ຈົ່ງມີໃຈອ່ອນໂຍນ ແລະ ຕ່ຳຕ້ອຍ
ການເປັນຄົນອ່ອນໂຍນບໍ່ໄດ້ໝາຍຄວາມວ່າອ່ອນແອ, ແຕ່ມັນໝາຍເຖິງການປະພຶດຕົນດ້ວຍຄວາມດີ ແລະ ມີເມດຕາ.
ມໍມອນໄດ້ສອນວ່າ ມະນຸດ “ຈະມີສັດທາ ແລະ ຄວາມຫວັງບໍ່ໄດ້, ນອກຈາກວ່າເຂົາຈະມີໃຈອ່ອນໂຍນ ແລະ ຕ່ຳຕ້ອຍ.”1 ເພິ່ນໄດ້ກ່າວຕື່ມວ່າ ຖ້າປາດສະຈາກຄຸນສົມບັດດັ່ງກ່າວ “ສັດທາ ແລະ ຄວາມຫວັງຂອງເຂົາ ກໍບໍ່ມີປະໂຫຍດ ເພາະວ່າຄົນເຊັ່ນນັ້ນຈະບໍ່ເປັນທີ່ຍອມຮັບຕໍ່ພຣະພັກຂອງພຣະເຈົ້າ ນອກຈາກຜູ້ທີ່ມີໃຈອ່ອນໂຍນ ແລະ ຕ່ຳຕ້ອຍ.”2
ຄວາມອ່ອນໂຍນເປັນຄຸນສົມບັດຂອງຜູ້ທີ່ “ຢຳເກງພຣະເຈົ້າ, ຊອບທຳ, ຖ່ອມຕົນ, ສອນງ່າຍ, ແລະ ອົດທົນກັບຄວາມທຸກຍາກລຳບາກ.”3 ຜູ້ທີ່ມີຄຸນລັກສະນະເຫລົ່ານີ້ຈະເຕັມໃຈທີ່ຈະຕິດຕາມພຣະເຢຊູຄຣິດ, ແລະ ອາລົມຂອງເຂົາເຈົ້າຈະສະຫງົບ, ວ່ານອນສອນງ່າຍ, ຍອມທົນ, ແລະ ວ່າງ່າຍ.
ອັກຄະສາວົກໂປໂລໄດ້ສອນວ່າ ຄວາມອ່ອນໂຍນຄືຜົນຂອງພຣະວິນຍານ.4 ສະນັ້ນ ມັນເປັນສິ່ງທີ່ມີໄດ້ງ່າຍ ຖ້າຫາກເຮົາ “ມີຊີວິດຢູ່ໂດຍພຣະວິນຍານ.”5 ແລະ ການມີຊີວິດຢູ່ໂດຍພຣະວິນຍານ, ວິທີໃຊ້ຊີວິດຂອງເຮົາຕ້ອງສະແດງເຖິງຄວາມຊອບທຳຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ.
ເມື່ອເຮົາຮັບເອົາພຣະນາມຂອງພຣະຄຣິດ, ກໍຖືວ່າເຮົາພະຍາຍາມທີ່ຈະຮຽນແບບເອົາຄຸນສົມບັດຂອງພຣະອົງ ມານຳໃຊ້ ແລະ ປ່ຽນຄຸນລັກສະນະຂອງເຮົາ ແລະ ກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນໃນແຕ່ລະວັນ. ພຣະຜູ້ຊ່ອຍໃຫ້ລອດ, ໄດ້ແນະນຳສານຸສິດຂອງພຣະອົງ ໂດຍກ່າວວ່າ, “ເຈົ້າທັງຫລາຍຕ້ອງເປັນຄົນດີທີ່ສຸດເໝືອນຢ່າງພຣະບິດາຂອງເຈົ້າຜູ້ສະຖິດຢູ່ໃນສະຫວັນເປັນຜູ້ດີທີ່ສຸດ.”6 ຖ້າຫາກເຮົາ “ມາຫາພຣະຄຣິດ; ..., ປະຕິເສດ [ຕົນ] ຈາກຄວາມບໍ່ເປັນເໝືອນດັ່ງພຣະເຈົ້າທຸກຢ່າງ, ແລະ ຮັກພຣະເຈົ້າ,” ແລ້ວຜ່ານພຣະຄຸນຂອງພຣະຄຣິດ ວັນນັ້ນຈະມາເຖິງເມື່ອເຮົາຈະດີພ້ອມໃນພຣະອົງ.7
“ຄຸນສົມບັດຢ່າງພຣະຄຣິດເປັນຂອງປະທານຈາກພຣະເຈົ້າ. [ຄຸນສົມບັດເຫລົ່ານີ້] ມາເຖິງເມື່ອ [ເຮົາ] ໃຊ້ອຳເພີໃຈ [ຂອງເຮົາ] ຢ່າງຊອບທຳ. ດ້ວຍຄວາມປາດຖະໜາທີ່ຈະໃຫ້ພຣະເຈົ້າພໍພຣະໄທ, [ເຮົາຕ້ອງ] ຮັບຮູ້ຈຸດອ່ອນ [ຂອງເຮົາ] ແລະ ເຕັມໃຈ ແລະ ກະຕືລືລົ້ນທີ່ຈະພັດທະນາຕົນ.”8
ຄວາມອ່ອນໂຍນເປັນສິ່ງສຳຄັນສຳລັບເຮົາທີ່ຈະກາຍເປັນເໝືອນດັ່ງພຣະຄຣິດ. ຖ້າປາດສະຈາກມັນແລ້ວ ເຮົາຈະບໍ່ສາມາດພັດທະນາຄຸນນະທຳທີ່ສຳຄັນຢ່າງອື່ນໆໄດ້. ການເປັນຄົນອ່ອນໂຍນບໍ່ໄດ້ໝາຍຄວາມວ່າອ່ອນແອ, ແຕ່ມັນໝາຍເຖິງການປະພຶດຕົນດ້ວຍຄວາມດີ ແລະ ມີເມດຕາ, ສະແດງຄວາມເຂັ້ມແຂງ, ຄວາມສະຫງົບ, ຮູ້ຈັກຄຸນຄ່າຂອງຕົນ, ແລະ ສາມາດບັງຄັບຕົນ.
ຄວາມອ່ອນໂຍນເປັນຄຸນສົມບັດຢ່າງໜຶ່ງໃນຊີວິດຂອງພຣະຜູ້ຊ່ອຍໃຫ້ລອດ. ພຣະອົງເອງໄດ້ສອນສານຸສິດຂອງພຣະອົງວ່າ, “ຈົ່ງຮຽນຮູ້ຈາກເຮົາ; ເພາະວ່າເຮົາເປັນຜູ້ໃຈອ່ອນສຸພາບ.”9
ເຮົາໄດ້ຮັບພອນຫລາຍທີ່ໄດ້ເກີດມາກັບເມັດພືດຂອງຄວາມອ່ອມໂຍນໃນໃຈຂອງເຮົາ. ເຮົາຕ້ອງເຂົ້າໃຈວ່າ ມັນເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ເມັດພືດນີ້ເຕີບໂຕ ແລະ ພັດທະນາຂຶ້ນໄດ້ແບບພິບຕາດຽວ, ແຕ່ຕ້ອງໃຊ້ເວລາ. ພຣະຄຣິດໄດ້ຂໍໃຫ້ເຮົາ “ຮັບແບກໄມ້ກາງແຂນ [ຂອງເຮົາ],”10 ໝາຍຄວາມວ່າ ຈະຕ້ອງເຮັດເປັນປະຈຳດ້ວຍຄວາມຕັ້ງໃຈ ແລະ ປາດຖະໜາ.
ປະທານໂລເຣັນໂຊ ສະໂນ, ສາດສະດາຄົນທີຫ້າຂອງສະໄໝເຮົາ ໄດ້ສອນວ່າ, “ມັນເປັນໜ້າທີ່ຂອງເຮົາທີ່ຈະພະຍາຍາມໃຫ້ເປັນຄົນດີພ້ອມທຸກຢ່າງ, … ທີ່ຈະພັດທະນາຕົນໄປແຕ່ລະມື້, ແລະ ສຳຫລວດກວດກາເບິ່ງສິ່ງທີ່ເຮົາເຮັດອາທິດແລ້ວນີ້ ແລະ ເຮັດໃຫ້ດີກວ່າເກົ່າໃນອາທິດນີ້; ເຮັດໃນມື້ນີ້ໃຫ້ດີກວ່າມື້ວານນີ້.”11 ສະນັ້ນ, ບາດກ້າວທຳອິດຕໍ່ການກາຍເປັນຄົນອ່ອນນ້ອມແມ່ນຕ້ອງພັດທະນາຕົນໄປແຕ່ລະມື້. ແຕ່ລະມື້ ເຮົາຕ້ອງພະຍາຍາມໃຫ້ດີກວ່າເກົ່າ ໃນຂະນະທີ່ເຮົາກ້າວໄປຂ້າງໜ້າຜ່ານຂັ້ນຕອນນີ້.
ປະທານສະໂນໄດ້ກ່າວຕື່ມອີກວ່າ:
“ເຮົາກໍເຄີຍໂງ່ ແລະ ອ່ອນແອ; ເຮົາຄວນພະຍາຍາມເອົາຊະນະມັນໃຫ້ໄວເທົ່າທີ່ຈະເປັນໄປໄດ້, ແລະ … ຄວນ [ເອົາ] ຄວາມຮູ້ສຶກນີ້ມາໄວ້ຢູ່ໃນຫົວໃຈຂອງລູກໆເຮົາ … ເພື່ອວ່າເຂົາຈະຮຽນ [ປະພຶດຕົນ] ຢ່າງຖືກຕ້ອງຕໍ່ພຣະພັກຂອງພຣະອົງຢູ່ໃນທຸກສະພາບການ.
“ຖ້າຫາກສາມີສາມາດຢູ່ກັບພັນລະຍາຂອງຕົນມື້ໜຶ່ງໂດຍທີ່ບໍ່ມີການໂຕ້ຖຽງ ຫລື ເວົ້າຈາບໍ່ດີຕໍ່ກັນ ຫລື ບໍ່ເຮັດໃຫ້ພຣະວິນຍານຂອງພຣະເຈົ້າໂສກເສົ້າ … ; ແລ້ວຊາຍຄົນນັ້ນກໍດີທີ່ສຸດແລ້ວ. ຈາກນັ້ນກໍໃຫ້ລາວເປັນຄືແນວນັ້ນໃນມື້ຕໍ່ໄປ. ແຕ່ຖ້າຫາກລາວເຮັດບໍ່ໄດ້ໃນມື້ທີສອງ, ກໍບໍ່ແມ່ນວ່າລາວຈະເຮັດບໍ່ໄດ້ໃນມື້ທີສາມ.”12
ເມື່ອຮັບຮູ້ການອຸທິດຕົນ ແລະ ຄວາມພາກພຽນຂອງເຮົາ, ພຣະຜູ້ເປັນເຈົ້າຈະມອບສິ່ງທີ່ເຮົາບໍ່ສາມາດມີໄດ້ດ້ວຍຕົນເອງໃຫ້ເຮົາ ເພາະຄວາມບໍ່ດີພ້ອມຂອງເຮົາ ແລະ ຄວາມອ່ອນແອຂອງມະນຸດ.
ຂັ້ນຕອນທີ່ສຳຄັນອີກຢ່າງໜຶ່ງໃນການກາຍເປັນຄົນອ່ອນໂຍນຄືການຮຽນຮູ້ວິທີທີ່ຈະຄວບຄຸມອາລົມຂອງເຮົາ. ເພາະທຳມະຊາດຂອງມະນຸດຢູ່ໃນຕົວເຮົາແຕ່ລະຄົນ ແລະ ເພາະວ່າເຮົາອາໄສຢູ່ໃນໂລກທີ່ເຕັມໄປດ້ວຍຄວາມກົດດັນ, ການບັງຄັບອາລົມຂອງເຮົາອາດເປັນສິ່ງທີ່ທ້າທາຍໃນຊີວິດຂອງເຮົາ. ໃຫ້ຄິດບຶດໜຶ່ງເຖິງວິທີທີ່ເຮົາໂຕ້ຕອບເມື່ອບາງຄົນບໍ່ເຮັດຕາມຄວາມປາດຖະໜາຂອງເຮົາໃນເວລາທີ່ເຮົາຢາກໃຫ້ເຂົາເຮັດຕາມ. ສ່ວນຕອນທີ່ຜູ້ຄົນບໍ່ເຫັນດ້ວຍກັບແນວຄິດຂອງເຮົາເດ້, ເຖິງແມ່ນທ່ານແນ່ໃຈວ່າ ແນວຄິດດັ່ງກ່າວຈະສາມາດແກ້ໄຂບັນຫາໄດ້? ທ່ານຈະຕອບແນວໃດເມື່ອບາງຄົນເຮັດໃຫ້ທ່ານຜິດໃຈ, ດູຖູກຄວາມພະຍາຍາມຂອງທ່ານ, ຫລື ບໍ່ສົງສານ ເພາະເຂົາເຈົ້າອາລົມບໍ່ດີ? ໃນເວລານັ້ນ ແລະ ໃນສະພາບການທີ່ຫຍຸ້ງຍາກ, ເຮົາຕ້ອງຮຽນບັງຄັບອາລົມຂອງເຮົາ ແລະ ສະແດງຄວາມຮູ້ສຶກຂອງເຮົາດ້ວຍຄວາມອົດທົນ ແລະ ຄຳແນະນຳທີ່ອ່ອນຫວານ. ນີ້ເປັນສິ່ງສຳຄັນຫລາຍທີ່ສຸດພາຍໃນບ້ານເຮືອນ ແລະ ພາຍໃນຄວາມສຳພັນນຳຄູ່ນິລັນດອນຂອງເຮົາ. ໃນລະຫວ່າງ 31 ປີ ທີ່ຂ້າພະເຈົ້າໄດ້ແຕ່ງງານກັບພັນລະຍາທີ່ຮັກຂອງຂ້າພະເຈົ້າ, ນາງໄດ້ເຕືອນຂ້າພະເຈົ້າກ່ຽວກັບເລື່ອງນີ້ດ້ວຍຄວາມອ່ອນຫວານ ຂະນະທີ່ພວກເຮົາປະເຊີນກັບການທ້າທາຍທີ່ຫຍຸ້ງຍາກ.
ໃນບັນດາຄຳແນະນຳທີ່ພົບເຫັນໃນສານສະບັບທີສອງຂອງຕີໂມທີ, ອັກຄະສາວົກເປໂລໄດ້ກ່າວວ່າ:
“ຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າຕ້ອງບໍ່ເປັນຄົນທະເລາະວິວາດ; ລາວຕ້ອງມີໃຈເມດຕາແກ່ທຸກຄົນ, ເປັນຜູ້ສັ່ງສອນທີ່ດີ ແລະ ມີໃຈອົດທົນ,
“ແກ້ໄຂຄວາມຄິດເຫັນຝ່າຍກົງກັນຂ້າມດ້ວຍຄວາມສຸພາບອ່ອນໂຍນ, ເພາະພຣະເຈົ້າຈະໂຜດໃຫ້ເຂົາກັບໃຈໃໝ່ ແລະ ພາໄປສູ່ການຮູ້ຈັກເຖິງຄວາມຈິງ;
“ແລະ ໃຫ້ເຂົາຮູ້ສຶກຕື່ນຕົວ.”13
ໂດຍການຄວບຄຸມປິຕິກິລິຍາຂອງເຮົາ, ສະຫງົບ ແລະ ຜ່ອນໜັກຜ່ອນເບົາ, ແລະ ຫລີກເວັ້ນຈາກການຜິດຖຽງກັນ, ເຮົາຈະເລີ່ມຕົ້ນເໝາະສົມກັບຂອງປະທານແຫ່ງຄວາມອ່ອນໂຍນ. ປະທານເຮັນຮີ ບີ ໄອຣິງ ຄັ້ງໜຶ່ງເຄີຍກ່າວວ່າ, “ເມື່ອເຮົາມີສັດທາທີ່ຈະຄວບຄຸມອາລົມ ແລະ ປາບຄວາມຈອງຫອງຂອງເຮົາ, ແລ້ວພຣະວິນຍານບໍລິສຸດຈະເຫັນດ້ວຍ, ແລະ ຄຳສັນຍາ ແລະ ພັນທະສັນຍາທີ່ສັກສິດຈະກາຍເປັນຈິງ.”14
ຂັ້ນຕອນອີກຢ່າງໜຶ່ງເພື່ອຈະໄດ້ຮັບຄວາມອ່ອນໂຍນແມ່ນການກາຍເປັນຄົນຖ່ອມຕົນ. ພຣະຜູ້ເປັນເຈົ້າໄດ້ແນະນຳທອມມັສ ບີ ມາສ໌ ຜ່ານທາງສາດສະດາໂຈເຊັບ ສະມິດ ວ່າ, “ຈົ່ງຖ່ອມຕົວ; ແລະ ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າ ຈະຈູງມືພາເຈົ້າໄປ, ແລະ ໃຫ້ຄຳຕອບແກ່ຄຳອະທິຖານຂອງເຈົ້າ.”15
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າເຊື່ອວ່າພຽງແຕ່ຄົນທີ່ຖ່ອມຕົນເທົ່ານັ້ນທີ່ຈະສາມາດຮັບຮູ້ ແລະ ເຂົ້າໃຈວ່າພຣະຜູ້ເປັນເຈົ້າຕອບຄຳອະທິຖານຂອງເຂົາເຈົ້າ. ຄົນທີ່ຖ່ອມຕົນເປັນຄົນທີ່ສອນງ່າຍ, ຮັບຮູ້ວ່າເຂົາເຈົ້າເພິ່ງພຣະເຈົ້າ ແລະ ປາດຖະໜາທີ່ຈະເຮັດຕາມພຣະປະສົງຂອງພຣະອົງ. ຄົນທີ່ຖ່ອມຕົນເປັນຄົນອ່ອນໂຍນ ແລະ ມີຄວາມສາມາດທີ່ຈະເປັນອິດທິພົນໃຫ້ແກ່ຄົນອື່ນໃຫ້ເປັນຄືກັນກັບເຂົາເຈົ້າ. ຄຳສັນຍາຂອງພຣະເຈົ້າຕໍ່ຄົນທີ່ຖ່ອມຕົນແມ່ນວ່າ ພຣະອົງຈະຈູງມືເຂົາເຈົ້າໄປ. ຂ້າພະເຈົ້າເຊື່ອແທ້ໆວ່າ ເຮົາຫລີກລ້ຽງທາງໂງ້ງ ແລະ ຄວາມໂສກເສົ້າໃນຊີວິດຂອງເຮົາ ຕາບໃດທີ່ເຮົາເດີນຄຽງຂ້າງໄປກັບພຣະຜູ້ເປັນເຈົ້າ.
ຕົວຢ່າງໜຶ່ງທີ່ໜ້າປະທັບໃຈຂອງສະໄໝເຮົາເຖິງຄວາມອ່ອມໂຍນທີ່ຂ້າພະເຈົ້າຮູ້ຈັກ ແມ່ນກ່ຽວກັບບະລາເດີ ໂມເຊ ມາລັງກູ. ການປ່ຽນໃຈເຫລື້ອມໃສຂອງລາວໄດ້ເລີ່ມຕົ້ນໃນປີ 1964, ເມື່ອລາວໄດ້ຮັບພຣະຄຳພີມໍມອນຫົວໜຶ່ງ. ລາວໄດ້ຫລົງຮັກປຶ້ມນີ້ໃນຂະນະທີ່ອ່ານມັນ, ແຕ່ຈົນເຖິງຊ່ວງໄລຍະ 1970 ທີ່ລາວໄດ້ເຫັນປ້າຍຂອງໂບດມໍມອນຕິດຢູ່ຝາອາຄານແຫ່ງໜຶ່ງ ຢູ່ເມືອງໂຢຮັນເນສະເບີກ, ປະເທດອາຟຣິກາໃຕ້ ຕອນລາວໄດ້ຍ່າງໄປຕາມທາງ. ບະລາເດີ ມາລັງກູ ຄິດຢາກຮູ້ຢາກເຫັນ ແລະ ໄດ້ຍ່າງເຂົ້າໄປຂ້າງໃນ ເພື່ອຮຽນຮູ້ກ່ຽວກັບສາດສະໜາຈັກຕື່ມອີກ. ລາວໄດ້ຖືກບອກວ່າ ລາວບໍ່ສາມາດໄປຮ່ວມນະມັດສະການ ຫລື ຮັບບັບຕິສະມາ ເພາະກົດຂອງປະເທດບໍ່ອະນຸຍາດໃຫ້ເຮັດໃນເວລານັ້ນ.
ບະລາເດີ ມາລັງກູ ໄດ້ຍອມຮັບດ້ວຍຄວາມອ່ອນໂຍນ, ຖ່ອມຕົນ, ແລະ ປາດສະຈາກຄວາມທໍ້ຖອຍໃຈ, ແຕ່ລາວມີຄວາມປາດຖະໜາອັນແຮງກ້າທີ່ຈະຮຽນຮູ້ກ່ຽວກັບສາດສະໜາຈັກຕື່ມອີກ. ລາວໄດ້ຂໍໃຫ້ຜູ້ນຳໃນສາດສະໜາຈັກ ເປີດປ່ອງຢ້ຽມບານໜຶ່ງໄວ້ຕອນເຂົາເຈົ້ານະມັດສະການໃນວັນອາທິດ ເພື່ອວ່າລາວຈະໄດ້ນັ່ງຢູ່ຂ້າງນອກຟັງພິທີການ. ເປັນເວລາຫລາຍປີ, ຄອບຄົວຂອງບະລາເດີ ມາລັງກູ ແລະ ໝູ່ເພື່ອນຂອງລາວ ໄດ້ມາໂບດເປັນປະຈຳ “ຜ່ານທາງປ່ອງຢ້ຽມ.” ມື້ໜຶ່ງໃນປີ 1980 ເຂົາເຈົ້າໄດ້ຖືກບອກວ່າ ເຂົາເຈົ້າສາມາດມາໂບດ ແລະ ຮັບບັບຕິດສະມາໄດ້. ຊ່າງເປັນມື້ທີ່ມີຄວາມສຸກແທ້ໆສຳລັບບະລາເດີ ມາລັງກູ.
ຕໍ່ມາ ສາດສະໜາຈັກໄດ້ຕັ້ງສາຂາຂຶ້ນຢູ່ຄຸ້ມບ້ານຂອງລາວໃນເມືອງໂຊວີໂຕ. ສິ່ງນີ້ເປັນໄປໄດ້ ພຽງແຕ່ ເພາະຄວາມຕັ້ງໃຈ, ຄວາມກ້າຫານ, ແລະ ຄວາມຊື່ສັດຂອງຜູ້ທີ່ເປັນເໝືອນດັ່ງ ບະລາເດີ ມາລັງກູ ຜູ້ໄດ້ຊື່ສັດຕໍ່ໄປເປັນເວລາຫລາຍປີພາຍໃຕ້ສະພາບການທີ່ຫຍຸ້ງຍາກທີ່ສຸດ.
ເພື່ອນຄົນໜຶ່ງຂອງບະລາເດີ ມາລັງກູ, ຜູ້ໄດ້ເຂົ້າຮ່ວມສາດສະໜາຈັກໃນເວລາດຽວກັນ, ໄດ້ເລົ່າເລື່ອງໜຶ່ງໃຫ້ຂ້າພະເຈົ້າຟັງຕອນຂ້າພະເຈົ້າໄປຢ້ຽມຢາມສະເຕກໂຊວີໂຕ. ໃນທ້າຍການສົນທະນາຂອງພວກເຮົາ, ລາວໄດ້ໂອບກອດຂ້າພະເຈົ້າ. ໃນເວລານັ້ນເອງ, ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າຮູ້ສຶກຄືກັບວ່າຂ້າພະເຈົ້າໄດ້ຖືກໂອບກອດດ້ວຍຄວາມຮັກຂອງພຣະຜູ້ຊ່ອຍໃຫ້ລອດ. ຄວາມອ່ອນໂຍນໄດ້ສະທ້ອນອອກມາຈາກສາຍຕາຂອງອ້າຍນ້ອງທີ່ດີຄົນນີ້. ດ້ວຍໃຈທີ່ເຕັມໄປດ້ວຍຄວາມດີ ແລະ ຄວາມກະຕັນຍູ, ລາວໄດ້ສັ່ງຄວາມກັບຂ້າພະເຈົ້າໄປບອກປະທານທອມມັສ ແອັສ ມອນສັນວ່າ ລາວ ແລະ ຫລາຍຄົນມີຄວາມກະຕັນຍູ ແລະ ໄດ້ຮັບພອນຫລາຍຂະໜາດໃດ ທີ່ມີພຣະກິດຕິຄຸນທີ່ແທ້ຈິງໃນຊີວິດຂອງເຂົາເຈົ້າ. ຕົວຢ່າງຂອງບະລາເດີ ມາລັງກູ ແລະ ໝູ່ເພື່ອນຂອງລາວເຖິງຄວາມອ່ອນໂຍນ ໄດ້ເປັນອິດທິພົນໃຫ້ແກ່ຫລາຍຕໍ່ຫລາຍຄົນໃນທາງດີ—ໂດຍສະເພາະຕໍ່ຂ້າພະເຈົ້າ.
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າເຊື່ອວ່າ ພຣະຜູ້ຊ່ອຍໃຫ້ລອດ ພຣະເຢຊູຄຣິດ ເປັນຕົວຢ່າງທີ່ຍິ່ງໃຫຍ່ທີ່ສຸດເລື່ອງຄວາມອ່ອນໂຍນ. ເຖິງແມ່ນໃນຊ່ວງເວລາສຸດທ້າຍຂອງຊີວິດມະຕະຂອງພຣະອົງ, ໂດຍທີ່ຖືກກ່າວຫາ ແລະ ຖືກປະຫານຢ່າງບໍ່ຍຸດຕິທຳ, ໄດ້ແບກໄມ້ກາງແຂນຂອງພຣະອົງໄປຫາໂຄລະໂຄທາ, ໄດ້ຖືກສັດຕູຂອງພຣະອົງເຍາະເຍີ້ຍ ແລະ ສາບແຊ່ງ, ໄດ້ຖືກຫລາຍຄົນທີ່ຮູ້ຈັກພຣະອົງ ໄດ້ເປັນພະຍານເຖິງການມະຫັດສະຈັນຂອງພຣະອົງປະຖິ້ມ, ພຣະອົງໄດ້ຖືກຕອກໃສ່ເທິງໄມ້ກາງແຂນ.
ແມ່ນແຕ່ຫລັງຈາກຄວາມທຸກທໍລະມານທາງຮ່າງກາຍທີ່ແສນສາຫັດ, ພຣະຜູ້ເປັນເຈົ້າຍັງໄດ້ຫັນໄປຫາພຣະບິດາຂອງພຣະອົງ ແລະ ກ່າວຈາກສ່ວນເລິກອັນອ່ອນໂຍນທີ່ຖ່ອມໃຈຂອງພຣະອົງວ່າ: “ພຣະບິດາເຈົ້າເອີຍ ໂຜດຍົກໂທດໃຫ້ພວກເຂົາດ້ວຍເຖີດ; ເພາະພວກເຂົາບໍ່ຮູ້ຈັກວ່າພວກເຂົາກຳລັງເຮັດຫຍັງ.”16 ພຣະຄຣິດໄດ້ປະເຊີນກັບຄວາມທຸກທໍລະມານທາງຮ່າງກາຍ ແລະ ທາງວິນຍານທີ່ເຈັບປວດທີ່ສຸດ, ໄດ້ໃຫ້ໂອກາດເຮົາເພື່ອປ່ຽນລັກສະນະທາງວິນຍານຂອງເຮົາ ແລະ ກາຍເປັນຄົນອ່ອນໂຍນເໝືອນດັ່ງພຣະອົງ.
ຂ້າພະເຈົ້າຂໍເປັນພະຍານວ່າ ພຣະເຢຊູຄຣິດເປັນພຣະຜູ້ຊ່ອຍໃຫ້ລອດຂອງເຮົາ. ຂ້າພະເຈົ້າຂໍເປັນພະຍານຕໍ່ທ່ານວ່າ ເພາະຄວາມຮັກຂອງພຣະອົງ ເຮົາຈຶ່ງສາມາດປ່ຽນແປງໄດ້. ເປັນໄປໄດ້ທີ່ຈະປະຕິເສດອິດທິພົນຂອງມານໃນຊີວິດຂອງເຮົາ, ຄວບຄຸມຄວາມໂມໂຫ, ກາຍເປັນຄົນອ່ອນໂຍນ, ແລະ ພັດທະນາຄຸນສົມບັດຂອງພຣະຜູ້ຊ່ອຍໃຫ້ລອດຂອງເຮົາ. ພຣະອົງສະແດງທາງໃຫ້ເຮົາເຫັນ. ພຣະອົງເປັນຕົວຢ່າງທີ່ດີພ້ອມທຸກຢ່າງ ແລະ ບັນຊາເຮົາແຕ່ລະຄົນໃຫ້ກາຍເປັນເໝືອນດັ່ງພຣະອົງ. ພຣະອົງຂໍໃຫ້ເຮົາຕິດຕາມພຣະອົງ, ເຮັດຕາມຕົວຢ່າງຂອງພຣະອົງ, ແລະ ກາຍເປັນເໝືອນດັ່ງພຣະອົງ. ຂ້າພະເຈົ້າຂໍເປັນພະຍານເຖິງເລື່ອງນີ້ ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.