ບຳລຸງລ້ຽງຮາກ, ແລະ ກິ່ງງ່າຈະເຕີບໂຕ
ກິ່ງງ່າຂອງປະຈັກພະຍານຂອງທ່ານຈະດຶງເອົາຄວາມເຂັ້ມແຂງມາຈາກສັດທາທີ່ເລິກເຊິ່ງຂອງທ່ານ ໃນພຣະບິດາເທິງສະຫວັນ ແລະ ພຣະບຸດທີ່ຮັກຂອງພຣະອົງ.
ຕຶກໂບດເກົ່າທີ່ເມືອງສະວິກໂກ
ປີ 2024 ເປັນປີທີ່ພິເສດສຳລັບຂ້າພະເຈົ້າ. ມັນໝາຍເຖິງໄລຍະເວລາ 75 ປີນັບຕັ້ງແຕ່ຂ້າພະເຈົ້າໄດ້ຮັບບັບຕິສະມາ ແລະ ຖືກຢືນຢັນເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ຢູ່ທີ່ເມືອງສະວິກໂກ, ປະເທດເຢຍລະມັນ.
ສະມາຊິກກະພາບຂອງຂ້າພະເຈົ້າໃນ ສາດສະໜາຈັກຂອງພຣະເຢຊູຄຣິດ ແມ່ນລ້ຳຄ່າຫລາຍສຳລັບຂ້າພະເຈົ້າ. ການໄດ້ເປັນໜຶ່ງໃນບັນດາຜູ້ຄົນແຫ່ງພັນທະສັນຍາຂອງພຣະເຈົ້າ, ຮ່ວມກັບພວກທ່ານ, ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ, ແມ່ນເປັນກຽດທີ່ຍິ່ງໃຫຍ່ທີ່ສຸດຢ່າງໜຶ່ງໃນຊີວິດຂອງຂ້າພະເຈົ້າ.
ເມື່ອຂ້າພະເຈົ້າຄິດກ່ຽວກັບການເດີນທາງຂອງການເປັນສານຸສິດສ່ວນຕົວຂອງຂ້າພະເຈົ້າ, ຂ້າພະເຈົ້າມັກຈະຄິດເຖິງເຮືອນວິນລາເກົ່າຫລັງໜຶ່ງໃນເມືອງສະວິກໂກ, ບ່ອນທີ່ຂ້າພະເຈົ້າໄດ້ມີຄວາມຊົງຈຳດີໆຂອງການໄປຮ່ວມກອງປະຊຸມສິນລະລຶກຂອງ ສາດສະໜາຈັກຂອງພຣະເຢຊູຄຣິດ ຕອນຍັງນ້ອຍ. ແມ່ນຢູ່ທີ່ນັ້ນທີ່ເບ້ຍຂອງປະຈັກພະຍານຂອງຂ້າພະເຈົ້າໄດ້ຮັບການບຳລຸງລ້ຽງໃນຂັ້ນຕົ້ນຂອງມັນ.
ຕຶກໂບດແຫ່ງນີ້ໄດ້ມີອໍແກນເກົ່າໜ່ວຍໜຶ່ງທີ່ໃຊ້ລົມ. ທຸກໆວັນອາທິດຊາຍໜຸ່ມຄົນໜຶ່ງໄດ້ຖືກມອບໝາຍໃຫ້ເປັນຄົນດຶງຄັນສູບລົມຂຶ້ນລົງເພື່ອເຮັດໃຫ້ອໍແກນທຳງານ. ບາງເທື່ອຂ້າພະເຈົ້າກໍໄດ້ມີໂອກາດຮັບໃຊ້ເຮັດໜ້າທີ່ອັນສຳຄັນນີ້.
ໃນຂະນະທີ່ຜູ້ມາປະຊຸມຮ້ອງເພງສວດທີ່ມັກຫລາຍຂອງພວກເຮົາຢູ່ນັ້ນ, ຂ້າພະເຈົ້າໄດ້ດຶງຄັນສູບລົມຈົນສຸດກຳລັງ ເພື່ອບໍ່ໃຫ້ອໍແກນໝົດລົມ. ຈາກບ່ອນນັ່ງຂອງຜູ້ດຶງຄັນສູບລົມ, ຂ້າພະເຈົ້າໄດ້ເຫັນວິວປ່ອງຢ້ຽມທີ່ມີແກ້ວສີອັນສວຍງາມ, ປ່ອງໜຶ່ງມີຮູບຂອງພຣະຜູ້ຊ່ວຍໃຫ້ລອດພຣະເຢຊູຄຣິດ ແລະ ອີກປ່ອງໜຶ່ງສະແດງໃຫ້ເຫັນໂຈເຊັບ ສະມິດ ຢູ່ໃນປ່າສັກສິດ.
ຂ້າພະເຈົ້າຍັງຈຳຄວາມຮູ້ສຶກສັກສິດນັ້ນໄດ້ຢູ່ ຂະນະທີ່ຂ້າພະເຈົ້າໄດ້ຫລຽວໄປເບິ່ງປ້ອງຢ້ຽມທີ່ແສງແດດສ່ອງເຂົ້າມາ ຂະນະທີ່ຮັບຟັງປະຈັກພະຍານຂອງໄພ່ພົນ ແລະ ຮ້ອງເພງສວດຂອງຊີໂອນ.
ໃນສະຖານທີ່ສັກສິດນັ້ນ, ພຣະວິນຍານຂອງພຣະເຈົ້າໄດ້ເປັນພະຍານຕໍ່ຈິດໃຈ ແລະ ຫົວໃຈຂອງຂ້າພະເຈົ້າວ່່າມັນຈິງ: ພຣະເຢຊູຄຣິດແມ່ນພຣະຜູ້ຊ່ວຍໃຫ້ລອດຂອງໂລກ. ນີ້ແມ່ນສາດສະໜາຈັກຂອງພຣະອົງ. ສາດສະດາໂຈເຊັບ ສະມິດ ໄດ້ເຫັນພຣະເຈົ້າອົງເປັນພຣະບິດາ ແລະ ພຣະເຢຊູຄຣິດ ແລະ ໄດ້ຍິນສຸລະສຽງຂອງພວກພຣະອົງ.
ໃນຕົ້ນປີນີ້, ຂະນະທີ່ໄປປະຕິບັດໜ້າທີ່ມອບໝາຍຢູ່ເອີຣົບ, ຂ້າພະເຈົ້າໄດ້ມີໂອກາດກັບໄປເມືອງສະວິກໂກ. ໜ້າເສົ້າໃຈ, ຕຶກໂບດເກົ່າທີ່ຂ້າພະເຈົ້າມັກຫລາຍບໍ່ໄດ້ຢູ່ທີ່ນັ້ນອີກແລ້ວ. ມັນຖືກມ້າງລົງເມື່ອຫລາຍປີກ່ອນ ເພື່ອໃຫ້ມີທີ່ສ້າງຕຶກອາພາດເມັນໃຫຍ່ໆ.
ອັນໃດແມ່ນນິລັນດອນ, ແລະ ອັນໃດບໍ່ແມ່ນ?
ຂ້າພະເຈົ້າຍອມຮັບວ່າມັນເຮັດໃຫ້ເສົ້າທີ່ຮູ້ວ່າ ຕຶກໂບດທີ່ຂ້າພະເຈົ້າມັກຫລາຍຈາກໄວເດັກຂອງຂ້າພະເຈົ້າ ບັດນີ້ກໍເປັນພຽງແຕ່ຄວາມຊົງຈຳ. ມັນເປັນຕຶກທີ່ສັກສິດສຳລັບຂ້າພະເຈົ້າ. ແຕ່ມັນກໍເປັນພຽງແຕ່ຕຶກເທົ່ານັ້ນ.
ກົງກັນຂ້າມ, ການເປັນພະຍານທາງຝ່າຍວິນຍານທີ່ຂ້າພະເຈົ້າໄດ້ມາຈາກ ພຣະວິນຍານບໍລິສຸດເມື່ອຫລາຍປີກ່ອນຍັງບໍ່ໄດ້ສູນຫາຍໄປ. ຕາມຈິງແລ້ວ, ມັນໄດ້ເຂັ້ມແຂງຂຶ້ນ. ສິ່ງທີ່ຂ້າພະເຈົ້າໄດ້ຮຽນຮູ້ຈາກໄວໜຸ່ມຂອງຂ້າພະເຈົ້າກ່ຽວກັບຫລັກທຳຂັ້ນພື້ນຖານຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ໄດ້ເປັນພື້ນຖານທີ່ໝັ້ນຄົງຂອງຂ້າພະເຈົ້າ ຕະຫລອດຊີວິດຂອງຂ້າພະເຈົ້າ. ການເຊື່ອມຕໍ່ພັນທະສັນຍາທີ່ຂ້າພະເຈົ້າໄດ້ສ້າງຂຶ້ນກັບພຣະບິດາເທິງສະຫວັນຂອງຂ້າພະເຈົ້າ ແລະ ພຣະບຸດທີ່ຮັກຂອງພຣະອົງ ຍັງຄົງຢູ່ກັບຂ້າພະເຈົ້າ—ເປັນເວລາຍາວນານຫລັງຈາກທີ່ຕຶກໂບດຢູ່ເມືອງສະວິກໂກ ຖືກມ້າງລົງ ແລະ ປ່ອງຢ້ຽມທີ່ເປັນແກ້ວສີໄດ້ສູນຫາຍໄປ.
“ຟ້າສະຫວັນ ແລະ ແຜ່ນດິນໂລກຈະສູນສິ້ນໄປ,” ພຣະເຢຊູໄດ້ກ່າວ, “ແຕ່ຄຳຂອງເຮົາຈະບໍ່ສູນສິ້ນໄປ.”
“ພູໃຫຍ່ ແລະ ພູນ້ອຍອາດພັງທະລາຍລົງ, ແຕ່ຄວາມຮັກຂອງເຮົາໝັ້ນຄົງບໍ່ສິ້ນສຸດໄດ້, ທັງເຮົາຈະຮັກສາສັນຍາແຫ່ງສັນຕິພາບໄວ້ສືບໄປ, ພຣະຜູ້ເປັນເຈົ້າທີ່ມີຄວາມເມດຕາຕໍ່ເຈົ້າໄດ້ກ່າວ.”
ສິ່ງໜຶ່ງທີ່ສຳຄັນທີ່ສຸດ ທີ່ເຮົາສາມາດຮຽນຮູ້ໃນຊີວິດນີ້ ແມ່ນຄວາມແຕກຕ່າງລະຫວ່າງອັນໃດແມ່ນນິລັນດອນ ແລະ ອັນໃດບໍ່ແມ່ນ. ຫລັງຈາກເຮົາເຂົ້າໃຈສິ່ງນັ້ນ, ທຸກສິ່ງກໍປ່ຽນໄປ—ຄວາມສຳພັນຂອງເຮົາ, ທາງເລືອກທີ່ເຮົາເລືອກເຮັດ, ວິທີທີ່ເຮົາປະຕິບັດຕໍ່ຜູ້ຄົນ.
ການຮູ້ຈັກວ່າ ອັນໃດແມ່ນນິລັນດອນ ແລະ ອັນໃດບໍ່ແມ່ນ ເປັນເລື່ອງສຳຄັນຕໍ່ການພັດທະນາປະຈັກພະຍານເຖິງພຣະເຢຊູຄຣິດ ແລະ ສາດສະໜາຈັກຂອງພຣະອົງ.
ຢ່າຫລົງວ່າກິ່ງງ່າເປັນຮາກ
ພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະເຢຊູຄຣິດ, ດັ່ງທີ່ສາດສະດາໂຈເຊັບ ສະມິດ ໄດ້ສິດສອນ “ຖະໜອມທັງໝົດ, ແລະ ທຸກຂໍ້ຂອງຄວາມຈິງ.” ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າ ຄວາມຈິງທັງໝົດມີຄ່າເທົ່າກັນ. ຄວາມຈິງບາງຢ່າງເປັນແກ່ນແທ້, ຈຳເປັນ, ເປັນຮາກຂອງສັດທາຂອງເຮົາ. ສິ່ງອື່ນເປັນສ່ວນປະກອບ ຫລື ເປັນກິ່ງງ່າ—ມີຄ່າ, ພຽງແຕ່ເມື່ອມັນຖືກເຊື່ອມຕໍ່ເຂົ້າກັບສ່ວນທີ່ເປັນພື້ນຖານເທົ່ານັ້ນ.
ສາດສະດາໂຈເຊັບກໍໄດ້ກ່າວອີກວ່າ, “ຫລັກທຳຂັ້ນພື້ນຖານຂອງສາດສະໜາຂອງເຮົາແມ່ນປະຈັກພະຍານຂອງອັກຄະສາວົກ ແລະ ສາດສະດາ, ກ່ຽວກັບພຣະເຢຊູຄຣິດ, ວ່າພຣະອົງໄດ້ສິ້ນພຣະຊົນ, ໄດ້ຖືກຝັງ, ແລະ ໄດ້ຟື້ນຄືນມາອີກໃນມື້ທີສາມ, ແລະ ໄດ້ສະເດັດຂຶ້ນໄປສະຫວັນ; ແລະ ທຸກສິ່ງທັງໝົດທີ່ກ່ຽວພັນກັບສາດສະໜາຂອງເຮົາເປັນພຽງສ່ວນປະກອບໃສ່ກັບສິ່ງເຫລົ່ານີ້ເທົ່ານັ້ນ.”
ໃນອີກຄຳໜຶ່ງ, ພຣະເຢຊູຄຣິດ ແລະ ການເສຍສະລະຊົດໃຊ້ຂອງພຣະອົງ ເປັນຮາກຂອງປະຈັກພະຍານຂອງເຮົາ. ທຸກສິ່ງທັງໝົດເປັນກິ່ງງ່າ.
ນີ້ບໍ່ໄດ້ໝາຍຄວາມວ່າ ກິ່ງງ່ານັ້ນບໍ່ສຳຄັນ. ຕົ້ນໄມ້ຕ້ອງການກິ່ງງ່າ. ແຕ່ ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ບອກສານຸສິດຂອງພຣະອົງວ່າ, “ກິ່ງຈະເກີດຜົນເອງບໍ່ໄດ້ ນອກຈາກຈະຕິດຢູ່ກັບເຄືອ.” ຖ້າປາດສະຈາກການເຊື່ອມຕໍ່ເຂົ້າກັບພຣະຜູ້ຊ່ວຍໃຫ້ລອດ, ຢູ່ກັບສານອາຫານທີ່ພົບເຫັນຢູ່ໃນຮາກ, ກິ່ງງ່າກໍຈະຫ່ຽວແຫ້ງ ແລະ ຕາຍ.
ເມື່ອກ່ຽວກັບການບຳລຸງລ້ຽງປະຈັກພະຍານຂອງເຮົາເຖິງພຣະເຢຊູຄຣິດ, ຂ້າພະເຈົ້າສົງໄສຖ້າຫາກວ່າບາງເທື່ອເຮົາກໍຫລົງວ່າກິ່ງງ່າເປັນຮາກ. ນີ້ເປັນຄວາມຜິດພາດທີ່ພຣະເຢຊູໄດ້ສັງເກດເຫັນໃນພວກຟາຣີຊາຍ ໃນວັນເວລາຂອງພຣະອົງ. ພວກເຂົາເອົາໃຈໃສ່ລາຍລະອຽດເລັກນ້ອຍຂອງກົດ ຈົນໃນທີ່ສຸດ ພວກເຂົາໄດ້ລະເລີຍຕໍ່ສິ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ເອີ້ນວ່າ “ຂໍ້ສຳຄັນຂອງກົດບັນຍັດ”—ຫລັກທຳຂັ້ນພື້ນຖານເຊັ່ນ “ຄວາມຍຸດຕິທຳ ແລະ ຄວາມເມດຕາ ແລະ ສັດທາ.”
ຖ້າຫາກທ່ານຢາກບຳລຸງລ້ຽງຕົ້ນໄມ້, ທ່ານຈະບໍ່ເອົານ້ຳສາດໃສ່ກິ່ງງ່າ. ທ່ານຈະຫົດຮາກຂອງມັນ. ຄ້າຍຄືກັນ, ຖ້າຫາກທ່ານຢາກໃຫ້ກິ່ງງ່າແຫ່ງປະຈັກພະຍານຂອງທ່ານເຕີບໂຕ ແລະ ອອກໝາກຜົນ, ຈົ່ງບຳລຸງລ້ຽງຮາກຂອງມັນ. ຖ້າຫາກທ່ານບໍ່ແນ່ໃຈກ່ຽວກັບຄຳສອນ ຫລື ພາກປະຕິບັດ ຫລື ອົງປະກອບໃດໜຶ່ງໂດຍສະເພາະເລື່ອງປະຫວັດສາດຂອງສາດສະໜາຈັກ, ຈົ່ງສະແຫວງຫາຄວາມຊັດເຈນດ້ວຍສັດທາໃນພຣະເຢຊູຄຣິດ. ໃຫ້ສະແຫວງຫາທີ່ຈະເຂົ້າໃຈການເສຍສະລະຂອງພຣະອົງສຳລັບທ່ານ, ຄວາມຮັກຂອງພຣະອົງສຳລັບທ່ານ, ພຣະປະສົງຂອງພຣະອົງສຳລັບທ່ານ. ຈົ່ງຕິດຕາມພຣະອົງໃນຄວາມຖ່ອມຕົວ. ກິ່ງງ່າຂອງປະຈັກພະຍານຂອງທ່ານຈະດຶງເອົາຄວາມເຂັ້ມແຂງມາຈາກສັດທາທີ່ເລິກເຊິ່ງຂອງທ່ານ ໃນພຣະບິດາເທິງສະຫວັນ ແລະ ພຣະບຸດທີ່ຮັກຂອງພຣະອົງ.
ຍົກຕົວຢ່າງ, ຖ້າຫາກທ່ານຢາກມີປະຈັກພະຍານທີ່ເຂັ້ມແຂງຂຶ້ນເຖິງພຣະຄຳພີມໍມອນ, ຈົ່ງສຸມໃຈໃສ່ການເປັນພະຍານຂອງມັນເຖິງພຣະເຢຊູຄຣິດ. ໃຫ້ສັງເກດເບິ່ງວ່າພຣະຄຳພີມໍມອນເປັນພະຍານເຖິງພຣະອົງແນວໃດ, ສິ່ງທີ່ມັນສິດສອນກ່ຽວກັບພຣະອົງ, ແລະ ວ່າມັນເຊື້ອເຊີນ ແລະ ດົນໃຈທ່ານໃຫ້ມາຫາພຣະອົງແນວໃດ.
ຖ້າຫາກທ່ານກຳລັງສະແຫວງຫາປະສົບການທີ່ມີຄວາມໝາຍຫລາຍຂຶ້ນໃນການປະຊຸມຂອງສາດສະໜາຈັກ ຫລື ໃນພຣະວິຫານ, ຈົ່ງພະຍາຍາມມອງໄປຫາພຣະຜູ້ຊ່ວຍໃຫ້ລອດໃນພິທີການສັກສິດທີ່ເຮົາຮັບເອົາຢູ່ທີ່ນັ້ນ. ຈົ່ງຊອກຫາພຣະຜູ້ເປັນເຈົ້າ ຢູ່ໃນບ້ານທີ່ສັກສິດຂອງພຣະອົງ.
ຖ້າຫາກທ່ານເຄີຍຮູ້ສຶກອິດເມື່ອຍ ຫລື ໜັກໜ່ວງໃຈໂດຍການເອີ້ນຂອງທ່ານໃນສາດສະໜາຈັກ, ໃຫ້ພະຍາຍາມກັບມາສຸມການຮັບໃຊ້ຂອງທ່ານຢູ່ທີ່ພຣະເຢຊູຄຣິດອີກຄັ້ງ. ເຮັດໃຫ້ມັນເປັນການສະແດງອອກເຖິງຄວາມຮັກຂອງທ່ານທີ່ມີໃຫ້ແກ່ພຣະອົງ.
ຈົ່ງບຳລຸງລ້ຽງຮາກ, ແລະ ກິ່ງງ່າຈະເຕີບໂຕ. ແລະ ໃນທີ່ສຸດ, ມັນຈະອອກໝາກຜົນ.
ຢັ່ງຮາກ ແລະ ກໍ່ຮ່າງສ້າງຊີວິດຂຶ້ນເທິງພຣະອົງ
ສັດທາທີ່ເຂັ້ມແຂງໃນພຣະເຢຊູຄຣິດຈະບໍ່ເກີດຂຶ້ນຂ້າມຄືນ. ບໍ່ເລີຍ, ໃນໂລກມະຕະນີ້, ມີແຕ່ໜາມແຫ່ງຄວາມສົງໄສທີ່ຈະເຕີບໂຕດ້ວຍຕົວມັນເອງ. ຕົ້ນໄມ້ທີ່ມີສຸຂະພາບດີ, ມີໝາກດົກແຫ່ງສັດທາຮຽກຮ້ອງຄວາມພະຍາຍາມທີ່ຕັ້ງໃຈ. ແລະ ສ່ວນທີ່ຈຳເປັນຂອງຄວາມພະຍາຍາມນັ້ນແມ່ນການເຮັດໃຫ້ແນ່ໃຈວ່າ ເຮົາຢັ່ງຮາກໃຫ້ໝັ້ນຄົງຢູ່ໃນພຣະຄຣິດ.
ຍົກຕົວຢ່າງ: ທຳອິດ, ເຮົາອາດຖືກດຶງດູດໃຫ້ມາຫາພຣະກິດຕິຄຸນຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ສາດສະໜາຈັກ ເພາະເຮົາປະທັບໃຈກັບສະມາຊິກທີ່ເປັນມິດ ຫລື ໂດຍອະທິການທີ່ໃຈດີ ຫລື ຕຶກໂບດທີ່ເບິ່ງຄືວ່າສະອາດສະອ້ານ. ແນ່ນອນວ່າ ສະຖານະການເຫລົ່ານີ້ແມ່ນສຳຄັນເພື່ອຈະເຕີບໂຕໃນສາດສະໜາຈັກ.
ເຖິງຢ່າງໃດກໍຕາມ, ຖ້າຫາກຮາກຂອງປະຈັກພະຍານຂອງເຮົາບໍ່ໄດ້ເຕີບໂຕເລິກລົງໄປກວ່ານັ້ນ, ຈະເກີດອັນໃດຂຶ້ນເມື່ອເຮົາຍ້າຍໄປຢູ່ຫວອດທີ່ເຮົາບໍ່ປະທັບໃຈປານໃດກັບຕຶກໂບດ, ກັບສະມາຊິກທີ່ບໍ່ເປັນມິດປານໃດ, ແລະ ອະທິການທີ່ເວົ້າບາງສິ່ງທີ່ເຮັດໃຫ້ເຮົາຂຸ່ນເຄືອງໃຈ?
ອີກຕົວຢ່າງໜຶ່ງ: ມັນບໍ່ສົມເຫດສົມຜົນທີ່ຈະຫວັງບໍ ຖ້າຫາກເຮົາຮັກສາພຣະບັນຍັດ ແລະ ຖືກຜະນຶກຢູ່ໃນພຣະວິຫານ, ເຮົາຈະໄດ້ຮັບພອນດ້ວຍຄອບຄົວໃຫຍ່ ພ້ອມທັງລູກໆທີ່ສະຫລາດ ແລະ ເຊື່ອຟັງ, ທຸກຄົນທີ່ເຂັ້ມແຂງໃນສາດສະໜາຈັກ, ຮັບໃຊ້ເຜີຍແຜ່, ຮ້ອງເພງໃນກຸ່ມນັກຮ້ອງໃນຫວອດ, ແລະ ອາສາສະໝັກເພື່ອຊ່ວຍທຳຄວາມສະອາດອາຄານປະຊຸມທຸກໆເຊົ້າວັນເສົາ?
ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ເຮົາທຸກຄົນຈະໄດ້ເຫັນສິ່ງນີ້ໃນຊີວິດຂອງເຮົາ. ແຕ່ຈະເປັນຈັ່ງໃດຖ້າມັນບໍ່ເກີດຂຶ້ນເຊັ່ນນັ້ນ? ເຮົາຍັງຈະຜູກພັນກັບພຣະຜູ້ຊ່ວຍໃຫ້ລອດຢູ່ບໍ ບໍ່ວ່າສະຖານະການຈະເປັນແບບໃດກໍຕາມ—ໄວ້ວາງໃຈໃນພຣະອົງ ແລະ ເວລາຂອງພຣະອົງບໍ?
ເຮົາຕ້ອງຖາມຕົວເອງວ່າ: ປະຈັກພະຍານຂອງເຮົາແມ່ນອີງຕາມສິ່ງທີ່ເຮົາຫວັງຈະໃຫ້ເກີດຂຶ້ນໃນຊີວິດຂອງເຮົາບໍ? ມັນຂຶ້ນຢູ່ກັບການກະທຳ ຫລື ທັດສະນະຄະຕິຂອງຄົນອື່ນບໍ? ຫລື ມັນຖືກສ້າງຕັ້ງຂຶ້ນຢ່າງໝັ້ນຄົງເທິງພຣະເຢຊູຄຣິດບໍ, “ຢັ່ງຮາກ ແລະ ກໍ່ຮ່າງສ້າງຊີວິດຂຶ້ນເທິງພຣະອົງ,” ບໍ່ວ່າສະຖານະການທີ່ປ່ຽນແປງຂອງຊີວິດຈະເປັນແນວໃດກໍຕາມ?
ຮີດຄອງປະເພນີ, ນິໄສ, ແລະ ສັດທາ
ພຣະຄຳພີມໍມອນ ເລົ່າເຖິງຜູ້ຄົນທີ່ “ເຄັ່ງຄັດໃນການຍຶດຖືພິທີການຂອງພຣະເຈົ້າ.” ແຕ່ແລ້ວ ຄົນທີ່ບໍ່ເຊື່ອຫຍັງງ່າຍໆຊື່ ໂຄຣິຫໍ ກໍໄດ້ເຂົ້າມາ, ເຍາະເຍີ້ຍພຣະກິດຕິຄຸນຂອງພຣະຜູ້ຊ່ວຍໃຫ້ລອດ, ໂດຍເອີ້ນມັນວ່າ “ໂງ່ຈ້າ” ແລະ “ຮີດຄອງປະເພນີອັນໂງ່ຈ້າຫລ້າຫລັງຂອງບັນພະບຸລຸດຂອງຕົນ.” ໂຄຣິຫໍໄດ້ “ຊັກຈູງໃຈຫລາຍດວງໄປ, ເຮັດໃຫ້ພວກເຂົາເບີກບານໃນຄວາມຊົ່ວຮ້າຍຂອງພວກເຂົາ.” ແຕ່ຄົນອື່ນລາວບໍ່ສາມາດຫລອກລວງໄດ້, ເພາະສຳລັບເຂົາເຈົ້າ, ພຣະກິດຕິຄຸນຂອງພຣະເຢຊູຄຣິດມີຄວາມສຳຄັນຫລາຍກວ່າຮີດຄອງປະເພນີ.
ສັດທາຈະເຂັ້ມແຂງເມື່ອຮາກຢັ່ງລົງເລິກຢູ່ໃນປະສົບການສ່ວນຕົວ, ຄຳໝັ້ນສັນຍາສ່ວນຕົວຕໍ່ພຣະເຢຊູຄຣິດ, ບໍ່ຂຶ້ນຢູ່ກັບວ່າຮີດຄອງປະເພນີຂອງເຮົາຄືຫຍັງ ຫລື ສິ່ງທີ່ຄົນອື່ນອາດເວົ້າ ຫລື ເຮັດ.
ປະຈັກພະຍານຂອງເຮົາຈະຖືກທົດສອບ ແລະ ທົດລອງ. ສັດທາຈະບໍ່ແມ່ນສັດທາຖ້າຫາກບໍ່ເຄີຍຖືກທົດສອບ. ສັດທາຈະບໍ່ເຂັ້ມແຂງຖ້າຫາກບໍ່ເຄີຍຖືກຕໍ່ຕ້ານ. ສະນັ້ນ ຢ່າສິ້ນຫວັງເລີຍ ຖ້າຫາກທ່ານມີການທົດລອງສັດທາ ຫລື ຄຳຖາມທີ່ຍັງບໍ່ໄດ້ຮັບຄຳຕອບເທື່ອ.
ເຮົາບໍ່ຄວນຄາດໝາຍທີ່ຈະເຂົ້າໃຈທຸກສິ່ງທຸກຢ່າງ ກ່ອນເຮົາຈະລົງມືກະທຳ. ນັ້ນບໍ່ແມ່ນສັດທາ. ດັ່ງທີ່ແອວມາໄດ້ສິດສອນ, “ສັດທາບໍ່ແມ່ນການມີຄວາມຮູ້ອັນສົມບູນເຖິງເລື່ອງຕ່າງໆ.” ຖ້າຫາກເຮົາລໍຖ້າໃຫ້ຄຳຖາມທັງໝົດຂອງເຮົາຖືກຕອບກ່ອນຈະລົງມືກະທຳ, ເຮົາຈະຈຳກັດຄວາມດີທີ່ເຮົາສາມາດສຳເລັດ, ແລະ ເຮົາຈະຈຳກັດພະລັງແຫ່ງສັດທາຂອງເຮົາ.
ສັດທາເປັນສິ່ງສວຍງາມ ເພາະມັນຄົງຢູ່ ແມ່ນແຕ່ເມື່ອພອນຕ່າງໆບໍ່ມີມາດັ່ງທີ່ເຮົາໄດ້ຫວັງເອົາໄວ້. ເຮົາບໍ່ສາມາດເຫັນອະນາຄົດ, ເຮົາບໍ່ຮູ້ຄຳຕອບທັງໝົດ, ແຕ່ເຮົາສາມາດໄວ້ວາງໃຈພຣະເຢຊູຄຣິດ ຂະນະທີ່ເຮົາກ້າວໄປໜ້າ ແລະ ຂຶ້ນໄປ ເພາະພຣະອົງເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ.
ສັດທາອົດທົນຕໍ່ການທົດລອງ ແລະ ຄວາມບໍ່ແນ່ນອນຂອງຊີວິດ ເພາະມັນຢັ່ງຮາກ ແລະ ກໍ່ຮ່າງສ້າງຊີວິດຢ່າງໝັ້ນຄົງຂຶ້ນເທິງພຣະຄຣິດ ແລະ ຄຳສອນຂອງພຣະອົງ. ພຣະເຢຊູຄຣິດ, ແລະ ພຣະບິດາຜູ້ສະຖິດຢູ່ໃນສະຫວັນ ຜູ້ທີ່ໄດ້ສົ່ງພຣະອົງມາ, ພ້ອມກັນປະກອບເປັນອົງດຽວທີ່ບໍ່ບ່ຽງເບນ, ຜູ້ທີ່ເຮົາສາມາດເພິ່ງພາໄວ້ວາງໃຈໄດ້.
ປະຈັກພະຍານບໍ່ແມ່ນສິ່ງທີ່ທ່ານສ້າງຂຶ້ນຄັ້ງດຽວ ແລະ ຈະຄົງຢູ່ຕະຫລອດໄປ. ມັນເປັນສະເໝືອນຕົ້ນໄມ້ທີ່ທ່ານຕ້ອງບຳລຸງລ້ຽງຢ່າງຕໍ່ເນື່ອງ. ການປູກຝັງພຣະຄຳຂອງພຣະເຈົ້າໄວ້ໃນໃຈຂອງທ່ານກໍເປັນພຽງຂັ້ນຕອນທຳອິດເທົ່ານັ້ນ. ເມື່ອປະຈັກພະຍານຂອງທ່ານເລີ່ມເຕີບໂຕ, ເມື່ອນັ້ນວຽກງານທີ່ແທ້ຈິງກໍເລີ່ມຕົ້ນ! ເມື່ອນັ້ນແຫລະທີ່ທ່ານຈະ “ບຳລຸງລ້ຽງມັນດ້ວຍຄວາມເອົາໃຈໃສ່, ເພື່ອມັນຈະແຕກຮາກ, ເພື່ອມັນຈະເຕີບໂຕຂຶ້ນ, ແລະ ອອກຜົນ.” ມັນຈະໃຊ້ “ຄວາມພາກພຽນ” ແລະ “ຄວາມອົດທົນ.” ແຕ່ຄຳສັນຍາຂອງພຣະຜູ້ເປັນເຈົ້າກໍແນ່ນອນວ່າ: “ພວກທ່ານຈະເກັບກ່ຽວລາງວັນແຫ່ງສັດທາ ແລະ ຄວາມພາກພຽນ, ແລະ ຄວາມອົດທົນ, ແລະ ຄວາມອົດກັ້ນຂອງພວກທ່ານ, ໂດຍໄດ້ຄອຍຖ້າໃຫ້ຕົ້ນໄມ້ອອກຜົນໃຫ້ພວກທ່ານ.”
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ໝູ່ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ຍັງມີສ່ວນໜຶ່ງໃນຕົວຂ້າພະເຈົ້າທີ່ຄິດຮອດຕຶກໂບດເກົ່າທີ່ເມືອງສະວິກໂກນັ້ນ ແລະ ປ່ອງຢ້ຽມທີ່ເປັນແກ້ວສີຂອງມັນ. ແຕ່ໃນໄລຍະ 75 ປີທີ່ຜ່ານມາ, ພຣະເຢຊູຄຣິດໄດ້ນຳພາຂ້າພະເຈົ້າໃນການເດີນທາງຜ່ານຜ່າຊີວິດທີ່ຕື່ນເຕັ້ນຫລາຍກວ່າທີ່ຂ້າພະເຈົ້າໄດ້ຈິນຕະນາການໄວ້. ພຣະອົງໄດ້ປອບໂຍນຂ້າພະເຈົ້າໃນຄວາມທຸກຂອງຂ້າພະເຈົ້າ, ໄດ້ຊ່ວຍຂ້າພະເຈົ້າໃຫ້ຮັບຮູ້ຄວາມອ່ອນແອຂອງຂ້າພະເຈົ້າ, ໄດ້ປິ່ນປົວບາດແຜທາງວິນຍານຂອງຂ້າພະເຈົ້າ, ແລະ ໄດ້ບຳລຸງລ້ຽງຂ້າພະເຈົ້າໃນສັດທາທີ່ເຕີບໂຕຂອງຂ້າພະເຈົ້າ.
ມັນເປັນຄຳອະທິຖານ ແລະ ຄຳອວຍພອນຢ່າງຈິງໃຈຂອງຂ້າພະເຈົ້າວ່າ ເຮົາຈະບຳລຸງລ້ຽງຮາກຂອງສັດທາຂອງເຮົາໃນພຣະຜູ້ຊ່ວຍໃຫ້ລອດສະເໝີໄປ, ໃນຄຳສອນຂອງພຣະອົງ, ແລະ ໃນສາດສະໜາຈັກຂອງພຣະອົງ. ຂ້າພະເຈົ້າເປັນພະຍານໃນພຣະນາມອັນສັກສິດຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະຜູ້ໄຖ່ຂອງເຮົາ, ພຣະອາຈານຂອງເຮົາ—ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.