ນ້ອມຮັບຂອງປະທານແຫ່ງການກັບໃຈຈາກພຣະຜູ້ເປັນເຈົ້າ
ຂໍໃຫ້ເຮົາຢ່າໄດ້ຖ້າໃຫ້ສິ່ງຕ່າງໆເປັນເລື່ອງຍາກ ກ່ອນທີ່ຈະຫັນໄປຫາພຣະເຈົ້າ. ຂໍໃຫ້ເຮົາຢ່າໄດ້ຖ້າຈົນເຖິງບັ້ນທ້າຍຂອງຊີວິດມະຕະຂອງເຮົາເພື່ອທີ່ຈະກັບໃຈຢ່າງແທ້ຈິງ.
ຂ້າພະເຈົ້າເປັນພະຍານເຖິງພຣະບິດາທີ່ຊົງຮັກ. ໃນກອງປະຊຸມໃຫຍ່ສາມັນເດືອນເມສາ ປີ 2019, ບໍ່ດົນຫລັງຈາກທີ່ຂ້າພະເຈົ້າໄດ້ຮັບການສະໜັບສະໜູນໃນໜ້າທີ່ຮັບຜິດຊອບໃໝ່ຂອງຂ້າພະເຈົ້າ ໃນຖານະເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ສາວົກເຈັດສິບ, ກຸ່ມນັກຮ້ອງໄດ້ຮ້ອງເພງ “ຂ້າເຝົ້າພິສະຫວົງ” ທີ່ສຽບແທງທະລຸຫົວໃຈ ແລະ ຈິດວິນຍານຂອງຂ້າພະເຈົ້າ.
ເມື່ອຂ້າພະເຈົ້າໄດ້ຍິນຖ້ອຍຄຳເຫລົ່ານັ້ນ, ຂ້າພະເຈົ້າກໍຮູ້ສຶກພິສະຫວົງ. ຂ້າພະເຈົ້າຮູ້ສຶກວ່າ ເຖິງແມ່ນວ່່າ ຂ້າພະເຈົ້າບໍ່ພຽບພ້ອມ ແລະ ມີຂໍ້ບົກພ່ອງ, ແຕ່ພຣະຜູ້ເປັນເຈົ້າໄດ້ອວຍພອນໃຫ້ຂ້າພະເຈົ້າຮູ້ວ່າ “ໃນພະລັງຂອງພຣະອົງ; ຂ້າພະເຈົ້າສາມາດເຮັດໄດ້ທຸກສິ່ງທຸກຢ່າງ.”
ຄວາມຮູ້ສຶກທີ່ທຳມະດາຂອງຄວາມບໍ່ພຽບພ້ອມ, ຄວາມອ່ອນແອ, ຫລື ແມ່ນແຕ່ຄວາມບໍ່ມີຄ່າຄວນ ເປັນສິ່ງທີ່ຫລາຍຄົນໃນພວກເຮົາດີ້ນລົນເປັນບາງຄັ້ງ. ຂ້າພະເຈົ້າຍັງດີ້ນລົນກັບສິ່ງນີ້ຢູ່; ຂ້າພະເຈົ້າໄດ້ຮູ້ສຶກແບບນັ້ນໃນມື້ທີ່ຂ້າພະເຈົ້າຖືກເອີ້ນ. ຂ້າພະເຈົ້າເຄີຍຮູ້ສຶກແບບນັ້ນມາຫລາຍເທື່ອ, ແລະ ຂ້າພະເຈົ້າຍັງຮູ້ສຶກແບບນັ້ນຢູ່ໃນຕອນນີ້ທີ່ກຳລັງກ່າວກັບພວກທ່ານ. ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າໄດ້ຮຽນຮູ້ວ່າ ຂ້າພະເຈົ້າບໍ່ໄດ້ຮູ້ສຶກແບບນີ້ແຕ່ຜູ້ດຽວ. ຕາມຈິງແລ້ວ, ມີຫລາຍໆເລື່ອງລາວໃນພຣະຄຳພີກ່ຽວກັບຜູ້ທີ່ເບິ່ງຄືວ່າ ເຄີຍມີຄວາມຮູ້ສຶກທີ່ຄ້າຍຄືກັນນີ້. ຍົກຕົວຢ່າງ, ເຮົາຈື່ຈຳນີໄຟວ່າເປັນຜູ້ຮັບໃຊ້ທີ່ຊື່ສັດ ແລະ ກ້າຫານຂອງພຣະຜູ້ເປັນເຈົ້າ. ໃນບາງຄັ້ງ, ແມ່ນແຕ່ເພິ່ນກໍດີ້ນລົນກັບຄວາມຮູ້ສຶກບໍ່ມີຄ່າຄວນ, ອ່ອນແອ, ແລະ ບໍ່ພຽບພ້ອມ.
ເພິ່ນກ່າວວ່າ: “ທັງທີ່ມີພຣະມະຫາກະລຸນາທິຄຸນຂອງພຣະຜູ້ເປັນເຈົ້າໃນການສະແດງວຽກງານອັນຍິ່ງໃຫຍ່ ແລະ ໜ້າອັດສະຈັນຂອງພຣະອົງກັບຂ້າພະເຈົ້າ, ໃຈຂອງຂ້າພະເຈົ້າຍັງຮ້ອງວ່າ: ໂອ້ ຄົນຕ່ຳຕ້ອຍຢ່າງຂ້າພະເຈົ້າ! ແທ້ຈິງແລ້ວ, ໃຈຂອງຂ້າພະເຈົ້າເສົ້າສະຫລົດເພາະເນື້ອໜັງຂອງຂ້າພະເຈົ້າ; ຈິດວິນຍານຂອງຂ້າພະເຈົ້າໂສກເສົ້າເພາະຄວາມຊົ່ວຮ້າຍຂອງຂ້າພະເຈົ້າ.”
ສາດສະດາໂຈເຊັບ ສະມິດ ໄດ້ກ່າວເລື້ອຍໆເຖິງຄວາມ “ຮູ້ສຶກຜິດ,” ໃນໄວໜຸ່ມຂອງເພິ່ນ, “ເນື່ອງຈາກຄວາມອ່ອນແອ ແລະ ຄວາມບົກພ່ອງ [ຂອງເພິ່ນ].” ແຕ່ຄວາມຮູ້ສຶກຂອງໂຈເຊັບເລື່ອງຄວາມບໍ່ພຽບພ້ອມ ແລະ ຄວາມກັງວົນ ເປັນສ່ວນໜຶ່ງທີ່ນຳພາເພິ່ນໃຫ້ໄຕ່ຕອງ, ສຶກສາ, ຮຽນຮູ້, ແລະ ອະທິຖານ. ດັ່ງທີ່ທ່ານອາດຈື່ໄດ້, ເພິ່ນໄດ້ໄປອະທິຖານໃນປ່າໃກ້ບ້ານຂອງເພິ່ນ ເພື່ອຊອກຫາຄວາມຈິງ, ຄວາມສະຫງົບ, ແລະ ການໃຫ້ອະໄພ. ເພິ່ນໄດ້ຍິນພຣະຜູ້ເປັນເຈົ້າກ່າວວ່າ: “ໂຈເຊັບ, ບຸດຂອງເຮົາ, ບາບຂອງເຈົ້າໄດ້ຮັບອະໄພແລ້ວ. ຈົ່ງໄປຕາມທາງຂອງເຈົ້າ, ຈົ່ງເດີນໄປຢູ່ໃນກົດຂອງເຮົາ, ແລະ ຮັກສາບັນຍັດຂອງເຮົາ. ຈົ່ງເບິ່ງ, ເຮົາຄືພຣະຜູ້ເປັນເຈົ້າແຫ່ງລັດສະໝີພາບ. ເຮົາໄດ້ຖືກຄຶງສຳລັບໂລກ, ເພື່ອວ່າທຸກຄົນທີ່ເຊື່ອໃນນາມຂອງເຮົາຈະມີຊີວິດນິລັນດອນ.”
ຄວາມປາດຖະໜາອັນຈິງໃຈຂອງໂຈເຊັບໃນການກັບໃຈ ແລະ ສະແຫວງຫາຄວາມລອດຂອງຈິດວິນຍານຂອງເພິ່ນ ໄດ້ຊ່ວຍໃຫ້ເພິ່ນມາຫາພຣະເຢຊູຄຣິດ ແລະ ຮັບການໃຫ້ອະໄພຈາກບາບຂອງເພິ່ນ. ຄວາມພະຍາຍາມອັນຕໍ່ເນື່ອງນີ້ໄດ້ເປີດປະຕູສູ່ການຟື້ນຟູອັນຕໍ່ເນື່ອງຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ປະສົບການອັນໂດດເດັ່ນນີ້ຂອງສາດສະດາໂຈເຊັບ ສະມິດ ສະແດງໃຫ້ເຫັນວິທີທີ່ຄວາມຮູ້ສຶກຂອງຄວາມອ່ອນແອ ແລະ ຄວາມບໍ່ພຽບພ້ອມສາມາດຊ່ວຍໃຫ້ເຮົາຮູ້ຈັກທຳມະຊາດທີ່ຕົກຕໍ່າຂອງເຮົາໄດ້ແນວໃດ. ຖ້າເຮົາຖ່ອມຕົວ, ສິ່ງນີ້ຈະຊ່ວຍເຮົາໃຫ້ຮູ້ຈັກການເພິ່ງພາອາໄສພຣະເຢຊູຄຣິດ, ແລະ ກະຕຸ້ນພາຍໃນໃຈຂອງເຮົາໃຫ້ມີຄວາມປາດຖະໜາອັນຈິງໃຈທີ່ຈະຫັນໄປຫາພຣະຜູ້ຊ່ວຍໃຫ້ລອດ ແລະ ກັບໃຈຈາກບາບຂອງເຮົາ.
ເພື່ອນທັງຫລາຍຂອງຂ້າພະເຈົ້າ, ການກັບໃຈຄືຄວາມຊື່ນຊົມ! ການກັບໃຈທີ່ຫວານຊື່ນເປັນສ່ວນໜຶ່ງຂອງຂະບວນການປະຈຳວັນ, “ເປັນບັນທັດ, ເປັນຂໍ້ເລັກໆໜ້ອຍໆ” ຊຶ່ງພຣະຜູ້ເປັນເຈົ້າສິດສອນເຮົາໃຫ້ໃຊ້ຊີວິດໂດຍມີຄຳສອນຂອງພຣະອົງເປັນສູນກາງ. ເຊັ່ນດຽວກັບໂຈເຊັບ ແລະ ນີໄຟ, ເຮົາສາມາດ “ເອີ້ນຫາ [ພຣະເຈົ້າ] ເພື່ອຄວາມເມດຕາ; ເພາະພຣະອົງມີອານຸພາບທີ່ຈະຊ່ວຍໃຫ້ລອດ,” ພຣະອົງສາມາດເຕີມເຕັມຄວາມປາດຖະໜາທີ່ຊອບທຳໃດໆ ແລະ ສາມາດປິ່ນປົວບາດແຜໃດໆໃນຊີວິດຂອງເຮົາ.
ໃນພຣະຄຳພີມໍມອນ: ປະຈັກພະຍານອີກຢ່າງໜຶ່ງເຖິງພຣະເຢຊູຄຣິດ, ທ່ານ ແລະ ຂ້າພະເຈົ້າພົບເລື່ອງລາວຈົນນັບບໍ່ຖ້ວນກ່ຽວກັບຜູ້ທີ່ໄດ້ຮຽນຮູ້ວິທີທີ່ຈະມາຫາພຣະຄຣິດຜ່ານທາງການກັບໃຈທີ່ຈິງໃຈ.
ຂ້າພະເຈົ້າຂໍແບ່ງປັນຕົວຢ່າງໜຶ່ງກັບທ່ານເຖິງຄວາມເມດຕາອັນອ່ອນໂຍນຂອງພຣະຜູ້ເປັນເຈົ້າ ຜ່ານທາງປະສົບການທີ່ໄດ້ເກີດຂຶ້ນໃນເກາະເປີໂຕຣິໂກ ບ້ານເກີດຂອງຂ້າພະເຈົ້າ.
ແມ່ນໃນບ້ານເກີດຂອງຂ້າພະເຈົ້າຢູ່ພອນເຊ, ເອື້ອຍນ້ອງໃນສາດສະໜາຈັກຄົນໜຶ່ງຊື່ ເຊເລຍ ຄຣູຊ໌, ໄດ້ຕັດສິນໃຈວ່າ ນາງຈະເອົາພຣະຄຳພີມໍມອນໃຫ້ໝູ່ຂອງນາງ. ນາງໄດ້ຫໍ່ ແລະ ໄດ້ເອົາຂອງຂວັນທີ່ລໍ້າຄ່າສຳລັບນາງຫລາຍກວ່າເພັດ ຫລື ທັບທິມນີ້ໄປສົ່ງ, ນາງກ່າວ. ລະຫວ່າງທາງ, ໂຈນໄດ້ເຂົ້າມາຫານາງ, ໄດ້ດຶງກະເປົາຂອງນາງ, ແລະ ໄດ້ແລ່ນໜີໄປ ໂດຍມີຂອງຂວັນອັນພິເສດນີ້ຢູ່ທາງໃນ.
ເມື່ອນາງໄດ້ເລົ່າເລື່ອງນີ້ຢູ່ທີ່ໂບດ, ໝູ່ຂອງລາວເວົ້າວ່າ, “ໃຜຈະໄປຮູ້? ບາງເທື່ອ ນີ້ອາດເປັນໂອກາດຂອງເຈົ້າທີ່ຈະແບ່ງປັນພຣະກິດຕິຄຸນ!”
ບາດແລ້ວ, ສອງສາມມື້ຕໍ່ມາ, ທ່ານຮູ້ບໍ່ວ່າ ມີຫຍັງເກີດຂຶ້ນ? ເຊເລຍໄດ້ຮັບຈົດໝາຍສະບັບໜຶ່ງ. ຂ້າພະເຈົ້າຖືຈົດໝາຍ, ຊຶ່ງເຊເລຍໄດ້ແບ່ງປັນກັບຂ້າພະເຈົ້າ, ໄວ້ໃນມືຂອງຂ້າພະເຈົ້າໃນມື້ນີ້. ຈົດໝາຍມີຄວາມວ່າ:
“ນາງ ຄຣູຊ໌:
“ອະໄພໃຫ້ຂ້ອຍແນ່, ອະໄພໃຫ້ຂ້ອຍແນ່. ເຈົ້າບໍ່ມີວັນຮູ້ວ່າ ຂ້ອຍເສຍໃຈຫລາຍສໍ່າໃດທີ່ໂຈມຕີເຈົ້າ. ແຕ່ເພາະເຫດນີ້, ຊີວິດຂອງຂ້ອຍໄດ້ປ່ຽນແປງ ແລະ ຈະສືບຕໍ່ປ່ຽນແປງຕໍ່ໄປ.
“ປຶ້ມນັ້ນ [ພຣະຄຳພີມໍມອນ] ໄດ້ຊ່ວຍຂ້ອຍໃນຊີວິດຂອງຂ້ອຍ. ຄວາມຝັນຂອງຊາຍຄົນນັ້ນຂອງພຣະເຈົ້າໄດ້ເຮັດໃຫ້ຂ້ອຍສັ່ນເຊັນ. … ຂ້ອຍຈະຄືນເງິນຫ້າ [ໂດລາ,] ໃຫ້ເຈົ້າ, ເພາະຂ້ອຍບໍ່ກ້າເອົາມັນໄປໃຊ້. ຂ້ອຍຢາກບອກເຈົ້າວ່າ ເຈົ້າເບິ່ງຄືວ່າມີລັດສະໝີຢູ່ອ້ອມຕົວເຈົ້າ. ແສງນັ້ນເບິ່ງຄືວ່າໄດ້ຢຸດຂ້ອຍ [ບໍ່ໃຫ້ທຳຮ້າຍເຈົ້າ] ຂ້ອຍຈຶ່ງໄດ້ແລ່ນໜີໄປແທນ.
“ຂ້ອຍຢາກໃຫ້ເຈົ້າຮູ້ວ່າ ເຈົ້າຈະໄດ້ພົບຂ້ອຍອີກຄັ້ງ, ແຕ່ເມື່ອເຮົາພົບກັນ, ເຈົ້າຈະບໍ່ຈື່ຂ້ອຍ, ເພາະຂ້ອຍຈະເປັນອ້າຍນ້ອງຂອງເຈົ້າ. … ນີ້ແມ່ນບ່ອນທີ່ຂ້ອຍຢູ່, ຂ້ອຍຈະຕ້ອງຊອກຫາພຣະຜູ້ເປັນເຈົ້າ ແລະ ໄປໂບດຂອງເຈົ້າ.
“ຂໍ້ຄວາມທີ່ເຈົ້າຂຽນໄວ້ໃນປຶ້ມນັ້ນ ເຮັດໃຫ້ຂ້ອຍນ້ຳຕາໄຫລ. ຕັ້ງແຕ່ຄືນວັນພຸດ ຂ້ອຍບໍ່ສາມາດຢຸດອ່ານມັນໄດ້. ຂ້ອຍໄດ້ອະທິຖານ ແລະ ໄດ້ຂໍໃຫ້ພຣະເຈົ້າອະໄພໃຫ້ຂ້ອຍ [ແລະ] ຂ້ອຍຂໍໃຫ້ເຈົ້າອະໄພໃຫ້ຂ້ອຍແນ່. … ຂ້ອຍຄິດວ່າ ຂອງຂວັນທີ່ຖືກຫໍ່ໄວ້ຈະເປັນສິ່ງທີ່ຂ້ອຍສາມາດຂາຍໄດ້. [ແທນທີ່,] ມັນໄດ້ເຮັດໃຫ້ຂ້ອຍຢາກ [ປ່ຽນ] ຊີວິດຂອງຂ້ອຍໃໝ່. … ອະໄພໃຫ້ຂ້ອຍແນ່, ອະໄພໃຫ້ຂ້ອຍແນ່, ຂ້ອຍຂໍຮ້ອງ.
“ເພື່ອນທີ່ບໍ່ຢູ່ຂອງເຈົ້າ.”
ອ້າຍເອື້ອຍນ້ອງທັງຫລາຍ, ຄວາມສະຫວ່າງຂອງພຣະຜູ້ຊ່ວຍໃຫ້ລອດສາມາດມາເຖິງເຮົາທຸກຄົນ, ບໍ່ວ່າສະພາບການຂອງເຮົາຈະເປັນແນວໃດກໍຕາມ. “ມັນເປັນໄປບໍ່ໄດ້ທີ່ທ່ານຈະຈົມລົງເລິກກວ່າຄວາມສະຫວ່າງທີ່ບໍ່ມີຂອບເຂດຂອງການຊົດໃຊ້ຂອງພຣະຄຣິດຈະສ່ອງແສງໄປເຖິງໄດ້,” ປະທານ ແຈັບຟະຣີ ອາ ຮໍແລນ ໄດ້ກ່າວ.
ສຳລັບຜູ້ຮັບຂອງຂວັນທີ່ຄາດບໍ່ເຖິງຂອງເຊເລຍ, ພຣະຄຳພີມໍມອນ, ອ້າຍນ້ອງຄົນນີ້ໄດ້ກ່າວເພີ່ມເຕີມເປັນພະຍານເຖິງຄວາມເມດຕາຂອງພຣະຜູ້ເປັນເຈົ້າ. ເຖິງແມ່ນວ່າ ມັນໃຊ້ເວລາສຳລັບອ້າຍນ້ອງຄົນນີ້ທີ່ຈະໃຫ້ອະໄພຕົນເອງ, ແຕ່ລາວໄດ້ພົບຄວາມຊື່ນຊົມໃນການກັບໃຈ. ຊ່າງອັດສະຈັນແທ້ໆ! ເອື້ອຍນ້ອງທີ່ຊື່ສັດຄົນໜຶ່ງ, ພຣະຄຳພີມໍມອນເຫລັ້ມໜຶ່ງ, ການກັບໃຈທີ່ຈິງໃຈ, ແລະ ອຳນາດຂອງພຣະຜູ້ຊ່ວຍໃຫ້ລອດ ໄດ້ນຳໄປສູ່ຄວາມຊື່ນຊົມກັບພອມອັນສົມບູນແຫ່ງພຣະກິດຕິຄຸນ ແລະ ພັນທະສັນຍາສັກສິດໃນບ້ານຂອງພຣະຜູ້ເປັນເຈົ້າ. ສະມາຊິກຄອບຄົວຄົນອື່ນໆໄດ້ເຮັດຕາມ ແລະ ໄດ້ຮັບເອົາໜ້າທີ່ຮັບຜິດຊອບອັນສັກສິດ ໃນສວນອະງຸ່ນຂອງພຣະຜູ້ເປັນເຈົ້າ, ລວມທັງການຮັບໃຊ້ເຜີຍແຜ່ເຕັມເວລາ.
ເມື່ອເຮົາມາຫາພຣະເຢຊູຄຣິດ, ເສັ້ນທາງແຫ່ງການກັບໃຈອັນຈິງໃຈຂອງເຮົາ ຈະນຳເຮົາໄປສູ່ພຣະວິຫານອັນສັກສິດຂອງພຣະຜູ້ຊ່ວຍໃຫ້ລອດໃນທີ່ສຸດ.
ຊ່າງເປັນແຮງຈູງໃຈທີ່ຊອບທຳແທ້ໆໃນການພະຍາຍາມທີ່ຈະເປັນຄົນສະອາດ—ເພື່ອທີ່ຈະມີຄ່າຄວນສຳລັບຄວາມສົມບູນຂອງພອນຕ່າງໆທີ່ເຮັດໃຫ້ເປັນໄປໄດ້ໂດຍພຣະບິດາເທິງສະຫວັນ ແລະ ພຣະບຸດຂອງພຣະອົງຜ່ານທາງພັນທະສັນຍາອັນສັກສິດໃນພຣະວິຫານ! ການຮັບໃຊ້ເປັນປະຈຳໃນບ້ານຂອງພຣະຜູ້ເປັນເຈົ້າ ແລະ ການພະຍາຍາມທີ່ຈະຮັກສາພັນທະສັນຍາອັນສັກສິດທີ່ເຮົາເຮັດຢູ່ທີ່ນັ້ນ ຈະເພີ່ມທັງຄວາມປາດຖະໜາ ແລະ ຄວາມສາມາດຂອງເຮົາໃນການປະສົບກັບການປ່ຽນແປງຂອງຫົວໃຈ, ພະລັງ, ຄວາມນຶກຄິດ, ແລະ ຈິດວິນຍານ ຊຶ່ງຈຳເປັນສຳລັບເຮົາທີ່ຈະກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດຂອງເຮົາຫລາຍຍິ່ງຂຶ້ນ. ປະທານຣະໂຊ ເອັມ ແນວສັນ ໄດ້ເປັນພະຍານວ່າ: “ບໍ່ມີສິ່ງໃດທີ່ຈະເປີດຟ້າສະຫວັນ ຫລາຍໄປກວ່າ [ການນະມັດສະການໃນພຣະວິຫານ]. ບໍ່ມີສິ່ງໃດ!”
ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ທ່ານຮູ້ສຶກບໍ່ພຽບພ້ອມບໍ? ທ່ານຮູ້ສຶກບໍ່ມີຄ່າຄວນບໍ? ທ່ານກຳລັງລັງເລໃນຕົວທ່ານເອງບໍ? ບາງທີ ທ່ານອາດກັງວົນ ແລະ ຖາມວ່າ: ເຮົາດີພໍຢູ່ບໍ? ມັນສາຍເກີນໄປສຳລັບເຮົາບໍ? ເປັນຫຍັງເຮົາຈຶ່ງລົ້ມເຫລວຢູ່ເລື້ອຍໆ ເມື່ອເຮົາກຳລັງພະຍາຍາມຈົນສຸດຄວາມສາມາດແລ້ວ?
ອ້າຍເອື້ອຍນ້ອງທັງຫລາຍ, ແນ່ນອນ ເຮົາຈະເຮັດຜິດພາດໃນຊີວິດຂອງເຮົາລະຫວ່າງທາງ. ແຕ່ຂໍໃຫ້ຈື່ໄວ້ວ່າ, ດັ່ງທີ່ແອວເດີ ແກຣິດ ດັບເບິນຢູ ກອງ ໄດ້ສິດສອນວ່າ: “ການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ແມ່ນບໍ່ມີຂອບເຂດ ແລະ ເປັນນິລັນດອນ. ເຮົາແຕ່ລະຄົນຈະຫັນເຫ ແລະ ຂາດຕົກບົກພ່ອງ. ຈະມີເວລາໃດເວລາໜຶ່ງທີ່ເຮົາຈະຫລົງທິດຫລົງທາງ. ພຣະເຈົ້າໃຫ້ເຮົາແນ່ໃຈໄດ້ວ່າ, ບໍ່ວ່າເຮົາຈະຢູ່ບ່ອນໃດ ຫລື ເຮົາເຄີຍເຮັດສິ່ງໃດ, ບໍ່ມີຈຸດໃດດອກ ທີ່ເຮົາຈະຫວນກັບຄືນບໍ່ໄດ້. ພຣະອົງລໍຖ້າຕ້ອນຮັບເຮົາຢູ່.”
ດັ່ງທີ່ ແຄຣີ ລູ ພັນລະຍາທີ່ຮັກຂອງຂ້າພະເຈົ້າໄດ້ສິດສອນຂ້າພະເຈົ້ານຳອີກ, ເຮົາທຸກຄົນຕ້ອງກັບໃຈ, ໝຸນກັບ, ແລະ ຕັ້ງເວລາໃໝ່ເປັນ “ສູນ ໂມງ” ທຸກໆມື້.
ອຸປະສັກຈະມາເຖິງ. ຂໍໃຫ້ເຮົາຢ່າໄດ້ຖ້າໃຫ້ສິ່ງຕ່າງໆເປັນເລື່ອງຍາກ ກ່ອນທີ່ຈະຫັນໄປຫາພຣະເຈົ້າ. ຂໍໃຫ້ເຮົາຢ່າໄດ້ຖ້າຈົນເຖິງບັ້ນທ້າຍຂອງຊີວິດມະຕະຂອງເຮົາເພື່ອທີ່ຈະກັບໃຈຢ່າງແທ້ຈິງ. ແຕ່, ບັດນີ້ ຂໍໃຫ້ເຮົາ, ບໍ່ວ່າເຮົາຈະຢູ່ໃນສ່ວນໃດຂອງເສັ້ນທາງແຫ່ງພັນທະສັນຍາຂອງເຮົາກໍຕາມ, ສຸມໃສ່ອຳນາດແຫ່ງການໄຖ່ຂອງພຣະເຢຊູຄຣິດ ແລະ ສຸມໃສ່ຄວາມປາດຖະໜາຂອງພຣະບິດາເທິງສະຫວັນໃຫ້ເຮົາກັບຄືນໄປຫາພຣະອົງ.
ໃນບ້ານຂອງພຣະຜູ້ເປັນເຈົ້າ, ພຣະຄຳພີສັກສິດຂອງພຣະອົງ, ສາດສະດາ ແລະ ອັກຄະສາວົກທີ່ບໍລິສຸດຂອງພຣະອົງ ໄດ້ດົນໃຈເຮົາໃຫ້ພະຍາຍາມມຸ້ງໜ້າສູ່ຄວາມບໍລິສຸດສ່ວນຕົວ ຜ່ານທາງຄຳສອນຂອງພຣະຄຣິດ.
ແລະ ນີໄຟໄດ້ກ່າວວ່າ: “ແລະ ບັດນີ້, ຈົ່ງເບິ່ງ, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ນີ້ຄືທາງນັ້ນ, ແລະ ບໍ່ມີທາງ ຫລື ພຣະນາມອື່ນໃດຈະປະທານໃຫ້ພາຍໃຕ້ສະຫວັນອີກເລີຍຊຶ່ງໂດຍທາງນັ້ນມະນຸດຈະລອດໄດ້ໃນອານາຈັກຂອງພຣະເຈົ້າ. “ແລະ ບັດນີ້, ຈົ່ງເບິ່ງ, ນີ້ຄືຄຳສອນຂອງພຣະຄຣິດ, ແລະ ຄືຄຳສອນອັນດຽວ ແລະ ແທ້ຈິງຂອງພຣະບິດາ ແລະ ຂອງພຣະບຸດ ແລະ ຂອງພຣະວິນຍານບໍລິສຸດ.”
ຂະບວນການຂອງເຮົາທີ່ຈະ “ເປັນອັນໜຶ່ງດຽວກັນ” ກັບພຣະເຈົ້າ ອາດຮູ້ສຶກທ້າທາຍ. ແຕ່ທ່ານ ແລະ ຂ້າພະເຈົ້າສາມາດຢຸດພັກ, ຢູ່ເສີຍໆ, ເບິ່ງໄປທີ່ພຣະຜູ້ເປັນເຈົ້າ, ແລະ ພະຍາຍາມຊອກຫາ ແລະ ກະທຳຕາມສິ່ງທີ່ພຣະອົງຢາກໃຫ້ເຮົາປ່ຽນ. ຖ້າເຮົາເຮັດເຊັ່ນນັ້ນດ້ວຍເຈດຕະນາອັນເຕັມທີ່, ເຮົາຈະພົບການປິ່ນປົວຂອງພຣະອົງ. ແລະ ລອງນຶກເຖິງວິທີທີ່ລູກຫລານຂອງເຮົາຈະໄດ້ຮັບພອນ ເມື່ອເຮົານ້ອມຮັບຂອງປະທານແຫ່ງການກັບໃຈຈາກພຣະຜູ້ເປັນເຈົ້າ!
ພຣະຜູ້ຊ່າງປັ້ນໝໍ້, ພໍ່ຂອງຂ້າພະເຈົ້າໄດ້ສິດສອນ, ຈະຫລໍ່ຫລອມ ແລະ ຂັດເກົາເຮົາ, ຊຶ່ງອາດເປັນເລື່ອງຍາກ. ເຖິງຢ່າງໃດກໍຕາມ, ພຣະຜູ້ປິ່ນປົວຈະຊຳລະລ້າງເຮົານຳອີກ. ຂ້າພະເຈົ້າໄດ້ປະສົບ ແລະ ສືບຕໍ່ທີ່ຈະປະສົບກັບອຳນາດແຫ່ງການປິ່ນປົວນັ້ນ. ຂ້າພະເຈົ້າເປັນພະຍານວ່າ ມັນມາເຖິງຜ່ານທາງສັດທາໃນພຣະເຢຊູຄຣິດ ແລະ ການກັບໃຈໃນແຕ່ລະວັນ.
ຂ້າພະເຈົ້າເປັນພະຍານເຖິງຄວາມຮັກຂອງພຣະເຈົ້າ ແລະ ເຖິງອຳນາດອັນບໍ່ມີຂອບເຂດຂອງການຊົດໃຊ້ຂອງພຣະບຸດຂອງພຣະອົງ. ເຮົາສາມາດຮູ້ສຶກໄດ້ຢ່າງເລິກເຊິ່ງ ເມື່ອເຮົາກັບໃຈຢ່າງຈິງໃຈ ແລະ ໝົດໃຈ.
ເພື່ອນທັງຫລາຍຂອງຂ້າພະເຈົ້າ, ຂ້າພະເຈົ້າເປັນພະຍານເຖິງການຟື້ນຟູອັນຮຸ່ງໂລດຂອງພຣະກິດຕິຄຸນຜ່ານທາງສາດສະດາໂຈເຊັບ ສະມິດ ແລະ ການນຳພາອັນສັກສິດຂອງພຣະຜູ້ຊ່ວຍໃຫ້ລອດໃນປະຈຸບັນ ຜ່ານທາງສາດສະດາຂອງພຣະອົງ ແລະ ກະບອກສຽງຂອງພຣະອົງ, ປະທານຣະໂຊ ເອັມ ແນວສັນ. ຂ້າພະເຈົ້າຮູ້ວ່າ ພຣະເຢຊູຄຣິດຊົງພຣະຊົນ ແລະ ວ່າພຣະອົງເປັນພຣະຜູ້ປິ່ນປົວຈິດວິນຍານຂອງເຮົາ. ຂ້າພະເຈົ້າຮູ້ ແລະ ຂ້າພະເຈົ້າເປັນພະຍານເຖິງສິ່ງເຫລົ່ານີ້ດ້ວຍສຸດຫົວໃຈ ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.