“ເຮົານີ້ແຫລະ ເປັນຜູ້ນັ້ນ”
ຄວາມໃຈບຸນຂອງພຣະຄຣິດ—ທີ່ເຫັນໄດ້ໃນຄວາມຈົງຮັກພັກດີຢ່າງສົມບູນຕໍ່ພຣະປະສົງຂອງພຣະເຈົ້າ—ໄດ້ຄົງຢູ່ ແລະ ຍັງຄົງຢູ່ຕໍ່ໄປ.
ມັນເປັນວັນຊະບາໂຕ, ແລະ ພວກເຮົາໄດ້ເຕົ້າໂຮມກັນ ເພື່ອເວົ້າກ່ຽວກັບພຣະຄຣິດ ແລະ ການຖືກຄຶງຂອງພຣະອົງ. ຂ້າພະເຈົ້າຮູ້ວ່າພຣະຜູ້ໄຖ່ຂອງຂ້າພະເຈົ້າຊົງພຣະຊົນ.
ລອງພິຈາລະນາເຫດການນີ້ ຈາກອາທິດສຸດທ້າຍຂອງຊີວິດມະຕະຂອງພຣະເຢຊູ. ຝູງຊົນໄດ້ມາເຕົ້າໂຮມກັນ, ລວມທັງພວກທະຫານໂຣມ ທີ່ຖືໄມ້ຄ້ອນ ແລະ ຄາດແອວດ້ວຍດາບ. ນຳພາໂດຍພວກຫົວໜ້າປະໂລຫິດທີ່ຖືກະບອງ, ກຸ່ມຄະນະທີ່ຈິງຈັງນີ້ ບໍ່ ໄດ້ໄປເພື່ອຈະຍຶດຄອງເມືອງ. ໃນຄືນນັ້ນພວກເຂົາຊອກຫາຜູ້ຊາຍພຽງຄົນດຽວ, ຊາຍຄົນທີ່ບໍ່ຮູ້ຈັກຖືອາວຸດ, ບໍ່ໄດ້ຮັບການຝຶກອົບຮົມທາງທະຫານ, ຫລື ເຂົ້າຮ່ວມການສູ້ຮົບທາງດ້ານຮ່າງກາຍໃນຊ່ວງໃດເລີຍໃນຊີວິດຂອງພຣະອົງ.
ຂະນະທີ່ພວກທະຫານເຂົ້າມາໃກ້, ພຣະເຢຊູ, ໃນຄວາມພະຍາຍາມທີ່ຈະປົກປ້ອງພວກສາວົກຂອງພຣະອົງ, ໄດ້ຍ່າງອອກໄປ ແລະ ເວົ້າວ່າ, “ພວກເຈົ້າຊອກຫາຜູ້ໃດ?” ພວກເຂົາຕອບວ່າ, “ເຢຊູໄທນາຊາເຣັດ.” ພຣະເຢຊູຕອບວ່າ, “ເຮົານີ້ແຫລະ ເປັນຜູ້ນັ້ນ. … ພໍພຣະອົງບອກວ່າ, ເຮົານີ້ແຫລະ ເປັນຜູ້ນັ້ນ, ພວກເຂົາກໍຍ່າງຖອຍຫລັງ, ແລະ ລົ້ມລົງດິນ.”
ສຳລັບຂ້າພະເຈົ້າ, ນັ້ນແມ່ນໜຶ່ງໃນບັນທັດທີ່ກະຕຸ້ນໃຈທີ່ສຸດໃນພຣະຄຳພີທັງໝົດ. ໃນບັນດາສິ່ງອື່ນໆ, ມັນບອກຂ້າພະເຈົ້າຢ່າງກົງໄປກົງມາວ່າ ພຽງແຕ່ຢູ່ຕໍ່ພຣະພັກ ຂອງພຣະບຸດຂອງພຣະເຈົ້າ—ພຣະເຢໂຮວາຜູ້ຍິ່ງໃຫຍ່ຂອງພຣະຄຳພີເດີມ ແລະ ຜູ້ລ້ຽງແກະທີ່ດີຂອງພຣະຄຳພີໃໝ່, ທີ່ບໍ່ເຄີຍຖືອາວຸດຊະນິດໃດໆ—ທີ່ ພຽງແຕ່ໄດ້ຍິນສຸລະສຽງຂອງພຣະອົງ ຜູ້ໃຫ້ລີ້ໄພອົງນີ້ຈາກພະຍຸ, ເຈົ້າຊາຍແຫ່ງສັນຕິລາດອົງນີ້, ແມ່ນພຽງພໍທີ່ຈະສົ່ງສັດຕູໃຫ້ຖອຍໜີ, ເຮັດໃຫ້ພວກເຂົາສັບສົນ, ເຮັດໃຫ້ທັງກຸ່ມຢາກຈະໄດ້ຮັບໜ້າທີ່ເຮືອນຄົວແທນ ໃນຄືນນັ້ນ.
ພຽງສອງສາມມື້ກ່ອນໜ້ານັ້ນ, ເມື່ອພຣະອົງໄດ້ເຂົ້າໄປໃນນະຄອນຢ່າງຜູ້ມີໄຊ, ພຣະຄຳພີກ່າວວ່າ “ທົ່ວທັງນະຄອນກໍແຕກຕື່ນ,” ຖາມກັນວ່າ “ຄົນນີ້ແມ່ນຜູ້ໃດ?” ຂ້າພະເຈົ້າພຽງແຕ່ສາມາດຈິນຕະນາການວ່າ “ຄົນນີ້ແມ່ນຜູ້ໃດ?” ຄືຄຳຖາມທີ່ພວກທະຫານທີ່ສັບສົນເຫລົ່ານັ້ນຖາມກັນ!
ຄຳຕອບ ຕໍ່ຄຳຖາມນັ້ນຄົງບໍ່ກ່ຽວກັບຮູບຮ່າງລັກສະນະຂອງພຣະອົງ, ເພາະເອຊາຢາໄດ້ທຳນາຍໄວ້ປະມານເຈັດສັດຕະວັດກ່ອນໜ້ານັ້ນວ່າ “ເພິ່ນບໍ່ມີຮູບລັກສະນະ ແລະ ຄວາມງາມໃດໆ; ແລະ ເມື່ອພວກເຮົາເຫັນເພິ່ນວ່າ ບໍ່ມີຄວາມງາມເລີຍ ພວກເຮົາກໍບໍ່ປາດຖະໜາເພິ່ນ.” ແນ່ນອນວ່າບໍ່ກ່ຽວກັບເລື່ອງເສື້ອຜ້າທີ່ຫລູຫລາ ຫລື ຄວາມຮັ່ງມີສ່ວນຕົວຢ່າງຫລວງຫລາຍຂອງພຣະອົງ, ຊຶ່ງພຣະອົງບໍ່ມີເລີຍ. ໜ້າຈະບໍ່ແມ່ນຈາກການຝຶກອົບຮົມວິຊາສະເພາະໃນທຳມະສາລາໃນທ້ອງຖິ່ນ ເພາະເຮົາບໍ່ມີຫລັກຖານວ່າ ພຣະອົງເຄີຍສຶກສາຢູ່ບ່ອນໃດ, ເຖິງແມ່ນໃນໄວໜຸ່ມຂອງພຣະອົງ ພຣະອົງກໍສາມາດເຮັດໃຫ້ພວກທຳມະຈານ ແລະ ພວກທະນາຍຄວາມປະຫລາດໃຈ, ດ້ວຍຄຳສອນຂອງພຣະອົງ “ເໝືອນດັ່ງ [ຜູ້ມີສິດອຳນາດ].”
ຈາກການສິດສອນໃນພຣະວິຫານຈົນເຖິງການສະເດັດເຂົ້ານະຄອນເຢຣູຊາເລັມຢ່າງຜູ້ມີໄຊ ແລະ ການຈັບກຸມຄັ້ງສຸດທ້າຍໂດຍບໍ່ຍຸດຕິທຳ, ພຣະເຢຊູມັກຈະຕົກຢູ່ໃນສະຖານະການທີ່ຍາກລຳບາກ, ແລະ ມັກຈະຖືກຄົດໂກງຢູ່ເລື້ອຍໆ ຊຶ່ງໃນນັ້ນພຣະອົງຈະໄຊຊະນະສະເໝີ—ເປັນໄຊຊະນະທີ່ເຮົາບໍ່ມີຄຳອະທິບາຍໃດໆ ນອກຈາກດີເອັນເອຂອງພຣະເຈົ້າ.
ເຖິງແນວໃດ ຕະຫລອດປະຫວັດສາດຍັງມີຄົນຢ່າງຫລວງຫລາຍທີ່ເຮັດໃຫ້ພາບລັກສະນະຂອງພຣະອົງ ແລະ ການເປັນພະຍານວ່າພຣະອົງເປັນໃຜນັ້ນເບິ່ງລຽບງ່າຍ ຫລື ແມ່ນແຕ່ບໍ່ສຳຄັນ. ພວກເຂົາໄດ້ລົດຄວາມຊອບທຳຂອງພຣະອົງ ໃຫ້ເປັນພຽງຄວາມສຸພາບຮຽບຮ້ອຍ, ຄວາມຍຸດຕິທຳຂອງພຣະອົງໃຫ້ເປັນພຽງຄວາມໂກດແຄ້ນ, ຄວາມເມດຕາຂອງພຣະອົງໃຫ້ເປັນພຽງການຍິນຍອມ. ເຮົາຈະຕ້ອງບໍ່ຮູ້ສຶກຜິດໃນມຸມມອງທີ່ລຽບງ່າຍເກີນໄປເຊັ່ນນັ້ນກ່ຽວກັບພຣະອົງ ຊຶ່ງລະເລີຍຄຳສອນທີ່ເຮົາເຫັນວ່າບໍ່ສະບາຍໃຈ. “ການເຮັດໃຫ້ງ່າຍຂຶ້ນ” ນີ້ເປັນຄວາມຈິງ ແມ່ນແຕ່ກັບຄຸນນະທຳສູງສຸດຂອງພຣະອົງ ນັ້ນຄື: ຄວາມຮັກຂອງພຣະອົງ.
ລະຫວ່າງການປະຕິບັດພາລະກິດໃນຄວາມເປັນມະຕະຂອງພຣະອົງ, ພຣະເຢຊູໄດ້ສິດສອນວ່າ ມີພຣະບັນຍັດຂໍ້ໃຫຍ່ ແລະ ຂໍ້ຕົ້ນສອງຂໍ້. ພຣະບັນຍັດເຫລົ່ານີ້ໄດ້ຖືກສິດສອນຢູ່ໃນກອງປະຊຸມໃຫຍ່ນີ້ ແລະ ຈະຖືກສິດສອນຕະຫລອດໄປທີ່ວ່າ: “ຈົ່ງຮັກອົງພຣະຜູ້ເປັນເຈົ້າຂອງເຈົ້າ [ແລະ] ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.” ຖ້າຫາກເຮົາຈະເຮັດຕາມພຣະຜູ້ຊ່ວຍໃຫ້ລອດຢ່າງຊື່ສັດ ໃນກົດທີ່ສຳຄັນສອງຂໍ້ນີ້ ຊຶ່ງເຊື່ອມໂຍງກັນຢ່າງແຍກບໍ່ອອກ, ເຮົາຄວນຍຶດໝັ້ນໃນສິ່ງທີ່ພຣະອົງໄດ້ກ່າວ ແທ້ໆ. ແລະ ສິ່ງທີ່ພຣະອົງໄດ້ກ່າວ ແທ້ໆ ແມ່ນ, “ຖ້າພວກເຈົ້າຮັກເຮົາ ພວກເຈົ້າກໍຈະເຊື່ອຟັງກົດບັນຍັດຂອງເຮົາ.” ໃນຄ່ຳຄືນຂອງມື້ດຽວກັນນັ້ນ, ພຣະອົງໄດ້ກ່າວວ່າ ເຮົາຕ້ອງ “ຮັກຊຶ່ງກັນແລະກັນ ເໝືອນດັ່ງເຮົາຮັກພວກເຈົ້າ.”
ໃນພຣະຄຳພີເຫລົ່ານັ້ນ, ວະລີທີ່ເໝາະສົມເຫລົ່ານັ້ນທີ່ນິຍາມຄວາມຮັກທີ່ແທ້ຈິງ ແລະ ເປັນເໝືອນພຣະຄຣິດ—ບາງຄັ້ງເອີ້ນວ່າຄວາມໃຈບຸນ—ແມ່ນຈຳເປັນແທ້ໆ.
ມັນນິຍາມວ່າແນວໃດ? ພຣະເຢຊູຮັກຢ່າງໃດ?
ກ່ອນອື່ນໝົດ, ພຣະອົງຮັກດ້ວຍ “ສຸດພຣະໄທ, ພະລັງ, ຄວາມນຶກຄິດ ແລະ ກຳລັງ [ຂອງພຣະອົງ],” ໂດຍປະທານຄວາມສາມາດໃຫ້ພຣະອົງເພື່ອປິ່ນປົວຄວາມເຈັບປວດທີ່ແສນສາຫັດທີ່ສຸດ ແລະ ປະກາດຄວາມເປັນຈິງທີ່ລຳບາກທີ່ສຸດ. ໂດຍສະຫລຸບ, ພຣະອົງເປັນຜູ້ທີ່ສາມາດປະທານພຣະຄຸນ ແລະ ຮຽກຮ້ອງຄວາມຈິງໃນເວລາດຽວກັນ. ດັ່ງທີ່ລີໄຮໄດ້ກ່າວໃນຄຳອວຍພອນຂອງເພິ່ນຕໍ່ຢາໂຄບ ລູກຊາຍຂອງເພິ່ນວ່າ, “ການໄຖ່ຈຶ່ງມາເຖິງໂດຍຜ່ານທາງພຣະເມຊີອາຜູ້ບໍລິສຸດ; ເພາະພຣະອົງເຕັມໄປດ້ວຍພຣະຄຸນ ແລະ ຄວາມຈິງ.” ຄວາມຮັກຂອງພຣະອົງຊ່ວຍໃຫ້ເກີດການໂອບກອດທີ່ໃຫ້ກຳລັງໃຈເມື່ອຈຳເປັນ ແລະ ເມື່ອຕ້ອງໄດ້ດື່ມຈາກຈອກອັນຂົມຂື່ນ. ສະນັ້ນເຮົາຈຶ່ງພະຍາຍາມທີ່ຈະຮັກ—ດ້ວຍສຸດໃຈ, ພະລັງ, ຄວາມນຶກຄິດ, ແລະ ກຳລັງຂອງເຮົາ—ເພາະນັ້ນຄືວິທີທີ່ພຣະອົງຮັກເຮົາ.
ລັກສະນະທີສອງຂອງຄວາມຮັກຂອງພຣະເຢຊູແມ່ນການເຊື່ອຟັງຂອງພຣະອົງຕໍ່ ທຸກພຣະຄຳ ທີ່ອອກມາຈາກພຣະໂອດຂອງພຣະເຈົ້າ, ໃຫ້ພຣະປະສົງ ແລະ ພຶດຕິກຳຂອງພຣະອົງສອດຄ່ອງກັບພຣະບິດາເທິງສະຫວັນຂອງພຣະອົງສະເໝີ.
ເມື່ອພຣະອົງໄດ້ສະເດັດມາຍັງຊີກໂລກເບື້ອງຕາເວັນຕົກ ຫລັງຈາກການຟື້ນຄືນພຣະຊົນຂອງພຣະອົງ, ພຣະຄຣິດໄດ້ກ່າວກັບຊາວນີໄຟວ່າ: “ຈົ່ງເບິ່ງ, ເຮົາແມ່ນພຣະເຢຊູຄຣິດ. … ເຮົາໄດ້ດື່ມຈາກຈອກອັນຂົມຂື່ນ ຊຶ່ງພຣະບິດາໄດ້ປະທານໃຫ້ເຮົາແລ້ວ, … ໃນເລື່ອງນີ້ເຮົາໄດ້ຍອມປະຕິບັດຕາມພຣະປະສົງຂອງພຣະບິດາ … ຕັ້ງແຕ່ຕົ້ນມາ.”
ໃນຫລາຍໆວິທີທີ່ພຣະອົງສາມາດແນະນຳຕົວພຣະອົງເອງ, ແຕ່ພຣະເຢຊູໄດ້ແນະນຳ ໂດຍການປະກາດການເຊື່ອຟັງຂອງພຣະອົງຕໍ່ພຣະປະສົງຂອງພຣະບິດາ—ບໍ່ສຳຄັນວ່າບໍ່ດົນກ່ອນໜ້ານັ້ນ ໃນຊົ່ວໂມງທີ່ພຣະອົງຕ້ອງການຄວາມຊ່ວຍເຫລືອຫລາຍທີ່ສຸດ, ພຣະບຸດອົງດຽວທີ່ຖືກຳເນີດຂອງພຣະເຈົ້າອົງນີ້ ຮູ້ສຶກຖືກພຣະບິດາຂອງພຣະອົງປະຖິ້ມຢ່າງສິ້ນເຊີງ. ຄວາມໃຈບຸນຂອງພຣະຄຣິດ—ຊຶ່ງເຫັນໄດ້ຢ່າງຊັດເຈນໃນຄວາມຈົງຮັກພັກດີຢ່າງສົມບູນຕໍ່ພຣະປະສົງຂອງພຣະເຈົ້າ—ໄດ້ຄົງຢູ່ ແລະ ຍັງຄົງຢູ່ຕໍ່ໄປ, ບໍ່ພຽງແຕ່ໃນມື້ທີ່ງ່າຍ ແລະ ສະດວກສະບາຍເທົ່ານັ້ນ ແຕ່ຍັງລວມທັງໃນມື້ທີ່ມືດມົນ ແລະ ຍາກລຳບາກທີ່ສຸດນຳອີກ.
ພຣະເຢຊູໄດ້ “ທົນທຸກນາໆ,” ພຣະຄຳພີກ່າວ. ພຣະເຢຊູໄດ້ປະສົບກັບຄວາມໂສກເສົ້າ, ຄວາມເມື່ອຍລ້າ, ຄວາມຜິດຫວັງ, ແລະ ຄວາມໂດດດ່ຽວທີ່ແສນສາຫັດ. ໃນຊ່ວງເວລາເຫລົ່ານີ້ ແລະ ທຸກເວລາ, ຄວາມຮັກຂອງພຣະເຢຊູບໍ່ເຄີຍລົ້ມເຫລວ, ແລະ ຄວາມຮັກຂອງພຣະບິດາຂອງພຣະອົງກໍເຊັ່ນກັນ. ດ້ວຍຄວາມຮັກທີ່ເຕັມສ່ວນນັ້ນ—ຄວາມຮັກທີ່ເປັນຕົວຢ່າງ, ເສີມພະລັງ, ແລະ ຖ່າຍທອດ—ຄວາມຮັກຂອງເຮົາກໍຈະບໍ່ລົ້ມເຫລວເຊັ່ນກັນ.
ສະນັ້ນ, ຖ້າຫາກບາງຄັ້ງ ຍິ່ງທ່ານພະຍາຍາມຫລາຍເທົ່າໃດ ກໍຍິ່ງເບິ່ງຄືວ່າຈະຍາກຂຶ້ນເທົ່ານັ້ນ; ຖ້າຫາກ, ເຊັ່ນດຽວກັບທີ່ທ່ານພະຍາຍາມເຮັດວຽກເພື່ອແກ້ໄຂຄວາມຈຳກັດ ແລະ ຄວາມບົກພ່ອງຂອງທ່ານ, ທ່ານພົບວ່າບາງຄົນ ຫລື ບາງສິ່ງມຸ່ງໝັ້ນທີ່ຈະທ້າທາຍຄວາມເຊື່ອຂອງທ່ານ; ຖ້າຫາກ, ໃນຂະນະທີ່ທ່ານອອກແຮງຢ່າງອຸທິດຕົນ, ທ່ານຍັງມີຄວາມຮູ້ສຶກຢ້ານກົວຢູ່, ໃຫ້ຈື່ຈຳວ່າມັນເປັນເຊັ່ນນັ້ນສຳລັບຄົນທີ່ຊື່ສັດ ແລະ ໜ້າອັດສະຈັນທີ່ສຸດບາງຄົນ ໃນທຸກຍຸກທຸກສະໄໝ. ຈົ່ງຈື່ຈຳອີກວ່າ ມີພະລັງໃນຈັກກະວານທີ່ມຸ່ງໝັ້ນຈະຕໍ່ຕ້ານ ທຸກໆສິ່ງທີ່ດີ ທີ່ທ່ານພະຍາຍາມເຮັດ.
ສະນັ້ນ, ບໍ່ວ່າຈະເປັນຄວາມອຸດົມສົມບູນ ຫລື ຄວາມທຸກຍາກ, ບໍ່ວ່າຈະເປັນການຊົມເຊີຍເປັນສ່ວນຕົວ ຫລື ການວິພາກວິຈານໃນສາທາລະນະ, ບໍ່ວ່າຈະເປັນອົງປະກອບອັນສັກສິດຂອງການຟື້ນຟູ ຫລື ຄວາມອ່ອນແອຂອງມະນຸດທີ່ເປັນສ່ວນໜຶ່ງຂອງມັນທີ່ຫລີກລ້ຽງບໍ່ໄດ້, ເຮົາຈະຢູ່ໃນເສັ້ນທາງກັບ ສາດສະໜາຈັກຂອງພຣະຄຣິດທີ່ແທ້ຈິງ. ເປັນຫຍັງ? ເພາະຄືກັບພຣະຜູ້ໄຖ່ຂອງເຮົາ, ເຮົາໄດ້ລົງທະບຽນຮຽນໝົດທັງເທີມ—ບໍ່ແມ່ນການສອບເສັງຄຳນຳສັ້ນໆເທົ່ານັ້ນ ແຕ່ເປັນການສອບເສັງຈົນເຖິງຄັ້ງສຸດທ້າຍ. ຄວາມສຸກໃນເລື່ອງນີ້ແມ່ນ ອາຈານໃຫຍ່ໄດ້ໃຫ້ຄຳຕອບແບບເປີດປຶ້ມແກ່ເຮົາ ກ່ອນຫລັກສູດເລີ່ມຕົ້ນ. ຍິ່ງໄປກວ່ານັ້ນ, ເຮົາມີຄູຕິວຫລາຍຄົນທີ່ເຕືອນເຮົາກ່ຽວກັບຄຳຕອບເຫລົ່ານີ້ຕາມຈຸດຕ່າງໆ ຕະຫລອດທາງ. ແຕ່ແນ່ນອນວ່າ, ທັງໝົດນີ້ຈະບໍ່ໄດ້ຜົນ ຖ້າຫາກເຮົາໜີຫ້ອງຢູ່ເລື້ອຍໆ.
“ພວກເຈົ້າຊອກຫາຜູ້ໃດ?” ດ້ວຍສຸດໃຈຂອງເຮົາ ເຮົາຕອບວ່າ, “ເຢຊູແຫ່ງນາຊາເຣັດ.” ເມື່ອພຣະອົງກ່າວ, “ເຮົານີ້ແຫລະ ເປັນຜູ້ນັ້ນ,” ເຮົາຈະຄຸເຂົ່າລົງ ແລະ ສາລະພາບດ້ວຍລີ້ນຂອງເຮົາວ່າ ພຣະອົງຄືພຣະຄຣິດທີ່ຊົງພຣະຊົນ, ວ່າພຣະອົງເທົ່ານັ້ນທີ່ຊົດໃຊ້ບາບຂອງເຮົາ, ວ່າພຣະອົງໄດ້ແບກເຮົາໄວ້ ແມ່ນແຕ່ເມື່ອເຮົາຄິດວ່າພຣະອົງປະຖິ້ມເຮົາໄປແລ້ວ. ເມື່ອເຮົາຢືນຢູ່ຕໍ່ພຣະພັກຂອງພຣະອົງ ແລະ ເຫັນຮອຍແຜໃນພຣະຫັດ ແລະ ໃນພຣະບາດຂອງພຣະອົງ, ເຮົາຈະເລີ່ມເຂົ້າໃຈວ່າການທີ່ພຣະອົງ ຮັບເອົາບາບຂອງເຮົາ ແລະ ຮູ້ຈັກກັບຄວາມໂສກເສົ້າ, ເຊື່ອຟັງຕໍ່ພຣະປະສົງຂອງພຣະບິດາຂອງພຣະອົງຢ່າງສົມບູນ—ທັງໝົດນັ້ນເພາະຄວາມຮັກອັນບໍລິສຸດທີ່ມີຕໍ່ເຮົາ. ເພື່ອແນະນຳຄົນອື່ນຕໍ່ສັດທາ, ການກັບໃຈ, ການບັບຕິສະມາ, ຂອງປະທານແຫ່ງພຣະວິນຍານບໍລິສຸດ, ແລະ ການຮັບພອນສັກສິດໃນບ້ານຂອງພຣະຜູ້ເປັນເຈົ້າ—ສິ່ງເຫລົ່ານີ້ເປັນ “ຫລັກທຳ ແລະ ພິທີການ” ພື້ນຖານ ທີ່ໃນທີ່ສຸດ ເປີດເຜີຍຄວາມຮັກທີ່ເຮົາມີຕໍ່ພຣະເຈົ້າ ແລະ ເພື່ອນບ້ານ ແລະ ລັກສະນະຂອງສາດສະໜາຈັກທີ່ແທ້ຈິງຂອງພຣະຄຣິດຢ່າງມີຄວາມສຸກ.
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າເປັນພະຍານວ່າ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍເປັນພາຫະນະທີ່ພຣະເຈົ້າໄດ້ຈັດຕຽມໄວ້ ເພື່ອຄວາມສູງສົ່ງຂອງເຮົາ. ພຣະກິດຕິຄຸນທີ່ສິດສອນນັ້ນເປັນຄວາມຈິງ, ແລະ ຖານະປະໂລຫິດແມ່ນມາຈາກພຣະເຈົ້າໂດຍກົງ. ຂ້າພະເຈົ້າເປັນພະຍານວ່າ ຣະໂຊ ເອັມ ແນວສັນ ເປັນສາດສະດາຂອງພຣະເຈົ້າຂອງເຮົາ, ເຊັ່ນດຽວກັບຜູ້ສືບທອດກ່ອນເພິ່ນ ແລະ ຜູ້ສືບທອດຫລັງຈາກເພິ່ນ. ແລະ ໃນມື້ໜຶ່ງ ການຊີ້ນຳຂອງສາດສະດາຈະນຳພາຄົນລຸ້ນໜຶ່ງໃຫ້ເຫັນຜູ້ສົ່ງຂ່າວແຫ່ງຄວາມລອດຂອງເຮົາລົງມາເໝືອນ “ຟ້າແມບເຫລື້ອມ … ແຕ່ທິດຕາເວັນອອກ,” ແລະ ເຮົາຈະອຸທານວ່າ, “ເຢຊູແຫ່ງນາຊາເຣັດ.” ດ້ວຍແຂນທີ່ເດ່ອອກຕະຫລອດໄປ ແລະ ດ້ວຍຄວາມຮັກຈາກໃຈຈິງ, ພຣະອົງຈະຕອບວ່າ, “ເຮົານີ້ແຫລະ ເປັນຜູ້ນັ້ນ.” ຂ້າພະເຈົ້າສັນຍາດ້ວຍອຳນາດ ແລະ ສິດອຳນາດຂອງອັກຄະສາວົກ, ໃນພຣະນາມອັນສັກສິດຂອງພຣະອົງ, ແມ່ນແຕ່ພຣະເຢຊູຄຣິດ, ອາແມນ.