ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
“ພວກ​ເຈົ້າ​ຄື​ມິດ​ສະ​ຫາຍ​ຂອງ​ເຮົາ”
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2024


10:49

“ພວກ​ເຈົ້າ​ຄື​ມິດ​ສະ​ຫາຍ​ຂອງ​ເຮົາ”

ການ​ປະ​ກາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ “ພວກ​ເຈົ້າ​ຄື​ມິດ​ສະ​ຫາຍ​ຂອງ​ເຮົາ” ເປັນ​ການ​ຮຽກ​ຮ້ອງ​ທີ່​ຊັດ​ເຈນ​ໃຫ້​ສ້າງ​ຄວາມ​ສຳ​ພັນ​ທີ່​ສູງ​ກວ່າ ແລະ ສັກ​ສິດ​ກວ່າ ທ່າມ​ກາງ​ລູກໆ​ທັງ​ໝົດ​ຂອງ​ພຣະ​ເຈົ້າ.

ໃນ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ການ​ຂັດ​ແຍ້ງ ແລະ ການ​ແບ່ງ​ແຍກ, ບ່ອນ​ທີ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ພົນ​ລະ​ເມືອງ​ໄດ້​ຖືກ​ແທນ​ທີ່​ດ້ວຍ​ການ​ຕັດ​ສິນ ແລະ ການ​ດູ​ຖູກ, ແລະ ມິດ​ຕະ​ພາບ​ໄດ້​ຖືກ​ນິ​ຍາມ​ໂດຍ​ຄຳ​ວ່າ -ນິ​ຍົມ ແລະ ຊາວ-, ຂ້າ​ພະ​ເຈົ້າ​ໄດ້​ມາ​ຮູ້​ວ່າ ມີ​ຕົວ​ຢ່າງ​ທີ່​ຊັດ​ເຈນ, ລຽບ​ງ່າຍ, ແລະ ກ່ຽວ​ກັບ​ສະ​ຫວັນ ທີ່​ເຮົາ​ສາ​ມາດ​ມຸ່ງ​ຫວັງ​ຫາ ເພື່ອ​ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ, ຄວາມ​ຮັກ, ແລະ ຄວາມ​ເປັນ​ພາກ​ສ່ວນ. ຕົວ​ຢ່າງ​ນັ້ນ​ກໍ​ຄື ພຣະ​ເຢ​ຊູ​ຄຣິດ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ອົງ​ເປັນ​ຜູ້​ລວມ​ທຸກ​ສິ່ງ​ໃຫ້​ເປັນ​ໜຶ່ງ​ດຽວ.

ເຮົາ​ເປັນ​ມິດ​ສະ​ຫາຍ​ຂອງ​ພຣະ​ອົງ

ໃນ​ເດືອນ​ທັນ​ວາ​ຂອງ​ປີ 1832, ຂະ​ນະ​ທີ່ “ບັນ​ຫາ​ຂອງ​ປະ​ຊາ​ຊາດ” ເລີ່ມ​ຕົ້ນ “ແຈ່ມ​ແຈ້ງ” ຫລາຍ​ກວ່າ​ເວ​ລາ​ໃດ ຕັ້ງ​ແຕ່​ການ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ, ຜູ້​ນຳ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໃນ​ເມືອງ​ເຄີດ​ແລນ, ລັດ​ໂອ​ໄຮ​ໂອ, ໄດ້​ມາ​ເຕົ້າ​ໂຮມ​ກັນ​ສຳ​ລັບ​ກອງ​ປະ​ຊຸມ​ໃຫຍ່. ພວກ​ເພິ່ນ​ໄດ້​ອະ​ທິ​ຖານ “ໂດຍ​ແຍກ​ກັນ ແລະ ອອກ​ສຽງ​ຫາ​ພຣະ​ເຈົ້າ​ເພື່ອ​ໃຫ້​ເປີດ​ເຜີຍ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ແກ່ [ພວກ​ເພິ່ນ].” ໃນ​ການ​ຮັບ​ຮູ້​ເຖິງ​ຄຳ​ອະ​ທິ​ຖານ​ຂອງ​ສະ​ມາ​ຊິກ​ທີ່​ຊື່​ສັດ​ເຫລົ່າ​ນີ້ ໃນ​ຊ່ວງ​ເວ​ລາ​ແຫ່ງ​ຄວາມ​ຍາກ​ລຳ​ບາກ​ທີ່​ໜັກ​ໜ່ວງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປອບ​ໂຍນ​ພວກ​ເພິ່ນ, ໂດຍ​ເອີ້ນ​ໄພ່​ພົນ​ທັງ​ຫລາຍ​ສາມ​ເທື່ອ​ດ້ວຍ​ພຣະ​ຄຳ​ອັນ​ຊົງ​ພະ​ລັງ: “ເພື່ອນ​ທັງ​ຫລາຍ​ຂອງ​ເຮົາ.”

ພຣະ​ເຢ​ຊູ​ຄຣິດ​ໄດ້​ເອີ້ນ​ຜູ້​ຕິດ​ຕາມ​ທີ່​ຊື່​ສັດ​ຂອງ​ພຣະ​ອົງ​ວ່າ​ເພື່ອນ​ທັງ​ຫລາຍ​ຂອງ​ພຣະ​ອົງ​ມາ​ດົນ​ແລ້ວ. ສິບ​ສີ່​ຄັ້ງ​ໃນ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃຊ້​ຄຳ​ວ່າ ເພື່ອນ ເພື່ອ​ນິ​ຍາມ​ຄວາມ​ສຳ​ພັນ​ອັນ​ສັກ​ສິດ ແລະ ທະ​ນຸ​ຖະ​ໜອມ. ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເວົ້າ​ກ່ຽວ​ກັບ​ຄຳ​ວ່າ ເພື່ອນ ໃນ​ແບບ​ທີ່​ໂລກ​ນິ​ຍາມ—ຕາມ​ຜູ້​ຕິດ​ຕາມ​ໃນ​ສື່​ສັງ​ຄົມ ຫລື “ຍອດ​ໄລ້.” ມັນ​ບໍ່​ສາ​ມາດ​ຖືກ​ຈັບ​ລົງ​ໃນ​ແຮັຊ໌​ແທັກ ຫລື ຕົວ​ເລກ​ໃນ​ອິນ​ສະ​ຕາ​ແກຣມ ຫລື ເອັກສ໌.

ຂ້າ​ພະ​ເຈົ້າ​ຍອມ​ຮັບ​ວ່າ, ຕອນ​ເປັນ​ໄວ​ລຸ້ນ, ຂ້າ​ພະ​ເຈົ້າ​ຈື່​ການ​ສົນ​ທະ​ນາ​ທີ່​ໜ້າ​ຫວັ່ນ​ໃຈ ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຄຳ​ທີ່​ເຈັບ​ປວດ​ເຫລົ່າ​ນັ້ນ​ທີ່​ວ່າ “ເຮີ້ຍ, ເຮົາ​ເປັນ​ພຽງ​ແຕ່​ໝູ່​ກັນ​ໄດ້​ບໍ່?” ຫລື “ໃຫ້​ເຮົາ​ຢູ່​ໃນ​ເຂດ​ເພື່ອນ​ເທົ່າ​ນັ້ນ​ເທາະ.” ບໍ່​ມີ​ບ່ອນ​ໃດ​ໃນ​ພຣະ​ຄຳ​ພີ​ສັກ​ສິດ​ທີ່​ເຮົາ​ໄດ້​ຍິນ​ພຣະ​ອົງ​ກ່າວ​ວ່າ, “ພວກ​ເຈົ້າ​ເປັນ​ພຽງ​ແຕ່​ມິດ​ສະ​ຫາຍ​ຂອງ​ເຮົາ.” ແທນ​ທີ່, ພຣະ​ອົງ​ໄດ້​ສິດ​ສອນ​ວ່າ “ບໍ່​ມີ​ຜູ້​ໃດ​ມີ​ຄວາມ​ຮັກ​ໃຫຍ່​ກວ່າ​ນີ້ ຄື​ການ​ທີ່​ຜູ້​ໜຶ່ງ​ໄດ້​ສະ​ລະ​ຊີ​ວິດ ເພື່ອ​ມິດ​ສະ​ຫາຍ​ຂອງ​ຕົນ.” ແລະ “​ພວກ​ເຈົ້າ​ຄື​ຜູ້​ທີ່​ພຣະ​ບິ​ດາ​ຂອງ​ເຮົາ​ໄດ້​ມອບ​ໃຫ້​ເຮົາ; ພວກ​ເຈົ້າ​ຄື​ມິດ​ສະ​ຫາຍ​ຂອງ​ເຮົາ.”

ຄວາມ​ຮູ້​ສຶກ​ນັ້ນ​ຊັດ​ເຈນ: ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮູ້​ຈັກ​ເຮົາ​ແຕ່​ລະ​ຄົນ ແລະ ເບິ່ງ​ແຍງ​ເຮົາ. ການ​ເບິ່ງ​ແຍງ​ດູ​ແລ​ນີ້ ບໍ່​ແມ່ນ​ເລື່ອງ​ເລັກ​ນ້ອຍ ຫລື ບໍ່​ສຳ​ຄັນ. ແທນ​ທີ່, ມັນ​ສູງ​ສົ່ງ, ຍົກ​ລະ​ດັບ, ແລະ ນິ​ລັນ​ດອນ. ຂ້າ​ພະ​ເຈົ້າ​ເຫັນ​ການ​ປະ​ກາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ “ພວກ​ເຈົ້າ​ຄື​ມິດ​ສະ​ຫາຍ​ຂອງ​ເຮົາ” ວ່າ​ເປັນ​ການ​ຮຽກ​ຮ້ອງ​ທີ່​ຊັດ​ເຈນ​ໃຫ້​ສ້າງ​ຄວາມ​ສຳ​ພັນ​ທີ່​ສູງ​ກວ່າ ແລະ ສັກ​ສິດ​ກວ່າ ທ່າມ​ກາງ​ລູກໆ​ທັງ​ໝົດ​ຂອງ​ພຣະ​ເຈົ້າ “ເພື່ອ​ພວກ​ເຮົາ​ຈະ​ໄດ້​ເປັນ​ໜຶ່ງ.” ເຮົາ​ເຮັດ​ເຊັ່ນ​ນີ້ ເມື່ອ​ເຮົາ​ຮ່ວມ​ກັນ​ສະ​ແຫວງ​ຫາ​ທັງ​ໂອ​ກາດ​ທີ່​ຈະ​ເປັນ​ໜຶ່ງ ແລະ ຄວາມ​ຮູ້​ສຶກ​ເປັນ​ພາກ​ສ່ວນ​ສຳ​ລັບ​ທຸກ​ຄົນ.

ເຮົາ​ເປັນ​ໜຶ່ງ​ດຽວ​ໃນ​ພຣະ​ອົງ

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ສວຍ​ງາມ​ໃນ​ການ​ເອີ້ນ​ຂອງ​ພຣະ​ອົງ “ຈົ່ງ​ຕາມ​ເຮົາ​ມາ.” ພຣະ​ອົງ​ໄດ້​ນຳ​ໃຊ້​ພອນ​ສະ​ຫວັນ ແລະ ຄຸນ​ລັກ​ສະ​ນະ​ສ່ວນ​ບຸກ​ຄົນ​ຂອງ​ກຸ່ມ​ທີ່​ຫລາກ​ຫລາຍ​ໃນ​ຜູ້​ຕິດ​ຕາມ​ຂອງ​ພຣະ​ອົງ​ໃນ​ການ​ເອີ້ນ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ເອີ້ນ​ຄົນ​ຫາ​ປາ, ເຊ​ໂລ​ເຕ, ພວກ​ອ້າຍ​ນ້ອງ​ທີ່​ຜູ້​ຄົນ​ຮູ້​ຈັກ​ດີ​ຍ້ອນ​ບຸກ​ຄະ​ລິກ​ແບບ​ຟ້າ​ຮ້ອງ​ຂອງ​ພວກ​ເພິ່ນ, ແລະ ແມ່ນ​ແຕ່​ຄົນ​ເກັບ​ພາ​ສີ. ຄວາມ​ເຊື່ອ​ຂອງ​ພວກ​ເພິ່ນ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ຫຍັບ​ເຂົ້າ​ໃກ້​ພຣະ​ອົງ ໄດ້​ເຮັດ​ໃຫ້​ພວກ​ເພິ່ນ​ເປັນ​ໜຶ່ງ​ດຽວ. ພວກ​ເພິ່ນ​ໄດ້​ເບິ່ງ​ໄປ​ທີ່​ພຣະ​ອົງ, ໄດ້​ເຫັນ​ພຣະ​ເຈົ້າ​ຜ່ານ​ທາງ​ພຣະ​ອົງ, ແລະ “ໃນ​ທັນ​ໃດ​ນັ້ນ ພວກ​ເພິ່ນ​ກໍ​ປະ​ມອງ​ໄວ້ ແລະ ຕິດ​ຕາມ​ໄປ​ກັບ​ພຣະ​ອົງ.”

ຂ້າ​ພະ​ເຈົ້າ​ກໍ​ໄດ້​ເຫັນ​ວິ​ທີ​ທີ່​ການ​ສ້າງ​ຄວາມ​ສຳ​ພັນ​ທີ່​ສູງ​ກວ່າ ແລະ ສັກ​ສິດ​ກວ່າ ນຳ​ເຮົາ​ມາ​ຮ່ວມ​ກັນ​ເປັນ​ໜຶ່ງ​ດຽວ​ເຊັ່ນ​ກັນ. ເຈນ​ນິ​ເຟີ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ​ໃຫ້​ລ້ຽງ​ລູກ​ຫ້າ​ຄົນ​ຂອງ​ພວກ​ເຮົາ​ໃນ​ເມືອງ​ນິວ​ຢອກ. ໃນ​ມະ​ຫາ​ນະ​ຄອນ​ອັນ​ວຸ້ນ​ວາຍ​ນັ້ນ, ພວກ​ເຮົາ​ໄດ້​ສ້າງ​ຄວາມ​ສຳ​ພັນ​ອັນ​ລໍ້າ​ຄ່າ ແລະ ສັກ​ສິດ​ກັບ​ເພື່ອນ​ບ້ານ, ໝູ່​ຢູ່​ໂຮງ​ຮຽນ, ເພື່ອນ​ຮ່ວມ​ທຸ​ລະ​ກິດ, ຜູ້​ນຳ​ທາງ​ສາດ​ສະ​ໜາ, ແລະ ໄພ່​ພົນ​ດ້ວຍ​ກັນ.

ໃນ​ເດືອນ​ພຶດ​ສະ​ພາ​ຂອງ​ປີ 2020, ຂະ​ນະ​ທີ່​ໂລກ​ກຳ​ລັງ​ຕໍ່​ສູ້​ຟາດ​ຟັນ​ກັບ​ການ​ແຜ່​ລະ​ບາດ​ທົ່ວ​ໂລກ, ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ຜູ້​ນຳ​ທາງ​ສາດ​ສະ​ໜາ​ແຫ່ງ​ເມືອງ​ນິວ​ຢອກ ໄດ້​ພົບ​ກັນ​ທາງ​ອອນ​ລາຍ​ໃນ​ການ​ເອີ້ນ​ກອງ​ປະ​ຊຸມ​ຢ່າງ​ກະ​ທັນ​ຫັນ. ບໍ່​ໄດ້​ມີ​ວາ​ລະ​ໃດໆ​ທັງ​ສິ້ນ. ບໍ່​ມີ​ແຂກ​ພິ​ເສດ​ໃດໆ​ທັງ​ສິ້ນ. ມີ​ແຕ່​ການ​ຮ້ອງ​ຂໍ​ໃຫ້​ມາ​ຮ່ວມ​ກັນ ແລະ ສົນ​ທະ​ນາ​ກ່ຽວ​ກັບ​ຄວາມ​ທ້າ​ທາຍ​ທີ່​ພວກ​ເຮົາ​ທຸກ​ຄົນ​ກຳ​ລັງ​ປະ​ເຊີນ​ໃນ​ຖາ​ນະ​ຜູ້​ນຳ​ທາງ​ສາດ​ສະ​ໜາ. ບັນ​ດາ​ສູນ​ຄວບ​ຄຸມ​ພະ​ຍາດ​ຫາ​ກໍ​ລາຍ​ງານ​ວ່າ ເມືອງ​ຂອງ​ພວກ​ເຮົາ​ເປັນ​ສູນ​ກາງ​ການ​ລະ​ບາດ​ຂອງ​ໂຄ​ວິດ-19 ໃນ​ສະ​ຫະ​ລັດ. ນີ້​ໝາຍ​ຄວາມ​ວ່າ ບໍ່​ມີ​ການ​ເຕົ້າ​ໂຮມ​ກັນ​ອີກ. ບໍ່​ມີ​ການ​ເຂົ້າ​ມາ​ລວມ​ຕົວ​ກັນ​ອີກ.

ສຳ​ລັບ​ຜູ້​ນຳ​ທາງ​ສາດ​ສະ​ໜາ​ເຫລົ່າ​ນີ້, ຖ້າ​ຢຸດ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ສ່ວນ​ຕົວ, ການ​ເຕົ້າ​ໂຮມ​ໃນ​ບ່ອນ​ຊຸມ​ນຸມ, ແລະ ການ​ນະ​ມັດ​ສະ​ການ​ປະ​ຈຳ​ອາ​ທິດ ຈະ​ເປັນ​ການ​ສູນ​ເສຍ​ຄັ້ງ​ຍິ່ງ​ໃຫຍ່. ກຸ່ມ​ນ້ອຍໆ​ຂອງ​ພວກ​ເຮົາ—ຊຶ່ງ​ລວມ​ທັງ ພະ​ຄາ​ດິ​ນານ, ບາດ​ຫລວງ, ແຣັບ​ບາຍ, ຜູ້​ນຳ​ຊາວ​ມຸສ​ລິມ, ສິດ​ຍາ​ພິ​ບານ, ພຣະ​ຄຸນ​ເຈົ້າ, ແລະ ຜູ້​ອາ​ວຸ​ໂສ—ຕ່າງ​ກໍ​ໄດ້​ຮັບ​ຟັງ, ປອບ​ໃຈ, ແລະ ສະ​ໜັບ​ສະ​ໜູນ​ກັນ​ແລະ​ກັນ. ແທນ​ທີ່​ຈະ​ສຸມ​ໃສ່​ຄວາມ​ແຕກ​ຕ່າງ​ຂອງ​ພວກ​ເຮົາ, ພວກ​ເຮົາ​ໄດ້​ເຫັນ​ສິ່ງ​ທີ່​ພວກ​ເຮົາ​ມີ​ຄື​ກັນ. ພວກ​ເຮົາ​ໄດ້​ເວົ້າ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້. ພວກ​ເຮົາ​ໄດ້​ຮວບ​ຮວມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ສັດ​ທາ ແລະ ອະ​ນາ​ຄົດ. ແລະ ແລ້ວ​ພວກ​ເຮົາ​ກໍ​ໄດ້​ອະ​ທິ​ຖານ. ໂອ, ພວກ​ເຮົາ​ໄດ້​ອະ​ທິ​ຖານ​ແທ້ໆ.

ໃນ​ເມືອງ​ທີ່​ອຸ​ດົມ​ໄປ​ດ້ວຍ​ຄວາມ​ຫລາກ​ຫລາຍ ເຕັມ​ໄປ​ດ້ວຍ​ວັດ​ທະ​ນະ​ທຳ​ທີ່​ຊັບ​ຊ້ອນ ແລະ ຂັດ​ແຍ້ງ​ກັນ, ພວກ​ເຮົາ​ໄດ້​ເຫັນ​ຄວາມ​ແຕກ​ຕ່າງ​ຂອງ​ພວກ​ເຮົາ​ເຫືອດ​ຫາຍ​ໄປ ເມື່ອ​ພວກ​ເຮົາ​ເຂົ້າ​ມາ​ຮ່ວມ​ກັນ​ໃນ​ຖາ​ນະ​ໝູ່​ເພື່ອນ​ທີ່​ມີ​ສຽງ​ດຽວ, ຈຸດ​ປະ​ສົງ​ດຽວ, ແລະ ຄຳ​ອະ​ທິ​ຖານ​ດຽວ.

ພວກ​ເຮົາ​ຈະ​ບໍ່​ແນມ​ຂ້າມ​ໂຕະ​ໄປ​ເບິ່ງ​ກັນ​ອີກ​ຕໍ່​ໄປ ແຕ່​ຈະ​ເບິ່ງ​ໄປ​ເທິງ​ທ້ອງ​ຟ້າ​ນຳ​ກັນ. ພວກ​ເຮົາ​ໄດ້​ອອກ​ຈາກ​ແຕ່​ລະ​ກອງ​ປະ​ຊຸມ​ຄັ້ງ​ຕໍ່ໆ​ມາ​ຢ່າງ​ສາ​ມັກ​ຄີ​ກັນ​ຫລາຍ​ກວ່າ​ເກົ່າ ແລະ ພ້ອມ​ທີ່​ຈະ​ຈັບ “ຊ້ວນ” ຂຶ້ນ​ມາ ແລະ ໄປ​ເຮັດ​ວຽກ. ການ​ຮ່ວມ​ມື​ທີ່​ສົ່ງ​ຜົນ​ໃຫ້​ເກີດ ແລະ ການ​ຮັບ​ໃຊ້​ທີ່​ເຮັດ​ເພື່ອ​ຊາວ​ນິວ​ຢອກ​ເປັນ​ພັນໆ​ຄົນ ໄດ້​ສິດ​ສອນ​ຂ້າ​ພະ​ເຈົ້າ​ວ່າ ໃນ​ໂລກ​ທີ່​ຮຽກ​ຮ້ອງ​ໃຫ້​ມີ​ການ​ແບ່ງ​ແຍກ, ການ​ຫ່າງ​ເຫີນ, ແລະ ການ​ຖອນ​ຕົວ, ມີ​ຫລາຍ​ຢ່າງ​ກວ່າ​ນີ້​ທີ່​ເຮັດ​ໃຫ້​ເຮົາ​ເປັນ​ໜຶ່ງ​ດຽວ​ກັນ​ຫລາຍ​ກວ່າ​ແຍກ​ເຮົາ​ອອກ​ຈາກ​ກັນ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ວິງ​ວອນ​ວ່າ, “ຈົ່ງ​ເປັນ​ອັນ​ໜຶ່ງ​ດຽວ​ກັນ; ແລະ ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ພວກ​ເຈົ້າ​ກໍ​ບໍ່​ແມ່ນ​ຂອງ​ເຮົາ.”

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ເຮົາ​ຕ້ອງ​ຢຸດ​ຊອກ​ຫາ​ເຫດ​ຜົນ​ທີ່​ຈະ​ແບ່ງ​ແຍກ ແລະ ສະ​ແຫວງ​ຫາ​ໂອ​ກາດ​ທີ່​ຈະ “ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ” ແທນ. ພຣະ​ອົງ​ໄດ້​ອວຍ​ພອນ​ເຮົາ​ດ້ວຍ​ຂອງ​ປະ​ທານ ແລະ ຄຸນ​ລັກ​ສະ​ນະ​ທີ່​ເປັນ​ເອ​ກະ​ລັກ ທີ່​ເຊື້ອ​ເຊີນ​ການ​ຮຽນ​ຮູ້​ຈາກ​ກັນ​ແລະ​ກັນ ແລະ ການ​ເຕີບ​ໂຕ​ສ່ວນ​ຕົວ. ຂ້າ​ພະ​ເຈົ້າ​ມັກ​ຈະ​ບອກ​ນັກ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ຂ້າ​ພະ​ເຈົ້າ​ຢູ່​ເລື້ອຍໆ​ວ່າ ຖ້າ​ຂ້າ​ພະ​ເຈົ້າ​ເຮັດ​ໃນ​ສິ່ງ​ທີ່​ພວກ​ທ່ານ​ເຮັດ ແລະ ພວກ​ທ່ານ​ເຮັດ​ໃນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ເຮັດ, ພວກ​ເຮົາ​ກໍ​ບໍ່​ຕ້ອງ​ການ​ກັນ​ແລະ​ກັນ. ແຕ່​ຍ້ອນ​ວ່າ​ພວກ​ທ່ານ​ບໍ່​ເຮັດ​ໃນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ເຮັດ ແລະ ຂ້າ​ພະ​ເຈົ້າ​ບໍ່​ເຮັດ​ໃນ​ສິ່ງ​ທີ່​ພວກ​ທ່ານ​ເຮັດ, ພວກ​ເຮົາ​ຈຶ່ງ​ຕ້ອງ​ການ​ກັນ​ແລະ​ກັນ. ແລະ ສິ່ງ​ນັ້ນ​ຈຳ​ເປັນ​ຕ້ອງ​ນຳ​ພວກ​ເຮົາ​ມາ​ຮ່ວມ​ກັນ. ການ​ແບ່ງ​ແຍກ ແລະ ການ​ເອົາ​ຊະ​ນະ ແມ່ນ​ແຜນ​ຂອງ​ຜູ້​ປໍ​ລະ​ປັກ​ເພື່ອ​ທີ່​ຈະ​ທຳ​ລາຍ​ມິດ​ຕະ​ພາບ, ຄອບ​ຄົວ, ແລະ ສັດ​ທາ. ແມ່ນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ເຮັດ​ໃຫ້​ເປັນ​ອັນ​ໜຶ່ງ​ດຽວ​ກັນ.

ເຮົາ​ເປັນ​ຂອງ​ພຣະ​ອົງ

ໜຶ່ງ​ໃນ​ພອນ​ທີ່​ຖືກ​ສັນ​ຍາ​ໄວ້​ຂອງ​ການ “ເປັນ​ໜຶ່ງ​ດຽວ” ເປັນ​ຄວາມ​ຮູ້​ສຶກ​ທີ່​ມີ​ພະ​ລັງ​ຂອງ​ການ​ເປັນ​ພາກ​ສ່ວນ. ແອວ​ເດີ ຄວິນ​ຕິນ ແອວ ຄຸກ ໄດ້​ສິດ​ສອນ​ວ່າ “ແກ່ນ​ສານ​ຂອງ​ການ​ເປັນ​ພາກ​ສ່ວນ​ທີ່​ແທ້​ຈິງ​ຄື​ການ​ເປັນ​ໜຶ່ງ​ກັບ​ພຣະ​ຄຣິດ.”

ໃນ​ການ​ໄປ​ຢ້ຽມ​ຢາມ​ລ່າ​ສຸດ​ກັບ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ກາ​ນາ ປະ​ເທດ​ທາງ​ອາ​ຟຣິ​ກາ​ຕາ​ເວັນ​ຕົກ, ຂ້າ​ພະ​ເຈົ້າ​ໄດ້​ຕິດ​ໃຈ​ກັບ​ປະ​ເພ​ນີ​ທ້ອງ​ຖິ່ນ​ຢ່າງ​ໜຶ່ງ. ຕອນ​ກຳ​ລັງ​ໄປ​ຮອດ​ໂບດ ຫລື ບ້ານ, ເຮົາ​ໄດ້​ຮັບ​ຄຳ​ທັກ​ທາຍ​ດ້ວຍ​ຖ້ອຍ​ຄຳ​ທີ່​ວ່າ “ຍິນ​ດີ​ຕ້ອນ​ຮັບ.” ເມື່ອ​ອາ​ຫານ​ໄດ້​ຖືກ​ເສີບ, ເຈົ້າ​ພາບ​ຈະ​ປະ​ກາດ​ວ່າ, “ທ່ານ​ໄດ້​ຮັບ​ເຊີນ.” ຄຳ​ທັກ​ທາຍ​ທີ່​ລຽບ​ງ່າຍ​ນີ້ ໄດ້​ຖືກ​ສົ່ງ​ຕໍ່​ດ້ວຍ​ຈຸດ​ປະ​ສົງ ແລະ ຄວາມ​ຕັ້ງ​ໃຈ. ຍິນ​ດີ​ຕ້ອນ​ຮັບ. ທ່ານ​ໄດ້​ຮັບ​ເຊີນ.

ເຮົາ​ວາງ​ການ​ປະ​ກາດ​ອັນ​ສັກ​ສິດ​ທີ່​ຄ້າຍ​ຄື​ກັນ​ຢູ່​ປະ​ຕູ​ອາ​ຄານ​ປະ​ຊຸມ​ຂອງ​ເຮົາ. ແຕ່​ປ້າຍ​ທີ່​ວ່າ ຍິນ​ດີ​ຕ້ອນ​ຮັບ​ຜູ້​ມາ​ຢ້ຽມ​ຢາມ​ເທົ່າ​ນັ້ນ​ແມ່ນ​ບໍ່​ພຽງ​ພໍ. ເຮົາ​ຕ້ອນ​ຮັບ​ທຸກ​ຄົນ​ທີ່​ເຂົ້າ​ຜ່ານ​ປະ​ຕູ​ນັ້ນ​ມາ​ຢ່າງ​ອົບ​ອຸ່ນ​ຢູ່​ບໍ? ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ການ​ນັ່ງ​ຢູ່​ຕັ່ງ​ຍາວ​ໃນ​ໂບດ​ເທົ່າ​ນັ້ນ​ແມ່ນ​ບໍ່​ພຽງ​ພໍ. ເຮົາ​ຕ້ອງ​ຟັງ​ຄຳ​ຮຽກ​ຮ້ອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃຫ້​ສ້າງ​ຄວາມ​ສຳ​ພັນ​ທີ່​ສູງ​ກວ່າ ແລະ ສັກ​ສິດ​ກວ່າ​ກັບ​ລູກໆ​ທັງ​ໝົດ​ຂອງ​ພຣະ​ເຈົ້າ. ເຮົາ​ຕ້ອງ​ໃຊ້​ຊີ​ວິດ​ຕາມ​ສັດ​ທາ​ຂອງ​ເຮົາ! ພໍ່​ຂອງ​ຂ້າ​ພະ​ເຈົ້າ​ມັກ​ຈະ​ຢໍ້າ​ເຕືອນ​ຂ້າ​ພະ​ເຈົ້າ​ຢູ່​ເລື້ອຍໆ​ວ່າ ການ​ນັ່ງ​ຢູ່​ຕັ່ງ​ຍາວ​ຢູ່​ໂບດ​ໃນ​ວັນ​ອາ​ທິດ​ເທົ່າ​ນັ້ນ ບໍ່​ໄດ້​ເຮັດ​ໃຫ້​ລູກ​ເປັນ​ຊາວ​ຄຣິດ​ທີ່​ດີ​ຫລາຍ​ໄປ​ກວ່າ​ການ​ນອນ​ຢູ່​ໃນ​ອູ່​ລົດ​ຈະ​ສ້າງ​ລົດ​ໃຫ້​ລູກ.

ເຮົາ​ຕ້ອງ​ດຳ​ລົງ​ຊີ​ວິດ​ຂອງ​ເຮົາ​ໃນ​ທາງ​ທີ່​ໂລກ​ຈະ​ບໍ່​ເຫັນ​ເຮົາ ແຕ່​ຈະ​ເຫັນ​ພຣະ​ອົງ​ຜ່ານ​ທາງ​ເຮົາ. ສິ່ງ​ນີ້​ບໍ່​ເກີດ​ຂຶ້ນ​ພຽງ​ແຕ່​ໃນ​ວັນ​ອາ​ທິດ​ເທົ່າ​ນັ້ນ. ມັນ​ເກີດ​ຂຶ້ນ​ຢູ່​ຮ້ານ​ຂາຍ​ເຄື່ອງ, ປໍ້າ​ນໍ້າ​ມັນ, ການ​ປະ​ຊຸມ​ໂຮງ​ຮຽນ, ການ​ເຕົ້າ​ໂຮມ​ໝູ່​ບ້ານ—ທຸກ​ບ່ອນ​ທີ່​ສະ​ມາ​ຊິກ​ຄອບ​ຄົວ​ທີ່​ຮັບ​ບັບ​ຕິ​ສະ​ມາ​ແລ້ວ ແລະ ບໍ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ເຮັດ​ວຽກ ແລະ ອາ​ໄສ​ຢູ່.

ຂ້າ​ພະ​ເຈົ້າ​ນະ​ມັດ​ສະ​ການ​ໃນ​ວັນ​ອາ​ທິດ​ເພື່ອ​ເປັນ​ການ​ຢໍ້າ​ເຕືອນ​ວ່າ ເຮົາ​ຕ້ອງ​ການ​ກັນ​ແລະ​ກັນ ແລະ ເຮົາ​ຕ້ອງ​ການ​ພຣະ​ອົງ​ນຳ​ກັນ. ຂອງ​ປະ​ທານ ແລະ ພອນ​ສະ​ຫວັນ​ອັນ​ເປັນ​ເອ​ກະ​ລັກ​ຂອງ​ເຮົາ​ທີ່​ເຮັດ​ໃຫ້​ເຮົາ​ແຕກ​ຕ່າງ​ໃນ​ໂລກ​ແຫ່ງ​ໂລ​ກີ ເຮັດ​ໃຫ້​ເຮົາ​ເປັນ​ອັນ​ໜຶ່ງ​ດຽວ​ກັນ​ໃນ​ພື້ນ​ທີ່​ສັກ​ສິດ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຮຽກ​ຮ້ອງ​ເຮົາ​ໃຫ້​ຊ່ວຍ​ເຫລືອ, ຍົກ​ຊຶ່ງ​ກັນ​ແລະ​ກັນ, ແລະ ສິດ​ສອນ​ກັນ. ນີ້​ຄື​ສິ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ ເມື່ອ​ພຣະ​ອົງ​ໄດ້​ປິ່ນ​ປົວ​ຜູ້​ຍິງ​ທີ່​ເປັນ​ພະ​ຍາດ​ເລືອດ​ຕົກ, ໄດ້​ປິ່ນ​ປົວ​ຊາຍ​ທີ່​ເປັນ​ພະ​ຍາດ​ຂີ້​ທູດ​ທີ່​ອ້ອນ​ວອນ​ຂໍ​ຄວາມ​ເມດ​ຕາ​ຈາກ​ພຣະ​ອົງ, ໄດ້​ໃຫ້​ຄຳ​ປຶກ​ສາ​ແກ່​ເສດ​ຖີ​ໜຸ່ມ​ທີ່​ຖາມ​ວ່າ ລາວ​ຈະ​ສາ​ມາດ​ເຮັດ​ຫຍັງ​ຕື່ມ​ແນ່, ໄດ້​ຮັກ​ນິ​ໂກ​ເດມ ຜູ້​ທີ່​ຮູ້​ດີ ແຕ່​ຍັງ​ລັງ​ເລ​ໃນ​ສັດ​ທາ​ຂອງ​ຕົນ, ແລະ ໄດ້​ນັ່ງ​ກັບ​ຜູ້​ຍິງ​ຢູ່​ນ້ຳ​ສ້າງ ຜູ້​ທີ່​ບໍ່​ເໝາະ​ສົມ​ກັບ​ປະ​ເພ​ນີ​ໃນ​ສະ​ໄໝ​ນັ້ນ ແຕ່​ເປັນ​ຜູ້​ທີ່​ພຣະ​ອົງ​ໄດ້​ປະ​ກາດ​ພາ​ລະ​ກິດ​ຂອງ​ພຣະ​ເມ​ຊີ​ອາ​ໃຫ້​ຟັງ. ນີ້​ສຳ​ລັບ​ຂ້າ​ພະ​ເຈົ້າ ແມ່ນ​ໂບດ—ສະ​ຖານ​ທີ່​ແຫ່ງ​ການ​ເຕົ້າ​ໂຮມ ແລະ ການ​ຟື້ນ​ຕົວ, ການ​ສ້ອມ​ແຊມ ແລະ ປັບ​ຄວາມ​ຕັ້ງ​ໃຈ​ໃໝ່. ດັ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ: “ດາງ​ແຫ​ພຣະ​ກິດ​ຕິ​ຄຸນ​ແມ່ນ​ໃຫຍ່​ທີ່​ສຸດ​ໃນ​ໂລກ. ພຣະ​ເຈົ້າ​ໄດ້​ເຊື້ອ​ເຊີນ ທຸກ​ຄົນ ໃຫ້​ມາ​ຫາ​ພຣະ​ອົງ. … ຍັງ​ມີ​ບ່ອນ​ວ່າງ​ສຳ​ລັບ​ທຸກ​ຄົນ.”

ບາງ​ຄົນ​ອາດ​ເຄີຍ​ມີ​ປະ​ສົບ​ການ​ທີ່​ເຮັດ​ໃຫ້​ທ່ານ​ຮູ້​ສຶກ​ວ່າ ທ່ານ​ບໍ່​ເປັນ​ພາກ​ສ່ວນ. ຂ່າວ​ສານ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຖິງ​ທ່ານ ແລະ ຂ້າ​ພະ​ເຈົ້າ​ນັ້ນ​ຄື​ກັນ: “ບັນ​ດາ​ຜູ້​ທີ່​ເຮັດ​ການ​ໜັກ​ໜ່ວງ ແລະ ແບກ​ພາ​ລະ​ໜັກ ຈົ່ງ​ມາ​ຫາ​ເຮົາ ແລະ ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ເຊົາ​ເມື່ອຍ.” ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ບ່ອນ​ທີ່​ສົມ​ບູນ​ແບບ​ສຳ​ລັບ​ເຮົາ. ການ​ມາ​ໂບດ​ໃຫ້​ຄວາມ​ຫວັງ​ແຫ່ງ​ມື້​ທີ່​ດີ​ກວ່າ, ຄຳ​ສັນ​ຍາ​ທີ່​ວ່າ ທ່ານ​ບໍ່​ໄດ້​ຢູ່​ຕົວ​ຄົນ​ດຽວ, ແລະ ຄອບ​ຄົວ​ທີ່​ຕ້ອງ​ການ​ເຮົາ​ສໍ່າໆ​ກັບ​ທີ່​ເຮົາ​ຕ້ອງ​ການ​ພວກ​ເຂົາ. ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ ຢືນ​ຢັນ​ວ່າ “ການ​ເປັນ​ໜຶ່ງ​ດຽວ​ກັບ​ພຣະ​ບິ​ດາ, ພຣະ​ບຸດ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ ແນ່​ນອນ​ວ່າ​ຄື​ການ​ເປັນ​ພາກ​ສ່ວນ​ທີ່​ສູງ​ສຸດ.” ສຳ​ລັບ​ຜູ້​ໃດ​ທີ່​ໄດ້​ກ້າວ​ອອກ​ໄປ ແລະ ກຳ​ລັງ​ສະ​ແຫວງ​ຫາ​ໂອ​ກາດ​ທີ່​ຈະ​ກັບ​ຄືນ​ມາ, ຂ້າ​ພະ​ເຈົ້າ​ຂໍ​ມອບ​ຄວາມ​ຈິງ​ນິ​ລັນ​ດອນ ແລະ ຄຳ​ເຊື້ອ​ເຊີນ: ທ່ານ​ເປັນ​ພາກ​ສ່ວນ. ກັບ​ຄືນ​ມາ​ສາ. ມັນ​ເຖິງ​ເວ​ລາ​ແລ້ວ.

ໃນ​ໂລກ​ທີ່​ຂັດ​ແຍ້ງ ແລະ ແບ່ງ​ແຍກ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ ເປັນ​ຜູ້​ເຮັດ​ໃຫ້​ເປັນ​ໜຶ່ງ​ດຽວ​ທີ່​ຍິ່ງ​ໃຫຍ່. ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ໃຫ້​ເຮົາ​ແຕ່​ລະ​ຄົນ​ມີ​ຄ່າ​ຄວນ​ສຳ​ລັບ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ການ “ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ” ແລະ ປະ​ກາດ​ຢ່າງ​ກ້າ​ຫານ​ດັ່ງ​ທີ່​ພຣະ​ອົງ​ໄດ້​ປະ​ກາດ​ວ່າ, “ພວກ​ເຈົ້າ​ຄື​ມິດ​ສະ​ຫາຍ​ຂອງ​ເຮົາ.” ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.