ບຸດ ແລະ ທິດາຂອງພຣະເຈົ້າ
ເຮົາເຊື່ອຢ່າງແທ້ຈິງວ່າເຮົາທຸກຄົນເປັນລູກຂອງພຣະເຈົ້າແທ້ໆ, ແລະ ຍ້ອນແນວນັ້ນ, ເຮົາມີສັກກະຍະພາບທີ່ຈະເປັນເໝືອນກັບພຣະອົງ.
ມື້ນີ້ ຂ້າພະເຈົ້າຢາກກ່າວເຖິງຄວາມຈິງຂອງພຣະກິດຕິຄຸນທີ່ຊື່ນຊົມຍິນດີ, ອັນສະຫງ່າລາສີ, ແລະ ມີພະລັງທີ່ສຸດທີ່ພຣະເຈົ້າໄດ້ເປີດເຜີຍ. ໃນເວລາດຽວກັນ, ມັນເປັນເລື່ອງແປກທີ່ເຮົາມັກຖືກວິພາກວິຈານ. ປະສົບການທີ່ຂ້າພະເຈົ້າໄດ້ຮັບເມື່ອຫລາຍປີກ່ອນ ໄດ້ເຮັດໃຫ້ຂ້າພະເຈົ້າຮູ້ສຶກກະຕັນຍູຢ່າງເລິກເຊິ່ງສຳລັບພຣະກິດຕິຄຸນແຫ່ງຄວາມຈິງນີ້.
ໃນຖານະຕົວແທນຂອງສາດສະໜາຈັກ, ຄັ້ງໜຶ່ງຂ້າພະເຈົ້າໄດ້ຖືກຮັບເຊີນໃຫ້ໄປຮ່ວມກອງປະຊຸມທາງສາດສະໜາ ບ່ອນທີ່ໄດ້ປະກາດວ່ານັບແຕ່ເວລານັ້ນເປັນຕົ້ນໄປ ເຂົາເຈົ້າຈະຍອມຮັບການບັບຕິສະມາທັງໝົດທີ່ປະຕິບັດໂດຍໂບດຄຣິດສະຕຽນອື່ນໆ, ຕາບໃດທີ່ພິທີການໄດ້ຖືກກະທຳດ້ວຍນ້ຳ ແລະ ໃນພຣະນາມຂອງພຣະບິດາ ແລະ ຂອງພຣະບຸດ ແລະ ຂອງພຣະວິນຍານບໍລິສຸດ. ຈາກນັ້ນມັນໄດ້ຖືກອະທິບາຍວ່າ ນະໂຍບາຍນີ້ບໍ່ໄດ້ກ່ຽວຂ້ອງກັບພິທີບັບຕິສະມາທີ່ປະຕິບັດໂດຍສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
ຫລັງຈາກກອງປະຊຸມ, ຂ້າພະເຈົ້າໄດ້ມີໂອກາດເຈາະເລິກກ່ຽວກັບເຫດຜົນສຳລັບຂໍ້ຍົກເວັ້ນດັ່ງກ່າວກັບເຈົ້າໜ້າທີ່ຜູ້ນຳທີ່ຮັບຜິດຊອບກ່ຽວກັບການປະກາດນັ້ນ. ພວກເຮົາໄດ້ມີການສົນທະນາທີ່ດີເລີດ ແລະ ໃຫ້ຄວາມຮູ້ແຈ້ງ.
ໂດຍສະຫລຸບແລ້ວ, ລາວໄດ້ອະທິບາຍໃຫ້ຂ້າພະເຈົ້າຟັງວ່າ ຂໍ້ຍົກເວັ້ນນີ້ກ່ຽວຂ້ອງຕົ້ນຕໍກັບຄວາມເຊື່ອສະເພາະຂອງພວກເຮົາກ່ຽວກັບຝ່າຍພຣະເຈົ້າ, ຊຶ່ງຄຣິດສະຕຽນນິກາຍອື່ນມັກຈະອ້າງອີງເຖິງພຣະສາມອົງ. ຂ້າພະເຈົ້າໄດ້ສະແດງຄວາມຂອບໃຈທີ່ລາວໄດ້ສະລະເວລາຂອງລາວໃນການອະທິບາຍຄວາມເຊື່ອຂອງລາວ ແລະ ນະໂຍບາຍຂອງໂບດຂອງລາວໃຫ້ຂ້າພະເຈົ້າຟັງ. ໃນຕອນທ້າຍຂອງການສົນທະນາຂອງພວກເຮົາ, ພວກເຮົາໄດ້ໂອບກອດກັນ ແລະ ຈາກນັ້ນກໍກ່າວຄຳອຳລາ.
ໃນຕອນຕໍ່ມາ ຂ້າພະເຈົ້າໄດ້ໄຕ່ຕອງກ່ຽວການສົນທະນາຂອງພວກເຮົາ, ສິ່ງທີ່ຜູ້ນຳຄົນນີ້ເວົ້າກ່ຽວກັບໄພ່ພົນຍຸກສຸດທ້າຍວ່າບໍ່ເຂົ້າໃຈກ່ຽວກັບສິ່ງທີ່ລາວເອີ້ນວ່າ “ຄວາມລຶກລັບຂອງພຣະສາມອົງ” ກໍໄດ້ວົນວຽນຢູ່ໃນໃຈຂອງຂ້າພະເຈົ້າ. ລາວກຳລັງອ້າງອີງເຖິງຫຍັງ? ມັນຄົງກ່ຽວຂ້ອງກັບຄວາມເຂົ້າໃຈຂອງເຮົາກ່ຽວກັບທຳມະຊາດຂອງພຣະເຈົ້າ. ເຮົາເຊື່ອວ່າພຣະເຈົ້າອົງເປັນພຣະບິດາ “ເປັນມະນຸດທີ່ໄດ້ຮັບຄວາມສູງສົ່ງແລ້ວ” ມີ “ພຣະກາຍທີ່ເປັນເນື້ອໜັງ ແລະ ກະດູກທີ່ສະຫງ່າລາສີ ແລະ ສຳຜັດໄດ້ດັ່ງຂອງມະນຸດ; [ແລະ] ພຣະບຸດກໍຄືກັນ.” ດັ່ງນັ້ນ, ທຸກຄັ້ງທີ່ເຮົາເວົ້າກ່ຽວກັບທຳມະຊາດຂອງພຣະເຈົ້າ, ໃນທາງດຽວກັນ, ເຮົາກໍກຳລັງເວົ້າເຖິງທຳມະຊາດຂອງເຮົາເອງ.
ແລະ ນີ້ຄືຄວາມຈິງບໍ່ພຽງແຕ່ເພາະເຮົາທຸກຄົນໄດ້ຖືກສ້າງຂຶ້ນມາໃນ “ລັກສະນະ [ຂອງພຣະອົງ], ຕາມແບບຢ່າງ [ຂອງພຣະອົງ],” ແຕ່ຍັງເປັນເພາະວ່າ, ດັ່ງທີ່ຜູ້ຂຽນເພງສັນລະເສີນໄດ້ບັນທຶກໄວ້, ພຣະເຈົ້າໄດ້ກ່າວວ່າ, “ພວກເຈົ້າຄືບັນດາພຣະທັງຫລາຍ; ພວກລູກຊາຍອົງສູງສຸດທັງໝົດ.” ນີ້ຄືຫລັກທຳອັນລ້ຳຄ່າສຳລັບເຮົາ ບັດນີ້ໄດ້ຮັບການຟື້ນຄືນມາພ້ອມກັບການມາເຖິງຂອງການຟື້ນຟູ. ສະຫລຸບແລ້ວ, ບໍ່ມີຫຍັງທີ່ຫລາຍ ຫລື ໜ້ອຍໄປກວ່າບົດຮຽນທຳອິດທີ່ຜູ້ສອນສາດສະໜາໄດ້ສິດສອນ, ໃນບົດທຳອິດ, ຫຍໍ້ໜ້າທຳອິດ, ແຖວທຳອິດ ທີ່ວ່າ: “ພຣະເຈົ້າຄືພຣະບິດາເທິງສະຫວັນຂອງເຮົາ, ແລະ ເຮົາເປັນລູກຂອງພຣະອົງ.”
ບັດນີ້, ທ່ານອາດຈະເວົ້າໄດ້ວ່າ,“ແຕ່ມີຫລາຍຄົນທີ່ເຊື່ອວ່າເຮົາເປັນລູກຂອງພຣະເຈົ້າ.” ແມ່ນແລ້ວ, ນັ້ນເປັນຄວາມຈິງ, ແຕ່ຄວາມເຂົ້າໃຈຂອງເຂົາເຈົ້າອາດຈະແຕກຕ່າງເລັກນ້ອຍໄປຈາກຄວາມໝາຍອັນເລິກເຊິ່ງທີ່ເຮົາຢືນຢັນ. ສຳລັບໄພ່ພົນຍຸກສຸດທ້າຍແລ້ວ, ຄຳສອນນີ້ບໍ່ແມ່ນການປຽບທຽບ. ແຕ່, ເຮົາເຊື່ອຢ່າງແທ້ຈິງວ່າເຮົາທຸກຄົນເປັນລູກຂອງພຣະເຈົ້າແທ້ໆ. ພຣະອົງຄື “ພຣະບິດາແຫ່ງວິນຍານ [ຂອງເຮົາ],” ແລະ ຍ້ອນເຫດຜົນນັ້ນ, ເຮົາຈຶ່ງມີສັກກະຍະພາບທີ່ຈະກາຍເປັນເໝືອນດັ່ງພຣະອົງ, ຊຶ່ງເບິ່ງຄືວ່າອາດຈະເປັນທີ່ເຂົ້າໃຈບໍ່ໄດ້ສຳລັບບາງຄົນ.
ບັດນີ້ເປັນເວລາຫລາຍກວ່າ 200 ປີນັບຕັ້ງແຕ່ພາບທີ່ມາໃຫ້ເຫັນຄັ້ງທຳອິດໄດ້ເປີດປະຕູແຫ່ງການຟື້ນຟູ. ໃນເວລານັ້ນ, ຊາຍໜຸ່ມໂຈເຊັບ ສະມິດ ໄດ້ສະແຫວງຫາການຊີ້ນຳຈາກສະຫວັນເພື່ອໃຫ້ຮູ້ວ່າຄວນເຂົ້າຮ່ວມສາດສະໜາຈັກໃດ. ຜ່ານທາງການເປີດເຜີຍທີ່ເພິ່ນໄດ້ຮັບໃນມື້ນັ້ນ, ແລະ ການເປີດເຜີຍທີ່ໄດ້ຮັບໃນເວລາຕໍ່ມາ, ສາດສະດາໂຈເຊັບໄດ້ຮັບຄວາມຮູ້ກ່ຽວກັບທຳມະຊາດຂອງພຣະເຈົ້າ ແລະ ຄວາມສຳພັນຂອງເຮົາກັບພຣະອົງໃນຖານະລູກໆຂອງພຣະອົງ.
ຍ້ອນແນວນັ້ນ, ເຮົາຈຶ່ງໄດ້ຮຽນຮູ້ຢ່າງຊັດເຈນວ່າພຣະບິດາເທິງສະຫວັນຂອງເຮົາໄດ້ສິດສອນຄຳສອນທີ່ມີຄ່ານີ້ຕັ້ງແຕ່ການເລີ່ມຕົ້ນ. ຂ້າພະເຈົ້າຂໍຍົກຕົວຢ່າງພຣະຄຳພີຢ່າງໜ້ອຍສອງເລື່ອງ ເພື່ອອະທິບາຍສິ່ງນີ້.
ທ່ານອາດຈະຈື່ຈຳຄຳແນະນຳຂອງພຣະເຈົ້າຕໍ່ໂມເຊໄດ້ ດັ່ງທີ່ມີບັນທຶກໄວ້ໃນ ໄຂ່ມຸກອັນລ້ຳຄ່າ.
ເຮົາອ່ານວ່າ “ພຣະເຈົ້າໄດ້ກ່າວກັບໂມເຊວ່າ: ຈົ່ງເບິ່ງ, ເຮົາຄືອົງພຣະຜູ້ເປັນເຈົ້າ ຜູ້ຊົງລິດອຳນາດຍິ່ງໃຫຍ່, ແລະ ບໍ່ມີທີ່ສຸດຄືນາມຂອງເຮົາ.” ໃນອີກຄຳໜຶ່ງ, ໂມເຊ, ເຮົາຢາກໃຫ້ເຈົ້າຮູ້ວ່າເຮົາແມ່ນໃຜ. ຈາກນັ້ນພຣະອົງໄດ້ກ່າວຕື່ມວ່າ, “ແລະ, ຈົ່ງເບິ່ງ, ເຈົ້າເປັນບຸດຂອງເຮົາ.” ຕໍ່ມາ ພຣະອົງໄດ້ກ່າວວ່າ, “ແລະ ເຮົາມີວຽກງານຢ່າງໜຶ່ງສຳລັບເຈົ້າ, ໂມເຊ, ບຸດຂອງເຮົາ; ແລະ ເຈົ້າຈະເໝືອນພຣະອົງດຽວທີ່ຖືກຳເນີດຂອງເຮົາ.” ແລະ ທ້າຍທີ່ສຸດແລ້ວ, ພຣະອົງໄດ້ຈົບດ້ວຍຄຳວ່າ, “ແລະ ບັດນີ້, ຈົ່ງເບິ່ງ, ສິ່ງນີ້ສິ່ງດຽວທີ່ເຮົາສະແດງແກ່ເຈົ້າ, ໂມເຊ, ບຸດຂອງເຮົາ.”
ປະກົດວ່າພຣະເຈົ້າໄດ້ຕັ້ງພຣະໄທທີ່ຈະສິດສອນໂມເຊ ຢ່າງໜ້ອຍ ເຖິງບົດຮຽນນີ້: “ເຈົ້າເປັນບຸດຂອງເຮົາ,” ຊຶ່ງພຣະອົງໄດ້ກ່າວຊ້ຳຢ່າງໜ້ອຍສາມຄັ້ງ. ແມ່ນແຕ່ຊື່ຂອງໂມເຊ ພຣະອົງກໍບໍ່ໄດ້ກ່າວປາດສະຈາກການກ່າວບອກທັນທີວ່າເພິ່ນເປັນບຸດຂອງພຣະອົງ.
ເຖິງຢ່າງໃດກໍຕາມ, ຫລັງຈາກທີ່ໂມເຊໄດ້ຖືກປະໃຫ້ຢູ່ຄົນດຽວ, ເພິ່ນໄດ້ຮູ້ສຶກອ່ອນແອເພາະວ່າເພິ່ນບໍ່ໄດ້ຢູ່ຕໍ່ພຣະພັກຂອງພຣະເຈົ້າ. ນັ້ນແມ່ນເວລາທີ່ຊາຕານໄດ້ເຂົ້າມາລໍ້ລວງເພິ່ນ. ທ່ານສາມາດເຫັນແບບແຜນຢູ່ນີ້ບໍ? ສິ່ງທຳອິດທີ່ມັນກ່າວກໍຄື: “ໂມເຊ, ບຸດມະນຸດ, ຈົ່ງນະມັດສະການເຮົາ.”
ໃນບໍລິບົດນີ້, ຄຳຮ້ອງຂໍຂອງຊາຕານໃຫ້ນະມັດສະການມັນ ເປັນພຽງແຕ່ການລົບກວນເທົ່ານັ້ນ. ການລໍ້ລວງທີ່ສຳຄັນສຳລັບໂມເຊໃນເວລາທີ່ອ່ອນແອນັ້ນກໍຄື ໃຫ້ສັບສົນ ແລະ ເຊື່ອວ່າເພິ່ນເປັນພຽງ “ບຸດມະນຸດ,” ເທົ່ານັ້ນ ແທນທີ່ຈະເປັນລູກຂອງພຣະເຈົ້າ.
“ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມເຊໄດ້ຫລຽວເບິ່ງຊາຕານ ແລະ ໄດ້ກ່າວວ່າ: ທ່ານເປັນໃຜ? ເພາະຈົ່ງເບິ່ງ, ຂ້າພະເຈົ້າເປັນ ບຸດຂອງພຣະເຈົ້າ, ເປັນເໝືອນພຣະອົງດຽວທີ່ຖືກຳເນີດຂອງພຣະອົງ.” ໂຊກດີທີ່, ໂມເຊບໍ່ໄດ້ສັບສົນ ແລະ ບໍ່ຍອມໃຫ້ຕົວເອງຖືກລໍ້ລວງ. ເພິ່ນໄດ້ຮຽນຮູ້ບົດຮຽນແລ້ວວ່າເພິ່ນແມ່ນໃຜແທ້ໆ.
ເລື່ອງຕໍ່ໄປແມ່ນພົບເຫັນຢູ່ໃນ ມັດທາຍ 14. ບັນດານັກປາດອາຈານໄດ້ຕັ້ງຊື່ເລື່ອງນີ້ວ່າ “ການລໍ້ລວງສາມຄັ້ງຂອງພຣະເຢຊູ,” ຄືກັນກັບວ່າພຣະຜູ້ເປັນເຈົ້າໄດ້ຖືກລໍ້ລວງພຽງແຕ່ສາມຄັ້ງເທົ່ານັ້ນ, ຊຶ່ງແນ່ນອນວ່າບໍ່ແມ່ນແນວນັ້ນ.
ນ້ຳມຶກນັບຫລາຍຮ້ອຍກາລອນໄດ້ຖືກນຳມາໃຊ້ເພື່ອອະທິບາຍຄວາມໝາຍ ແລະ ເນື້ອຫາຂອງການລໍ້ລວງເຫລົ່ານີ້. ດັ່ງທີ່ເຮົາຮູ້ແລ້ວວ່າ, ບົດນີ້ເລີ່ມຕົ້ນດ້ວຍການອະທິບາຍວ່າ ພຣະເຢຊູໄດ້ເຂົ້າໄປໃນທະເລຊາຍ, “ຫລັງຈາກໄດ້ [ຖືສິນອົດເຂົ້າ] ໄດ້ສີ່ສິບວັນສີ່ສິບຄືນແລ້ວ ພຣະເຢຊູກໍຢາກອາຫານ.”
ການລໍ້ລວງຄັ້ງທຳອິດຂອງຊາຕານເບິ່ງຄືວ່າກ່ຽວຂ້ອງກັບຄວາມຕ້ອງການທາງດ້ານຮ່າງກາຍຂອງພຣະຜູ້ເປັນເຈົ້າເທົ່ານັ້ນ. “ຈົ່ງສັ່ງກ້ອນຫີນເຫລົ່ານັ້ນໃຫ້ເປັນອາຫານແມ,” ມັນທ້າທາຍພຣະຜູ້ຊ່ວຍໃຫ້ລອດ.
ການລໍ້ລວງຄັ້ງທີສອງອາດຄົງກ່ຽວຂ້ອງກັບການທົດລອງພຣະເຈົ້າ: “ຈົ່ງໂດດລົງເບິ່ງດູ: ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, ພຣະເຈົ້າຈະສັ່ງ [ເຫລົ່າທູດ] ເຖິງເລື່ອງທ່ານ.”
ສຸດທ້າຍແລ້ວ, ການລໍ້ລວງຄັ້ງທີສາມຂອງຊາຕານອ້າງເຖິງຄວາມປາດຖະໜາ ແລະ ຄວາມຍິ່ງໃຫຍ່ທັງໝົດທາງໂລກ. ຫລັງຈາກພຣະເຢຊູໄດ້ຖືກສະແດງໃຫ້ເຫັນ “ອານາຈັກທັງໝົດຂອງໂລກແລ້ວ, … [ຊາຕານ] ໄດ້ກ່າວກັບພຣະອົງວ່າ, ເຮົາຈະມອບສິ່ງທັງໝົດນີ້ໃຫ້ແກ່ທ່ານ, ຖ້າທ່ານກົ້ມຂາບນະມັດສະການເຮົາ.”
ໃນຄວາມເປັນຈິງ, ການລໍ້ລວງຂັ້ນສຸດຍອດຂອງຊາຕານ ອາດຈະບໍ່ກ່ຽວຂ້ອງກັບການຊັກຈູງສາມຢ່າງນີ້ຫລາຍປານໃດ ແຕ່ກ່ຽວຂ້ອງກັບການລໍ້ລວງພຣະເຢຊູຄຣິດ ໃຫ້ສົງໄສໃນທຳມະຊາດແຫ່ງສະຫວັນຂອງພຣະອົງ. ຢ່າງນ້ອຍສອງຄັ້ງ, ທີ່ການລໍ້ລວງນັ້ນໄດ້ເລີ່ມຕົ້ນດ້ວຍຄຳທ້າທາຍຈາກຊາຕານ ທີ່ວ່າ: “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ”—ຖ້າທ່ານເຊື່ອແທ້ໆ, ຈົ່ງເຮັດອັນນີ້ ຫລື ອັນນັ້ນແມ.
ຈົ່ງສັງເກດເບິ່ງວ່າໄດ້ເກີດຫຍັງຂຶ້ນກ່ອນທີ່ພຣະເຢຊູຈະເຂົ້າໄປໃນທະເລຊາຍເພື່ອຖືສິນອົດເຂົ້າ ແລະ ອະທິຖານ: ເຮົາພົບເລື່ອງລາວກ່ຽວກັບການບັບຕິສະມາຂອງພຣະຄຣິດ. ແລະ ເມື່ອພຣະອົງໄດ້ຂຶ້ນມາຈາກນ້ຳ, ກໍມີ “ສຽງຈາກສະຫວັນ, ກ່າວວ່າ, ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາ, ຜູ້ເຮົາພໍໃຈຫລາຍ.”
ເຮົາເຫັນການກ່ຽວເນື່ອງນີ້ບໍ? ເຮົາສາມາດສັງເກດເຫັນແບບແຜນໃນທີ່ນີ້ແລ້ວບໍ?
ມັນບໍ່ແມ່ນເລື່ອງແປກທີ່ທຸກຄັ້ງທີ່ເຮົາໄດ້ຖືກສິດສອນກ່ຽວກັບທຳມະຊາດແຫ່ງສະຫວັນ ແລະ ຈຸດໝາຍປາຍທາງຂອງເຮົາ, ຜູ້ປໍລະປັກກັບຄວາມຊອບທຳທັງໝົດໄດ້ລໍ້ລວງເຮົາໃຫ້ຕັ້ງຄຳຖາມກ່ຽວກັບສິ່ງເຫລົ່ານີ້.
ການຕັດສິນໃຈຂອງເຮົາຈະແຕກຕ່າງໄປແນວໃດຖ້າວ່າເຮົາຮູ້ຈັກແທ້ໆວ່າເຮົາແມ່ນໃຜແທ້ໆ.
ເຮົາດຳລົງຊີວິດຢູ່ໃນໂລກແຫ່ງຄວາມທ້າທາຍ, ໂລກທີ່ຄວາມສັບສົນວຸ້ນວາຍກຳລັງເພີ່ມທະວີຂຶ້ນ, ຊຶ່ງຜູ້ຄົນທີ່ມີກຽດພະຍາຍາມເນັ້ນຢ້ຳເຖິງຢ່າງນ້ອຍສັກສີຄວາມເປັນມະນຸດຂອງເຮົາ, ໃນຂະນະທີ່ເຮົາເປັນສະມາຊິກຂອງສາດສະໜາຈັກທີ່ຍຶດຖືພຣະກິດຕິຄຸນອັນຍົກລະດັບວິໄສທັດຂອງເຮົາ ແລະ ເຊື້ອເຊີນເຮົາໃຫ້ເຂົ້າໄປສູ່ຄວາມສູງສົ່ງ.
ພຣະບັນຍັດຂອງພຣະເຢຊູຄືໃຫ້ “ເປັນຄົນດີທີ່ສຸດ, ເໝືອນຢ່າງພຣະບິດາ [ຂອງເຮົາ] ຜູ້ສະຖິດຢູ່ໃນສະຫວັນເປັນຜູ້ທີ່ດີທີ່ສຸດ” ເປັນການສະທ້ອນໃຫ້ເຫັນຢ່າງຊັດເຈນເຖິງຄວາມຄາດຫວັງສູງຂອງພຣະອົງ ແລະ ຄວາມເປັນໄປໄດ້ສຳລັບນິລັນດອນຂອງເຮົາ. ບັດນີ້, ສິ່ງເຫລົ່ານີ້ຈະບໍ່ເກີດຂຶ້ນໃນຊົ່ວເວລາຂ້າມຄືນ. ໃນຄຳເວົ້າຂອງປະທານແຈັບຟະຣີ ອາ ຮໍແລນ, ມັນຈະເກີດຂຶ້ນ “ໃນທີ່ສຸດ.” ແຕ່ໃນຄຳສັນຍານັ້ນຄືຖ້າເຮົາ “ມາຫາພຣະຄຣິດ,” ເຮົາຈະ “ຖືກເຮັດໃຫ້ເປັນຄົນດີພ້ອມໃນພຣະອົງ.” ສິ່ງນັ້ນຮຽກຮ້ອງໃຫ້ເຮັດວຽກຢ່າງຫລວງຫລາຍ—ບໍ່ແມ່ນວຽກງານໃດກໍໄດ້, ແຕ່ເປັນວຽກງານແຫ່ງຄວາມສູງສົ່ງ. ວຽກງານຂອງພຣະອົງ!
ບັດນີ້, ຂ່າວດີກໍຄືພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາ ຜູ້ໄດ້ກ່າວວ່າ, “ເພາະຈົ່ງເບິ່ງ, ນີ້ຄື ວຽກງານຂອງເຮົາ ແລະ ລັດສະໝີພາບຂອງເຮົາ—ຄືການທີ່ຈະເຮັດໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງມະນຸດ.”
ຄຳເຊື້ອເຊີນຂອງປະທານຣະໂຊ ເອັມ ແນວສັນ ໃຫ້ “ຄິດກ່ຽວກັບຊັ້ນສູງ” ເປັນການເຕືອນໃຈທີ່ດີຫລາຍກ່ຽວກັບທຳມະຊາດແຫ່ງສະຫວັນ, ຕົ້ນກຳເນີດ, ແລະ ຈຸດໝາຍປາຍທາງທີ່ເປັນໄປໄດ້ຂອງເຮົາ. ເຮົາສາມາດໄດ້ຮັບອານາຈັກຊັ້ນສູງ ຜ່ານທາງການເສຍສະລະຊົດໃຊ້ຂອງພຣະເຢຊູຄຣິດເທົ່ານັ້ນ.
ບາງທີນັ້ນອາດຈະເປັນສາເຫດທີ່ຊາຕານໄດ້ພະຍາຍາມລໍ້ລວງພຣະເຢຊູດ້ວຍການລໍ້ລວງແບບດຽວກັນຕັ້ງແຕ່ການເລີ່ມຕົ້ນຈົນຈົບຂອງການປະຕິບັດສາດສະໜາກິດຂອງພຣະອົງຢູ່ເທິງໂລກນີ້. ມັດທາຍໄດ້ບັນທຶກໄວ້ວ່າ ໃນຂະນະທີ່ພຣະເຢຊູໄດ້ຖືກຄຶງຢູ່ເທິງໄມ້ກາງແຂນ, ຝ່າຍປະຊາຊົນ “ທີ່ຜ່ານໄປມານັ້ນ, … ກ່າວໝິ່ນປະໝາດວ່າ, … ຖ້າເຈົ້າເປັນລູກຂອງພຣະເຈົ້າແທ້ ຊ່ວຍຕົນເອງແມ, ຈົ່ງລົງມາຈາກໄມ້ກາງແຂນເບິ່ງດູ.” ລັດສະໝີພາບຈົ່ງມີແກ່ພຣະເຈົ້າທີ່ພຣະອົງບໍ່ໄດ້ຮັບຟັງ ແຕ່ໄດ້ຈັດຕຽມທາງໄວ້ໃຫ້ເຮົາເພື່ອຈະໄດ້ຮັບພອນກ່ຽວກັບຊັ້ນສູງທຸກປະການ.
ຂໍໃຫ້ເຮົາຈື່ຈຳໄວ້ສະເໝີ, ຄວາມສຸກຂອງເຮົາໄດ້ຖືກຈ່າຍມາດ້ວຍລາຄາແພງຫລາຍ.
ຂ້າພະເຈົ້າເປັນພະຍານເຊັ່ນດຽວກັບອັກຄະສາວົກໂປໂລວ່າ “ພຣະວິນຍານຂອງພຣະເຈົ້າຮ່ວມເປັນພະຍານກັບວິນຍານຂອງພວກເຮົາ, ປະກາດວ່າ ພວກເຮົາເປັນລູກຂອງພຣະເຈົ້າ: ແລະ ຖ້າເຮົາທັງຫລາຍເປັນບຸດແລ້ວ, ເຮົາກໍເປັນຜູ້ຮັບມໍລະດົກດ້ວຍ; ຄືເປັນຜູ້ຮັບມໍລະດົກຈາກພຣະເຈົ້າ, ແລະ ເປັນຜູ້ຮ່ວມຮັບມໍລະດົກກັບພຣະຄຣິດ; ຖ້າແມ່ນເຮົາທັງຫລາຍໄດ້ທົນທຸກທໍລະມານດ້ວຍກັນກັບພຣະອົງນັ້ນ, ພວກເຮົາກໍຈະໄດ້ຮັບສະຫງ່າລາສີກັບພຣະອົງເໝືອນກັນ.” ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.