ວຽກງານເຜີຍແຜ່: ການແບ່ງປັນສິ່ງທີ່ທ່ານມີຢູ່ໃນໃຈ
ບໍ່ວ່າທ່ານຈະອາໄສຢູ່ບ່ອນໃດກໍຕາມ ຢູ່ໃນໂລກນີ້, ທ່ານມີໂອກາດຢ່າງຫລວງຫລາຍ ທີ່ຈະແບ່ງປັນຂ່າວປະເສີດ ກ່ຽວກັບພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ເດືອນແລ້ວນີ້ ອັກຄະສາວົກສິບສອງໄດ້ຮັບເຊີນຈາກສາດສະດາທີ່ຮັກແພງຂອງພວກເຮົາ, ປະທານຣະໂຊ ເອັມ ແນວສັນ, ໃຫ້ເດີນທາງໄປກັບເພິ່ນ ເພື່ອໄປອຸທິດພຣະວິຫານ ໂຣມ ອີຕາລີ. ຂະນະທີ່ເດີນທາງ, ຂ້າພະເຈົ້າໄດ້ຄິດກ່ຽວກັບອັກຄະສາວົກໂປໂລ ແລະ ເຖິງການເດີນທາງຂອງເພິ່ນ. ໃນວັນເວລາຂອງເພິ່ນ, ຈາກກຸງເຢຣູຊາເລັມ ຫາ ກຸງໂຣມ, ຄົງໃຊ້ເວລາປະມານ 40 ວັນ. ປະຈຸບັນນີ້, ຖ້າຂີ່ຍົນທີ່ຂ້າພະເຈົ້າມັກ, ຄົງໃຊ້ເວລາພຽງແຕ່ 3 ຊົ່ວໂມງເທົ່ານັ້ນ.
ນັກປາດອາຈານທີ່ສຶກສາພຣະຄຣິສຕະທຳຄຳພີເຊື່ອວ່າ ໂປໂລໄດ້ຢູ່ໃນກຸງໂຣມ ຕອນເພິ່ນຂຽນຈົດໝາຍຫລາຍສະບັບຂອງເພິ່ນ, ຊຶ່ງຈົດໝາຍເຫລົ່ານັ້ນໄດ້ເພີ່ມຄວາມເຂັ້ມແຂງໃຫ້ແກ່ສະມາຊິກຂອງສາດສະໜາຈັກ ໃນເວລານັ້ນ ແລະ ໃນປະຈຸບັນນີ້ນຳອີກ.
ໂປໂລ ແລະ ສະມາຊິກຄົນອື່ນໆຂອງສາດສະໜາຈັກໃນສະໄໝບູຮານ, ໄພ່ພົນຍຸກກ່ອນ, ຮູ້ກ່ຽວກັບການເສຍສະລະເປັນຢ່າງດີ. ຫລາຍຄົນໄດ້ຖືກຂົ່ມເຫັງຢ່າງໜັກ, ແມ່ນແຕ່ເຖິງແກ່ຄວາມຕາຍ.
ໃນ 200 ປີຜ່ານມາ, ສະມາຊິກຂອງສາດສະໜາຈັກທີ່ຟື້ນຟູຂອງພຣະເຢຊູຄຣິດ, ໄພ່ພົນຍຸກສຸດທ້າຍ, ກໍໄດ້ປະເຊີນກັບການຂົ່ມເຫັງ ໃນຫລາຍຮູບແບບຄືກັນ. ແຕ່ເຖິງແມ່ນມີການຂົ່ມເຫັງເຊັ່ນນັ້ນ (ແລະ ບາງເທື່ອເປັນເພາະສິ່ງນັ້ນ), ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ກໍຍັງສືບຕໍ່ເຕີບໂຕ ແລະ ປະຈຸບັນນີ້ ມີຢູ່ຕະຫລອດທົ່ວໂລກ.
ມີຫລາຍສິ່ງທີ່ຕ້ອງເຮັດ
ເຖິງຢ່າງໃດກໍຕາມ, ກ່ອນເຮົາຈະອົບເຂົ້າໜົມເຄັກ, ຫວ່ານເຈ້ຍໃບປິວ, ແລະ ຍິນດີກັບຕົວເອງ ໃນຄວາມສຳເລັດຜົນກ່ຽວກັບເລື່ອງນີ້, ມັນຈະເປັນການດີ ຖ້າຫາກເຮົາເຂົ້າໃຈຄວາມເຕີບໂຕ ແລະ ຄວາມສຳຄັນຂອງສາດສະໜາຈັກເສຍກ່ອນ.
ຢູ່ໃນໂລກນີ້ ມີພົນລະເມືອງຢູ່ປະມານ ເຈັດພັນລ້ານຄົນກວ່າໆ, ເມື່ອປຽບທຽບໃສ່ກັບສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ 16 ລ້ານຄົນແລ້ວ—ສາດສະໜາຈັກມີສະມາຊິກພຽງໜ້ອຍດຽວເທົ່ານັ້ນ.1
ໃນເວລາດຽວກັນ, ຊາວຄຣິດ ຢູ່ໃນບາງພາກສ່ວນຂອງໂລກ ກໍມີຈຳນວນໜ້ອຍກວ່າເກົ່າ.2
ແມ່ນແຕ່ຢູ່ໃນສາດສະໜາຈັກທີ່ຟື້ນຟູຂອງພຣະຜູ້ເປັນເຈົ້າ—ໂດຍທົ່ວໄປແລ້ວ ເຖິງແມ່ນມີສະມາຊິກເພີ່ມຂຶ້ນເລື້ອຍໆ—ແຕ່ກໍຍັງມີຫລາຍຄົນ ທີ່ບໍ່ທວງເອົາພອນຂອງການມີສ່ວນຮ່ວມໃນສາດສະໜາຈັກເປັນປະຈຳ.
ໃນອີກຄຳໜຶ່ງ, ບໍ່ວ່າທ່ານຈະອາໄສຢູ່ບ່ອນໃດກໍຕາມ ຢູ່ໃນໂລກນີ້, ທ່ານມີໂອກາດຢ່າງຫລວງຫລາຍ ທີ່ຈະແບ່ງປັນຂ່າວປະເສີດ3 ກ່ຽວກັບພຣະກິດຕິຄຸນຂອງພຣະເຢຊູຄຣິດກັບຜູ້ຄົນທີ່ທ່ານພົບເຫັນ, ສຶກສາກັບ, ແລະ ຢູ່ກັບ ຫລື ທຳງານກັບ ຫລື ຄົບຫາສະມາຄົມດ້ວຍ.
ປີກາຍນີ້, ຂ້າພະເຈົ້າໄດ້ມີໂອກາດທີ່ໜ້າຕື່ນເຕັ້ນ ໃນການມີສ່ວນຮ່ວມຢ່າງຫລວງຫລາຍ ກັບກິດຈະກຳເຜີຍແຜ່ຂອງສາດສະໜາຈັກ ຕະຫລອດທົ່ວໂລກ. ຂ້າພະເຈົ້າມັກໄຕ່ຕອງ ແລະ ອະທິຖານສະເໝີ ກ່ຽວກັບສິ່ງທີ່ພຣະຜູ້ຊ່ວຍໃຫ້ລອດ ຂໍຮ້ອງໃຫ້ສານຸສິດຂອງພຣະອົງເຮັດ—ເຮົາ, ລູກຂອງພຣະອົງ—ທີ່ວ່າ “ເຫດສະນັ້ນ, ພວກເຈົ້າຈົ່ງອອກໄປ, ຈົ່ງເຮັດໃຫ້ຄົນທຸກຊາດເປັນສານຸສິດ, ໃຫ້ພວກເຂົາຮັບບັບຕິສະມາໃນພຣະນາມຂອງພຣະບິດາ, ແລະ ຂອງພຣະບຸດ, ແລະ ຂອງພຣະວິນຍານບໍລິສຸດ.”4
ຂ້າພະເຈົ້າໄດ້ພະຍາຍາມຕອບຄຳຖາມນີ້ “ເຮົາ ໃນຖານະສານຸສິດຂອງພຣະຄຣິດ ຈະສາມາດເຮັດຕາມຄຳຮຽກຮ້ອງນັ້ນ ໃນຊີວິດປະຈຳວັນຂອງເຮົາ ໄດ້ແນວໃດ?”
ມື້ນີ້ ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ໄຕ່ຕອງ ຄຳຖາມອັນດຽວກັນນີ້ຢູ່ໃນໃຈ ແລະ ໃນຄວາມຄິດຂອງທ່ານ.5
ຂອງປະທານສຳລັບວຽກງານເຜີຍແຜ່
ຜູ້ນຳຂອງສາດສະໜາຈັກ ໄດ້ເນັ້ນໜັກຄຳຮຽກຮ້ອງນີ້ສະເໝີມາ ທີ່ວ່າ “ສະມາຊິກທຸກຄົນເປັນຜູ້ສອນສາດສະໜາ!” ເປັນເວລາຫລາຍທົດສະວັດມາແລ້ວ.6
ສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດ—ທັງໃນອະດີດ ແລະ ໃນປະຈຸບັນ—ມີຄວາມກະຕືລືລົ້ນ ແລະ ມີຄວາມຊື່ນຊົມ ທີ່ຈະແບ່ງປັນພຣະກິດຕິຄຸນໃຫ້ກັບໝູ່ເພື່ອນ ແລະ ຄົນທີ່ເຂົາເຈົ້າຮູ້ຈັກ. ຫົວໃຈຂອງເຂົາເຈົ້າຮ້ອນຮົນໄປດ້ວຍປະຈັກພະຍານເຖິງພຣະເຢຊູຄຣິດ, ແລະ ເຂົາເຈົ້າຢາກໃຫ້ຄົນອື່ນມີຄວາມຊື່ນຊົມຄືກັນກັບເຂົາເຈົ້າ ທີ່ພົບເຫັນໃນພຣະກິດຕິຄຸນຂອງພຣະຜູ້ຊ່ວຍໃຫ້ລອດ.
ສະມາຊິກບາງຄົນຂອງສາດສະໜາຈັກ ເບິ່ງຄືວ່າມີຂອງປະທານນີ້. ເຂົາເຈົ້າມັກເປັນຜູ້ແບ່ງປັນພຣະກິດຕິຄຸນ. ເຂົາເຈົ້າຮັບໃຊ້ ແລະ ນຳພາວຽກງານເຜີຍແຜ່ຢ່າງກ້າຫານ ແລະ ດ້ວຍຄວາມຍິນດີ ໃນຖານະຜູ້ສອນສາດສະໜາ.
ເຖິງຢ່າງໃດກໍຕາມ, ກໍມີບາງຄົນໃນໝູ່ພວກເຮົາທີ່ຍັງລັງເລໃຈຢູ່. ເມື່ອວຽກງານເຜີຍແຜ່ຖືກສົນທະນາຢູ່ໃນການປະຊຸມໂບດ, ຜູ້ຄົນມັກກົ້ມຫົວລົງ ແນມເບິ່ງຕ່ຳໆ, ຈ້ອງມອງຢູ່ໜ້າປຶ້ມພຣະຄຳພີ ຫລື ຫລັບຕານັ່ງສະມາທິຢູ່ ເພື່ອຫລີກລ້ຽງຈາກການສົບຕາ ກັບສະມາຊິກຄົນອື່ນໆ.
ເປັນຫຍັງຈຶ່ງເຮັດແນວນັ້ນ? ບາງທີເຮົາອາດຮູ້ສຶກຜິດ ທີ່ບໍ່ໄດ້ເຮັດຫລາຍກວ່າໃນການແບ່ງປັນພຣະກິດຕິຄຸນ. ບາງທີເຮົາຮູ້ສຶກບໍ່ແນ່ນອນໃຈກ່ຽວກັບວິທີທີ່ຈະເຮັດ. ຫລື ເຮົາຮູ້ສຶກຢ້ານກົວທີ່ຈະເຮັດສິ່ງທີ່ເຮົາຮູ້ສຶກບໍ່ສະບາຍໃຈ.
ຂ້າພະເຈົ້າກໍເຂົ້າໃຈເລື່ອງນີ້ດີ.
ແຕ່ຈົ່ງຈຳໄວ້ວ່າ, ພຣະຜູ້ເປັນເຈົ້າບໍ່ເຄີຍຂໍໃຫ້ເຮົາເຮັດການເຜີຍແຜ່ດ້ວຍຄວາມຊຳນານ ແລະ ຢ່າງບໍ່ມີຂໍ້ບົກຜ່ອງ. ແຕ່ພຣະຜູ້ເປັນເຈົ້າຮຽກຮ້ອງຫົວໃຈ ແລະ ຈິດໃຈທີ່ເຕັມໃຈ.7
ຖ້າຫາກທ່ານໄດ້ເຮັດວຽກງານເຜີຍແຜ່ດ້ວຍຄວາມຊື່ນຊົມຢູ່ແລ້ວ, ຂໍໃຫ້ເຮັດຕໍ່ໄປ, ແລະ ຢືນເປັນຕົວຢ່າງໃຫ້ກັບຄົນອື່ນ. ພຣະຜູ້ເປັນເຈົ້າຈະອວຍພອນທ່ານ.
ແຕ່ຖ້າຫາກທ່ານຮູ້ສຶກວ່າ ທ່ານຊັກຊ້າຢູ່ ເລື່ອງການແບ່ງປັນຂ່າວສານຂອງພຣະກິດຕິຄຸນ, ຂ້າພະເຈົ້າຂໍແນະນຳທ່ານໃຫ້ເຮັດຫ້າຢ່າງທີ່ບໍ່ຕ້ອງຮູ້ສຶກຜິດ ຊິໄດ້ບໍ ກ່ຽວກັບການມີສ່ວນຮ່ວມ ໃນວຽກງານອັນຍິ່ງໃຫຍ່ ເພື່ອເຕົ້າໂຮມອິດສະຣາເອນ?
ຄຳແນະນຳທີ່ລຽບງ່າຍຫ້າຢ່າງ
ໜຶ່ງ, ເຂົ້າໃກ້ຊິດພຣະເຈົ້າ. ພຣະບັນຍັດຂໍ້ໃຫຍ່ຄື ໃຫ້ຮັກພຣະເຈົ້າ.8 ນີ້ຄືເຫດຜົນຕົ້ນຕໍ ວ່າເປັນຫຍັງເຮົາຈຶ່ງມາສູ່ໂລກນີ້. ໃຫ້ຖາມຕົວເອງວ່າ, “ເຮົາເຊື່ອໃນພຣະບິດາເທິງສະຫວັນແທ້ໆບໍ?”
“ເຮົາຮັກ ແລະ ໄວ້ວາງໃຈໃນພຣະອົງຢູ່ບໍ?”
ເມື່ອທ່ານເຂົ້າໃກ້ພຣະບິດາເທິງສະຫວັນຂອງເຮົາຫລາຍຂຶ້ນເທົ່າໃດ, ທ່ານກໍຈະໄດ້ຮັບຄວາມສະຫວ່າງ ແລະ ຄວາມຊື່ນຊົມຫລາຍຂຶ້ນເທົ່ານັ້ນ. ຄົນອື່ນຈະສັງເກດເຫັນວ່າ ມີບາງຢ່າງພິເສດກ່ຽວກັບທ່ານ. ແລະ ເຂົາເຈົ້າຈະຖາມກ່ຽວກັບຄວາມພິເສດນັ້ນ.
ສອງ, ໃຫ້ຫົວໃຈຂອງທ່ານເຕັມໄປດ້ວຍຄວາມຮັກຕໍ່ຄົນອື່ນ. ນີ້ຄືພຣະບັນຍັດຂໍ້ທີສອງທີ່ຍິ່ງໃຫຍ່.9 ພະຍາຍາມເຫັນຄົນອື່ນຢ່າງແຈ້ງຊັດ ທີ່ຢູ່ອ້ອມຮອບທ່ານ ວ່າເປັນລູກຂອງພຣະເຈົ້າ. ປະຕິບັດສາດສະໜາກິດຕໍ່ເຂົາເຈົ້າ—ບໍ່ວ່າເຂົາເຈົ້າຖືກມອບໃຫ້ທ່ານດູແລ ຫລືບໍ່ກໍຕາມ.
ຫົວນຳເຂົາເຈົ້າ. ປິຕິຍິນດີນຳເຂົາເຈົ້າ. ໄຫ້ນຳເຂົາເຈົ້າ. ນັບຖືເຂົາເຈົ້າ. ປິ່ນປົວ, ເຊີດຊູ, ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ເຂົາເຈົ້າ.
ມຸ່ງໝັ້ນທີ່ຈະສະແດງຄວາມຮັກເໝືອນພຣະຄຣິດ ແລະ ມີຄວາມເຫັນອົກເຫັນໃຈຄົນອື່ນ—ແມ່ນແຕ່ຜູ້ທີ່ເຮັດສິ່ງບໍ່ດີກັບທ່ານ, ຫົວເຍາະເຍີ້ຍທ່ານ ແລະ ເຮັດໃຫ້ທ່ານໄດ້ຮັບຄວາມເຈັບປວດ. ຮັກເຂົາເຈົ້າ ແລະ ເຮັດກັບເຂົາເຈົ້າ ໃນຖານະລູກໆຂອງພຣະບິດາເທິງສະຫວັນ.
ສາມ, ມຸ່ງໝັ້ນໃນການເດີນໄປໃນເສັ້ນທາງແຫ່ງການເປັນສານຸສິດ. ເມື່ອທ່ານມີຄວາມຮັກຕໍ່ພຣະເຈົ້າ ແລະ ຕໍ່ລູກໆຂອງພຣະອົງຫລາຍຂຶ້ນເທົ່າໃດ, ທ່ານກໍຈະຕັ້ງໃຈເຮັດຕາມພຣະເຢຊູຄຣິດຫລາຍຂຶ້ນເທົ່ານັ້ນ.
ທ່ານຮຽນຮູ້ກ່ຽວກັບວິທີທາງຂອງພຣະອົງ ໂດຍການຊື່ນຊົມດ້ວຍພຣະຄຳຂອງພຣະອົງ ແລະ ການເຊື່ອຟັງ ແລະ ນຳໃຊ້ຄຳສອນຂອງສາດສະດາ ແລະ ອັກຄະສາວົກ ໃນປະຈຸບັນ. ທ່ານຈະມີຄວາມໝັ້ນໃຈ ແລະ ຄວາມກ້າຫານຫລາຍຂຶ້ນ ທີ່ຈະເຮັດຕາມວິທີທາງຂອງພຣະອົງ ເມື່ອເຮົາສື່ສານກັບພຣະບິດາເທິງສະຫວັນ ດ້ວຍໃຈທີ່ສອນງ່າຍ ແລະ ອ່ອນນ້ອມ.
ການເດີນໄປໃນເສັ້ນທາງແຫ່ງການເປັນສານຸສິດຕ້ອງມີການເຝິກຫັດ—ທຸກວັນ, ເທື່ອລະເລັກ ເທື່ອລະນ້ອຍ, ພຣະຄຸນແທນພຣະຄຸນ,10 “ເທື່ອລະແຖວ.”11 ບາງເທື່ອສອງບາດກ້າວໄປໜ້າ ແລະ ໜຶ່ງບາດກ້າວຄືນຫລັງ.
ສິ່ງທີ່ສຳຄັນແມ່ນ ທ່ານບໍ່ທໍ້ຖອຍ; ພະຍາຍາມເຮັດໃຫ້ຖືກຕ້ອງ. ໃນທີ່ສຸດທ່ານຈະກັບກາຍດີຂຶ້ນ, ມີຄວາມສຸກຫລາຍຂຶ້ນ, ແລະ ມີຄວາມກະຕືລືລົ້ນ ຫລາຍກວ່າເກົ່າ. ການເວົ້າລົມນຳຄົນອື່ນກ່ຽວກັບສັດທາຂອງທ່ານ ຈະກາຍເປັນເລື່ອງທຳມະດາ ແລະ ປົກກະຕິ. ຕາມຈິງແລ້ວ, ພຣະກິດຕິຄຸນຈະເປັນພາກສ່ວນທີ່ສຳຄັນ ແລະ ມີຄ່າ ໃນຊີວິດຂອງທ່ານ ຈົນທ່ານຮູ້ວ່າ ມັນ ຜິດ ປົກກະຕິ ຖ້າທ່ານບໍ່ໄດ້ເວົ້າກ່ຽວກັບມັນ ນຳຜູ້ຄົນ. ສິ່ງນີ້ອາດບໍ່ເກີດຂຶ້ນທັນທີ—ມັນເປັນຄວາມພະຍາຍາມໄປຕະຫລອດຊີວິດ. ແຕ່ມັນຈະເກີດຂຶ້ນ!
ສີ່, ແບ່ງປັນສິ່ງທີ່ທ່ານມີຢູ່ໃນໃຈ. ຂ້າພະເຈົ້າບໍ່ໄດ້ຂໍໃຫ້ທ່ານຢືນຢູ່ຕາມແຈຖະໜົນຫົນທາງ ພ້ອມກັບເຄື່ອງກະຈາຍສຽງ ແລະ ຮ້ອງປ່າວຂໍ້ພຣະຄຳພີມໍມອນ. ສິ່ງທີ່ຂ້າພະເຈົ້າຂໍຈາກທ່ານແມ່ນ ໃຫ້ຊອກຫາໂອກາດສະເໝີ ທີ່ຈະສະແດງສັດທາຂອງທ່ານ ໃນວິທີທາງແບບປົກກະຕິ ແລະ ທຳມະດາ ກັບຜູ້ຄົນ—ແບບຢູ່ນຳກັນຕໍ່ໜ້າ ຫລື ທາງອອນລາຍກໍຕາມ. ຂ້າພະເຈົ້າຂໍໃຫ້ທ່ານ “ຢືນເປັນພະຍານ”12 ເຖິງພະລັງຂອງພຣະກິດຕິຄຸນ ໃນທຸກເວລາ—ແລະ ເມື່ອໃດຈຳເປັນ, ໃຫ້ໃຊ້ຄຳເວົ້າ.13
ເພາະ “ພຣະກິດຕິຄຸນຂອງພຣະຄຣິດ … ເປັນອຳນາດຂອງພຣະເຈົ້າ ໄປສູ່ຄວາມລອດ,” ເຮົາຈຶ່ງສາມາດມີຄວາມໝັ້ນໃຈ, ຄວາມກ້າຫານ, ແລະ ຄວາມຖ່ອມຕົວ ຂະນະທີ່ທ່ານແບ່ງປັນມັນ.14 ຄວາມໝັ້ນໃຈ, ຄວາມກ້າຫານ, ແລະ ຄວາມຖ່ອມຕົວ ອາດເບິ່ງຄືວ່າເປັນຄຸນສົມບັດທີ່ຂັດແຍ້ງກັນ, ແຕ່ມັນບໍ່ໄດ້ເປັນແນວນັ້ນ. ມັນສະທ້ອນເຖິງຄຳເຊື້ອເຊີນຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ວ່າ ຢ່າເອົາກະບຸງປົກປິດຄຸນຄ່າພຣະກິດຕິຄຸນ ແລະ ຫລັກທຳໄວ້ ແຕ່ໃຫ້ຄວາມສະຫວ່າງຂອງທ່ານສ່ອງແຈ້ງ, ເພື່ອວ່າຜູ້ຄົນຈະເຫັນວຽກງານດີຂອງທ່ານ ແລະ ສັນລະເສີນພຣະບິດາຂອງທ່ານ ຜູ້ສະຖິດຢູ່ໃນສະຫວັນ.15
ມັນມີຫລາຍວິທີທີ່ທຳມະດາ ແລະ ປົກກະຕິ ໃນການເຮັດສິ່ງນີ້, ຈາກການກະທຳດ້ວຍຄວາມເມດຕາກະລຸນາທຸກວັນ ຈົນເຖິງ ການສະແດງປະຈັກພະຍານສ່ວນຕົວໃນຢູທູບ, ເຟດບຸກ, ອິນສະຕາແກຼມ, ຫລື ທວີດເຕີ ຈົນເຖິງການສົນທະນາແບບລຽບງ່າຍກັບຜູ້ຄົນທີ່ທ່ານພົບເຫັນ. ປີນີ້ເຮົາຮຽນຈາກພຣະຄຳພີໃໝ່ ໃນບ້ານເຮືອນຂອງເຮົາ ແລະ ໃນໂຮງຮຽນວັນອາທິດ. ມັນເປັນໂອກາດທີ່ດີເລີດ ທີ່ຈະເຊື້ອເຊີນໝູ່ເພື່ອນ ແລະ ເພື່ອນບ້ານໃກ້ຄຽງໄປໂບດ ແລະ ໄປຫລິ້ນເຮືອນທ່ານ ເພື່ອຮຽນຮູ້ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດກັບທ່ານ. ບອກໃຫ້ເຂົາເຈົ້າຮູ້ກ່ຽວກັບແອພ ຫ້ອງສະໝຸດພຣະກິດຕິຄຸນ, ບ່ອນທີ່ເຂົາເຈົ້າສາມາດຊອກພົບ ຈົ່ງຕາມເຮົາມາ. ຖ້າຫາກທ່ານຮູ້ຈັກຊາວໜຸ່ມ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ເອົາປຶ້ມນ້ອຍ ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ ໃຫ້ເຂົາເຈົ້າ ແລະ ເຊື້ອເຊີນເຂົາເຈົ້າໃຫ້ໄປເບິ່ງ ວິທີທີ່ຊາວໜຸ່ມຂອງພວກເຮົາມຸ່ງໝັ້ນທີ່ຈະດຳລົງຊີວິດຕາມຄຳສອນເຫລົ່ານັ້ນ.
ຖ້າຫາກມີຄົນຖາມກ່ຽວກັບທ້າຍສັບປະດາຂອງທ່ານ, ຢ່າລັງເລໃຈທີ່ຈະເວົ້າກ່ຽວກັບປະສົບການຂອງທ່ານຢູ່ທີ່ໂບດ ໃຫ້ເຂົາເຈົ້າຟັງ. ບອກກ່ຽວກັບເດັກນ້ອຍ ຜູ້ຢືນຢູ່ຕໍ່ໜ້າຜູ້ມາຮ່ວມກອງປະຊຸມ ແລະ ຮ້ອງເພງດ້ວຍຄວາມກ້າຫານ ເຖິງວິທີທີ່ພວກເຂົາພະຍາຍາມເປັນເໝືອນດັ່ງພຣະເຢຊູ. ບອກກ່ຽວກັບກຸ່ມຊາວໜຸ່ມ ຜູ້ໃຊ້ເວລາຊ່ວຍເຫລືອຜູ້ອາວຸໂສ ຢູ່ເຮືອນພັກຄົນແກ່ ເພື່ອຮວບຮວມປະຫວັດສ່ວນຕົວ. ບອກກ່ຽວກັບການປ່ຽນແປງຕາຕະລາງກອງປະຊຸມໂບດເມື່ອບໍ່ດົນມານີ້ ແລະ ເຖິງວິທີທີ່ມັນເປັນພອນໃຫ້ແກ່ຄອບຄົວຂອງທ່ານແນວໃດ. ຫລື ອະທິບາຍວ່າເປັນຫຍັງທ່ານຈຶ່ງເນັ້ນໜັກວ່າ ນີ້ຄືສາດສະໜາຈັກຂອງພຣະເຢຊູຄຣິດ ແລະ ວ່າເຮົາເປັນ ໄພ່ພົນ, ຍຸກສຸດທ້າຍ, ຄືກັນກັບສາດສະໜາຈັກ ໃນສະໄໝບູຮານ ທີ່ຖືກເອີ້ນວ່າ ໄພ່ພົນ.
ໃນວິທີທາງໃດກໍຕາມທີ່ເບິ່ງວ່າທຳມະດາ ແລະ ປົກກະຕິຕໍ່ທ່ານ, ໃຫ້ບອກຜູ້ຄົນວ່າ ເປັນຫຍັງພຣະເຢຊູຄຣິດ ແລະ ສາດສະໜາຈັກຂອງພຣະອົງ ຈຶ່ງມີຄວາມສຳຄັນຕໍ່ທ່ານ. ເຊື້ອເຊີນເຂົາເຈົ້າ “ໃຫ້ມາເບິ່ງເອົາ.”16 ແລ້ວ ໃຫ້ຊຸກຍູ້ເຂົາເຈົ້າ ໃຫ້ມາຊ່ວຍເຫລືອ. ມີໂອກາດຢ່າງຫລວງຫລາຍສຳລັບຜູ້ຄົນທີ່ຈະຊ່ວຍເຫລືອ ຢູ່ໃນສາດສະໜາຈັກຂອງເຮົາ.
ໃຫ້ອະທິຖານ ບໍ່ພຽງແຕ່ຂໍໃຫ້ຜູ້ສອນສາດສະໜາພົບເຫັນຜູ້ທີ່ຖືກເລືອກໄວ້ເທົ່ານັ້ນ. ຈົ່ງອະທິຖານທຸກວັນ ດ້ວຍສຸດໃຈວ່າ ທ່ານຈະພົບເຫັນຜູ້ທີ່ຈະ ມາເບິ່ງເອົາ, ມາຊ່ວຍເຫລືອ, ແລະ ມາຮ່ວມນຳ. ໃຫ້ຜູ້ສອນສາດສະໜາເຕັມເວລາມີສ່ວນຮ່ວມນຳ. ເຂົາເຈົ້າຄືກັນກັບທູດສະຫວັນ, ພ້ອມແລ້ວທີ່ຈະຊ່ວຍເຫລືອ!
ເມື່ອເຮົາແບ່ງປັນຂ່າວປະເສີດ, ພຣະກິດຕິຄຸນຂອງພຣະເຢຊູຄຣິດ, ໃຫ້ເຮົາເຮັດດ້ວຍຄວາມຮັກ ແລະ ຄວາມອົດທົນ. ຖ້າຫາກເຮົາປະຕິບັດຕໍ່ຜູ້ຄົນດ້ວຍຄວາມຫວັງດຽວເທົ່ານັ້ນຄື ຢາກໃຫ້ເຂົາເຈົ້າຮັບບັບຕິສະມາໄວໆ, ກໍໝາຍຄວາມວ່າ ເຮົາມີແນວຄິດທີ່ບໍ່ຖືກຕ້ອງ.
ບາງຄົນໄດ້ມາເບິ່ງ, ບາງເທື່ອກໍບໍ່ເຂົ້າຮ່ວມສາດສະໜາຈັກເລີຍ; ບາງຄົນອາດຈະເຂົ້າຮ່ວມໃນພາຍຫລັງ. ມັນເປັນການເລືອກຂອງເຂົາເຈົ້າເອງ. ແຕ່ສິ່ງນັ້ນບໍ່ໄດ້ປ່ຽນຄວາມຮັກຂອງເຮົາ ທີ່ມີຕໍ່ເຂົາເຈົ້າ. ແລະ ມັນບໍ່ໄດ້ປ່ຽນຄວາມມຸ່ງໝັ້ນຂອງເຮົາທີ່ຈະກະຕືລືລົ້ນ ທີ່ຈະສືບຕໍ່ເຊື້ອເຊີນບຸກຄົນ ແລະ ຄອບຄົວ ໃຫ້ມາເບິ່ງເອົາ, ໃຫ້ມາຊ່ວຍເຫລືອ, ແລະ ໃຫ້ມາຮ່ວມນຳ.
ຫ້າ, ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ທີ່ຈະເຮັດການມະຫັດສະຈັນຂອງພຣະອົງ. ເຂົ້າໃຈວ່າ ມັນບໍ່ແມ່ນໜ້າທີ່ຂອງທ່ານ ທີ່ຈະເຮັດໃຫ້ເຂົາເຈົ້າປ່ຽນໃຈເຫລື້ອມໃສ. ນັ້ນແມ່ນບົດບາດຂອງພຣະວິນຍານບໍລິສຸດ. ບົດບາດຂອງທ່ານແມ່ນ ທີ່ຈະແບ່ງປັນສິ່ງທີ່ທ່ານມີຢູ່ໃນໃຈ ແລະ ດຳລົງຊີວິດ ໃຫ້ກົງກັບຄວາມເຊື່ອຂອງທ່ານ.
ສະນັ້ນ ຢ່າທໍ້ຖອຍໃຈ ຖ້າຫາກບາງຄົນບໍ່ຍອມເອົາຂ່າວສານພຣະກິດຕິຄຸນທັນທີ. ມັນບໍ່ໄດ້ເປັນຄວາມລົ້ມເຫລວສ່ວນຕົວ.
ນັ້ນແມ່ນລະຫວ່າງບຸກຄົນ ແລະ ພຣະບິດາເທິງສະຫວັນ.
ໜ້າທີ່ຂອງທ່ານຄື ທີ່ຈະຮັກພຣະເຈົ້າ ແລະ ຮັກເພື່ອນບ້ານຂອງທ່ານ, ລູກໆຂອງພຣະອົງ.
ເຊື່ອ, ຮັກ, ເຮັດ.
ໃຫ້ເດີນໄປໃນເສັ້ນທາງນີ້, ແລະ ພຣະເຈົ້າຈະເຮັດການມະຫັດສະຈັນ ຜ່ານທາງຕົວທ່ານ ເພື່ອເປັນພອນໃຫ້ແກ່ລູກໆທີ່ມີຄ່າຂອງພຣະອົງ.
ຄຳແນະນຳຫ້າຢ່າງເຫລົ່ານີ້ ຈະຊ່ວຍທ່ານໃຫ້ເຮັດສິ່ງທີ່ສານຸສິດຂອງພຣະເຢຊູຄຣິດໄດ້ເຮັດ ນັບແຕ່ສະໄໝບູຮານເປັນຕົ້ນມາ. ພຣະກິດຕິຄຸນ ແລະ ສາດສະໜາຈັກຂອງພຣະອົງ ເປັນພາກສ່ວນສຳຄັນໃນຊີວິດຂອງທ່ານ ແລະ ກ່ຽວກັບຜູ້ທີ່ທ່ານເປັນຢູ່ ແລະ ສິ່ງທີ່ທ່ານເຮັດ. ສະນັ້ນ, ຈົ່ງເຊື້ອເຊີນຄົນອື່ນ ໃຫ້ມາເບິ່ງເອົາ ແລະ ໃຫ້ມາຊ່ວຍເຫລືອ, ແລ້ວພຣະເຈົ້າຈະເຮັດວຽກງານແຫ່ງການຊ່ວຍໃຫ້ລອດຂອງພຣະອົງ, ແລະ ເຂົາເຈົ້າຈະ ມາຮ່ວມນຳ.
ແຕ່ຖ້າມັນຍາກຫລາຍ ແລ້ວຊິເຮັດຈັ່ງໃດ?
“ແຕ່,” ທ່ານອາດຖາມວ່າ, “ຖ້າຫາກເຮົາເຮັດທຸກສິ່ງທຸກຢ່າງນີ້ແລ້ວ ແຕ່ຜູ້ຄົນກໍຍັງບໍ່ສົນໃຈ ແລ້ວຊິເຮັດຈັ່ງໃດ? ຖ້າເຂົາເຈົ້າເວົ້າຕິຊົມສາດສະໜາຈັກ ແລ້ວຊິເຮັດຈັ່ງໃດ? ຖ້າເຂົາເຈົ້າເຊົາເປັນໝູ່ເຮົາ ແລ້ວຊິເຮັດຈັ່ງໃດ?”
ແມ່ນແລ້ວ, ມັນອາດເປັນແບບນັ້ນ. ນັບແຕ່ສະໄໝບູຮານເປັນຕົ້ນມາ, ສານຸສິດຂອງພຣະເຢຊູຄຣິດ ກໍເຄີຍຖືກຂົ່ມເຫັງເລື້ອຍໆ.17 ອັກຄະສາວົກເປໂຕ ໄດ້ກ່າວວ່າ, “ຈົ່ງປິຕິຍິນດີ … ທີ່ທ່ານມີສ່ວນຮ່ວມໃນຄວາມທຸກທໍລະມານຂອງພຣະຄຣິດ.”18 ໄພ່ພົນຍຸກກ່ອນມີຄວາມປິຕິຍິນດີ “ເພາະເຂົາເຈົ້າຖືວ່າ ຕົນເປັນຜູ້ສົມຄວນທີ່ຕ້ອງຖືກໝິ່ນປະໝາດ ເພາະເຫັນແກ່ພຣະນາມຂອງພຣະອົງ.”19
ຈົ່ງຈື່ຈຳວ່າ, ພຣະຜູ້ເປັນເຈົ້າທຳງານໃນທາງລຶກລັບ. ມັນອາດເປັນວ່າ ການຕອບຮັບຂອງທ່ານທີ່ເໝືອນກັບພຣະຄຣິດ ຕໍ່ການປະຕິເສດ ອາດເປັນສິ່ງທີ່ຊ່ວຍໃຫ້ຫົວໃຈອ່ອນລົງກໍເປັນໄດ້.
ໃນຖານະອັກຄະສາວົກຂອງອົງພຣະເຢຊູຄຣິດເຈົ້າ, ຂ້າພະເຈົ້າຂໍອວຍພອນທ່ານດ້ວຍ ຄວາມໝັ້ນໃຈ ເພື່ອໃຫ້ເປັນປະຈັກພະຍານທີ່ມີຊີວິດຊີວາ ເຖິງຄຸນຄ່າຂອງພຣະກິດຕິຄຸນ, ດ້ວຍ ຄວາມກ້າຫານ ທີ່ຈະຖືກຮັບຮູ້ວ່າ ເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ດ້ວຍ ຄວາມຖ່ອມຕົວ ເພື່ອຊ່ວຍເຮັດວຽກງານຂອງພຣະອົງ ຊຶ່ງເປັນການສະແດງອອກວ່າ ທ່ານຮັກພຣະບິດາເທິງສະຫວັນ ແລະ ລູກໆຂອງພຣະອົງ.
ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ທ່ານຈະປິຕິຍິນດີ ໃນການທີ່ຮູ້ວ່າ ທ່ານເປັນພາກສ່ວນທີ່ສຳຄັນ ໃນການເຕົ້າໂຮມອິດສະຣາເອນ ທີ່ຖືກບອກໄວ້ລ່ວງໜ້າແລ້ວ, ຕຽມສຳລັບການສະເດັດມາຂອງພຣະຄຣິດ ໃນອຳນາດ ແລະ ລັດສະໝີພາບອັນຍິ່ງໃຫຍ່; ພ້ອມດ້ວຍເຫລົ່າທູດທັງໝົດ.20
ພຣະບິດາເທິງສະຫວັນຮູ້ຈັກທ່ານ. ພຣະຜູ້ເປັນເຈົ້າຮັກທ່ານ. ພຣະເຈົ້າຈະອວຍພອນທ່ານ. ວຽກງານນີ້ໄດ້ຖືກແຕ່ງຕັ້ງໄວ້ໂດຍພຣະອົງ. ທ່ານສາມາດເຮັດໄດ້. ເຮົາທຸກຄົນສາມາດເຮັດສິ່ງນີ້ໄດ້ນຳກັນ.
ຂ້າພະເຈົ້າເປັນພະຍານໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.