ຕຽມຮັບສິ່ງຈຳເປັນທຸກຢ່າງ
ຂ້າພະເຈົ້າເປັນພະຍານວ່າ ພອນທີ່ຊົດເຊີຍຈະມີມາ ໃນຂະນະທີ່ເຮົາພະຍາຍາມບັນລຸ ຄວາມຮັບຜິດຊອບຂອງເຮົາເອງ ທີ່ຈະຮຽນຮູ້ ແລະ ຮັກພຣະກິດຕິຄຸນທີ່ຟື້ນຟູຂອງພຣະເຢຊູຄຣິດ.
ໂຄງການ ແລະ ກິດຈະກຳຂອງ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ນັບມື້ນັບໃຫ້ບ້ານເຮືອນເປັນສູນກາງ ແລະ ສາດສະໜາຈັກສະໜັບສະໜູນ, ດັ່ງທີ່ໄດ້ເຫັນໂດຍການປະກາດການປ່ຽນແປງຕໍ່ໆກັນມາ ໃນກອງປະຊຸມໃຫຍ່ສາມັນຜ່ານມານີ້. ປະທານຣະໂຊ ເອັມ ແນວສັນ ໄດ້ແນະນຳເຮົາວ່າ: “ຍັງມີຫລາຍສິ່ງຫລາຍຢ່າງທີ່ຈະມີມາ. … ໃຫ້ກິນຢາວິຕະມິນຂອງທ່ານສາ. ພັກຜ່ອນໃຫ້ເຕັມທີ່. ມັນຈະເປັນເລື່ອງທີ່ໜ້າຕື່ນເຕັ້ນ.”1
ຂ້າພະເຈົ້າອະທິຖານ ແລະ ຂໍຄວາມຊ່ວຍເຫລືອຈາກພຣະວິນຍານບໍລິສຸດ ໃນຂະນະທີ່ເຮົາພິຈາລະນານຳກັນເຖິງ ຄວາມສຳຄັນຂັ້ນພື້ນຖານສີ່ຫ້າຂໍ້ ກ່ຽວກັບການປ່ຽນແປງເຫລົ່ານີ້ ໃນສາດສະໜາຈັກທີ່ຟື້ນຟູຂອງພຣະຜູ້ເປັນເຈົ້າ.
ການຮຽນຮູ້ພຣະກິດຕິຄຸນທີ່ໃຫ້ບ້ານເຮືອນເປັນສູນກາງ ແລະ ສາດສະໜາຈັກສະໜັບສະໜູນ
ເມື່ອບໍ່ດົນມານີ້ ແອວເດີ ຄະເຣກ ຊີ ຄຣິສເຕັນເຊັນ ແລະ ຂ້າພະເຈົ້າ ໄດ້ໄປຮ່ວມກອງປະຊຸມຜູ້ນຳຖານະປະໂລຫິດ, ແລະ ເພິ່ນໄດ້ໃຊ້ຄຳຖາມສອງຄຳ ເພື່ອເນັ້ນເຖິງຫລັກທຳຂອງການເຮັດໃຫ້ບ້ານເຮືອນເປັນສູນກາງ ແລະ ສາດສະໜາຈັກສະໜັບສະໜູນ. ເພິ່ນໄດ້ແນະນຳວ່າ ແທນທີທີ່ເຮົາຈະກັບເມືອເຮືອນ ຫລັງເລີກການປະຊຸມຢູ່ທີ່ໂບດໃນວັນອາທິດ ແລະ ຖາມວ່າ, “ເຈົ້າໄດ້ຮຽນຫຍັງແດ່ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະກິດຕິຄຸນຂອງພຣະອົງຢູ່ທີ່ໂບດມື້ນີ້?” ເຮົາຄວນຖາມໃນການປະຊຸມຂອງເຮົາຢູ່ທີ່ໂບດວ່າ, “ເຈົ້າໄດ້ຮຽນຫຍັງແດ່ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະກິດຕິຄຸນຂອງພຣະອົງອາທິດນີ້ ຢູ່ທີ່ບ້ານຂອງເຈົ້າ?” ການຮັກສາວັນຊະບາໂຕຢ່າງຖືກຕ້ອງ, ຫລັກສູດໃໝ່, ແລະ ຕາຕະລາງການປະຊຸມທີ່ຖືກປ່ຽນແປງ ທັງໝົດຊ່ວຍເຮົາໃຫ້ຮຽນຮູ້ພຣະກິດຕິຄຸນ ທັງໃນບ້ານຂອງເຮົາ ແລະ ຢູ່ທີ່ໂບດ.
ສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ແຕ່ລະຄົນມີຄວາມຮັບຜິດຊອບ ທີ່ຈະຮຽນຮູ້ ແລະ ດຳລົງຊີວິດຕາມຄຳສອນຂອງພຣະຜູ້ເປັນເຈົ້າ ແລະ ຮັບເອົາພິທີການແຫ່ງຄວາມລອດ ແລະ ຄວາມສູງສົ່ງ ໂດຍສິດອຳນາດທີ່ຖືກຕ້ອງ. ເຮົາບໍ່ຄວນຄາດຫວັງໃຫ້ສາດສະໜາຈັກ ໃນຖານະອົງການ ສິດສອນ ຫລື ບອກເຮົາທຸກສິ່ງທີ່ເຮົາຕ້ອງການທີ່ຈະຮູ້ ແລະ ເຮັດ ເພື່ອຈະກາຍເປັນສານຸສິດທີ່ອຸທິດຕົນ ແລະ ອົດທົນຢ່າງກ້າຫານຈົນເຖິງທີ່ສຸດ.2 ແຕ່, ຄວາມຮັບຜິດຊອບສ່ວນຕົວຂອງເຮົາ ແມ່ນທີ່ຈະຮຽນຮູ້ສິ່ງທີ່ເຮົາຄວນຮຽນຮູ້, ດຳລົງຊີວິດຕາມທີ່ເຮົາຮູ້ວ່າເຮົາຄວນເຮັດ, ແລະ ກາຍເປັນຜູ້ຄົນທີ່ພຣະອາຈານປະສົງໃຫ້ເຮົາກາຍເປັນ. ແລະ ບ້ານເຮືອນຂອງເຮົາກໍເປັນສະຖານທີ່ ທີ່ດີທີ່ສຸດສຳລັບການຮຽນຮູ້, ການດຳລົງຊີວິດ, ແລະ ການກາຍເປັນ.
ຕອນເປັນເດັກນ້ອຍ, ໂຈເຊັບ ສະມິດ ໄດ້ຮຽນຮູ້ກ່ຽວກັບພຣະເຈົ້າຈາກຄອບຄົວຂອງເພິ່ນ. ຄວາມພະຍາຍາມຂອງເພິ່ນທີ່ຈະຄົ້ນພົບພຣະປະສົງຂອງພຣະເຈົ້າ ທີ່ມີໄວ້ສຳລັບເພິ່ນ ໄດ້ເຮັດໃຫ້ ໂຈເຊັບ ຄົ້ນຫາຄວາມຈິງ ໃນບັນດານິກາຍຂອງຊາວຄຣິດຕ່າງໆ, ຄິດໄຕ່ຕອງຂໍ້ພຣະຄຳພີຢ່າງພາກພຽນ, ແລະ ອະທິຖານຫາພຣະເຈົ້າຢ່າງຈິງໃຈ. ເມື່ອຊາຍໜຸ່ມ ໂຈເຊັບ ສະມິດ ໄດ້ກັບໄປເຖິງບ້ານຂອງເພິ່ນຈາກປ່າສັກສິດ ຫລັງຈາກການປະກົດຕົວຂອງພຣະບິດາ ແລະ ພຣະບຸດ, ເພິ່ນໄດ້ເວົ້າກັບແມ່ຂອງເພິ່ນເປັນຄົນທຳອິດ. ໃນຂະນະທີ່ເພິ່ນ “ຢືນຝີງໄຟຢູ່, ແມ່ [ຂອງເພິ່ນ] ສອບຖາມວ່າມີຫຍັງເກີດຂຶ້ນ. [ໂຈເຊັບ] ໄດ້ຕອບວ່າ, ‘ບໍ່ມີຫຍັງດອກ, ທຸກຢ່າງດີ—ລູກສະບາຍດີ.’ ຈາກນັ້ນ [ເພິ່ນ] ໄດ້ກ່າວກັບແມ່ [ຂອງເພິ່ນ] ວ່າ, ‘ລູກໄດ້ຮຽນຮູ້ດ້ວຍຕົວເອງ.’”3 ປະສົບການຂອງ ໂຈເຊັບ ໃຫ້ເຮົາເຫັນແບບແຜນທີ່ມີພະລັງເຖິງການຮຽນຮູ້ທີ່ເຮົາແຕ່ລະຄົນຄວນປະຕິບັດຕາມ. ເຮົາກໍຈຳເປັນຕ້ອງຮຽນຮູ້ດ້ວຍຕົວເຮົາເອງຄືກັນ.
ຈຸດປະສົງທົ່ວໄປໃນແຜນຂອງພຣະບິດາແມ່ນ ເພື່ອໃຫ້ລູກໆຂອງພຣະອົງກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ. ດ້ວຍເຫດນັ້ນ, ພຣະອົງຈຶ່ງໃຫ້ເຮົາມີໂອກາດທີ່ຈຳເປັນ ເພື່ອເຕີບໂຕ ແລະ ກ້າວໜ້າ. ຄຳໝັ້ນສັນຍາຂອງເຮົາທີ່ຈະຮຽນຮູ້ ແລະ ດຳລົງຊີວິດຕາມຄວາມຈິງແມ່ນ ສຳຄັນຂຶ້ນເລື້ອຍໆ ຢູ່ໃນໂລກທີ່ “ສັບສົນວຸ້ນວາຍ”4 ແລະ ນັບມື້ນັບສັບສົນ ແລະ ຊົ່ວຮ້າຍຫລາຍຂຶ້ນ. ເຮົາຈະຄາດຫວັງພຽງແຕ່ຈະໄປຮ່ວມການປະຊຸມຢູ່ທີ່ໂບດ ແລະ ມີສ່ວນຮ່ວມໃນໂຄງການຕ່າງໆ ແລະ ແລ້ວໄດ້ຮັບການຮຽນຮູ້ ແລະ ການປົກປ້ອງທາງວິນຍານທຸກຢ່າງ ທີ່ຈະຊ່ວຍໃຫ້ເຮົາສາມາດ “ຕໍ່ຕ້ານໃນວັນຊົ່ວຮ້າຍນັ້ນ” ບໍ່ໄດ້ດອກ.5
“ພໍ່ແມ່ມີໜ້າທີ່ອັນສັກສິດທີ່ຈະລ້ຽງດູລູກໆຂອງຕົນດ້ວຍຄວາມຮັກ ແລະ ດ້ວຍຄວາມຊອບທຳ.”6 ຜູ້ນຳ, ຄູສອນ, ແລະ ກິດຈະກຳໃນສາດສະໜາຈັກທີ່ດົນໃຈ ຈະຊ່ວຍໃນຄວາມພະຍາຍາມຂອງບຸກຄົນ ແລະ ຄອບຄົວໃຫ້ເຕີບໂຕທາງວິນຍານ. ແລະ ເຖິງແມ່ນວ່າເຮົາທຸກຄົນຕ້ອງການຄວາມຊ່ວຍເຫລືອ ທີ່ຈະມຸ້ງໄປໜ້າຢູ່ໃນເສັ້ນທາງແຫ່ງພັນທະສັນຍາ, ຄວາມຮັບຜິດຊອບສຸດທ້າຍສຳລັບການພັດທະນາຄວາມເຂັ້ມແຂງ ແລະ ຄວາມອົດທົນທາງວິນຍານແມ່ນຂຶ້ນຢູ່ກັບເຮົາແຕ່ລະຄົນ.
ຂໍໃຫ້ຄິດເຖິງວິທີທີ່ ນີໄຟ, ລູກຊາຍຂອງສາດສະດາລີໄຮ, ໄດ້ປາດຖະໜາທີ່ຈະໄດ້ເຫັນ, ໄດ້ຍິນ, ແລະ ຮູ້ດ້ວຍເອງ ໂດຍອຳນາດຂອງພຣະວິນຍານບໍລິສຸດ ເຖິງສິ່ງທີ່ບິດາຂອງເພິ່ນໄດ້ຮຽນຮູ້ໃນພາບນິມິດກ່ຽວກັບຕົ້ນໄມ້ແຫ່ງຊີວິດ. ນີໄຟຕ້ອງການ ແລະ ໄດ້ຮັບພອນແທ້ໆໃນໄວໜຸ່ມຂອງເພິ່ນ ໂດຍຕົວຢ່າງ ແລະ ຄຳສອນຂອງ “ບິດາມານດາຜູ້ປະເສີດ” ຂອງເພິ່ນ.7 ແຕ່, ເໝືອນດັ່ງ ໂຈເຊັບ ສະມິດ, ເພິ່ນກໍໄດ້ປາດຖະໜາທີ່ຈະຮຽນຮູ້ ແລະ ຮູ້ຈັກດ້ວຍຕົວເພິ່ນເອງ.
ຖ້າຫາກວ່າທຸກສິ່ງທີ່ທ່ານ ຫລື ຂ້າພະເຈົ້າຮູ້ຈັກກ່ຽວກັບພຣະເຢຊູຄຣິດ ແລະ ພຣະກິດຕິຄຸນທີ່ຟື້ນຟູຂອງພຣະອົງ ຄືສິ່ງທີ່ຄົນອື່ນສອນ ຫລື ບອກເຮົາ, ແລ້ວພື້ນຖານຂອງປະຈັກພະຍານຂອງເຮົາເຖິງພຣະອົງ ແລະ ວຽກງານທີ່ຮຸ່ງໂລດຂອງພຣະອົງໃນຍຸກສຸດທ້າຍກໍຖືກສ້າງຂຶ້ນຢູ່ເທິງດິນຊາຍ.8 ເຮົາຈະເພິ່ງພາ ຫລື ຢືມໃຊ້ໃຄວາມສະຫວ່າງ ແລະ ຄວາມຮູ້ເລື່ອງພຣະກິດຕິຄຸນຈາກຄົນອື່ນເທົ່ານັ້ນບໍ່ໄດ້—ແມ່ນແຕ່ຜູ້ຄົນທີ່ເຮົາຮັກ ແລະ ໄວ້ວາງໃຈ.
ສິ່ງສຳຄັນກໍຄື, ສາດສະດາ ໂຈເຊັບ ສະມິດ ໄດ້ສອນວ່າ ໄພ່ພົນຍຸກສຸດທ້າຍແຕ່ລະຄົນຕ້ອງເຂົ້າໃຈດ້ວຍຕົວເອງເຖິງ “ຮູບແບບ ແລະ ຈຸດປະສົງຂອງພຣະເຈົ້າໃນການທີ່ເຮົາລົງມາຢູ່ເທິງໂລກ.”9
“ຖ້າເຮົາໄດ້ອ່ານ ແລະ ເຂົ້າໃຈທຸກສິ່ງທີ່ຖືກບັນທຶກໄວ້ຈາກວັນເວລາຂອງອາດາມ, ກ່ຽວກັບຄວາມສຳພັນຂອງມະນຸດກັບພຣະເຈົ້າ ແລະ ເຫລົ່າທູດໃນສະພາບການໃນອະນາຄົດ, ເຮົາກໍຍັງຈະຮູ້ເລື່ອງນີ້ພຽງເລັກນ້ອຍ. ການອ່ານເຖິງປະສົບການຂອງຄົນອື່ນ, ຫລື ການເປີດເຜີຍທີ່ມອບໃຫ້ ເຂົາເຈົ້າ, ຈະບໍ່ໃຫ້ ເຮົາ ໄດ້ເຫັນທັດສະນະຢ່າງຄົບຖ້ວນ ເຖິງສະພາບການ ແລະ ຄວາມສຳພັນທີ່ແທ້ຈິງຂອງເຮົາກັບພຣະເຈົ້າ. ຈະມີຄວາມຮູ້ເຖິງສິ່ງເຫລົ່ານີ້ໄດ້ໂດຍປະສົບການ ຜ່ານທາງພິທີການຂອງພຣະເຈົ້າ ທີ່ຖືກຈັດຕັ້ງຂຶ້ນມາເພື່ອຈຸດປະສົງນັ້ນ ເທົ່ານັ້ນ.”10
ການເຮັດໃຫ້ຄວາມສຳເລັດຜົນຂອງຈຸດປະສົງທີ່ຍິ່ງໃຫຍ່ທາງວິນຍານນີ້ ສຳລັບບຸກຄົນ ແລະ ຄອບຄົວ ຄືເຫດຜົນພື້ນຖານຂອງໂຄງການ ແລະ ກິດຈະກຳຕ່າງໆຂອງ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ແຮ່ງນັບມື້ນັບກາຍເປັນເລື່ອງທີ່ໃຫ້ບ້ານເຮືອນເປັນສູນກາງ ແລະ ສາດສະໜາຈັກສະໜັບສະໜູນ ໃນເວລານີ້ໂດຍສະເພາະ ຂອງຍຸກສະໄໝຂອງຄວາມສົມບູນແຫ່ງເວລາ.
ຜົນກະທົບຂອງການຮຽນຮູ້ພຣະກິດຕິຄຸນທີ່ໃຫ້ບ້ານເຮືອນເປັນສູນກາງ ແລະ ສາດສະໜາຈັກສະໜັບສະໜູນ
ຂ້າພະເຈົ້າຂໍສະຫລຸບເຖິງ ຜົນກະທົບພື້ນຖານບາງຢ່າງ ຂອງການຮຽນຮູ້ພຣະກິດຕິຄຸນ ທີ່ນັບມື້ນັບໃຫ້ບ້ານເຮືອນເປັນສູນກາງ ແລະ ສາດສະໜາຈັກສະໜັບສະໜູນ.
ສູນອົບຮົມຜູ້ສອນສາດສະໜາທີ່ດີທີ່ສຸດແມ່ນຢູ່ໃນບ້ານເຮືອນຂອງເຮົາ; ສູນອົບຮົມຜູ້ສອນສາດສະໜາອັນດັບສອງກໍຕັ້ງຢູ່ທີ່ເມືອງໂພຼໂວ, ມານິລາ, ແມັກຊີໂກ, ແລະ ສະຖານທີ່ອື່ນໆ. ຫ້ອງຮຽນວັນອາທິດທີ່ໃຫ້ການສິດສອນສ່ວນໃຫຍ່ ຄວນເປັນການສຶກສາຂອງສ່ວນບຸກຄົນ ແລະ ຄອບຄົວທີ່ເກີດຂຶ້ນຢູ່ບ່ອນທີ່ເຮົາອາໄສຢູ່; ຫ້ອງຮຽນທີ່ຊ່ວຍໄດ້ດີ ແຕ່ຍັງເປັນອັນດັບສອງກໍຖືກຈັດຂຶ້ນຢູ່ທີ່ຕຶກໂບດຂອງເຮົາ.
ບັດນນີ້ ສູນກາງປະຫວັດຄອບຄົວກໍຢູ່ທີ່ບ້ານເຮືອນຂອງເຮົາ. ຄວາມຊ່ວຍເຫລືອທີ່ສົ່ງເສີມສຳລັບວຽກງານຄົ້ນຄວ້າປະຫວັດຄອບຄົວກໍມີບໍລິການຢູ່ໃນຕຶກໂບດຂອງເຮົາຄືກັນ.
ຫ້ອງຮຽນກະກຽມໄປພຣະວິຫານທີ່ຈຳເປັນເກີດຂຶ້ນຢູ່ໃນບ້ານເຮືອນຂອງເຮົາ; ຫ້ອງຮຽນກະກຽມໄປພຣະວິຫານທີ່ສຳຄັນອັນດັບສອງກໍອາດຖືກຈັດຂຶ້ນເປັນບາງຄັ້ງບາງຄາວຢູ່ທີ່ຕຶກໂບດຂອງເຮົາຄືກັນ.
ການເຮັດໃຫ້ບ້ານເຮືອນຂອງເຮົາເປັນທີ່ຫລົບໄພ ບ່ອນທີ່ເຮົາສາມາດ “ຢືນຢູ່ໃນສະຖານທີ່ສັກສິດ”11 ແມ່ນຈຳເປັນແທ້ໃນວັນເວລາສຸດທ້າຍນີ້. ແລະ ເຖິງແມ່ນວ່າ ການຮຽນຮູ້ພຣະກິດຕິຄຸນທີ່ໃຫ້ບ້ານເຮືອນເປັນສູນກາງ ແລະ ສາດສະໜາຈັກສະໜັບສະໜູນ ນັ້ນສຳຄັນສຳລັບຄວາມເຂັ້ມແຂງ ແລະ ການປົກປ້ອງທາງວິນຍານຂອງເຮົາໃນວັນເວລານີ້ກໍຕາມ, ແຕ່ມັນແຮ່ງຈະຈຳເປັນຫລາຍຂຶ້ນໃນອະນາຄົດ.
ການຮຽນຮູ້ ແລະ ການກະກຽມໄປພຣະວິຫານ ທີ່ໃຫ້ບ້ານເຮືອນເປັນສູນກາງ ແລະ ສາດສະໜາຈັກສະໜັບສະໜູນ
ຂໍໃຫ້ພິຈາລະນາເຖິງຫລັກທຳທີ່ວ່າ “ບ້ານເຮືອນເປັນສູນກາງ ແລະ ສາດສະໜາຈັກສະໜັບສະໜູນ” ນັ້ນ ກ່ຽວພັນກັບການກະກຽມ ແລະ ການມີຄ່າຄວນຂອງເຮົາແຕ່ລະຄົນແນວໃດ ທີ່ຈະຮັບເອົາພິທີການ ແລະ ພັນທະສັນຍາສັກສິດໃນບ້ານຂອງພຣະຜູ້ເປັນເຈົ້າ.
ແນ່ນອນ, ການກະກຽມໄປພຣະວິຫານຈະເກີດຜົນດີທີ່ສຸດຢູ່ທີ່ບ້ານເຮືອນຂອງເຮົາ. ແຕ່ສະມາຊິກຂອງສາດສະໜາຈັກຫລາຍຄົນກໍບໍ່ແນ່ໃຈວ່າ ສິ່ງໃດຄວນ ແລະ ບໍ່ຄວນກ່າວເຖິງ ກ່ຽວກັບປະສົບການໃນພຣະວິຫານ ເມື່ອຢູ່ນອກພຣະວິຫານ.
ປະທານເອສະຣາ ແທັບ ເບັນສັນ ໄດ້ບັນຍາຍກ່ຽວກັບວ່າ ເປັນຫຍັງຈຶ່ງຍັງມີຄວາມບໍ່ແນ່ນອນໃຈ ດັ່ງນີ້:
“ພຣະວິຫານເປັນສະຖານທີ່ ທີ່ສັກສິດ, ແລະ ພິທີການຕ່າງໆທີ່ກະທຳຢູ່ໃນພຣະວິຫານກໍສັກສິດ. ເພາະຄວາມສັກສິດຂອງມັນ ບາງເທື່ອເຮົາກໍລັງເລໃຈ ທີ່ຈະກ່າວກ່ຽວກັບພຣະວິຫານໃຫ້ລູກໆ ແລະ ຫລານໆຂອງເຮົາຟັງ.
“ເພາະເຫດນີ້, ຫລາຍຄົນຈຶ່ງບໍ່ມີຄວາມປາດຖະໜາທີ່ແທ້ຈິງ ທີ່ຈະໄປພຣະວິຫານ, ຫລື ເມື່ອເຂົາເຈົ້າໄປທີ່ນັ້ນ, ເຂົາເຈົ້າກໍຂາດຄວາມຮູ້ຂັ້ນພື້ນຖານທີ່ສົມຄວນ ທີ່ຈະກະກຽມເຂົາເຈົ້າສຳລັບພັນທະ ແລະ ພັນທະສັນຍາທີ່ເຂົາເຈົ້າເຮັດລົງໄປ.
“ຂ້າພະເຈົ້າເຊື່ອວ່າ ຄວາມເຂົ້າໃຈ ຫລື ພື້ນຖານທີ່ຖືກຕ້ອງ ຈະຊ່ວຍກະກຽມຊາວໜຸ່ມຂອງເຮົາ ເພື່ອໄປພຣະວິຫານໄດ້ດີຫລາຍທີ່ສຸດ … [ແລະ] ເຊີດຊູຄວາມປາດຖະໜາພາຍໃນຕົວພວກເຂົາ ໃຫ້ສະແຫວງຫາພອນແຫ່ງຖານະປະໂລຫິດຂອງພວກເຂົາ ດັ່ງທີ່ ອັບຣາຮາມ ໄດ້ສະແຫວງຫາ.”12
ຄຳແນະນຳພື້ນຖານສອງຂໍ້ສາມາດຊ່ວຍເຮົາໃຫ້ບັນລຸຄວາມເຂົ້າໃຈທີ່ຖືກຕ້ອງ ທີ່ຖືກເນັ້ນໂດຍ ປະທານເບັນສັນ.
ຄຳແນະນຳຂໍ້ທີ 1. ເພາະເຮົາຮັກພຣະຜູ້ເປັນເຈົ້າ, ເຮົາຈຶ່ງກ່າວກ່ຽວກັບບ້ານທີ່ສັກສິດຂອງ ພຣະອົງດ້ວຍຄວາມຄາລະວະສະເໝີ. ເຮົາບໍ່ຄວນເປີດເຜີຍ ຫລື ບັນຍາຍເຖິງເຄື່ອງໝາຍພິເສດ ທີ່ກ່ຽວພັນກັບພັນທະສັນຍາ ທີ່ເຮົາໄດ້ຮັບພິທີການສັກສິດ ໃນພຣະວິຫານ. ແລະ ເຮົາກໍບໍ່ຄວນສົນທະນາເຖິງຂໍ້ມູນສັກສິດ ທີ່ເຮົາສັນຍາໃນພຣະວິຫານໂດຍສະເພາະ ວ່າຈະບໍ່ເປີດເຜີຍ.
ຄຳແນະນຳຂໍ້ທີ 2. ພຣະວິຫານແມ່ນບ້ານຂອງພຣະຜູ້ເປັນເຈົ້າ. ທຸກສິ່ງຢູ່ໃນພຣະວິຫານຊີ້ໄປຫາພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ. ເຮົາສາມາດສົນທະນາເຖິງຈຸດປະສົງພື້ນຖານ ແລະ ຄຳສອນ ແລະ ຫລັກທຳຕ່າງໆ ທີ່ກ່ຽວພັນກັບພິທີການ ແລະ ພັນທະສັນຍາຂອງພຣະວິຫານ.
ປະທານຮາວເວີດ ດັບເບິນຢູ ຮັນເທີ ໄດ້ແນະນຳວ່າ: “ໃຫ້ເຮົາແບ່ງປັນຄວາມຮູ້ສຶກທາງວິນຍານ ທີ່ເຮົາມີໃນພຣະວິຫານກັບລູກໆຂອງເຮົາ. ແລະ ໃຫ້ເຮົາສອນພວກເຂົາ ເຖິງສິ່ງທີ່ເຮົາສາມາດກ່າວເຖິງໄດ້ ດ້ວຍຄວາມຕັ້ງໃຈ ແລະ ດ້ວຍຄວາມສະບາຍອົກສະບາຍໃຈ ກ່ຽວກັບຈຸດປະສົງຂອງບ້ານຂອງພຣະຜູ້ເປັນເຈົ້າ.”13
ຕະຫລອດທົ່ວຍຸກສະໄໝ, ຈາກສາດສະດາ ໂຈເຊັບ ສະມິດ ຈົນເຖິງ ປະທານຣະໂຊ ເອັມ ແນວສັນ, ຈຸດປະສົງຂອງຄຳສອນເຖິງພິທີການ ແລະ ພັນທະສັນຍາຂອງພຣະວິຫານຕ່າງໆ ກໍຖືກສິດສອນໂດຍຜູ້ນຳຂອງສາດສະໜາຈັກ.14 ມີແຫລ່ງຊ່ວຍເຫລືອຢ່າງຫລວງຫລາຍ ທີ່ເປັນເອກະສານ, ໃນເທັບ ຫລື ໃນແຜ່ນສຽງ, ວິດີໂອ, ແລະ ໃນຮູບແບບອື່ນໆ ທີ່ຈະຊ່ວຍເຮົາໃຫ້ຮຽນຮູ້ກ່ຽວກັບພິທີການຊຳລະລ້າງ, ພິທີການຮັບຂອງປະທານສັກສິດ, ການແຕ່ງງານ, ແລະ ການຜະນຶກອື່ນໆ.15 ຂໍ້ມູນຕ່າງໆກໍມີບໍລິການ ກ່ຽວກັບການຕິດຕາມພຣະຜູ້ຊ່ວຍໃຫ້ລອດ ໂດຍການຮັບເອົາ ແລະ ການຮັກສາພັນທະສັນຍາ ທີ່ຈະຮັກສາກົດແຫ່ງການເຊື່ອຟັງ, ກົດແຫ່ງການເສຍສະລະ, ກົດຂອງພຣະກິດຕິຄຸນ, ກົດພົມມະຈັນ, ແລະ ກົດແຫ່ງການອຸທິດຖວາຍ.16 ສະມາຊິກຂອງສາດສະໜາຈັກທຸກຄົນຄວນມາຄຸ້ນເຄີຍກັບວັດຖຸປະສົງທີ່ດີເລີດ ທີ່ມີບໍລິການ ຢູ່ທີ່ temples.ChurchofJesusChrist.org.
ປະທານຣະໂຊ ເອັມ ແນວສັນ ໄດ້ເນັ້ນເຖິງຄວາມດຸນດ່ຽງທີ່ຈຳເປັນ ລະຫວ່າງຄວາມສັກສິດຂອງພິທີການພຣະວິຫານຕ່າງໆ ແລະ ຂໍ້ມູນທີ່ມີຄຸນຄ່າທີ່ສຸດກ່ຽວກັບພຣະວິຫານ ທີ່ສາດສະໜາຈັກໄດ້ຈັດພິມ ທີ່ຖືກຕ້ອງ, ສົມຄວນ, ແລະ ມີບໍລິການຢູ່ທົ່ວໄປ. ເພິ່ນໄດ້ອະທິບາຍວ່າ: “ຂ້າພະເຈົ້າຂໍແນະນຳໃຫ້ສະມາຊິກ … ອ່ານບົດຄຳສັບຢູ່ໃນ Bible Dictionary (ວັດຈະນະນຸກົມພຣະຄຣິສຕະທຳຄຳພີ) ທີ່ກ່ຽວຂ້ອງກັບພຣະວິຫານ, ດັ່ງເຊັ່ນ ‘ການເຈີມ,’ ‘ພັນທະສັນຍາ,’ ‘ການເສຍສະລະ,’ ແລະ ‘ພຣະວິຫານ.’ ເຮົາອາດຈະອ່ານ ອົບພະຍົບ, ບົດທີ 26–29, ແລະ ຊາວເລວີ, ບົດທີ 8. ພຣະຄຳພີເດີມ, ພ້ອມທັງໜັງສືຂອງ Moses ແລະ Abraham ຢູ່ໃນ Pearl of Great Price, ກໍເນັ້ນເຖິງວຽກງານພຣະວິຫານໃນສະໄໝບູຮານ ແລະ ຄວາມທົນທານຂອງພິທີການຕ່າງໆໃນນັ້ນ.”17
ສະນັ້ນ, ຂໍໃຫ້ວາດພາບເຫັນລູກຊາຍ ຫລື ລູກສາວຂອງທ່ານຖາມວ່າ, “ມີຄົນຢູ່ໂຮງຮຽນບອກລູກວ່າ ມີການນຸ່ງເຄື່ອງແປກປະຫລາດຢູ່ໃນພຣະວິຫານ. ນັ້ນແມ່ນຄວາມຈິງບໍ?” ວິດີໂອສັ້ນໆມີບໍລິການ ຢູ່ທີ່ temples.ChurchofJesusChrist.org entitled “Sacred Temple Clothing.” ແຫລ່ງຊ່ວຍເຫລືອທີ່ດີເລີດນີ້ຈະອະທິບາຍວິທີທີ່ ບັນດາຊາຍ ແລະ ຍິງ ຈາກຍຸກສະໄໝບູຮານໄດ້ເປີດໃຈຮັບເອົາເພງສັກສິດ, ຮູບແບບຂອງການອະທິຖານທີ່ແຕກຕ່າງ, ເຄື່ອງນຸ່ງທີ່ເປັນສັນຍາລັກທາງສາດສະໜາ, ສັນຍານ, ແລະ ພິທີການ ເພື່ອສະແດງເຖິງຄວາມຮູ້ສຶກຂອງຄວາມອຸທິດຕົນຢ່າງເລິກຊຶ້ງຂອງເຂົາເຈົ້າ ທີ່ມີຕໍ່ພຣະເຈົ້າ. ສະນັ້ນ, ສາດສະໜາຈັກຈຶ່ງສະໜັບສະໜູນ ການກະກຽມທີ່ໃຫ້ບ້ານເຮືອນເປັນສູນກາງ ສຳລັບພອນທີ່ຮຸ່ງໂລດຂອງພຣະວິຫານ ຜ່ານທາງການແນະນຳຂັ້ນພື້ນຖານ ແລະ ແຫລ່ງຊ່ວຍເຫລືອທີ່ດີເລີດ ດັ່ງເຊັ່ນວິດີໂອນີ້. ຂໍ້ມູນທີ່ໃຊ້ໄດ້ເປັນປະໂຫຍດກໍມີບໍລິການໃຫ້ແກ່ທ່ານ.18
ໃນຂະນະທີ່ເຮົາພະຍາຍາມ ທີ່ຈະກ້າວໄປໃນຄວາມອ່ອນນ້ອມຂອງພຣະວິນຍານ ຂອງພຣະຜູ້ເປັນເຈົ້າ,19 ເຮົາຈະໄດ້ຮັບພອນ ທີ່ຈະເຂົ້າໃຈ ແລະ ບັນລຸຄວາມດຸນດ່ຽງລະຫວ່າງສິ່ງທີ່ຄວນ ແລະ ບໍ່ຄວນ ທີ່ຈະສົນທະນາກ່ຽວກັບພິທີການພຣະວິຫານ ແລະ ພັນທະສັນຍາທີ່ສັກສິດຕ່າງໆ.
ຄຳສັນຍາ ແລະ ປະຈັກພະຍານ
ຂ້າພະເຈົ້າສົງໄສວ່າ ທ່ານບາງຄົນອາດຄິດ ຖ້າຫາກວ່າການຮຽນຮູ້ພຣະກິດຕິຄຸນຂອງທ່ານ ແທ້ໆແລ້ວຈະໃຫ້ບ້ານເຮືອນເປັນສູນກາງ ແລະ ສາດສະໜາຈັກສະໜັບສະໜູນໄດ້ແທ້ບໍ. ບາງທີທ່ານເປັນສະມາຊິກຂອງສາດສະໜາຈັກພຽງຜູ້ດຽວໃນຄອບຄົວຂອງທ່ານ, ຫລື ມີຄູ່ຄອງທີ່ບໍ່ສະໜັບສະໜູນ, ຫລື ເປັນພໍ່ ຫລື ແມ່ທີ່ລ້ຽງລູກດ້ວຍຕົວຄົນດຽວ, ຫລື ຢູ່ຄົນດຽວ ໃນຖານະໄພ່ພົນຍຸກສຸດທ້າຍທີ່ເປັນໂສດ ຫລື ຢ່າຮ້າງແລ້ວ, ແລະ ທ່ານອາດມີຄຳຖາມວ່າ ຫລັກທຳເຫລົ່ານີ້ກ່ຽວຂ້ອງກັບທ່ານແນວໃດ. ທ່ານອາດເປັນສາມີ ແລະ ພັນລະຍາ ທີ່ເບິ່ງໜ້າກັນ ແລະ ຖາມວ່າ, “ເຮົາຈະເຮັດສິ່ງນີ້ໄດ້ບໍ?”
ແມ່ນແລ້ວ, ທ່ານເຮັດສິ່ງນີ້ໄດ້! ຂ້າພະເຈົ້າສັນຍາວ່າ ພອນທີ່ເຮັດໃຫ້ເປັນໄປໄດ້ ຈະຫລັ່ງໄຫລມາ ແລະ ເຫັນມັນປະຈັກຢູ່ໃນຊີວິດຂອງທ່ານ. ປະຕູຈະເປີດອອກ. ຄວາມສະຫວ່າງຈະສ່ອງແສງອອກມາ. ຄວາມສາມາດຂອງທ່ານຈະເພີ່ມທະວີຂຶ້ນ ເພື່ອຈະບາກບັ່ນຕໍ່ໄປຢ່າງພາກພຽນ ແລະ ຢ່າງອົດທົນ.
ຂ້າພະເຈົ້າເປັນພະຍານດ້ວຍຄວາມຊື່ນຊົມວ່າ ພອນທີ່ຊົດເຊີຍຈະມີມາ ໃນຂະນະທີ່ເຮົາພະຍາຍາມບັນລຸຄວາມຮັບຜິດຊອບຂອງເຮົາເອງ ທີ່ຈະຮຽນຮູ້ ແລະ ຮັກພຣະກິດຕິຄຸນທີ່ຟື້ນຟູຂອງພຣະເຢຊູຄຣິດ. ເຮົາສາມາດ “ຕຽມຮັບສິ່ງຈຳເປັນທຸກຢ່າງ.”20 ຂ້າພະເຈົ້າຂໍສັນຍາ ແລະ ເປັນພະຍານ ໃນພຣະນາມອັນສັກສິດຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.