ພວກຂ້ານ້ອຍຈະໜີໄປຫາຜູ້ໃດ?
ໃນທີ່ສຸດ, ເຮົາແຕ່ລະຄົນຈະຕ້ອງຕອບຄຳຖາມຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ວ່າ: “ເຈົ້າເດ ກໍຢາກໜີໄປຄືກັນບໍ?”
ເມື່ອຫລາຍປີກ່ອນ, ຄອບຄົວຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າ ໄດ້ໄປຢ້ຽມຢາມແຜ່ນດິນສັກສິດ. ຄວາມຈຳໜຶ່ງທີ່ຂ້າພະເຈົ້າຍັງຈື່ໄດ້ຄັກ ແມ່ນຕອນໄປເບິ່ງຫ້ອງຊັ້ນເທິງ ຢູ່ໃນເມືອງເຢຣູຊາເລັມ, ຊຶ່ງເປັນສະຖານທີ່ເດີມ ບ່ອນຈັດເຂົ້າແລງຄາບສຸດທ້າຍ.
ໃນຂະນະທີ່ພວກເຮົາຢືນຢູ່ໃນນັ້ນ, ຂ້າພະເຈົ້າໄດ້ອ່ານຈາກ ໂຢຮັນ 17, ບ່ອນທີ່ພຣະເຢຊູໄດ້ອ້ອນວອນພຣະບິດາຂອງພຣະອົງ ສຳລັບສານຸສິດຂອງພຣະອົງ ມີຄຳວ່າ:
“ຂ້ານ້ອຍອະທິຖານເພື່ອພວກເຂົາ ... ເພື່ອວ່າພວກເຂົາຈະໄດ້ເປັນອັນໜຶ່ງອັນດຽວກັນ, ເໝືອນດັ່ງພຣະອົງກັບຂ້ານ້ອຍເປັນ. …
“ຂ້ານ້ອຍອະທິຖານບໍ່ແມ່ນແຕ່ສຳລັບພວກເຂົາເທົ່ານັ້ນ, ແຕ່ສຳລັບຄົນທັງຫລາຍທີ່ວາງໃຈເຊື່ອໃນຂ້ານ້ອຍ ເພາະຖ້ອຍຄຳຂອງພວກເຂົາ;
“ເພື່ອໃຫ້ພວກເຂົາທັງໝົດເປັນອັນໜຶ່ງອັນດຽວກັນ, ໂອ້ ພຣະບິດາເອີຍ, ຂໍໂຜດໃຫ້ພວກເຂົາຢູ່ໃນເຮົາທັງສອງເໝືອນກັນ, ເໝືອນດັ່ງພຣະອົງສະຖິດຢູ່ໃນຂ້ານ້ອຍ, ແລະ ຂ້ານ້ອຍຢູ່ໃນພຣະອົງ, ຂໍໃຫ້ພວກເຂົາເປັນອັນໜຶ່ງອັນດຽວກັນ.”1
ຂ້າພະເຈົ້າໄດ້ຮູ້ສຶກໂສກເສົ້າ ໃນຂະນະທີ່ອ່ານຖ້ອຍຄຳເຫລົ່ານັ້ນ ແລະ ພົບເຫັນຕົວເອງອະທິຖານ ຢູ່ໃນສະຖານທີ່ສັກສິດນັ້ນ ເພື່ອວ່າຂ້າພະເຈົ້າຈະສາມາດເປັນອັນໜຶ່ງອັນດຽວກັນ ກັບຄອບຄົວຂອງຂ້າພະເຈົ້າ ແລະ ກັບພຣະບິດາເທິງສະຫວັນຂອງຂ້າພະເຈົ້າ ແລະ ກັບພຣະບຸດຂອງພຣະອົງ.
ຄວາມສຳພັນຂອງເຮົາກັບຄອບຄົວ, ໝູ່ເພື່ອນ, ພຣະຜູ້ເປັນເຈົ້າ ແລະ ສາດສະໜາຈັກຂອງພຣະອົງ ທີ່ໄດ້ຖືກຟື້ນຟູຄືນມາໃໝ່ ເປັນສິ່ງທີ່ສຳຄັນທີ່ສຸດ ໃນຊີວິດ. ເພາະຄວາມສຳພັນດັ່ງກ່າວມີຄວາມສຳຄັນຫລາຍ, ສະນັ້ນເຮົາຄວນທະນຸຖະໜອມ, ປົກປ້ອງ, ແລະ ບຳລຸງລ້ຽງມັນໄວ້ໃຫ້ດີ.
ເລື່ອງໜຶ່ງໃນພຣະຄຳພີ ທີ່ໜ້າໂສກເສົ້າທີ່ສຸດ ໄດ້ເກີດຂຶ້ນ ເມື່ອ “ສານຸສິດຫລາຍຄົນ [ຂອງພຣະຜູ້ເປັນເຈົ້າ]” ມີຄວາມຫຍຸ້ງຍາກທີ່ຈະຮັບເອົາຄຳສອນຂອງພຣະອົງ, ແລະ ພວກເຂົາ “ໄດ້ທໍ້ຖອຍ, ແລະ ບໍ່ໄປກັບພຣະອົງອີກ.”2
ຂະນະທີ່ສານຸສິດເຫລົ່ານັ້ນໜີໄປ, ພຣະເຢຊູໄດ້ຫັນໄປຫາສາວົກສິບສອງຄົນຂອງພຣະອົງ ແລະ ຖາມວ່າ, “ພວກເຈົ້າເດ ກໍຢາກໜີໄປຄືກັນບໍ?”3
ເປໂຕໄດ້ຕອບວ່າ:
“ພຣະອົງເອີຍ ພວກຂ້ານ້ອຍຈະໜີໄປຫາຜູ້ໃດ? ພຣະອົງເປັນຜູ້ມີຖ້ອຍຄຳແຫ່ງຊີວິດນິລັນດອນ.
“ບັດນີ້ພວກຂ້ານ້ອຍເຊື່ອ ແລະ ຮູ້ແລ້ວວ່າ ພຣະອົງເປັນພຣະຄຣິດ, ເປັນພຣະບຸດຂອງພຣະເຈົ້າທີ່ຊົງພຣະຊົນຢູ່.”4
ໃນເວລານັ້ນເອງ, ຂະນະທີ່ຄົນອື່ນເອົາໃຈໃສ່ກັບສິ່ງທີ່ເຂົາເຈົ້າບໍ່ສາມາດຮັບຮູ້, ພວກອັກຄະສາວົກໄດ້ເອົາໃຈໃສ່ກັບສິ່ງທີ່ພວກເພິ່ນ ໄດ້ ເຊື່ອ ແລະ ຮູ້, ແລະ ສຸດທ້າຍ, ພວກເພິ່ນກໍໄດ້ຢູ່ກັບພຣະຄຣິດ.
ຕໍ່ມາ, ໃນງານສະຫລອງບຸນ ເພັນເຕຄໍສະເຕ, ອັກຄະສາວົກສິບສອງຄົນ ໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ. ພວກເພິ່ນໄດ້ກາຍເປັນພະຍານທີ່ກ້າຫານ ຂອງພຣະຄຣິດ ແລະ ໄດ້ເລີ່ມຕົ້ນເຂົ້າໃຈຫລາຍຂຶ້ນ ເຖິງຄຳສອນຂອງພຣະຄຣິດ.
ວັນເວລາຂອງເຮົາກໍບໍ່ແຕກຕ່າງ. ສຳລັບບາງຄົນ, ການເຊື້ອເຊີນຂອງພຣະຄຣິດ ເພື່ອໃຫ້ເຊື່ອ ແລະ ຢູ່ກັບພຣະອົງ ຍັງເປັນສິ່ງຍາກຢູ່—ຫລື ຍາກທີ່ຈະຮັບເອົາ. ສານຸສິດບາງຄົນຍັງພະຍາຍາມເຂົ້າໃຈນະໂຍບາຍ ແລະ ຄຳສອນໃດໜຶ່ງໂດຍສະເພາະ ຂອງສາດສະໜາຈັກຢູ່. ບາງຄົນກໍມີຄວາມຂ້ອງໃຈກ່ຽວກັບປະຫວັດສາດຂອງພວກເຮົາ ຫລື ຂ້ອງໃຈກັບຄວາມຂາດຕົກບົກພ່ອງຂອງສະມາຊິກ ແລະ ຜູ້ນຳບາງຄົນ, ທັງໃນອະດີດ ແລະ ໃນປະຈຸບັນ. ອີກບາງຄົນຍັງມີບັນຫາເລື່ອງການດຳລົງຊີວິດຕາມສາດສະໜາ ທີ່ຮຽກຮ້ອງຫລາຍ. ໃນທີ່ສຸດ ບາງຄົນໄດ້ເລີ່ມເມື່ອຍລ້າໃນການເຮັດວຽກງານດີ.5 ສຳລັບເຫດຜົນທີ່ກ່າວມານັ້ນ ແລະ ເຫດຜົນອື່ນໆ, ສະມາຊິກຂອງສາດສະໜາຈັກບາງຈຳນວນ ກໍເລີຍບໍ່ແນ່ໃຈໃນສັດທາຂອງຕົນ, ສົງໄສຖ້າຫາກເຂົາເຈົ້າຄວນຕິດຕາມ ຜູ້ທີ່ “ໄດ້ທໍ້ຖອຍ, ແລະ ບໍ່ໄປກັບພຣະເຢຊູອີກ.”
ຖ້າມີຄົນໃດໃນພວກທ່ານ ບໍ່ແນ່ໃຈກັບສັດທາຂອງຕົນ, ຂ້າພະເຈົ້າຂໍຖາມຄຳຖາມດຽວກັນກັບ ເປໂຕ ໄດ້ຖາມວ່າ: “[ທ່ານ] ຈະໜີໄປຫາຜູ້ໃດ?” ຖ້າຫາກທ່ານເລືອກທີ່ຈະເຊົາໄປໂບດ ຫລື ໜີໄປຈາກສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ທີ່ໄດ້ຖືກຟື້ນຟູຄືນມາໃໝ່, ແລ້ວທ່ານຈະໜີໄປຫາຜູ້ໃດ? ການຕັດສິນໃຈທີ່ຈະ “ບໍ່ໄປ” ກັບສະມາຊິກຂອງສາດສະໜາຈັກ ແລະ ກັບຜູ້ນຳທີ່ຖືກເລືອກຂອງພຣະຜູ້ເປັນເຈົ້າ ຈະມີຜົນກະທົບອັນຍາວນານ ທີ່ບໍ່ສາມາດຫລິງເຫັນໄດ້ໃນເວລານີ້. ອາດມີຄຳສອນບາງຢ່າງ, ນະໂຍບາຍບາງຂໍ້, ປະຫວັດສາດບາງຈຳນວນ ທີ່ເຮັດໃຫ້ທ່ານຂັດກັບສັດທາຂອງທ່ານ, ແລະ ທ່ານອາດຮູ້ສຶກວ່າ ມີວິທີດຽວທີ່ຈະແກ້ໄຂບັນຫານີ້ໄດ້ ໃນເວລານີ້ ຄື “ບໍ່ໄປ” ກັບໄພ່ພົນຂອງພຣະເຈົ້າອີກ. ຖ້າຫາກທ່ານມີຊີວິດຢູ່ດົນນານເທົ່າກັບຂ້າພະເຈົ້າ, ທ່ານຈະຮູ້ວ່າ ທຸກສິ່ງຈະມີວິທີແກ້ໄຂຂອງມັນເອງ. ຄວາມຮູ້ທີ່ໄດ້ຮັບໂດຍການດົນໃຈ ຫລື ການເປີດເຜີຍ ອາດໃຫ້ຄວາມກະຈ່າງແຈ້ງແກ່ຄວາມຂ້ອງໃຈດັ່ງກ່າວ. ຈົ່ງຈື່ຈຳໄວ້ວ່າ, ການຟື້ນຟູບໍ່ໄດ້ເປັນເຫດການທີ່ເກີດຂຶ້ນ ແລ້ວສິ້ນສຸດລົງ, ແຕ່ເປັນການຂະຫຍາຍອອກກວ້າງ ທີ່ຕໍ່ເນື່ອງ.
ຢ່າປະຖິ້ມຄວາມຈິງທີ່ຍິ່ງໃຫຍ່ໄປ ຊຶ່ງໄດ້ຖືກເປີດເຜີຍຜ່ານທາງສາດສະດາ ໂຈເຊັບ ສະມິດ. ຢ່າເຊົາອ່ານ, ຢ່າເຊົາໄຕ່ຕອງ, ແລະ ຢ່າເຊົານຳໃຊ້ຄຳສອນຂອງພຣະຄຣິດ ທີ່ມີຢູ່ໃນພຣະຄຳພີມໍມອນ.
ຢ່າເຊົາຖວາຍເວລາທີ່ເໝາະສົມໃຫ້ແກ່ພຣະຜູ້ເປັນເຈົ້າ ຜ່ານຄວາມພະຍາຍາມທີ່ຊື່ສັດ ເພື່ອຈະໄດ້ເຂົ້າໃຈສິ່ງທີ່ພຣະຜູ້ເປັນເຈົ້າໄດ້ເປີດເຜີຍ. ດັ່ງທີ່ເພື່ອນຮັກ ແລະ ເພື່ອນຮ່ວມງານທີ່ດີຂອງຂ້າພະເຈົ້າ, ແອວເດີ ນຽວ ເອ ແມ໊ກສະແວວ, ໄດ້ກ່າວຄັ້ງໜຶ່ງວ່າ, “ເຮົາບໍ່ຄວນຕັດສິນລ່ວງໜ້າ … ວ່າບາງສິ່ງທີ່ເຮົາບໍ່ສາມາດອະທິບາຍ, ນັ້ນຈະເປັນສິ່ງທີ່ບໍ່ສາມາດຖືກອະທິບາຍໄດ້.”6
ສະນັ້ນ ກ່ອນທ່ານຈະຕັດສິນໃຈທີ່ສ່ຽງໄພທາງວິນຍານ ເພື່ອໜີໄປ, ຂ້າພະເຈົ້າຂໍຊັກຊວນທ່ານໃຫ້ຢຸດ ແລະ ຄິດຢ່າງຖີ່ຖ້ວນ ກ່ອນຈະປະຖິ້ມສິ່ງທີ່ໄດ້ນຳທ່ານມາສູ່ປະຈັກພະຍານເຖິງ ສາດສະໜາຈັກທີ່ຖືກຟື້ນຟູຄືນມາໃໝ່ ຂອງພຣະເຢຊູຄຣິດຕັ້ງແຕ່ຕົ້ນ. ໃຫ້ທ່ານຢຸດ ແລະ ຄິດກ່ຽວກັບສິ່ງທີ່ທ່ານເຄີຍຮູ້ສຶກ ແລະ ເປັນຫຍັງທ່ານຈຶ່ງຮູ້ສຶກມັນ. ໃຫ້ທ່ານຄິດກ່ຽວກັບຕອນທີ່ພຣະວິນຍານບໍລິສຸດໄດ້ສະແດງປະຈັກພະຍານຕໍ່ທ່ານ ເຖິງຄວາມຈິງແຫ່ງນິລັນດອນ.
ທ່ານຈະໜີໄປຫາຜູ້ໃດ ເພື່ອພົບຄົນທີ່ມີຄວາມເຊື່ອດຽວກັນກັບທ່ານ, ທີ່ມີພຣະບິດາມານດາເທິງສະຫວັນ ທີ່ຊົງຮັກ, ຜູ້ສອນເຮົາເຖິງວິທີກັບໄປຫາທີ່ປະທັບນິລັນດອນຂອງພວກພຣະອົງ?
ທ່ານຈະໜີໄປຫາຜູ້ໃດ ເພື່ອຮັບການສິດສອນກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ຜູ້ທີ່ເປັນເພື່ອນທີ່ດີທີ່ສຸດຂອງທ່ານ, ຜູ້ໄດ້ຮັບທຸກທໍລະມານ ບໍ່ພຽງແຕ່ສຳລັບບາບຂອງທ່ານເທົ່ານັ້ນ ແຕ່ໄດ້ຮັບທຸກທໍລະມານ “ກັບຄວາມເຈັບປວດ ແລະ ຄວາມທຸກ ແລະ ການລໍ້ລວງທຸກຢ່າງ” ເພື່ອ “ອຸທອນຂອງພຣະອົງຈະເຕັມໄປດ້ວຍຄວາມເມດຕາຕາມທາງຂອງເນື້ອໜັງ ເພື່ອພຣະອົງຈະຮູ້ຈັກຕາມທາງຂອງເນື້ອໜັງວ່າ ຈະຊ່ວຍເຫລືອຜູ້ຄົນຂອງພຣະອົງຕາມຄວາມບົກພ່ອງຂອງພວກເຂົາໄດ້ແນວໃດ,”7 ຊຶ່ງຂ້າພະເຈົ້າເຊື່ອວ່າ ພຣະອົງໄດ້ຮັບທຸກທໍລະມານ ເພື່ອຄວາມອ່ອນແອຂອງສັດທານຳອີກ?
ທ່ານຈະໜີໄປຫາຜູ້ໃດ ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບແຜນຂອງພຣະບິດາເທິງສະຫວັນ ສຳລັບຄວາມສຸກແລະ ຄວາມສະຫງົບນິລັນດອນ, ແຜນທີ່ເຕັມໄປດ້ວຍຄວາມເປັນໄປໄດ້, ຄຳສອນ, ແລະ ການນຳພາ ສຳລັບຊີວິດມະຕະ ແລະ ຊີວິດນິລັນດອນຂອງເຮົາ? ຈົ່ງຈື່ຈຳໄວ້ວ່າ, ແຜນແຫ່ງຄວາມລອດ ເຮັດໃຫ້ຊີວິດມະຕະມີຄວາມໝາຍ, ມີຈຸດປະສົງ, ແລະ ມີການຊີ້ນຳ.
ທ່ານຈະໜີໄປຫາຜູ້ໃດ ເພື່ອພົບໂຄງຮ່າງການຈັດຕັ້ງຂອງສາດສະໜາຈັກທີ່ລະອຽດ ແລະ ໄດ້ຮັບການດົນໃຈ ຊຶ່ງຜ່ານສິ່ງດັ່ງກ່າວ ທ່ານໄດ້ຮັບການສິດສອນ ແລະ ສະໜັບສະໜູນໂດຍຊາຍ ແລະ ຍິງ ຜູ້ເຕັມໃຈທີ່ຈະຮັບໃຊ້ພຣະຜູ້ເປັນເຈົ້າ ໂດຍການຮັບໃຊ້ທ່ານ ແລະ ຄອບຄົວຂອງທ່ານ?
ທ່ານຈະໜີໄປຫາຜູ້ໃດ ເພື່ອພົບສາດສະດາ ແລະ ອັກຄະສາວົກທີ່ມີຊີວິດຢູ່, ຜູ້ໄດ້ຖືກເອີ້ນໂດຍພຣະເຈົ້າ ເພື່ອໃຫ້ມາເປັນແຫລ່ງແນະນຳ, ໃຫ້ຄວາມເຂົ້າໃຈ, ໃຫ້ການປອບໂຍນ, ແລະ ໃຫ້ການດົນໃຈ ສຳລັບການທ້າທາຍ ໃນວັນເວລາຂອງເຮົາ?
ທ່ານຈະໜີໄປຫາຜູ້ໃດ ເພື່ອພົບເຫັນຜູ້ຄົນທີ່ດຳລົງຊີວິດຕາມຫລັກທຳ ແລະ ມາດຕະຖານທີ່ຖືກຕັ້ງໄວ້ ຊຶ່ງທ່ານໄດ້ແບ່ງປັນ ແລະ ສົ່ງຕໍ່ໃຫ້ລູກຫລານຂອງທ່ານຕໍ່ໆໄປ?
ແລະ ທ່ານຈະໜີໄປຫາຜູ້ໃດ ເພື່ອປະສົບກັບຄວາມສຸກ ທີ່ມາເຖິງຜ່ານທາງພິທີການ ແລະ ພັນທະສັນຍາ ທີ່ຊ່ວຍໃຫ້ລອດ ຂອງພຣະວິຫານ?
ອ້າຍເອື້ອຍນ້ອງທັງຫລາຍ, ການຮັບເອົາ ແລະ ການດຳລົງຊີວິດຕາມພຣະກິດຕິຄຸນທີ່ດຳລົງຢູ່ຂອງພຣະຄຣິດ ອາດເປັນສິ່ງທ້າທາຍ. ມັນເປັນແບບນີ້ຢູ່ແລ້ວ, ແລະ ກໍຈະເປັນແບບນີ້ເລື້ອຍໄປ. ຊີວິດອາດເປັນຄືກັນກັບການປີນພູ ຂຶ້ນເຖິງບ່ອນສູງຊັນ. ເປັນເລື່ອງທຳມະດາ ທີ່ບາງເທື່ອເຮົາຕ້ອງໄດ້ຢຸດພັກຜ່ອນ ເພື່ອຫັນໃຈ, ເພື່ອສຳຫລວດເບິ່ງເສັ້ນທາງ, ແລະ ເພື່ອໄຕ່ຕອງກ່ຽວກັບບາດກ້າວເດີນຂອງເຮົາ. ບໍ່ແມ່ນທຸກຄົນທີ່ຈຳເປັນຕ້ອງຢຸດພັກຜ່ອນ, ແຕ່ບໍ່ຜິດດອກທີ່ຈະພັກຜ່ອນ ຕາມຄວາມຈຳເປັນຂອງສະພາບການ. ຕາມຈິງແລ້ວ, ອາດເປັນສິ່ງດີ ສຳລັບຜູ້ທີ່ໄດ້ກັບຄືນມາດື່ມນ້ຳທີ່ປະກອບດ້ວຍຊີວິດແຫ່ງພຣະກິດຕິຄຸນຂອງພຣະຄຣິດ ຄືນໃໝ່.
ສິ່ງອັນຕະລາຍກໍຄື ບາງຄົນໄດ້ເລືອກເດີນໜີອອກຈາກເສັ້ນທາງທີ່ພາໄປຫາຕົ້ນໄມ້ແຫ່ງຊີວິດ.8 ບາງເທື່ອເຮົາສາມາດຮຽນຮູ້, ສຶກສາ, ແລະ ຮູ້ຈັກ, ແລະ ບາງເທື່ອ ເຮົາຕ້ອງເຊື່ອ, ໄວ້ວາງໃຈ, ແລະ ມີຄວາມຫວັງ.
ໃນທີ່ສຸດ, ເຮົາແຕ່ລະຄົນຈະຕ້ອງຕອບຄຳຖາມຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ວ່າ: “ເຈົ້າເດ ກໍຢາກໜີໄປຄືກັນບໍ?”9 ເຮົາທຸກຄົນຕ້ອງຊອກຫາຄຳຕອບດ້ວຍຕົວເອງ. ສຳລັບບາງຄົນ, ຈະຫາຄຳຕອບໄດ້ຢ່າງງ່າຍໆ; ສຳລັບບາງຄົນ, ອາດຫາໄດ້ຍາກ. ຂ້າພະເຈົ້າບໍ່ຮູ້ວ່າ ເປັນຫຍັງສັດທາທີ່ຈະເຊື່ອ ມາເຖິງຢ່າງງ່າຍດາຍສຳລັບບາງຄົນ ແລະ ຕໍ່ອີກບາງຄົນ ມາເຖິງຍາກທີ່ສຸດ. ຂ້າພະເຈົ້າພຽງແຕ່ມີຄວາມກະຕັນຍູຫລາຍທີ່ສຸດ ທີ່ຮູ້ວ່າ ຄຳຕອບນັ້ນມີຢູ່ແລ້ວ, ແລະ ຖ້າຫາກເຮົາພຽງແຕ່ຊອກຫາມັນ—ຕັ້ງໃຈຊອກຫາດ້ວຍເຈດຕະນາອັນແທ້ຈິງ ແລະ ດ້ວຍຄວາມມຸ້ງໝາຍເຕັມທີ່ແຫ່ງໃຈ ດ້ວຍການອະທິຖານ—ແລ້ວໃນທີ່ສຸດ ເຮົາຈະພົບຄຳຕອບຕໍ່ຄຳຖາມຂອງເຮົາ ໃນຂະນະທີ່ເຮົາດຳເນີນຕໍ່ໄປໃນເສັ້ນທາງແຫ່ງພຣະກິດຕິຄຸນ. ໃນໄລຍະການປະຕິບັດສາດສະໜາກິດຂອງຂ້າພະເຈົ້າ, ຂ້າພະເຈົ້າເຄີຍເຫັນຜູ້ຄົນທີ່ໄດ້ອອກໜີໄປ ແລ້ວຫວນກັບຄືນມາ ຫລັງການໄດ້ຮັບການທົດລອງທາງສັດທາ.
ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ເຮົາຈະເຊື້ອເຊີນລູກໆຂອງພຣະເຈົ້າ ໃຫ້ມາພົບເຫັນເສັ້ນທາງແຫ່ງພຣະກິດຕິຄຸນ ແລະ ເດີນໄປຢູ່ໃນເສັ້ນທາງຄືກັນ ເພື່ອເຂົາເຈົ້າຈະສາມາດ “ຮັບສ່ວນໝາກໄມ້, ຊຶ່ງ [ເປັນ] ທີ່ເພິ່ງປາດຖະໜາເໜືອກວ່າໝາກໄມ້ອື່ນໃດທັງສິ້ນ.”10
ຂ້າພະເຈົ້າອ້ອນວອນຢ່າງຈິງໃຈ ເພື່ອວ່າເຮົາຈະຊຸກຍູ້, ຮັບຮູ້, ເຂົ້າໃຈ, ແລະ ຮັກຄົນທີ່ກຳລັງມີບັນຫາກັບສັດທາຂອງຕົນ. ເຮົາບໍ່ຄວນເມີນເສີຍຈາກອ້າຍເອື້ອຍນ້ອງຂອງເຮົາ. ເຮົາຢູ່ໃນຈຸດທີ່ແຕກຕ່າງກັນ ຢູ່ໃນເສັ້ນທາງ, ແລະ ເຮົາຕ້ອງປະຕິບັດຕໍ່ກັນ ດັ່ງທີ່ຄວນ.
ດັ່ງທີ່ເຮົາໄດ້ວາແຂນຕ້ອນຮັບຜູ້ປ່ຽນໃຈເຫລື້ອມໃສໃໝ່, ເຮົາກໍຄວນໂອບກອດ ແລະ ຊ່ວຍເຫລືອ ຜູ້ທີ່ມີຄຳຖາມ ແລະ ມີຄວາມຫວັ່ນໄຫວໃນສັດທາຂອງເຂົາເຈົ້າ.
ໃນການໃຊ້ຄຳປຽບທຽບຢ່າງໜຶ່ງອີກທີ່ຄຸ້ນຫູ, ຂ້າພະເຈົ້າອະທິຖານວ່າ ຜູ້ທີ່ກຳລັງຄິດຈະໜີໄປຈາກ “ເຮືອເກົ່າຊີໂອນລຳນີ້,” ບ່ອນທີ່ພຣະເຈົ້າ ແລະ ພຣະຄຣິດ ເປັນຜູ້ຂັດທ້າຍເຮືອ, ຄວນຢຸດ ແລະ ຄິດ ຢ່າງຖີ່ຖ້ວນເສຍກ່ອນ, ກ່ອນຈະເຮັດ.
ຂໍໃຫ້ຮູ້ໄວ້ວ່າ ເຖິງແມ່ນລົມພະຍຸຈະພັດມາແຮງ ແລະ ຟອງນ້ຳຊັດໃສ່ເຮືອເກົ່າລຳນີ້, ແຕ່ພຣະຜູ້ຊ່ວຍໃຫ້ລອດ ທີ່ຢູ່ໃນເຮືອ ຈະສາມາດສັ່ງໃຫ້ມັນຢຸດ ດ້ວຍຄຳວ່າ, “ງຽບສະຫງົບແມ.” ຈົນກວ່າເວລານັ້ນຈະມາເຖິງ, ເຮົາບໍ່ຕ້ອງຢ້ານ, ແລະ ເຮົາຈະຕ້ອງມີສັດທາທີ່ບໍ່ຫວັ່ນໄຫວ ແລະ ຮູ້ວ່າ “ແມ່ນແຕ່ລົມ ແລະ ນ້ຳ ກໍເຊື່ອຟັງພຣະອົງ.”11
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າສັນຍາກັບທ່ານ ໃນພຣະນາມຂອງພຣະຜູ້ຊ່ວຍໃຫ້ລອດວ່າ ພຣະອົງຈະບໍ່ປະຖິ້ມສາດສະໜາຈັກຂອງພຣະອົງ ແລະ ວ່າພຣະອົງຈະບໍ່ປະຖິ້ມເຮົາຈັກຄົນ. ຈົ່ງຈື່ຈຳຄຳຕອບຂອງ ເປໂຕ ຕໍ່ຄຳຖາມຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ວ່າ:
“ພຣະອົງເອີຍ ພວກຂ້ານ້ອຍຈະໜີໄປຫາຜູ້ໃດ? ພຣະອົງເປັນຜູ້ມີຖ້ອຍຄຳແຫ່ງຊີວິດນິລັນດອນ.
“ບັດນີ້ພວກຂ້ານ້ອຍເຊື່ອ ແລະ ຮູ້ແລ້ວວ່າ ພຣະອົງເປັນພຣະຄຣິດ, ເປັນພຣະບຸດຂອງພຣະເຈົ້າທີ່ຊົງພຣະຊົນຢູ່.”12
ຂ້າພະເຈົ້າເປັນພະຍານວ່າ ບໍ່ມີ “ນາມອື່ນໃດໃຫ້ໄວ້ ຫລື ທາງອື່ນໃດ ຫລື ວິທີໃດທີ່ຄວາມລອດຈະມາຫາລູກຫລານມະນຸດໄດ້ ນອກຈາກໃນ ແລະ ໂດຍພຣະນາມຂອງພຣະຄຣິດ.”13
ຂ້າພະເຈົ້າຂໍເປັນພະຍານອີກວ່າ ພຣະເຢຊູຄຣິດໄດ້ເອີ້ນອັກຄະສາວົກ ແລະ ສາດສະດາ ໃນວັນເວລາຂອງເຮົາ ແລະ ໄດ້ຟື້ນຟູສາດສະໜາຈັກຂອງພຣະອົງ ດ້ວຍຄຳສອນ ແລະ ພຣະບັນຍັດ ຄືນມາໃໝ່ ຊຶ່ງເປັນບ່ອນຫລົບໄພຈາກພະຍຸ, ແລະ ຈາກພຣະພິໂລດ ທີ່ຈະມາເຖິງຢ່າງແນ່ນອນ ຍົກເວັ້ນແຕ່ຜູ້ຄົນຂອງໂລກນີ້ຈະກັບໃຈ ແລະ ຫັນມາຫາພຣະອົງ.14
ຂ້າພະເຈົ້າເປັນພະຍານຕື່ມອີກວ່າ ພຣະຜູ້ເປັນເຈົ້າ “ຈະເຊື້ອເຊີນເຂົາທັງໝົດໃຫ້ເຂົ້າມາຫາພຣະອົງ; ແລະ ຮັບສ່ວນພຣະກະລຸນາທິຄຸນຂອງພຣະອົງ; ແລະ ພຣະອົງບໍ່ປະຕິເສດຜູ້ໃດທີ່ມາຫາພຣະອົງເລີຍ, ບໍ່ວ່າດຳ ແລະ ຂາວ, ຂ້າທາດ ແລະ ຜູ້ເປັນອິດສະລະ, ຊາຍ ແລະ ຍິງ; ... ແລະ ທຸກຄົນເທົ່າທຽມກັນໝົດສຳລັບພຣະເຈົ້າ.”15
ພຣະເຢຊູຄື ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ, ແລະ ພຣະກິດຕິຄຸນທີ່ຖືກຟື້ນຟູຄືນມາໃໝ່ຂອງພຣະອົງ ຈະນຳພາເຮົາກັບໄປຫາທີ່ປະທັບຂອງພຣະບິດາມານດາເທິງສະຫວັນຂອງເຮົາດ້ວຍຄວາມປອດໄພ ຖ້າຫາກເຮົາຢູ່ໃນເສັ້ນທາງແຫ່ງພຣະກິດຕິຄຸນ ແລະ ຕິດຕາມຮອຍພຣະບາດຂອງພຣະອົງໄປ. ຂ້າພະເຈົ້າເປັນພະຍານເຖິງສິ່ງນີ້ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.