ບ້ານເຮືອນທີ່ພຣະວິນຍານຂອງພຣະຜູ້ເປັນເຈົ້າສະຖິດຢູ່
ທ່ານຈະພົບເຫັນຄວາມຊື່ນຊົມທີ່ຍິ່ງໃຫຍ່ທີ່ສຸດບາງຢ່າງ ໃນຄວາມມຸ່ງໝັ້ນ ທີ່ຈະເຮັດໃຫ້ບ້ານເຮືອນຂອງທ່ານເປັນສະຖານທີ່ແຫ່ງສັດທາ ໃນອົງພຣະເຢຊູຄຣິດເຈົ້າ ແລະ ເປັນສະຖານທີ່ຂະຫຍາຍຄວາມຮັກໄປທົ່ວທຸກບ່ອນ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າມີຄວາມກະຕັນຍູຫລາຍ ທີ່ໄດ້ຖືກເຊື້ອເຊີນໃຫ້ມາກ່າວກັບທ່ານ ໃນກອງປະຊຸມໃຫຍ່ສາມັນ ປະຈຳປີ ຄັ້ງທີ 189 ຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ໃນປີ 1830 ກົງກັບວັນທີດຽວກັນນີ້, ໂຈເຊັບ ສະມິດ ໄດ້ຈັດຕັ້ງສາດສະໜາຈັກຂຶ້ນ ພາຍໃຕ້ການຊີ້ນຳຂອງພຣະຜູ້ເປັນເຈົ້າ. ມັນໄດ້ເກີດຂຶ້ນຢູ່ໃນເຮືອນຂອງຄອບຄົວວິດເມີ ໃນເມືອງເຟແອດ, ລັດນິວຢອກ. ມີສະມາຊິກຢູ່ດ້ວຍກັນ ຫົກຄົນ ແລະ ມີຜູ້ສົນໃຈຢູ່ປະມານ 50 ຄົນ ໃນມື້ນັ້ນ.
ເຖິງແມ່ນຂ້າພະເຈົ້າບໍ່ຮູ້ວ່າສາດສະດາ ໂຈເຊັບ ໄດ້ກ່າວຫຍັງແດ່ ຫລື ເພິ່ນເບິ່ງເປັນຈັ່ງໃດ ຂະນະທີ່ເພິ່ນຢືນຢູ່ຕໍ່ໜ້າກຸ່ມຜູ້ຄົນ, ແຕ່ຂ້າພະເຈົ້າຮູ້ວ່າ ຜູ້ທີ່ມີສັດທາໃນພຣະເຢຊູຄຣິດ ຮູ້ສຶກແນວໃດ. ເຂົາເຈົ້າໄດ້ຮູ້ສຶກເຖິງພຣະວິນຍານບໍລິສຸດ, ແລະ ເຂົາເຈົ້າຮູ້ສຶກວ່າ ເຂົາເຈົ້າໄດ້ຢູ່ໃນສະຖານທີ່ ທີ່ສັກສິດ. ເຂົາເຈົ້າຮູ້ສຶກແທ້ໆວ່າ ເຂົາເຈົ້າເປັນອັນໜຶ່ງອັນດຽວກັນ.
ຄວາມຮູ້ສຶກທີ່ໜ້າອັດສະຈັນໃຈນັ້ນ ຄືສິ່ງທີ່ເຮົາທຸກຄົນຕ້ອງການຢູ່ໃນບ້ານເຮືອນຂອງເຮົາ. ມັນເປັນຄວາມຮູ້ສຶກ ດັ່ງທີ່ໂປໂລ ໄດ້ບັນຍາຍວ່າ, ມັນມາຈາກ “ການໃສ່ໃຈຝ່າຍວິນຍານ.”1
ຈຸດປະສົງຂອງຂ້າພະເຈົ້າໃນມື້ນີ້ ແມ່ນເພື່ອສິດສອນສິ່ງທີ່ຂ້າພະເຈົ້າຮູ້ ເຖິງວິທີທີ່ເຮົາສາມາດເໝາະສົມສຳລັບຄວາມຮູ້ສຶກນັ້ນເລື້ອຍໆ ແລະ ເຊື້ອເຊີນມັນໃຫ້ຢູ່ໃນຄອບຄົວຂອງເຮົາດົນນານ. ດັ່ງທີ່ທ່ານຮູ້ຈາກປະສົບການ, ມັນບໍ່ໄດ້ເປັນສິ່ງງ່າຍ. ຕ້ອງກີດກັນການຂັດແຍ້ງ, ຄວາມທະນົງຕົວ, ແລະ ບາບໃຫ້ຢູ່ໄກໆ. ຄວາມຮັກອັນບໍລິສຸດຂອງພຣະຄຣິດ ຕ້ອງມາສູ່ຫົວໃຈຂອງຜູ້ທີ່ຢູ່ໃນຄອບຄົວເຮົາ.
ອາດາມ ແລະ ເອວາ, ລີໄຮ ແລະ ຊາໄຣຢາ, ແລະ ພໍ່ແມ່ຄົນອື່ນໆ ທີ່ເຮົາຮູ້ຈາກພຣະຄຳພີ ໄດ້ພົບວ່າ ສິ່ງນີ້ເປັນການທ້າທາຍຫລາຍ. ແຕ່ກໍມີຕົວຢ່າງທີ່ໃຫ້ຄວາມຫວັງ ຂອງການມີຄວາມສຸກຢູ່ໃນຄອບຄົວ ແລະ ບ້ານເຮືອນ ເພື່ອໃຫ້ເຮົາໝັ້ນໃຈໄດ້. ແລະ ຕົວຢ່າງເຫລົ່ານັ້ນ ເຮັດໃຫ້ເຮົາເຫັນວິທີທາງທີ່ມັນສາມາດເກີດຂຶ້ນໄດ້ ສຳລັບເຮົາ ແລະ ຄອບຄົວເຮົາ. ທ່ານຄົງຈື່ເລື່ອງລາວຈາກ 4 ນີໄຟ ໄດ້ ທີ່ວ່າ:
“ແລະ ເຫດການໄດ້ບັງເກີດຂຶ້ນຄື ມັນບໍ່ມີການຂັດແຍ້ງກັນໃນແຜ່ນດິນ, ຍ້ອນວ່າຄວາມຮັກຂອງພຣະເຈົ້າ ຊຶ່ງມີຢູ່ໃນໃຈຂອງຜູ້ຄົນ.
“ແລະ ມັນບໍ່ມີການອິດສາບັງບຽດ, ບໍ່ມີການຜິດຖຽງ, ບໍ່ມີການວຸ້ນວາຍ, ບໍ່ມີການໂສເພນີ, ບໍ່ມີການເວົ້າຕົວະ, ບໍ່ມີການຄາດຕະກຳ, ບໍ່ມີການປະພຶດລາມົກຢ່າງໃດເລີຍ; ແລະ ໂດຍແນ່ນອນແລ້ວ ຄົງບໍ່ມີຜູ້ຄົນກຸ່ມໃດທີ່ມີຄວາມສຸກຫລາຍໄປກວ່ານີ້ໃນບັນດາຜູ້ຄົນທັງປວງທີ່ພຣະຫັດຂອງພຣະເຈົ້າໄດ້ສ້າງຂຶ້ນມາ.
“ມັນບໍ່ມີໂຈນ, ຫລື ຄາດຕະກອນ, ທັງບໍ່ມີຊາວເລມັນ ຫລື ຊາວໃດໆເລີຍ; ແຕ່ຄົນທັງໝົດຢູ່ເປັນພວກດຽວກັນ, ເປັນລູກຂອງພຣະຄຣິດ, ແລະ ທາຍາດຂອງອານາຈັກຂອງພຣະເຈົ້າ.
“ແລະ ພວກເຂົາໄດ້ເປັນສຸກຫລາຍແທ້ໆ! ເພາະພຣະຜູ້ເປັນເຈົ້າໄດ້ປະທານພອນໃຫ້ພວກເຂົາສຳລັບການກະທຳຂອງພວກເຂົາທັງໝົດ; ແທ້ຈິງແລ້ວ, ພວກເຂົາໄດ້ຮັບພອນ ແລະ ຈະເລີນຮຸ່ງເຮືອງຢູ່ ເຖິງແມ່ນໜຶ່ງຮ້ອຍສິບປີຜ່ານໄປ; ແລະ ຄົນລຸ້ນທຳອິດນັບແຕ່ພຣະຄຣິດກໍໄດ້ຈາກໄປ, ແລະ ມັນກໍບໍ່ໄດ້ມີການຂັດແຍ້ງກັນໃນທົ່ວແຜ່ນດິນເລີຍ.”2
ດັ່ງທີ່ທ່ານຮູ້ຈັກ, ເວລາແຫ່ງຄວາມສຸກນັ້ນ ບໍ່ໄດ້ຍືນຍົງຕະຫລອດໄປ. ເລື່ອງລາວຢູ່ໃນ 4 ນີໄຟ ບັນຍາຍເຖິງອາການທາງວິນຍານທີ່ອ່ອນແອລົງໃນທີ່ສຸດ ໃນບັນດາກຸ່ມຜູ້ຄົນທີ່ດີ. ມັນເປັນແບບແຜນທີ່ເກີດຂຶ້ນ ໃນທຸກຍຸກທຸກສະໄໝ ໃນຜູ້ຄົນທັງປວງ, ໃນກຸ່ມຕ່າງໆ, ແລະ ໜ້າໂສກເສົ້າທີ່ສຸດ, ໃນຄອບຄົວຂອງເຮົາ. ໂດຍການສຶກສາແບບແຜນນັ້ນ, ເຮົາສາມາດເຫັນວິທີທີ່ເຮົາຈະປົກປ້ອງ ແລະ ແມ່ນແຕ່ເພີ່ມຄວາມຮູ້ສຶກຮັກແພງ ຢູ່ໃນບ້ານເຮືອນຂອງເຮົາໄດ້.
ຕໍ່ໄປນີ້ແມ່ນແບບແຜນຂອງຄວາມອ່ອນແອ ທີ່ເກີດຂຶ້ນຫລັງຈາກ 200 ປີ ຂອງການດຳລົງຊີວິດໃນສັນຕິສຸກ ຊຶ່ງພຣະກິດຕິຄຸນນຳມາໃຫ້:
ຄວາມທະນົງຕົວໄດ້ຄ່ອຍເລື່ອນເຂົ້າມາ.
ຜູ້ຄົນເຊົາແບ່ງປັນສິ່ງທີ່ພວກເຂົາມີ ໃຫ້ກັນແລະກັນ.
ພວກເຂົາເລີ່ມຕົ້ນເຫັນຕົວເອງວ່າ ມີຖານະສູງກວ່າຄົນອື່ນ.
ພວກເຂົາເລີ່ມຕົ້ນມີສັດທາໜ້ອຍລົງ ໃນພຣະເຢຊູຄຣິດ.
ພວກເຂົາເລີ່ມຕົ້ນກຽດຊັງ.
ພວກເຂົາເລີ່ມຕົ້ນເຮັດການບາບ ນາໆປະການ.
ພໍ່ແມ່ທີ່ສະຫລາດ ຈະຕື່ນຕົວພໍ ທີ່ຈະສັງເກດເຫັນອາການເຫລົ່ານັ້ນ ເມື່ອມັນເກີດຂຶ້ນຢູ່ໃນບັນດາສະມາຊິກຄອບຄົວຂອງເຂົາເຈົ້າ. ແນ່ນອນ, ເຂົາເຈົ້າຈະເປັນຫ່ວງເປັນໃຍ. ແຕ່ເຂົາເຈົ້າຈະຮູ້ວ່າ ສາເຫດຕົ້ນຕໍຄືອິດທິພົນຂອງຊາຕານ ທີ່ພະຍາຍາມຍົວະຄົນດີ ໃຫ້ເຮັດບາບ ແລະ ດັ່ງນັ້ນ ຈຶ່ງສູນເສຍອິດທິພົນຂອງພຣະວິນຍານບໍລິສຸດໄປ. ດັ່ງນັ້ນ ພໍ່ແມ່ທີ່ສະຫລາດ ຈະເຫັນໂອກາດເພື່ອນຳພາລູກແຕ່ລະຄົນ, ແລະ ຕົວເອງ, ໃຫ້ຮັບເອົາຄຳເຊື້ອເຊີນຂອງພຣະຜູ້ເປັນເຈົ້າທັງໝົດ ເພື່ອມາຫາພຣະອົງ.
ທ່ານອາດປະສົບຜົນສຳເລັດໄດ້ຈຳກັດ ໂດຍການເອີ້ນໃຫ້ລູກກັບໃຈ, ຍົກຕົວຢ່າງ, ຈາກຄວາມທະນົງຕົວ. ທ່ານອາດລອງຊວນລູກໆ ໃຫ້ແບ່ງປັນສິ່ງທີ່ພວກເຂົາມີ ດ້ວຍໃຈອັນກວ້າງຂວາງ. ທ່ານສາມາດຂໍໃຫ້ພວກເຂົາຢຸດຮູ້ສຶກວ່າ ພວກເຂົາດີກວ່າຄົນອື່ນ ຢູ່ໃນຄອບຄົວ. ແຕ່ແລ້ວທ່ານກໍເຫັນອາການທີ່ຂ້າພະເຈົ້າໄດ້ບັນຍາຍຜ່ານມານັ້ນວ່າ “ພວກເຂົາເລີ່ມຕົ້ນມີສັດທາໜ້ອຍລົງ ໃນພຣະເຢຊູຄຣິດ.”
ນັ້ນຄືສິ່ງທີ່ພາໃຫ້ທ່ານນຳຄອບຄົວຂອງທ່ານ ຂຶ້ນໄປຫາສະຖານທີ່ທາງວິນຍານ ທີ່ທ່ານຕ້ອງການສຳລັບພວກເຂົາ—ແລະ ເພື່ອໃຫ້ທ່ານຢູ່ກັບພວກເຂົາ. ເມື່ອທ່ານຊ່ວຍພວກເຂົາໃຫ້ເຕີບໂຕໃນສັດທາ ວ່າພຣະເຢຊູຄຣິດເປັນພຣະຜູ້ໄຖ່ ທີ່ຊົງຮັກຂອງພວກເຂົາ, ແລ້ວພວກເຂົາຈະຮູ້ສຶກຢາກກັບໃຈ. ເມື່ອພວກເຂົາເຮັດ, ຄວາມຖ່ອມຕົວຈະເລີ່ມມາແທນທີ່ຄວາມທະນົງຕົວ. ເມື່ອພວກເຂົາເລີ່ມຮູ້ສຶກເຖິງສິ່ງທີ່ພຣະຜູ້ເປັນເຈົ້າໄດ້ປະທານໃຫ້ພວກເຂົາ, ແລ້ວພວກເຂົາຈະຢາກແບ່ງປັນມັນ ຢ່າງເພື່ອແຜ່ຫລາຍກວ່າເກົ່າ. ການແຂ່ງຂັນເພື່ອຊື່ສຽງ ຫລື ຢາກຖືກຮັບຮູ້ ຈະລົດນ້ອຍລົງ. ຄວາມກຽດຊັງ ຈະຖືກຂັບໄລ່ໜີໂດຍຄວາມຮັກ. ແລະ ໃນທີ່ສຸດ, ດັ່ງທີ່ມັນໄດ້ເກີດຂຶ້ນກັບຜູ້ຄົນທີ່ປ່ຽນໃຈເຫລື້ອມໃສ ໂດຍກະສັດເບັນຢາມິນ, ຄວາມປາດຖະໜາທີ່ຈະເຮັດຄວາມດີ ຈະເສີມກຳລັງພວກເຂົາ ຕ້ານການລໍ້ລວງໃຫ້ເຮັດບາບ. ຜູ້ຄົນຂອງກະສັດເບັນຢາມິນ ໄດ້ເປັນພະຍານວ່າ ພວກເຂົາບໍ່ມີໃຈທີ່ຈະກະທຳຄວາມຊົ່ວອີກຕໍ່ໄປ.3
ດັ່ງນັ້ນ ການສ້າງສັດທາໃນພຣະເຢຊູຄຣິດ ເປັນການເລີ່ມຕົ້ນຫັນໜີຈາກຄວາມອ່ອນແອທາງວິນຍານ ຢູ່ໃນຄອບຄົວ ແລະ ໃນບ້ານເຮືອນຂອງທ່ານ. ສັດທານັ້ນ ມີແນວໂນ້ມທີ່ຈະກໍ່ໃຫ້ເກີດການກັບໃຈ ຫລາຍກວ່າຄຳສັ່ງສອນຂອງທ່ານ ຕ້ານກັບອາການອ່ອນແອທາງວິນຍານເຫລົ່ານັ້ນ.
ດີທີ່ສຸດ ແມ່ນການນຳພາຂອງທ່ານໂດຍຕົວຢ່າງ. ສະມາຊິກຄອບຄົວ ແລະ ຄົນອື່ນໆ ຕ້ອງເຫັນທ່ານເຕີບໂຕໃນສັດທາຂອງທ່ານເອງ ໃນພຣະເຢຊູຄຣິດ ແລະ ໃນພຣະກິດຕິຄຸນຂອງພຣະອົງ. ເມື່ອບໍ່ດົນມານີ້ ທ່ານກໍໄດ້ຮັບຄວາມຊ່ວຍເຫລືອທີ່ຍອດຍ້ຽມແລ້ວ. ພໍ່ແມ່ໃນສາດສະໜາຈັກ ໄດ້ຮັບພອນຫລາຍດ້ວຍຫລັກສູດທີ່ດົນໃຈ ສຳລັບຄອບຄົວ ແລະ ບຸກຄົນ. ເມື່ອທ່ານໃຊ້ມັນ, ທ່ານຈະສ້າງສັດທາຂອງທ່ານ ແລະ ຂອງລູກທ່ານ ໃນອົງພຣະເຢຊູຄຣິດເຈົ້າ.
ການເຕີບໂຕໃນສັດທາ
ສັດທາຂອງທ່ານໃນພຣະຜູ້ຊ່ວຍໃຫ້ລອດ ໄດ້ເຕີບໂຕເມື່ອທ່ານເຮັດຕາມຄຳແນະນຳຂອງປະທານຣະໂຊ ເອັມ ແນວສັນ ທີ່ຈະອ່ານພຣະຄຳພີມໍມອນຄືນອີກ. ທ່ານໄດ້ໝາຍຂໍ້ພຣະຄຳພີ ທີ່ອ້າງເຖິງພຣະຜູ້ຊ່ວຍໃຫ້ລອດ. ສັດທາຂອງທ່ານໃນພຣະເຢຊູຄຣິດໄດ້ເຕີບໂຕຂຶ້ນ. ແຕ່ຄືກັນກັບພືດພັນທີ່ຍັງນ້ອຍຢູ່, ສັດທາເຊັ່ນນັ້ນໃນພຣະເຢຊູຄຣິດ ຈະຫ່ຽວແຫ່ງໄປ ຍົກເວັ້ນແຕ່ທ່ານຈະຫາທາງໃຫ້ຄຳໝັ້ນສັນຍາຕໍ່ໄປ ທີ່ຈະໄຕ່ຕອງ ແລະ ອະທິຖານ ເພື່ອໃຫ້ມັນເຕີບໂຕຂຶ້ນ.
ອາດບໍ່ແມ່ນທຸກຄົນໃນຄອບຄົວຂອງທ່ານ ທີ່ຈະຕິດຕາມຕົວຢ່າງຂອງທ່ານເລື່ອງການເຕີບໂຕໃນສັດທາ ໃນເວລານີ້. ແຕ່ຈົ່ງເອົາໃຈໃສ່ຈາກປະສົບການຂອງແອວມາຜູ້ເປັນລູກ. ໃນຄວາມຕ້ອງການອັນເຈັບປວດ ສຳລັບການກັບໃຈ ແລະ ຢາກໄດ້ຮັບການໃຫ້ອະໄພຂອງເພິ່ນ, ເພິ່ນຈື່ຈຳສັດທາຂອງບິດາຂອງເພິ່ນ ໃນພຣະເຢຊູຄຣິດ. ລູກໆຂອງທ່ານອາດຈື່ຈຳສັດທາຂອງທ່ານໃນພຣະຜູ້ຊ່ວຍໃຫ້ລອດ ໃນເວລາທີ່ເຂົາຕ້ອງການ ການກັບໃຈຫລາຍທີ່ສຸດ. ແອວມາໄດ້ກ່າວເຖິງຊ່ວງເວລານັ້ນວ່າ:
“ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາທີ່ພໍ່ຕ້ອງທົນກັບການທໍລະມານຢູ່ນັ້ນ, ຂະນະທີ່ພໍ່ເຈັບປວດຢູ່ດ້ວຍຄວາມຊົງຈຳເຖິງບາບອັນຫລວງຫລາຍຂອງພໍ່ຢູ່ນັ້ນ, ຈົ່ງເບິ່ງ, ພໍ່ໄດ້ລະນຶກເຖິງຄຳທຳນາຍຂອງພໍ່ທີ່ເພິ່ນໄດ້ເວົ້າຕໍ່ຜູ້ຄົນກ່ຽວກັບການສະເດັດມາຂອງພຣະເຢຊູຄຣິດພຣະບຸດຂອງພຣະເຈົ້າອົງໜຶ່ງ, ເພື່ອຊົດໃຊ້ແທນບາບຂອງໂລກ.
“ບັດນີ້, ເວລາພໍ່ກຳລັງລະນຶກເຖິງຄວາມຄິດເຫລົ່ານີ້, ພໍ່ໄດ້ຮ້ອງໄຫ້ຢູ່ໃນໃຈວ່າ: ໂອ້ ພຣະເຢຊູເຈົ້າເອີຍ, ພຣະບຸດຂອງພຣະເຈົ້າ, ຂໍຊົງມີເມດຕາປານີຕໍ່ຂ້ານ້ອຍຜູ້ຢູ່ໃນນ້ຳບີແຫ່ງຄວາມຂົມຂື່ນ, ແລະ ຖືກປິດລ້ອມດ້ວຍສາຍໂສ້ແຫ່ງຄວາມຕາຍອັນເປັນນິດດ້ວຍເຖີດ.
“ແລະ ບັດນີ້, ຈົ່ງເບິ່ງເວລາທີ່ພໍ່ຄິດແບບນີ້, ພໍ່ບໍ່ຈື່ຈຳຄວາມເຈັບປວດຂອງພໍ່ອີກເລີຍ; ແທ້ຈິງແລ້ວ, ພໍ່ບໍ່ໄດ້ທໍລະມານດ້ວຍຄວາມລະນຶກເຖິງບາບຂອງພໍ່ອີກຕໍ່ໄປ.”4
ການອະທິຖານດ້ວຍຄວາມຮັກ
ນອກເໜືອໄປຈາກຕົວຢ່າງຂອງທ່ານເລື່ອງການເຕີບໂຕໃນສັດທາແລ້ວ, ການອະທິຖານຂອງທ່ານເປັນຄອບຄົວ ກໍສາມາດເປັນພາກສ່ວນທີ່ສຳຄັນໄດ້ ໃນການເຮັດໃຫ້ບ້ານເຮືອນ ເປັນສະຖານທີ່ ທີ່ສັກສິດ. ເລືອກໃຫ້ຄົນໜຶ່ງເປັນຜູ້ກ່າວຄຳອະທິຖານສຳລັບຄອບຄົວ. ເມື່ອຄຳອະທິຖານແຈ່ມແຈ້ງຕໍ່ພຣະເຈົ້າ ໃນນາມຂອງຜູ້ຄົນທີ່ກຳລັງຄຸເຂົ່າ ແລະ ຮັບຟັງ, ແລ້ວສັດທາຈະເຕີບໂຕໃນເຂົາເຈົ້າທຸກຄົນ. ເຂົາເຈົ້າສາມາດຮູ້ສຶກເຖິງການສະແດງຄວາມຮັກສຳລັບພຣະບິດາເທິງສະຫວັນ ແລະ ສຳລັບພຣະຜູ້ຊ່ວຍໃຫ້ລອດ. ແລະ ເມື່ອຜູ້ອະທິຖານກ່າວເຖິງຜູ້ນັ່ງຄຸເຂົ່າຢູ່ໃນວົງທີ່ຕ້ອງການຄວາມຊ່ວຍເຫລືອ, ແລ້ວທຸກຄົນຈະຮູ້ສຶກເຖິງຄວາມຮັກສຳລັບເຂົາ ແລະ ສຳລັບສະມາຊິກທຸກຄົນຂອງຄອບຄົວ.
ເຖິງແມ່ນເມື່ອສະມາຊິກຄອບຄົວບໍ່ໄດ້ອາໄສຢູ່ໃນບ້ານແລ້ວ, ການອະທິຖານກໍສາມາດສ້າງຄວາມຮັກໄດ້. ການອະທິຖານໃນຄອບຄົວ ສາມາດເອື້ອມອອກໄປຕະຫລອດທົ່ວໂລກ. ຫລາຍກວ່າໜຶ່ງເທື່ອ ທີ່ຂ້າພະເຈົ້າໄດ້ຮຽນຮູ້ວ່າ ສະມາຊິກຄອບຄົວທີ່ຢູ່ຫ່າງໄກ ໄດ້ອະທິຖານໃນເວລາດຽວກັນ ເພື່ອທູນຂໍສິ່ງດຽວກັນກັບທີ່ຂ້າພະເຈົ້າໄດ້ທູນຂໍ. ສຳລັບຂ້າພະເຈົ້າແລ້ວ, ຄຳບູຮານທີ່ກ່າວໄວ້ວ່າ “ຄອບຄົວທີ່ອະທິຖານນຳກັນ ຈະຢູ່ນຳກັນ” ສາມາດຂະຫຍາຍອອກກວ້າງວ່າ “ຄອບຄົວທີ່ອະທິຖານນຳກັນ ຈະຢູ່ນຳກັນ, ແມ່ນແຕ່ໃນຕອນທີ່ຢູ່ຫ່າງໄກກັນ.”
ການສິດສອນໃຫ້ກັບໃຈໄວ
ເພາະວ່າບໍ່ມີໃຜໃນພວກເຮົາທີ່ດີພ້ອມ ແລະ ຄວາມຮູ້ສຶກກໍເຈັບປວດໄດ້ງ່າຍ, ສະນັ້ນ ຄອບຄົວຈະສາມາດກາຍເປັນບ່ອນຫລົບໄພທີ່ສັກສິດໄດ້ ກໍພຽງແຕ່ເມື່ອເຮົາກັບໃຈໄວ ແລະ ດ້ວຍຄວາມຈິງໃຈ. ພໍ່ແມ່ສາມາດເປັນຕົວຢ່າງ. ຖ້ອຍຄຳທີ່ຫຍາບຄາຍ ຫລື ຄວາມຄິດທີ່ບໍ່ດີ ສາມາດກັບໃຈໄດ້ຢ່າງໄວ ແລະ ດ້ວຍຄວາມຈິງໃຈ. ພຽງເວົ້າວ່າ “ຂ້ອຍຂໍໂທດ” ສາມາດປິ່ນປົວບາດແຜ ແລະ ກໍ່ໃຫ້ເກີດການໃຫ້ອະໄພ ແລະ ການມີຄວາມຮັກ.
ສາດສະດາໂຈເຊັບ ສະມິດ ກໍເປັນຕົວຢ່າງໃຫ້ເຮົາ ດັ່ງທີ່ເພິ່ນໄດ້ທົນກັບການໂຈມຕີທີ່ຊົ່ວຮ້າຍ, ກັບຄົນທໍລະຍົດ, ແລະ ແມ່ນແຕ່ການບໍ່ລົງເອີ່ຍກັນຢູ່ໃນຄອບຄົວຂອງເພິ່ນ. ເພິ່ນໄດ້ໃຫ້ອະໄພຢ່າງໄວ, ເຖິງແມ່ນເພິ່ນຮູ້ວ່າ ຜູ້ໂຈມຕີອາດໂຈມຕີເພິ່ນອີກ. ເພິ່ນໄດ້ຂໍໂທດ, ແລະ ເພິ່ນໄດ້ໃຫ້ອະໄພດ້ວຍຄວາມເຕັມໃຈ.5
ການພັດທະນາວິນຍານແຫ່ງການເຜີຍແຜ່
ພວກລູກຊາຍຂອງໂມໄຊຢາ ໄດ້ຕັ້ງໃຈທີ່ຈະມອບພຣະກິດຕິຄຸນໃຫ້ທຸກຄົນ. ຄວາມປາດຖະໜານີ້ ໄດ້ເກີດຈາກປະສົບການສ່ວນຕົວຂອງເຂົາເຈົ້າ ນຳການກັບໃຈ. ເຂົາເຈົ້າບໍ່ຢາກໃຫ້ຜູ້ໃດໄດ້ຮັບທຸກທໍລະມານຈາກຜົນກະທົບຂອງບາບ ດັ່ງທີ່ເຂົາເຈົ້າໄດ້ຮັບ. ດັ່ງນັ້ນ ເຂົາເຈົ້າຈຶ່ງໄດ້ປະເຊີນກັບການຖືກປະຕິເສດ, ຄວາມຍາກລຳບາກ, ແລະ ສິ່ງອັນຕະລາຍ ເພື່ອສະເໜີມອບພຣະກິດຕິຄຸນຂອງພຣະເຢຊູຄຣິດ ໃຫ້ແກ່ສັດຕູຂອງເຂົາເຈົ້າ. ໃນຂະບວນການ, ເຂົາເຈົ້າໄດ້ພົບຄວາມຊື່ນຊົມ ໃນຫລາຍຄົນທີ່ໄດ້ກັບໃຈ ແລະ ປະສົບກັບຄວາມຊື່ນຊົມແຫ່ງການໃຫ້ອະໄພ ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ.
ສະມາຊິກໃນຄອບຄົວຂອງເຮົາ ຈະເຕີບໂຕໃນຄວາມປາດຖະໜາ ທີ່ຈະແບ່ງປັນພຣະກິດຕິຄຸນ ເມື່ອເຂົາເຈົ້າຮູ້ສຶກເຖິງຄວາມຊື່ນຊົມແຫ່ງການໃຫ້ອະໄພ. ສິ່ງນັ້ນສາມາດມາເຖິງໄດ້ ເມື່ອເຂົາເຈົ້າຕໍ່ພັນທະສັນຍາ ຂະນະທີ່ເຂົາເຈົ້າຮັບສ່ວນສິນລະລຶກ. ວິນຍານແຫ່ງການເຜີຍແຜ່ ຈະເຕີບໂຕຢູ່ໃນບ້ານເຮືອນຂອງເຮົາ ເມື່ອລູກໆ ແລະ ພໍ່ແມ່ຮູ້ສຶກເຖິງຄວາມຊື່ນຊົມແຫ່ງການໃຫ້ອະໄພ ໃນພິທີສິນລະລຶກ. ໂດຍຕົວຢ່າງທີ່ມີຄວາມຄາລະວະ, ທັງພໍ່ແມ່ ແລະ ລູກໆ ສາມາດຊ່ວຍກັນ ໃຫ້ຮູ້ສຶກເຖິງຄວາມຊື່ນຊົມນັ້ນ. ຄວາມຊື່ນຊົມນັ້ນສາມາດຊ່ວຍໄດ້ຫລາຍ ໃນການປ່ຽນບ້ານເຮືອນຂອງເຮົາ ໃຫ້ເປັນສູນອົບຮົມຜູ້ສອນສາດສະໜາ. ອາດບໍ່ແມ່ນທຸກຄົນທີ່ຈະໄປເຜີຍແຜ່, ແຕ່ທຸກຄົນຈະຮູ້ສຶກຢາກແບ່ງປັນພຣະກິດຕິຄຸນ, ຊຶ່ງໄດ້ນຳຄວາມຮູ້ສຶກແຫ່ງການໃຫ້ອະໄພ ແລະ ສັນຕິສຸກ ມາໃຫ້ເຂົາເຈົ້າ. ແລະ ບໍ່ວ່າກຳລັງຮັບໃຊ້ເຜີຍແຜ່ເຕັມເວລາຢູ່ ໃນເວລານີ້ ຫລື ບໍ່ກໍຕາມ, ທຸກຄົນສາມາດຮູ້ສຶກເຖິງຄວາມຊື່ນຊົມ ໃນການສະເໜີມອບພຣະກິດຕິຄຸນໃຫ້ກັບຄົນອື່ນ.
ການໄປຢ້ຽມຢາມພຣະວິຫານ
ສຳລັບພໍ່ແມ່ ແລະ ລູກໆ, ພຣະວິຫານເປັນໂອກາດທີ່ດີທີ່ສຸດ ທີ່ຈະມີຄວາມຮູ້ສຶກ ແລະ ຄວາມຮັກຕໍ່ສະຖານທີ່ແຫ່ງສະຫວັນ. ນັ້ນເປັນຄວາມຈິງແທ້ໆ ໂດຍສະເພາະຕອນລູກຍັງນ້ອຍຢູ່. ເດັກນ້ອຍໄດ້ເກີດມາດ້ວຍຄວາມສະຫວ່າງຂອງພຣະຄຣິດ. ເຖິງແມ່ນແອນ້ອຍກໍຍັງສາມາດຮູ້ສຶກວ່າ ພຣະວິຫານແມ່ນສັກສິດ. ເພາະພໍ່ແມ່ຮັກລູກນ້ອຍຂອງຕົນ, ພຣະວິຫານຈຶ່ງເປັນຕົວແທນໃຫ້ເຂົາເຈົ້າ ເຖິງຄວາມຫວັງທີ່ເຂົາເຈົ້າຈະມີລູກເພື່ອຮັກ ຢູ່ໃນຄອບຄົວນິລັນດອນຂອງເຂົາເຈົ້າ—ຕະຫລອດໄປ.
ພວກທ່ານບາງຄົນກໍມີຮູບພຣະວິຫານຢູ່ໃນບ້ານເຮືອນຂອງທ່ານ. ດັ່ງທີ່ພຣະວິຫານໄດ້ຖືກສ້າງຂຶ້ນຕື່ມ ຕະຫລອດທົ່ວໂລກ, ຈຶ່ງເຮັດໃຫ້ພໍ່ແມ່ຫລາຍຄົນສາມາດພາຄອບຄົວໄປຢ້ຽມຢາມພຣະວິຫານ. ບາງຄົນກໍສາມາດໄປຮ່ວມພິທີເປີດຊົມພຣະວິຫານ ຫລັງຈາກທີ່ສ້າງສຳເລັດ. ພໍ່ແມ່ສາມາດຖາມລູກໆວ່າ ພວກເຂົາຮູ້ສຶກແນວໃດ ທີ່ໄດ້ຢູ່ໃກ້ ຫລື ຢູ່ໃນພຣະວິຫານ.
ພໍ່ແມ່ທຸກຄົນສາມາດສະແດງປະຈັກພະຍານວ່າ ພຣະວິຫານມີຄວາມໝາຍແນວໃດຕໍ່ເຂົາເຈົ້າ. ປະທານເອສະຣາ ແທັບ ເບັນສັນ, ຜູ້ຮັກພຣະວິຫານ, ໄດ້ກ່າວເລື້ອຍໆ ເຖິງຕອນທີ່ແມ່ຂອງເພິ່ນໄດ້ລີດເຄື່ອງພຣະວິຫານຢ່າງລະມັດລະວັງ.6 ເພິ່ນໄດ້ເວົ້າເຖິງຕອນທີ່ເພິ່ນຍັງນ້ອຍ ທີ່ໄດ້ຫລຽວເບິ່ງຄອບຄົວ ຂະນະທີ່ເຂົາເຈົ້າອອກເຮືອນໄປພຣະວິຫານ.
ຕອນເພິ່ນເປັນປະທານຂອງສາດສະໜາຈັກ, ເພິ່ນໄດ້ໄປພຣະວິຫານໃນມື້ດຽວກັນນັ້ນ ທຸກອາທິດ. ເພິ່ນໄດ້ເຮັດວຽກງານພຣະວິຫານໃຫ້ບັນພະບຸລຸດຂອງເພິ່ນສະເໝີ. ສ່ວນຫລາຍແມ່ນຕົວຢ່າງຈາກພໍ່ແມ່ຂອງເພິ່ນ.
ປະຈັກພະຍານຂອງຂ້າພະເຈົ້າ
ທ່ານຈະພົບເຫັນຄວາມຊື່ນຊົມທີ່ຍິ່ງໃຫຍ່ທີ່ສຸດບາງຢ່າງ ໃນຄວາມມຸ່ງໝັ້ນ ທີ່ຈະເຮັດໃຫ້ບ້ານເຮືອນຂອງທ່ານເປັນສະຖານທີ່ແຫ່ງສັດທາ ໃນອົງພຣະເຢຊູຄຣິດເຈົ້າ ແລະ ເປັນສະຖານທີ່ຂະຫຍາຍຄວາມຮັກໄປທົ່ວທຸກບ່ອນ, ຄວາມຮັກອັນບໍລິສຸດຂອງພຣະຄຣິດ. ການຟື້ນຟູພຣະກິດຕິຄຸນໄດ້ເລີ່ມຕົ້ນດ້ວຍຄຳຖາມທີ່ຖ່ອມຕົວ ຊຶ່ງໄດ້ໄຕ່ຕອງຢູ່ໃນເຮືອນຫລັງນ້ອຍໆ, ແລະ ມັນສາມາດສືບຕໍ່ຢູ່ໃນແຕ່ລະບ້ານເຮືອນຂອງເຮົາ ຂະນະທີ່ເຮົາສືບຕໍ່ສ້າງສັນ ແລະ ເຝິກຝົນ ຫລັກທຳພຣະກິດຕິຄຸນຢູ່ໃນນັ້ນ. ສິ່ງນີ້ໄດ້ເປັນຄວາມຫວັງ ແລະ ເປັນຄວາມປາດຖະນາຢ່າງເລິກຊຶ້ງຂອງຂ້າພະເຈົ້າສະເໝີນັບຕັ້ງແຕ່ຂ້າພະເຈົ້າຍັງນ້ອຍໆຢູ່. ພວກທ່ານທຸກຄົນກໍເຫັນບ້ານເຮືອນເຊັ່ນນັ້ນໜ້ອຍໜຶ່ງແລ້ວ. ພວກທ່ານຫລາຍຄົນ ໄດ້ສ້າງມັນແລ້ວ ດ້ວຍຄວາມຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າ.
ບາງຄົນໄດ້ພະຍາຍາມດ້ວຍໃຈອັນເຕັມປ່ຽມສຳລັບພອນນັ້ນ, ແຕ່ກໍຍັງບໍ່ທັນໄດ້ຮັບເທື່ອ. ຂ້າພະເຈົ້າສັນຍາກັບທ່ານ ຄືກັນກັບສະມາຊິກຄົນໜຶ່ງຂອງກຸ່ມອັກຄະສາວົກສິບສອງ ໄດ້ສັນຍາກັບຂ້າພະເຈົ້າ. ຂ້າພະເຈົ້າໄດ້ເວົ້າກັບເພິ່ນວ່າ ເພາະການເລືອກ ທີ່ຍາດພີ່ນ້ອງບາງຄົນຂອງພວກເຮົາໄດ້ເຮັດລົງໄປ, ຂ້າພະເຈົ້າຄິດສົງໄສຢ້ານວ່າ ພວກເຮົາຈະບໍ່ໄດ້ຢູ່ນຳກັນ ໃນໂລກຕໍ່ໄປ. ເທົ່າທີ່ຂ້າພະເຈົ້າຈື່ໄດ້, ເພິ່ນເວົ້າວ່າ, “ມັນບໍ່ແມ່ນບັນຫາທີ່ເຈົ້າຕ້ອງເປັນຫ່ວງ. ຂໍໃຫ້ເຈົ້າພຽງແຕ່ດຳລົງຊີວິດໃຫ້ມີຄ່າຄວນຕໍ່ອານາຈັກຊັ້ນສູງກໍພໍແລ້ວ, ແລະ ການຈັດຕຽມຂອງຄອບຄົວນັ້ນ ຈະເລີດກວ່າທີ່ເຈົ້າຈິນຕະນາການໄດ້.”
ຂ້າພະເຈົ້າເຊື່ອວ່າ ເພິ່ນກໍໄດ້ໃຫ້ຄວາມຫວັງນັ້ນແກ່ເຮົາທຸກຄົນໃນຄວາມເປັນມະຕະ ທີ່ໄດ້ເຮັດຈົນສຸດຄວາມສາມາດເພື່ອຈະໃຫ້ຕົວເອງ ແລະ ຄອບຄົວເໝາະສົມ ສຳລັບຊີວິດນິລັນດອນ. ຂ້າພະເຈົ້າຮູ້ວ່າ ແຜນຂອງພຣະບິດາເທິງສະຫວັນ ແມ່ນແຜນແຫ່ງຄວາມສຸກ. ຂ້າພະເຈົ້າເປັນພະຍານວ່າ ແຜນຂອງພຣະອົງເຮັດໃຫ້ເປັນໄປໄດ້ສຳລັບເຮົາແຕ່ລະຄົນ ທີ່ໄດ້ເຮັດຈົນສຸດຄວາມສາມາດ ເພື່ອຜະນຶກເຂົ້າໃນຄອບຄົວຕະຫລອດໄປ.
ຂ້າພະເຈົ້າຮູ້ວ່າ ຂໍກະແຈຂອງຖານະປະໂລຫິດທີ່ຟື້ນຟູໃຫ້ກັບໂຈເຊັບ ສະມິດ ໄດ້ຖືກສົ່ງຕໍ່ມາເຖິງປະທານຣະໂຊ ເອັມ ແນວສັນ ຢ່າງບໍ່ເຄີຍຂາດສາຍ. ຂໍກະແຈເຫລົ່ານັ້ນໄດ້ເຮັດໃຫ້ການຜະນຶກຄອບຄົວເປັນໄປໄດ້ໃນທຸກວັນນີ້. ຂ້າພະເຈົ້າຮູ້ວ່າ ພຣະບິດາເທິງສະຫວັນຮັກເຮົາ, ລູກທາງວິນຍານຂອງພຣະອົງ, ດ້ວຍຄວາມຮັກທີ່ບໍລິບູນ. ຂ້າພະເຈົ້າຮູ້ວ່າ ເພາະການຊົດໃຊ້ຂອງພຣະເຢຊູຄຣິດ, ເຮົາຈຶ່ງສາມາດກັບໃຈ, ຖືກເຮັດໃຫ້ສະອາດ, ແລະ ມີຄ່າຄວນທີ່ຈະຢູ່ກັບຄອບຄົວທີ່ເຮົາຮັກຕະຫລອດໄປ ກັບພຣະບິດາເທິງສະຫວັນຂອງເຮົາ ແລະ ກັບພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດ. ຂ້າພະເຈົ້າເປັນພະຍານ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.