ຂ້ອຍຈະເຂົ້າໃຈໄດ້ຢ່າງໃດ?
ເມື່ອເຮົາສະແຫວງຫາການຮຽນຮູ້ພຣະກິດຕິຄຸນຂອງພຣະເຢຊູຄຣິດຢ່າງເອົາຈິງເອົາຈັງ, ຢ່າງເບີກບານ, ຢ່າງແນ່ວແນ່, ແລະ ຢ່າງຈິງໃຈ ແລະ ສິດສອນມັນໃຫ້ກັນແລະກັນ, ແລ້ວຄຳສອນເຫລົ່ານີ້ຈະປ່ຽນໃຈ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຊ່າງເປັນໜ້າຊື່ນຊົມແທ້ໆ ທີ່ເຮົາໄດ້ມາຢູ່ນຳກັນອີກ ໃນກອງປະຊຸມໃຫຍ່ສາມັນນີ້ ຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ພາຍໃຕ້ການຊີ້ນຳຂອງສາດສະດາທີ່ຮັກແພງຂອງເຮົາ, ປະທານຣະໂຊ ເອັມ ແນວສັນ. ຂ້າພະເຈົ້າເປັນພະຍານຕໍ່ທ່ານວ່າ ເຮົາຈະມີສິດທິພິເສດ ທີ່ຈະໄດ້ຍິນສຸລະສຽງຂອງພຣະຜູ້ຊ່ວຍໃຫ້ລອດພຣະເຢຊູຄຣິດ, ຜ່ານທາງການສິດສອນຂອງຜູ້ທີ່ອະທິຖານ, ຮ້ອງເພງ, ແລະ ກ່າວປາໄສ ເຖິງສິ່ງຈຳເປັນໃນວັນເວລາຂອງເຮົາ ຢູ່ໃນກອງປະຊຸມນີ້.
ດັ່ງທີ່ມີບັນທຶກໄວ້ຢູ່ໃນພຣະທຳກິດຈະການ, ຟີລິບຜູ້ປະກາດພຣະທຳໄດ້ສອນພຣະກິດຕິຄຸນໃຫ້ແກ່ໄທເອທິໂອເປຍ ຜູ້ເປັນເທືອຍ ທີ່ເປັນນາຍຄັງຊັບທັງໝົດຂອງຣາຊີນີເອທິໂອເປຍ.1 ຂະນະທີ່ກັບເມືອຈາກການນະມັດສະການໃນນະຄອນເຢຣູຊາເລັມ, ເພິ່ນໄດ້ອ່ານໜັງສືຂອງເອຊາຢາ. ຕາມການຊົງນຳຂອງພຣະວິນຍານ, ຟີລິບໄດ້ເຂົ້າໄປໃກ້ເພິ່ນ ແລະ ໄດ້ຖາມວ່າ, “ທີ່ທ່ານອ່ານຢູ່ນັ້ນ ທ່ານເຂົ້າໃຈບໍ?
“ແລະ [ຊາຍເທືອຍ] ຜູ້ນີ້ ໄດ້ຕອບວ່າ, ຂ້ອຍຈະເຂົ້າໃຈໄດ້ຢ່າງໃດ ຖ້າບໍ່ມີຜູ້ໃດອະທິບາຍສູ່ຂ້ອຍຟັງ? …
“ແລ້ວຟີລິບກໍອອກປາກກ່າວ, ໂດຍເລີ່ມແຕ່ພຣະຄຳພີຕອນນີ້ໄປ, ແລະ ບອກເພິ່ນເຖິງພຣະເຢຊູ.”2
ຄຳຖາມທີ່ໄທເອທິໂອເປຍຄົນນີ້ໄດ້ຖາມ ເຕືອນເຖິງຄຳສັ່ງຈາກສະຫວັນທີ່ເຮົາທຸກຄົນຕ້ອງສະແຫວງຫາການຮຽນຮູ້ ແລະ ທີ່ຈະສິດສອນພຣະກິດຕິຄຸນຂອງພຣະເຢຊູຄຣິດ ໃຫ້ກັນແລະກັນ.3 ຕາມຈິງແລ້ວ, ໃນເລື່ອງທີ່ກ່ຽວກັບການຮຽນຮູ້ ແລະ ການສິດສອນພຣະກິດຕິຄຸນ, ບາງເທື່ອເຮົາກໍຄືກັນກັບໄທເອທິໂອເປຍ—ເຮົາຕ້ອງການຄວາມຊ່ວຍເຫລືອຈາກ ຄູສອນທີ່ຊື່ສັດ ແລະ ໃຫ້ການດົນໃຈ; ແລະ ບາງເທື່ອເຮົາກໍຄືກັນກັບຟີລິບ—ເຮົາຕ້ອງສິດສອນ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ຄົນອື່ນ ໃນການປ່ຽນໃຈເຫລື້ອມໃສຂອງເຂົາເຈົ້າ.
ຈຸດປະສົງໜຶ່ງ ຂະນະທີ່ເຮົາສະແຫວງຫາທີ່ຈະຮຽນຮູ້ ແລະ ສິດສອນພຣະກິດຕິຄຸນຂອງພຣະເຢຊູຄຣິດ ຄົງເປັນການເພີ່ມສັດທາໃນພຣະເຈົ້າ ແລະ ໃນແຜນແຫ່ງຄວາມສຸກທີ່ສູງສົ່ງຂອງພຣະອົງ ແລະ ໃນພຣະເຢຊູຄຣິດ ແລະ ໃນການເສຍສະລະຊົດໃຊ້ຂອງພຣະອົງ ແລະ ທີ່ຈະບັນລຸການປ່ຽນໃຈເຫລື້ອມໃສທີ່ຍືນຍົງ. ການເພີ່ມສັດທາ ແລະ ການປ່ຽນໃຈເຫລື້ອມໃສເຊັ່ນນັ້ນ ຈະຊ່ວຍເຮົາໃຫ້ເຮັດ ແລະ ຮັກສາພັນທະສັນຍາຂອງເຮົານຳພຣະເຈົ້າ, ຊຶ່ງຈະເພີ່ມຄວາມປາດຖະໜາຂອງເຮົາ ໃຫ້ຕິດຕາມພຣະເຢຊູ ແລະ ມີການປ່ຽນແປງທາງວິນຍານຢ່າງແທ້ຈິງ ໃນຕົວເຮົາ—ໃນອີກຄຳໜຶ່ງ, ເປັນການປ່ຽນແປງເຮົາໃຫ້ກາຍເປັນຄົນໃໝ່, ດັ່ງທີ່ອັກຄະສາວົກໂປໂລໄດ້ສິດສອນ ຢູ່ໃນສານຂອງເພິ່ນ ເຖິງຊາວໂກຣິນໂທ.4 ການປ່ຽນແປງນີ້ ຈະນຳຄວາມສຸກຫລາຍ, ປະສິດທິພາບ, ແລະ ຊີວິດທີ່ດີ ມາສູ່ເຮົາ ແລະ ຊ່ວຍເຮົາຮັກສາທັດສະນະນິລັນດອນ. ອັນນີ້ບໍ່ແມ່ນສິ່ງທີ່ໄດ້ເກີດກັບໄທເອທິໂອເປຍຜູ້ເປັນເທືອຍຄົນນັ້ນບໍ ຫລັງຈາກທີ່ເພິ່ນໄດ້ຮຽນຮູ້ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ແລະ ໄດ້ປ່ຽນໃຈເຫລື້ອມໃສພຣະກິດຕິຄຸນຂອງພຣະອົງ? ພຣະຄຳພີບອກວ່າ “ເພິ່ນໄດ້ເດີນທາງເມືອດ້ວຍຄວາມຊົມຊື່ນຍິນດີ.”5
ພຣະບັນຊາທີ່ໃຫ້ຮຽນຮູ້ ພຣະກິດຕິຄຸນ ແລະ ສິດສອນມັນໃຫ້ກັນແລະກັນ ບໍ່ໄດ້ເປັນເລື່ອງໃໝ່; ມັນໄດ້ເປັນແບບນີ້ມານັບຕັ້ງແຕ່ການເລີ່ມຕົ້ນປະຫວັດສາດຂອງມວນມະນຸດ.6 ມີເທື່ອໜຶ່ງ, ຂະນະທີ່ໂມເຊ ແລະ ຜູ້ຄົນຂອງເພິ່ນກຳລັງຢູ່ໃນທົ່ງຮາບໂມອາບ ກ່ອນເຂົ້າໄປຫາແຜ່ນດິນແຫ່ງຄຳສັນຍາ, ພຣະຜູ້ເປັນເຈົ້າໄດ້ດົນໃຈເພິ່ນໃຫ້ຕັກເຕືອນຜູ້ຄົນຂອງເພິ່ນ ກ່ຽວກັບໜ້າທີ່ຮັບຜິດຊອບຂອງພວກເຂົາ ທີ່ຈະຮຽນຮູ້ຂໍ້ບັງຄັບ ແລະ ພັນທະສັນຍາ ທີ່ພວກເຂົາໄດ້ຮັບຈາກພຣະຜູ້ເປັນເຈົ້າ ແລະ ທີ່ຈະສິດສອນມັນໃຫ້ແກ່ລູກຫລານຂອງພວກເຂົາ,7 ຊຶ່ງຫລາຍຄົນບໍ່ເຄີຍປະສົບກັບ ການຂ້າມທະເລແດງ ຫລື ຮັບການເປີດເຜີຍທີ່ມອບໃຫ້ຢູ່ເທິງພູຊີນາຍ.
ໂມເຊໄດ້ຕັກເຕືອນຜູ້ຄົນຂອງເພິ່ນວ່າ:
“ຈົ່ງເຊື່ອຟັງພຣະບັນຍັດທຸກຂໍ້ ທີ່ຂ້າພະເຈົ້າກຳລັງສອນພວກເຈົ້າ ແລະ ພວກເຈົ້າຈະມີຊີວິດ ແລະ ຍຶດຄອງດິນແດນ ທີ່ອົງພຣະຜູ້ເປັນເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າກຳລັງຈະມອບໃຫ້ພວກເຈົ້າ. …
“… ຈົ່ງບອກພວກລູກຫລານຂອງພວກເຈົ້າ ໃຫ້ຮູ້ເຖິງສິ່ງເຫລົ່ານີ້.”8
ແລ້ວໂມເຊໄດ້ສະຫລຸບໂດຍກ່າວວ່າ, “ຈົ່ງປະຕິບັດຕາມພຣະບັນຍັດ ແລະ ຂໍ້ຄຳສັ່ງທຸກຂໍ້ຂອງພຣະອົງ ທີ່ຂ້າພະເຈົ້າໄດ້ໃຫ້ພວກເຈົ້າໃນວັນນີ້, ແລະ ພວກເຈົ້າພ້ອມລູກຫລານກໍຈະຢູ່ເຢັນເປັນສຸກ. ພວກເຈົ້າຈະສືບຕໍ່ອາໄສຢູ່ໃນດິນແດນ ທີ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຈົ້າ ກຳລັງຈະມອບໃຫ້ພວກເຈົ້າ, ຕະຫລອດໄປ.”9
ສາດສະດາຂອງພຣະເຈົ້າໄດ້ແນະນຳສະເໝີວ່າ ເຮົາຕ້ອງລ້ຽງດູຄອບຄົວ ຕາມລະບຽບ ແລະ ຫລັກຄຳສອນຂອງພຣະຜູ້ເປັນເຈົ້າ10 ແລະ ໃນຄວາມສະຫວ່າງ ແລະ ຄວາມຈິງ.11 ເມື່ອບໍ່ດົນມານີ້ ປະທານແນວສັນ ໄດ້ກ່າວວ່າ, “ໃນປະຈຸບັນນີ້ ມີຄວາມຜິດສິນທຳແຜ່ລາມຢ່າງຮຸນແຮງຫລາຍ ແລະ ການຕິດເບິ່ງຂອງລາມົກ, ພໍ່ແມ່ມີໜ້າທີ່ອັນສັກສິດທີ່ຈະສອນລູກໆຂອງເຂົາເຈົ້າ ເຖິງຄວາມສຳຄັນຂອງພຣະເຈົ້າ [ແລະ ພຣະເຢຊູຄຣິດ] ໃນຊີວິດຂອງເຂົາ.”12
ອ້າຍເອື້ອຍນ້ອງທັງຫລາຍ, ຄຳເຕືອນຂອງສາດສະດາ ທີ່ຮັກແພງຂອງເຮົາ ແມ່ນເພື່ອເຕືອນເຮົາເຖິງໜ້າທີ່ຮັບຜິດຊອບສ່ວນຕົວຂອງເຮົາ ທີ່ຈະສະແຫວງຫາການຮຽນຮູ້ ແລະ ສິດສອນຄອບຄົວຂອງເຮົາວ່າ ມີພຣະບິດາຢູ່ໃນສະຫວັນ ຜູ້ຮັກເຮົາ ແລະ ຜູ້ໄດ້ສ້າງແຜນແຫ່ງຄວາມສຸກທີ່ສູງສົ່ງສຳລັບລູກໆຂອງພຣະອົງ; ວ່າພຣະເຢຊູຄຣິດ, ພຣະບຸດຂອງພຣະອົງ ເປັນພຣະຜູ້ໄຖ່ຂອງໂລກ; ແລະ ວ່າຄວາມລອດນັ້ນມາເຖິງ ຈາກການມີສັດທາໃນພຣະນາມຂອງພຣະອົງ.13 ຊີວິດຂອງເຮົາຕ້ອງມີຮາກຖານທີ່ຕັ້ງຢູ່ເທິງດານຫີນສີລາຂອງພຣະຜູ້ໄຖ່, ພຣະເຢຊູຄຣິດ, ຊຶ່ງຈະຊ່ວຍເຮົາເປັນສ່ວນບຸກຄົນ ແລະ ເປັນຄອບຄົວ ເພື່ອຈະໄດ້ມີຄວາມປະທັບໃຈທາງວິນຍານ ຈາລຶກໄວ້ຢູ່ໃນໃຈຂອງເຮົາ, ຊ່ວຍເຮົາໃຫ້ສາມາດອົດທົນຕໍ່ໄປໃນສັດທາຂອງເຮົາ.14
ທ່ານອາດຈື່ໄດ້ວ່າ ສານຸສິດສອງຄົນຂອງໂຢຮັນບັບຕິສະໂຕ ໄດ້ຕິດຕາມພຣະເຢຊູຄຣິດໄປ ຫລັງຈາກໄດ້ຍິນໂຢຮັນເປັນພະຍານວ່າ ພຣະເຢຊູເປັນພຣະເມສານ້ອຍຂອງພຣະເຈົ້າ, ເປັນພຣະເມຊີອາ. ຊາຍທີ່ດີເຫລົ່ານີ້ໄດ້ຮັບເອົາຄຳເຊື້ອເຊີນຂອງພຣະເຢຊູຄຣິດ “ໃຫ້ມາເບິ່ງເອົາ”15 ແລະ ພັກເຊົາຢູ່ກັບພຣະອົງໃນວັນນັ້ນ. ພວກເພິ່ນຮູ້ຈັກວ່າ ພຣະເຢຊູເປັນພຣະເມຊີອາ, ພຣະບຸດຂອງພຣະເຈົ້າ, ແລະ ກໍໄດ້ຕິດຕາມພຣະອົງຕະຫລອດຊີວິດຂອງພວກເພິ່ນ.
ເຊັ່ນດຽວກັນນີ້, ເມື່ອເຮົາຮັບເອົາຄຳເຊື້ອເຊີນຂອງພຣະຜູ້ຊ່ວຍໃຫ້ລອດວ່າ “ໃຫ້ມາເບິ່ງເອົາ,” ເຮົາຕ້ອງໝັ້ນຄົງຢູ່ໃນພຣະອົງ, ເອົາໃຈໃສ່ຕໍ່ພຣະຄຳພີ, ປິຕິຍິນດີກັບມັນ, ຮຽນຮູ້ຄຳສອນຂອງພຣະອົງ, ແລະ ພະຍາຍາມດຳລົງຊີວິດ ໃນແບບດຽວກັນກັບພຣະອົງ. ເມື່ອນັ້ນ ເຮົາຈຶ່ງຈະຮູ້ຈັກພຣະອົງ, ພຣະເຢຊູຄຣິດ, ແລະ ຮັບຮູ້ສຸລະສຽງຂອງພຣະອົງ, ຮູ້ວ່າເມື່ອເຮົາມາຫາພຣະອົງ ແລະ ເຊື່ອໃນພຣະອົງ, ແລ້ວເຮົາຈະບໍ່ຢາກເຂົ້າ ແລະ ບໍ່ຫິວນ້ຳຈັກເທື່ອ.16 ເຮົາຈະສາມາດຫລຽວເຫັນຄວາມຈິງໃນທຸກເວລາ, ດັ່ງທີ່ໄດ້ເກີດກັບສານຸສິດສອງຄົນ ຜູ້ໄດ້ພັກຢູ່ກັບພຣະເຢຊູໃນວັນນັ້ນ.
ອ້າຍເອື້ອຍນ້ອງທັງຫລາຍ, ສິ່ງນີ້ບໍ່ໄດ້ເກີດຂຶ້ນໂດຍບັງເອີນ. ການປັບຕົວເຮົາເອງໃຫ້ເຂົ້າກັບອິດທິພົນສູງສຸດຂອງຄວາມເປັນເໝືອນດັ່ງພຣະເຈົ້າ ບໍ່ໄດ້ເປັນເລື່ອງງ່າຍ; ເຮົາຕ້ອງເອີ້ນຫາພຣະເຈົ້າ ແລະ ຮຽນຮູ້ວິທີທີ່ຈະໃຫ້ພຣະກິດຕິຄຸນຂອງພຣະເຢຊູຄຣິດຢູ່ໃນຈຸດໃຈກາງຊີວິດຂອງເຮົາ. ຖ້າເຮົາເຮັດແນວນັ້ນ, ຂ້າພະເຈົ້າສັນຍາວ່າ ອິດທິພົນຂອງພຣະວິນຍານບໍລິສຸດ ຈະນຳຄວາມຈິງມາສູ່ຈິດໃຈຂອງເຮົາ ແລະ ຈະເປັນພະຍານເຖິງຄວາມຈິງນັ້ນ,17 ຊຶ່ງສອນທຸກສິ່ງ.18
ຄຳຖາມຂອງໄທເອທິໂອເປຍ ທີ່ວ່າ, “ຂ້ອຍຈະເຂົ້າໃຈໄດ້ຢ່າງໃດ ຖ້າບໍ່ມີຜູ້ໃດອະທິບາຍສູ່ຂ້ອຍຟັງ?” ມີຄວາມໝາຍສະເພາະຄືກັນ ໃນເລື່ອງທີ່ກ່ຽວກັບໜ້າທີ່ຮັບຜິດຊອບສ່ວນຕົວຂອງເຮົາ ທີ່ຈະເອົາຄຳສອນຂອງພຣະກິດຕິຄຸນທີ່ເຮົາໄດ້ຮຽນຮູ້ ໄປໃຊ້ໃນຊີວິດຂອງເຮົາ. ໃນກໍລະນີຂອງໄທເອທິໂອເປຍ, ຍົກຕົວຢ່າງ, ເພິ່ນໄດ້ເຮັດຕາມຄວາມຈິງ ທີ່ເພິ່ນໄດ້ຮຽນຮູ້ຈາກຟີລິບ. ເພິ່ນໄດ້ຂໍຮັບບັບຕິສະມາ. ເພິ່ນຮູ້ວ່າພຣະເຢຊູຄຣິດ ເປັນພຣະບຸດຂອງພຣະເຈົ້າ.19
ອ້າຍເອື້ອຍນ້ອງທັງຫລາຍ, ການກະທຳຂອງເຮົາຕ້ອງສະທ້ອນເຖິງສິ່ງທີ່ເຮົາຮຽນຮູ້ ແລະ ສິດສອນ. ເຮົາຕ້ອງສະແດງຄວາມເຊື່ອຖືຂອງເຮົາ ຜ່ານທາງການດຳລົງຊີວິດຂອງເຮົາ. ນາຍຄູທີ່ດີທີ່ສຸດ ຄືຕົວຢ່າງທີ່ດີ. ການສິດສອນສິ່ງທີ່ເຮົາດຳລົງຊີວິດຕາມ ສາມາດສ້າງຄວາມແຕກຕ່າງໃນໃຈຂອງຜູ້ທີ່ເຮົາສິດສອນໄດ້. ຖ້າຫາກເຮົາປາດຖະໜາໃຫ້ຜູ້ຄົນ, ບໍ່ວ່າຈະເປັນຄອບຄົວ ຫລື ຄົນໃດຄົນໜຶ່ງກໍຕາມ, ສະສົມຄຸນຄ່າຂອງພຣະຄຳພີ ແລະ ຄຳສອນຂອງອັກຄະສາວົກ ແລະ ສາດສະດາທີ່ມີຊີວິດຢູ່ໃນວັນເວລາຂອງເຮົາ, ດ້ວຍຄວາມຊົມຊື່ນຍິນດີ, ເຂົາເຈົ້າຕ້ອງໄດ້ເຫັນຈິດວິນຍານຂອງເຮົາຊື່ນຊົມໃນສິ່ງດັ່ງກ່າວຄືກັນ. ເຊັ່ນດຽວກັນ, ຖ້າຫາກເຮົາຢາກໃຫ້ເຂົາເຈົ້າຮູ້ຈັກວ່າ ປະທານຣະໂຊ ເອັມ ແນວສັນ ເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ ໃນວັນເວລາຂອງເຮົາ, ເຂົາເຈົ້າຕ້ອງເຫັນເຮົາຍົກມືຂຶ້ນ ສະໜັບສະໜູນເພິ່ນ ແລະ ຮັບຮູ້ວ່າເຮົາເຮັດຕາມການສິດສອນທີ່ດົນໃຈຂອງເພິ່ນ. ຄືກັບຄຳຂອງຊາວອາເມຣິກາ ທີ່ເວົ້າວ່າ, “ການກະທຳສຳຄັນກວ່າຄຳເວົ້າ.”
ບາງທີພວກທ່ານບາງຄົນໃນເວລານີ້ ອາດຖາມຕົວເອງວ່າ, “ແອວເດີ ໂຊອາເຣສ໌, ຂ້ານ້ອຍໄດ້ເຮັດທຸກສິ່ງເຫລົ່ານີ້ ແລະ ໄດ້ເປັນຕົວຢ່າງ ທັງເປັນສ່ວນຕົວ ແລະ ເປັນຄອບຄົວ, ແຕ່ໜ້າເສຍໃຈທີ່ໝູ່ເພື່ອນ ຫລື ຄົນທີ່ຂ້ານ້ອຍຮັກບາງຄົນ ຍັງຢູ່ຫ່າງໄກຈາກພຣະຜູ້ເປັນເຈົ້າຢູ່. ຂ້ານ້ອຍຄວນເຮັດສິ່ງໃດ?” ສຳລັບທ່ານຜູ້ໃນເວລານີ້ ກຳລັງຮູ້ສຶກໂສກເສົ້າ, ເຈັບປວດ, ແລະ ບາງທີ ກິນແໜງ, ຂໍໃຫ້ທ່ານຮູ້ໄວ້ວ່າ ເຂົາເຈົ້າບໍ່ໄດ້ຫລົງທາງ ຈົນບໍ່ຮູ້ທາງກັບດອກ ເພາະພຣະຜູ້ເປັນເຈົ້າຮູ້ວ່າ ເຂົາເຈົ້າຢູ່ໃສ ແລະ ຈະຄອຍເຝົ້າດູແລເຂົາເຈົ້າ. ຈົ່ງຈື່ຈຳໄວ້ວ່າ, ເຂົາເຈົ້າກໍເປັນລູກຂອງພຣະອົງຄືກັນ!
ມັນເປັນສິ່ງຍາກທີ່ຈະເຂົ້າໃຈເຫດຜົນທັງໝົດ ວ່າເປັນຫຍັງບາງຄົນ ຈຶ່ງເດີນໄປໃນເສັ້ນທາງອື່ນ. ສິ່ງທີ່ດີທີ່ສຸດ ທີ່ເຮົາສາມາດເຮັດໄດ້ ໃນກໍລະນີເຫລົ່ານີ້ ແມ່ນພຽງແຕ່ຮັກ ແລະ ຮັບເອົາເຂົາເຈົ້າ, ອະທິຖານເພື່ອຄວາມສະຫວັດດີພາບຂອງເຂົາເຈົ້າ, ແລະ ຂໍຄວາມຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າ ໃຫ້ຊ່ວຍເຮົາໃຫ້ຮູ້ຈັກ ສິ່ງທີ່ຈະເຮັດ ແລະ ຈະເວົ້າ. ປິຕິຍິນດີຢ່າງຈິງໃຈກັບຄວາມສຳເລັດຜົນຂອງເຂົາເຈົ້າ; ເປັນເພື່ອນ ແລະ ຫາເບິ່ງຄວາມດີໃນຕົວເຂົາເຈົ້າ. ເຮົາບໍ່ຄວນປະຖິ້ມເຂົາເຈົ້າໄປ ແຕ່ໃຫ້ຮັກສາມິດຕະພາບກັບເຂົາເຈົ້າໄວ້. ຢ່າປະຕິເສດ ຫລື ຕັດສິນເຂົາເຈົ້າຜິດ! ພຽງແຕ່ຮັກເຂົາເຈົ້າ! ຄຳອຸປະມາເລື່ອງລູກທີ່ເສຍ ສອນເຮົາວ່າ ເມື່ອລູກສຳນຶກຕົວໄດ້ແລ້ວ, ສ່ວນຫລາຍເຂົາຈະກັບຄືນບ້ານ. ຖ້າສິ່ງນັ້ນເກີດຂຶ້ນກັບຄົນທີ່ທ່ານຮັກ, ຈົ່ງໃຫ້ໃຈຂອງທ່ານເຕັມໄປດ້ວຍຄວາມເຫັນອົກເຫັນໃຈ, ແລ່ນໄປຫາເຂົາ, ໂອບກອດເຂົາ, ແລະ ຈູບເຂົາ, ຄືກັນກັບພໍ່ຂອງລູກຊາຍທີ່ເສຍນັ້ນ.20
ໃນທີ່ສຸດ, ໃຫ້ດຳລົງຊີວິດທີ່ມີຄ່າຄວນ, ເປັນຕົວຢ່າງທີ່ດີຕໍ່ເຂົາເຈົ້າ ເຖິງສິ່ງທີ່ທ່ານເຊື່ອຖື, ແລະ ເຂົ້າໃກ້ຊິດກັບພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ພຣະເຢຊູຄຣິດຫລາຍກວ່າເກົ່າ. ພຣະອົງຮູ້ ແລະ ເຂົ້າໃຈເຖິງຄວາມໂສກເສົ້າ ແລະ ຄວາມເຈັບປວດອັນແສນສາຫັດຂອງເຮົາ, ແລະ ພຣະອົງຈະອວຍພອນທ່ານ ໃນຄວາມພະຍາຍາມ ແລະ ການອຸທິດຕົນຕໍ່ຄົນທີ່ທ່ານຮັກ ຖ້າບໍ່ແມ່ນໃນຊີວິດນີ້, ກໍແມ່ນໃນຊີວິດໜ້າ. ອ້າຍເອື້ອຍນ້ອງທັງຫລາຍ, ຈົ່ງຈື່ຈຳສະເໝີວ່າ ຄວາມຫວັງເປັນພາກສ່ວນໜຶ່ງ ທີ່ສຳຄັນໃນແຜນແຫ່ງພຣະກິດຕິຄຸນ.
ຕະຫລອດໄລຍະຫລາຍປີຂອງການຮັບໃຊ້ສາດສະໜາຈັກ, ຂ້າພະເຈົ້າໄດ້ເຫັນສະມາຊິກທີ່ຊື່ສັດ ຜູ້ໄດ້ນຳໃຊ້ຫລັກທຳເຫລົ່ານີ້ຢ່າງສະໝ່ຳສະເໝີ ໃນຊີວິດຂອງເຂົາເຈົ້າ. ນີ້ຄືກໍລະນີຂອງແມ່ຄົນໜຶ່ງທີ່ລ້ຽງລູກດ້ວຍຕົວຄົນດຽວ ຜູ້ທີ່ຂ້າພະເຈົ້າຈະເອີ້ນວ່າ “ແມຣີ.” ໜ້າໂສກເສົ້າທີ່ ນາງແມຣີໄດ້ປະເຊີນກັບການຢ່າຮ້າງທີ່ເຈັບປວດ. ໃນເວລານັ້ນ, ນາງແມຣີກໍຮັບຮູ້ວ່າ ການຕັດສິນໃຈທີ່ສຳຄັນທີ່ສຸດ ທີ່ກ່ຽວກັບຄອບຄົວຂອງນາງ ແມ່ນເລື່ອງທາງວິນຍານ. ການອະທິຖານ, ການສຶກສາພຣະຄຳພີ, ການຖືສິນອົດເຂົ້າ, ແລະ ການໄປໂບດ ແລະ ໄປພຣະວິຫານ ຍັງສຳຄັນຢູ່ໃນຊີວິດຂອງນາງຢູ່ບໍ?
ນາງແມຣີໄດ້ຊື່ສັດສະເໝີມາ, ແລະ ໃນຈຸດທີ່ສຳຄັນນັ້ນ, ນາງໄດ້ຕັດສິນໃຈທີ່ຈະໝັ້ນຄົງຢູ່ກັບສິ່ງທີ່ນາງຮູ້ແລ້ວວ່າເປັນຄວາມຈິງ. ນາງໄດ້ພົບກຳລັງໃຈຢູ່ໃນໃບ “ຄອບຄົວ: ການປະກາດຕໍ່ໂລກ” ຊຶ່ງມີຄຳສອນຂໍ້ໜຶ່ງ ໃນບັນດາຄຳສອນທີ່ດີເລີດ, ສິດສອນວ່າ: “ພໍ່ແມ່ມີໜ້າທີ່ອັນສັກສິດທີ່ຈະລ້ຽງດູລູກໆຂອງຕົນດ້ວຍຄວາມຮັກ ແລະ ດ້ວຍຄວາມຊອບທຳ” ແລະ ທີ່ຈະສິດສອນເຂົາໃຫ້ ເຊື່ອຟັງພຣະບັນຍັດຂອງພຣະເຈົ້າສະເໝີ.21 ນາງໄດ້ສືບຕໍ່ຊອກຫາຄຳຕອບຈາກພຣະຜູ້ເປັນເຈົ້າ ແລະ ໄດ້ແບ່ງປັນມັນກັບລູກສີ່ຄົນຂອງນາງ ໃນທຸກບ່ອນທີ່ໄດ້ຢູ່ນຳກັນເປັນຄອບຄົວ. ເຂົາເຈົ້າມັກສົນທະນາເລື່ອງພຣະກິດຕິຄຸນ ແລະ ແບ່ງປັນປະສົບການ ແລະ ປະຈັກພະຍານໃຫ້ກັນ.
ເຖິງແມ່ນຈະໂສກເສົ້າກັບສິ່ງທີ່ພວກເຂົາຕ້ອງຜ່ານຜ່າ, ແຕ່ລູກໆຂອງນາງໄດ້ມີຄວາມຮັກຕໍ່ພຣະກິດຕິຄຸນຂອງພຣະຄຣິດ ແລະ ມີຄວາມປາດຖະໜາທີ່ຈະຮັບໃຊ້ ແລະ ແບ່ງປັນມັນໃຫ້ກັບຄົນອື່ນ. ລູກສາມຄົນຂອງນາງໄດ້ຮັບໃຊ້ເຜີຍແຜ່ເຕັມເວລາຢ່າງຊື່ສັດ, ແລະ ລູກຫລ້າກຳລັງຮັບໃຊ້ຢູ່ອາເມຣິກາໃຕ້. ລູກສາວກົກຂອງນາງ, ທີ່ຂ້າພະເຈົ້າຮູ້ຈັກດີ, ຜູ້ຊຶ່ງເວລານີ້ໄດ້ແຕ່ງງານ ແລະ ມີສັດທາທີ່ເຂັ້ມແຂງ, ໄດ້ບອກວ່າ, “ຂ້ານ້ອຍບໍ່ເຄີຍຮູ້ສຶກວ່າ ແມ່ຂອງຂ້ານ້ອຍໄດ້ລ້ຽງດູພວກຂ້ານ້ອຍດ້ວຍຕົວຄົນດຽວ ເພາະພຣະຜູ້ເປັນເຈົ້າໄດ້ຢູ່ໃນບ້ານພວກຂ້ານ້ອຍຕະຫລອດເວລາ. ຂະນະທີ່ແມ່ໄດ້ສະແດງປະຈັກພະຍານເຖິງພຣະອົງຕໍ່ພວກຂ້ານ້ອຍ, ພວກຂ້ານ້ອຍແຕ່ລະຄົນກໍໄດ້ເລີ່ມຕົ້ນຫັນໄປຫາພຣະອົງ ເມື່ອມີຄຳຖາມ. ຂ້ານ້ອຍມີຄວາມກະຕັນຍູຫລາຍ ທີ່ແມ່ໄດ້ນຳໃຊ້ພຣະກິດຕິຄຸນໃນຊີວິດ.”
ອ້າຍເອື້ອຍນ້ອງທັງຫລາຍ, ແມ່ທີ່ດີຜູ້ນີ້ ສາມາດເຮັດໃຫ້ບ້ານເຮືອນຂອງນາງເປັນສູນກາງແຫ່ງການຮຽນຮູ້ທາງວິນຍານ. ຄ້າຍຄືກັນກັບຄຳຖາມຂອງໄທເອທິໂອເປຍ, ນາງແມຣີໄດ້ຖາມຕົວເອງຫລາຍເທື່ອວ່າ, “ລູກເຮົາຈະເຂົ້າໃຈໄດ້ຢ່າງໃດ ຖ້າແມ່ບໍ່ອະທິບາຍສູ່ພວກເຂົາຟັງ?”
ເພື່ອນຮ່ວມພຣະກິດຕິຄຸນທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າເປັນພະຍານຕໍ່ທ່ານວ່າ ເມື່ອເຮົາສະແຫວງຫາທີ່ຈະຮຽນຮູ້ພຣະກິດຕິຄຸນຂອງພຣະເຢຊູຄຣິດຢ່າງເອົາຈິງເອົາຈັງ, ຢ່າງເບີກບານ, ຢ່າງແນ່ວແນ່, ແລະ ຢ່າງຈິງໃຈ, ແລະ ສິດສອນມັນໃຫ້ກັນແລະກັນດ້ວຍຈຸດປະສົງອັນແທ້ຈິງ ແລະ ພາຍໃຕ້ອິດທິພົນຂອງພຣະວິນຍານ, ແລ້ວຄຳສອນເຫລົ່ານີ້ຈະປ່ຽນໃຈ ແລະ ກໍ່ໃຫ້ເກີດຄວາມປາດຖະໜາ ທີ່ຈະດຳລົງຊີວິດຕາມຄວາມຈິງຂອງພຣະເຈົ້າ.
ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດເປັນພຣະຜູ້ຊ່ວຍໃຫ້ລອດຂອງໂລກ. ພຣະອົງເປັນພຣະຜູ້ໄຖ່, ແລະ ພຣະອົງຊົງພຣະຊົນຢູ່. ຂ້າພະເຈົ້າຮູ້ວ່າ ພຣະອົງຊີ້ນຳສາດສະໜາຈັກຂອງພຣະອົງ ຜ່ານທາງສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍຂອງພຣະອົງ. ຂ້າພະເຈົ້າຂໍເປັນພະຍານຕໍ່ທ່ານວ່າ ພຣະເຈົ້າຊົງພຣະຊົນຢູ່, ວ່າພຣະອົງຮັກເຮົາ. ພຣະອົງປະສົງໃຫ້ເຮົາກັບຄືນໄປຫາທີ່ປະທັບຂອງພຣະອົງ—ເຮົາທຸກຄົນ. ພຣະອົງຮັບຟັງຄຳອະທິຖານຂອງເຮົາ. ຂ້າພະເຈົ້າເປັນພະຍານເຖິງຄວາມຈິງເຫລົ່ານີ້ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.