາຂອງລາວເສີມວ່າ, “ໃນບັນດາອ້າຍນ້ອງຫ້າຄົນໃນຄອບຄົວສາມີຂອງຂ້ານ້ອຍ, ສີ່ຄົນທີ່ໄດ້ຮັບໃຊ້ເຜີຍແຜ່ມີລະດັບການສຶກສາຈາກມະຫາວິທະຍາໄລ.”
ສັກສິດແດ່ພຣະຜູ້ເປັນເຈົ້າໃນຊີວິດປະຈຳວັນເບິ່ງຄືກັນກັບອະດີດຜູ້ສອນສາດສະໜາໜຸ່ມທີ່ຮຽນຮູ້ໃຫ້ພຣະເຈົ້າໄຊຊະນະໃນຊີວິດຂອງລາວ. ກ່ອນໜ້ານີ້, ເມື່ອຖືກຂໍໃຫ້ມອບພອນແກ່ຄົນປ່ວຍໜັກ, ຜູ້ສອນສາດສະໜາຄົນນີ້ໄດ້ກ່າວວ່າ, “ຂ້ານ້ອຍມີສັດທາ; ຂ້ານ້ອຍຈະອວຍພອນໃຫ້ລາວຫາຍດີ. ແຕ່,” ອະດີດຜູ້ສອນສາດສະໜາກ່າວວ່າ, “ຂ້ານ້ອຍຮຽນຮູ້ໃນຕອນນັ້ນວ່າບໍ່ຄວນອະທິຖານເພື່ອສິ່ງທີ່ຂ້ານ້ອຍຕ້ອງການ ແຕ່ເພື່ອສິ່ງທີ່ພຣະຜູ້ເປັນເຈົ້າຮູ້ວ່າບຸກຄົນນັ້ນຕ້ອງການສິ່ງໃດ. ຂ້ານ້ອຍໄດ້ອວຍພອນອ້າຍນ້ອງຄົນນັ້ນໃຫ້ມີຄວາມສະຫງົບສຸກ ແລະ ຄວາມສະບາຍໃຈ. ຕໍ່ມາລາວໄດ້ເສຍຊີວິດຢ່າງສະຫງົບ.”
ສັກສິດແດ່ພຣະຜູ້ເປັນເຈົ້າໃນຊີວິດປະຈຳວັນຮູ້ສຶກຄືກັນກັບປະກາຍໄຟທີ່ພຸ່ງຜ່ານມ່ານ ເພື່ອເຊື່ອມໂຍງ, ປອບໂຍນ, ແລະ ເພີ່ມຄວາມເຂັ້ມແຂງ. ຜູ້ບໍລິຫານມະຫາວິທະຍາໄລໃຫຍ່ແຫ່ງໜຶ່ງກ່າວວ່າ ລາວຮູ້ສຶກວ່າຜູ້ຄົນທີ່ລາວຮູ້ຈັກພຽງເພາະຊື່ສຽງ ກຳລັງອະທິຖານເພື່ອລາວ. ຜູ້ຄົນເຫລົ່ານັ້ນໄດ້ອຸທິດຊີວິດຂອງເຂົາເຈົ້າເພື່ອມະຫາວິທະຍາໄລ ແລະ ສືບຕໍ່ເປັນຫ່ວງເປັນໃຍກັບພາລະກິດ ແລະ ນັກສຶກສາໃນນັ້ນ.
ເອື້ອຍນ້ອງຄົນໜຶ່ງເຮັດຈົນສຸດຄວາມສາມາດໃນແຕ່ລະວັນ, ຫລັງຈາກສາມີຂອງນາງທີ່ບໍ່ຊື່ສັດຕໍ່ນາງໄດ້ປະຖິ້ມນາງ ແລະ ລູກໆ. ຂ້າພະເຈົ້າຊົມເຊີຍນາງຢ່າງສຸດຊຶ້ງ, ແລະ ຄົນອື່ນໆທີ່ຄືກັນກັບນາງ. ມື້ໜຶ່ງຂະນະທີ່ກຳລັງພັບເຄື່ອງ, ມືຂອງນາງວາງຢູ່ກອງເສື້ອຜ້າສັກສິດ, ນາງຖອນຫາຍໃຈກັບຕົວເອງ, “ຊິມີປະໂຫຍດຫຍັງ?” ນາງຮູ້ສຶກວ່າມີສຽງອ່ອນໂຍນກ່າວຍ້ຳບອກນາງວ່າ, “ພັນທະສັນຍາຂອງເຈົ້າຢູ່ກັບເຮົາ.”
ເປັນເວລາ 50 ປີທີ່, ເອື້ອຍນ້ອງອີກຄົນໜຶ່ງປາດຖະໜາຢາກມີຄວາມສຳພັນກັບພໍ່ຂອງນາງ. “ຕອນຍັງນ້ອຍ,” ນາງກ່າວ, “ມີພວກອ້າຍກັບພໍ່, ແລະ ແລ້ວມີຂ້ານ້ອຍ—ລູກສາວຄົນດຽວ. ສິ່ງທີ່ຂ້ານ້ອຍຕ້ອງການຕະຫລອດມາຄື ‘ດີພໍ’ ສຳລັບພໍ່ຂອງຂ້ານ້ອຍ.
“ແລ້ວ ແມ່ຂອງຂ້ານ້ອຍໄດ້ເສຍຊີວິດໄປ! ເພິ່ນເປັນຄົນກາງພຽງຄົນດຽວລະຫວ່າງຂ້ານ້ອຍກັບພໍ່.
“ມື້ໜຶ່ງ,” ເອື້ອຍນ້ອງຄົນນີ້ໄດ້ເວົ້າ, “ຂ້ານ້ອຍໄດ້ຍິນສຽງບອກວ່າ, ‘ໃຫ້ເຊື້ອເຊີນພໍ່ຂອງເຈົ້າ ແລະ ພາລາວໄປພຣະວິຫານກັບເຈົ້າ.’ ນັ້ນຄືຈຸດເລີ່ມຕົ້ນຂອງການນັດພົບກັບພໍ່ຂອງຂ້ານ້ອຍສອງຄັ້ງຕໍ່ເດືອນທີ່ບ້ານຂອງພຣະຜູ້ເປັນເຈົ້າ. ຂ້ານ້ອຍໄດ້ບອກພໍ່ວ່າຂ້ານ້ອຍຮັກເພິ່ນ. ເພິ່ນໄດ້ບອກຂ້ານ້ອຍວ່າເພິ່ນກໍຮັກຂ້ານ້ອຍຄືກັນ.
“ການໃຊ້ເວລາຢູ່ໃນບ້ານຂອງພຣະຜູ້ເປັນເຈົ້າໄດ້ປິ່ນປົວພວກເຮົາ. ແມ່ຂອງຂ້ານ້ອຍບໍ່ສາມາດຊ່ວຍພວກເຮົາຢູ່ເທິງແຜ່ນດິນໂລກ. ແມ່ຕ້ອງໄປຢູ່ຟາກມ່ານເບື້ອງນັ້ນ ຈຶ່ງຈະຊ່ວຍສ້ອມແປງສິ່ງທີ່ແຕກຫັກໄດ້. ພຣະວິຫານເຮັດໃຫ້ການເດີນທາງຂອງພວກເຮົາສຳເລັດ ເປັນຄອບຄົວນິລັນດອນທີ່ສົມບູນ.”
ຜູ້ເປັນພໍ່ກ່າວວ່າ, “ການອຸທິດພຣະວິຫານເປັນປະສົບການທາງວິນຍານທີ່ຍິ່ງໃຫຍ່ສຳລັບຂ້ານ້ອຍກັບລູກສາວຄົນດຽວຂອງຂ້ານ້ອຍ. ບັດນີ້ພວກເຮົາໄປພຣະວິຫານນຳກັນ ແລະ ຮູ້ສຶກວ່າຄວາມຮັກຂອງພວກເຮົາເຂັ້ມແຂງຂຶ້ນ.”
ສັກສິດແດ່ພຣະຜູ້ເປັນເຈົ້າໃນຊີວິດປະຈຳວັນແມ່ນລວມທັງຊ່ວງເວລາອັນແສນຫວານ ເມື່ອຄົນຮັກຈາກໄປ. ໃນຕົ້ນປີນີ້, ແມ່ທີ່ຮັກຂອງຂ້າພະເຈົ້າ, ຈີນ ກອງ, ໄດ້ຈາກໄປສູ່ຊີວິດໜ້າ ກ່ອນວັນເກີດຄົບຮອບ 98 ປີຂອງເພິ່ນ.
ຖ້າທ່ານຖາມແມ່ຂອງຂ້າພະເຈົ້າ, “ເຈົ້າມັກກະແລ້ມ ຣ້ອກກີ້ໂຣດ, ຊັອກໂກແລັດຂາວປະສົມຂີງ, ຫລື ສະຕໍເບີຣີບໍ?” ເພິ່ນຈະຕອບວ່າ, “ມັກ, ຂໍຊີມທຸກອັນໄດ້ບໍ?” ໃຜຈະເວົ້າວ່າ ບໍ່ ກັບແມ່ໄດ້ເນາະ, ໂດຍສະເພາະເມື່ອເພິ່ນມັກກະແລ້ມທຸກລົດຊາດ?
ຄັ້ງໜຶ່ງຂ້າພະເຈົ້າໄດ້ຖາມແມ່ວ່າ ການຕັດສິນໃຈໃດທີ່ຫລໍ່ຫລອມຊີວິດຂອງເພິ່ນຫລາຍທີ່ສຸດ.
ເພິ່ນເວົ້າວ່າ, “ການຮັບບັບຕິສະມາເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ແລະ ການຍ້າຍຈາກລັດຮາວາຍມາຢູ່ແຜ່ນດິນໃຫຍ່, ຕອນໄດ້ພົບກັບພໍ່ຂອງເຈົ້າ.”
ໂດຍທີ່ໄດ້ຮັບບັບຕິສະມາເມື່ອອາຍຸ 15 ປີ, ເປັນຄົນດຽວໃນຄອບຄົວໃຫຍ່ຂອງເພິ່ນ ທີ່ເຂົ້າຮ່ວມສາດສະໜາຈັກຂອງເຮົາ, ແມ່ຂອງຂ້າພະເຈົ້າມີສັດທາໃນພັນທະສັນຍາ ແລະ ໄວ້ວາງໃຈໃນພຣະຜູ້ເປັນເຈົ້າທີ່ອວຍພອນຊີວິດຂອງເພິ່ນ ແລະ ຄົນໃນຄອບຄົວຂອງພວກເຮົາທຸກລຸ້ນ. ຂ້າພະເຈົ້າຄິດຮອດແມ່ຂອງຂ້າພະເຈົ້າ, ຄືກັນກັບທີ່ທ່ານຄິດຮອດສະມາຊິກໃນຄອບຄົວຂອງທ່ານ. ແຕ່ຂ້າພະເຈົ້າຮູ້ວ່າ ແມ່ຂອງຂ້າພະເຈົ້າບໍ່ໄດ້ສູນຫາຍໄປ. ເພິ່ນພຽງແຕ່ບໍ່ໄດ້ຢູ່ນີ້ໃນເວລານີ້. ຂ້າພະເຈົ້າໃຫ້ກຽດເພິ່ນ ແລະ ທຸກຄົນທີ່ລ່ວງລັບໄປ ຜູ້ເປັນຕົວຢ່າງທີ່ກ້າຫານຂອງຄວາມສັກສິດແດ່ພຣະຜູ້ເປັນເຈົ້າ.
ແນ່ນອນ, ສັກສິດແດ່ພຣະຜູ້ເປັນເຈົ້າໃນຊີວິດປະຈຳວັນແມ່ນລວມທັງການມາຫາພຣະຜູ້ເປັນເຈົ້າເລື້ອຍໆໃນບ້ານສັກສິດຂອງພຣະອົງ. ນີ້ເປັນຄວາມຈິງ ບໍ່ວ່າເຮົາຈະເປັນສະມາຊິກຂອງສາດສະໜາຈັກ ຫລື ເພື່ອນກໍຕາມ.
ເພື່ອນສາມຄົນໄດ້ມາຮ່ວມງານເປີດຊົມພຣະວິຫານບາງກອກ ໄທ.
“ນີ້ແມ່ນສະຖານທີ່ປິ່ນປົວທີ່ດີເລີດ,” ຄົນໜຶ່ງໄດ້ກ່າວ.
ໃນຫ້ອງບັບຕິສະມາ, ອີກຄົນໜຶ່ງກ່າວວ່າ, “ເມື່ອຂ້ອຍມາບ່ອນນີ້, ຂ້ອຍຢາກຖືກຊຳລະລ້າງໃຫ້ສະອາດ ແລະ ບໍ່ເຮັດບາບອີກ.”
ຄົນທີສາມກ່າວວ່າ, “ພວກເຈົ້າຮູ້ສຶກພະລັງທາງວິນຍານບໍ?”
ດ້ວຍຫົກຄຳທີ່ສັກສິດ, ພຣະວິຫານຂອງເຮົາເຊື້ອເຊີນ ແລະ ປະກາດວ່າ:
“ສັກສິດແດ່ພຣະຜູ້ເປັນເຈົ້າ.
“ບ້ານຂອງພຣະຜູ້ເປັນເຈົ້າ.”
ສັກສິດແດ່ພຣະຜູ້ເປັນເຈົ້າເຮັດໃຫ້ຊີວິດປະຈຳວັນສັກສິດ. ມັນດຶງດູດເຮົາໃຫ້ເຂົ້າໃກ້ພຣະຜູ້ເປັນເຈົ້າ ແລະ ມີຄວາມສຸກຫລາຍຂຶ້ນ ແລະ ກຽມເຮົາໃຫ້ຢູ່ກັບພຣະເຈົ້າພຣະບິດາຂອງເຮົາ, ພຣະເຢຊູຄຣິດ, ແລະ ຄົນທີ່ເຮົາຮັກ.
ເຊັ່ນດຽວກັບເພື່ອນຂອງຂ້າພະເຈົ້າ, ທ່ານອາດສົງໄສວ່າພຣະບິດາເທິງສະຫວັນຂອງທ່ານຮັກທ່ານຫລືບໍ່. ຄຳຕອບແມ່ນດັງກ້ອງ, ແນ່ນອນ! ເຮົາສາມາດຮູ້ສຶກເຖິງຄວາມຮັກຂອງພຣະອົງ ເມື່ອເຮົາເຮັດໃຫ້ຄວາມສັກສິດແດ່ພຣະຜູ້ເປັນເຈົ້າເປັນຂອງເຮົາໃນແຕ່ລະວັນ, ມີຄວາມສຸກ ແລະ ຕະຫລອດໄປ. ຂໍໃຫ້ເຮົາຈົ່ງເຮັດເຊັ່ນນີ້, ຂ້າພະເຈົ້າອະທິຖານໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.