ການແບ່ງປັນພຣະກິດຕິຄຸນທີ່ຟື້ນຟູ
ສິ່ງທີ່ເຮົາເອີ້ນວ່າ “ວຽກງານເຜີຍແຜ່ຂອງສະມາຊິກ” ບໍ່ໄດ້ເປັນໂຄງການ ແຕ່ເປັນທ່າທີແຫ່ງຄວາມຮັກ ແລະ ການເອື້ອມອອກໄປຊ່ວຍຄົນທີ່ຢູ່ອ້ອມຂ້າງເຮົາ.
I.
ໃກ້ບັ້ນທ້າຍຂອງການປະຕິບັດສາດສະໜາກິດຂອງພຣະອົງ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ໄດ້ບັນຊາສານຸສິດຂອງພຣະອົງວ່າ: “ເຫດສະນັ້ນ ພວກເຈົ້າຈົ່ງໄປ, ຈົ່ງເຮັດໃຫ້ຄົນທຸກຊາດເປັນລູກສິດ” (ມັດທາຍ 28:19) ແລະ “ເຈົ້າທັງຫລາຍຈົ່ງໄປທົ່ວໂລກ ປະກາດຂ່າວປະເສີດແກ່ມະນຸດສະໂລກທັງໝົດ.” (ມາຣະໂກ 16:15). ຊາວຄຣິດທຸກຄົນມີພັນທະທີ່ຈະເຊື່ອຟັງພຣະບັນຊາເຫລົ່ານີ້ ທີ່ໃຫ້ແບ່ງປັນພຣະກິດຕິຄຸນກັບທຸກຄົນ. ຫລາຍຄົນເອີ້ນສິ່ງນີ້ວ່າ “ໜ້າທີ່ມອບໝາຍທີ່ຍິ່ງໃຫຍ່.”
ດັ່ງທີ່ແອວເດີ ນຽວ ແອວ ແອນເດີເຊັນ ໄດ້ບັນຍາຍໃນພາກເຊົ້າ, ແນ່ນອນວ່າ ໄພ່ພົນຍຸກສຸດທ້າຍ ເປັນກຸ່ມຄົນຈຳນວນໜຶ່ງທີ່ຜູກມັດຕໍ່ຄວາມຮັບຜິດຊອບທີ່ສຳຄັນນີ້. ເຮົາຕ້ອງພະຍາຍາມໃນເລື່ອງນີ້, ເພາະເຮົາຮູ້ວ່າພຣະເຈົ້າຮັກລູກໆຂອງພຣະອົງ ແລະ ວ່າໃນວັນເວລາສຸດທ້າຍນີ້ ພຣະອົງໄດ້ຟື້ນຟູຄວາມຮູ້ທີ່ຈຳເປັນເພີ່ມເຕີມ ແລະ ອຳນາດທີ່ຈະໃຫ້ພອນເຂົາເຈົ້າທຸກຄົນ. ພຣະຜູ້ຊ່ວຍໃຫ້ລອດໄດ້ສອນເຮົາ ໃຫ້ຮັກທຸກຄົນ ໃນຖານະອ້າຍເອື້ອຍນ້ອງຂອງເຮົາ, ແລະ ເຮົາໃຫ້ກຽດຄຳສອນນັ້ນໂດຍການແບ່ງປັນພະຍານ ແລະ ຂ່າວສານແຫ່ງພຣະກິດຕິຄຸນທີ່ຟື້ນຟູນີ້ໃຫ້ແກ່ທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ (ເບິ່ງ D&C 112:1). ນີ້ຄືພາກສ່ວນທີ່ຈຳເປັນຂອງຄວາມໝາຍຂອງການເປັນໄພ່ພົນຍຸກສຸດທ້າຍ. ເຮົາຖືສິ່ງນີ້ວ່າເປັນສິດທິພິເສດທີ່ໜ້າຊື່ນຊົມ. ຈະມີຫຍັງເປັນທີ່ໜ້າຊື່ນຊົມຫລາຍກວ່າທີ່ຈະແບ່ງປັນຄວາມຈິງນິລັນດອນກັບລູກໆຂອງພຣະເຈົ້າບໍ?
ທຸກວັນນີ້ເຮົາມີແຫລ່ງຊ່ວຍເຫລືອຫລາຍຢ່າງ ທີ່ຈະແບ່ງປັນພຣະກິດຕິຄຸນ ທີ່ບໍ່ໄດ້ມີໄວ້ໃຫ້ຄົນໃນລຸ້ນທີ່ຜ່ານມາ. ເຮົາມີໂທລະພາບ, ອິນເຕີເນັດ, ແລະ ຊ່ອງສື່ສານມວນຊົນ. ເຮົາມີຂ່າວສານທີ່ສຳຄັນ ທີ່ຊ່ວຍແນະນຳເລື່ອງພຣະກິດຕິຄຸນທີ່ຟື້ນຟູ. ເຮົາມີສາດສະໜາຈັກທີ່ມີຊື່ສຽງໃນຫລາຍໆປະຊາຊາດ. ເຮົາໄດ້ເພີ່ມຈຳນວນຜູ້ສອນສາດສະໜາ. ແຕ່ ເຮົາກຳລັງນຳໃຊ້ແຫລ່ງຊ່ວຍເຫລືອໃຫ້ເຕັມປ່ຽມບໍ? ຂ້າພະເຈົ້າເຊື່ອວ່າຫລາຍຄົນໃນພວກເຮົາຈະຕອບວ່າ ບໍ່. ເຮົາປາດຖະໜາທີ່ຈະມີປະສິດທິພາບຫລາຍຂຶ້ນ ໃນການບັນລຸໜ້າທີ່ຮັບຜິດຊອບອັນສູງສົ່ງທີ່ຖືກມອບໝາຍໃຫ້ ທີ່ຈະປະກາດເລື່ອງພຣະກິດຕິຄຸນທີ່ຟື້ນຟູຕະຫລອດທົ່ວໂລກ.
ມີຄວາມຄິດທີ່ດີຫລາຍຢ່າງສຳລັບການແບ່ງປັນພຣະກິດຕິຄຸນ ທີ່ຈະໃຊ້ໄດ້ໃນສະເຕກຂອງເຮົາ ຫລື ໃນແຕ່ລະປະເທດ. ແຕ່ ເປັນເພາະເຮົາເປັນສາດສະໜາຈັກທີ່ມີຢູ່ທົ່ວໂລກ, ຂ້າພະເຈົ້າຢາກຈະກ່າວເຖິງຄວາມຄິດເຫັນ ທີ່ຈະນຳໃຊ້ໄດ້ໃນທຸກແຫ່ງຫົນ, ຮ່ວມທັງໜ່ວຍໃໝ່ໆຈົນເຖິງໜ່ວຍທີ່ຖືກຈັດຕັ້ງຂຶ້ນມານານແລ້ວ, ຮ່ວມທັງວັດທະນະທຳທີ່ກຳລັງຍອມຮັບພຣະກິດຕິຄຸນຂອງພຣະເຢຊູຄຣິດ ໃນປະຊາຊາດທີ່ນັບມື້ນັບໂຫດຮ້າຍຕໍ່ສາດສະໜາ. ຂ້າພະເຈົ້າຢາກເວົ້າເຖິງຄວາມຄິດທີ່ທ່ານສາມາດແບ່ງປັນກັບຜູ້ຄົນທີ່ເປັນຜູ້ເຊື່ອໃນພຣະເຢຊູຄຣິດ ແລະ ກັບຜູ້ຄົນທີ່ບໍ່ເຄີຍໄດ້ຍິນແມ່ນແຕ່ຊື່ຂອງພຣະອົງ, ກັບຜູ້ຄົນທີ່ພໍໃຈນຳຊີວິດປະຈຸບັນຂອງເຮົາ ແລະ ກັບຜູ້ຄົນທີ່ກຳລັງສະແຫວງຫາຢ່າງສິ້ນຫວັງ ທີ່ຈະພັດທະນາຕົວເອງໃຫ້ດີຂຶ້ນ.
ຂ້າພະເຈົ້າສາມາດເວົ້າຫຍັງໄດ້ແດ່ ທີ່ຈະຊ່ວຍທ່ານໄດ້ ໃນການແບ່ງປັນພຣະກິດຕິຄຸນ, ບໍ່ວ່າສະຖານະການຂອງທ່ານຈະເປັນແບບໃດກໍຕາມ? ເຮົາຕ້ອງການຄວາມຊ່ວຍເຫລືອຈາກສະມາຊິກທຸກຄົນ, ແລະ ສະມາຊິກທຸກຄົນກໍສາມາດຊ່ວຍໄດ້, ເພາະວ່າຍັງມີວຽກງານຫລາຍຢ່າງທີ່ຕ້ອງເຮັດ ຂະນະທີ່ເຮົາແບ່ງປັນພຣະກິດຕິຄຸນທີ່ຟື້ນຟູ ກັບທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ.
ເຮົາທຸກຄົນກໍຮູ້ດີວ່າພາກສ່ວນຂອງສະມາຊິກໃນວຽກງານເຜີຍແຜ່ ແມ່ນຈຳເປັນຫລາຍໃນການບັນລຸຜົນສຳເລັດ ທັງໃນການປ່ຽນໃຈເຫລື້ອມໃສ ແລະ ໃນການຮັກສາໄວ້ໃຫ້ເຂັ້ມແຂງ. ປະທານທອມມັສ ແອັສ ມອນສັນ ໄດ້ກ່າວວ່າ: “ບັດນີ້ເປັນເວລາສຳລັບສະມາຊິກ ແລະ ຜູ້ສອນສາດສະໜາ ທີ່ຈະຮ່ວມມືກັນ ... [ແລະ] ອອກແຮງງານຢູ່ໃນສວນອະງຸ່ນຂອງພຣະຜູ້ເປັນເຈົ້າ ເພື່ອນຳຈິດວິນຍານມາສູ່ພຣະອົງ. ພຣະອົງໄດ້ຕຽມແບບແຜນໄວ້ໃຫ້ເຮົາໃນຫລາຍວິທີທາງ ເພື່ອຈະໄດ້ແບ່ງປັນພຣະກິດຕິຄຸນ, ແລະ ພຣະອົງຈະຊ່ວຍເຫລືອເຮົາ ໃນການອອກແຮງ ຖ້າຫາກເຮົາຈະກະທຳໃນສັດທາ ເພື່ອບັນລຸວຽກງານຂອງພຣະອົງ.”1
ການແບ່ງປັນພຣະກິດຕິຄຸນທີ່ຟື້ນຟູ ເປັນໜ້າທີ່ ແລະ ສິດທິພິເສດຕະຫລອດຊີວິດຂອງຊາວຄຣິດສະຕຽນເຮົາ. ແອວເດີ ຄວິນຕິນ ແອວ ຄຸກ ເຕືອນເຮົາວ່າ, “ວຽກງານເຜີຍແຜ່ບໍ່ໄດ້ເປັນພຽງແຕ່ວຽກງານ ທີ່ເຮົາຈະເອົາໃຈໃສ່ເປັນບາງຄັ້ງບາງຄາວເທົ່ານັ້ນ; ມັນເປັນວຽກງານທີ່ສຳຄັນ ທີ່ຕ້ອງເອົາໃຈໃສ່ຢ່າງຕໍ່ເນື່ອງ ຕະຫລອດຊີວິດຂອງເຮົາ ຖ້າຫາກເຮົາຈະຄົງຢູ່ໃຫ້ສອດຄ່ອງກັບຄຳໝັ້ນສັນຍາຂອງເຮົາຕໍ່ອຸດົມການຂອງຊາວຄຣິດ ແລະ ພຣະກິດຕິຄຸນຂອງພຣະເຢຊູຄຣິດ.”2
II.
ມີສາມສິ່ງທີ່ສະມາຊິກທຸກຄົນສາມາດເຮັດໄດ້ ເພື່ອຊ່ວຍແບ່ງປັນພຣະກິດຕິຄຸນ, ບໍ່ວ່າສະຖານະການໃນບ່ອນທີ່ເຂົາເຈົ້າອາໄສຢູ່ ແລະ ທີ່ທຳງານຈະເປັນແບບໃດກໍຕາມ. ເຮົາທຸກຄົນຄວນເຮັດທຸກສິ່ງເຫລົ່ານີ້ທັງໝົດ.
ໜຶ່ງ, ເຮົາສາມາດອະທິຖານ ເພື່ອຂໍຄວາມປາດຖະໜາທີ່ຈະຊ່ວຍ ໃນພາກສ່ວນທີ່ຈຳເປັນຂອງວຽກງານແຫ່ງຄວາມລອດ. ທຸກໆຄວາມພະຍາຍາມເລີ່ມຕົ້ນດ້ວຍ ຄວາມປາດຖະໜາ.
ສອງ, ເຮົາສາມາດຮັກສາພຣະບັນຍັດດ້ວຍຕົວເຮົາເອງ. ສະມາຊິກທີ່ຊື່ສັດ ແລະ ເຊື່ອຟັງຄືພະຍານທີ່ດຶງດູດໃຈເຖິງຄວາມຈິງ ແລະ ຄຸນຄ່າຂອງພຣະກິດຕິຄຸນທີ່ຟື້ນຟູ. ຍິ່ງສຳຄັນຫລາຍກວ່ານັ້ນ, ສະມາຊິກທິ່ຊື່ສັດຈະມີພຣະວິນຍານຂອງພຣະຜູ້ຊ່ວຍໃຫ້ລອດສະຖິດຢູ່ນຳເຂົາເຈົ້າຕະຫລອດເວລາ ເພື່ອຊີ້ນຳເຂົາເຈົ້າ ຂະນະທີ່ເຂົາເຈົ້າສະແຫວງຫາ ທີ່ຈະມີພາກສ່ວນໃນວຽກງານທີ່ປະເສີດ ຂອງການແບ່ງປັນພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ສາມ, ເຮົາສາມາດອະທິຖານເພື່ອຂໍການດົນໃຈເຖິງສິ່ງທີ່ ເຮົາ ສາມາດເຮັດໄດ້ ໃນສະຖານະການສ່ວນຕົວຂອງເຮົາ ທີ່ຈະແບ່ງປັນພຣະກິດຕິຄຸນກັບຄົນອື່ນ. ນີ້ແມ່ນແຕກຕ່າງຈາກການອະທິຖານເພື່ອ ຜູ້ສອນສາດສະໜາ ຫລື ການອະທິຖານເພື່ອສິ່ງທີ່ ຄົນອື່ນ ສາມາດເຮັດໄດ້. ເຮົາຄວນອະທິຖານເພື່ອສິ່ງທີ່ ເຮົາ ສາມາດເຮັດໄດ້ເປັນສ່ວນຕົວ. ເມື່ອເຮົາອະທິຖານ, ເຮົາຄວນຈຳໄວ້ວ່າ ຄຳອະທິຖານເພື່ອການດົນໃຈດັ່ງກ່າວຈະໄດ້ຮັບຄຳຕອບ ຖ້າຫາກມັນຄຽງຄູ່ໄປກັບຄຳໝັ້ນສັນຍາ—ສິ່ງທີ່ພຣະຄຳພີເອີ້ນວ່າ, “ໃຈຈິງ” ຫລື “ຄວາມມຸ້ງໝາຍເຕັມທີ່ແຫ່ງໃຈ.” ຂໍໃຫ້ອະທິຖານດ້ວຍຄຳໝັ້ນສັນຍາທີ່ຈະກະທຳ ຕາມການດົນໃຈທີ່ທ່ານໄດ້ຮັບ, ໃຫ້ສັນຍາພຣະຜູ້ເປັນເຈົ້າວ່າ ຖ້າຫາກພຣະອົງຈະດົນໃຈທ່ານໃຫ້ເວົ້າລົມກັບຄົນໃດຄົນໜຶ່ງ ກ່ຽວກັບພຣະກິດຕິຄຸນ, ແລ້ວທ່ານຈະເຮັດຕາມ.
ເຮົາຕ້ອງການ ການຊີ້ນຳຈາກພຣະຜູ້ເປັນເຈົ້າ ເພາະວ່າ ໃນເວລາໃດເວລາໜຶ່ງໂດຍສະເພາະ ບາງຄົນ—ກໍພ້ອມ ແລະ ອີກບາງຄົນກໍບໍ່ພ້ອມ—ທີ່ຈະຮັບຟັງຄວາມຈິງເພີ່ມເຕີມຂອງພຣະກິດຕິຄຸນທີ່ຟື້ນຟູ. ເຮົາບໍ່ຄວນຕັ້ງຕົວເອງຂຶ້ນເພື່ອເປັນຜູ້ຕັດສິນວ່າໃຜພ້ອມແລ້ວ ແລະ ໃຜຍັງບໍ່ພ້ອມທີ່ຈະຍອມຮັບ. ພຣະຜູ້ເປັນເຈົ້າຮູ້ຈັກຄວາມປາດຖະໜາຂອງລູກໆຂອງພຣະອົງທຸກຄົນ, ແລະ ຖ້າຫາກເຮົາອະທິຖານເພື່ອຂໍການດົນໃຈ, ພຣະອົງຈະຊ່ວຍເຮົາພົບເຫັນຜູ້ຄົນທີ່ພຣະອົງຮູ້ວ່າ ຄົນໃດ “ຢູ່ໃນການຕຽມພ້ອມທີ່ຈະຮັບຟັງພຣະຄຳ” (ແອວມາ 32:6).
ໃນຖານະອັກຄະສາວົກຂອງພຣະຜູ້ເປັນເຈົ້າຄົນໜຶ່ງ, ຂ້າພະເຈົ້າຂໍຊຸກຍູ້ສະມາຊິກ ແລະ ຄອບຄົວໃນສາດສະໜາຈັກ ໃຫ້ອະທິຖານທູນຂໍຄວາມຊ່ວຍເຫລືອ ເພື່ອຈະພົບເຫັນຜູ້ຄົນທີ່ຖືກຕຽມໄວ້ໃຫ້ ເພື່ອຮັບເອົາຂ່າວສານແຫ່ງພຣະກິດຕິຄຸນຂອງພຣະເຢຊູຄຣິດ. ແອວເດີ ເອັມ ຣະໂຊ ບາເລີດ ໄດ້ໃຫ້ຄຳແນະນຳທີ່ສຳຄັນ, ທີ່ຂ້າພະເຈົ້າກໍເຫັນດ້ວຍ ທີ່ວ່າ “ຈົ່ງໄວ້ວາງພຣະໄທພຣະຜູ້ເປັນເຈົ້າ. ພຣະອົງຮູ້ຈັກແກະຂອງພຣະອົງ. ... ຖ້າຫາກເຮົາບໍ່ຮ່ວມໄມ້ຮ່ວມມືກັນ, ຫລາຍຄົນທີ່ຄວນຈະໄດ້ຮັບຟັງຂ່າວສານແຫ່ງການຟື້ນຟູ ຈະບໍ່ມີໂອກາດ. ... ຫລັກການນັ້ນກໍລຽບງ່າຍ—ອະທິຖານເປັນສ່ວນຕົວ ແລະ ເປັນຄອບຄົວ, ຂໍໂອກາດທາງການເຜີຍແຜ່.”3 ເມື່ອເຮົາສະແດງສັດທາຂອງເຮົາ ໂອກາດເຫລົ່ານີ້ຈະມາເຖິງ ໂດຍບໍ່ໄດ້ວາງແຜນໄວ້ລ່ວງໜ້າ. ມັນຈະເກີດຂຶ້ນຕາມຜົນງານທຳມະຊາດແຫ່ງຄວາມຮັກຂອງເຮົາ ທີ່ມີໃຫ້ອ້າຍເອື້ອຍນ້ອງຂອງເຮົາ.”4
ຂ້າພະເຈົ້າຮູ້ວ່າມັນຈິງ. ຂ້າພະເຈົ້າຈະຕື່ມຄຳສັນຍາຂອງຂ້າພະເຈົ້າວ່າ ດ້ວຍສັດທາໃນຄວາມຮັກຂອງພຣະຜູ້ເປັນເຈົ້າ, ເຮົາຈະຖືກນຳພາ, ໄດ້ຮັບການດົນໃຈ, ແລະ ພົບຄວາມສຸກອັນຍິ່ງໃຫຍ່ໃນວຽກງານແຫ່ງຄວາມຮັກ ທີ່ສຳຄັນຊົ່ວນິລັນດອນ. ເຮົາມາເຂົ້າໃຈວ່າຄວາມສຳເລັດໃນການແບ່ງປັນພຣະກິດຕິຄຸນ ແມ່ນການເຊື້ອເຊີນຜູ້ຄົນດ້ວຍຄວາມຮັກ ແລະ ດ້ວຍເຈດຕະນາທີ່ຈິງໃຈ ເພື່ອຈະຊ່ວຍເຂົາເຈົ້າ, ບໍ່ວ່າການໂຕ້ຕອບຂອງເຂົາເຈົ້າຈະເປັນແບບໃດກໍຕາມ.
III.
ຕໍ່ໄປນີ້ຄືສິ່ງອື່ນໆ ທີ່ເຮົາສາມາດເຮັດໄດ້ ເພື່ອແບ່ງປັນພຣະກິດຕິຄຸນຢ່າງມິປະສິດທິພາບ.
-
ເຮົາຕ້ອງຈຳໄວ້ວ່າ, “ຜູ້ຄົນຈະຮຽນເມື່ອເຂົາເຈົ້າພ້ອມແລ້ວທີ່ຈະຮຽນ, ບໍ່ແມ່ນເມື່ອເຮົາພ້ອມແລ້ວທີ່ຈະສອນເຂົາເຈົ້າ.”5 ສິ່ງທີ່ ເຮົາ ສົນໃຈ, ດັ່ງຄຳສອນເພີ່ມເຕີມທີ່ສຳຄັນ ໃນສາດສະໜາຈັກ, ຕາມປົກກະຕິແລ້ວບໍ່ໄດ້ເປັນສິ່ງທີ່ ຄົນອື່ນ ສົນໃຈ. ຄົນອື່ນຢາກໄດ້ ຜົນ ທີ່ຕາມມາຂອງຄຳສອນ, ບໍ່ແມ່ນຢາກໄດ້ຄຳສອນ. ເມື່ອເຂົາເຈົ້າສັງເກດເຫັນ ຫລື ປະສົບກັບຜົນສະທ້ອນຂອງພຣະກິດຕິຄຸນທີ່ຟື້ນຟູຂອງພຣະເຢຊູຄຣິດ ໃນຊີວິດຂອງເຂົາເຈົ້າ, ເຂົາເຈົ້າຈະຮູ້ສຶກເຖິງພຣະວິນຍານ ແລະ ເລີ່ມຈະສົນໃຈໃນຄຳສອນ. ເຂົາເຈົ້າອາດສົນໃຈເມື່ອເຂົາເຈົ້າສະແຫວງຫາຄວາມສຸກຫລາຍກວ່ານັ້ນ, ສະແຫວງຫາໃກ້ຊິດກັບພຣະເຈົ້າ, ຫລື ຄວາມເຂົ້າໃຈຈຸດປະສົງຂອງຊີວິດຫລາຍຂຶ້ນ.6 ສະນັ້ນ, ເຮົາຕ້ອງລະວັງ ແລະ ອະທິຖານ, ສະແຫວງຫາການຫລິງເຫັນ ວິທີທີ່ຈະຖາມຄົນອື່ນກ່ຽວກັບຄວາມສົນໃຈຂອງເຂົາເຈົ້າ ທີ່ຈະຮຽນຮູ້ຫລາຍກວ່າເກົ່າ. ສິ່ງນີ້ຈະຂຶ້ນຢູ່ກັບຫລາຍໆຢ່າງ, ດັ່ງເຊັນສະຖານະການຂອງຄົນອື່ນໃນປະຈຸບັນ ແລະ ຄວາມສຳພັນຂອງເຮົາກັບເຂົາ. ນີ້ເປັນຫົວຂໍ້ທີ່ດີ ທີ່ຈະສົນທະນາໃນສະພາ, ກຸ່ມ, ແລະ ໃນສະມາຄົມສະຕີສົງເຄາະ.
-
ເມື່ອເຮົາກ່າວກັບຄົນອື່ນ, ເຮົາຕ້ອງຈຳໄວ້ວ່າ ການເຊື້ອເຊີນໃຫ້ຮຽນຮູ້ຫລາຍຂຶ້ນກ່ຽວກັບພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງເປັນສິ່ງທີ່ດີກວ່າ ການເຊື້ອເຊີນໃຫ້ຮຽນຮູ້ຫລາຍຂຶ້ນກ່ຽວກັບ ສາດສະໜາຈັກ.7 ເຮົາຢາກໄດ້ຜູ້ຄົນທີ່ປ່ຽນໃຈເຫລື້ອມໃສຕໍ່ພຣະກິດຕິຄຸນ. ນີ້ຄືບົດບາດອັນຍິ່ງໃຫຍ່ຂອງພຣະຄຳພີມໍມອນ. ຄວາມຮູ້ສຶກກ່ຽວກັບສາດສະໜາຈັກຂອງເຮົາ ຈະຕິດຕາມການປ່ຽນໃຈເຫລື້ອມໃສຕໍ່ພຣະເຢຊູຄຣິດ, ບໍ່ແມ່ນມາກ່ອນ. ເຖິງແມ່ນຫລາຍຄົນທີ່ມັກລະແວງກ່ຽວກັບສາດສະໜາຈັກ, ແຕ່ເຂົາເຈົ້າຍັງມີຄວາມຮັກຕໍ່ພຣະຜູ້ຊ່ວຍໃຫ້ລອດຢູ່. ເຮົາຕ້ອງເຮັດສິ່ງທີ່ສຳຄັນກ່ອນ.
-
ເມື່ອເຮົາສະແຫວງຫາ ທີ່ຈະແນະນຳຜູ້ຄົນໃຫ້ຮູ້ຈັກພຣະກິດຕິຄຸນທີ່ຟື້ນຟູ, ເຮົາຄວນເຮັດໃນວິທີທີ່ຈິງໃຈ ແລະ ໃນຄວາມຮັກທີ່ຫ່ວງໃຍທີ່ມີໃຫ້ບຸກຄົນນັ້ນ. ສິ່ງນີ້ຈະເກີດຂຶ້ນ ເມື່ອເຮົາພະຍາຍາມຊ່ວຍຄົນອື່ນກັບບັນຫາທີ່ເຂົາເຈົ້າໄດ້ຊີ້ບອກ ຫລື ເມື່ອເຮົາເຮັດວຽກກັບເຂົາເຈົ້າໃນກິດຈະກຳການຮັບໃຊ້ໃນຊຸມຊົນ, ດັ່ງເຊັ່ນການບັນເທົາຄວາມທຸກທໍລະມານ, ການດູແລຜູ້ຄົນທີ່ຍາກຈົນ ແລະ ຂັດສົນ, ຫລື ເພີ່ມຄຸນນະພາບໃຫ້ແກ່ຊີວິດຂອງຄົນອື່ນ.
-
ຄວາມພະຍາຍາມຂອງເຮົາ ທີ່ຈະແບ່ງປັນພຣະກິດຕິຄຸນ ບໍ່ຄວນມີຂີດຈຳກັດ ພຽງແຕ່ໃນກຸ່ມໝູ່ເພື່ອນ ແລະ ເພື່ອນຮ່ວມງານເທົ່ານັ້ນ. ໃນລະຫວ່າງການແຂ່ງຂັນກິລາ ໂອລິມປິກ ເຮົາໄດ້ຮຽນຮູ້ເຖິງຄົນຂັບລົດແທັກຊີຄົນໜຶ່ງ ທີ່ເປັນໄພ່ພົນໃນ ຣີໂອ ເດ ຮາເນໂຣ ຜູ້ທີ່ໄດ້ມີພຣະຄຳພີມໍມອນທັງເຈັດພາສາທີ່ຕິດຕົວລາວໄປ ແລະ ໄດ້ເອົາມັນໃຫ້ຜູ້ໃດກໍຕາມທີ່ຈະຮັບເອົາມັນ. ລາວໄດ້ເອີ້ນຕົວເອງວ່າ “ຜູ້ສອນສາດສະໜາທີ່ຂັບລົດແທັກຊີ.” ລາວໄດ້ເວົ້າວ່າ, “ຖະໜົນຫົນທາງຂອງ ຣີໂອ ເດ ຮາເນໂຣ ... ເປັນສະໜາມເຜີຍແຜ່ [ຂອງຂ້າພະເຈົ້າ].”8
ຄະເລຕັນ ເອັມ ຄຣິສຕຽນເຊັນ, ຜູ້ໄດ້ມີປະສົບການທີ່ໜ້າປະທັບໃຈ ໃນຖານະຜູ້ສອນສາດສະໜາທີ່ເປັນສະມາຊິກ, ກ່າວວ່າ, “ເປັນເວລາຊາວປີຜ່ານມາ, ສະມາຊິກໄດ້ສັງເກດເຫັນການປະສົມປະສານລະຫວ່າງຄວາມເລິກຊຶ້ງຂອງຄວາມສຳພັນ ແລະ ຄວາມເປັນໄປໄດ້ທີ່ຄົນໃດຄົນໜຶ່ງຈະສົນໃຈໃນການຮຽນຮູ້ກ່ຽວກັບພຣະກິດຕິຄຸນ.”9
-
ຝ່າຍອະທິການໃນຫວອດສາມາດວາງແຜນກອງປະຊຸມສິນລະລຶກພິເສດ ທີ່ສະມາຊິກຖືກຊຸກຍູ້ໃຫ້ພາຄົນທີ່ສົນໃຈມາໂບດດ້ວຍ. ສະມາຊິກໃນຫວອດຈະລັງເລໃຈໜ້ອຍລົງ ທີ່ຈະນຳຜູ້ຄົນທີ່ເຂົາເຈົ້າຮູ້ຈັກ ມາທີ່ກອງປະຊຸມນັ້ນ ເພາະວ່າເຂົາເຈົ້າຈະໄດ້ຮັບຄວາມແນ່ນອນໃຈວ່າເນື້ອເລື່ອງຂອງກອງປະຊຸມນັ້ນຈະຖືກວາງແຜນ ທີ່ຈະກໍ່ໃຫ້ເກີດຄວາມສົນໃຈ ແລະ ເປັນຕົວແທນໃຫ້ແກ່ສາດສະໜາຈັກເປັນຢ່າງດີ.
-
ຍັງມີຫລາຍໆໂອກາດ ທີ່ຈະແບ່ງປັນພຣະກິດຕິຄຸນ. ຍົກຕົວຢ່າງ, ໃນລະດູຮ້ອນຜ່ານມານີ້ ຂ້າພະເຈົ້າໄດ້ຮັບຈົດໝາຍທີ່ມີຄວາມສຸກຈາກສະມາຊິກໃໝ່ຄົນໜຶ່ງ ຜູ້ທີ່ໄດ້ຮຽນຮູ້ກ່ຽວກັບພຣະກິດຕິຄຸນທີ່ຟື້ນຟູ ເມື່ອເພື່ອນຮ່ວມຫ້ອງຮຽນເກົ່າໄດ້ໂທຫານາງ ເພື່ອຖາມຂ່າວຄາວກ່ຽວກັບຄວາມເຈັບປ່ວຍທີ່ນາງເປັນຢູ່ໃນເວລານັ້ນ. ນາງໄດ້ຂຽນວ່າ: “ຂ້ານ້ອຍປະທັບໃຈໂດຍວິທີທີ່ລາວໄດ້ແນະນຳຕົວຕໍ່ຂ້ານ້ອຍ. ຫລັງຈາກສາມສີ່ເດືອນໃນການຮຽນຮູ້ຈາກຜູ້ສອນສາດສະໜາ ຂ້ານ້ອຍກໍໄດ້ຮັບບັບຕິສະມາ. ຊີວິດຂອງຂ້ານ້ອຍໄດ້ດີຂື້ນຫລາຍນັບຕັ້ງແຕ່ເວລານັ້ນ.”10 ເຮົາທຸກຄົນກໍຮູ້ວ່າຊີວິດຂອງຫລາຍຄົນຈະດີຂຶ້ນ ເພາະພຣະກິດຕິຄຸນທີ່ຟື້ນຟູ. ເຮົາກຳລັງເອື້ອມອອກໄປຫາເຂົາເຈົ້າຢູ່ບໍ?
-
ຄວາມຫລົງໄຫລ ແລະ ຄວາມຊຳນານຂອງສະມາຊິກໜຸ່ມຂອງເຮົາກັບສື່ສານມວນຊົນ ເຮັດໃຫ້ເຂົາເຈົ້າມີໂອກາດພິເສດ ທີ່ຈະເອື້ອມອອກໄປຫາຄວາມສົນໃຈຂອງຄົນອື່ນໃນພຣະກິດຕິຄຸນ. ໃນການບັນຍາຍເຖິງການປະກົດຂອງພຣະຜູ້ຊ່ວຍໃຫ້ລອດຕໍ່ຊາວນີໄຟ, ມໍມອນຂຽນວ່າ, “ພຣະອົງໄດ້ສິດສອນ ແລະ ປະຕິບັດສາດສະໜາກິດແກ່ເດັກນ້ອຍ ... , ແລະ ພຣະອົງໄດ້ມາຍລີ້ນຂອງພວກເຂົາ ... ເພື່ອພວກເຂົາຈະເວົ້າອອກມາໄດ້(3 ນີໄຟ 26:14). ໃນວັນເວລາຂອງເຮົາ ຂ້າພະເຈົ້າສັນນິຖານວ່າ ເຮົາຈະກ່າວວ່າ “ມາຍ [ນິ້ວໂປ້ທີ່ໃຊ້ສົ່ງຂໍ້ຄວາມ] ຂອງເຂົາເຈົ້າອອກ ເພື່ອເຂົາເຈົ້າຈະເວົ້າອອກມາໄດ້.” ຊາວໜຸ່ມທັງຫລາຍ, ໃຫ້ພວກເຈົ້າເຮັດຕໍ່ໄປເລີຍ!
ການແບ່ງປັນພຣະກິດຕິຄຸນບໍ່ໄດ້ເປັນພາລະໜັກ ແຕ່ເປັນຄວາມສຸກ. ສິ່ງທີ່ເຮົາເອີ້ນວ່າ “ວຽກງານເຜີຍແຜ່ຂອງສະມາຊິກ” ບໍ່ໄດ້ເປັນໂຄງການ ແຕ່ເປັນທ່າທີແຫ່ງຄວາມຮັກ ແລະ ການເອື້ອມອອກໄປຊ່ວຍຄົນທີ່ຢູ່ອ້ອມຂ້າງເຮົາ. ມັນຍັງເປັນໂອກາດທີ່ຈະເປັນພະຍານເຖິງສິ່ງທີ່ເຮົາຮູ້ສຶກນຳອີກ ກ່ຽວກັບພຣະກິດຕິຄຸນທີ່ຟື້ນຟູ ຂອງພຣະຜູ້ຊ່ວຍໃຫ້ລອດ. ດັ່ງທີ່ ແອວເດີ ບາເລີດ ໄດ້ສອນວ່າ, “ຫລັກຖານທີ່ສຳຄັນຫລາຍທີ່ສຸດຂອງການປ່ຽນໃຈເຫລື້ອມໃສ ແລະ ວ່າເຮົາຮູ້ສຶກແນວໃດກ່ຽວກັບພຣະກິດຕິຄຸນໃນຊີວິດຂອງເຮົາເອງ ຄືຄວາມເຕັມໃຈທີ່ຈະແບ່ງປັນມັນກັບຄົນອື່ນ.”11
ຂ້າພະເຈົ້າເປັນພະຍານເຖິງພຣະເຢຊູຄຣິດ, ອົງທີ່ເປັນຄວາມສະຫວ່າງ ແລະ ຊີວິດຂອງໂລກ (ເບິ່ງ 3 ນີໄຟ 11:11). ພຣະກິດຕິຄຸນທີ່ຟື້ນຟູຂອງພຣະອົງສ່ອງແສງໃຫ້ໃນຊີວິດມະຕະ. ການຊົດໃຊ້ຂອງພຣະອົງໃຫ້ຄວາມແນ່ນອນໃຈແກ່ເຮົາ ເຖິງຊີວິດຫລັງຄວາມຕາຍ ແລະ ຄວາມເຂັ້ມແຂງທີ່ຈະອົດທົນຕໍ່ໄປສູ່ຄວາມເປັນອະມະຕະ. ແລະ ການຊົດໃຊ້ຂອງພຣະອົງປະທານໂອກາດໃຫ້ແກ່ເຮົາ ທີ່ຈະໄດ້ຮັບການໃຫ້ອະໄພຈາກບາບຂອງເຮົາ ແລະ ພາຍໃຕ້ແຜນແຫ່ງຄວາມລອດອັນຮຸ່ງໂລດຂອງພຣະອົງ, ເພື່ອຈະສົມຄວນໄດ້ຮັບຊີວິດນິລັນດອນ, ຊຶ່ງເປັນຂອງປະທານອັນຍິ່ງໃຫຍ່ທີ່ສຸດ ໃນຂອງປະທານທັງໝົດຂອງພຣະເຈົ້າ (ເບິ່ງ D&C 14:7). ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.