ອຳນາດແຫ່ງການຜະນຶກ
ອຳນາດແຫ່ງການຜະນຶກເຮັດໃຫ້ຄວາມລອດສ່ວນຕົວ ແລະ ຄວາມສູງສົ່ງຂອງຄອບຄົວມີໃຫ້ແກ່ລູກໆທຸກຄົນຂອງພຣະເຈົ້າ.
ມີທຳນາຍໄວ້ ຢ່າງໜ້ອຍນັບຕັ້ງແຕ່ໃນສະໄໝຂອງເອຊາຢາ1 ວ່າໃນສະໄໝຍຸກສຸດທ້າຍ, ວ່າຜູ້ຄົນແຫ່ງພັນທະສັນຍາສະໄໝບູຮານຂອງພຣະຜູ້ເປັນເຈົ້າ, ເຊື້ອສາຍອິດສະຣາເອນ, ຄວນ “ຖືກເຕົ້າໂຮມເຂົ້າມາຈາກການແຕກກະຈັດກະຈາຍໄປເປັນເວລາດົນນານຂອງພວກເຂົາ, ຈາກເກາະໃນທະເລ, ແລະ ຈາກສີ່ທິດຂອງແຜ່ນດິນໂລກ”2 ແລະ ຟື້ນຟູສູ່ “ແຜ່ນດິນຊຶ່ງເປັນມູນມໍລະດົກ.”3 ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວເລື້ອຍໆ ແລະ ຢ່າງມີພະລັງກ່ຽວກັບການເຕົ້າໂຮມນີ້, ເອີ້ນມັນວ່າ “ສິ່ງສຳຄັນທີ່ສຸດ ທີ່ກຳລັງເກີດຂຶ້ນຢູ່ໃນໂລກ ໃນທຸກວັນນີ້.”4
ແມ່ນຫຍັງຄືຈຸດປະສົງຂອງການເຕົ້າໂຮມນີ້?
ໂດຍການເປີດເຜີຍຂອງສາດສະດາໂຈເຊັບ ສະມິດ, ພຣະຜູ້ເປັນເຈົ້າໄດ້ລະບຸຈຸດປະສົງໜຶ່ງວ່າເປັນການປົກປ້ອງຜູ້ຄົນແຫ່ງພັນທະສັນຍາ. ພຣະອົງໄດ້ກ່າວວ່າ, “ການເຕົ້າໂຮມຢູ່ເທິງແຜ່ນດິນຊີໂອນ, ແລະ ເທິງສະເຕກຂອງນາງ, [ຈະ] ເກີດຂຶ້ນເພື່ອການປົກປ້ອງ, ແລະ ເພື່ອເປັນບ່ອນຫລົບໄພຈາກພະຍຸ, ແລະ ຈາກພຣະພິໂລດເມື່ອມັນຈະຖອກເທລົງມາໂດຍສຸດພະລັງເທິງທັງແຜ່ນດິນໂລກ.”5 “ພຣະພິໂລດ” ໃນເນື້ອຄວາມນີ້ອາດເຂົ້າໃຈວ່າເປັນທຳມະຊາດຂອງການບໍ່ເຊື່ອຟັງກົດ ແລະ ພຣະບັນຍັດຂອງພຣະເຈົ້າ.
ສິ່ງສຳຄັນທີ່ສຸດ, ການເຕົ້າໂຮມແມ່ນຈຸດປະສົງຂອງການນຳພອນແຫ່ງຄວາມລອດ ແລະ ຄວາມສູງສົ່ງໄປໃຫ້ທຸກຄົນທີ່ຈະຮັບເອົາມັນ. ນີ້ເປັນການບັນລຸຜົນຕາມຄຳສັນຍາທີ່ປະທານແກ່ອັບຣາຮາມ. ພຣະຜູ້ເປັນເຈົ້າໄດ້ບອກອັບຣາຮາມວ່າ ຜ່ານທາງລູກຫລານຂອງເພິ່ນ ແລະ ຖານະປະໂລຫິດ “ຄອບຄົວທັງໝົດຂອງແຜ່ນດິນໂລກ [ຈະ] ໄດ້ຮັບພອນ, ແມ່ນແຕ່ດ້ວຍພອນແຫ່ງພຣະກິດຕິຄຸນ, ຊຶ່ງເປັນພອນແຫ່ງຄວາມລອດ, ແມ່ນແຕ່ຊີວິດນິລັນດອນ.”6 ປະທານແນວສັນໄດ້ກ່າວໃນທາງນີ້: “ເມື່ອເຮົາຮັບເອົາພຣະກິດຕິຄຸນ ແລະ ຮັບບັບຕິສະມາ, ເຮົາໄດ້ຮັບເອົາພຣະນາມອັນສັກສິດຂອງພຣະເຢຊູຄຣິດ. ການບັບຕິສະມາແມ່ນປະຕູທີ່ນຳໄປສູ່ການກາຍເປັນຜູ້ໄດ້ຮັບມໍລະດົກແຫ່ງຄຳສັນຍາທັງໝົດນຳກັນທີ່ພຣະຜູ້ເປັນເຈົ້າໄດ້ມອບໃຫ້ແກ່ ອັບຣາຮາມ, ອີຊາກ, ຢາໂຄບ, ແລະ ລູກຫລານຂອງພວກເພິ່ນ.”7
ໃນປີ 1836, ໂມເຊໄດ້ປະກົດຕົວຕໍ່ສາດສະດາໂຈເຊັບ ສະມິດ ໃນພຣະວິຫານເຄີດແລນ ແລະ “ມອບ … ຂໍກະແຈແຫ່ງການເຕົ້າໂຮມຂອງຊາວອິດສະຣາເອນຈາກສີ່ທິດຂອງແຜ່ນດິນໂລກ.”8 ໃນໂອກາດດຽວກັນນັ້ນ, ອີລາຍໄດ້ປະກົດຕົວ ແລະ “ໄດ້ມອບໝາຍຍຸກສະໄໝແຫ່ງພຣະກິດຕິຄຸນຂອງອັບຣາຮາມໃຫ້, ໂດຍກ່າວວ່າ ໃນພວກເຮົາ ແລະ ລູກຫລານຂອງພວກເຮົາ ຄົນທຸກລຸ້ນຕໍ່ຈາກພວກເຮົາຈະໄດ້ຮັບພອນ.”9 ດ້ວຍສິດອຳນາດນີ້, ບັດນີ້ເຮົານຳພຣະກິດຕິຄຸນຂອງພຣະເຢຊູຄຣິດ—ຂ່າວດີແຫ່ງການໄຖ່ຜ່ານທາງພຣະອົງ—ໄປສູ່ທຸກພາກສ່ວນ ແລະ ຜູ້ຄົນຢູ່ເທິງແຜ່ນດິນໂລກ ແລະ ເຕົ້າໂຮມທຸກຄົນທີ່ຈະເຂົ້າສູ່ພັນທະສັນຍາແຫ່ງພຣະກິດຕິຄຸນ. ເຂົາເຈົ້າກາຍເປັນ “ລູກຫລານຂອງອັບຣາຮາມ, ແລະ ສາດສະໜາຈັກ ແລະ ອານາຈັກ, ແລະ ຜູ້ຖືກເລືອກໄວ້ຂອງພຣະເຈົ້າ.”10
ໃນໂອກາດດຽວກັນໃນພຣະວິຫານເຄີດແລນ, ມີຜູ້ສົ່ງຂ່າວຈາກສະຫວັນໄດ້ມາປະກົດຕົວຕໍ່ໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ. ຂ້າພະເຈົ້າກ່າວເຖິງສາດສະດາ ເອລີຢາ, ແລະ ມັນແມ່ນສິດອຳນາດ ແລະ ຂໍກະແຈທີ່ເພິ່ນຟື້ນຟູ ທີ່ຂ້າພະເຈົ້າຕ້ອງການກ່າວເຖິງໃນມື້ນີ້.11 ອຳນາດໃນການຮັບຮອງພິທີການຂອງຖານະປະໂລຫິດທັງໝົດ ແລະ ເຮັດໃຫ້ມັນຜູກມັດທັງແຜ່ນດິນໂລກ ແລະ ສະຫວັນ—ອຳນາດແຫ່ງການຜະນຶກ—ແມ່ນສຳຄັນສຳລັບການເຕົ້າໂຮມ ແລະ ການກຽມຜູ້ຄົນແຫ່ງພັນທະສັນຍາຢູ່ທັງສອງຟາກມ່ານ.
ຫລາຍປີກ່ອນ, ໂມໂຣໄນໄດ້ບອກໂຈເຊັບ ສະມິດ ຢ່າງແຈ່ມແຈ້ງວ່າ ເອລີຢາຈະນຳສິດອຳນາດຖານະປະໂລຫິດມາ ທີ່ວ່າ: “ເຮົາຈະເປີດເຜີຍຖານະປະໂລຫິດແກ່ເຈົ້າ, ໂດຍມືຂອງເອລີຢາຜູ້ເປັນສາດສະດາ.”12 ຕໍ່ມາໂຈເຊັບ ສະມິດ ໄດ້ອະທິບາຍວ່າ: “ເປັນຫຍັງຈຶ່ງສົ່ງເອລີຢາມາ? ເພາະເພິ່ນດຳລົງຂໍກະແຈສິດອຳນາດເພື່ອປະຕິບັດສາດສະໜາກິດທັງໝົດຂອງຖານະປະໂລຫິດ ແລະ [ເວັ້ນເສຍແຕ່] ສິດອຳນາດຈະຖືກມອບໃຫ້, ພິທີການບໍ່ສາມາດຖືກປະຕິບັດໃນຄວາມຊອບທຳ”13—ນັ້ນຄື, ພິທີການຈະບໍ່ມີຜົນທັງໃນການເວລາ ແລະ ນິລັນດອນ.14
ໃນຄຳສອນທີ່ປະຈຸບັນຍອມຮັບເປັນພຣະຄຳພີໃນ ຄຳສອນ ແລະ ພັນທະສັນຍາ, ສາດສະດາໄດ້ກ່າວວ່າ: “ກັບບາງຄົນ ອາດເບິ່ງຄືວ່າ ມັນເປັນຄຳສອນທີ່ອາດຫານຫລາຍທີ່ພວກເຮົາກ່າວເຖິງ—ເປັນອຳນາດຊຶ່ງບັນທຶກໄວ້ ຫລື ຜູກມັດໄວ້ຢູ່ເທິງແຜ່ນດິນໂລກ ແລະ ຜູກມັດໄວ້ຢູ່ໃນສະຫວັນ. ເຖິງຢ່າງໃດກໍຕາມ, ໃນທຸກຍຸກທຸກສະໄໝຂອງໂລກ, ເມື່ອໃດກໍຕາມທີ່ພຣະຜູ້ເປັນເຈົ້າໄດ້ມອບຍຸກສະໄໝຂອງຖານະປະໂລຫິດ ໃຫ້ມະນຸດຄົນໃດ ໂດຍການເປີດເຜີຍໂດຍກົງ, ຫລື ຄົນກຸ່ມໃດກໍຕາມ, ອຳນາດນີ້ໄດ້ຖືກມອບໃຫ້ສະເໝີ. ດ້ວຍເຫດນີ້, ອັນໃດກໍຕາມທີ່ຄົນເຫລົ່ານີ້ເຮັດໄປໃນສິດອຳນາດ, ໃນພຣະນາມຂອງພຣະຜູ້ເປັນເຈົ້າ, ແລະ ເຮັດຢ່າງຖືກຕ້ອງ ແລະ ຢ່າງຊື່ສັດ, ແລະ ຂຽນບັນທຶກໃນສິ່ງດຽວກັນໄວ້ຢ່າງຖືກຕ້ອງ ແລະ ຊື່ສັດ, ແລ້ວມັນຈະກາຍເປັນກົດຢູ່ເທິງແຜ່ນດິນໂລກ ແລະ ໃນສະຫວັນ, ແລະ ລົບລ້າງບໍ່ໄດ້, ຕາມຄຳສັ່ງຂອງພຣະເຢໂຮວາຜູ້ຍິ່ງໃຫຍ່.”15
ເຮົາມັກຈະຄິດວ່າ ສິດອຳນາດແຫ່ງການຜະນຶກເປັນການນຳໃຊ້ພຽງແຕ່ກັບພິທີການພຣະວິຫານສະເພາະເທົ່ານັ້ນ, ແຕ່ວ່າສິດອຳນາດແມ່ນຈຳເປັນຕໍ່ການເຮັດໃຫ້ພິທີການມີຜົນໃຊ້ບັງຄັບ ແລະ ມີຜົນຜູກພັນຜ່ານຂ້າມຄວາມຕາຍ.16 ອຳນາດການຜະນຶກມອບຕາປະທັບແຫ່ງຄວາມຊອບທຳໃຫ້ກັບການບັບຕິສະມາຂອງທ່ານ, ເປັນຕົ້ນ, ເພື່ອໃຫ້ໄດ້ຮັບການຍອມຮັບຢູ່ທີ່ນີ້ ແລະ ໃນສະຫວັນ. ໃນທີ່ສຸດ, ພິທີການຂອງຖານະປະໂລຫິດທັງໝົດຖືກປະຕິບັດພາຍໃຕ້ຂໍກະແຈຂອງປະທານຂອງສາດສະໜາຈັກ, ແລະ ປະທານໂຈເຊັບ ຟຽວດິງ ສະມິດ ໄດ້ອະທິບາຍວ່າ: “ເພິ່ນ [ປະທານຂອງສາດສະໜາຈັກ] ໄດ້ມອບສິດອຳນາດໃຫ້ເຮົາ, ເພິ່ນໃສ່ອຳນາດການຜະນຶກໄວ້ໃນຖານະປະໂລຫິດຂອງເຮົາ, ເພາະເພິ່ນດຳລົງຂໍກະແຈເຫລົ່ານັ້ນ.”17
ມີຈຸດປະສົງສຳຄັນອີກຢ່າງໜຶ່ງໃນການເຕົ້າໂຮມອິດສະຣາເອນທີ່ມີຄວາມໝາຍພິເສດ ເມື່ອເຮົາເວົ້າເຖິງການຜະນຶກຢູ່ເທິງແຜ່ນດິນໂລກ ແລະ ໃນສະຫວັນ—ນັ້ນຄື, ການສ້າງ ແລະ ການດຳເນີນງານພຣະວິຫານ. ດັ່ງທີ່ສາດສະດາໂຈເຊັບ ສະມິດ ໄດ້ອະທິບາຍວ່າ: “ແມ່ນຫຍັງຄືຈຸດປະສົງຂອງພຣະເຈົ້າໃນການເຕົ້າໂຮມ … ຜູ້ຄົນຂອງພຣະເຈົ້າ ໃນທຸກຍຸກທຸກສະໄໝຂອງໂລກ? … ຈຸດປະສົງຕົ້ນຕໍແມ່ນ ເພື່ອກໍ່ສ້າງບ້ານແດ່ພຣະຜູ້ເປັນເຈົ້າ ບ່ອນທີ່ພຣະອົງຈະສາມາດເປີດເຜີຍພິທີການຂອງບ້ານຂອງພຣະອົງ ແລະ ລັດສະໝີພາບຂອງອານາຈັກຂອງພຣະອົງໃຫ້ແກ່ຜູ້ຄົນຂອງພຣະອົງ, ແລະ ເພື່ອສິດສອນວິທີທາງແຫ່ງຄວາມລອດໃຫ້ແກ່ຜູ້ຄົນ; ເພາະມີພິທີການ ແລະ ຫລັກທຳໂດຍສະເພາະ, ເມື່ອຖືກສິດສອນ ແລະ ຝຶກປະຕິບັດຕາມ, ຕ້ອງເກີດຂຶ້ນໃນສະຖານທີ່ໃດໜຶ່ງ ຫລື ບ້ານທີ່ຖືກສ້າງຂຶ້ນມາເພື່ອຈຸດປະສົງນັ້ນໂດຍສະເພາະ.”18
ຄວາມຖືກຕ້ອງທີ່ອຳນາດແຫ່ງການຜະນຶກມອບໃຫ້ພິທີການຂອງຖານະປະໂລຫິດ ແມ່ນລວມທັງ, ແນ່ນອນ, ພິທີການກະທຳແທນ ໃນສະຖານທີ່ ທີ່ພຣະຜູ້ເປັນເຈົ້າໄດ້ກຳນົດໄວ້—ພຣະວິຫານຂອງພຣະອົງ. ໃນທີ່ນີ້ເຮົາເຫັນຄວາມຍິ່ງໃຫຍ່ ແລະ ຄວາມສັກສິດຂອງອຳນາດແຫ່ງການຜະນຶກ—ມັນເຮັດໃຫ້ຄວາມລອດສ່ວນຕົວ ແລະ ຄວາມສູງສົ່ງຂອງຄອບຄົວມີໃຫ້ແກ່ລູກໆທຸກຄົນຂອງພຣະເຈົ້າ ບ່ອນໃດກໍຕາມ ແລະ ເມື່ອໃດກໍຕາມທີ່ເຂົາເຈົ້າມີຊີວິດຢູ່ໃນໂລກ. ບໍ່ມີທິດສະດີ ຫລື ປັດຊະຍາ ຫລື ສິດອຳນາດອື່ນໃດ ທີ່ສາມາດທຽບເທົ່າໄດ້ກັບໂອກາດທີ່ລວມທຸກຢ່າງໄວ້ເຊັ່ນນັ້ນ. ອຳນາດແຫ່ງການຜະນຶກນີ້ເປັນການສະແດງໃຫ້ປະຈັກເຖິງຄວາມທ່ຽງທຳ, ຄວາມເມດຕາ, ແລະ ຄວາມຮັກຂອງພຣະເຈົ້າ.
ດ້ວຍການເຂົ້າເຖິງອຳນາດແຫ່ງການຜະນຶກ, ໃຈຂອງເຮົາຈຶ່ງຫັນໄປຫາຜູ້ທີ່ຈາກໄປແລ້ວຕາມທຳມະຊາດ. ການເຕົ້າໂຮມໃນຍຸກສຸດທ້າຍເຂົ້າສູ່ພັນທະສັນຍາຈະຂ້າມຜ່ານມ່ານໄປ. ໃນລະບຽບທີ່ສົມບູນຂອງພຣະເຈົ້າ, ຜູ້ມີຊີວິດຢູ່ບໍ່ສາມາດປະສົບຊີວິດນິລັນດອນໃນຄວາມບໍລິບູນຂອງມັນປາດສະຈາກການເຊື່ອມຕໍ່ບ້ວງອັນຍືນຍົງເຂົ້າກັບ “ພໍ່,” ບັນພະບຸລຸດຂອງເຮົາ. ເຊັ່ນດຽວກັນ, ຄວາມກ້າວໜ້າຂອງຜູ້ທີ່ພ້ອມແລ້ວຢູ່ອີກຟາກໜຶ່ງ, ຫລື ຜູ້ທີ່ຍັງບໍ່ໄດ້ກ້າວຜ່ານມ່ານແຫ່ງຄວາມຕາຍເທື່ອ ໂດຍບໍ່ໄດ້ຮັບຜົນປະໂຫຍດຈາກການຜະນຶກ ຈະບໍ່ສົມບູນຈົນກວ່າພິທີການກະທຳແທນຈະຜູກມັດເຂົາເຈົ້າເຂົ້າກັນກັບເຮົາ, ເຊື້ອສາຍຂອງເຂົາເຈົ້າ, ແລະ ເຮົາເຂົ້າກັນກັບເຂົາເຈົ້າໃນລະບຽບການແຫ່ງສະຫວັນ.19 ຄຳໝັ້ນສັນຍາທີ່ຈະຊ່ວຍເຫລືອກັນແລະກັນຂ້າມຜ່ານມ່ານ ສາມາດຈຳແນກວ່າເປັນຄຳສັນຍາຂອງພັນທະສັນຍາ, ເປັນສ່ວນໜຶ່ງຂອງພັນທະສັນຍາໃໝ່ ແລະ ເປັນນິດ. ໃນຖ້ອຍຄຳຂອງໂຈເຊັບ ສະມິດ, ເຮົາຢາກ “ຜະນຶກຄົນຕາຍຂອງເຮົາ ເພື່ອອອກມາ [ກັບເຮົາ] ໃນການຟື້ນຄືນຊີວິດຄັ້ງທຳອິດ.”20
ການສະແດງໃຫ້ປະຈັກທີ່ສູງສຸດ ແລະ ສັກສິດທີ່ສຸດ ຂອງອຳນາດແຫ່ງການຜະນຶກ ແມ່ນຢູ່ໃນການຮ່ວມເຂົ້າກັນຊົ່ວນິລັນດອນຂອງຊາຍ ແລະ ຍິງ ໃນການແຕ່ງງານ ແລະ ການເຊື່ອມຕໍ່ຂອງມະນຸດຊາດຜ່ານທາງທຸກລຸ້ນຄົນຂອງພວກເຂົາ. ເນື່ອງຈາກສິດອຳນາດໃນການປະກອບພິທີການເຫລົ່ານີ້ແມ່ນສັກສິດຫລາຍ, ປະທານຂອງສາດສະໜາຈັກຈຶ່ງດູແລການມອບໝາຍໃຫ້ຜູ້ອື່ນເປັນການສ່ວນຕົວ. ປະທານກໍດອນ ບີ ຮິງລີ ໄດ້ກ່າວໃນໂອກາດໜຶ່ງວ່າ, “ຂ້າພະເຈົ້າໄດ້ກ່າວຫລາຍເທື່ອວ່າ ຖ້າຫາກບໍ່ມີຫຍັງເລີຍອອກມາຈາກຄວາມໂສກເສົ້າ ແລະ ວຽກງານ ແລະ ຄວາມເຈັບປວດຂອງການຟື້ນຟູ ຍົກເວັ້ນແຕ່ອຳນາດແຫ່ງການຜະນຶກຂອງຖານະປະໂລຫິດທີ່ສັກສິດ ເພື່ອຈະຜູກມັດຄອບຄົວເຂົ້າກັນຕະຫລອດໄປ, ມັນກໍຈະກຸ້ມຄ່າຢູ່ແລ້ວ.”21
ຖ້າບໍ່ມີການຜະນຶກທີ່ສ້າງຄອບຄົວນິລັນດອນ ແລະ ເຊື່ອມຕໍ່ລຸ້ນຕ່າງໆຢູ່ທີ່ນີ້ ແລະ ຕໍ່ຈາກນີ້, ເຮົາຈະຖືກຖິ້ມໄວ້ໃນນິລັນດອນ ໂດຍບໍ່ມີຮາກ ຫລື ກິ່ງງ່າ—ນັ້ນຄື, ທັງບໍ່ມີບັນພະບຸລຸດ ຫລື ລູກຫລານ. ນີ້ຄືສະພາວະທີ່ລ່ອງລອຍຢ່າງອິດສະລະ ແລະ ຂາດການເຊື່ອມຕໍ່ຂອງບຸກຄົນ, ໃນອີກດ້ານໜຶ່ງ, ຫລື ການເຊື່ອມຕໍ່ທີ່ຂັດຂວາງການແຕ່ງງານ ແລະ ຄວາມສຳພັນໃນຄອບຄົວ ທີ່ພຣະເຈົ້າໄດ້ກຳນົດໄວ້,22 ໃນອີກດ້ານໜຶ່ງ, ທີ່ຈະທຳລາຍຈຸດປະສົງຂອງການສ້າງຂອງໂລກ. ຖ້າຫາກສິ່ງນັ້ນກາຍເປັນມາດຕະຖານ, ກໍເທົ່າກັບແຜ່ນດິນໂລກຖືກສາບແຊ່ງ ຫລື “ຖືກທຳລາຍໃຫ້ໝົດສິ້ນ” ໃນການສະເດັດມາຂອງພຣະຜູ້ເປັນເຈົ້າ.23
ເຮົາສາມາດເຫັນໄດ້ວ່າເປັນຫຍັງ “ການແຕ່ງງານລະຫວ່າງຊາຍ ແລະ ຍິງ ຈຶ່ງເປັນການແຕ່ງຕັ້ງຈາກພຣະເຈົ້າ ແລະ ວ່າຄອບຄົວເປັນຈຸດໃຫຍ່ໃຈກາງຂອງແຜນຂອງພຣະຜູ້ສ້າງ ສຳລັບຈຸດໝາຍປາຍທາງນິລັນດອນຂອງລູກໆຂອງພຣະອົງ.”24 ໃນເວລາດຽວກັນ, ເຮົາຮັບຮູ້ວ່າໃນປະຈຸບັນທີ່ບໍ່ສົມບູນແບບ, ນີ້ບໍ່ແມ່ນຄວາມເປັນຈິງ ຫລື ແມ່ນແຕ່ຄວາມເປັນໄປໄດ້ທີ່ແທ້ຈິງສຳລັບບາງຄົນ. ແຕ່ເຮົາມີຄວາມຫວັງໃນພຣະຄຣິດ. ຂະນະທີ່ເຮົາລໍຖ້າພຣະຜູ້ເປັນເຈົ້າ, ປະທານເອັມ ຣະໂຊ ບາເລີດ ເຕືອນເຮົາວ່າ “ພຣະຄຳພີ ແລະ ສາດສະດາຍຸກສຸດທ້າຍ ຢືນຢັນວ່າທຸກຄົນທີ່ຊື່ສັດໃນການຮັກສາພັນທະສັນຍາຂອງພຣະກິດຕິຄຸນ ຈະມີໂອກາດໄດ້ຮັບຄວາມສູງສົ່ງ.”25
ບາງຄົນປະສົບກັບສະຖານະການຄອບຄົວທີ່ບໍ່ມີຄວາມສຸກ ແລະ ບໍ່ເຂັ້ມແຂງ ແລະ ຮູ້ສຶກປາດຖະໜາທີ່ຈະຄົບຫາສະມາຄົມກັບຄອບຄົວນິລັນດອນພຽງເລັກນ້ອຍ. ແອວເດີ ເດວິດ ເອ ແບ໊ດນາ ໄດ້ໃຫ້ຂໍ້ສັງເກດນີ້ວ່າ: “ເຖິງທ່ານຜູ້ເຄີຍປະສົບກັບຄວາມເຈັບປວດໃຈຈາກການຢ່າຮ້າງໃນຄອບຄົວ ຫລື ຮູ້ສຶກເຈັບປວດຈາກການລະເມີດຄວາມໄວ້ວາງໃຈ, ກະລຸນາຈື່ຈຳໄວ້ວ່າ [ແບບແຜນຂອງພຣະເຈົ້າສຳລັບຄອບຄົວ] ເລີ່ມຕົ້ນອີກຄັ້ງກັບທ່ານ! ບ້ວງໜຶ່ງໃນຕ່ອງໂສ້ຂອງເຊື້ອສາຍຂອງທ່ານອາດຂາດໄປ, ແຕ່ບ້ວງທີ່ຊອບທຳອື່ນໆ ແລະ ສິ່ງທີ່ເຫລືອຢູ່ຂອງຕ່ອງໂສ້ ຍັງຄົງມີຄວາມສຳຄັນນິລັນດອນ. ທ່ານສາມາດເພີ່ມຄວາມເຂັ້ມແຂງໃຫ້ກັບຕ່ອງໂສ້ຂອງທ່ານໄດ້ ແລະ ອາດຊ່ວຍສ້ອມແປງບ້ວງທີ່ເປ່ເພໄດ້. ວຽກງານນັ້ນຈະບັນລຸຄວາມສຳເລັດທີລະຄົນ.”26
ໃນງານສົ່ງສະການຊິດສະເຕີ ແພັດ ຮໍແລນ, ພັນລະຍາຂອງແອວເດີ ແຈັບຟະຣີ ອາ ຮໍແລນ, ເດືອນກໍລະກົດແລ້ວນີ້, ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ: “ເມື່ອເຖິງເວລາ, ແພັດທຣິເຊຍ ແລະ ແຈັບຟະຣີ ຈະພົບກັນອີກ. ຈາກນັ້ນຈະຖືກລວມເຂົ້າກັບລູກໆຂອງພວກເພິ່ນ ແລະ ລູກຫລານທີ່ຮັກສາພັນທະສັນຍາຂອງພວກເພິ່ນ ເພື່ອປະສົບກັບຄວາມສົມບູນແຫ່ງຄວາມຊື່ນຊົມ ທີ່ພຣະເຈົ້າໄດ້ກຽມໄວ້ໃຫ້ລູກໆທີ່ຊື່ສັດຂອງພຣະອົງ. ເມື່ອຮູ້ແນວນັ້ນ, ເຮົາເຂົ້າໃຈວ່າ ວັນທີທີ່ສຳຄັນທີ່ສຸດໃນຊີວິດຂອງແພັດທຣິເຊຍ ບໍ່ແມ່ນວັນເກີດ ຫລື ວັນຕາຍຂອງເພິ່ນ. ວັນທີທີ່ສຳຄັນທີ່ສຸດແມ່ນວັນທີ 7 ເດືອນມິຖຸນາ, 1963, ເມື່ອເພິ່ນກັບແຈັບໄດ້ຜະນຶກເຂົ້າກັນໃນພຣະວິຫານ ເຊັ້ນຈອດ. … ເປັນຫຍັງສິ່ງນີ້ຈຶ່ງສຳຄັນຫລາຍແທ້? ເພາະເຫດຜົນທີ່ແຜ່ນດິນໂລກຖືກສ້າງຂຶ້ນ ເພື່ອໃຫ້ຄອບຄົວສາມາດຖືກສ້າງຕັ້ງຂຶ້ນ ແລະ ຜະນຶກເຂົ້າກັນໄດ້. ຄວາມລອດເປັນເລື່ອງສ່ວນຕົວ, ແຕ່ຄວາມສູງສົ່ງເປັນເລື່ອງຂອງຄອບຄົວ. ບໍ່ມີໃຜສາມາດສູງສົ່ງດ້ວຍຕົວຄົນດຽວ.”
ເມື່ອບໍ່ດົນມານີ້, ພັນລະຍາຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າໄດ້ຢູ່ໃນຫ້ອງຜະນຶກກັບເພື່ອນຮັກຄົນໜຶ່ງ ທີ່ພຣະວິຫານ ບາວທີຟູນ ຢູທາ. ຂ້າພະເຈົ້າໄດ້ພົບເພື່ອນຄົນນີ້ເທື່ອທຳອິດຕອນນາງເປັນເດັກນ້ອຍຢູ່ເມືອງໂຄ້ໂດບາ, ປະເທດອາກຊັງຕິນ. ຄູ່ສອນສາດສະໜາຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າໄດ້ຕິດຕໍ່ກັບຜູ້ຄົນໃນບໍລິເວນໃກ້ຄຽງ ບໍ່ໄກຈາກຫ້ອງການເຜີຍແຜ່, ແລະ ນາງໄດ້ຕ້ອນຮັບເມື່ອພວກເຮົາມາບ້ານຂອງນາງ. ເມື່ອເຖິງເວລາ, ນາງກັບແມ່ ແລະ ອ້າຍເອື້ອຍນ້ອງຂອງນາງ ກໍໄດ້ເຂົ້າຮ່ວມສາດສະໜາຈັກ, ແລະ ເຂົາເຈົ້າຍັງຄົງເປັນສະມາຊິກທີ່ຊື່ສັດ. ຕອນນີ້ນາງເປັນຍິງທີ່ໜ້າຮັກ, ແລະ ມື້ນັ້ນພວກເຮົາໄດ້ຢູ່ໃນພຣະວິຫານ ເພື່ອຜະນຶກພໍ່ແມ່ຂອງນາງທີ່ລ່ວງລັບໄປແລ້ວເຂົ້າກັນ ແລະ ແລ້ວໄດ້ຜະນຶກນາງເຂົ້າກັບພວກເພິ່ນ.
ຄູ່ສາມີພັນລະຍາຄູ່ໜຶ່ງທີ່ເປັນເພື່ອນສະໜິດຫລາຍປີມາແລ້ວ ໄດ້ເປັນຕົວແທນໃຫ້ພໍ່ແມ່ຂອງນາງຢູ່ທີ່ແທ່ນບູຊາ. ມັນເປັນຊ່ວງເວລາທີ່ມີຄວາມຮູ້ສຶກທີ່ຫວານຊື່ນແທ້ໆ ເມື່ອເພື່ອນອາກຊັງຕິນຂອງພວກເຮົາໄດ້ຜະນຶກເຂົ້າກັບພໍ່ແມ່ຂອງນາງ. ມີພຽງແຕ່ພວກເຮົາຫົກຄົນໃນຕອນບ່າຍທີ່ງຽບສະຫງົບຫ່າງໄກຈາກໂລກ, ແຕ່ສິ່ງໜຶ່ງທີ່ສຳຄັນທີ່ເຄີຍເກີດຂຶ້ນຢູ່ໃນໂລກກໍໄດ້ເກີດຂຶ້ນ. ຂ້າພະເຈົ້າເພິ່ງພໍໃຈທີ່ບົດບາດ ແລະ ການຄົບຫາສະມາຄົມຂອງຂ້າພະເຈົ້າໄດ້ໝຸນວຽນຄົບຮອບ ຈາກການເຄາະປະຕູຂອງນາງ ໃນຖານະຜູ້ສອນສາດສະໜາ ຈົນເຖິງບັດນີ້, ຫລາຍປີຕໍ່ມາ, ໄດ້ປະຕິບັດພິທີການຜະນຶກທີ່ເຊື່ອມຕໍ່ນາງເຂົ້າກັບພໍ່ແມ່ຂອງນາງ ແລະ ຄົນລຸ້ນກ່ອນໆ.
ນີ້ເປັນພາບທີ່ເກີດຂຶ້ນຢ່າງສະໝ່ຳສະເໝີໃນທົ່ວໂລກຢູ່ໃນພຣະວິຫານ. ນີ້ແມ່ນບາດກ້າວສູງສຸດໃນການເຕົ້າໂຮມຜູ້ຄົນແຫ່ງພັນທະສັນຍາ. ມັນເປັນສິດທິພິເສດທີ່ສູງສຸດຂອງການເປັນສະມາຊິກຂອງທ່ານ ໃນສາດສະໜາຈັກຂອງພຣະເຢຊູຄຣິດ. ຂ້າພະເຈົ້າສັນຍາວ່າ ເມື່ອທ່ານສະແຫວງຫາສິດທິພິເສດນັ້ນຢ່າງຊື່ສັດ, ໃນການເວລາ ຫລື ໃນນິລັນດອນ ມັນຈະເປັນຂອງທ່ານຢ່າງແນ່ນອນ.
ຂ້າພະເຈົ້າເປັນພະຍານວ່າ ອຳນາດ ແລະ ສິດອຳນາດແຫ່ງການຜະນຶກໄດ້ຖືກຟື້ນຟູຄືນສູ່ແຜ່ນດິນໂລກ ຜ່ານທາງໂຈເຊັບ ສະມິດ ນັ້ນເປັນຄວາມຈິງ, ວ່າສິ່ງທີ່ຖືກຜູກມັດໄວ້ຢູ່ເທິງແຜ່ນດິນໂລກ ແມ່ນຖືກຜູກມັດຢູ່ໃນສະຫວັນແທ້ໆ. ຂ້າພະເຈົ້າເປັນພະຍານວ່າ ປະທານຣະໂຊ ເອັມ ແນວສັນ, ໃນຖານະປະທານຂອງສາດສະໜາຈັກ, ເປັນຜູ້ຊາຍຄົນດຽວຢູ່ໃນໂລກທຸກວັນນີ້ ທີ່ຊີ້ນຳການມອບໝາຍ ແລະ ນຳໃຊ້ອຳນາດອັນສູງສົ່ງນີ້ດ້ວຍຂໍກະແຈຂອງເພິ່ນ. ຂ້າພະເຈົ້າເປັນພະຍານວ່າ ການຊົດໃຊ້ຂອງພຣະເຢຊູຄຣິດ ໄດ້ເຮັດໃຫ້ຄວາມເປັນອະມະຕະກາຍເປັນຈິງ ແລະ ເຮັດໃຫ້ຄວາມສຳພັນອັນສູງສົ່ງໃນຄອບຄົວເປັນໄປໄດ້. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.