ສະແຫວງຫາຄຳຕອບຕໍ່ຄຳຖາມທາງຝ່າຍວິນຍານ
ຄຳຖາມຂອງເຮົາເລື່ອງພຣະກິດຕິຄຸນທີ່ຈິງໃຈ ສາມາດໃຫ້ໂອກາດພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດຊ່ວຍເຮົາໃຫ້ເຕີບໂຕ.
ຂ້າພະເຈົ້າຮູ້ວ່ານີ້ອາດເປັນເລື່ອງແປກໃຈ, ແຕ່ຂ້າພະເຈົ້າກໍແກ່ພໍທີ່ຈະຈຳໄດ້ ຕອນທີ່ເຮົາຖືກສິດສອນໃນໂຮງຮຽນວ່າ ມີດາວພະເຄາະເກົ້າດວງໃນລະບົບແສງຕາເວັນຂອງພວກເຮົາ. ໜຶ່ງໃນດາວພະເຄາະເຫລົ່ານັ້ນ, ພະລູໂຕ, ທີ່ເດັກຍິງອາຍຸ 11 ປີ ຊື່ ວານິເຊຍ ເບີນີ ຢູ່ທີ່ເມືອງອັອກສະຟອດ ປະເທດອັງກິດ ໄດ້ຕັ້ງຊື່ໃຫ້, ຫລັງຈາກໄດ້ຄົ້ນພົບມັນໃນປີ 1930. ແລະ ຈົນເຖິງປີ 1992, ພະລູໂຕ ກໍຖືກເຊື່ອກັນວ່າເປັນສິ່ງທີ່ໄກທີ່ສຸດໃນລະບົບແສງຕາເວັນຂອງພວກເຮົາ. ໃນຊ່ວງເວລານີ້, ມັນກໍເປັນເລື່ອງປົກກະຕິທີ່ຈະພົບເຫັນຮູບຈຳລອງໝູ່ດາວພະເຄາະ ທີ່ເຮັດດ້ວຍເຈ້ຍທີ່ເປັນຮູບຮ່າງຂອງໝູ່ດາວພະເຄາະໃນຫ້ອງຮຽນ ແລະ ງານສະແດງວິທະຍາສາດ, ແຕ່ລະຢ່າງສະແດງໃຫ້ເຫັນດາວພະລູໂຕແຂວນຢູ່ໃນເຂດທີ່ເປັນທີ່ຮູ້ຈັກ. ນັກວິທະຍາສາດຫລາຍຄົນໄດ້ເຊື່ອວ່າ ຢູ່ນອກຂອບລະບົບແສງຕາເວັນນັ້ນ ເປັນພຽງອາວະກາດທີ່ວ່າງເປົ່າ.
ເຖິງຢ່າງໃດກໍຕາມ, ເປັນຄຳຖາມທີ່ຍັງຄ້າງຄາຢູ່ໃນຊຸມຊົນວິທະຍາສາດ ກ່ຽວກັບທີ່ເປັນມາຕົ້ນຕໍຂອງດາວຫາງປະເພດໜຶ່ງໂດຍສະເພາະ ທີ່ນັກດາລາສາດໄດ້ຕິດຕາມສະເໝີມາ. ແລະ ຄຳຖາມນັ້ນກໍຍັງຄົງມີຢູ່ຫລາຍໆທົດສະວັດກ່ອນການຄົ້ນພົບອີກເຂດ ທີ່ຍາວໄກຂອງລະບົບແສງຕາເວັນຂອງເຮົາ. ດ້ວຍຄວາມຮູ້ທີ່ຈຳກັດທີ່ເຂົາເຈົ້າມີ, ນັກວິທະຍາສາດໄດ້ໃຊ້ຫລາຍທົດສະວັດເຫລົ່ານັ້ນ ເພື່ອຜະລິດຄວາມກ້າວໜ້າທາງດ້ານເທັກໂນໂລຈີອັນສຳຄັນ ທີ່ໄດ້ອະນຸຍາດໃຫ້ມີການສຶກສາ ແລະ ການຄົ້ນຫາເພີ່ມເຕີມ. ການຄົ້ນພົບຂອງເຂົາເຈົ້າໃນທີ່ສຸດກໍໄດ້ປັບປຸງເຂດດາວພະເຄາະຄືນໃໝ່ ແລະ ດາວພະລູໂຕກໍຖືກກຳນົດໃຫ້ຢູ່ໃນເຂດໃໝ່ຂອງອາວະກາດ ແລະ ລະບົບແສງຕາເວັນຂອງເຮົາກໍເລີຍປະກອບດ້ວຍດາວພະເຄາະແປດດວງ.
ນັກວິທະຍາສາດນຳໜ້າ ແລະ ຜູ້ສືບສວນຫລັກສຳລັບພາລະກິດອາວະກາດຂອງ New Horizons ທ່ານໜຶ່ງ ກໍຖືກມອບໝາຍດ້ວຍການຄົ້ນຫາດາວພະລູໂຕຢ່າງໃກ້ຊິດ ໄດ້ກ່າວກ່ຽວກັບປະສົບການນີ້ວ່າ: “ພວກເຮົາໄດ້ຄິດວ່າພວກເຮົາໄດ້ເຂົ້າໃຈພູມີສາດຂອງລະບົບແສງຕາເວັນຂອງເຮົາ. ພວກເຮົາບໍ່ໄດ້ເຂົ້າໃຈມັນ. ພວກເຮົາໄດ້ຄິດວ່າພວກເຮົາໄດ້ເຂົ້າໃຈຈຳນວນຂອງໝູ່ດາວພະເຄາະໃນລະບົບແສງຕາເວັນຂອງເຮົາ. ແລະ ພວກເຮົາກໍໄດ້ຄິດຜິດ.”
ສິ່ງທີ່ໂດດເດັ່ນສຳລັບຂ້າພະເຈົ້າ ກ່ຽວກັບຍຸກສະໄໝຂອງປະຫວັດສາດການຄົ້ນຫາອາວະກາດກໍຄືຈຸດທີ່ຄ້າຍຄືກັນ ແລະ ຈຸດທີ່ແຕກຕ່າງລະຫວ່າງການໄຕ່ຕາມຫາທີ່ສົມທຽບຂອງການຂະຫຍາຍຂອບຟ້າດ້ານວິທະຍາສາດ ແລະ ການເດີນທາງທີ່ເຮົາ, ໃນຖານະລູກໆຂອງພຣະເຈົ້າ, ລົງມືປະຕິບັດ ເພື່ອສະແຫວງຫາຄຳຕອບຕໍ່ຄຳຖາມທາງຝ່າຍວິນຍານຂອງເຮົາ. ໂດຍສະເພາະ, ເຮົາສາມາດຕອບຮັບແນວໃດຕໍ່ຂອບເຂດຈຳກັດຂອງຄວາມເຂົ້າໃຈທາງຝ່າຍວິນຍານຂອງເຮົາ ແລະ ກະກຽມຕົວເອງສຳລັບການເຕີບໂຕສ່ວນຕົວຂັ້ນຕໍ່ໄປ—ແລະ ບ່ອນທີ່ເຮົາສາມາດຫັນໄປຫາເພື່ອຄວາມຊ່ວຍເຫລືອ.
ເປັນບັນທັດ
ການຖາມຄຳຖາມ ແລະ ການຄົ້ນຄວ້າຫາຄວາມໝາຍເປັນພາກສ່ວນທຳມະຊາດ ແລະ ປົກກະຕິຂອງປະສົບການມະຕະຂອງເຮົາ. ບາງຄັ້ງ, ການທີ່ບໍ່ມີຄຳຕອບທີ່ຄົບຖ້ວນສາມາດນຳເຮົາໄປເຖິງນອກຂອບຂອງຄວາມເຂົ້າໃຈຂອງເຮົາ, ແລະ ຂໍ້ຈຳກັດເຫລົ່ານັ້ນສາມາດເຮັດໃຫ້ຮູ້ສຶກຫງຸດຫງິດ ຫລື ຮັບມືບໍ່ໄດ້. ຢ່າງປະຫລາດໃຈ, ແຜນແຫ່ງຄວາມສຸກຂອງພຣະບິດາເທິງສະຫວັນ ທີ່ມີໃຫ້ເຮົາທຸກຄົນຖືກອອກແບບເພື່ອຊ່ວຍໃຫ້ເຮົາກ້າວໜ້າ ເຖິງແມ່ນວ່າເຮົາຈະມີຂໍ້ຈຳກັດ ແລະ ສຳເລັດສິ່ງທີ່ເຮົາບໍ່ສາມາດສຳເລັດໄດ້ດ້ວຍຕົວເຮົາເອງ, ແມ່ນແຕ່ປາດສະຈາກຄວາມຮູ້ທີ່ສົມບູນຄົບຖ້ວນເຖິງທຸກສິ່ງທຸກຢ່າງ. ແຜນຂອງພຣະເຈົ້າແມ່ນມີເມດຕາຕໍ່ຂໍ້ຈຳກັດຂອງຄວາມເປັນມະນຸດຂອງເຮົາ; ຈັດຫາພຣະຜູ້ຊ່ວຍໃຫ້ລອດໃຫ້ເຮົາ, ພຣະເຢຊູຄຣິດ, ໃຫ້ເປັນຜູ້ລ້ຽງທີ່ດີຂອງເຮົາ; ແລະ ດົນໃຈເຮົາໃຫ້ໃຊ້ອຳເພີໃຈຂອງເຮົາທີ່ຈະເລືອກພຣະອົງ.
ແອວເດີ ດີເດີ ແອັຟ ອຸກດອບ ໄດ້ສິດສອນວ່າ “ການຖາມຄຳຖາມບໍ່ໄດ້ເປັນສັນຍານຂອງຄວາມອ່ອນແອ,” ແຕ່ “ມັນເປັນເຄື່ອງສະແດງເຖິງການເຕີບໂຕ.” ເມື່ອກ່າວເຖິງຄວາມພະຍາຍາມສ່ວນຕົວຂອງເຮົາໂດຍກົງ ໃນຖານະຜູ້ສະແຫວງຫາຄວາມຈິງ, ສາດສະດາຂອງເຮົາ, ປະທານຣະໂຊ ເອັມ ແນວສັນ, ໄດ້ສິດສອນວ່າ ເຮົາຕ້ອງມີ “ຄວາມປາດຖະໜາຢ່າງເລິກເຊິ່ງ” ແລະ “ຂໍດ້ວຍໃຈຈິງ [ແລະ] ດ້ວຍເຈດຕະນາອັນແທ້ຈິງ, ຕ້ອງມີສັດທາໃນ [ພຣະເຢຊູ] ຄຣິດ.” ເພິ່ນໄດ້ສິດສອນຕື່ມວ່າ “‘ເຈດຕະນາອັນແທ້ຈິງ’ ໝາຍຄວາມວ່າເຮົາມີ ເຈດຕະນາແທ້ໆ ທີ່ຈະເຮັດຕາມສິ່ງທີ່ສະຫວັນໄດ້ມອບໃຫ້ເຮັດ.”
ຄວາມພະຍາຍາມສ່ວນຕົວຂອງເຮົາທີ່ຈະເຕີບໂຕໃນສະຕິປັນຍາ ອາດນຳເຮົາໃຫ້ກວດສອບຄຳຖາມຂອງເຮົາ, ບໍ່ວ່າຈະຊັບຊ້ອນຫລືບໍ່, ຜ່ານເລັນຂອງເຫດ ແລະ ຜົນ, ສະແຫວງຫາ ແລະ ຮັບຮູ້ແບບແຜນ ແລະ ແລ້ວປະກອບເລື່ອງລາວທີ່ສ້າງຄວາມເຂົ້າໃຈຂອງເຮົາ ແລະ ຕື່ມສິ່ງທີ່ຄິດວ່າຍັງຂາດໃສ່ໃນຄວາມຮູ້. ເຖິງຢ່າງໃດກໍຕາມ, ເມື່ອເຮົາພິຈາລະນາການໄຕ່ຕາມຫາຄວາມຮູ້ທາງຝ່າຍວິນຍານຂອງເຮົາ, ຂັ້ນຕອນທີ່ຮອບຄອບອາດມີປະໂຫຍດເປັນບາງຄັ້ງ ແຕ່ດ້ວຍຕົວມັນເອງຈະບໍ່ຄົບຖ້ວນຂະນະທີ່ເຮົາມອງຫາເພື່ອຈະຫລິງເຫັນສິ່ງທີ່ກ່ຽວຂ້ອງກັບພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ພຣະກິດຕິຄຸນຂອງພວກພຣະອົງ, ສາດສະໜາຈັກຂອງພວກພຣະອົງ ແລະ ແຜນຂອງພວກພຣະອົງສຳລັບເຮົາທຸກຄົນ.
ວິທີທາງຂອງພຣະເຈົ້າອົງເປັນພຣະບິດາ ແລະ ພຣະບຸດຂອງພຣະອົງໃນການມອບສະຕິປັນຍາຂອງພວກພຣະອົງໃຫ້ແກ່ເຮົາ ໃຫ້ຄວາມສຳຄັນຂອງການເຊື້ອເຊີນອຳນາດຂອງພຣະວິນຍານບໍລິສຸດ ໃຫ້ເປັນຄູສອນສ່ວນຕົວຂອງເຮົາ ຂະນະທີ່ເຮົາຈັດໃຫ້ພຣະເຢຊູຄຣິດ ເປັນຈຸດສູນກາງໃນຊີວິດຂອງເຮົາ ແລະ ໃນການສະແຫວງຫາທີ່ຊື່ສັດຂອງເຮົາ ສຳລັບຄຳຕອບຂອງພວກພຣະອົງ ແລະ ຄວາມໝາຍຂອງພວກພຣະອົງ. ພວກພຣະອົງເຊື້ອເຊີນເຮົາໃຫ້ຄົ້ນຫາຄວາມຈິງ ຜ່ານທາງເວລາທີ່ອຸທິດຕົນຕໍ່ການສຶກສາພຣະຄຳພີສັກສິດ ແລະ ເພື່ອສະແຫວງຫາຄວາມຈິງທີ່ຖືກເປີດເຜີຍໃນຍຸກສຸດທ້າຍສຳລັບວັນ ແລະ ເວລາຂອງເຮົາ, ທີ່ສາດສະດາ ແລະ ອັກຄະສາວົກຍຸກໃໝ່ໄດ້ມອບໃຫ້. ພວກພຣະອົງຂໍໃຫ້ເຮົາໃຊ້ເວລາ ນະມັດສະການເປັນປະຈຳໃນບ້ານຂອງພຣະຜູ້ເປັນເຈົ້າ ແລະ ຄຸເຂົ່າອະທິຖານ “ເພື່ອຈະໄດ້ຮັບຂໍ້ມູນຈາກສະຫວັນ.” ພຣະເຢຊູໃຫ້ສັນຍາຜູ້ຄົນທີ່ຢູ່ທີ່ນັ້ນ ເພື່ອຮັບຟັງການເທດສະໜາຂອງພຣະອົງທີ່ເນີນພູ ກໍຈິງສຳລັບເຮົາໃນວັນເວລາຂອງເຮົາ ດັ່ງທີ່ມັນໄດ້ເປັນ ລະຫວ່າງການປະຕິບັດສາດສະໜາກິດຂອງພຣະອົງຢູ່ເທິງໂລກວ່າ: “ຈົ່ງໝັ່ນຂໍແລ້ວເຈົ້າຈະໄດ້ຮັບ, ຈົ່ງໝັ່ນຊອກຫາແລ້ວເຈົ້າກໍຈະໄດ້ພົບ, ຈົ່ງໝັ່ນເຄາະແລ້ວຈະຊົງໄຂໃຫ້ເຈົ້າ.” ພຣະຜູ້ຊ່ວຍໃຫ້ລອດຂອງເຮົາຮັບຮອງວ່າ “ພຣະບິດາຂອງພວກເຈົ້າຜູ້ຊົງສະຖິດຢູ່ໃນສະຫວັນ ກໍຈະເອົາຂອງດີໃຫ້ແກ່ຜູ້ທີ່ຂໍຈາກພຣະອົງ.”
ວິທີທາງການສິດສອນຂອງພຣະຜູ້ເປັນເຈົ້າແມ່ນ “ເປັນບັນທັດ, ເປັນຂໍ້ເລັກໆໜ້ອຍໆ.” ເຮົາອາດຖືກຮຽກຮ້ອງໃຫ້ “ລໍຄອຍໄວ້ວາງໃຈໃນພຣະຜູ້ເປັນເຈົ້າ” ໃນລະຫວ່າງຄຳສອນທີ່ເຮົາເຂົ້າໃຈໃນເວລານີ້ ແລະ ຄຳສອນທີ່ເຮົາຈະໄດ້ຮັບຕໍ່ໄປ. ພື້ນທີ່ສັກສິດນີ້ສາມາດເປັນສະຖານທີ່ ບ່ອນທີ່ການພັດທະນາທາງຝ່າຍວິນຍານທີ່ຍິ່ງໃຫຍ່ຂອງເຮົາ ສາມາດເກີດຂຶ້ນ—ສະຖານະການທີ່ເຮົາສາມາດ “ອົດທົນ” ກັບການສະແຫວງຫາຢ່າງຕັ້ງໃຈ ແລະ ຕໍ່ພະລັງໃໝ່ຂອງເຮົາເພື່ອຈະສຶບຕໍ່ຮັກສາຄຳສັນຍາສັກສິດ ທີ່ເຮົາໄດ້ເຮັດໄວ້ກັບພຣະເຈົ້າຜ່ານທາງພັນທະສັນຍາ.
ຄວາມສຳພັນແຫ່ງພັນທະສັນຍາຂອງເຮົາກັບພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ ໃຫ້ສັນຍານເຖິງການເປັນປະຊາຊົນທີ່ໄຊຊະນະໃນອານາຈັກຂອງພຣະເຈົ້າ. ແລະ ການອາໄສຢູ່ຂອງເຮົາຢູ່ທີ່ນັ້ນຮຽກຮ້ອງການເຮັດໃຫ້ຊີວິດຂອງເຮົາສອດຄ່ອງກັບຫລັກທຳອັນສູງສົ່ງ ແລະ ທຸ້ມເທຄວາມພະຍາຍາມເພື່ອຈະເຕີບໂຕທາງຝ່າຍວິນຍານ.
ການເຊື່ອຟັງ
ຫລັກທຳທີ່ສຳຄັນຢ່າງໜຶ່ງ ທີ່ຖືກສິດສອນຕະຫລອດທົ່ວພຣະຄຳພີມໍມອນແມ່ນ ເມື່ອລູກໆຂອງພຣະເຈົ້າເລືອກທີ່ຈະສະແດງການເຊື່ອຟັງ ແລະ ຮັກສາພັນທະສັນຍາຂອງເຂົາເຈົ້າ, ເຂົາເຈົ້າໄດ້ຮັບການຊີ້ນຳທາງຝ່າຍວິນຍານ ແລະ ທິດທາງຢ່າງຕໍ່ເນື່ອງ. ພຣະຜູ້ເປັນເຈົ້າໄດ້ບອກເຮົາວ່າ ຜ່ານທາງການເຊື່ອຟັງ ແລະ ຄວາມພາກພຽນຂອງເຮົາ, ເຮົາຈະໄດ້ຮັບຄວາມຮູ້ ແລະ ຄວາມຮູ້ແຈ້ງ. ກົດ ແລະ ພຣະບັນຍັດຂອງພຣະເຈົ້າບໍ່ໄດ້ຖືກອອກແບບ ເພື່ອໃຫ້ເປັນອຸປະສັກໃນຊີວິດຂອງເຮົາ ແຕ່ໃຫ້ເປັນປະຕູທີ່ນຳໄປສູ່ການເປີດເຜີຍສ່ວນຕົວ ແລະ ການສຶກສາທາງວິນຍານ. ປະທານແນວສັນໄດ້ສິດສອນຄວາມຈິງທີ່ສຳຄັນວ່າ “ການເປີດເຜີຍຈາກພຣະເຈົ້າສອດຄ່ອງສະເໝີ ນຳກົດນິລັນດອນຂອງພຣະອົງ” ແລະ “ມັນບໍ່ຂັດແຍ້ງຫລັກທຳຂອງພຣະອົງ.” ການເຊື່ອຟັງຢ່າງເຕັມໃຈຂອງທ່ານຕໍ່ພຣະບັນຍັດຂອງພຣະເຈົ້າ, ເຖິງແມ່ນວ່າບໍ່ໄດ້ມີຄວາມຮູ້ຢ່າງສົມບູນເຖິງເຫດຜົນ, ຈະວາງທ່ານໄວ້ໃນມິດຕະພາບຂອງສາດສະດາຂອງພຣະອົງ. ໂມເຊ ບົດທີ 5 ສິດສອນເຮົາກ່ຽວກັບການປະຕິສຳພັນຄັ້ງໜຶ່ງໂດຍສະເພາະ ລະຫວ່າງອາດາມ ແລະ ທູດອົງໜຶ່ງຂອງພຣະຜູ້ເປັນເຈົ້າ.
ຫລັງຈາກພຣະຜູ້ເປັນເຈົ້າໄດ້ມອບ “ພຣະບັນຍັດ [ໃຫ້ແກ່ອາດາມ ແລະ ເອວາ], ເພື່ອວ່າພວກເຂົາຈະນະມັດສະການພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ແລະ ຄວນຖວາຍລູກສັດຫົວປີຈາກຝູງສັດຂອງພວກເຂົາ, ເພື່ອເປັນເຄື່ອງບູຊາແດ່ພຣະຜູ້ເປັນເຈົ້າ,” ພຣະຄຳພີກ່າວວ່າ “ອາດາມໄດ້ ເຊື່ອງຟັງ ພຣະບັນຍັດຂອງພຣະຜູ້ເປັນເຈົ້າ.” ເຮົາອ່ານຕໍ່ໄປວ່າ “ຫລັງຈາກຫລາຍມື້ຜ່ານໄປ ທູດອົງໜຶ່ງຂອງພຣະຜູ້ເປັນເຈົ້າໄດ້ມາປະກົດຕໍ່ອາດາມ, ໂດຍກ່າວວ່າ: ເປັນຫຍັງເຈົ້າຈຶ່ງຖວາຍເຄື່ອງບູຊາແດ່ພຣະຜູ້ເປັນເຈົ້າ? ແລະ ອາດາມໄດ້ກ່າວຕໍ່ພຣະອົງວ່າ: ຂ້ານ້ອຍບໍ່ຮູ້, ນອກຈາກແຕ່ພຣະຜູ້ເປັນເຈົ້າໄດ້ບັນຊາຂ້ານ້ອຍ.”
ການເຊື່ອຟັງຂອງອາດາມ ໄດ້ມາກ່ອນ ຄວາມເຂົ້າໃຈຂອງເພິ່ນ ແລະ ໄດ້ກຽມ ເພິ່ນໃຫ້ຮັບເອົາ ຄວາມຮູ້ທີ່ສັກສິດ ວ່າເພິ່ນກຳລັງມີສ່ວນຮ່ວມໃນ ເຄື່ອງໝາຍສັກສິດ ຂອງການຊົດໃຊ້ຂອງພຣະເຢຊູຄຣິດ. ເຊັ່ນດຽວກັນ, ການເຊື່ອຟັງທີ່ຖ່ອມຕົວຂອງເຮົາ ຈະກຽມເສັ້ນທາງສຳລັບການຫລິງເຫັນທາງວິນຍານຂອງເຮົາ ເຖິງວິທີທາງຂອງພຣະເຈົ້າ ແລະ ຈຸດປະສົງອັນສູງສົ່ງຂອງພຣະອົງສຳລັບເຮົາແຕ່ລະຄົນ. ຄວາມພະຍາຍາມຂອງເຮົາທີ່ຈະເພີ່ມຄວາມສາມາດຂອງເຮົາເພື່ອຈະເຊື່ອຟັງ ນຳເຮົາເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດຫລາຍຂຶ້ນ, ເພາະຍ້ອນການເຊື່ອຟັງກົດ ແລະ ພຣະບັນຍັດຂອງພຣະອົງ ເປັນການເອື້ອມອອກໄປຫາພຣະອົງຢ່າງມີປະສິດທິພາບ.
ນອກຈາກນັ້ນ, ຄວາມຊື່ສັດຂອງເຮົາຕໍ່ຄວາມຮູ້ ແລະ ສະຕິປັນຍາທີ່ເຮົາ ໄດ້ມີຢູ່ແລ້ວ ຜ່ານທາງການຍຶດໝັ້ນທີ່ຊື່ສັດຕໍ່ຫລັກທຳພຣະກິດຕິຄຸນ ແລະ ພັນທະສັນຍາສັກສິດ ແມ່ນການກະກຽມທີ່ສຳຄັນສຳລັບຄວາມພ້ອມຂອງເຮົາ ທີ່ຈະຮັບເອົາ ແລະ ເປັນຜູ້ພິທັກຮັກສາການສື່ສານຈາກພຣະວິນຍານສັກສິດ.
ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ ເປັນແຫລ່ງຂອງຄວາມຈິງທັງໝົດ ແລະ ແບ່ງປັນສະຕິປັນຍາຂອງພວກພຣະອົງດ້ວຍພຣະກະລຸນາ. ພ້ອມນີ້, ການເຂົ້າໃຈວ່າ ເຮົາບໍ່ມີຄວາມຮູ້ສ່ວນຕົວໃດໆທີ່ບໍ່ຂຶ້ນກັບພຣະເຈົ້າ ສາມາດຊ່ວຍເຮົາໃຫ້ຮູ້ວ່າຈະຫັນໄປຫາໃຜ ແລະ ບ່ອນໃດເພື່ອວາງຄວາມໄວ້ວາງໃຈຕົ້ນຕໍຂອງເຮົາ.
ຄວາມໄວ້ວາງໃຈອັນເລິກເຊິ່ງ
ເລື່ອງລາວຂອງນາອາມານໃນພຣະຄຳພີເດີມ, ຜູ້ບັນຊາກອງທັບທະຫານ ທີ່ສາດສະດາເອລີຊາໄດ້ປິ່ນປົວຈາກໂຣກຂີ້ທູດ, ເປັນເລື່ອງໂປດຂອງຂ້າພະເຈົ້າໂດຍສະເພາະ. ເລື່ອງນີ້ສະແດງໃຫ້ເຫັນວ່າ ສັດທາທີ່ໝັ້ນຄົງຂອງ “ເດັກຍິງ” ຄົນໜຶ່ງໄດ້ປ່ຽນເສັ້ນທາງຊີວິດຂອງຜູ້ຊາຍຄົນໜຶ່ງ ແລະ, ສຳລັບຜູ້ຄົນທີ່ເຊື່ອທັງໝົດແນວໃດ, ໄດ້ເປີດເຜີຍຂອບເຂດຂອງຄວາມເມດຕາຂອງພຣະເຈົ້າຕໍ່ຜູ້ທີ່ວາງຄວາມໄວ້ວາງໃຈຂອງເຂົາເຈົ້າໃນພຣະອົງ ແລະ ສາດສະດາຂອງພຣະອົງ. ເຖິງແມ່ນວ່າບໍ່ມີຊື່, ເດັກຍິງຄົນນີ້ຍັງໄດ້ຊ່ວຍເພີ່ມຄວາມເຂົ້າໃຈຂອງເຮົານຳອີກ. ແລະ ຄວາມເຊື່ອທີ່ນາອາມານມີໃນປະຈັກພະຍານຂອງນາງໄດ້ດົນໃຈເພິ່ນ ໃຫ້ນຳເອົາການອ້ອນວອນຂໍການປິ່ນປົວຂອງເພິ່ນໄປຫາຜູ້ຮັບໃຊ້ທີ່ຖືກເລືອກຂອງພຣະເຈົ້າ.
ທຳອິດ ການຕອບຮັບຂອງນາອາມານຕໍ່ຄຳແນະນຳຂອງສາດສະດາເອລີຊາ ທີ່ໃຫ້ໄປອາບນໍ້າທີ່ແມ່ນໍ້າຈໍແດນນັ້ນເປັນການສົງໄສ ແລະ ໃຈຮ້າຍ. ແຕ່ຄຳເຊື້ອເຊີນໃຫ້ເພິ່ນ ເຊື່ອຟັງ ຄຳແນະນຳຂອງສາດສະດາໄດ້ເປີດທາງໃຫ້ແກ່ການປິ່ນປົວຂອງເພິ່ນ ແລະ ຄວາມເຂົ້າໃຈທີ່ອັດສະຈັນຂອງເພິ່ນວ່າ ພຣະເຈົ້າມີຈິງ.
ເຮົາອາດພົບເຫັນວ່າ ຄຳອ້ອນວອນທາງວິນຍານຂອງເຮົາມີຄຳຕອບທີ່ມີເຫດຜົນ ແລະ ຫລິງເຫັນໄດ້ ແລະ ອາດບໍ່ສ້າງຄວາມບໍ່ສະບາຍໃຈອັນໃຫຍ່ຫລວງໃຫ້ເຮົາ. ຫລື, ຄືກັນກັບນາອາມານ, ເຮົາອາດພົບເຫັນວ່າ ຄວາມຕ້ອງການຢ່າງອື່ນແມ່ນທ້າທາຍຫລາຍກວ່າ ແລະ ອາດສ້າງຄວາມຮູ້ສຶກທີ່ຫຍຸ້ງຍາກ ແລະ ຊັບຊ້ອນພາຍໃນຕົວເຮົາ. ຫລື, ຄ້າຍຄືກັນກັບຄຳບັນຍາຍເຖິງຂໍ້ສະຫລຸບຂອງນັກດາລາສາດໃນຕອນຕົ້ນ ກ່ຽວກັບລະບົບແສງຕາເວັນຂອງເຮົາ, ໃນການຄົ້ນຄວ້າຫາ ຄວາມຈິງທາງວິນຍານ ຂອງເຮົາ, ເຮົາອາດເຂົ້າເຖິງການຕີຄວາມໝາຍທີ່ຜິດ ຖ້າຫາກເຮົາເພິ່ງອາໄສພຽງແຕ່ຄວາມເຂົ້າໃຈທີ່ຈຳກັດຂອງເຮົາເທົ່ານັ້ນ, ຜົນທີ່ໂສກເສົ້າ ແລະ ບໍ່ໄດ້ເຈດຕະນາ ທີ່ອາດນຳເຮົາອອກໄປຈາກເສັ້ນທາງແຫ່ງພັນທະສັນຍາ. ແລະ ນອກຈາກນັ້ນ, ຄຳຖາມບາງຂໍ້ອາດຄົງຢູ່ຈົນກວ່າພຣະເຈົ້າ, ອົງທີ່ “ມີອຳນາດທຸກຢ່າງ,” ແລະ “ມີຄວາມສະຫລຽວສະຫລາດທຸກຢ່າງ, ແລະ ມີຄວາມເຂົ້າໃຈທຸກຢ່າງ,” ຜູ້ທີ່ “ເຂົ້າໃຈ” ໃນຄວາມເມດຕາຂອງພຣະອົງ, ໃຫ້ຄວາມເຫັນແຈ້ງຜ່ານທາງຄວາມເຊື່ອຂອງເຮົາໃນພຣະນາມຂອງພຣະອົງ.
ຄຳເຕືອນທີ່ສຳຄັນຢ່າງໜຶ່ງຈາກເລື່ອງລາວຂອງນາອາມານແມ່ນວ່າ ການຕໍ່ຕ້ານການເຊື່ອຟັງກົດ ແລະ ພຣະບັນຍັດຂອງພຣະເຈົ້າ ອາດເຮັດໃຫ້ການເຕີບໂຕຂອງເຮົາຍືດຍາວ ຫລື ຊັກຊ້າ. ເຮົາໄດ້ຮັບພອນທີ່ມີພຣະເຢຊູຄຣິດ ເປັນພຣະອາຈານຜູ້ປິ່ນປົວ. ການເຊື່ອຟັງຂອງເຮົາຕໍ່ກົດ ແລະ ພຣະບັນຍັດຂອງພຣະເຈົ້າ ສາມາດເປີດເສັ້ນທາງໃຫ້ພຣະຜູ້ຊ່ວຍໃຫ້ລອດຂອງເຮົາປະທານຄວາມເຂົ້າໃຈ ແລະ ການປິ່ນປົວ ທີ່ພຣະອົງຮູ້ວ່າເຮົາຕ້ອງການ, ອີງຕາມແຜນການປິ່ນປົວທີ່ພຣະອົງໄດ້ກຳນົດໃຫ້ເຮົາ.
ແອວເດີ ຣິເຈີດ ຈີ ສະກາດ ໄດ້ສິດສອນວ່າ “ຊີວິດນີ້ເປັນປະສົບການໃນການໄວ້ວາງໃຈທີ່ເລິກເຊິ່ງ—ໄວ້ວາງໃຈໃນພຣະເຢຊູຄຣິດ, ໄວ້ວາງໃຈໃນຄຳສອນຂອງພຣະອົງ, ໄວ້ວາງໃຈໃນຄວາມສາມາດຂອງເຮົາ ຕາມທີ່ຖືກນຳພາໂດຍພຣະວິນຍານສັກສິດ ທີ່ຈະເຊື່ອຟັງຄຳສອນເຫລົ່ານັ້ນ ເພື່ອຄວາມສຸກໃນເວລານີ້ ແລະ ສຳລັບການເປັນຢູ່ນິລັນດອນທີ່ມີຈຸດປະສົງອັນສູງສົ່ງ. ການໄວ້ວາງໃຈແມ່ນການເຊື່ອຟັງຢ່າງເຕັມໃຈ ປາດສະຈາກການຮູ້ຈຸດສຸດທ້າຍຈາກຈຸດເລີ່ມຕົ້ນ (ເບິ່ງ ສຸພາສິດ 3:5–7). ເພື່ອຈະໄດ້ຮັບຜົນ, ການໄວ້ວາງໃຈຂອງທ່ານໃນພຣະຜູ້ເປັນເຈົ້າຕ້ອງມີພະລັງ ແລະ ທົນທານຫລາຍກວ່າຄວາມໝັ້ນໃຈຂອງທ່ານໃນຄວາມຮູ້ສຶກ ແລະ ປະສົບການສ່ວນຕົວຂອງທ່ານ.
ແອວເດີ ສະກາດ ກ່າວຕໍ່ວ່າ: “ການໃຊ້ສັດທາແມ່ນການໄວ້ວາງໃຈວ່າ ພຣະຜູ້ເປັນເຈົ້າຮູ້ສິ່ງທີ່ພຣະອົງກຳລັງເຮັດຢູ່ກັບທ່ານ ແລະ ວ່າພຣະອົງສາມາດສຳເລັດມັນໄດ້ເພື່ອຄວາມດີນິລັນດອນຂອງທ່ານ ແມ່ນແຕ່ເມື່ອທ່ານບໍ່ສາມາດເຂົ້າໃຈວ່າ ພຣະອົງສາມາດເຮັດສິ່ງນັ້ນໄດ້ແນວໃດ.”
ປະຈັກພະຍານປິດທ້າຍ
ໝູ່ເພື່ອນທີ່ຮັກແພງ, ຂ້າພະເຈົ້າເປັນພະຍານວ່າ ຄຳຖາມເລື່ອງພຣະກິດຕິຄຸນທີ່ຈິງໃຈ ສາມາດໃຫ້ໂອກາດພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດຊ່ວຍເຮົາໃຫ້ເຕີບໂຕ. ຄວາມພະຍາຍາມສ່ວນຕົວຂອງຂ້າພະເຈົ້າ ທີ່ຈະສະແຫວງຫາຄຳຕອບຈາກພຣະຜູ້ເປັນເຈົ້າຕໍ່ຄຳຖາມທາງວິນຍານຂອງຂ້າພະເຈົ້າ—ໃນອະດີດ ແລະ ປະຈຸບັນ—ໄດ້ອະນຸຍາດໃຫ້ຂ້າພະເຈົ້າ ໃຊ້ຊ່ອງວ່າງລະຫວ່າງຄວາມເຂົ້າໃຈຂອງຂ້າພະເຈົ້າ ແລະ ຂອງພຣະເຈົ້າ ແລະ ຝຶກຝົນການເຊື່ອຟັງພຣະອົງ ແລະ ຄວາມຊື່ສັດຕໍ່ຄວາມຮູ້ທາງວິນຍານ ທີ່ຂ້າພະເຈົ້າມີຢູ່ໃນເວລານີ້.
ຂ້າພະເຈົ້າເປັນພະຍານວ່າ ການວາງຄວາມໄວ້ວາງໃຈຂອງທ່ານໄວ້ທີ່ພຣະບິດາເທິງສະຫວັນ ແລະ ໃນສາດສະດາຂອງພຣະອົງ, ຜູ້ທີ່ພຣະອົງໄດ້ສົ່ງມາ, ຈະຊ່ວຍທ່ານໃຫ້ເຕີບໂຕທາງວິນຍານ ແລະ ຜັກດັນທ່ານໄປໜ້າສູ່ຄວາມຮູ້ ແລະ ຄວາມເຂົ້າໃຈທີ່ບໍ່ມີຂອບເຂດຂອງພຣະເຈົ້າ. ທັດສະນະຂອງທ່ານຈະປ່ຽນໄປ ເພາະທ່ານຈະປ່ຽນໄປ. ພຣະເຈົ້າຮູ້ວ່າເມື່ອທ່ານຢູ່ສູງຂຶ້ນເທົ່າໃດ, ທ່ານຈະສາມາດເຫັນໄດ້ຢ່າງກວ້າງໄກເທົ່ານັ້ນ. ພຣະຜູ້ຊ່ວຍໃຫ້ລອດຂອງເຮົາເຊື້ອເຊີນທ່ານໃຫ້ກ້າວຂຶ້ນໄປສູ່ຄວາມຮູ້ທີ່ມີເພີ່ມຂຶ້ນນັ້ນ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.