ຄວາມສຸກ ແລະ ການຢູ່ລອດທາງວິນຍານ
ເມື່ອເຮົາເຮັດໃຫ້ຊີວິດຂອງເຮົາເອົາໃຈໃສ່ຕໍ່ພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ, ເຮົາສາມາດຮູ້ສຶກເຖິງຄວາມສຸກໄດ້ ບໍ່ວ່າແມ່ນຫຍັງຈະເກີດຂຶ້ນ—ຫລື ບໍ່ເກີດຂຶ້ນກໍຕາມ—ໃນຊີວິດຂອງເຮົາ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ມື້ນີ້ ຂ້າພະເຈົ້າຢາກສົນທະນາເຖິງຫລັກທຳທີ່ຈຳເປັນ ຕໍ່ການຢູ່ລອດທາງວິນຍານຂອງເຮົາ. ມັນເປັນຫລັກທຳທີ່ຈະນັບມື້ນັບສຳຄັນຫລາຍຂຶ້ນ ຂະນະທີ່ຄວາມໂສກເສົ້າ ແລະ ການບິດເບືອນທີ່ຢູ່ອ້ອມຂ້າງເຮົາເພີ່ມທະວີຂຶ້ນ.
ນີ້ຄືວັນເວລາຍຸກສຸດທ້າຍ, ສະນັ້ນເຮົາບໍ່ຄວນຕົກໃຈເມື່ອເຮົາເຫັນການທຳນາຍເກີດເປັນຈິງ. ສາດສະດາຫລາຍໆທ່ານ, ຮ່ວມທັງເອຊາຢາ, ໂປໂລ, ນີໄຟ, ແລະ ມໍມອນ, ໄດ້ເຫັນລ່ວງໜ້າວ່າ ວັນເວລາອັນຕະລາຍນັ້ນຈະມາເຖິງ,1 ວ່າໃນວັນເວລາຂອງເຮົາ ທັງແຜ່ນດິນໂລກຈະສັບສົນວຸ້ນວາຍ,2 ວ່າມະນຸດ “ຈະເຫັນແກ່ຕົວ, ... ເປັນຄົນຂາດມະນຸດສະທຳ, ... ເປັນຄົນຮັກຄວາມສະໜຸກຫລາຍກວ່າຮັກພຣະເຈົ້າ,”3 ແລະ ວ່າຫລາຍຄົນຈະເປັນບໍລິວານຂອງຊາຕານ ຜູ້ທີ່ຄ້ຳຈູນວຽກງານຂອງຜູ້ປໍລະປັກ.4 ແນ່ນອນວ່າ, ທ່ານ ແລະ ຂ້າພະເຈົ້າຈະ “ຕໍ່ສູ້ ... ກັບຜູ້ຄອບຄອງຢູ່ໃນຍຸກມືດນີ້, [ແລະ] ວິນຍານທີ່ມີອຳນາດຊົ່ວຮ້າຍໃນອາກາດສະຖານ.”5
ຂະນະທີ່ການຂັດແຍ້ງລະຫວ່າງປະເທດຊາດຮ້າຍແຮງຂຶ້ນ, ຂະນະທີ່ຜູ້ກໍ່ການຮ້າຍທີ່ບໍ່ມີສິນທຳ ຂ້າຄົນບໍລິສຸດ, ແລະ ການສໍ້ໂກງໃນທຸກໆດ້ານ ຈາກທຸລະກິດຈົນເຖິງລັດຖະບານກໍກາຍເປັນເລື່ອງທຳມະດາຂື້ນທຸກວັນ, ຈະມີຫຍັງຊ່ວຍເຮົາໄດ້ແດ່? ແມ່ນຫຍັງຈະຊ່ວຍເຮົາໃນການດີ້ນລົນສ່ວນຕົວຂອງເຮົາ ແລະ ໃນການທ້າທາຍທີ່ເຄັ່ງຄັດຂອງການດຳລົງຊີວິດຢູ່ໃນວັນເວລາຍຸກສຸດທ້າຍນີ້?
ສາດສະດາລີໄຮ ໄດ້ສອນຫລັກທຳສຳລັບການຢູ່ລອດທາງວິນຍານ. ທຳອິດ, ຂໍໃຫ້ພິຈາລະນາສະຖານະການຂອງເພິ່ນ: ເພິ່ນຖືກຂົ່ມເຫັງເພາະການສັ່ງສອນຄວາມຈິງໃນເຢຣູຊາເລັມ ແລະ ຖືກບັນຊາໂດຍພຣະຜູ້ເປັນເຈົ້າໃຫ້ປະຖິ້ມຊັບສົມບັດຂອງເພິ່ນ ແລະ ໜີອອກໄປໃນແດນທຸລະກັນດານກັບຄອບຄົວຂອງເພິ່ນ. ເພິ່ນອາໄສຢູ່ໃນຜ້າເຕັ້ນ ແລະ ໄດ້ຢູ່ລອດດ້ວຍອາຫານທີ່ຫາໄດ້ຕາມທາງທີ່ນຳໄປສູ່ຈຸດໝາຍປາຍທາງທີ່ບໍ່ເປັນທີ່ຮູ້ຈັກ, ແລະ ເພິ່ນໄດ້ເຫັນລູກຊາຍຂອງເພິ່ນສອງຄົນ, ເລມັນ ແລະ ລາມູເອນ, ກະບົດຕໍ່ຄຳສອນຂອງພຣະຜູ້ເປັນເຈົ້າ ແລະ ໂຈມຕີ ນີໄຟ ແລະ ແຊມ ນ້ອງຊາຍຂອງພວກເຂົາ.
ແນ່ນອນວ່າ, ລີໄຮໄດ້ຮູ້ຈັກການກົງກັນຂ້າມ, ຄວາມກັງວົນ, ຄວາມເສຍໃຈ, ຄວາມເຈັບປວດ, ຄວາມຜິດຫວັງ, ແລະ ຄວາມເສົ້າສະຫລົດໃຈ. ແຕ່, ເພິ່ນໄດ້ປະກາດຢ່າງອາດຫານ ແລະ ປາດສະຈາກການລັງເລໃຈເຖິງຫລັກທຳ ຕາມທີ່ພຣະຜູ້ເປັນເຈົ້າໄດ້ເປີດເຜີຍວ່າ: “ມະນຸດເປັນຢູ່ເພື່ອພວກເຂົາຈະໄດ້ມີຄວາມສຸກ.”6 ຂໍໃຫ້ວາດພາບເບິ່ງດູ! ໃນຈຳນວນຖ້ອຍຄຳທັງໝົດທີ່ເພິ່ນສາມາດຈະໃຊ້ ເພື່ອບັນຍາຍເຖິງທຳມະຊາດ ແລະ ຈຸດປະສົງຂອງຊີວິດເຮົາຢູ່ໃນຊ່ວງມະຕະນີ້, ເພິ່ນໄດ້ເລືອກໃຊ້ຄຳທີ່ວ່າ ຄວາມສຸກ!
ຊີວິດກໍເຕັມໄປດ້ວຍບັນຫາ ແລະ ການທ້າທາຍຕ່າງໆນາໆ ທີ່ເຮົາບໍ່ໄດ້ຄາດຄິດເອົາໄວ້. ເຮົາແຕ່ລະຄົນກໍເຄີຍມີຊ່ວງເວລາຕອນທີ່ຄວາມຕຶງຄຽດ, ຄວາມເຈັບປວດ, ແລະ ຄວາມສິ້ນຫວັງ ເກືອບເອົາຊະນະເຮົາ. ແຕ່ເຮົາກໍຢູ່ທີ່ນີ້ເພື່ອຈະມີຄວາມສຸກບໍ່ແມ່ນບໍ?
ແມ່ນແລ້ວ! ຄຳຕອບກໍດັງກ້ອງແນ່ນອນວ່າ ແມ່ນແລ້ວ! ແຕ່ມັນຈະເປັນໄປໄດ້ແນວໃດ? ແລະ ເຮົາຕ້ອງເຮັດຫຍັງແດ່ເພື່ອຈະທວງເອົາຄວາມສຸກທີ່ພຣະບິດາເທິງສະຫວັນໄດ້ຕຽມໄວ້ໃຫ້ເຮົາ?
ນາງອີລາຍຊາ ອາ ສະໂນ, ປະທານສະມາຄົມສະຕີສົງເຄາະສາມັນຄົນທີສອງ, ໄດ້ໃຫ້ຄຳຕອບທີ່ໜ້າສົນໃຈຫລາຍ. ເພາະຍ້ອນຄຳສັ່ງຂອງລັດມິເຊີຣີ ໃຫ້ກຳຈັດສະມາຊິກ, ທີ່ຖືກບົ່ງອອກມາໃນຕົ້ນລະດູໜາວທີ່ຮ້າຍກາດຂອງປີ 1838,7 ນາງ ແລະ ໄພ່ພົນຄົນອື່ນໆກໍຖືກບັງຄັບໃຫ້ໜີໄປຈາກລັດ ໃນລະດູໜາວນັ້ນເອງ. ຄືນໜຶ່ງ, ຄອບຄົວຂອງນາງອີລາຍຊາ ໄດ້ພາກັນຄ້າງຄືນຢູ່ໃນຕູບໄມ້ທ່ອນ ທີ່ໄພ່ພົນອົບພະຍົບໄດ້ພັກຢູ່. ວັດຖຸທີ່ໃຊ້ຕາບຮູ ກໍຖືກດຶງອອກມາໃຊ້ເປັນຟືນດັງໄຟ ໂດຍຜູ້ຄົນທີ່ໄດ້ມາກ່ອນເຂົາເຈົ້າ, ສະນັ້ນຈຶ່ງມີປ່ອງມີຮູຢູ່ລະຫວ່າງໄມ້ທ່ອນ ທີ່ໃຫຍ່ພໍໃຫ້ແມວຄານຜ່ານໄດ້. ມັນເປັນຄືນທີ່ເຍືອກເຢັນຫລາຍແທ້ໆ, ແລະ ເຂົ້າປາອາຫານຂອງເຂົາເຈົ້າກໍເຢັນເປັນນ້ຳແຂງໄປໝົດ.
ໃນຄືນນັ້ນ ປະມານ 80 ຄົນໄດ້ບຽດກັນຢູ່ໃນຕູບນ້ອຍໆຫລັງນັ້ນ, ທີ່ມີຄວາມກວ້າງປະມານ 2 ແມັດມົນທົນ. ຫລາຍຄົນໄດ້ນັ່ງ ຫລື ຢືນຢູ່ໝົດທັງຄືນເພື່ອພະຍາຍາມຮັກສາຄວາມອົບອຸ່ນ. ຢູ່ຂ້າງນອກ, ຜູ້ຊາຍກຸ່ມໜຶ່ງໄດ້ເຕົ້າໂຮມກັນຢູ່ອ້ອມກອງໄຟ, ບາງຄົນໄດ້ຮ້ອງເພງສວດ ແລະ ບາງຄົນກໍພາກັນປີ້ງມັນກິນ. ອີລາຍຊາ ໄດ້ບັນທຶກໄວ້ວ່າ: “ບໍ່ໄດ້ຍິນໃຜຈົ່ມຫຍັງ—ທຸກຄົນກໍລ່າເລີງດີ, ແລະ ຖ້າຫາກຈະເບິ່ງຈາກທ່າທາງພາຍນອກແລ້ວ, ຄົນແປກໜ້າອາດຕັດສິນວ່າ ພວກເຮົາເປັນຜູ້ຄົນທີ່ເດີນທາງໄປຊອກຫາຄວາມສະໜຸກສະໜານ ແທນທີ່ເປັນຜູ້ຄົນທີ່ເຈົ້າລັດ ໄດ້ຂັບໄລ່ອອກຈາກລັດ.”
ບົດລາຍງານຂອງ ອີລາຍຊາ ເຖິງຄ່ຳຄືນທີ່ອ່ອນເພຍ ແລະ ໜາວເຢັນນັ້ນກໍເປັນທີ່ມອງໂລກໃນແງ່ດີ ທີ່ໜ້າປະທັບໃຈ. ນາງໄດ້ປະກາດວ່າ: “ນັ້ນໄດ້ເປັນຄ່ຳຄືນທີ່ມ່ວນຊື່ນລ່າເລີງແທ້ໆ. ບໍ່ມີຄົນໃດ ນອກຈາກໄພ່ພົນຈະສາມາດມີຄວາມສຸກໄດ້ ພາຍໃຕ້ທຸກໆສະຖານະການ.”8
ນັ້ນແຫລະ! ໄພ່ພົນສາມາດມີຄວາມສຸກໄດ້ພາຍໃຕ້ທຸກໆສະຖານະການ. ເຮົາສາມາດຮູ້ສຶກເຖິງຄວາມສຸກໄດ້ ແມ່ນແຕ່ຕອນທີ່ມີວັນທີ່ບໍ່ດີ, ອາທິດທີ່ຫຍຸ້ງຍາກ, ຫລື ແມ່ນແຕ່ເປັນປີທີ່ລຳບາກກໍຕາມ!
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຄວາມສຸກທີ່ເຮົາຮູ້ສຶກ ບໍ່ຂຶ້ນກັບສະຖານະການໃນຊີວິດຂອງເຮົາ ແຕ່ມັນຂຶ້ນກັບວ່າ ເຮົາເອົາໃຈໃສ່ຕໍ່ສິ່ງໃດ ໃນຊີວິດຂອງເຮົາ.
ເມື່ອເຮົາເຮັດໃຫ້ຊີວິດຂອງເຮົາເອົາໃຈໃສ່ຕໍ່ແຜນແຫ່ງຄວາມລອດຂອງພຣະເຈົ້າ, ຊຶ່ງປະທານທອມມັສ ແອັສ ມອນສັນ ຫາກໍໄດ້ສອນເຮົາ, ແລະ ພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ, ເຮົາສາມາດຮູ້ສຶກເຖິງຄວາມສຸກໄດ້ ບໍ່ວ່າແມ່ນຫຍັງຈະເກີດຂຶ້ນ—ຫລື ບໍ່ເກີດຂຶ້ນກໍຕາມ—ໃນຊີວິດຂອງເຮົາ. ຄວາມສຸກມາຈາກພຣະອົງ ແລະ ເພາະພຣະອົງ. ພຣະອົງເປັນແຫລ່ງຂອງຄວາມສຸກທັງໝົດ. ເຮົາຮູ້ສຶກມັນໃນເທດສະການຄຣິດສະມັດ ເມື່ອເຮົາຮ້ອງເພງວ່າ, “ຄວາມສຸກມີສູ່ໂລກ, ພຣະຜູ້ເປັນເຈົ້າມາປະສູດ.”9 ແລະ ເຮົາສາມາດຮູ້ສຶກມັນໄດ້ຕະຫລອດທັງປີ. ສຳລັບໄພ່ພົນຍຸກສຸດທ້າຍແລ້ວ, ພຣະເຢຊູຄຣິດຄື ຜູ້ໃຫ້ຄວາມສຸກນັ້ນ!
ນີ້ແຫລະຄືເຫດຜົນ ທີ່ຜູ້ສອນສາດສະໜາຂອງເຮົາຈຶ່ງຈາກບ້ານເຮືອນເຂົາເຈົ້າໄປ ເພື່ອສັ່ງສອນພຣະກິດຕິຄຸນຂອງພຣະອົງ. ເປົ້າໝາຍຂອງເຂົາເຈົ້າບໍ່ແມ່ນຈະເພີ່ມຕົວເລກຂອງສະມາຊິກຂອງສາດສະໜາຈັກ. ກົງກັນຂ້າມ, ຜູ້ສອນສາດສະໜາຂອງເຮົາສອນ ແລະ ໃຫ້ບັບຕິສະມາ10 ເພື່ອຈະນຳຄວາມສຸກນັ້ນໄປໃຫ້ຜູ້ຄົນຕະຫລອດທົ່ວໂລກ!11
ໃນທຳນອງດຽວ ບໍ່ພຽງແຕ່ພຣະຜູ້ຊ່ວຍໃຫ້ລອດສະເໜີຄວາມສະຫງົບທີ່ “ເກີນກວ່າຄວາມເຂົ້າໃຈ,” ເທົ່ານັ້ນ12 ແຕ່ພຣະອົງກໍຍັງສະເໜີພະລັງ ແລະ ຄວາມສຸກທັງຫລາຍທີ່ເກີນກວ່າເຫດຜົນ ຫລື ຄວາມເຂົ້າໃຈຂອງມະນຸດນຳອີກ. ຍົກຕົວຢ່າງ, ເບິ່ງຄືວ່າຈະເປັນໄປບໍ່ໄດ້ທີ່ຈະຮູ້ສຶກເຖິງຄວາມສຸກເມື່ອລູກຂອງທ່ານທົນທຸກຢູ່ກັບຄວາມເຈັບປ່ວຍທີ່ປິ່ນປົວບໍ່ຫາຍ, ຫລື ເມື່ອທ່ານໄດ້ຕົກງານ, ຫລື ເມື່ອຄູ່ຄອງຂອງທ່ານໄດ້ນອກໃຈທ່ານ. ແຕ່ນັ້ນແຫລະຄືຄວາມສຸກທີ່ພຣະຜູ້ຊ່ວຍໃຫ້ລອດສະເໜີໃຫ້ເຮົາ. ຄວາມສຸກຂອງພຣະອົງແມ່ນສະໝ່ຳສະເໝີ, ໃຫ້ເຮົາແນ່ໃຈວ່າ “ຄວາມທຸກທໍລະມານຂອງເຮົາຈະເປັນຢູ່ພຽງຊົ່ວຄາວ”13 ແລະ ຖືກຕັ້ງໄວ້ເພື່ອຜົນປະໂຫຍດຂອງເຮົາເອງ.14
ແລ້ວ ເຮົາຈະທວງເອົາຄວາມສຸກນັ້ນໄດ້ແນວໃດ? ເຮົາສາມາດເລີ່ມຕົ້ນໄດ້ໂດຍການ “ປັກຕາເບິ່ງພຣະເຢຊູເຈົ້າ ຄືຜູ້ບຸກເບີກຄວາມເຊື່ອ ແລະ ຜູ້ເຮັດໃຫ້ຄວາມເຊື່ອຂອງພວກເຮົາເຖິງທີ່ສຳເລັດ”15 “ໃນຄວາມນຶກຄິດທຸກຢ່າງ.”16 ເຮົາສາມາດຂອບພຣະໄທພຣະອົງ ໃນຄຳອະທິຖານຂອງເຮົາ ແລະ ໂດຍການຮັກສາພັນທະສັນຍາທີ່ເຮົາໄດ້ເຮັດໄວ້ກັບພຣະອົງ ແລະ ກັບພຣະບິດາເທິງສະຫວັນຂອງເຮົາ. ເມື່ອພຣະຜູ້ຊ່ວຍໃຫ້ລອດຂອງເຮົາກາຍເປັນຄວາມເປັນຈິງຫລາຍຂຶ້ນເທົ່າໃດສຳລັບເຮົາ ແລະ ເຮົາທູນຂໍຄວາມສຸກຈາກພຣະອົງ, ຄວາມສຸກຂອງເຮົາກໍຈະມີຫລາຍຂຶ້ນ.
ຄວາມສຸກເປັນສິ່ງທີ່ມີພະລັງ, ແລະ ການເອົາໃຈໃສ່ຕໍ່ຄວາມສຸກນັ້ນຈະນຳອຳນາດຂອງພຣະເຈົ້າ ມາສູ່ຊີວິດຂອງເຮົາ. ໃນທຳນອງດຽວກັນກັບທຸກໆສິ່ງ, ພຣະເຢຊູຄຣິດເປັນຕົວຢ່າງທີ່ດີເລີດຂອງເຮົາ, “ພຣະອົງໄດ້ອົດທົນຢູ່ທີ່ໄມ້ກາງແຂນ ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຕໍ່ໜ້າພຣະອົງ.”17 ຂໍໃຫ້ຄິດເບິ່ງດູ! ເພື່ອວ່າພຣະອົງຈະອົດທົນຕໍ່ປະສົບການທີ່ຮ້າຍກາດທີ່ສຸດ ທີ່ຈະທົນໄດ້ຢູ່ເທິງໂລກ, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາກໍໄດ້ເອົາໃຈໃສ່ຕໍ່ ຄວາມສຸກ ນັ້ນ!
ແລະ ແມ່ນຫຍັງທີ່ເປັນຄວາມສຸກທີ່ຖືກຕັ້ງໄວ້ຕໍ່ໜ້າພຣະອົງ? ແນ່ນອນວ່າ ມັນຮ່ວມທັງຄວາມສຸກຂອງການຊຳລະໃຫ້ສະອາດ, ການປິ່ນປົວ, ແລະ ການເພີ່ມຄວາມເຂັ້ມແຂງໃຫ້ແກ່ເຮົາ; ຄວາມສຸກຂອງການຈ່າຍຄ່າບາບຂອງທຸກຄົນທີ່ຈະກັບໃຈ; ຄວາມສຸກຂອງການເຮັດໃຫ້ເປັນໄປໄດ້ສຳລັບທ່ານ ແລະ ຂ້າພະເຈົ້າ ທີ່ຈະກັບຄືນໄປສູ່ບ້ານ—ສະອາດ ແລະ ມີຄຸນຄ່າດີພໍ—ທີ່ຈະດຳລົງຊີວິດຢູ່ກັບພຣະບິດາມານດາ ແລະ ຄອບຄົວແຫ່ງສະຫວັນຂອງເຮົາ.
ຖ້າຫາກເຮົາເອົາໃຈໃສ່ຕໍ່ຄວາມສຸກທີ່ຈະມາສູ່ເຮົາ, ຫລື ມາສູ່ຜູ້ຄົນທີ່ເຮົາຮັກ, ແລ້ວເຮົາຈະສາມາດ ອົດທົນຕໍ່ສິ່ງໃດແດ່ ທີ່ໃນເວລານີ້ເບິ່ງຄືວ່າລຳບາກ, ເຈັບປວດ, ໜ້າຢ້ານກົວ, ບໍ່ຍຸດຕິທຳ, ຫລື ແມ່ນແຕ່ເປັນໄປບໍ່ໄດ້?
ພໍ່ຄົນໜຶ່ງທີ່ຕົກຢູ່ໃນສະພາບການທີ່ອັນຕະລາຍທາງວິນຍານ ໄດ້ເອົາໃຈໃສ່ຕໍ່ຄວາມສຸກ ຊຶ່ງໃນທີ່ສຸດ ຈະເປັນຄົນສະອາດ ແລະ ຖືກຕັດສິນວ່າມີຄຸນຄ່າໂດຍພຣະຜູ້ເປັນເຈົ້າ—ຄວາມສຸກຈາກການເປັນອິດສະລະຈາກຄວາມຮູ້ສຶກຜິດ ແລະ ຄວາມອັບອາຍ—ແລະ ຄວາມສຸກຈາກການມີຄວາມສະຫງົບໃນຈິດໃຈ. ຄວາມເອົາໃຈໃສ່ນັ້ນໄດ້ເຮັດໃຫ້ລາວມີຄວາມກ້າຫານ ທີ່ຈະສະລະພາບທຸກສິ່ງຕໍ່ພັນລະຍາ ແລະ ອະທິການຂອງລາວ ກ່ຽວກັບບັນຫາທີ່ລາວ ມີກັບຮູບພາບລາມົກ ແລະ ການນອກໃຈທີ່ຕິດຕາມມານັ້ນ. ບັດນີ້ລາວກຳລັງເຮັດທຸກສິ່ງ ຕາມທີ່ອະທິການຂອງລາວໄດ້ແນະນຳລາວໃຫ້ເຮັດ, ພະຍາຍາມສຸດຈິດສຸດໃຈ ເພື່ອວ່າພັນລະຍາທີ່ຮັກຂອງລາວຈະໄວ້ວາງໃຈລາວຄືນອີກ.
ຍິງສາວຄົນໜຶ່ງໄດ້ເອົາໃຈໃສ່ຕໍ່ຄວາມສຸກຈາກການຮັກສາກົດພົມມະຈັນ, ເພື່ອຊ່ວຍໃຫ້ນາງອົດທົນ ຕໍ່ຄຳເຍາະເຍີ້ຍຂອງໝູ່ເພື່ອນ, ເມື່ອນາງໄດ້ຍ່າງອອກໄປຈາກສະພາບການທີ່ເປັນທີ່ນິຍົມ ແລະ ຕື່ນເຕັ້ນ, ແຕ່ເປັນອັນຕະລາຍທາງວິນຍານນັ້ນ.
ຊາຍຄົນໜຶ່ງທີ່ມັກດູຖູກພັນລະຍາ ແລະ ໃຈຮ້າຍໃຫ້ລູກຂອງລາວເລື້ອຍໆ ໄດ້ເອົາໃຈໃສ່ຕໍ່ຄວາມສຸກ ຈາກການມີຄຸນຄ່າດີພໍ ເພື່ອຈະມີພຣະວິນຍານບໍລິສຸດສະຖິດຢູ່ເປັນເພື່ອນ ຕະຫລອດເວລາ. ຄວາມເອົາໃຈໃສ່ນັ້ນໄດ້ກະຕຸ້ນໃຫ້ລາວປະຖິ້ມມະນຸດທີ່ມີຈິດໃຈທຳມະດາ,18 ທີ່ລາວໄດ້ຍອມຈຳນົນມາຕະຫລອດ, ແລະ ເລືອກທີ່ຈະປ່ຽນແປງ.
ເມື່ອບໍ່ດົນມານີ້ ເພື່ອນຮ່ວມງານຄົນໜຶ່ງຂອງຂ້າພະເຈົ້າ ໄດ້ບອກຂ້າພະເຈົ້າເຖິງຄວາມໜັກໜ່ວງຂອງລາວ ມາໄດ້ຫລາຍກວ່າຊາວປີແລ້ວ. ລາວໄດ້ເວົ້າວ່າ, “ຂ້ອຍໄດ້ຮຽນທີ່ຈະທົນທຸກທໍລະມານ ດ້ວຍຄວາມສຸກ. ຄວາມທຸກທໍລະມານຂອງຂ້ອຍ ໄດ້ຖືກກືນກິນເຂົ້າໄປໃນຄວາມສຸກຂອງພຣະຄຣິດ.”19
ທ່ານ ແລະ ຂ້າພະເຈົ້າຈະສາມາດທົນຕໍ່ຫຍັງແດ່, ເມື່ອເຮົາເອົາໃຈໃສ່ຕໍ່ຄວາມສຸກ ທີ່ຖືກ “ຕັ້ງໄວ້ຕໍ່ໜ້າ” ເຮົາ?20 ການກັບໃຈຫຍັງແດ່ຈະເປັນໄປໄດ້ ຕໍ່ຈາກນັ້ນ? ຄວາມອ່ອນແອອັນໃດແດ່ ທີ່ຈະກາຍເປັນຄວາມເຂັ້ມແຂງ?21 ການຕີສອນຫຍັງແດ່ ຈະກາຍເປັນພອນ?22 ຄວາມຜິດຫວັງຫຍັງແດ່, ແມ່ນແຕ່ຄວາມໂສກເສົ້າ, ຈະປ່ຽນໄປເປັນຄວາມດີຂອງເຮົາ?23 ແລະ ການຮັບໃຊ້ທີ່ທ້າທາຍຫຍັງແດ່ ທີ່ພຣະຜູ້ເປັນເຈົ້າຈະສາມາດປະທານໃຫ້?24
ເມື່ອເຮົາເອົາໃຈໃສ່ຢ່າງພາກພຽນຕໍ່ພຣະຜູ້ຊ່ວຍໃຫ້ລອດ ແລະ ແລ້ວຕິດຕາມແບບແຜນຂອງພຣະອົງ ເຖິງການເອົາໃຈໃສ່ຕໍ່ຄວາມສຸກ, ເຮົາຕ້ອງຫລີກລ້ຽງສິ່ງທີ່ສາມາດລົບກວນຄວາມສຸກຂອງເຮົາໄດ້. ທ່ານຈື່ຈຳໂຄຣິຫໍ, ຜູ້ຕໍ່ຕ້ານພຣະຄຣິດໄດ້ບໍ? ລາວກ່າວຄວາມເທັດຕ່າງໆນາໆກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ, ໂຄຣິຫໍໄດ້ເດີນທາງຈາກບ່ອນໜຶ່ງໄປອີກບ່ອນໜຶ່ງ ຈົນກວ່າລາວໄດ້ຖືກນຳມາຢູ່ຕໍ່ໜ້າ ມະຫາປະໂລຫິດ ຜູ້ທີ່ໄດ້ຖາມລາວວ່າ: “ເປັນຫຍັງເຈົ້າຈຶ່ງທ່ຽວບິດເບືອນເສັ້ນທາງຂອງພຣະຜູ້ເປັນເຈົ້າ? ເປັນຫຍັງເຈົ້າຈຶ່ງສອນຜູ້ຄົນພວກນີ້ວ່າ ມັນຈະບໍ່ມີພຣະຄຣິດ ເພື່ອຂັດຂວາງຄວາມຊື່ນຊົມຂອງພວກເຂົາ?”25
ອັນໃດກໍຕາມທີ່ຕໍ່ຕ້ານພຣະຄຣິດ ຫລື ຄຳສອນຂອງພຣະອົງ ຈະຂັດຂວາງຄວາມສຸກຂອງເຮົາ. ນັ້ນກໍຮ່ວມທັງທິດສະດີຂອງມະນຸດ, ທີ່ມີຢ່າງມາກມາຍຢູ່ໃນອິນເຕີເນັດ ແລະ ທີ່ມີຂຽນລົງໃນໜ້າ ແບ່ງປັນຄວາມຮູ້ ທັງຫລາຍ, ຊຶ່ງເຮັດສິ່ງດຽວກັນກັບທີ່ ໂຄຣິຫໍ ໄດ້ເຮັດ.26
ຖ້າຫາກເຮົາເບິ່ງໄປທາງໂລກ ແລະ ຕິດຕາມສິ່ງທີ່ຊາວໂລກແນະນຳໃຫ້ເຮັດ ເພື່ອມີຄວາມສຸກ,27 ເຮົາຈະບໍ່ຮູ້ຈັກຄວາມສຸກນັ້ນເລີຍ. ຄົນທີ່ບໍ່ຊອບທຳອາດມີຄວາມຮູ້ສຶກຫລາຍຢ່າງ, ແຕ່ເຂົາເຈົ້າຈະບໍ່ມີຄວາມສຸກຈັກເທື່ອ!28 ຄວາມສຸກເປັນຂອງປະທານສຳລັບຜູ້ຄົນທີ່ຊື່ສັດ.29 ມັນເປັນຂອງປະທານທີ່ມາຈາກຄວາມພະຍາຍາມຢ່າງຕັ້ງໃຈ ທີ່ຈະດຳລົງຊີວິດທີ່ຊອບທຳ, ຕາມວິທີທີ່ພຣະເຢຊູຄຣິດໄດ້ສອນ.30
ພຣະອົງໄດ້ສອນເຮົາເຖິງວິທີທີ່ຈະມີຄວາມສຸກ. ເມື່ອເຮົາເລືອກພຣະບິດາເທິງສະຫວັນໃຫ້ເປັນພຣະເຈົ້າຂອງເຮົາ31 ແລະ ເມື່ອເຮົາສາມາດຮູ້ສຶກເຖິງການຊົດໃຊ້ຂອງພຣະອົງ ວ່າມີຜົນຢູ່ໃນຊີວິດຂອງເຮົາ, ເຮົາຈະເຕັມໄປດ້ວຍຄວາມສຸກນັ້ນ.32 ທຸກໆເທື່ອທີ່ເຮົາບຳລຸງລ້ຽງຄູ່ຄອງຂອງເຮົາ ແລະ ນຳພາລູກໆຂອງເຮົາ, ທຸກໆເທື່ອທີ່ເຮົາໃຫ້ອະໄພຄົນອື່ນ ຫລື ຂໍການໃຫ້ອະໄພຈາກເຂົາເຈົ້າ, ເຮົາສາມາດຮູ້ສຶກເຖິງຄວາມສຸກນັ້ນໄດ້.
ທຸກໆວັນທີ່ທ່ານ ແລະ ຂ້າພະເຈົ້າເລືອກທີ່ຈະດຳລົງຊີວິດຕາມກົດແຫ່ງອານາຈັກຊັ້ນສູງ, ທຸກໆວັນທີ່ເຮົາຮັກສາພັນທະສັນຍາຂອງເຮົາ ແລະ ຊ່ວຍຄົນອື່ນໃຫ້ເຮັດເໝືອນກັນ, ຄວາມສຸກນັ້ນຈະເປັນຂອງເຮົາ.
ຂໍໃຫ້ເຮັດຕາມຖ້ອຍຄຳຂອງຜູ້ຂຽນເພງສັນລະເສີນ ທີ່ວ່າ: “ເຮົາໄດ້ວາງພຣະຜູ້ເປັນເຈົ້າໄວ້ເໜືອເຮົາຕະຫລອດເວລາ: ເພາະພຣະອົງຄົງຢູ່ທີ່ມືຂວາຂອງເຮົາ, ເຮົາຈະບໍ່ຫວັ່ນໄຫວ. ... ໃນທີ່ປະທັບ [ຂອງພຣະອົງ] ຄືຄວາມສຸກທີ່ເຕັມປ່ຽມນັ້ນ.”33 ເມື່ອຫລັກທຳນີ້ຖືກຝັງໄວ້ເລິກໆ ຢູ່ໃນຫົວໃຈຂອງເຮົາ, ແຕ່ລະວັນ ແລະ ທຸກໆວັນຈະສາມາດເປັນວັນແຫ່ງຄວາມສຸກ ແລະ ຄວາມເບີກບານໃຈ.34 ຂ້າພະເຈົ້າຂໍເປັນພະຍານ ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.