ເຮົາຮູ້ບໍວ່າເຮົາມີຫຍັງແດ່?
ພິທີການ ແລະ ພັນທະສັນຍາແຫ່ງຖານະປະໂລຫິດຊ່ອຍໃຫ້ເຮົາໄດ້ຮັບພອນອັນບໍລິບູນທີ່ພຣະເຈົ້າໄດ້ສັນຍາໄວ້, ຊຶ່ງຖືກເຮັດໃຫ້ເປັນໄປໄດ້ໂດຍການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ.
ໃນ “ຄອບຄົວ: ການປະກາດຕໍ່ໂລກ,” ຝ່າຍປະທານສູງສຸດ ແລະ ສະພາອັກຄະສາວົກສິບສອງກ່າວວ່າ: “ມະນຸດທຸກຄົນ—ຊາຍ ແລະ ຍິງ—ຖືກສ້າງຕາມຮູບຮ່າງລັກສະນະຂອງພຣະເຈົ້າ. ແຕ່ລະຄົນກໍເປັນບຸດ ຫລື ທິດາທີ່ຮັກຫອມຂອງພຣະບິດາມານດາແຫ່ງສະຫວັນ, ແລະ ເມື່ອເປັນເຊັ່ນນັ້ນ, ເຮົາແຕ່ລະຄົນຈຶ່ງມີຄຸນງາມຄວາມດີໃນຕົວ ແລະ ມີຈຸດໝາຍປາຍທາງ.”1 ເພື່ອຈະບັນລຸຈຸດໝາຍປາຍທາງແຫ່ງສະຫວັນນີ້, ບຸດ ແລະ ທິດາແຕ່ລະຄົນຂອງພຣະເຈົ້າຕ້ອງການພິທີການ ແລະ ພັນທະສັນຍາແຫ່ງຖານະປະໂລຫິດ.
ເຮົາຕ້ອງການການບັບຕິສະມາ. ເມື່ອເຮົາລົງໄປໃນນ້ຳແຫ່ງການບັບຕິສະມາໝົດທັງຕົວ, ເຮົາເຮັດພັນທະສັນຍາວ່າຈະຮັບເອົາພຣະນາມຂອງພຣະຄຣິດ, ລະນຶກເຖິງພຣະອົງຕະຫລອດເວລາ, ຮັກສາພຣະບັນຍັດຂອງພຣະອົງ, ແລະ ຮັບໃຊ້ພຣະອົງຈົນເຖິງທີ່ສຸດ, ເພື່ອເຮົາຈະມີພຣະວິນຍານຂອງພຣະອົງຢູ່ດ້ວຍຕະຫລອດເວລາ.2
ເຮົາຕ້ອງການຂອງປະທານແຫ່ງພຣະວິນຍານບໍລິສຸດ. ຜ່ານພິທີການນັ້ນ, ເຮົາຈະສາມາດໄດ້ຮັບພຣະວິນຍານເປັນເພື່ອນຕະຫລອດເວລາ. ທ່ານວິວເຝີດ ວູດດຣັບ ໄດ້ສອນວ່າ: “ຊາຍ ແລະ ຍິງທຸກຄົນທີ່ເຄີຍໄດ້ເຂົ້າມາໃນສາດສະໜາຈັກນີ້ຂອງພຣະເຈົ້າ ແລະ ໄດ້ຮັບບັບຕິສະມາສຳລັບການປົດບາບ ມີສິດສຳລັບການເປີດເຜີຍ, ມີສິດສຳລັບພຣະວິນຍານຂອງພຣະເຈົ້າ, ເພື່ອຊ່ອຍເຫລືອເຂົາເຈົ້າໃນການອອກແຮງ, ໃນການປະຕິບັດຕໍ່ລູກໆຂອງເຂົາເຈົ້າ, ໃນການໃຫ້ຄຳແນະນຳແກ່ລູກໆຂອງເຂົາເຈົ້າ ແລະ ແກ່ຜູ້ຄົນທີ່ເຂົາເຈົ້າຖືກມອບໝາຍໃຫ້ດູແລ. ພຣະວິນຍານບໍລິສຸດບໍ່ໄດ້ກຳນົດໃຫ້ແກ່ຜູ້ຊາຍ, ຫລື ອັກຄະສາວົກ ຫລື ສາດສະດາເທົ່ານັ້ນ. ຊາຍ ແລະ ຍິງທີ່ຊື່ສັດທຸກຄົນສາມາດມີໄດ້, ແລະ ເດັກນ້ອຍນຳອີກຜູ້ໃຫຍ່ພໍທີ່ຈະໄດ້ຮັບພຣະກິດຕິຄຸນຂອງພຣະຄຣິດ.”3
ເຮົາຕ້ອງການທີ່ຈະຮັບຂອງປະທານໃນພຣະວິຫານ. ແອວເດີ ເອັມ ຣັດໂຊ ບາເລີດໄດ້ກ່າວວ່າ: “ເມື່ອຊາຍ ແລະ ຍິງໄປພຣະວິຫານ, ເຂົາເຈົ້າທັງສອງຈະໄດ້ຮັບອຳນາດອັນດຽວກັນ, ຊຶ່ງໂດຍຄວາມໝາຍແລ້ວແມ່ນອຳນາດຂອງຖານະປະໂລຫິດ. … ແທ້ໆແລ້ວ ຂອງປະທານນີ້ກໍຄືຂອງປະທານແຫ່ງອຳນາດ.”4
ເຮົາຕ້ອງການພິທີການແຫ່ງການຜະນຶກ, ຊຶ່ງຈະນຳໄປສູ່ຊີວິດນິລັນດອນ, “ຂອງປະທານນີ້ຍິ່ງໃຫຍ່ທີ່ສຸດໃນຂອງປະທານທັງໝົດຂອງພຣະເຈົ້າ.”5 ພິທີການຂອງຖານະປະໂລຫິດນີ້ຈະໄດ້ຮັບພຽງແຕ່ໂດຍຊາຍ ແລະ ຍິງນຳກັນເທົ່ານັ້ນ. ແອວເດີ ຣະໂຊ ເອັມ ແນວສັນ ໄດ້ສອນວ່າ, “ສິດອຳນາດຂອງຖານະປະໂລຫິດໄດ້ຮັບການຟື້ນຟູແລ້ວ ເພື່ອວ່າຄອບຄົວຈະສາມາດຖືກຜະນຶກເຂົ້າກັນຊົ່ວນິລັນດອນ.”6
ເຮົາຕ້ອງການໂອກາດທີ່ຈະຕໍ່ພັນທະສັນຍາຂອງເຮົາແຕ່ລະອາທິດ ເມື່ອເຮົາຮັບສ່ວນສິນລະລຶກ. ສາດສະດາ ແລະ ອັກຄະສາວົກໃນຍຸກສຸດທ້າຍໄດ້ສອນວ່າ ເມື່ອເຮົາຮັບສ່ວນສິນລະສຶກຢ່າງມີຄ່າຄວນ, ເຮົາຈະບໍ່ພຽງແຕ່ສາມາດຕໍ່ພັນທະສັນຍາແຫ່ງການບັບຕິສະມາເທົ່ານັ້ນ ແຕ່ຈະຕໍ່ “ພັນທະສັນຍາທັງໝົດທີ່ເຮົາໄດ້ເຮັດກັບພຣະຜູ້ເປັນເຈົ້າ.”7
ພິທີການ ແລະ ພັນທະສັນຍາແຫ່ງຖານະປະໂລຫິດຊ່ອຍໃຫ້ເຮົາໄດ້ຮັບພອນອັນບໍລິບູນທີ່ພຣະເຈົ້າໄດ້ສັນຍາໄວ້, ຊຶ່ງຖືກເຮັດໃຫ້ເປັນໄປໄດ້ໂດຍການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ. ມັນຈະຈັດຕຽມບຸດ ແລະ ທິດາຂອງພຣະເຈົ້າດ້ວຍອຳນາດ, ອຳນາດຂອງພຣະເຈົ້າ,8 ແລະ ໃຫ້ເຮົາມີໂອກາດທີ່ຈະໄດ້ຮັບຊີວິດນິລັນດອນ—ເພື່ອກັບຄືນໄປສູ່ທີ່ປະທັບຂອງພຣະເຈົ້າ ແລະ ດຳລົງຊີວິດຢູ່ນຳພຣະອົງ ໃນຄອບຄົວນິລັນດອນຂອງພຣະອົງ.
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ໄປຢ້ຽມຢາມບ້ານຂອງສະຕີສີ່ຄົນໃນປະເທດຮັງດູຣັສ ນຳຜູ້ນຳຖານະປະໂລຫິດ. ເອື້ອຍນ້ອງເຫລົ່ານີ້ ແລະ ຄອບຄົວຂອງເຂົາເຈົ້າຕ້ອງການຂໍກະແຈ ແລະ ສິດອຳນາດຂອງຖານະປະໂລຫິດ, ພິທີການ ແລະ ພັນທະສັນຍາຂອງຖານະປະໂລຫິດ, ແລະ ອຳນາດ ແລະ ພອນຕ່າງໆຂອງຖານະປະໂລຫິດ.
ພວກເຮົາໄດ້ໄປຢ້ຽມນ້ອງສາວທີ່ດີຄົນໜຶ່ງ ຜູ້ທີ່ໄດ້ແຕ່ງງານແລ້ວ ແລະ ມີລູກທີ່ສວຍງາມສອງຄົນ. ນາງຊື່ສັດ ແລະ ເຂັ້ມແຂງໃນສາດສະໜາຈັກ ແລະ ນາງໄດ້ສອນລູກໆໃຫ້ເລືອກສິ່ງຖືກ. ສາມີຂອງນາງສະໜັບສະໜູນຄວາມເຂັ້ມແຂງຂອງນາງໃນສາດສະໜາຈັກ, ແຕ່ລາວບໍ່ໄດ້ເປັນສະມາຊິກ. ຄອບຄົວຂອງເຂົາເຈົ້າເຂັ້ມແຂງ, ແຕ່ເພື່ອຈະມີຄວາມເຂັ້ມແຂງຫລາຍຂຶ້ນ, ເຂົາເຈົ້າຕ້ອງການພອນຂອງຖານະປະໂລຫິດມາເພີ່ມເຕີມ. ເຂົາເຈົ້າຢາກໃຫ້ພໍ່ໄດ້ຮັບບັບຕິສະມາ ແລະ ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ ແລະ ໄດ້ຮັບຖານະປະໂລຫິດທີ່ຈະຖືກປະທານໃຫ້ລາວ. ເຂົາເຈົ້າຕ້ອງການອຳນາດຂອງຖານະປະໂລຫິດ ທີ່ສາມາດມາສູ່ໄດ້ຜ່ານຂອງປະທານ ແລະ ການຜະນຶກ.
ການຢ້ຽມຢາມຕໍ່ໄປແມ່ນທີ່ບ້ານຂອງເອື້ອຍນ້ອງໂສດສອງຄົນ, ສະຕີທີ່ມີສັດທາຫລາຍ. ນ້ອງສາວຄົນໜຶ່ງມີລູກຊາຍທີ່ກຳລັງຕຽມຈະໄປສອນສາດສະໜາ. ນ້ອງສາງອີກຄົນໜຶ່ງກຳລັງໄດ້ຮັບການປິ່ນປົວຈາກໂລກມະເລັງ. ໃນເວລາທີ່ທໍ້ຖອຍໃຈ ແລະ ສິ້ນຫວັງ, ພວກນາງຈື່ຈຳການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ ແລະ ໄດ້ເຕັມໄປດ້ວຍສັດທາ ແລະ ຄວາມຫວັງ. ພວກນາງທັງສອງຕ້ອງການພອນ ແລະ ອຳນາດເພີ່ມເຕີມ ທີ່ມີໄວ້ໃຫ້ຜ່ານພິທີການຂອງພຣະວິຫານ. ພວກເຮົາໄດ້ຊຸກຍູ້ພວກນາງໃຫ້ເຂົ້າຮ່ວມຜູ້ສອນສາດສະໜາໃນອະນາຄົດຢູ່ໃນບ້ານເຮືອນ ແລະ ຕຽມຕົວທີ່ຈະຮັບພິທີການເຫລົ່ານັ້ນ.
ການຢ້ຽມຢາມສຸດທ້າຍແມ່ນທີ່ບ້ານຂອງເອື້ອຍນ້ອງຄົນໜຶ່ງ ທີ່ສາມີຂອງນາງໄດ້ເສຍຊີວິດໄປໃນອຸປະຕິເຫດທີ່ໂສກເສົ້າເມື່ອບໍ່ດົນມານີ້. ເພາະນາງເປັນຜູ້ປ່ຽນໃຈເຫລື້ອມໃສໃໝ່ໃນສາດສະໜາຈັກ, ນາງບໍ່ໄດ້ເຂົ້າໃຈວ່ານາງສາມາດໄດ້ຮັບຂອງປະທານຂອງຕົນເອງ ແລະ ຜະນຶກເຂົ້າກັນກັບສາມີຂອງນາງ. ເມື່ອພວກເຮົາໄດ້ສອນນາງວ່າພອນເຫລົ່ານີ້ສາມາດມີໄວ້ໃຫ້ນາງຢູ່ ແລະ ໃຫ້ສາມີຂອງນາງທີ່ໄດ້ເສຍຊີວິດໄປແລ້ວ, ນາງໄດ້ເຕັມໄປດ້ວຍຄວາມຫວັງ. ໂດຍທີ່ຮູ້ວ່າຜ່ານພິທີການ ແລະ ພັນທະສັນຍາຂອງພຣະວິຫານ ຄອບຄົວຈະສາມາດຜະນຶກເຂົ້າກັນໄດ້, ນາງມີສັດທາ ແລະ ຕັ້ງໃຈທີ່ຈະປະເຊີນໜ້າກັບການທົດລອງທີ່ຢູ່ຂ້າງໜ້າ.
ລູກຊາຍຂອງຍິງໝ້າຍຄົນນີ້ກຳລັງຕຽມຕົວຮັບຖານະປະໂລຫິດແຫ່ງອາໂຣນ. ການແຕ່ງຕັ້ງຂອງລາວຈະເປັນພອນໃຫ້ແກ່ນາງ ແລະ ຄອບຄົວຂອງນາງ. ເຂົາເຈົ້າຈະໄດ້ມີຜູ້ດຳລົງຖານະຢູ່ໃນບ້ານຂອງເຂົາເຈົ້າ.
ເມື່ອຂ້າພະເຈົ້າໄດ້ພົບສະຕີຜູ້ຊື່ສັດເຫລົ່ານີ້ໃນປະເທດຮັນດູຣັສ, ຂ້າພະເຈົ້າສາມາດເຫັນໄດ້ວ່າພວກນາງພະຍາຍາມຮັກສາຄອບຄົວຂອງພວກນາງໃຫ້ເຂັ້ມແຂງໃນພຣະກິດຕິຄຸນ. ພວກນາງໄດ້ສະແດງຄວາມກະຕັນຍູສຳລັບສະມາຊິກໃນຫວອດທີ່ຮັກສາພັນທະສັນຍາ ຜູ້ທີ່ດູແລພວກນາງດ້ວຍຄວາມເມດຕາ ແລະ ຊ່ອຍສະໜັບສະໜູນຄວາມຕ້ອງການຂອງພວກນາງ ທັງທາງຝ່າຍໂລກ ແລະ ຝ່າຍວິນຍານ. ເຖິງຢ່າງໃດກໍຕາມ, ເອື້ອຍນ້ອງແຕ່ລະຄົນເຫລົ່ານັ້ນໄດ້ມີຄວາມຕ້ອງການທີ່ຍັງບໍ່ທັນຖືກສະໜອງຢ່າງຄົບຖ້ວນ.
ໃນແຕ່ລະບ້ານທັງສາມທີ່ພວກເຮົາໄດ້ໄປຢ້ຽມຢາມນັ້ນ, ຜູ້ນຳຖານະປະໂລຫິດທີ່ສະຫລາດໄດ້ຖາມເອື້ອຍນ້ອງແຕ່ລະຄົນ ຖ້າຫາກວ່ານາງໄດ້ຮັບພອນຂອງຖານະປະໂລຫິດແລ້ວບໍ. ແຕ່ລະເທື່ອຄຳຕອບນັ້ນກໍແມ່ນວ່າ ບໍ່. ເອື້ອຍນ້ອງແຕ່ລະຄົນໄດ້ຂໍ ແລະ ໄດ້ຮັບພອນຂອງຖານະປະໂລຫິດໃນມື້ນັ້ນ. ແຕ່ລະຄົນໄດ້ຮ້ອງໄຫ້ເມື່ອນາງໄດ້ສະແດງຄວາມກະຕັນຍູສຳລັບການປອບໂຍນ, ການນຳພາ, ກຳລັງໃຈ, ແລະ ການດົນໃຈທີ່ໄດ້ມາສູ່ນາງຈາກພຣະບິດາເທິງສະຫວັນຂອງນາງ ຜ່ານຜູ້ດຳລົງຖານະປະໂລຫິດທີ່ມີຄຸນຄ່າດີພໍ.
ເອື້ອຍນ້ອງເຫລົ່ານີ້ໄດ້ດົນໃຈຂ້າພະເຈົ້າ. ພວກນາງໄດ້ສະແດງຄວາມຄາລະວະສຳລັບພຣະເຈົ້າ ແລະ ອຳນາດ ແລະ ສິດອຳນາດຂອງພຣະອົງ. ຂ້າພະເຈົ້າຍັງໄດ້ຮູ້ສຶກບຸນຄຸນຕໍ່ຜູ້ນຳຖານະປະໂລຫິດຜູ້ທີ່ໄດ້ໄປຢ້ຽມຢາມບ້ານເຮືອນເຫລົ່ານີ້ນຳຂ້າພະເຈົ້າ. ເມື່ອພວກເຮົາໄດ້ອອກຈາກບ້ານແຕ່ລະຫລັງໄປ, ພວກເຮົາໄດ້ປຶກສາກັນກ່ຽວກັບວິທີທີ່ຈະຊ່ອຍຄອບຄົວເຫລົ່ານີ້ແນວໃດ ເພື່ອຈະໄດ້ຮັບພິທີການຕ່າງໆທີ່ເຂົາເຈົ້າຕ້ອງການ ເພື່ອຈະກ້າວໜ້າຕໍ່ໄປໃນເສັ້ນທາງແຫ່ງພັນທະສັນຍາ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ຄອບຄົວຂອງເຂົາເຈົ້າ.
ໃນວັນເວລານີ້ຍັງມີຄວາມຕ້ອງການອັນໃຫຍ່ຫລວງ ສຳລັບຊາຍ ແລະ ຍິງທີ່ຈະ—ພັດທະນາຄວາມເຄົາລົບນັນຖືທີ່ມີໃຫ້ກັນແລະກັນ ໃນຖານະບຸດ ແລະ ທິດາຂອງພຣະເຈົ້າ ແລະ ຄວາມຄາລະວະສຳລັບພຣະບິດາໃນສະຫວັນ ແລະ ຖານະປະໂລຫິດຂອງພຣະອົງ—ອຳນາດ ແລະ ສິດອຳນາດຂອງພຣະອົງ.
ພຣະອົງມີແຜນສຳລັບເຮົາ, ແລະ ເມື່ອເຮົາໃຊ້ສັດທາ ແລະ ໄວ້ວາງໃຈໃນແຜນຂອງພຣະອົງ, ຄວາມຄາລະວະຂອງເຮົາທີ່ມີສຳລັບພຣະອົງ ແລະ ສຳລັບອຳນາດ ແລະ ສິດອຳນາດຂອງຖານະປະໂລຫິດຂອງພຣະອົງຈະເຂັ້ມແຂງຂຶ້ນ.
ໃນການຝຶກອົບລົມຜູ້ນຳຕະຫລອດທົ່ວໂລກ ເພີ່ມຄວາມເຂັ້ມແຂງໃຫ້ແກ່ຄອບຄົວ ແລະ ສາດສະໜາຈັກຜ່ານຖານະປະໂລຫິດ, ເຮົາຖືກສອນວ່າ: “ເອື້ອຍນ້ອງຜູ້ທີ່ບໍ່ມີຜູ້ດຳລົງຖານະປະໂລຫິດໃນບ້ານຂອງພວກນາງ … ບໍ່ຈຳເປັນຕ້ອງຮູ້ສຶກໂດດດ່ຽວ. ພວກນາງໄດ້ຮັບພອນ ແລະ ເຂັ້ມແຂງຂຶ້ນຜ່ານພິທີການທີ່ພວກນາງໄດ້ຮັບ ແລະ ພັນທະສັນຍາທີ່ພວກນາງຮັກສາ. ເຂົາເຈົ້າບໍ່ຕ້ອງລັງເລໃຈທີ່ຈະເອື້ອມອອກໄປເມື່ອຕ້ອງການຄວາມຊ່ອຍເຫລືອ. … ແອວເດີ ເອັມ ຣະໂຊ ບາເລີດ ໄດ້ສອນວ່າ ສະຕີທຸກຄົນໃນສາດສະໜາຈັກຕ້ອງຮູ້ວ່ານາງມີອະທິການ, ປະທານໂຄລຳຂອງແອວເດີ, ຄູສອນປະຈຳບ້ານ, ຫລື ຜູ້ດຳລົງຖານະປະໂລຫິດທີ່ມີຄຸນຄ່າດີພໍຄົນອື່ນໆທີ່ນາງສາມາດເພິ່ງອາໄສໄດ້ ທີ່ຈະເຂົ້າໄປໃນບ້ານ ແລະ ຊ່ອຍເຫລືອນາງ … ດັ່ງຊິດສະເຕີ ໂຣສະແມຣີ ເອັມ ວິກຊຳ ໄດ້ກ່າວວ່າ, “ທີ່ຈະໃຫ້ພອນ.”9
ແອວເດີ ບາເລີດ ໄດ້ສອນອີກວ່າ: “ພຣະບິດາໃນສະຫວັນນັ້ນເພື່ອແຜ່ດ້ວຍອຳນາດຂອງພຣະອົງ. ຊາຍ ແລະ ຍິງທຸກຄົນມີສິດໄດ້ຮັບອຳນາດນີ້ເພື່ອຄວາມຊ່ອຍເຫລືອໃນຊີວິດຂອງເຮົາເອງ. ທຸກຄົນທີ່ໄດ້ເຮັດພັນທະສັນຍາອັນສັກສິດກັບພຣະຜູ້ເປັນເຈົ້າ, ແລະ ຜູ້ທີ່ໃຫ້ກຽດພັນທະສັນຍາເຫລົ່ນນັ້ນ, ມີສິດຈະໄດ້ຮັບການເປີດເຜີຍສ່ວນຕົວ, ໄດ້ຮັບພອນຈາກການປະຕິບັດສາດສະໜາກິດຂອງເຫລົ່າທູດ, ແລະ ສື່ສານກັບພຣະເຈົ້າ.”10
ເຮົາທຸກຄົນຕ້ອງການກັນແລະກັນ. ບຸດຂອງພຣະເຈົ້າຕ້ອງການທິດາຂອງພຣະເຈົ້າ, ແລະ ທິດາຂອງພຣະເຈົ້າຕ້ອງການບຸດຂອງພຣະເຈົ້າ.
ເຮົາມີພອນສະຫວັນທີ່ແຕກຕ່າງກັນ ແລະ ຄວາມເຂັ້ມແຂງທີ່ຕ່າງກັນ. 1 ໂກຣິນໂທ ບົດທີ 12 ເນັ້ນເຖິງຄວາມຕ້ອງການບຸດ ແລະ ທິດາຂອງພຣະເຈົ້າ, ເຮົາແຕ່ລະຄົນ, ເພື່ອຈະບັນລຸບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງເຮົາໃຫ້ສອດຄ່ອງກັບແຜນຂອງພຣະຜູ້ເປັນເຈົ້າ ເພື່ອວ່າທຸກຄົນຈະໄດ້ຮັບຜົນປະໂຫຍດ.11
ບຸດຂອງພຣະເຈົ້າທັງຫລາຍ, ທ່ານຮູ້ບໍວ່າທ່ານເປັນໃຜ? ທ່ານຮູ້ບໍວ່າທ່ານມີຫຍັງແດ່? ທ່ານມີຄຸນຄ່າທີ່ຈະປະຕິບັດງານດ້ວຍຖານະປະໂລຫິດ ແລະ ຮັບເອົາອຳນາດ ແລະ ພອນຂອງຖານະປະໂລຫິດບໍ? ທ່ານຍອມຮັບບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງທ່ານ ທີ່ຈະເພີ່ມຄວາມເຂັ້ມແຂງໃຫ້ແກ່ບ້ານເຮືອນ ໃນຖານະພໍ່, ພໍ່ຕູ້, ລູກຊາຍ, ອ້າຍນ້ອງ, ແລະ ລູງອາວບໍ? ທ່ານສະແດງຄວາມເຄົາລົບນັບຖືສຳລັບສະຕີ, ຄວາມເປັນສະຕີ, ແລະ ຄວາມເປັນແມ່ບໍ?
ທິດາຂອງພຣະເຈົ້າທັງຫລາຍ, ເຮົາຮູ້ບໍວ່າເຮົາເປັນໃຜ! ເຮົາຮູ້ບໍວ່າເຮົາມີຫຍັງແດ່? ເຮົາມີຄຸນຄ່າດີພໍທີ່ຈະຮັບເອົາອຳນາດ ແລະ ພອນຕ່າງໆຂອງຖານະປະໂລຫິດບໍ? ເຮົາຮັບເອົາຂອງປະທານທີ່ມີໃຫ້ເຮົາດ້ວຍຄວາມກະຕັນຍູ, ພຣະຄຸນ, ແລະ ກຽດສັກສີບໍ? ເຮົາຍອມຮັບບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງເຮົາ ທີ່ຈະເພີ່ມຄວາມເຂັ້ມແຂງໃຫ້ແກ່ບ້ານເຮືອນໃນຖານະແມ່, ແມ່ຕູ້, ລູກສາວ, ເອື້ອຍນ້ອງ, ນ້າສາວ ແລະ ອາບໍ? ເຮົາສະແດງຄວາມເຄົາລົບນັບຖືສຳລັບບຸລຸດ, ຄວາມເປັນບຸລຸດ, ແລະ ຄວາມເປັນພໍ່ບໍ?
ໃນຖານະບຸດ ແລະ ທິດາທີ່ໄດ້ເຮັດພັນທະສັນຍາແລ້ວ, ເຮົາມີສັດທາໃນພຣະບິດາເທິງສະຫວັນ ແລະ ແຜນນິລັນດອນຂອງພຣະອົງສຳລັບເຮົາບໍ? ເຮົາມີສັດທາໃນພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງບໍ? ເຮົາເຊື່ອວ່າເຮົາມີທຳມະຊາດ ແລະ ຈຸດໝາຍປາຍທາງແຫ່ງສະຫວັນບໍ? ແລະ ໃນຄວາມພະຍາຍາມຂອງເຮົາທີ່ຈະບັນລຸຈຸດໝາຍປາຍທາງນີ້ ແລະ ຮັບເອົາທຸກສິ່ງທີ່ພຣະບິດາມີໃຫ້,12 ເຮົາເຂົ້າໃຈເຖິງຄວາມສຳຄັນຂອງການຮັບພິທີການຂອງຖານະປະໂລຫິດແລ້ວບໍ ແລະ ການເຮັດ, ການຮັກສາ, ແລະ ການຕໍ່ພັນທະສັນຍາຂອງເຮົານຳພຣະຜູ້ເປັນເຈົ້າ?
ເຮົາເປັນບຸດ ແລະ ທິດາທາງວິນຍານທີ່ຊົງຮັກຂອງພຣະບິດາມານດາເທິງສະຫວັນ, ພ້ອມດ້ວຍທຳມະຊາດແຫ່ງສະຫວັນ ແລະ ວິຖີຊີວິດ. ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ໄດ້ຮັກເຮົາຫລາຍພໍ ທີ່ຈະສະລະພຣະຊົນຊີບຂອງພຣະອົງເພື່ອເຮົາ. ການຊົດໃຊ້ຂອງພຣະອົງກໍໃຫ້ເຮົາມີວິທີທີ່ຈະກ້າວໄປໜ້າໃນເສັ້ນທາງ ໄປຫາບ້ານແຫ່ງສະຫວັນຂອງເຮົາ ຜ່ານພິທີການ ແລະ ພັນທະສັນຍາສັກສິດຂອງຖານະປະໂລຫິດ.
ພິທີການຂອງຖານະປະໂລຫິດ ແລະ ພິທີການເຫລົ່ານີ້ ໄດ້ຖືກຟື້ນຟູຄືນມາໃໝ່ສູ່ໂລກ ຜ່ານທາງສາດສະດາໂຈເຊັບ ສະມິດ, ແລະ ທຸກວັນນີ້ ປະທານທອມມັສ ແອັສ ມອນສັນ ຖືຂໍກະແຈຂອງຖານະປະໂລຫິດຢູ່ເທິງແຜ່ນດິນໂລກ.
ແອວເດີ ດີ ທອດ ຄຣິດສະໂຕເຟີສັນ ໄດ້ສອນວ່າ: “ໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ຈະພົບເຫັນສິດອຳນາດຂອງຖານະປະໂລຫິດ ເພື່ອປະຕິບັດພິທີການ ຊຶ່ງໂດຍສິ່ງນີ້ ເຮົາຈະສາມາດເຮັດພັນທະສັນຍານຳພຣະບິດາເທິງສະຫວັນຂອງເຮົາ ໃນພຣະນາມຂອງພຣະບຸດທີ່ສັກສິດຂອງພຣະອົງ. … ພຣະເຈົ້າຈະຮັກສາຄຳສັນຍາຂອງພຣະອົງ ຕາບໃດທີ່ທ່ານໃຫ້ກຽດແກ່ພັນທະສັນຍາຂອງທ່ານທີ່ໄດ້ເຮັດໄວ້ນຳພຣະອົງ.”13
ຂ້າພະເຈົ້າເປັນພະຍານເຖິງສິ່ງເຫລົ່ານີ້, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.