ແຜນ ແລະ ການປະກາດ
ໃບປະກາດກ່ຽວກັບຄອບຄົວ, ເປັນສິ່ງທີ່ພຣະຜູ້ເປັນເຈົ້າໄດ້ເນັ້ນຄືນອີກ ເຖິງຄວາມຈິງຂອງພຣະກິດຕິຄຸນ ທີ່ເຮົາຕ້ອງການ ເພື່ອຄ້ຳຈູນເຮົາ ຕ້ານກັບການທ້າທາຍໃນປະຈຸບັນກ່ຽວກັບຄອບຄົວ.
ເຫັນໄດ້ຢ່າງແຈ່ມແຈ້ງໃນໃບປະກາດຂອງເຮົາກ່ຽວກັບຄອບຄົວວ່າ, ສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ໄດ້ຮັບພອນດ້ວຍຄຳສອນທີ່ດີເລີດ ແລະ ການມອງໂລກໃນວິທີທີ່ແຕກຕ່າງ. ເຮົາມີສ່ວນຮ່ວມ ແລະ ແມ່ນແຕ່ກ້າວໜ້າໃນກິດຈະກຳຕ່າງໆຂອງໂລກ, ແຕ່ໃນບາງເລື່ອງ ເຮົາບໍ່ໄດ້ມີພາກສ່ວນດ້ວຍ ເມື່ອເຮົາສະແຫວງຫາທີ່ຈະເຮັດຕາມຄຳສອນຂອງພຣະເຢຊູຄຣິດ ແລະ ອັກຄະສາວົກຂອງພຣະອົງ, ໃນສະໄໝບູຮານ ແລະ ໃນສະໄໝໃໝ່.
I.
ໃນຄຳອຸປະມາ, ພຣະເຢຊູໄດ້ບັນຍາຍກ່ຽວກັບຜູ້ທີ່ “ໄດ້ຍິນພຣະຄຳ” ແຕ່ “ບໍ່ເກີດຜົນ” ເມື່ອພຣະຄຳຖືກ “ຫຸ້ມຮັດ” “ໂດຍຄວາມກັງວົນເຖິງຊີວິດຢູ່ໃນໂລກນີ້ ແລະ ຄວາມຢາກຮັ່ງຢາກມີ” (ມັດທາຍ 13:22). ຕໍ່ມາ, ພຣະເຢຊູໄດ້ຕຳນິເປໂຕ ເພາະການບໍ່ “ຄິດຢ່າງພຣະເຈົ້າ, ແຕ່ຄິດຢ່າງມະນຸດ,” ໂດຍປະກາດວ່າ, “ຖ້າຄົນໃດຄົນໜຶ່ງຈະໄດ້ຊັບສົມບັດໝົດທັງໂລກ ແຕ່ຕ້ອງເສຍຊີວິດອັນແທ້ຂອງຕົນ ຄົນນັ້ນຈະໄດ້ປະໂຫຍດອັນໃດ?” (ມັດທາຍ 16:23, 26). ໃນການສິດສອນເທື່ອສຸດທ້າຍໃນຊ່ວງມະຕະຂອງພຣະອົງ, ພຣະອົງໄດ້ບອກອັກຄະສາວົກຂອງພຣະອົງວ່າ, “ຖ້າເຈົ້າທັງຫລາຍເປັນຝ່າຍໂລກ, ໂລກກໍຈະຮັກແພງສິ່ງທີ່ເປັນຂອງມັນ: ແຕ່ເພາະເຈົ້າທັງຫລາຍບໍ່ເປັນຂອງຝ່າຍໂລກ … ໂລກຈຶ່ງກຽດຊັງພວກເຈົ້າ” (ໂຢຮັນ 15:19; ເບິ່ງ ໂຢຮັນ 17:14, 16 ນຳອີກ).
ຄ້າຍຄືກັນນີ້, ການຂຽນຂອງອັກຄະສາວົກລຸ້ນດັ້ງເດີມຂອງພຣະເຢຊູ ມັກໃຊ້ຄຳທີ່ວ່າ “ໂລກ” ໃນການເປັນຕົວແທນໃຫ້ແກ່ ສິ່ງທີ່ກົງກັນຂ້າມ ກັບຄຳສອນພຣະກິດຕິຄຸນ. “ຢ່າດຳເນີນຊີວິດເໝືອນຢ່າງຊາວໂລກ” (ໂຣມ 12:2), ອັກຄະສາວົກໂປໂລ ໄດ້ສອນ. “ປັນຍາຂອງໂລກນີ້ ກໍເປັນຄວາມໂງ່ຕໍ່ສາຍພຣະເນດຂອງພຣະເຈົ້າ” (1 ໂກຣິນໂທ 3:19). ແລະ, “ຈົ່ງລະວັງ,” ເພິ່ນໄດ້ເຕືອນ, “ຢ່າໃຫ້ຜູ້ໃດນຳພວກເຈົ້າຕົກໄປ … ເປັນເຫຍື່ອຂອງສະຕິປັນຍາ ຂອງມະນຸດ, ແລະ ຕາມຄວາມຮູ້ເບື້ອງຕົ້ນຂອງໂລກ, ແລະ ບໍ່ແມ່ນຕາມພຣະຄຣິດ” (ໂກໂລຊາຍ 2:8). ອັກຄະສາວົກຢາໂກໂບ ໄດ້ສອນວ່າ “ການເປັນມິດຕໍ່ໂລກ ຄືການເປັນສັດຕູຕໍ່ພຣະເຈົ້າ … ສະນັ້ນ ຜູ້ໃດທີ່ຢາກເປັນມິດຕໍ່ໂລກ ກໍເປັນສັດຕູຕໍ່ພຣະເຈົ້າ” (ຢາໂກໂບ 4:4).
ພຣະຄຳພີມໍມອນ ມັກໃຊ້ຄຳທີ່ກົງກັນຂ້າມກັບຄຳວ່າ “ໂລກ.” ນີໄຟໄດ້ທຳນາຍເຖິງຄວາມພິນາດຈົນໝົດສິ້ນຂອງ “ຜູ້ທີ່ສ້າງຂຶ້ນເພື່ອເປັນທີ່ນິຍົມໃນສາຍຕາຂອງໂລກ, ແລະ ຜູ້ທີ່ສະແຫວງຫາ … ສິ່ງຂອງທາງໂລກ” (1 ນີໄຟ 22:23; ເບິ່ງ 2 ນີໄຟ 9:30 ນຳອີກ). ແອວມາ ໄດ້ປະນາມຜູ້ທີ່ “ອວດອົ່ງ … ໃນສິ່ງທີ່ບໍ່ມີປະໂຫຍດຂອງໂລກ” (ແອວມາ 31:27). ຄວາມຝັນຂອງລີໄຮ ສະແດງໃຫ້ເຫັນວ່າ ຜູ້ທີ່ສະແຫວງຫາທີ່ຈະເດີນໄປຕາມຮາວເຫລັກ, ຊຶ່ງເປັນພຣະຄຳຂອງພຣະເຈົ້າ, ຈະປະເຊີນກັບການກົງກັນຂ້າມຂອງໂລກ. ຜູ້ຄົນທີ່ຢູ່ໃນ “ອາຄານໃຫຍ່ ແລະ ກວ້າງຂວາງ” ຊຶ່ງລີໄຮໄດ້ເຫັນ ກຳລັງ “ເຍາະເຍີ້ຍ ແລະ ຊີ້ມື” “ເຍາະເຍີ້ຍ” (1 ນີໄຟ 8:26–27, 33). ໃນພາບນິມິດ ທີ່ແປຄວາມໝາຍຂອງຄວາມຝັນນີ້, ນີໄຟ ໄດ້ຮຽນຮູ້ວ່າ ການເຍາະເຍີ້ຍ ແລະ ການກົງກັນຂ້າມ ມາຈາກ “ຝູງຊົນຂອງແຜ່ນດິນໂລກ, … ໂລກ ແລະ ປັນຍາຂອງມັນ; … ຄວາມຈອງຫອງຂອງໂລກ” (1 ນີໄຟ 11:34–36).
ຄວາມໝາຍຂອງພຣະຄຳພີດັ່ງກ່າວ ເຕືອນຫຍັງແດ່ ແລະ ພຣະບັນຍັດທີ່ຫ້າມບໍ່ໃຫ້ ເປັນຂອງໂລກ ຫລື ພຣະບັນຍັດໃນສະໄໝໃໝ່ ບອກໃຫ້ ປະຖິ້ມໂລກ? (ເບິ່ງ D&C 53:2). ປະທານ ທອມມັສ ແອັສ ມອນສັນ ໄດ້ສະຫລຸບຄຳສອນດັ່ງນີ້: “ເຮົາຕ້ອງລະມັດລະວັງ ຢູ່ໃນໂລກ ຊຶ່ງໄກ ຈາກສິ່ງທີ່ເປັນທາງວິນຍານ. ມັນສຳຄັນທີ່ເຮົາຕ້ອງປະຕິເສດສິ່ງໃດກໍຕາມທີ່ບໍ່ສອດຄ່ອງກັບມາດຕະຖານຂອງເຮົາ, ສິ່ງທີ່ ເມື່ອເຮັດລົງໄປ ຈະຕ້ອງສູນເສຍສິ່ງທີ່ເຮົາປາດຖະໜາຫລາຍທີ່ສຸດ ໄປ ນັ້ນຄື: ຊີວິດນິລັນດອນ ໃນອານາຈັກຂອງພຣະເຈົ້າ.”1
ພຣະເຈົ້າໄດ້ສ້າງໂລກນີ້ ຕາມແຜນຂອງພຣະອົງ ເພື່ອໃຫ້ລູກໆທາງວິນຍານຂອງພຣະອົງມີບ່ອນຢູ່ອາໄສໃນຊ່ວງມະຕະ ຊຶ່ງຈຳເປັນໃນຂັ້ນຕອນທີ່ກ້າວໄປສູ່ລັດສະໝີພາບ ທີ່ພຣະອົງປະສົງ ສຳລັບລູກໆທຸກຄົນຂອງພຣະອົງ. ເຖິງແມ່ນຈະມີອານາຈັກ ແລະ ລັດສະໝີພາບຫລາຍລະດັບ, ແຕ່ພຣະປະສົງອັນສູງສຸດຂອງພຣະບິດາເທິງສະຫວັນຂອງເຮົາສຳລັບລູກໆຂອງພຣະອົງ ແມ່ນສິ່ງທີ່ປະທານມອນສັນ ໄດ້ເອີ້ນວ່າ “ຊີວິດນິລັນດອນໃນອານາຈັກຂອງພຣະເຈົ້າ,” ຄືຄວາມສູງສົ່ງໃນຄອບຄົວ. ນີ້ແມ່ນຫລາຍກວ່າຄວາມລອດ. ປະທານ ຣະໂຊ ເອັມ ແນວສັນ ໄດ້ເຕືອນເຮົາວ່າ, “ໃນແຜນນິລັນດອນຂອງພຣະເຈົ້າ, ຄວາມລອດເປັນເລື່ອງສ່ວນຕົວ; [ແຕ່] ຄວາມສູງສົ່ງເປັນເລື່ອງສ່ວນຄອບຄົວ.”2
ພຣະກິດຕິຄຸນຂອງພຣະເຢຊູຄຣິດ ທີ່ໄດ້ຟື້ນຟູຄືນມາໃໝ່ ແລະ ໃບປະກາດກ່ຽວກັບຄອບຄົວທີ່ດົນໃຈ, ຊຶ່ງຂ້າພະເຈົ້າຈະກ່າວເຖິງໃນພາຍຫລັງ, ແມ່ນເປັນຄຳສອນທີ່ສຳຄັນ ເພື່ອຊີ້ນຳມະນຸດ ໃນການຕຽມສຳລັບຄວາມສູງສົ່ງ. ເຖິງແມ່ນເຮົາຕ້ອງດຳລົງຊີວິດຕາມກົດຂອງການແຕ່ງງານ ແລະ ຕາມວັດທະນະທຳອື່ນໆ ຂອງໂລກທີ່ກຳລັງຊຸດໂຊມລົງ, ຜູ້ທີ່ພະຍາຍາມສະແຫວງຫາຄວາມສູງສົ່ງ ຈະຕ້ອງເລືອກດ້ວຍຕົວເອງ ໃນຊີວິດຄອບຄົວ ຕາມວິທີທາງຂອງພຣະຜູ້ເປັນເຈົ້າ ທີ່ແຕກຕ່າງຈາກວິທີທາງຂອງໂລກ.
ໃນຊີວິດມະຕະນີ້, ເຮົາບໍ່ຈື່ຫຍັງກ່ຽວກັບຊີວິດກ່ອນເກີດ, ແລະ ບັດນີ້ ເຮົາປະເຊີນກັບການກົງກັນຂ້າມ. ເຮົາເຕີບໂຕຂຶ້ນ ແລະ ບັນລຸວຸດທິພາວະທາງວິນຍານ ໂດຍການເລືອກທີ່ຈະເຊື່ອຟັງພຣະບັນຍັດຂອງພຣະເຈົ້າ ໃນການເລືອກສິ່ງທີ່ຖືກຕ້ອງໄປເລື້ອຍໆ. ສິ່ງເຫລົ່ານີ້ແມ່ນຮ່ວມທັງພັນທະສັນຍາ ແລະ ພິທີການ ແລະ ການກັບໃຈ ເມື່ອເຮົາເລືອກເຮັດສິ່ງທີ່ຜິດ. ກົງກັນຂ້າມ, ຖ້າຫາກເຮົາຂາດສັດທາໃນແຜນຂອງພຣະເຈົ້າ ແລະ ບໍ່ເຊື່ອຟັງຕໍ່ ຫລື ຫລີກເວັ້ນໂດຍເຈດຕະນາ ຈາກສິ່ງທີ່ຮຽກຮ້ອງໃຫ້ກະທຳ, ແລ້ວເຮົາຈະບໍ່ເຕີບໂຕ ແລະ ບໍ່ບັນລຸວຸດທິພາວະ. ພຣະຄຳພີມໍມອນສອນວ່າ, “ຊີວິດນີ້ເປັນເວລາສຳລັບມະນຸດທີ່ຈະຕຽມພ້ອມເພື່ອພົບກັບພຣະເຈົ້າ” (ແອວມາ 34:32).
II.
ໄພ່ພົນຍຸກສຸດທ້າຍຜູ້ເຂົ້າໃຈແຜນແຫ່ງຄວາມລອດຂອງພຣະເຈົ້າ ຈະເບິ່ງໂລກໃນແງ່ທີ່ຕ່າງໝູ່ ຊຶ່ງຊ່ວຍເຂົາເຈົ້າໃຫ້ເຫັນເຫດຜົນສຳລັບພຣະບັນຍັດຂອງພຣະເຈົ້າ, ໃຫ້ເຫັນລັກສະນະຂອງພິທີການຈຳເປັນຂອງພຣະອົງ ທີ່ປ່ຽນແປງບໍ່ໄດ້, ແລະ ໃຫ້ເຫັນບົດບາດຂັ້ນພື້ນຖານຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ. ການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ທວງເອົາເຮົາຈາກຄວາມຕາຍ ແລະ, ເງື່ອນໄຂທີ່ເຮົາຕ້ອງກັບໃຈ, ໄດ້ຊ່ວຍເຮົາຈາກບາບຂອງເຮົາ. ດ້ວຍການມອງໂລກແບບນັ້ນ, ໄພ່ພົນຍຸກສຸດທ້າຍ ຈຶ່ງມີລຳດັບຄວາມສຳຄັນ ແລະ ການປະຕິບັດທີ່ແຕກຕ່າງ ແລະ ໄດ້ຮັບພອນດ້ວຍພະລັງທີ່ຈະອົດທົນກັບຄວາມງຸດງິດໃຈ ແລະ ຄວາມເຈັບປວດຂອງຊີວິດໃນຊ່ວງມະຕະໄດ້.
ໂດຍທີ່ຫລີກລ້ຽງບໍ່ໄດ້, ການກະທຳຂອງຜູ້ທີ່ພະຍາຍາມເຮັດຕາມແຜນແຫ່ງຄວາມລອດຂອງພຣະເຈົ້າ ສາມາດກໍ່ໃຫ້ເກີດຄວາມເຂົ້າໃຈຜິດ ຫລື ແມ່ນແຕ່ການຂັດແຍ້ງກັບຄົນໃນຄອບຄົວ ຫລື ໝູ່ເພື່ອນ ຜູ້ບໍ່ເຊື່ອໃນຫລັກທຳ ກໍເປັນໄດ້. ການຂັດແຍ້ງເຊັ່ນນີ້ ກໍມີຢູ່ຕະຫລອດຢູ່ແລ້ວ. ໃນທຸກລຸ້ນ ທີ່ພະຍາຍາມເຮັດຕາມແຜນຂອງພຣະເຈົ້າ ຈະປະເຊີນກັບການທ້າທາຍ. ໃນສະໄໝບູຮານ, ສາດສະດາເອຊາຢາ ໄດ້ເພີ່ມຄວາມເຂັ້ມແຂງໃຫ້ແກ່ຊາວອິດສະຣາເອນ, ຜູ້ທີ່ເພິ່ນໄດ້ເອີ້ນວ່າ “ພວກທີ່ຮູ້ຈັກສິ່ງທີ່ຖືກຕ້ອງ, … ພວກທີ່ມີຄຳສັ່ງສອນຂອງເຮົາຝັງທີ່ຫົວໃຈ.” ເພິ່ນໄດ້ປະກາດວ່າ, “ຢ່າສູ່ຢ້ານກົວແຕ່ປະການໃດໆເລີຍ ເມື່ອຄົນກ່າວຫຍໍ້ຫຍັນນິນທາພວກເຈົ້າ” (ເອຊາຢາ 51:7; ເບິ່ງ 2 ນີໄຟ 8:7 ນຳອີກ). ແຕ່ບໍ່ວ່າການຂັດແຍ້ງກັນນັ້ນເປັນເພາະດ້ວຍເຫດໃດກໍຕາມ ກັບຄົນທີ່ບໍ່ເຂົ້າໃຈ ຫລື ບໍ່ເຊື່ອໃນແຜນຂອງພຣະເຈົ້າ, ຄົນທີ່ເຂົ້າໃຈຈະຖືກບັນຊາໃຫ້ເລືອກວິທີທາງຂອງພຣະຜູ້ເປັນເຈົ້າສະເໝີ ແທນທີ່ຈະເລືອກວິທີທາງຂອງໂລກ.
III.
ແຜນຂອງພຣະກິດຕິຄຸນທີ່ແຕ່ລະຄອບຄົວຄວນເຮັດຕາມ ເພື່ອຕຽມສຳລັບຊີວິດນິລັນດອນ ແລະ ຄວາມສູງສົ່ງ ໄດ້ຖືກລະບຸໄວ້ແລ້ວ ຢູ່ໃນເອກະສານຂອງສາດສະໜາຈັກ ໃນປີ 1995 ທີ່ເອີ້ນວ່າ ໃບ “ຄອບຄົວ: ການປະກາດຕໍ່ໂລກ.”3 ຂໍ້ປະກາດເຫລົ່ານັ້ນ, ແນ່ນອນ, ເຫັນໄດ້ວ່າແຕກຕ່າງຈາກກົດບາງຂໍ້, ການປະຕິບັດ, ແລະ ການສົ່ງເສີມຂອງໂລກ ໃນປະຈຸບັນ ຊຶ່ງເຮົາໃຊ້ຊີວິດຢູ່. ໃນວັນເວລາຂອງເຮົາ, ຄວາມແຕກຕ່າງຫລາຍທີ່ສຸດ ທີ່ເຫັນຢ່າງແຈ້ງຊັດ ແມ່ນການຢູ່ກິນນຳກັນໂດຍບໍ່ຕ້ອງແຕ່ງງານ, ການແຕ່ງງານກັບເພດດຽວກັນ, ແລະ ເດັກນ້ອຍທີ່ເຕີບໃຫຍ່ຂຶ້ນ ໃນຄອບຄົວເຊັ່ນນັ້ນ. ຄົນທີ່ບໍ່ເຊື່ອ ຫລື ບໍ່ສະແຫວງຫາຄວາມສູງສົ່ງ ມັກຈະໂນ້ມອ່ຽງ ໄປທາງຂອງໂລກ ແລະ ຄິດວ່າການປະກາດກ່ຽວກັບຄອບຄົວນີ້ ເປັນນະໂຍບາຍທີ່ຄວນດັດແປງໃໝ່. ກົງກັນຂ້າມ, ໄພ່ພົນຍຸກສຸດທ້າຍຢືນຢັນວ່າ ການປະກາດກ່ຽວກັບຄອບຄົວແຈ້ງບອກເຖິງຄວາມສຳພັນໃນຄອບຄົວ ແບບທີ່ສຳຄັນຫລາຍທີ່ສຸດຕໍ່ຄວາມຈະເລີນເຕີບໂຕນິລັນດອນຂອງເຮົາ.
ເຮົາເຫັນວ່າ ສັງຄົມຮັບຮູ້ຫລາຍຂຶ້ນເລື້ອຍໆ ກ່ຽວກັບການຢູ່ກິນນຳກັນໂດຍບໍ່ຕ້ອງແຕ່ງງານ ແລະ ຮັບຮູ້ການແຕ່ງງານກັບເພດດຽວກັນ. ການຍອມຮັບຂອງຝ່າຍສື່ສານ, ຝ່າຍການສຶກສາ, ແລະ ແມ່ນແຕ່ໃນຝ່າຍທຸລະກິດ ໄດ້ສ້າງຄວາມຫຍຸ້ງຍາກຫລາຍ ໃຫ້ແກ່ໄພ່ພົນຍຸກສຸດທ້າຍ. ເຮົາຕ້ອງພະຍາຍາມດຸນດ່ຽງກັບຄຳສັ່ງຫລາຍໆຢ່າງ ເລື່ອງການເຮັດຕາມກົດຂອງພຣະກິດຕິຄຸນ ໃນຊີວິດສ່ວນຕົວຂອງເຮົາ ແລະ ການສິດສອນ ແມ່ນແຕ່ຕອນທີ່ເຮົາພະຍາຍາມສະແດງຄວາມຮັກຕໍ່ທຸກຄົນ.4 ເມື່ອເຮັດເຊັ່ນນັ້ນ ບາງເທື່ອເຮົາຈະປະເຊີນກັບສິ່ງທີ່ເອຊາຢາ ເອີ້ນວ່າ “ຄຳກ່າວຫຍໍ້ຫຍັນຂອງມະນຸດ” ແຕ່ ຢ່າສູ່ຢ້ານ.
ໄພ່ພົນຍຸກສຸດທ້າຍທີ່ເຫລື້ອມໃສ ເຊື່ອວ່າຄຳສອນຢູ່ໃນໃບປະກາດກ່ຽວກັບຄອບຄົວ, ຊຶ່ງໄດ້ພິມອອກມາ ເກືອບເຖິງ ຊາວຫ້າປີແລ້ວ, ເປັນສິ່ງທີ່ພຣະຜູ້ເປັນເຈົ້າໄດ້ເນັ້ນຄືນອີກ ເຖິງຄວາມຈິງຂອງພຣະກິດຕິຄຸນ ທີ່ເຮົາຕ້ອງການ ເພື່ອຄ້ຳຈູນເຮົາຕ້ານ ກັບການທ້າທາຍໃນປະຈຸບັນກ່ຽວກັບຄອບຄົວ. ສອງຕົວຢ່າງແມ່ນ ການແຕ່ງງານກັບເພດດຽວກັນ ແລະ ການຢູ່ກິນນຳກັນໂດຍບໍ່ຕ້ອງແຕ່ງງານ. ພຽງແຕ່ 20 ປີ ຫລັງຈາກໃບປະກາດກ່ຽວກັບຄອບຄົວມີມາ, ສານສູງສຸດຂອງສະຫະລັດອາເມຣິກາ ໄດ້ອະນຸຍາດໃຫ້ຄົນເພດດຽວກັນ ແຕ່ງງານ, ຊຶ່ງໄດ້ລົບລ້າງການແຕ່ງງານລະຫວ່າງຊາຍ ແລະ ຍິງ ຊຶ່ງເປັນມານັບຫລາຍພັນປີ. ຈຳນວນເປີເຊັນທີ່ໜ້າຕົກໃຈ ຂອງເດັກນ້ອຍທີ່ເກີດກັບແມ່ຜູ້ບໍ່ໄດ້ແຕ່ງງານ ເລີ່ມນັບມື້ນັບມີຫລາຍຂຶ້ນ: 5 ເປີເຊັນ ໃນປີ 1960,5 32 ເປີເຊັນ ໃນປີ 1995,6 ແລະ ບັດນີ້ 40 ເປີເຊັນ.7
IV.
ໃບປະກາດກ່ຽວກັບຄອບຄົວ ເລີ່ມຕົ້ນ ໂດຍການປະກາດວ່າ “ການແຕ່ງງານລະຫວ່າງຊາຍແລະ ຍິງ ເປັນການແຕ່ງຕັ້ງຈາກພຣະເຈົ້າ ແລະ ວ່າຄອບຄົວເປັນຈຸດໃຫຍ່ໃຈກາງຂອງແຜນຂອງພຣະຜູ້ສ້າງ ສຳລັບວິຖີຊີວິດອັນນິລັນດອນຂອງລູກໆຂອງພຣະອົງ.” ມັນຍັງຢືນຢັນວ່າ “ເພດເປັນສິ່ງສຳຄັນຫລາຍ ຕໍ່ການຈຳແນກບອກໃຫ້ຮູ້ເຖິງບຸກຄະລິກລັກສະນະຂອງແຕ່ລະຄົນ ໃນໂລກກ່ອນເກີດ, ໃນໂລກນີ້, ແລະ ໃນນິລັນດອນ ແລະ ເຖິງຈຸດມຸ້ງໝາຍ.” ມັນຍັງປະກາດຕື່ມ “ວ່າ ພຣະເຈົ້າໄດ້ບັນຊາວ່າ ອຳນາດຂອງການສ້າງມະນຸດແມ່ນຕ້ອງເກີດຂຶ້ນ ລະຫວ່າງຊາຍ ແລະ ຍິງ ຜູ້ແຕ່ງງານກັນຢ່າງຖືກຕ້ອງ ຕາມກົດໝາຍໃນຖານະເປັນສາມີ ແລະ ພັນລະຍາເທົ່ານັ້ນ.
ໃບປະກາດຢືນຢັນໜ້າທີ່ອັນຕໍ່ເນື່ອງ ຂອງສາມີ ແລະ ພັນລະຍາ ເພື່ອໃຫ້ຂະຫຍາຍພົງພັນ ແລະ ມີຫລາຍຈົນເຕັມແຜ່ນດິນໂລກ ແລະ “ໜ້າທີ່ຮັບຜິດຊອບທີ່ສຳຄັນຂອງເຂົາເຈົ້າ ແມ່ນທີ່ຈະຮັກແພງເອົາກັນ ແລະ ດູແລກັນ ແລະ ດູແລລູກໆຂອງຕົນ ດັ່ງນີ້”: “ເດັກນ້ອຍມີສິດທີ່ຈະມາເກີດນຳພໍ່ແມ່ທີ່ແຕ່ງງານກັນ, ແລະ ທີ່ຈະໄດ້ຮັບການລ້ຽງດູຈາກພໍ່ແມ່ຜູ້ນັບຖືກຄຳໝັ້ນສັນຍາທີ່ໄດ້ກະທຳໄວ້ຕໍ່ກັນ ແລະ ຊື່ສັດບໍລິສຸດຕໍ່ກັນ.” ມັນໄດ້ເຕືອນຢ່າງໜັກແໜ້ນ ຕ້ານກັບການຂົ່ມເຫັງຄູ່ຄອງ ຫລື ລູກເຕົ້າ, ແລະ ມັນຢືນຢັນວ່າ “ຄອບຄົວຈະມີຄວາມສຸກ ກໍຕໍ່ເມື່ອເຂົາເຈົ້າດຳເນີນຊີວິດຕາມຄຳສອນຂອງອົງພຣະເຢຊູຄຣິດເຈົ້າ.” ສຸດທ້າຍ, ມັນຮຽກຮ້ອງການສະໜັບສະໜູນຈາກຝ່າຍລັດຖະບານ ທີ່ວ່າ “ຈົ່ງຊ່ວຍກັນຊຸກຍູ້ຜູ້ຄົນໃຫ້ເຮັດຕາມນີ້ ເພື່ອຈະໄດ້ເຮັດໃຫ້ຄອບຄົວຂອງເຮົາເຂັ້ມແຂງຂຶ້ນ ເປັນໜ່ວຍສຳຄັນຍິ່ງຂອງສັງຄົມ.”
ໃນປີ 1995 ປະທານຄົນໜຶ່ງຂອງສາດສະໜາຈັກ ແລະ ອັກຄະສາວົກ 14 ຄົນຂອງພຣະຜູ້ເປັນເຈົ້າ ໄດ້ລະບຸຂໍ້ຄວາມ ທີ່ບັນຈຸຄຳສອນທີ່ສຳຄັນເຫລົ່ານີ້. ໃນຖານະທີ່ເປັນຜູ້ໜຶ່ງ ໃນຈຳນວນອັກຄະສາວົກເຈັດຄົນເຫລົ່ານັ້ນ ທີ່ຍັງມີຊີວິດຢູ່, ຂ້າພະເຈົ້າຮູ້ສຶກວ່າ ຄວນບອກເຖິງ ທີ່ມາຂອງໃບປະກາດກ່ຽວກັບຄອບຄົວ ສຳລັບຜູ້ທີ່ສົນໃຈຢາກຮູ້.
ເມື່ອ 23 ປີກ່ອນ ຜູ້ນຳຂອງສາດສະໜາຈັກ ໄດ້ຮັບການດົນໃຈ ໃຫ້ປະກາດເລື່ອງຄອບຄົວ. ບາງຄົນກໍຕົກຕະລຶງ ໂດຍຄິດວ່າຄວາມຈິງຂອງຄຳສອນກ່ຽວກັບການແຕ່ງງານ ແລະ ຄອບຄົວກໍເຂົ້າໃຈກັນດີຢູ່ແລ້ວ ແລະ ບໍ່ຈຳເປັນຕ້ອງປະກາດອີກ.8 ເຖິງຢ່າງໃດກໍຕາມ, ພວກເຮົາຮູ້ສຶກເຖິງການຢືນຢັນ ແລະ ພວກເຮົາກໍໄດ້ລົງມື. ຫົວຂໍ້ໄດ້ຖືກແຈ້ງບອກ ແລະ ກຸ່ມອັກຄະສາວົກສິບສອງ ໄດ້ປຶກສາຫາລືກັນ ເກືອບເຖິງໜຶ່ງປີ. ຖ້ອຍຄຳໄດ້ຖືກນຳສະເໜີ, ໄດ້ຖືກທົບທວນ, ແລະ ດັດແປງ. ພວກເຮົາໄດ້ອະທິຖານ ອ້ອນວອນຂໍໃຫ້ພຣະຜູ້ເປັນເຈົ້າດົນໃຈ ໃນສິ່ງທີ່ພວກເຮົາຄວນກ່າວ ແລະ ໃນວິທີທີ່ພວກເຮົາຄວນກ່າວ. ເຮົາທຸກຄົນໄດ້ຮຽນຮູ້ ເທື່ອລະບັນທັດ, ເປັນຂໍ້ເລັກໆໜ້ອຍໆ, ດັ່ງທີ່ພຣະຜູ້ເປັນເຈົ້າໄດ້ສັນຍາ (ເບິ່ງ D&C 98:12).
ໃນໄລຍະທີ່ໄດ້ຮັບການເປີດເຜີຍນີ້, ຂໍ້ຄວາມໄດ້ຖືກນຳສະເໜີ ຕໍ່ຝ່າຍປະທານສູງສຸດ, ຜູ້ດູແລ ແລະ ປະກາດການສິດສອນ ແລະ ຄຳສອນຂອງສາດສະໜາຈັກ. ຫລັງຈາກຝ່າຍປະທານສູງສຸດໄດ້ດັດແປງເພີ່ມເຕີມ, ໃບປະກາດກ່ຽວກັບຄອບຄົວ ຈຶ່ງໄດ້ຖືກປະກາດ ໂດຍປະທານກໍດອນ ບີ ຮິງລີ. ໃນກອງປະຊຸມສະຕີ ເມື່ອວັນທີ 23 ເດືອນກັນຍາ, 1995, ເພິ່ນໄດ້ນຳສະເໜີໃບປະກາດດ້ວຍຖ້ອຍຄຳນີ້ວ່າ: “ໂດຍທີ່ມີການເວົ້າໂຕ້ແຍ້ງກັນຫລາຍເລື່ອງຄວາມຈິງ, ໂດຍທີ່ມີການຫລອກລວງຫລາຍ ເລື່ອງມາດຕະຖານ ແລະ ຄຸນຄ່າ, ໂດຍທີ່ມີສິ່ງດຶງດູດໃຈ ແລະ ລໍ້ໃຈຢ່າງຫລວງຫລາຍ ເພື່ອໃຫ້ຮັບເອົາຄວາມດ່າງພ້ອຍຂອງໂລກ ຢ່າງຊ້າໆ, ພວກເຮົາຈຶ່ງຮູ້ສຶກວ່າ ຕ້ອງໄດ້ເຕືອນ ແລະ ເຕືອນລ່ວງໜ້າ.”9
ຂ້າພະເຈົ້າເປັນພະຍານວ່າ ການປະກາດກ່ຽວກັບຄອບຄົວ ເປັນເອກະສານເຖິງຄວາມຈິງນິລັນດອນ, ເປັນພຣະປະສົງຂອງພຣະຜູ້ເປັນເຈົ້າສຳລັບລູກໆຂອງພຣະອົງ ຜູ້ສະແຫວງຫາຊີວິດນິລັນດອນ. ມັນເປັນຄຳສອນຂັ້ນພື້ນຖານຂອງສາດສະໜາຈັກ ແລະ ເປັນສິ່ງທີ່ປະຕິບັດກັນມາເປັນເວລາ 22 ປີ ແລະ ຈະປະຕິບັດຕໍ່ໄປ ໃນອະນາຄົດ. ໃຫ້ນັບຖືມັນແນວນັ້ນ, ໃຫ້ສອນມັນ, ໃຫ້ດຳລົງຊີວິດຕາມມັນ, ແລ້ວທ່ານຈະໄດ້ຮັບພອນ ໃນຂະນະທີ່ທ່ານມຸ້ງໜ້າໄປສູ່ຊີວິດນິລັນດອນ.
ເມື່ອສີ່ສິບປີກ່ອນ, ປະທານເອສະຣາ ແທັບ ເບັນສັນ ໄດ້ສອນວ່າ “ຄົນທຸກລຸ້ນ ມີການທົດສອບຂອງຕົນເອງ ແລະ ມີໂອກາດທີ່ຈະປະເຊີນ ແລະ ພິສູດ.”10 ຂ້າພະເຈົ້າເຊື່ອວ່າ ທ່າທີຂອງເຮົາທີ່ມີຕໍ່ ແລະ ການໃຊ້ຄຳທີ່ຢູ່ໃນໃບປະກາດກ່ຽວກັບຄອບຄົວ ເປັນການທົດສອບສຳລັບລຸ້ນຂອງເຮົາ. ຂ້າພະເຈົ້າອະທິຖານຂໍໃຫ້ໄພ່ພົນຍຸກສຸດທ້າຍ ຈົ່ງໝັ້ນຄົງ ໃນການທົດສອບນີ້.
ຂ້າພະເຈົ້າຂໍຈົບດ້ວຍຄຳສອນຂອງປະທານກໍດອນ ບີ ຮິງລີ ຊຶ່ງໄດ້ກ່າວຫລັງຈາກສອງປີ ທີ່ໃບປະກາດກ່ຽວກັບຄອບຄົວໄດ້ຖືກປະກາດ. ເພິ່ນໄດ້ກ່າວວ່າ: “ຂ້າພະເຈົ້າເຫັນອະນາຄົດທີ່ດີເລີດ ຢູ່ໃນໂລກທີ່ບໍ່ແນ່ນອນ. ຖ້າຫາກເຮົາເຕັມໃຈທີ່ຈະຍຶດໝັ້ນຢູ່ກັບຄຸນຄ່າຂອງເຮົາ, ຖ້າຫາກເຮົາຈະສ້າງສາໃສ່ເທິງມູນມໍລະດົກຂອງເຮົາ, ຖ້າຫາກເຮົາຈະເດີນໄປໃນຄວາມເຊື່ອຟັງຕໍ່ພຣະຜູ້ເປັນເຈົ້າ, ຖ້າຫາກເຮົາພຽງແຕ່ຈະດຳລົງຊີວິດຕາມພຣະກິດຕິຄຸນ, ແລ້ວເຮົາຈະໄດ້ຮັບພອນ ໃນວິທີທາງທີ່ວິເສດສຸດ ແລະ ເລີດລ້ຳ. ຜູ້ຄົນຈະເບິ່ງເຮົາວ່າເປັນຄົນທີ່ພິເສດ ຜູ້ໄດ້ພົບເຫັນກະແຈສຳລັບຄວາມສຸກທີ່ພິເສດ.”11
ຂ້າພະເຈົ້າເປັນພະຍານເຖິງຄວາມຈິງ ແລະ ເຖິງຄວາມສຳຄັນນິລັນດອນຂອງໃບປະກາດກ່ຽວກັບຄອບຄົວນີ້, ຊຶ່ງໄດ້ເປີດເຜີຍໂດຍອົງພຣະເຢຊູຄຣິດເຈົ້າ ຕໍ່ອັກຄະສາວົກຂອງພຣະອົງ ສຳລັບຄວາມສູງສົ່ງຂອງລູກໆຂອງພຣະເຈົ້າ (ເບິ່ງ Doctrine and Covenants 131:1–4), ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.