ການໄວ້ວາງໃຈພຣະບິດາຂອງເຮົາ
ພຣະເຈົ້າໄວ້ວາງພຣະໄທເຮົາໃນການຕັດສິນໃຈທີ່ສຳຄັນຫລາຍຢ່າງ, ແລະ ໃນທຸກເລື່ອງ ພຣະອົງຂໍໃຫ້ເຮົາໄວ້ວາງໃຈພຣະອົງ.
ໃນວັນທີ 1 ເດືອນມິຖຸນາ, 1843, ແອັດດີສັນ ພະແຣັດ ໄດ້ອອກຈາກເມືອງນາວູ, ລັດອິລິນອຍ, ເພື່ອສັ່ງສອນພຣະກິດຕິຄຸນໃນໝູ່ເກາະຮາວາຍ, ໂດຍປ່ອຍປະພັນລະຍາຂອງເພິ່ນ, ນາງລຸຍອິດຊາ ບານສ໌ ພະແຣັດ, ໃຫ້ເບິ່ງແຍງຄອບຄົວທີ່ລູກຍັງນ້ອຍຢູ່ຂອງພວກເພິ່ນ.
ໃນເມືອງນາວູ, ຂະນະທີ່ການຂົ່ມເຫັງຮຸນແຮງຂຶ້ນ, ບັງຄັບໃຫ້ໄພ່ພົນໜີ, ແລະ ຕໍ່ມາຢູ່ທີ່ເມືອງວິນເຕີ ຄວດເຕີສ໌ ຂະນະທີ່ເຂົາເຈົ້າກຳລັງກຽມພ້ອມອົບພະຍົບໄປທີ່ຮ່ອມພູເຊົາເລັກ, ລຸຍອິດຊາໄດ້ປະເຊີນກັບການຕັດສິນໃຈວ່າຈະເດີນທາງຕໍ່ໄປຫລືບໍ່. ມັນອາດງ່າຍຫລາຍກວ່າທີ່ຈະຢູ່ຕໍ່ ແລະ ລໍຖ້າໃຫ້ແອັດດີສັນກັບມາ ດີກວ່າຈະເດີນທາງໄປຄົນດຽວ.
ໃນທັງສອງຄັ້ງນີ້, ນາງໄດ້ຂໍການນຳພາຈາກສາດສະດາ, ບຣິກຳ ຢັງ, ຜູ້ທີ່ແນະນຳໃຫ້ນາງໄປ. ເຖິງແມ່ນວ່າຈະມີຄວາມຫຍຸ້ງຍາກຢ່າງໃຫຍ່ຫລວງ ແລະ ຄວາມລັງເລໃຈ, ແຕ່ນາງກໍຍັງປະສົບຄວາມສຳເລັດໃນການເດີນທາງແຕ່ລະຄັ້ງ.
ຕອນທຳອິດ, ລຸຍອິດຊາໄດ້ເຫັນວ່າການເດີນທາງບໍ່ແມ່ນເລື່ອງທີ່ມ່ວນເລີຍ. ເຖິງຢ່າງໃດກໍຕາມ, ບໍ່ດົນນາງກໍໄດ້ເລີ່ມເປີດໃຈຕ້ອນຮັບທົ່ງຫຍ້າສີຂຽວ, ດອກໄມ້ປ່າທີ່ຫລາກຫລາຍສີ, ແລະ ພື້ນດິນທີ່ເປັນຍ່ອມໆຢູ່ແຄມແມ່ນ້ຳຕ່າງໆ. “ຄວາມເສົ້າໝອງໃນໃຈຂອງຂ້າພະເຈົ້າຄ່ອຍໆຈາງຫາຍໄປ,” ນາງໄດ້ບັນທຶກ, “ແລະ ບໍ່ມີຜູ້ຍິງຄົນໃດໃນກຸ່ມທີ່ມີຄວາມສຸກຫລາຍກວ່ານີ້ແລ້ວ.”
ເລື່ອງລາວຂອງລຸຍອິດຊາ ໄດ້ດົນໃຈຂ້າພະເຈົ້າຢ່າງເລິກເຊິ່ງ. ຂ້າພະເຈົ້າຍົກຍ້ອງຄວາມເຕັມໃຈຂອງນາງໃນການປະຖິ້ມຄວາມຕ້ອງການສ່ວນຕົວຂອງນາງ, ຄວາມສາມາດຂອງນາງໃນການໄວ້ວາງໃຈພຣະເຈົ້າ, ແລະ ວິທີການໃຊ້ສັດທາຂອງນາງໄດ້ຊ່ວຍໃຫ້ນາງເຫັນສະຖານະການທີ່ແຕກຕ່າງອອກໄປ.
ນາງໄດ້ເຕືອນຂ້າພະເຈົ້າວ່າເຮົາມີພຣະບິດາເທິງສະຫວັນທີ່ຊົງຮັກ, ຜູ້ເປັນຫ່ວງເປັນໃຍເຮົາ ບໍ່ວ່າເຮົາຈະຢູ່ໃສກໍຕາມ, ແລະ ວ່າເຮົາສາມາດໄວ້ວາງໃຈພຣະອົງໄດ້ຫລາຍກວ່າໃຜ ຫລື ສິ່ງອື່ນໃດ.
ແຫລ່ງຂອງຄວາມຈິງ
ພຣະເຈົ້າໄວ້ວາງພຣະໄທເຮົາໃນການຕັດສິນໃຈທີ່ສຳຄັນຫລາຍຢ່າງ, ແລະ ໃນທຸກເລື່ອງ ພຣະອົງຂໍໃຫ້ເຮົາໄວ້ວາງໃຈພຣະອົງ. ນີ້ເປັນເລື່ອງທີ່ຍາກໂດຍສະເພາະການຕັດສິນ ຫລື ຄວາມຄິດເຫັນທາງສາທາລະນະຂອງເຮົາ ແຕກຕ່າງຈາກພຣະປະສົງຂອງພຣະອົງສຳລັບລູກໆຂອງພຣະອົງ.
ບາງຄົນກໍແນະນຳວ່າເຮົາຄວນຂີດເສັ້ນແບ່ງລະຫວ່າງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ຜິດຄືນໃໝ່ ຍ້ອນພວກເຂົາເວົ້າວ່າຄວາມຈິງເປັນພຽງແຕ່ໃນນາມເທົ່ານັ້ນ, ຄວາມເປັນຈິງແມ່ນຖືກກຳນົດຂຶ້ນມາເອງ, ຫລື ພຣະເຈົ້າຊົງພຣະໄທກວ້າງຫລາຍຈົນພຣະອົງບໍ່ສົນພຣະໄທໃນສິ່ງທີ່ເຮົາເຮັດ.
ຂະນະທີ່ເຮົາສະແຫວງຫາທີ່ຈະເຂົ້າໃຈ ແລະ ຍອມຮັບພຣະປະສົງຂອງພຣະເຈົ້າ, ມັນຈຶ່ງເປັນປະໂຫຍດທີ່ຈະຈື່ຈຳໄວ້ວ່າຂອບເຂດລະຫວ່າງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ຜິດນັ້ນບໍ່ແມ່ນສິ່ງທີ່ເຮົາຈະກຳນົດໄດ້ເອງ. ພຣະເຈົ້າໄດ້ຈັດຕັ້ງຂອບເຂດເຫລົ່ານີ້ດ້ວຍພຣະອົງເອງ, ໂດຍຍຶດຄວາມຈິງນິລັນດອນເພື່ອປະໂຫຍດ ແລະ ພອນຂອງເຮົາ.
ຄວາມປາດຖະໜາທີ່ຈະປ່ຽນແປງຄວາມຈິງນິລັນດອນຂອງພຣະເຈົ້າມີປະຫວັດສາດທີ່ຍາວນານ. ມັນເລີ່ມຕົ້ນກ່ອນໂລກຖືກສ້າງ, ເມື່ອຊາຕານກະບົດຕໍ່ແຜນຂອງພຣະເຈົ້າ, ໂດຍສະແຫວງຫາທີ່ຈະທຳລາຍອຳເພີໃຈຂອງມະນຸດຢ່າງເຫັນແກ່ຕົວ. ການຕິດຕາມແບບແຜນນີ້, ຜູ້ຄົນເຊັ່ນເຊເຣັມ, ນີຮໍ, ແລະ ໂຄຣິຫໍ ໄດ້ໂຕ້ຖຽງວ່າສັດທາເປັນເລື່ອງທີ່ໂງ່ຈ້າ, ການເປີດເຜີຍບໍ່ກ່ຽວຂ້ອງ, ແລະ ສິ່ງໃດກໍຕາມທີ່ເຮົາຕ້ອງການເຮັດແມ່ນສິ່ງທີ່ຖືກຕ້ອງ. ໜ້າເສຍດາຍ, ຫລາຍຄັ້ງ ທີ່ການຫັນໜີຈາກຄວາມຈິງຂອງພຣະເຈົ້າມັກນຳໄປສູ່ຄວາມໂສກເສົ້າອັນໃຫຍ່ຫລວງ.
ຂະນະທີ່ບາງສິ່ງບາງຢ່າງອາດຂຶ້ນກັບບໍລິບົດ, ແຕ່ທຸກຢ່າງກໍບໍ່ໄດ້ເປັນເຊັ່ນນັ້ນ. ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນຢ່າງສະໝ່ຳສະເໝີວ່າ ຄວາມຈິງແຫ່ງການຊ່ວຍໃຫ້ລອດຂອງພຣະເຈົ້າເປັນສິ່ງແນ່ນອນ, ເປັນອິດສະລະ, ແລະ ຖືກກຳນົດໂດຍພຣະເຈົ້າພຣະອົງເອງ.
ການເລືອກຂອງເຮົາ
ການທີ່ເຮົາເລືອກວ່າຈະໄວ້ວາງໃຈຜູ້ໃດຜູ້ໜຶ່ງ ຄືໜຶ່ງໃນການຕັດສິນໃຈທີ່ສຳຄັນໃນຊີວິດ. ກະສັດເບັນຈາມິນໄດ້ແນະນຳຜູ້ຄົນຂອງເພິ່ນວ່າ, “ຈົ່ງເຊື່ອໃນພຣະເຈົ້າ; ຈົ່ງເຊື່ອວ່າພຣະອົງໄດ້ເປັນຢູ່ … ; ຈົ່ງເຊື່ອວ່າພຣະອົງມີຄວາມສະຫລຽວສະຫລາດ … ; ຈົ່ງເຊື່ອວ່າມະນຸດບໍ່ເຂົ້າໃຈທຸກໆຢ່າງຊຶ່ງພຣະຜູ້ເປັນເຈົ້າເຂົ້າໃຈໄດ້.”
ໂຊກດີຫລາຍ, ທີ່ເຮົາມີພຣະຄຳພີ ແລະ ການນຳພາຈາກສາດສະດາທີ່ມີຊີວິດຢູ່ ເພື່ອຊ່ວຍເຫລືອເຮົາໃຫ້ເຂົ້າໃຈຄວາມຈິງຂອງພຣະເຈົ້າ. ຖ້າວ່າຕ້ອງການຄວາມຊັດເຈນເກີນກວ່າທີ່ເຮົາມີ, ພຣະເຈົ້າຊົງຈັດຕຽມໃຫ້ຜ່ານທາງສາດສະດາຂອງພຣະອົງ. ແລະ ພຣະອົງຈະຕອບຄຳອະທິຖານທີ່ຈິງໃຈຂອງເຮົາຜ່ານທາງພຣະວິນຍານບໍລິສຸດ ໃນຂະນະທີ່ເຮົາສະແຫວງຫາທີ່ຈະເຂົ້າໃຈຄວາມຈິງທີ່ເຮົາຍັງບໍ່ທັນເຂົ້າໃຈຢ່າງເຕັມທີ່.
ແອວເດີ ນຽວ ແອວ ແອນເດີເຊັນ ຄັ້ງໜຶ່ງເຄີຍສິດສອນວ່າ ເຮົາບໍ່ຄວນຕື່ນຕົກໃຈ “ຖ້າຫາກໃນເວລານັ້ນ ຄວາມຄິດໃນຕອນຕົ້ນ [ຂອງເຮົາ] ບໍ່ສອດຄ່ອງກັບຄຳສອນຂອງສາດສະດາຂອງພຣະຜູ້ເປັນເຈົ້າ. ມັນເປັນເວລາແຫ່ງການຮຽນຮູ້,” ເພິ່ນໄດ້ກ່າວໄວ້, “ຄວາມຖ່ອມຕົວ, ເມື່ອເຮົາຄຸເຂົ່າອະທິຖານ. ເຮົາເດີນໄປດ້ວຍສັດທາ, ໄວ້ວາງໃຈໃນພຣະເຈົ້າ, ຮູ້ວ່າເມື່ອເວລາຜ່ານໄປ ເຮົາຈະໄດ້ຮັບຄວາມແຈ່ມແຈ້ງທາງວິນຍານຫລາຍຂຶ້ນ ຈາກພຣະບິດາເທິງສະຫວັນຂອງເຮົາ.”
ຕະຫລອດເວລາ, ມັນເປັນປະໂຫຍດຫລາຍທີ່ຈະຈື່ຈຳຄຳສອນຂອງແອວມາທີ່ວ່າ ພຣະເຈົ້າປະທານພຣະຄຳຂອງພຣະອົງຕາມຄວາມເອົາໃຈໃສ່ ແລະ ຄວາມພະຍາຍາມທີ່ເຮົາອຸທິດໃຫ້ກັບຄຳສອນ. ຖ້າເຮົາເອົາໃຈໃສ່ຕໍ່ພຣະຄຳຂອງພຣະເຈົ້າ, ເຮົາຈະໄດ້ຮັບຫລາຍຂຶ້ນ; ຖ້າເຮົາບໍ່ສົນໃຈພຣະຄຳຂອງພຣະອົງ, ເຮົາຈະໄດ້ຮັບໜ້ອຍລົງເລື້ອຍໆ ຈົນກວ່າເຮົາຈະບໍ່ໄດ້ຮັບມັນເລີຍ. ການສູນເສຍຄວາມຮູ້ນີ້ບໍ່ໄດ້ໝາຍຄວາມວ່າຄວາມຈິງເປັນສິ່ງທີ່ຜິດ; ແຕ່, ເປັນການສະແດງໃຫ້ເຫັນວ່າເຮົາໄດ້ສູນເສຍຄວາມສາມາດທີ່ຈະເຂົ້າໃຈມັນ.
ເບິ່ງທີ່ພຣະຜູ້ຊ່ວຍໃຫ້ລອດ
ໃນເມືອງກາເປນາອູມ, ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນກ່ຽວກັບຕົວຕົນ ແລະ ພາລະກິດຂອງພຣະອົງ. ຫລາຍຄົນພົບເຫັນວ່າພຣະຄຳຂອງພຣະອົງຟັງຍາກ, ຈຶ່ງເຮັດໃຫ້ພວກເຂົາຫັນຫລັງໜີໄປ ແລະ “ບໍ່ [ຍ່າງ] ກັບພຣະອົງອີກ.”
ເປັນຫຍັງພວກເຂົາຈຶ່ງຍ່າງໜີ?
ເປັນຍ້ອນພວກເຂົາບໍ່ມັກໃນສິ່ງທີ່ພຣະອົງເວົ້າບໍ. ດັ່ງນັ້ນ, ໂດຍການເຊື່ອໝັ້ນໃນຄຳຕັດສິນຂອງເຂົາເອງ, ພວກເຂົາໄດ້ຍ່າງໜີໄປ, ໂດຍປະຕິເສດພອນທີ່ພວກເຂົາອາດຈະໄດ້ຮັບຖ້າພວກເຂົາຍັງຢູ່ຕໍ່.
ມັນເປັນເລື່ອງງ່າຍທີ່ຄວາມທະນົງຕົວຂອງເຮົາຈະມາຂັ້ນກາງລະຫວ່າງເຮົາກັບຄວາມຈິງນິລັນດອນ. ເມື່ອເຮົາບໍ່ເຂົ້າໃຈ, ເຮົາສາມາດຢຸດຊົ່ວຄາວ, ປ່ອຍໃຫ້ຄວາມຮູ້ສຶກຂອງເຮົາສະຫງົບລົງ, ແລະ ຈາກນັ້ນຈຶ່ງເລືອກວ່າຈະຕອບສະໜອງແນວໃດ. ພຣະຜູ້ຊ່ວຍໃຫ້ລອດໄດ້ຮຽກຮ້ອງໃຫ້ເຮົາ “ເບິ່ງທີ່ [ພຣະອົງ] ໃນຄວາມນຶກຄິດທຸກຢ່າງ; ຢ່າສົງໄສ, ຢ່າສູ່ຢ້ານ.” ເມື່ອເຮົາສຸມໃຈໃສ່ພຣະຜູ້ຊ່ວຍໃຫ້ລອດ, ສັດທາຂອງເຮົາກໍສາມາດເລີ່ມເອົາຊະນະຄວາມກັງວົນຂອງເຮົາໄດ້.
ດັ່ງທີ່ປະທານດີເດີ ແອັຟ ອຸກດອບ ໄດ້ຊຸກຍູ້ໃຫ້ເຮົາເຮັດ, “ທຳອິດ, ໃຫ້ສົງໄສຄວາມສົງໄສຂອງທ່ານກ່ອນ. ເຮົາບໍ່ຕ້ອງປ່ອຍໃຫ້ຄວາມສົງໄສຂອງເຮົາກັກຂັງເຮົາໄວ້ ແລະ ກີດກັນເຮົາຈາກຄວາມຮັກແຫ່ງສະຫວັນ, ຈາກຄວາມສະຫງົບ, ແລະ ຈາກຂອງປະທານທີ່ມາເຖິງຜ່ານທາງສັດທາໃນອົງພຣະເຢຊູຄຣິດເຈົ້າ.”
ພອນຈະມາສູ່ຜູ້ທີ່ຍັງຢູ່
ຂະນະທີ່ສານຸສິດຫລາຍຄົນຍ່າງໜີໄປຈາກພຣະຜູ້ຊ່ວຍໃຫ້ລອດໃນມື້ນັ້ນ, ແລ້ວພຣະອົງໄດ້ຖາມກຸ່ມອັກຄະສາວົກສິບສອງວ່າ, “ພວກເຈົ້າເດ ກໍຢາກໜີໄປຄືກັນບໍ?”
ເປໂຕໄດ້ຕອບວ່າ:
“ພຣະອົງເອີຍ ພວກຂ້ານ້ອຍຈະໜີໄປຫາຜູ້ໃດ? ພຣະອົງເປັນຜູ້ມີຖ້ອຍຄຳແຫ່ງຊີວິດນິລັນດອນ.
“ບັດນີ້ພວກຂ້ານ້ອຍເຊື່ອ ແລະ ຮູ້ແລ້ວວ່າ ພຣະອົງເປັນພຣະຄຣິດ, ເປັນພຣະບຸດຂອງພຣະເຈົ້າທີ່ຊົງພຣະຊົນຢູ່.”
ບັດນີ້, ບັນດາອັກຄະສາວົກກໍອາໄສຢູ່ໃນໂລກດຽວກັນ, ແລະ ປະເຊີນໜ້າກັບແຮງກົດດັນທາງສັງຄົມເຊັ່ນດຽວກັນກັບສານຸສິດຄົນອື່ນໆທີ່ຍ່າງໜີໄປ. ເຖິງຢ່າງໃດກໍຕາມ, ໃນຂະນະນັ້ນ, ພວກເພິ່ນໄດ້ເລືອກສັດທາຂອງພວກເພິ່ນ ແລະ ໄວ້ວາງໃຈພຣະເຈົ້າ, ສະນັ້ນຈຶ່ງໄດ້ຮັບພອນທີ່ພຣະເຈົ້າປະທານໃຫ້ກັບຜູ້ທີ່ຍັງຢູ່.
ບາງທີທ່ານ, ອາດເປັນເໝືອນກັບຂ້າພະເຈົ້າ, ບາງຄັ້ງກໍເຫັນຕົວເອງຢູ່ທັງສອງດ້ານຂອງການຕັດສິນໃຈນີ້. ເມື່ອເຮົາພົບວ່າມັນເປັນເລື່ອງຍາກທີ່ຈະເຂົ້າໃຈ ຫລື ຍອມຮັບພຣະປະສົງຂອງພຣະເຈົ້າ, ມັນເປັນການປອບໂຍນເຮົາ ເມື່ອເຮົາຈື່ຈຳໄວ້ວ່າພຣະອົງຮັກໃນສິ່ງທີ່ເຮົາເປັນ, ບໍ່ວ່າເຮົາຈະຢູ່ໃສກໍຕາມ. ແລະ ພຣະອົງມີສິ່ງທີ່ດີກວ່າສຳລັບເຮົາ. ຖ້າເຮົາເອື້ອມອອກໄປຫາພຣະອົງ, ພຣະອົງຈະຊ່ວຍເຫລືອເຮົາ.
ໃນຂະນະທີ່ການເອື້ອມອອກໄປຫາພຣະອົງອາດເປັນເລື່ອງຍາກ, ເຊັ່ນດຽວກັນກັບພໍ່ຄົນໜຶ່ງທີ່ກຳລັງຊອກຫາການປິ່ນປົວໃຫ້ກັບລູກຊາຍຂອງລາວ ພຣະຜູ້ຊ່ວຍໃຫ້ລອດໄດ້ບອກກັບລາວວ່າ “ທຸກສິ່ງເປັນໄປໄດ້ສຳລັບຜູ້ທີ່ເຊື່ອ.” ໃນຊ່ວງເວລາຂອງການດີ້ນລົນຂອງເຮົາ, ເຮົາກໍສາມາດຮ້ອງອອກມາໄດ້ເຊັ່ນກັນວ່າ, “ໂຜດຊ່ວຍ [ຂ້ານ້ອຍ] ໃຫ້ມີຄວາມເຊື່ອຫລາຍກວ່ານີ້ແດ່ຖ້ອນ.”
ການຍິນຍອມມອບຄວາມປະສົງຂອງເຮົາໄວ້ກັບພຣະອົງ
ແອວເດີ ນຽວ ເອ ແມ໊ກສະແວວ ຄັ້ງໜຶ່ງໄດ້ສິດສອນວ່າ “ການຍອມມອບຄວາມປະສົງຂອງຄົນຄົນໜຶ່ງ ເປັນສິ່ງດຽວທີ່ເປັນເອກະລັກສະເພາະຕົວທີ່ເຮົາຕ້ອງວາງຢູ່ເທິງແທ່ນບູຊາຂອງພຣະເຈົ້າ.” ບໍ່ແປກໃຈເລີຍທີ່ກະສັດເບັນຈາມິນກະຕືລືລົ້ນທີ່ຜູ້ຄົນຂອງເພິ່ນກາຍເປັນ “ຄືກັນກັບເດັກນ້ອຍ, ບອກລອນສອນງ່າຍ, ອ່ອນໂຍນ, ຖ່ອມຕົວ, ອົດທົນ, ເຕັມໄປດ້ວຍຄວາມຮັກ, ເຕັມໃຈໃນທຸກສິ່ງທີ່ພຣະຜູ້ເປັນເຈົ້າເຫັນສົມຄວນທີ່ຈະໃຫ້ເກີດກັບພວກເຂົາ, ເໝືອນດັ່ງເດັກນ້ອຍທີ່ຍິນຍອມຕໍ່ບິດາຂອງຕົນ.”
ດັ່ງທີ່ເຄີຍເປັນມາ, ພຣະຜູ້ຊ່ວຍໃຫ້ລອດໄດ້ເປັນຕົວຢ່າງທີ່ດີພ້ອມໃຫ້ກັບເຮົາ. ດ້ວຍພຣະໄທອັນໜັກໜ່ວງ, ແລະ ຮູ້ເຖິງວຽກງານອັນເຈັບປວດທີ່ພຣະອົງຕ້ອງເຮັດ, ພຣະອົງໄດ້ຍິນຍອມຕໍ່ພຣະປະສົງຂອງພຣະບິດາຂອງພຣະອົງ, ສຳເລັດພາລະກິດແຫ່ງພຣະເມຊີອາຂອງພຣະອົງ ແລະ ເປີດຄຳສັນຍາແຫ່ງນິລັນດອນໃຫ້ກັບທ່ານ ແລະ ຂ້າພະເຈົ້າ.
ການເລືອກທີ່ຈະຍິນຍອມມອບຄວາມປະສົງຂອງເຮົາໄວ້ກັບພຣະເຈົ້າ ເປັນການກະທຳແຫ່ງສັດທາ ຊື່ງເປັນສ່ວນສຳຄັນຂອງການເປັນສານຸສິດຂອງເຮົາ. ໃນການຕັດສິນໃຈດັ່ງກ່າວ, ເຮົາຈະຄົ້ນພົບວ່າອຳເພີໃຈຂອງເຮົາບໍ່ໄດ້ລົດລົງ; ແຕ່, ມັນກັບຂະຫຍາຍເພີ່ມອອກໄປ ແລະ ໄດ້ຮັບລາງວັນໂດຍການມີພຣະວິນຍານບໍລິສຸດ, ຜູ້ນຳຈຸດປະສົງ, ຄວາມຊື່ນຊົມ, ສັນຕິສຸກ, ແລະ ຄວາມຫວັງມາໃຫ້ ທີ່ເຮົາບໍ່ສາມາດຊອກຫາຢູ່ໃສໄດ້ອີກ.
ເມື່ອຫລາຍເດືອນກ່ອນ, ປະທານສະເຕກຄົນໜຶ່ງ ແລະ ຂ້າພະເຈົ້າໄດ້ໄປຢ້ຽມຢາມເອື້ອຍນ້ອງຄົນໜຶ່ງ ແລະ ລູກຊາຍໜຸ່ມຂອງນາງທີ່ຢູ່ໃນສະເຕກຂອງລາວ. ຫລັງຈາກຫລາຍປີທີ່ໄດ້ອອກຈາກໂບດໄປ, ຊັດເຊໄປໃນເສັ້ນທາງທີ່ຫຍຸ້ງຍາກ ແລະ ລຳບາກ, ນາງກໍໄດ້ກັບຄືນມາ. ໃນລະຫວ່າງການຢ້ຽມຢາມຂອງພວກເຮົາ, ພວກເຮົາໄດ້ຖາມນາງວ່າເປັນຫຍັງນາງຈຶ່ງກັບມາ.
“ຂ້ອຍໄດ້ເຮັດໃຫ້ຊີວິດຕົວເອງສັບສົນວຸ້ນວາຍ,” ນາງໄດ້ເວົ້າ, “ແລະ ຂ້ອຍໄດ້ຮູ້ແລ້ວວ່າຂ້ອຍຕ້ອງໄປບ່ອນໃດ.”
ຈາກນັ້ນຂ້າພະເຈົ້າໄດ້ຖາມນາງຕໍ່ໄປວ່າ ນາງໄດ້ຮຽນຮູ້ຫຍັງແດ່ໃນການເດີນທາງຂອງນາງ.
ນາງໄດ້ເລົ່າດ້ວຍຄວາມຮູ້ສຶກວ່າ, ນາງໄດ້ຮຽນຮູ້ແລ້ວວ່ານາງຕ້ອງການທີ່ຈະໄປໂບດໃຫ້ດົນພໍທີ່ຈະປັບນິໄສຂອງການບໍ່ໄປໂບດ ແລະ ວ່ານາງຕ້ອງການທີ່ຈະເຮັດແນວນັ້ນຈົນກວ່ານາງຈະໄປເຖິງຈຸດທີ່ນາງຕ້ອງການຢາກເປັນ. ການກັບມາຂອງນາງມັນບໍ່ງ່າຍເລີຍ, ແຕ່ວ່ານາງໄດ້ໃຊ້ສັດທາຂອງນາງໃນແຜນຂອງພຣະບິດາ, ນາງໄດ້ຮູ້ສຶກເຖິງການກັບມາຂອງພຣະວິນຍານ.
ແລະ ແລ້ວນາງໄດ້ເລົ່າຕໍ່ໄປວ່າ, “ຂ້ອຍໄດ້ຮຽນຮູ້ດ້ວຍຕົວເອງແລ້ວວ່າ ພຣະເຈົ້ານັ້ນດີ ແລະ ທາງຂອງພຣະອົງດີກວ່າທາງຂອງຂ້ອຍເອງ.”
ຂ້າພະເຈົ້າເປັນພະຍານເຖິງພຣະເຈົ້າ, ພຣະບິດານິລັນດອນຂອງເຮົາ, ຜູ້ຊົງຮັກເຮົາ; ເຖິງພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ຜູ້ຊົງຊ່ວຍໃຫ້ເຮົາລອດ. ພວກພຣະອົງຮູ້ຈັກເຖິງຄວາມເຈັບປວດ ແລະ ຄວາມທ້າທາຍຂອງເຮົາ. ພວກພຣະອົງຈະບໍ່ມີວັນປະຖິ້ມເຮົາ ແລະ ຮູ້ຈັກວິທີຊ່ວຍເຮົາໄດ້ເປັນຢ່າງດີ. ເຮົາສາມາດເບີກບານ ໃນຂະນະທີ່ເຮົາໄວ້ວາງໃຈໃນພວກພຣະອົງ ຫລາຍກວ່າໃຜ ຫລື ສິ່ງອື່ນໃດ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.