ຍິນດີຕ້ອນຮັບສູ່ສາດສະໜາຈັກແຫ່ງຄວາມຊື່ນຊົມ
ເປັນເພາະພຣະຊົນຊີບທີ່ໄຖ່ ແລະ ພາລະກິດຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ເຮົາສາມາດເປັນ—ແລະ ຄວນ—ເປັນຜູ້ຄົນທີ່ມີຄວາມຊື່ນຊົມຫລາຍທີ່ສຸດໃນໂລກ!
ຂ້າພະເຈົ້າໄດ້ຮັບບັບຕິສະມາເປັນສະມາຊິກຂອງ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ໃນຄືນກ່ອນວັນຄຣິດສະມາດຂອງປີ 1987, ເກືອບ 37 ປີຜ່ານມາແລ້ວ. ນັ້ນເປັນວັນທີ່ປະເສີດແທ້ໆໃນຊີວິດຂອງຂ້າພະເຈົ້າ ແລະ ໃນການເດີນທາງນິລັນດອນຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າຂໍຂອບໃຈໝູ່ເພື່ອນຢ່າງສຸດຊຶ້ງ ຜູ້ທີ່ໄດ້ກະກຽມເສັ້ນທາງ ແລະ ໄດ້ນຳຂ້າພະເຈົ້າມາສູ່ອ່າງນ້ຳຂອງການເກີດໃໝ່ນັ້ນ.
ບໍ່ວ່າການບັບຕິສະມາຂອງທ່ານໄດ້ເກີດຂຶ້ນມື້ວານນີ້ ຫລື ເມື່ອຫລາຍປີກ່ອນ, ບໍ່ວ່າທ່ານເຂົ້າຮ່ວມກອງປະຊຸມຢູ່ທີ່ອາຄານໃຫຍ່ຂອງສາດສະໜາຈັກທີ່ມີຫລາຍຫວອດ ຫລື ຕູບທີ່ມຸງດ້ວຍຫຍ້າ, ບໍ່ວ່າທ່ານຮັບສິນລະລຶກໃນການລະນຶກເຖິງພຣະຜູ້ຊ່ວຍໃຫ້ລອດເປັນພາສາໄທ ຫລື ສະວາຮີລີ, ຂ້າພະເຈົ້າຢາກກ່າວຕໍ່ທ່ານວ່າ, ຍິນດີຕ້ອນຮັບສູ່ສາດສະໜາຈັກແຫ່ງຄວາມຊື່ນຊົມ! ຍິນດີຕ້ອນຮັບສູ່ສາດສະໜາຈັກແຫ່ງຄວາມຊື່ນຊົມ!
ສາດສະໜາຈັກແຫ່ງຄວາມຊື່ນຊົມ
ເປັນເພາະແຜນແຫ່ງຄວາມຮັກຂອງພຣະບິດາເທິງສະຫວັນຂອງເຮົາສຳລັບລູກໆຂອງພຣະອົງແຕ່ລະຄົນ, ແລະ ເປັນເພາະພຣະຊົນຊີບທີ່ໄຖ່ ແລະ ພາລະກິດຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ເຮົາສາມາດເປັນ—ແລະ ຄວນ—ເປັນຜູ້ຄົນທີ່ມີຄວາມຊື່ນຊົມຫລາຍທີ່ສຸດໃນໂລກ! ແມ່ນແຕ່ຂະນະທີ່ມໍລະສຸມຊີວິດຢູ່ໃນໂລກທີ່ວຸ້ນວາຍກະທົບກະເທືອນເຮົາຢ່າງໜັກ, ແຕ່ເຮົາສາມາດປູກຝັງຄວາມຮູ້ສຶກແຫ່ງຄວາມຊື່ນຊົມທີ່ເຕີບໂຕ ແລະ ຄົງຢູ່ ແລະ ຄວາມສະຫງົບສຸກພາຍໃນ ເພາະຄວາມຫວັງຂອງເຮົາໃນພຣະຄຣິດ ແລະ ຄວາມເຂົ້າໃຈຂອງເຮົາເຖິງພື້ນທີ່ຂອງເຮົາເອງໃນແຜນແຫ່ງຄວາມສຸກທີ່ສວຍງາມໄດ້.
ອັກຄະສາວົກຊັ້ນຜູ້ໃຫຍ່ຂອງພຣະຜູ້ເປັນເຈົ້າ, ປະທານຣະໂຊ ເອັມ ແນວສັນ, ໄດ້ກ່າວເຖິງຄວາມຊື່ນຊົມທີ່ມາຈາກຊີວິດທີ່ມີພຣະເຢຊູຄຣິດເປັນສູນກາງ ໃນເກືອບທຸກໆບົດປາໄສທີ່ເພິ່ນໄດ້ກ່າວ ນັບຕັ້ງແຕ່ເພິ່ນໄດ້ກາຍເປັນປະທານຂອງສາດສະໜາຈັກ. ເພິ່ນໄດ້ກ່າວສະຫລຸບສັ້ນໆວ່າ: “ຄວາມສຸກມາຈາກພຣະອົງ ແລະ ເພາະພຣະອົງ. … ສຳລັບໄພ່ພົນຍຸກສຸດທ້າຍແລ້ວ, ພຣະເຢຊູຄຣິດຄື ຜູ້ໃຫ້ຄວາມສຸກນັ້ນ!”
ເຮົາເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດ. ເຮົາເປັນສະມາຊິກຂອງສາດສະໜາຈັກແຫ່ງຄວາມຊື່ນຊົມ! ແລະ ບໍ່ມີບ່ອນໃດທີ່ຄວາມຊື່ນຊົມຂອງເຮົາ ໃນຖານະຜູ້ຄົນ ຄວນເຫັນໄດ້ງ່າຍຫລາຍກວ່າເມື່ອເຮົາເຕົ້າໂຮມກັນແຕ່ລະວັນຊະບາໂຕ ໃນກອງປະຊຸມສິນລະລຶກຂອງເຮົາ ເພື່ອນະມັດສະການແຫລ່ງຂອງຄວາມຊື່ນຊົມທັງໝົດ! ຢູ່ທີ່ນີ້ເຮົາເຕົ້າໂຮມກັນກັບຄອບຄົວຫວອດ ແລະ ສາຂາຂອງເຮົາເພື່ອສະເຫລີມສະຫລອງສິນລະລຶກຂອງຄາບເຂົ້າຂອງພຣະຜູ້ຊ່ວຍໃຫ້ລອດ, ການປົດປ່ອຍຂອງເຮົາຈາກບາບ ແລະ ຄວາມຕາຍ, ແລະ ພຣະຄຸນທີ່ມີພະລັງຂອງພຣະຜູ້ຊ່ວຍໃຫ້ລອດ! ຢູ່ທີ່ນີ້ເຮົາມາເພື່ອປະສົບຄວາມຊື່ນຊົມ, ຄວາມປອດໄພ, ການໃຫ້ອະໄພ, ຄວາມຂອບຄຸນ, ແລະ ການເປັນພາກສ່ວນ ທີ່ພົບເຫັນຜ່ານທາງພຣະເຢຊູຄຣິດ!
ນີ້ແມ່ນວິນຍານຂອງການປິຕິຍິນດີທີ່ມີຮ່ວມກັນໃນພຣະຄຣິດທີ່ທ່ານພົບເຫັນບໍ? ນີ້ເປັນສິ່ງທີ່ທ່ານນຳມາດ້ວຍບໍ? ບາງທີທ່ານຄິດວ່າ ນີ້ບໍ່ກ່ຽວຫຍັງເລີຍກັບທ່ານ, ຫລື ບາງທີທ່ານກໍພຽງແຕ່ຄຸ້ນເຄີຍກັບສິ່ງທີ່ເຄີຍເປັນມາແຕ່ກ່ອນ. ແຕ່ເຮົາທຸກຄົນສາມາດປະກອບສ່ວນ, ບໍ່ສຳຄັນເລື່ອງອາຍຸ ຫລື ການເອີ້ນຂອງເຮົາ, ເພື່ອເຮັດໃຫ້ກອງປະຊຸມສິນລະລຶກຂອງເຮົາເຕັມໄປດ້ວຍຄວາມຊື່ນຊົມ, ສຸມໃສ່ທີ່ພຣະຄຣິດ, ຊົ່ວໂມງທີ່ຕ້ອນຮັບທີ່ມັນເປັນໄດ້, ມີຊີວິດຊີວາດ້ວຍວິນຍານແຫ່ງຄວາມຄາລະວະທີ່ຊື່ນຊົມ.
ຄວາມຄາລະວະທີ່ຊື່ນຊົມ
ຄວາມຄາລະວະ ທີ່ຊື່ນຊົມ? “ສິ່ງນີ້ມີຈິງບໍ?” ທ່ານອາດຖາມ. ແມ່ນແລ້ວ, ມັນມີຈິງ! ເຮົາຮັກ, ໃຫ້ກຽດ, ແລະ ເຄົາລົບນັບຖືພຣະເຈົ້າຂອງເຮົາຢ່າງເລິກເຊິ່ງ, ແລະ ຄວາມຄາລະວະຂອງເຮົາຫລັ່ງໄຫລມາຈາກຈິດວິນຍານທີ່ປິຕິຍິນດີໃນຄວາມຮັກທີ່ລົ້ນເຫລືອ, ຄວາມເມດຕາ, ແລະ ຄວາມລອດຂອງພຣະຄຣິດ! ຄວາມຄາລະວະທີ່ຊື່ນຊົມຕໍ່ພຣະຜູ້ເປັນເຈົ້ານີ້ຄວນເປັນລັກສະນະຂອງກອງປະຊຸມສິນລະລຶກທີ່ສັກສິດຂອງເຮົາ.
ເຖິງຢ່າງໃດກໍຕາມ, ສຳລັບຫລາຍຄົນ, ຄວາມຄາລະວະມີຄວາມໝາຍພຽງແຕ່: ພັບແຂນແໜ້ນໆອ້ອມໜ້າເອິກ, ກົ້ມຫົວ, ຫລັບຕາ, ແລະ ຢູ່ນິ້ງໆ—ຢ່າງດົນນານ! ສິ່ງນີ້ອາດເປັນວິທີທີ່ເປັນປະໂຫຍດໃນການສິດສອນລູກໆທີ່ຫ້າວຫັນໄດ້, ແຕ່ເມື່ອທີ່ເຮົາເຕີບໂຕ ແລະ ຮຽນຮູ້, ໃຫ້ເຮົາເຫັນວ່າ ຄວາມຄາລະວະມີຄວາມໝາຍຫລາຍກວ່ານັ້ນ. ເຮົາຄວນເປັນແບບນີ້ບໍຖ້າຫາກວ່າພຣະຜູ້ຊ່ວຍໃຫ້ລອດປະທັບຢູ່ກັບເຮົາ? ບໍ່ເລີຍ, ເພາະ “ຢູ່ຊ້ອງໜ້າ [ພຣະອົງ] ນັ້ນມີຄວາມຊົມຊື່ນຍິນດີ”!
ສະນັ້ນ, ສຳລັບເຮົາຫລາຍຄົນ ການປ່ຽນແປງແບບນີ້ໃນກອງປະຊຸມສິນລະລຶກຂອງເຮົາຈະຕ້ອງໃຊ້ການຝຶກຊ້ອມ.
ການໄປຮ່ວມທຽບກັບການນະມັດສະການ
ເຮົາບໍ່ໄດ້ເຕົ້າໂຮມກັນໃນວັນຊະບາໂຕພຽງແຕ່ໄປຮ່ວມກອງປະຊຸມສິນລະລຶກ ແລະ ຂີດລາຍການທີ່ສຳເລັດອອກເທົ່ານັ້ນ. ເຮົາມາເຕົ້າໂຮມກັນເພື່ອນະມັດສະການ. ມີຄວາມແຕກຕ່າງຫລາຍລະຫວ່າງສອງຢ່າງນີ້? ການ ໄປຮ່ວມ ໝາຍຄວາມວ່າການຢູ່ທີ່ນັ້ນ. ແຕ່ການ ນະມັດສະການ ຄືການສັນລະເສີນ ແລະ ການຮັກພຣະເຈົ້າຂອງເຮົາຢ່າງຕັ້ງໃຈ ໃນວິທີທີ່ປ່ຽນແປງເຮົາ!
ຢູ່ເທິງເວທີ ແລະ ຢູ່ບ່ອນຊຸມນຸມ
ຖ້າຫາກເຮົາເຕົ້າໂຮມກັນໃນການລະນຶກເຖິງພຣະຜູ້ຊ່ວຍໃຫ້ລອດ ແລະ ການໄຖ່ທີ່ພຣະອົງໄດ້ເຮັດໃຫ້ເປັນໄປໄດ້, ໃບໜ້າຂອງເຮົາຄວນສະທ້ອນເຖິງຄວາມຊື່ນຊົມ ແລະ ຄວາມກະຕັນຍູຂອງເຮົາ! ຄັ້ງໜຶ່ງ ແອວເດີ ແອັຟ ເອັນຊີໂອ ບູຊ໌ ໄດ້ເລົ່າເລື່ອງເຖິງຕອນທີ່ ເພິ່ນໄດ້ເປັນປະທານສາຂາ ແລະ ເດັກຊາຍນ້ອຍຄົນໜຶ່ງໃນບ່ອນຊຸມນຸມໄດ້ຫລຽວເບິ່ງເພິ່ນຢູ່ເທິງເວທີ ແລະ ໄດ້ຖາມຂຶ້ນດັງໆວ່າ, “ຜູ້ຊາຍທີ່ໜ້າຮ້າຍໆຄົນນັ້ນໄປເຮັດຫຍັງຢູ່ທີ່ນັ້ນ?” ຜູ້ຄົນທີ່ນັ່ງຢູ່ເທິງເວທີ—ຜູ້ກ່າວປາໄສ, ຜູ້ນຳ, ກຸ່ມນັກຮ້ອງ—ແລະ ຜູ້ທີ່ມາເຕົ້າໂຮມກັນຢູ່ທີ່ບ່ອນຊຸມນຸມ ສື່ສານຕໍ່ກັນເຖິງການ “ຍິນດີຕ້ອນຮັບສູ່ສາດສະໜາຈັກແຫ່ງຄວາມຊື່ນຊົມ” ນີ້ ຜ່ານທາງການສະແດງອອກທີ່ເຂົາເຈົ້າສວມໃສ່ຢູ່ທີ່ໃບໜ້າຂອງເຂົາເຈົ້າ!
ການຮ້ອງເພງສວດ
ຂະນະທີ່ເຮົາຮ້ອງເພງ, ເຮົາກຳລັງຮ່ວມກັນເພື່ອສັນລະເສີນພຣະເຈົ້າ ແລະ ຈອມກະສັດຂອງເຮົາບໍ, ບໍ່ວ່າຄຸນນະພາບຂອງສຽງຂອງເຮົາຈະເປັນແບບໃດ, ຫລື ວ່າເຮົາພຽງແຕ່ກ່າວເນື້ອເພງຢ່າງພຶມພຳບໍ? ພຣະຄຳພີບັນທຶກວ່າ “ເພງຂອງຄົນຊອບທຳເປັນຄຳອະທິຖານຫາ [ພຣະເຈົ້າ]” ຊຶ່ງໃນນັ້ນຈິດວິນຍານຂອງພຣະອົງເບີກບານ. ສະນັ້ນຂໍໃຫ້ເຮົາຈົ່ງຮ້ອງເພງເຖີດ! ແລະ ສັນລະເສີນພຣະອົງ!
ຄຳປາໄສ ແລະ ປະຈັກພະຍານ
ເຮົາຕ້ອງສຸມຄຳປາໄສ ແລະ ປະຈັກພະຍານຂອງເຮົາໃສ່ທີ່ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄິດ ແລະ ໝາກຂອງການດຳລົງຊີວິດຢ່າງຖ່ອມຕົນ ຕາມພຣະກິດຕິຄຸນຂອງພວກພຣະອົງ, ໝາກທີ່ “ຫວານເໜືອກວ່າທຸກສິ່ງທີ່ຫວານ.” ແລ້ວເຮົາກໍ “ອີ່ມໜຳສຳລານ … ເພື່ອ [ເຮົາ] ຈະບໍ່ຫິວ, ທັງ [ເຮົາ] ບໍ່ກະຫາຍ,” ແລະ ພາລະຂອງເຮົາຈະເບົາລົງ, ຜ່ານທາງຄວາມຊື່ນຊົມຂອງພຣະບຸດ.
ສິນລະລຶກ
ຈຸດສຸມຫລັກທີ່ຮຸ່ງໂລດຂອງກອງປະຊຸມຂອງເຮົາຄືການອວຍພອນ ແລະ ການຮັບສິນລະລຶກນັ້ນເອງ, ຊຶ່ງເຂົ້າຈີ່ ແລະ ນ້ຳເປັນຕົວແທນໃຫ້ແກ່ຂອງປະທານແຫ່ງການຊົດໃຊ້ຂອງພຣະຜູ້ເປັນເຈົ້າຂອງເຮົາ ແລະ ຈຸດປະສົງທັງໝົດຂອງການເຕົ້າໂຮມຂອງເຮົາ. ນີ້ເປັນ “ເວລາສັກສິດສຳລັບການຕໍ່ອາຍຸທາງວິນຍານ” ເມື່ອເຮົາເປັນພະຍານອີກຄັ້ງວ່າ ເຮົາເຕັມໃຈທີ່ຈະຮັບເອົາພຣະນາມຂອງພຣະເຢຊູຄຣິດ ແລະ ເຮັດພັນທະສັນຍາອີກຄັ້ງ ທີ່ຈະລະນຶກເຖິງພຣະຜູ້ຊ່ວຍໃຫ້ລອດຕະຫລອດເວລາ ແລະ ຮັກສາພຣະບັນຍັດຂອງພຣະອົງ.
ໃນບາງໄລຍະເວລາຂອງຊີວິດ, ເຮົາອາດເຂົ້າສູ່ສິນລະລຶກດ້ວຍຄວາມເສົ້າໃຈ ແລະ ພາລະທີ່ໜັກໜ່ວງ. ແລະ ໃນເວລາອື່ນ, ເຮົາກໍມາໂດຍບໍ່ມີຄວາມຍາກລຳບາກຈາກຄວາມຫ່ວງໃຍ ແລະ ບັນຫາ. ຂະນະທີ່ເຮົາຮັບຟັງຄຳອວຍພອນເຂົ້າຈີ່ ແລະ ນ້ຳຢ່າງຕັ້ງໃຈ ແລະ ຮັບສ່ວນສັນຍາລັກສັກສິດເຫລົ່ານັ້ນ, ເຮົາກໍຢາກຈະໄຕ່ຕອງເຖິງການເສຍສະລະຂອງພຣະຜູ້ຊ່ວຍໃຫ້ລອດ, ຄວາມທຸກທໍລະມານຂອງພຣະອົງທີ່ເຄັດເຊມາເນ, ຄວາມເຈັບປວດທີ່ໄມ້ກາງແຂນ, ແລະ ຄວາມໂສກເສົ້າ ແລະ ຄວາມເຈັບປວດທີ່ພຣະອົງໄດ້ທົນຕໍ່ເພື່ອເຮົາ. ນັ້ນຈະເປັນສິ່ງທີ່ບັນເທົາຈິດວິນຍານຂອງເຮົາ ຂະນະທີ່ເຮົາເຊື່ອມໂຍງຄວາມທຸກທໍລະມານຂອງເຮົາເຂົ້າກັບພຣະອົງ. ໃນເວລາອື່ນ, ເຮົາຈະຮູ້ສຶກທີ່ຈະຄິດດ້ວຍຄວາມປະຫລາດໃຈອັນກະຕັນຍູເຖິງ “ຄວາມຊື່ນຊົມທີ່ລ້ຳເລີດ ແລະ ຫວານຊື່ນ”ເຖິງສິ່ງທີ່ຂອງປະທານທີ່ສະຫງ່າງາມຂອງພຣະເຢຊູໄດ້ເຮັດໃຫ້ເປັນໄປໄດ້ໃນຊີວິດຂອງເຮົາ ແລະ ໃນນິລັນດອນຕ່າງໆຂອງເຮົາ. ເຮົາຈະປິຕິຍິນດີກັບສິ່ງທີ່ຈະເກີດຂຶ້ນ—ຄືການໄດ້ຢູ່ນຳກັນຢ່າງທະນຸຖະໜອມອີກຄັ້ງກັບພຣະບິດາທີ່ຊົງຮັກຂອງເຮົາ ແລະ ພຣະຜູ້ຊ່ວຍໃຫ້ລອດທີ່ຟື້ນຄືນພຣະຊົນແລ້ວ.
ເຮົາອາດລຶ້ງເຄີຍທີ່ຈະສົມມຸດຕິຖານວ່າ ຈຸດປະສົງຂອງສິນລະລຶກແມ່ນທີ່ຈະນັ່ງຢູ່ໃນບ່ອນນັ່ງ ຄິດເຖິງພຽງແຕ່ກ່ຽວກັບທຸກໆວິທີທາງທີ່ເຮົາໄດ້ເຮັດຜິດລະຫວ່າງອາທິດກ່ອນໜ້ານີ້. ແຕ່ໃຫ້ເຮົາມາປ່ຽນພຶດຕິກຳແບບນັ້ນ. ໃນຄວາມງຽບສະຫງົບ, ເຮົາສາມາດໄຕ່ຕອງຫລາກຫລາຍວິທີທາງທີ່ເຮົາໄດ້ເຫັນພຣະຜູ້ເປັນເຈົ້າສະແຫວງຫາເຮົາຢ່າງບໍ່ລົດລະ ດ້ວຍຄວາມຮັກທີ່ປະເສີດໃນອາທິດນັ້ນ! ເຮົາສາມາດສະທ້ອນຄິດໄດ້ວ່າການ “ຄົ້ນພົບ ຄວາມຊື່ນຊົມ ຂອງການກັບໃຈທຸກວັນ”ໝາຍຄວາມວ່າແນວໃດ. ເຮົາສາມາດຂອບພຣະໄທສຳລັບເວລາທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ເຂົ້າມາໃນການດີ້ນລົນຂອງເຮົາ ແລະ ໄຊຊະນະຂອງເຮົາ ແລະ ໃນວາລະໂອກາດຕ່າງໆຕອນທີ່ເຮົາໄດ້ຮູ້ສຶກເຖິງພຣະຄຸນຂອງພຣະອົງ, ການໃຫ້ອະໄພ, ແລະ ອຳນາດທີ່ໃຫ້ຄວາມເຂັ້ມແຂງແກ່ເຮົາເພື່ອເອົາຊະນະຄວາມຍາກລຳບາກຂອງເຮົາ ແລະ ທົນຕໍ່ພາລະຂອງເຮົາດ້ວຍຄວາມອົດທົນ ແລະ ແມ່ນແຕ່ດ້ວຍຄວາມເບີກບານ.
ແມ່ນແລ້ວ, ເຮົາໄຕ່ຕອງຄວາມທຸກທໍລະມານ ແລະ ຄວາມບໍ່ຍຸດຕິທຳທີ່ພຣະຜູ້ໄຖ່ໄດ້ຮັບແທນບາບຂອງເຮົາ, ແລະ ສິ່ງນັ້ນກໍກໍ່ໃຫ້ເກີດການສະທ້ອນຄິດເລິກໆແທ້ໆ. ແຕ່ບາງເທື່ອເຮົາກໍຕິດຄ້າງຢູ່ທີ່ນັ້ນ—ຢູ່ໃນສວນ, ຢູ່ເທິງໄມ້ກາງແຂນ, ຢູ່ໃນອຸບມຸງ. ເຮົາລົ້ມເຫລວທີ່ຈະຍ້າຍຂຶ້ນໄປສູ່ຄວາມຊື່ນຊົມຂອງອຸບມຸງທີ່ເປີດອອກ, ໄຊຊະນະຈາກຄວາມຕາຍ, ແລະ ໄຊຊະນະຂອງພຣະຄຣິດເໜືອທຸກສິ່ງທີ່ອາດກີດກັນເຮົາຈາກການມີຄວາມສະຫງົບສຸກ ແລະ ການກັບຄືນໄປສູ່ບ້ານແຫ່ງສະຫວັນຂອງເຮົາ. ບໍ່ວ່າເຮົາຫລັ່ງນ້ຳຕາແຫ່ງຄວາມໂສກເສົ້າ ຫລື ນ້ຳຕາແຫ່ງຄວາມກະຕັນຍູລະຫວ່າງພິທີສິນລະລຶກ, ຂໍໃຫ້ມັນເປັນໄປໃນຄວາມມະຫັດສະຈັນທີ່ຍອດຍ້ຽມ ເຖິງຂ່າວປະເສີດກ່ຽວກັບຂອງປະທານຂອງພຣະບິດາ ຊຶ່ງເປັນພຣະບຸດຂອງພຣະອົງ!
ພໍ່ແມ່ຜູ້ມີລູກທີ່ຍັງນ້ອຍ ຫລື ມີຄວາມຕ້ອງການພິເສດ
ບັດນີ້, ສຳລັບພໍ່ແມ່ຂອງລູກໆທີ່ຍັງນ້ອຍ ຫລື ມີຄວາມຕ້ອງການພິເສດ, ສ່ວນຫລາຍແລ້ວຈະບໍ່ມີສິ່ງທີ່ເອີ້ນກັນວ່າ ເວລາແຫ່ງການສະທ້ອນຄິດນິ້ງໆ ຫລື ມິດງຽບລະຫວ່າງພິທີສິນລະລຶກ. ແຕ່ໃນເວລາເລັກໆນ້ອຍໆຕະຫລອດອາທິດ, ທ່ານສາມາດສິດສອນໂດຍຕົວຢ່າງແຫ່ງຄວາມຮັກ, ຄວາມກະຕັນຍູ, ແລະ ຄວາມຊື່ນຊົມ ທີ່ທ່ານຮູ້ສຶກມີໃຫ້ແກ່ ແລະ ຈາກພຣະຜູ້ຊ່ວຍໃຫ້ລອດ ຂະນະທີ່ທ່ານດູແລລູກແກະນ້ອຍຂອງພຣະອົງ. ບໍ່ມີຄວາມພະຍາຍາມໃດໃນການສະແຫວງຫານີ້ທີ່ໄຮ້ປະໂຫຍດ. ພຣະເຈົ້າຮັບຮູ້ທ່ານແທ້ໆ.
ສະພາຄອບຄົວ, ຫວອດ, ແລະ ສາຂາ
ເໝືອນກັນກັບທີ່ບ້ານ, ເຮົາສາມາດເລີ່ມເສີມຂະຫຍາຍຄວາມຫວັງ ແລະ ຄວາມຄາດຫວັງຂອງເຮົາສຳລັບເວລາຂອງເຮົາຢູ່ທີ່ໂບດ. ໃນສະພາຄອບຄົວ, ເຮົາສາມາດສົນທະນາວ່າ ແຕ່ລະບຸກຄົນສາມາດປະກອບສ່ວນແນວໃດໃນວິທີທາງທີ່ມີຄວາມໝາຍ ເພື່ອຈະຕ້ອນຮັບທຸກຄົນມາສູ່ສາດສະໜາຈັກແຫ່ງຄວາມຊື່ນຊົມ! ເຮົາສາມາດວາງແຜນ ແລະ ຄາດຫວັງທີ່ຈະມີປະສົບການທີ່ຊື່ນຊົມຢູ່ທີ່ໂບດ.
ສະພາຫວອດ ແລະ ສາຂາສາມາດຈິນຕະນາການ ແລະ ສ້າງວັດທະນະທຳຂອງຄວາມຄາລະວະທີ່ຊື່ນຊົມສຳລັບຊົ່ວໂມງຂອງພິທີສິນລະລຶກຂອງເຮົາ, ລະບຸຂັ້ນຕອນທີ່ໃຊ້ການໄດ້ ແລະ ສັນຍານທີ່ເຫັນໄດ້ເພື່ອຊ່ວຍເຫລືອ.
ຄວາມຊື່ນຊົມ
ຄວາມຊື່ນຊົມແມ່ນແຕກຕ່າງສຳລັບແຕ່ລະຄົນ. ສຳລັບບາງຄົນ, ມັນອາດເປັນການທັກທາຍທີ່ມີຊີວິດຊີວາຢູ່ທີ່ປະຕູເຂົ້າ. ສຳລັບອີກບາງຄົນ, ມັນອາດເປັນການຊ່ວຍຜູ້ຄົນຢ່າງງຽບໆໃຫ້ຮູ້ສຶກສະບາຍໃຈ ດ້ວຍຮອຍຍິ້ມ ແລະ ການນັ່ງຄຽງຂ້າງເຂົາເຈົ້າດ້ວຍຫົວໃຈທີ່ເມດຕາ ແລະ ເປີດກວ້າງ. ສຳລັບຜູ້ຄົນທີ່ໄດ້ຮູ້ສຶກວ່າຖືກປະຖິ້ມ ຫລື ຢູ່ຂ້າງນອກ, ຄວາມອົບອຸ່ນຂອງການຕ້ອນຮັບນີ້ຈະເປັນສິ່ງສຳຄັນ. ໃນທີ່ສຸດ, ເຮົາສາມາດຖາມຕົວເອງວ່າ ພຣະຜູ້ຊ່ວຍໃຫ້ລອດປະສົງໃຫ້ຊົ່ວໂມງຮັບສິນລະລຶກຂອງເຮົາເປັນແບບໃດ. ພຣະອົງປະສົງໃຫ້ລູກໆຂອງພຣະອົງແຕ່ລະຄົນຖືກຕ້ອນຮັບ, ດູແລ, ບຳລຸງລ້ຽງ, ແລະ ເປັນທີ່ຮັກແນວໃດ? ພຣະອົງປະສົງໃຫ້ເຮົາຮູ້ສຶກແນວໃດເມື່ອເຮົາມາຕໍ່ພັນທະສັນຍາຜ່ານທາງການລະນຶກເຖິງ ແລະ ການນະມັດສະການພຣະອົງ?
ສະຫລຸບ
ໃນການເລີ່ມຕົ້ນຂອງການເດີນທາງແຫ່ງສັດທາຂອງຂ້າພະເຈົ້າ, ຄວາມຊື່ນຊົມໃນພຣະເຢຊູຄຣິດ ເປັນການຄົ້ນພົບທີ່ຍິ່ງໃຫຍ່ທຳອິດຂອງຂ້າພະເຈົ້າ, ແລະ ມັນໄດ້ປ່ຽນໂລກຂອງຂ້າພະເຈົ້າ. ຖ້າຫາກທ່ານຍັງບໍ່ທັນຄົ້ນພົບຄວາມຊື່ນຊົມນີ້ເທື່ອ, ຂໍຈົ່ງເລີ່ມຕົ້ນສະແຫວງຫາມັນ. ນີ້ເປັນຄຳເຊື້ອເຊີນໃຫ້ຮັບເອົາຂອງປະທານຂອງຄວາມສະຫງົບສຸກ, ຄວາມສະຫວ່າງ, ແລະ ຄວາມຊື່ນຊົມຂອງພຣະຜູ້ຊ່ວຍໃຫ້ລອດ—ໃຫ້ມີຄວາມສຸກໃນນັ້ນ, ໃຫ້ໄຕ່ຕອງເຖິງມັນ, ແລະ ໃຫ້ປິຕິຍິນດີໃນມັນໃນທຸກໆວັນຊະບາໂຕ.
ອຳໂມນ ໃນພຣະຄຳພີມໍມອນ ສະແດງຄວາມຮູ້ສຶກຂອງຫົວໃຈຂອງຂ້າພະເຈົ້າເມື່ອເພິ່ນກ່າວວ່າ:
“ບັດນີ້ພວກເຮົາມີເຫດຜົນທີ່ຈະປິຕິຍິນດີບໍ? ແທ້ຈິງແລ້ວ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ນັບແຕ່ການເລີ່ມຕົ້ນຂອງໂລກ ບໍ່ເຄີຍມີຜູ້ໃດຈະມີເຫດຜົນຫລາຍແບບນີ້ທີ່ຈະປິຕິຍິນດີຄືກັນກັບພວກເຮົາ; ແທ້ຈິງແລ້ວ, ຄວາມຜາສຸກຂອງຂ້າພະເຈົ້າຖືກພາໄປຈົນເຖິງການອວດອ້າງພຣະເຈົ້າຂອງຂ້າພະເຈົ້າ; ເພາະພຣະອົງມີອຳນາດທຸກຢ່າງ, ມີຄວາມສະຫລຽວສະຫລາດທຸກຢ່າງ, ແລະ ມີຄວາມເຂົ້າໃຈທຸກຢ່າງ, ແລະ ພຣະອົງເຂົ້າໃຈ ແລະ ມີຄວາມເມດຕາຈົນເຖິງຂັ້ນທີ່ມອບຄວາມລອດໃຫ້ແກ່ຜູ້ທີ່ກັບໃຈ ແລະ ເຊື່ອໃນພຣະນາມຂອງພຣະອົງ.
“ບັດນີ້ຖ້າຫາກສິ່ງນີ້ເປັນການອວດອ້າງແລ້ວ, ຂ້າພະເຈົ້າຈະອວດອ້າງມັນ; ເພາະວ່ານີ້ຄືຊີວິດ ແລະ ຄວາມສະຫວ່າງຂອງຂ້າພະເຈົ້າ, … ຄວາມຜາສຸກ ແລະ ຄວາມລອດຂອງຂ້າພະເຈົ້າ.”
ຍິນດີຕ້ອນຮັບສູ່ສາດສະໜາຈັກແຫ່ງຄວາມຊື່ນຊົມ! ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.