ຈົ່ງສະແຫວງຫາພຣະອົງດ້ວຍສຸດໃຈຂອງທ່ານ
ຖ້າວ່າພຣະເຢຊູຄຣິດຕ້ອງສະແຫວງຫາເວລາອັນງຽບສະຫງົບເພື່ອສື່ສານກັບພຣະເຈົ້າ ແລະ ເພື່ອຮັບການເສີມສ້າງຄວາມເຂັ້ມແຂງຈາກພຣະອົງ, ມັນກໍເປັນການສະຫລາດສຳລັບເຮົາທີ່ຈະເຮັດເຊັ່ນດຽວກັນ.
ເມື່ອຫລາຍປີກ່ອນ, ຂ້າພະເຈົ້າ ແລະ ພັນລະຍາຂອງຂ້າພະເຈົ້າໄດ້ຮັບໃຊ້ເປັນຜູ້ນຳເຜີຍແຜ່ໃນເມືອງໂຕກຽວ, ຍີ່ປຸ່ນ. ໃນລະຫວ່າງການຢ້ຽມຢາມເຂດເຜີຍແຜ່ຂອງພວກເຮົາໂດຍ ແອວເດີ ຣະໂຊ ເອັມ ແນວສັນ ໃນຕອນນັ້ນ, ຜູ້ສອນສາດສະໜາຄົນໜຶ່ງໄດ້ຖາມເພິ່ນວ່າ ພວກເຮົາຄວນຕອບແນວໃດເມື່ອມີຄົນບອກກັບພວກເຮົາວ່າພວກເຂົາບໍ່ວ່າງທີ່ຈະຟັງພວກເຮົາ. ດ້ວຍຄວາມລັງເລເລັກນ້ອຍ, ແອວເດີ ແນວສັນ ໄດ້ເວົ້າວ່າ, “ຂ້ອຍຈະຖາມພວກເຂົາວ່າ ພວກເຂົາບໍ່ວ່າງຈົນບໍ່ມີເວລາກິນເຂົ້າທ່ຽງພຸ້ນບໍໃນມື້ນັ້ນ ແລະ ຈາກນັ້ນກໍຈະສິດສອນພວກເຂົາວ່າພວກເຂົາມີທັງຮ່າງກາຍ ແລະ ວິນຍານ, ແລະ ຮ່າງກາຍຂອງພວກເຂົາຈະຕາຍຖ້າວ່າບໍ່ໄດ້ຮັບການບຳລຸງລ້ຽງ, ເຊັ່ນດຽວກັນກັບວິນຍານຂອງພວກເຂົາຖ້າຂາດການບຳລຸງລ້ຽງໂດຍພຣະຄຳອັນດີງາມຂອງພຣະເຈົ້າ.”
ເປັນທີ່ໜ້າສົນໃຈທີ່ສັງເກດຄຳວ່າ “ບໍ່ວ່າງ,” ໃນພາສາຍີ່ປຸ່ນ ອິໂຊກາຊິ, ປະກອບດ້ວຍຕົວອັກສອນທີ່ມີລັກສະນະສອງຕົວ (忙). ຕົວອັກສອນທາງເບື້ອງຊາຍໝາຍເຖິງ “ຫົວໃຈ” ຫລື “ວິນຍານ,” ແລະທາງເບື້ອງຂວາໝາຍເຖິງ “ຄວາມຕາຍ”—ຊຶ່ງແນະນຳບາງທີ, ດັ່ງທີ່ປະທານແນວສັນໄດ້ສິດສອນ, ວ່າການບໍ່ວ່າງທີ່ຈະບຳລຸງລ້ຽງວິນຍານຂອງເຮົາອາດຈະເຮັດໃຫ້ເຮົາຕາຍທາງວິນຍານໄດ້.
ພຣະຜູ້ເປັນເຈົ້າຮູ້ວ່າ—ຢູ່ໃນໂລກທີ່ເຕັມໄປດ້ວຍຄວາມຟ້າວຟັ່ງ, ຄວາມວຸ້ນວາຍ ແລະ ເຕັມໄປດ້ວຍສິ່ງລົບກວນນີ້—ການຈັດສັນເວລາທີ່ມີຄຸນນະພາບໃຫ້ກັບພຣະອົງອາດຈະເປັນໜຶ່ງໃນຄວາມທ້າທາຍທີ່ສຳຄັນໃນຍຸກສະໄໝຂອງເຮົາ. ໂດຍການກ່າວຜ່ານທາງສາດສະດາເອຊາຢາ, ພຣະອົງໄດ້ໃຫ້ຄຳແນະນຳ ແລະ ຄຳເຕືອນເຫລົ່ານີ້, ຊຶ່ງສາມາດປຽບທຽບກັບວັນເວລາທີ່ສັບສົນວຸ້ນວາຍທີ່ເຮົາດຳລົງຊີວິດຢູ່ດັ່ງນີ້:
“ໃນ ການກັບຄືນມາ ແລະ [ພັກຜ່ອນ] [ເຈົ້າທັງຫລາຍຈະລອດ]; ໃນ [ຄວາມສະຫງົບ] ແລະ ໃນ [ຄວາມໝັ້ນໃຈ] ຈະເປັນຄວາມເຂັ້ມແຂງຂອງພວກເຈົ້າ: ແຕ່ພວກເຈົ້າບໍ່ຍອມປະຕິບັດຕາມ.
“ພວກເຈົ້າຊ້ຳພັດວາງແຜນ, ປົບໜີຈາກເຫລົ່າສັດຕູຂອງພວກເຈົ້າ; ດ້ວຍການຂີ່ມ້າໜີໄປ; ພວກເຈົ້າເຮັດຖືກຕ້ອງແລ້ວ ການແລ່ນໜີແມ່ນສິ່ງທີ່ພວກເຈົ້າຕ້ອງເຮັດ: ພວກເຈົ້າຄິດວ່າ, ມ້າທີ່ພວກເຈົ້າຂີ່ນັ້ນແລ່ນໄວພໍ; ແຕ່ຄົນທີ່ໄລ່ຕາມນັ້ນຈະໄປໄວກວ່າ.”
ໃນອີກຄຳໜຶ່ງ, ເຖິງແມ່ນວ່າຄວາມລອດຂອງເຮົາຈະຂຶ້ນກັບ ການກັບຄືນມາ ຫາພຣະອົງ ແລະ ພັກຜ່ອນ ຈາກຄວາມກັງວົນທາງໂລກ, ແຕ່ເຮົາບໍ່ໄດ້ເຮັດເຊັ່ນນັ້ນ. ແລະ ເຖິງແມ່ນວ່າ ຄວາມໝັ້ນໃຈ ຈະມາຈາກຄວາມເຂັ້ມແຂງທີ່ຖືກພັດທະນາມາໃນ ເວລາທີ່ ສະຫງົບ ຈາກການນັ່ງສະມາທິ ແລະ ໄຕ່ຕອງກັບພຣະຜູ້ເປັນເຈົ້າ, ແຕ່ເຮົາບໍ່ໄດ້ເຮັດເຊັ່ນນັ້ນ. ເປັນຫຍັງ? ເພາະເຮົາເວົ້າວ່າ, “ບໍ່ໄດ້, ເຮົາຫຍຸ້ງຍາກກັບເລື່ອງອື່ນຢູ່”—ປົບໜີສັດຕູດ້ວຍການຂີ່ມ້າໜີໄປ, ດັ່ງທີ່ໄດ້ກ່າວມາ. ສະນັ້ນ, ເຮົາຈະຍິ່ງຫ່າງໄກອອກໄປຈາກພຣະເຈົ້າຫລາຍຂຶ້ນເລື້ອຍໆ; ເຮົາຍິ່ງຢືນຢັນວ່າຈະໄປໃຫ້ໄວຂຶ້ນ ແລະ ໄວຂຶ້ນ; ແລະ ຍິ່ງເຮົາໄປໄວຂຶ້ນເທົ່າໃດ, ຊາຕານກໍຈະຕາມເຮົາໄວຂຶ້ນເທົ່ານັ້ນ.
ບາງທີນີ້ຄືເຫດຜົນວ່າເປັນຫຍັງປະທານແນວສັນຈຶ່ງຂໍຮ້ອງຊ້ຳແລ້ວຊ້ຳອີກ ໃຫ້ເຮົາຫາເວລາໃຫ້ພຣະຜູ້ເປັນເຈົ້າໃນຊີວິດຂອງເຮົາ—“ທຸກໆວັນ.” ເພິ່ນໄດ້ເຕືອນເຮົາວ່າ “ເວລາທີ່ງຽບສະຫງົບເປັນເວລາທີ່ສັກສິດ—ເປັນເວລາທີ່ຈະໄດ້ຮັບການເປີດເຜີຍສ່ວນຕົວ ແລະ ມີຄວາມສະຫງົບພາຍໃນ.” ແຕ່ເພື່ອຈະໄດ້ຍິນສຸລະສຽງອັນແຜ່ວເບົາຂອງພຣະຜູ້ເປັນເຈົ້າ, ເພິ່ນໄດ້ແນະນຳວ່າ, “ທ່ານຕ້ອງສະຫງົບງຽບ.”
ເຖິງຢ່າງໃດກໍຕາມ, ການຢູ່ຢ່າງສະຫງົບ, ຮຽກຮ້ອງໃຫ້ບໍ່ແມ່ນແຕ່ຈັດສັນເວລາໃຫ້ກັບພຣະຜູ້ເປັນເຈົ້າເທົ່ານັ້ນ—ແຕ່ຍັງຕ້ອງປະຖິ້ມຄວາມຄິດທີ່ສົງໄສ ແລະ ຢ້ານກົວ ແລະ ສຸມໃຈ ແລະ ຈິດໃຈຂອງເຮົາໃສ່ທີ່ພຣະອົງ. ແອວເດີ ເດວິດ ເອ ແບ໊ດນາ ໄດ້ສິດສອນວ່າ, “ຄຳຕັກເຕືອນຂອງພຣະຜູ້ເປັນເຈົ້າທີ່ວ່າ ‘ຈົ່ງສະຫງົບ’ ມີຄວາມໝາຍຫລາຍກວ່າການບໍ່ເວົ້າ ຫລື ບໍ່ເຄື່ອນໄຫວ.” ຈົ່ງສະຫງົບ, ເພິ່ນໄດ້ແນະນຳ, “ອາດເປັນວິທີເຕືອນເຮົາໃຫ້ສຸມໃຈໃສ່ທີ່ພຣະຜູ້ຊ່ວຍໃຫ້ລອດຢ່າງບໍ່ສິ້ນສຸດ.”
ການຢູ່ຢ່າງສະຫງົບ ຄືການກະທຳແຫ່ງສັດທາ ແລະ ຮຽກຮ້ອງຄວາມພະຍາຍາມ. Lectures on Faith [ບົດບັນຍາຍເລື່ອງສັດທາ] ໄດ້ກ່າວວ່າ, “ເມື່ອມະນຸດເຮັດວຽກດ້ວຍສັດທາ ເຂົາກໍເຮັດວຽກອອກແຮງທາງຈິດໃຈ.” ປະທານແນວສັນໄດ້ປະກາດວ່າ: “ຄວາມຕັ້ງໃຈຂອງເຮົາຕ້ອງຍຶດໝັ້ນຢູ່ທີ່ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະກິດຕິຄຸນຂອງພຣະອົງ. ມັນຮຽກຮ້ອງຄວາມພະຍາຍາມທາງຈິດໃຈ ທີ່ຈະຫວັງເພິ່ງພຣະອົງ ໃນ ທຸກ ຄວາມຄິດ. ແຕ່ເມື່ອເຮົາເຮັດເຊັ່ນນັ້ນ, ຄວາມສົງໄສ ແລະ ຄວາມຢ້ານກົວຂອງເຮົາ ຈະຜ່າຍໜີໄປ.” ເມື່ອກ່າວເຖິງຄວາມຈຳເປັນໃນການສຸມຈິດໃຈຂອງເຮົາ, ປະທານເດວິດ ໂອ ມິກເຄ ໄດ້ກ່າວວ່າ: “ຂ້າພະເຈົ້າຄິດວ່າເຮົາໃຫ້ຄວາມສຳຄັນໜ້ອຍເກີນໄປກັບຄຸນຄ່າຂອງການນັ່ງສະມາທິ, ຫລັກທຳແຫ່ງການອຸທິດຕົນ. … ການນັ່ງສະມາທິເປັນໜຶ່ງໃນ … ປະຕູທີ່ສັກສິດທີ່ສຸດ ຊຶ່ງຜ່ານປະຕູນັ້ນເຮົາໄດ້ເຂົ້າໄປໃນທີ່ປະທັບຂອງພຣະຜູ້ເປັນເຈົ້າ.”
ມີຄຳໜຶ່ງໃນພາສາຍີ່ປຸ່ນ, ມຸຍ, ຊຶ່ງສຳລັບຂ້າພະເຈົ້າແລ້ວ, ບົ່ງບອກເຖິງຄວາມຮູ້ສຶກທີ່ເຕັມໄປດ້ວຍສັດທາ, ຄວາມຮູ້ສຶກໃນການຄິດໄຕ່ຕອງເຖິງຄວາມໝາຍຂອງການຢູ່ຢ່າງສະຫງົບ. ມັນປະກອບດ້ວຍສອງຕົວອັກສອນ (無為). ຕົວທີ່ຢູ່ທາງຊ້າຍໝາຍເຖິງ “ບໍ່ມີຫຍັງ” ຫລື “ການບໍ່ມີຫຍັງ,” ແລະ ອີກຕົວໜຶ່ງທີ່ຢູ່ທາງຂວາ ມີຄວາມໝາຍວ່າ “ເຮັດ.” ເມື່ອຮວມເຂົ້າກັນ ມັນມີຄວາມໝາຍວ່າ “ບໍ່ເຮັດ.” ຖ້າຕີຄວາມໝາຍຕາມຕົວອັກສອນ, ຄຳດັ່ງກ່າວອາດຈະຖືກແປຄວາມໝາຍຜິດໄປ “ບໍ່ເຮັດຫຍັງ” ເຊັ່ນດຽວກັບການທີ່ “ຢູ່ຢ່າງສະຫງົບ” ສາມາດຖືກແປຄວາມໝາຍຜິດໄປວ່າ “ບໍ່ເວົ້າ ຫລື ບໍ່ເຄື່ອນໄຫວ.” ເຖິງຢ່າງໃດກໍຕາມ, ເຊັ່ນດຽວກັນກັບ, ວະລີທີ່ວ່າ “ຢູ່ຢ່າງສະຫງົບ,” ມັນມີຄວາມໝາຍທີ່ສູງກວ່າ; ສຳລັບຂ້າພະເຈົ້າແລ້ວມັນຄືການເຕືອນຄວາມຈຳໃຫ້ຊ້າລົງ ແລະ ໃຊ້ຊີວິດດ້ວຍການຮັບຮູ້ທາງວິນຍານໃຫ້ຫລາຍຂຶ້ນ.
ໃນຂະນະທີ່ກຳລັງຮັບໃຊ້ໃນຝ່າຍປະທານເຂດອາຊີເໜືອ ກັບແອວເດີ ທາຄາຊິ ວາດະ, ຂ້າພະເຈົ້າໄດ້ຮູ້ວ່າພັນລະຍາຂອງເພິ່ນ, ຊິດສະເຕີ ນາໂອມີ ວາດະ, ເປັນນັກແຕ້ມຕົວອັກສອນພາສາຍີ່ປຸ່ນທີ່ເກັ່ງຫລາຍ. ຂ້າພະເຈົ້າໄດ້ຂໍໃຫ້ຊິດສະເຕີ ວາດະ ແຕ້ມຕົວອັກສອນຍີ່ປຸ່ນຄຳວ່າ ມຸຍ ໃຫ້ກັບຂ້າພະເຈົ້າ. ຂ້າພະເຈົ້າຢາກແຂວນຕົວອັກສອນນີ້ໄວ້ເທິງຝາເຮືອນຂອງຂ້າພະເຈົ້າ ເພື່ອເປັນການເຕືອນໃຈວ່າໃຫ້ຢູ່ຢ່າງສະຫງົບ ແລະ ເພື່ອສຸມໃຈໃສ່ພຣະຜູ້ຊ່ວຍໃຫ້ລອດ. ຂ້າພະເຈົ້າຮູ້ສຶກປະຫລາດໃຈເມື່ອລາວບໍ່ພ້ອມທີ່ຈະເຮັດຕາມຄຳຂໍທີ່ເບິ່ງຄືງ່າຍໆນີ້.
ມື້ຕໍ່ມາ, ໂດຍທີ່ໄດ້ຮັບຮູ້ວ່າຂ້າພະເຈົ້າອາດຈະເຂົ້າໃຈຜິດກ່ຽວກັບຄວາມລັງເລຂອງລາວ, ແອວເດີ ວາດະ ໄດ້ອະທິບາຍວ່າການແຕ້ມຕົວອັກສອນເຫລົ່ານັ້ນຈະຕ້ອງໃຊ້ຄວາມພະຍາຍາມຢ່າງຫລວງຫລາຍ. ພັນລະຍາຂອງລາວຕ້ອງໄດ້ຄິດໄຕ່ຕອງ ແລະ ນັ່ງສະມາທິກ່ຽວກັບແນວຄິດ ແລະ ຕົວອັກສອນຕ່າງໆ ຈົນກວ່າລາວຈະເຂົ້າໃຈຄວາມໝາຍຢ່າງເລິກເຊິ່ງໃນຈິດວິນຍານຂອງລາວ ແລະ ສາມາດ ຖ່າຍທອດ ຄວາມຮູ້ສຶກ ຈາກໃຈຈິງເຫລົ່ານີ້ອອກມາໄດ້ທຸກຄັ້ງທີ່ລາວປັດແປງທາສີຂອງລາວ. ຂ້າພະເຈົ້າຮູ້ສຶກໜ້າອາຍທີ່ໄດ້ຂໍຢ່າງສະບາຍ ໃຫ້ພັນລະຍາຂອງລາວເຮັດສິ່ງທີ່ທ້າທາຍຂະໜາດນີ້. ຂ້າພະເຈົ້າໄດ້ຂໍໃຫ້ລາວຂໍໂທດພັນລະຍາຂອງລາວແທນຂ້າພະເຈົ້າສຳລັບຄວາມຮູ້ເທົ່າບໍ່ເຖິງການຂອງຂ້າພະເຈົ້າ ແລະ ແຈ້ງໃຫ້ພັນລະຍາຂອງລາວຮູ້ວ່າຂ້າພະເຈົ້າຂໍຖອນຄຳຂໍຂອງຂ້າພະເຈົ້າ.
ທ່ານສາມາດຈິນຕະນາການຄວາມປະຫລາດໃຈ ແລະ ຄວາມກະຕັນຍູຂອງຂ້າພະເຈັ້າໄດ້ບໍ ຕອນທີ່ກຳລັງຈະອອກຈາກປະເທດຍີ່ປຸ່ນຂອງຂ້າພະເຈົ້າ, ຊິດສະເຕີ ວາດະ, ໄດ້ມອບພາບຜົນງານການແຕ້ມຕົວອັກສອນຍີ່ປຸ່ນ ຄຳວ່າ ມຸຍ ທີ່ສວຍງາມແຜ່ນນີ້ໃຫ້ກັບຂ້າພະເຈົ້າ, ເປັນຂອງຂວັນໂດຍທີ່ບໍ່ໄດ້ຮຽກຮ້ອງ. ບັດນີ້ມັນໄດ້ຖືກແຂວນໄວ້ຢ່າງຖາວອນຢູ່ເທິງຝາຫ້ອງການຂອງຂ້າພະເຈົ້າ, ເປັນການເຕືອນຂ້າພະເຈົ້າໃຫ້ຢູ່ຢ່າງສະຫງົບ ແລະ ສະແຫວງຫາພຣະຜູ້ເປັນເຈົ້າທຸກໆວັນ ດ້ວຍສຸດໃຈ, ພະລັງ, ຄວາມນຶກຄິດ ແລະ ກຳລັງຂອງຂ້າພະເຈົ້າ. ລາວໄດ້ຖ່າຍທອດ, ໃນການກະທຳທີ່ບໍ່ເຫັນແກ່ຕົວນີ້, ລົງໃນຄວາມໝາຍຂອງຄຳວ່າ ມຸຍ, ຫລື ຄວາມງຽບສະຫງົບ, ໄດ້ດີກວ່າຄຳເວົ້າໃດໆ. ແທນທີ່ຈະແຕ້ມຕົວອັກສອນຢ່າງເພີນໆ ແລະ ເຮັດຕາມໜ້າທີ່ເທົ່ານັ້ນ, ລາວໄດ້ໃຊ້ຫົວໃຈ ແລະ ຄວາມຕັ້ງໃຈຢ່າງເຕັມທີ່ໃນການແຕ້ມຕົວອັກສອນຂອງລາວ.
ເຊັ່ນດຽວກັນ, ພຣະເຈົ້າປາດຖະໜາໃຫ້ເຮົາໃຊ້ເວລາກັບພຣະອົງດ້ວຍການອຸທິດຕົນຈາກໃຈຈິງ. ເມື່ອເຮົາເຮັດເຊັ່ນນັ້ນ, ການນະມັດສະການຂອງເຮົາກໍຈະກາຍມາເປັນການສະແດງຄວາມຮັກຂອງເຮົາທີ່ມີຕໍ່ພຣະອົງ.
ພຣະອົງຊົງປາດຖະໜາໃຫ້ເຮົາສື່ສານກັບພຣະອົງ. ໃນໂອກາດຄັ້ງໜຶ່ງ, ຫລັງຈາກທີ່ຂ້າພະເຈົ້າອະທິຖານເປີດໃນການປະຊຸມຮ່ວມກັບຝ່າຍປະທານສູງສຸດ, ປະທານແນວສັນໄດ້ຫັນໜ້າມາຫາຂ້າພະເຈົ້າ ແລະ ເວົ້າວ່າ, “ໃນຂະນະທີ່ເຈົ້າອະທິຖານຢູ່ນັ້ນ, ຂ້ອຍຄິດວ່າພຣະເຈົ້າຈະປາບປື້ມຫລາຍພຽງໃດ ເມື່ອເຮົາໃຊ້ເວລາຈາກຕາຕະລາງອັນຫຍຸ້ງຍາກຂອງເຮົາເພື່ອຈະຮັບຮູ້ພຣະອົງ.” ມັນເປັນການເຕືອນໃຈທີ່ລຽບງ່າຍ ແຕ່ມີພະລັງຫລາຍ ວ່າການທີ່ເຮົາຢຸດ ແລະ ສົນທະນາກັບພຣະອົງນັ້ນມີຄວາມໝາຍຕໍ່ພຣະບິດາເທິງສະຫວັນຫລາຍຂະໜາດໃດ.
ເຖິງແມ່ນວ່າພຣະອົງຕ້ອງການຄວາມສົນໃຈຈາກເຮົາຫລາຍປານໃດ, ແຕ່ພຣະອົງຈະບໍ່ບັງຄັບໃຫ້ເຮົາມາຫາພຣະອົງ. ພຣະຜູ້ເປັນເຈົ້າທີ່ໄດ້ຟື້ນຄືນພຣະຊົນແລ້ວ, ໄດ້ກ່າວກັບຊາວນີໄຟວ່າ, “ຈັກເທື່ອແລ້ວ ທີ່ເຮົາ ໄດ້ເຕົ້າໂຮມເຈົ້າດັ່ງແມ່ໄກ່ເຕົ້າໂຮມລູກຂອງມັນໄວ້ໃຕ້ປີກຂອງມັນ, ແລະ ເຈົ້າ ບໍ່ຍິນຍອມ.” ພຣະອົງໄດ້ກ່າວຕໍ່ໄປຕື່ມອີກດ້ວຍຄຳເຊື້ອເຊີນທີ່ເຕັມໄປດ້ວຍຄວາມຫວັງທີ່ໃຊ້ໄດ້ກັບເຮົາໃນປະຈຸບັນອີກດ້ວຍວ່າ: “ເຮົາ ຈະ ເຕົ້າໂຮມເຈົ້າຫລາຍໆເທື່ອດັ່ງແມ່ໄກ່ເຕົ້າໂຮມລູກຂອງມັນໄວ້ໃຕ້ປີກຂອງມັນ, ຖ້າຫາກເຈົ້າຈະກັບໃຈ ແລະ ຫັນມາ ຫາເຮົາດ້ວຍຈຸດປະສົງເຕັມທີ່ແຫ່ງໃຈ.”
ພຣະກິດຕິຄຸນຂອງພຣະເຢຊູຄຣິດໃຫ້ໂອກາດເຮົາເພື່ອຫັນມາຫາພຣະອົງໄດ້ເລື້ອຍໆ. ໂອກາດເຫລົ່ານີ້ແມ່ນລວມທັງການອະທິຖານໃນແຕ່ລະມື້, ການສຶກສາພຣະຄຳພີ, ການໄປຮ່ວມພິທີສິນລະລຶກ, ການຮັກສາວັນຊະບາໂຕ, ແລະ ການນະມັດສະການໃນພຣະວິຫານ. ຈະເປັນແນວໃດຖ້າວ່າເຮົາຕັດໂອກາດອັນສັກສິດເຫລົ່ານີ້ອອກຈາກລາຍການ ສິ່ງທີ່ຕ້ອງເຮັດ ພໍໃຫ້ແລ້ວໆໄປຊື່ໆ ແລະ ຍ້າຍມັນໄປໄວ້ໃນລາຍການ “ສິ່ງທີ່ບໍ່ເຮັດ” ພໍໃຫ້ແລ້ວໄປຊື່ໆ—ໝາຍເຖິງການເຂົ້າຫາສິ່ງເຫລົ່ານີ້ດ້ວຍຄວາມມີສະຕິ ແລະ ຄວາມຕັ້ງໃຈຄືກັນກັບທີ່ຊິດສະເຕີ ວາດະ ໄດ້ເຂົ້າຫາການແຕ້ມຕົວອັກສອນຂອງລາວ?
ທ່ານອາດຈະກຳລັງຄິດວ່າ, “ຂ້ອຍບໍ່ມີເວລາສຳລັບສິ່ງນັ້ນ.” ຂ້າພະເຈົ້າໄດ້ຮູ້ສຶກແບບນີ້ເລື້ອຍໆ. ແຕ່ຂ້າພະເຈົ້າຂໍແນະນຳວ່າ ສິ່ງທີ່ອາດຈຳເປັນຄືບໍ່ຈຳເປັນຕ້ອງການເວລາຫລາຍຂຶ້ນ ແຕ່ແມ່ນການຮັບຮູ້ ແລະ ສຸມໃຈໃສ່ພຣະເຈົ້າໃຫ້ຫລາຍຂຶ້ນໃນລະຫວ່າງເວລາທີ່ເຮົາກຳນົດໄວ້ໃຫ້ກັບພຣະອົງ.
ຍົກຕົວຢ່າງ, ເມື່ອກຳລັງອະທິຖານ, ຈະເປັນແນວໃດຖ້າເຮົາໃຊ້ເວລາໜ້ອຍລົງໃນການເວົ້າ ແລະ ໃຊ້ເວລາຫລາຍຂຶ້ນໃນການຢູ່ກັບພຣະເຈົ້າ; ແລະ ເມື່ອເຮົາເປັນຜູ້ເວົ້າ, ເຮົາຈະສະແດງຄວາມຈິງໃຈຫລາຍຂຶ້ນ ແລະ ສະແດງອອກສະເພາະເຈາະຈົງເຖິງຄວາມກະຕັນຍູ ແລະ ຄວາມຮັກ?
ປະທານແນວສັນໄດ້ແນະນຳວ່າເຮົາບໍ່ຄວນພຽງແຕ່ອ່ານພຣະຄຳພີເທົ່ານັ້ນ ແຕ່ເຮົາຄວນດື່ມດ່ຳກັບມັນດ້ວຍ. ມັນຈະສ້າງຄວາມແຕກຕ່າງຫຍັງແດ່ຖ້າວ່າເຮົາຈະອ່ານໜ້ອຍລົງ ແລະ ດື່ມດ່ຳກັບພຣະຄຳພີຫລາຍຂຶ້ນ?
ຈະເປັນແນວໃດຖ້າເຮົາກຽມຈິດໃຈຂອງເຮົາໄວ້ເພື່ອຮັບສ່ວນສິນລະລຶກ ແລະ ໄຕ່ຕອງຢ່າງຊື່ນຊົມເຖິງພອນແຫ່ງການຊົດໃຊ້ຂອງພຣະເຢຊູຄຣິດໃນລະຫວ່າງພິທີການທີ່ສັກສິດນີ້?
ໃນວັນຊະບາໂຕ, ຊຶ່ງໝາຍເຖິງ “ພັກຜ່ອນ,” ໃນພາສາເຮັບເຣີ ຈະເປັນແນວໃດຖ້າວ່າເຮົາຈະພັກຜ່ອນຈາກຄວາມກັງວົນອື່ນໆ ແລະ ໃຊ້ເວລານັ່ງງຽບໆກັບພຣະຜູ້ເປັນເຈົ້າ ເພື່ອສະແດງຄວາມອຸທິດຕົນຕໍ່ພຣະອົງ?
ໃນລະຫວ່າງການນະມັດສະການຂອງເຮົາໃນພຣະວິຫານ, ຖ້າຫາກເຮົາພະຍາຍາມມີວິໄນຕັ້ງໃຈຟັງ ຫລື ໃຊ້ເວລາຢູ່ໃນຫ້ອງຊັ້ນສູງຕື່ມອີກຈັກໜ່ອຍຢ່າງງຽບໆ ແລ້ວຈະເປັນແນວໃດ?
ເມື່ອເຮົາສຸມໃຈໃສ່ການກະທຳໜ້ອຍລົງ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ກັບການເຊື່ອມຕໍ່ພັນທະສັນຍາຂອງເຮົາກັບພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດໃຫ້ຫລາຍຂຶ້ນ, ຂ້າພະເຈົ້າເປັນພະຍານວ່າຊ່ວງເວລາອັນສັກສິດເຫລົ່ານີ້ຈະໄດ້ຮັບການເສີມສ້າງ, ແລະ ເຮົາຈະໄດ້ຮັບການນຳພາທີ່ຈຳເປັນໃນຊີວິດສ່ວນຕົວຂອງເຮົາ. ເຮົາ, ກໍເປັນເໝືອນກັນກັບນາງມາທາໃນເລື່ອງລາວໃນລູກາ, ກໍມັກຈະ “ລະມັດລະວັງ ແລະ ເປັນກັງວົນກ່ຽວກັບຫລາຍໆເລື່ອງ.” ເຖິງຢ່າງໃດກໍຕາມ, ໃນຂະນະທີ່ເຮົາສື່ສານກັບພຣະຜູ້ເປັນເຈົ້າແຕ່ລະວັນ, ພຣະອົງຈະຊ່ວຍໃຫ້ເຮົາຮູ້ຈັກເຖິງສິ່ງທີ່ຈຳເປັນທີ່ສຸດ.
ແມ່ນແຕ່ພຣະຜູ້ຊ່ວຍໃຫ້ລອດກໍຍັງໃຊ້ເວລາຈາກການປະຕິບັດສາດສະໜາກິດຂອງພຣະອົງເພື່ອຢູ່ຢ່າງງຽບໆ. ພຣະຄຳພີເຕັມໄປດ້ວຍຕົວຢ່າງຂອງພຣະຜູ້ເປັນເຈົ້າໃນການຖອຍຫ່າງອອກໄປເພື່ອໄປຍັງສະຖານທີ່ອັນງຽບສະຫງົບເຊັ່ນ— ພູເຂົາ, ຖິ່ນແຫ້ງແລ້ງກັນດານ, ທະເລຊາຍ, ຫລື ສະເດັດອອກໄປ “ຫ່າງຈາກຜູ້ຄົນເລັກໜ້ອຍ”—ເພື່ອອະທິຖານຫາພຣະບິດາ. ຖ້າວ່າພຣະເຢຊູຄຣິດຕ້ອງສະແຫວງຫາເວລາອັນງຽບສະຫງົບເພື່ອສື່ສານກັບພຣະເຈົ້າ ແລະ ເພື່ອຮັບການເສີມສ້າງຄວາມເຂັ້ມແຂງຈາກພຣະອົງ, ມັນກໍເປັນການສະຫລາດສຳລັບເຮົາທີ່ຈະເຮັດເຊັ່ນດຽວກັນ.
ຂະນະທີ່ເຮົາຕັ້ງຄວາມຄິດ ແລະ ຈິດໃຈຂອງເຮົາໄປທີ່ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ ແລະ ຮັບຟັງສຸລະສຽງອັນແຜ່ວເບົາຂອງພຣະວິນຍານບໍລິສຸດ, ເຮົາຈະໄດ້ຮັບຄວາມກະຈ່າງແຈ້ງຫລາຍຂຶ້ນກ່ຽວກັບສິ່ງໃດທີ່ຈຳເປັນທີ່ສຸດ, ພັດທະນາຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງຫລາຍຂຶ້ນ, ແລະ ພົບຄວາມສະຫງົບ ແລະ ຄວາມເຂັ້ມແຂງໃນພຣະອົງ. ໃນທາງກົງກັນຂ້າມ, ການຊ່ວຍພຣະເຈົ້າເລັ່ງວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງຂອງພຣະອົງ ອາດຈະຮຽກຮ້ອງໃຫ້ເຮົາຄ່ອຍເປັນຄ່ອຍໄປ. ການກະວົນກະວາຍຢູ່ຕະຫລອດເວລາ ອາດຈະເປັນການເພີ່ມຄວາມສັບສົນວຸ້ນວາຍໃນຊີວິດຂອງເຮົາ ແລະ ເຮັດໃຫ້ເຮົາສູນເສຍຄວາມສະຫງົບທີ່ເຮົາກຳລັງສະແຫວງຫາ.
ຂ້າພະເຈົ້າເປັນພະຍານວ່າຂະນະທີ່ເຮົາຫັນກັບມາຫາພຣະຜູ້ເປັນເຈົ້າເລື້ອຍໆດ້ວຍຈຸດປະສົງແຫ່ງໃຈຢ່າງເຕັມທີ່, ເຮົາຈະຮູ້ຈັກພຣະອົງ ແລະ ສຳຜັດເຖິງຄວາມຮັກອັນບໍ່ມີຂອບເຂດໃນພັນທະສັນຍາຂອງພຣະອົງທີ່ມີໃຫ້ກັບເຮົາໃນ ຄວາມງຽບສະຫງົບ ແລະ ຄວາມໝັ້ນໃຈ.
ພຣະຜູ້ເປັນເຈົ້າສັນຍາວ່າ:
“ຈົ່ງເຂົ້າມາໃກ້ເຮົາ ແລະ ເຮົາຈະເຂົ້າໃກ້ພວກເຈົ້າ; ຈົ່ງສະແຫວງຫາເຮົາດ້ວຍຄວາມພາກພຽນ ແລະ ພວກເຈົ້າຈະພົບເຮົາ.”
“ຖ້າພວກເຈົ້າຊອກຫາເຮົາ, ຢ່າງໝົດຈິດໝົດໃຈ, ພວກເຈົ້າກໍຈະພົບເຮົາ.”
ຂ້າພະເຈົ້າເປັນພະຍານວ່າຄຳສັນຍານັ້ນເປັນຄວາມຈິງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.