​2010–2019
“​ເຮົາ​ຈະ​ຢູ່​ກັບ​ເຈົ້າ​ເລື້ອຍ​ໄປ, ​ເຮົາ​ຈະ​ບໍ່​ປະ​ຖິ້ມ​ເຈົ້າ”
ຕຸລາ 2013


18:15

“​ເຮົາ​ຈະ​ຢູ່​ກັບ​ເຈົ້າ​ເລື້ອຍ​ໄປ, ​ເຮົາ​ຈະ​ບໍ່​ປະ​ຖິ້ມ​ເຈົ້າ”

ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ … ​​ຮູ້ວ່າ ເຮົາ​ຮຽນ​ຮູ້ ​ແລະ ​ເຕີບ​ໂຕ ​ແລະ ກາຍ​ເປັນ​ຄົນ​ທີ່​ເຂັ້ມ​ແຂງ​ກວ່າ ​ເມື່ອ​ເຮົາ​ປະ​ເຊີນ​ ​ແລະ ​ເອົາ​ຊະນະ​ການ​ທົດ​ລອງ ຜ່ານ​ສິ່ງ​ທີ່​ເຮົາ​ຕ້ອງ​ຜ່ານ​ຜ່າ.

​​ຄ່ຳ​ຄືນ​ນີ້ ໃນ​ປຶ້ມບັນທຶກ​ສ່ວນ​ຕົວ​, ຂ້າພະ​ເຈົ້າຈະ​ຂຽນ​ວ່າ, “ນີ້​​ເປັນ​ພາກ​ທີ່​ດົນ​ໃຈ​ຫລາຍ​ແທ້ໆ​ໃນ​ທຸກ​ພາກ​ຂອງກອງ​ປະຊຸມ​ໃຫຍ່​ສາມັນ​ນີ້​ທີ່​ຂ້າພະ​ເຈົ້າ​ໄດ້​ມາ​ຮ່ວມ. ທຸກ​ສິ່ງ​ກໍ​ດີ​ຫລາຍ ​ແລະ ​ໃຫ້​ຄວາມ​ຮູ້​ທາງ​ວິນ​ຍານ.”

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຫົກ​ເດືອນ​ກ່ອນ ຕອນ​ເຮົາ​ໄດ້​ມາ​ພົບ​ກັນ​ຢູ່​ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ​ຂອງ​ເຮົາ, ພັນ​ລະ​ຍາ​ທີ່​ແສນ​ຮັກຂອງ​ຂ້າພະ​ເຈົ້າ, ​ແຟຣນຊິ​ດ, ​ໄດ້​ນອນ​ຢູ່​ທີ່​ໂຮງ​ໝໍ ຈາກ​ການໄດ້​ລົ້ມທີ່​ເຈັບ​ໜັກສອງ​ສາມ​ມື້ກ່ອນ​ນັ້ນ. ​ໃນ​ເດືອນ​ພຶດສະພາ, ຫລັງ​ຈາກ​ຫລາຍ​ອາທິດ​ທີ່​ໄດ້​ອົດທົນ​ດ້ວຍ​ຄວາມ​ກ້າຫານ​ກັບ​ຄວາມ​ເຈັບ​ປວດ​ຂອງ​ນາງ, ນາງ​ໄດ້​ຫລັບ​ໄປ​ສູ່​ນິລັນດອນ. ຂ້າພະ​ເຈົ້າຄິດ​ຮອດ​ນາງ​ຫລາຍ​ທີ່​ສຸດ. ນາງ​ ​ແລະ ຂ້າພະ​ເຈົ້າ​ໄດ້​ແຕ່ງງານ​ກັນ​ຢູ່​ພຣະວິຫານ​ເຊົາ​ເລັກ ​ໃນ​ວັນ​ທີ 7 ​ເດືອນ​ຕຸລາ​, ປີ 1948. ມື້​ອື່ນ​ນີ້ ກໍ​ຈະ​ເປັນ​ວັນ​ຄົບຮອບ 65 ປີ ຂອງການ​ແຕ່ງງານ​ຂອງ​ພວກ​ເຮົາ​. ນາງ​ເປັນ​ສຸດ​ທີ່​ຮັກ​ຂອງ​ຂ້າພະ​ເຈົ້າ, ​ເປັນ​ຜູ້​ທີ່​ຂ້າພະ​ເຈົ້າ​ໄວ້​​ເນື້ອ​ເຊື່ອ​ໃຈ, ​ແລະ ​ເປັນ​ເພື່ອນ​ທີ່​ໃກ້ຊິດ​ທີ່​ສຸດ. ຄຳ​ວ່າ​ຂ້າພະ​ເຈົ້າຄິດ​ຮອດ​ນາງບໍ່​ສາມາດ​ບອກ​ໄດ້​​ເຖິງ​ຄວາມ​ຮູ້ສຶກທີ່​ຂ້າພະ​ເຈົ້າມີ​ຕໍ່​ນາງ.

ກອງ​ປະຊຸມ​ເທື່ອ​ນີ້ ​​ແມ່ນ​ເຖິ​ງ 50 ປີ​ແລ້ວ​ນັບ​ແຕ່​ຂ້າພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ສູ່​ສະພາອັກຄະ​ສາວົກ​ສິບ​ສອງ ​ໂດຍ​ປະທານ​ເດ​ວິດ ໂອ ມິກ​ເຄ. ຕະຫລອດຊ່ວງ​ໄລຍະ​ປີ​ເຫລົ່ານັ້ນ ຂ້າພະ​ເຈົ້າ​ບໍ່​ເຄີຍ​ຮູ້ສຶກ​ສິ່ງ​ໃດ ນອກຈາກ​ການ​​ເຫັນ​ພ້ອມ​ຈາກ​ຄູ່​ຄອງ​ທີ່​ແສນ​ຮັກ​ຂອງ​ຂ້າພະ​ເຈົ້າ. ນາງ​ໄດ້​ເສຍ​ສະລະ​ຈົນ​ນັບ​ບໍ່​ຖ້ວນ ​ເພື່ອ​ວ່າ​ຂ້າພະ​ເຈົ້າຈະ​ໄດ້​ບັນລຸ​ການ​ເອີ້ນ​ຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າບໍ່​ເຄີຍ​ໄດ້​ຍິນ​ຄຳ​ຈົ່ມ​ຈາກ​ນາງ ​​ເພາະ​ບາງ​ເທື່ອ​ຂ້າພະ​ເຈົ້າຕ້ອງ​ໄດ້​ຈາກ​ນາງ ​ແລະ ລູກໆ​ໄປ​ຫລາຍ​ມື້ ​ແລະ ບາງ​ເທື່ອ​ເປັນ​ເວລາ​ຫລາຍ​ອາທິດ. ນາງ​ເປັນ​​ເທບ​ທິດາ​ແທ້ໆ.

ຂ້າພະ​ເຈົ້າ ​ແລະ ຄອບຄົວ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈນຳ​ທ່ານ ສຳລັບ​ຄວາມ​ຮັກ​ອັນ​ລົ້ນ​ເຫລືອ ຊຶ່ງ​ພວກ​ເຮົາ​ໄດ້​ຮັບ​ນັບ​ຕັ້ງ​ແຕ່ ​ແຟຣນຊິດ ​ໄດ້​ຈາກ​ໄປ. ພວກ​ເຮົາ​ໄດ້​ຮັບ​ໂປດ​ສະ​ຄາດ ​ແລະ ຈົດໝາຍ​ຈາກ​ທົ່ວ​ໂລກ ​ຍ້ອງຍໍ​ສັນລະ​ເສີນ​ນາງ ​ແລະ ສະ​ແດງ​ຄວາມ​ເສຍ​ໃຈ​ກັບ​ຄອບຄົວ​ຂອງ​ພວກ​ເຮົາ.​ ພວກ​ເຮົາ​ໄດ້​ຮັບດອກ​ໄມ້ຫລາຍ​ໂຖ​ນຳ​ອີກ. ພວກ​ເຮົາ​ມີ​ຄວາມ​ກະຕັນຍູ​ຫລາຍ​ສຳລັບ​​ເງິນ​ທຶນ​ຊ່ອຍ​ເຫລືອ​ຜູ້​ສອນ​ສາດສະໜາຂອງ​ສາດສະໜາ​ຈັກ​ໃນ​ນາມ​ຂອງ​ນາງ. ​ໂດຍ​ທີ່​ຕາງໜ້າ​ໃຫ້​ທຸກ​ຄົນ​ທີ່​ນາງ​ໄດ້​ປະ​ໄວ້​ຂ້າງ​ຫລັງ, ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ກະຕັນຍູ​ຕໍ່ຄວາມ​ດີ ​ແລະ ຄວາມ​ຮັກ​ທີ່​ຈິງ​ໃຈ​ຂອງ​ທ່ານ.

ສິ່ງ​ທີ່​ໄດ້​ປອບ​ໃຈ​ຂ້າພະ​ເຈົ້າຫລາຍ​ທີ່​ສຸດ​ໃນ​ໄລຍະ​ທີ່​​ໂສກ​ເສົ້ານັ້ນ ​ແມ່ນ​ປະຈັກ​ພະຍານ​ຂອງ​ຂ້າພະ​ເຈົ້າ​ເຖິງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ​ແລະ ຄວາມ​ຮູ້​ແຈ້ງທີ່​ຂ້າພະ​ເຈົ້າມີວ່າ ​​ແຟຣນຊິດທີ່​ແສນ​ຮັກ​ຂອງ​ຂ້າພະ​ເຈົ້າຍັງ​ມີ​ຊີວິດຢູ່. ຂ້າພະ​ເຈົ້າຮູ້​ວ່າ ການ​ແຍກ​ກັນ​ຂອງ​ພວກ​ເຮົາ​ເປັນ​ພຽງ​ໄລຍະ​ຊົ່ວຄາວ​ເທົ່າ​ນັ້ນ. ​ພວກ​ເຮົາ​ໄດ້​ຜະ​ນຶກ​ເຂົ້າກັນ​ຢູ່​ໃນ​ບ້ານ​ຂອງ​ພຣະ​ເຈົ້າ ​ໂດຍ​ຜູ້​ມີ​ສິດ​ອຳນາດ​ທີ່​ຈະ​ຜູກ​ມັດ​ຢູ່​ເທິງ​ໂລກ ​ແລະ ​ໃນ​ສະຫວັນ. ຂ້າພະ​ເຈົ້າຮູ້​ວ່າ ພວກ​ເຮົາ​ຈະ​ໄດ້​ຢູ່​ນຳ​ກັນ​ອີກ​ໃນ​ມື້ໜຶ່ງ ​ແລະ ຈະ​ບໍ່​​ແຍກຈາກ​ກັນ​ອີກ​. ນີ້​ຄື​ຄວາມ​ຮູ້​ແຈ້ງ​ທີ່​ປອບ​ໂຍນ​ຂ້າພະ​ເຈົ້າ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ​ເຮົາ​ສາມາດ​ເວົ້າ​ໄດ້​ວ່າ ບໍ່​ມີ​ຄົນ​ໃດ​ທີ່​ເຄີຍ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້ ຖືກ​ຍົກ​ເວັ້ນຈາກ​ຄວາມທຸກ​ທໍລະມານ ​ແລະ ຄວາມ​ໂສກ​ເສົ້າ, ຫລື ບໍ່​ເຄີຍ​ມີ​​ໄລຍະ​ໃດໃນ​ປະ​ຫວັດ​ສາດ​ຂອງ​ໂລກ​ທີ່​ປາດ​ສະ​ຈາກ​ຄວາມວຸ້ນວາຍ ​ແລະ ຄວາມທຸກ​ຍາກ.

​ເມື່ອ​ເຮົາ​ປະ​ເຊີນ​ກັບ​ປະສົບ​ການ​ທີ່​ໂຫດຮ້າຍ, ​ເຮົາ​ອາດ​ຢາກ​ຖາມ​ວ່າ “​ເປັນ​ຫຍັງ​ຈຶ່ງ​ເປັນ​ເຮົາ?” ບາງ​ເທື່ອ​ເບິ່ງ​ຄື​ວ່າ​ຄວາມທຸກ​ທໍລະມານ​ນັ້ນບໍ່​ມີ​ວັນ​ສິ້ນ​ສຸດ​ຈັກ​ເທື່ອ, ບໍ່​ມີ​ວັນ​ຖືກ​ປົດ​ປ່ອຍ​ຈາກ​ຄວາມ​ໜັກໜ່ວງ. ​ເຮົາ​ຮູ້ສຶກ​ຖືກ​ຫຸ້ມ​ລ້ອມ​ໄປ​ດ້ວຍ​ຄວາມ​ຜິດ​ຫວັງ​​ໃນ​ຄວາມ​ຝັນ ​ແລະ ທໍ້ຖອຍ​ໃຈ​ກັບ​ຄວາມ​ຫວັງ. ​ເຮົາ​ຢາກ​ຮ້ອງ​ຖາມດັ່ງ​ຢູ່​ໃນ​ພຣະຄຳ​ພີ ທີ່​ວ່າ, “ບໍ່​ມີ​ຫວ້ານ​ຢາ​ທີ່​ເກ​ລີ​ອາດ​ບໍ?”1 ​ເຮົາ​ຮູ້ສຶກ​ຖືກ​ປະ​ຖິ້ມ, ​ເຈັບ​ປວດ​ໃຈ, ​ເປົ່າ​ປ່ຽວ​ດຽວ​ດາຍ. ​ເຮົາ​ມັກ​ຈະ​ເບິ່ງ​ຊີວິດ​ຂອງ​ເຮົາ​ເອງ​ໃນ​ແງ່​ຮ້າຍ. ​ເຮົາ​ກາຍ​ເປັນ​ຄົນ​ຂາດ​ຄວາມ​ອົດທົນ​ກັບ​ບັນຫາ​ຂອງ​ເຮົາ​ທີ່​ຕ້ອງ​ແກ້​ໄຂ, ລືມ​ຢູ່​ເລື້ອຍ​ວ່າ ​ເຮົາ​ຕ້ອງ​ມີ​ຄວາມ​ອົດທົນ.

ຄວາມ​ຫຍຸ້ງຍາກ​ທີ່​ມາສູ່​ເຮົາ ​ເປັນ​ການ​ທົດ​ສອບ​ຄວາມ​ສາມາດ​ຂອງ​ເຮົາທີ່​ຈະ​ອົດທົນ. ຄຳ​ຖາມ​ຂໍ້ໜຶ່ງ​ທີ່​​ເຮົາ​ແຕ່ລະຄົນ​ຕ້ອງ​ຕອບ​ແມ່ນ​ວ່າ: ​ເຮົາ​ຈະຍົກ​ເລີກ​ບໍ, ຫລື ​ເຮົາ​ຈະ​ເຮັດ​ໃຫ້​ສຳ​ເລັດ? ບາງ​ຄົນ​ກໍ​ໄດ້​ຍົກ​​ເລີກ ​ເມື່ອ​ເຂົາ​ເຫັນ​ຕົນ​ເອງ​ບໍ່​ສາມາດ​ເອົາ​ຊະນະ​ການ​ທ້າ​ທາຍ. ​ໃນ​ການບັນ​ລຸ​ຄວາມ​ສຳ​ເລັດ ​ຕ້ອງ​ມີ​ຄວາມ​ອົດທົນ​ຈົນ​ເຖິງ​ທີ່​ສຸດ​ຂອງ​ຊີວິດ.

​ເມື່ອ​ເຮົາ​ຄິດ​ກ່ຽວ​ກັບ​ເຫດການ​ທີ່​ສາມາດ​ເກີດ​ຂຶ້ນກັບ​ເຮົາ​ທຸກ​ຄົນ, ​ເຮົາ​ສາມາດ​ເວົ້ານຳ​ໂຢບ​ໃນ​ສະ​ໄໝ​ໂບຮານ​ໄດ້​ວ່າ, “​ແມ່ນ​ຄົນ​ທີ່​ທຳ​ໃຫ້​ຕົນ​ເດືອດຮ້ອນ​ເອງ.”2 ​ໂຢບ​ເປັນ​ຄົນ​ດີ” ​ເພິ່ນ “ນະມັດ​ສະການ​ພຣະ​ເຈົ້າ, ​ແລະ ລະວັງ​ຕົວ​ບໍ່​ເຮັດ​ຊົ່ວ.”3 ​ເພິ່ນ​ກະທຳ​ຄວາມ​ດີ, ທັງ​ມີ​ຊັບ​ສິນຫລວງຫລາຍ, ​​ແຕ່​ໂຢບ​ຕ້ອງ​​ໄດ້​ປະ​ເຊີນ​ກັບ​ການ​ທົດ​ສອບ ຊຶ່ງ​ສາມາດ​ທຳລາຍ​ທຸກ​ຄົນ​ໄດ້. ​​ໂດຍ​ທີ່ຊັບ​ສົມບັດ​ຂອງ​ເພິ່ນ​ໄດ້​ຖືກ​ທຳລາຍ​ໄປ, ໝູ່​ເພື່ອນ​ໄດ້​ປະ​ຖິ້ມ, ​​ໄດ້​ອົດທົນ​ກັບ​ຄວາມທຸກ​ທໍລະມານ, ​​ໄດ້ໂສກ​ເສົ້າ​ເພາະ​ການ​ສູນ​ເສຍ​ລູກ​ຫລານ​ໄປ​ທັງ​ໝົດ, ​ເພິ່ນ​ຖືກ​ຍົວະ​ “​ໃຫ້​ດ່າ​ພຣະ​ເຈົ້າ, ​ແລະ ຕາຍ​​ເສຍ.”4 ​ເພິ່ນ​ໄດ້​ຕ້ານທານ​ກັບ​ການ​ລໍ້​ລວງ ​ແລະ ​ໄດ້​ປະກາດ​ຈາກ​ສ່ວນ​ເລິກ​ຂອງ​ຈິດ​ວິນ​ຍານ​ຂອງ​ເພິ່ນ​ວ່າ:

“​ເທິງ​ສະຫວັນ​ຊັ້ນຟ້າ​ຄົງຍັງ​ມີ​ຜູ້​ໃດ​ຜູ້​ໜຶ່ງ​ທີ່​ຢືນ​ຢູ່​ເພື່ອ​ຂ້ອຍ, ​ແລະ ​ເຂົ້າຂ້າງ​ຂ້ອຍສະ​ເໝີ.”5

“ຂ້ອຍ​ຮູ້​ວ່າພຣະຜູ້​ໄຖ່​ຊົງ​ພຣະຊົນ.”6

​ໂຢບ​ຍັງ​ຮັກສາ​ສັດທາ​ຂອງ​ເພິ່ນ​ຢູ່. ​ເຮົາ​ຈະ​ເຮັດ​ຄື​ກັບ​ເພິ່ນ​ບໍ ​ເມື່ອ​ເຮົາ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ທີ່​ມາສູ່​ເຮົາ?

​​ເມື່ອ​ໃດ​ກໍ​ຕາມ​ທີ່​ເຮົາ​ຮູ້ສຶກ​ວ່າ​ຊີວິດ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ໜັກໜ່ວງ, ຂໍ​ໃຫ້​ເຮົາ​ຈົ່ງ​ຈື່​ຈຳ​ວ່າ ຄົນ​ອື່ນໆ​ກໍ​ໄດ້​ຜ່ານ​ຜ່າ​ຄື​ກັນ, ​ໄດ້​ອົດທົນ, ​ແລະ ​ໄດ້​ເອົາ​ຊະນະ​ມັນ.

ປະຫວັດສາດ​ຂອງ​ສາດສະໜາ​ຈັກ​ໃນ​ເລື່ອງ​ນີ້, ​ໃນ​ຍຸກ​ສະ​ໄໝ​​ແຫ່ງ​ຄວາມ​ສົມບູນ​ຂອງ​ເວລານີ້, ​ແມ່ນ​ເຕັມ​ໄປ​ດ້ວຍ​ປະສົບ​ການ​ຂອງ​ຜູ້​ທີ່​​ໄດ້​ດີ້ນ​ລົນ, ​ແຕ່​ໄດ້​ຍຶດໝັ້ນ ​ແລະ ຊື່ນ​ໃຈ. ​ແມ່ນ​ຫຍັງ​ຄື​ເຫດຜົນ? ​ເຂົາ​ເຈົ້າ​ໄດ້​ເຮັດ​ໃຫ້​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ​ເປັນ​ຈຸດ​ໃຈກາງ​ຂອງ​ຊີວິດ. ນີ້​ຄື​ສິ່ງ​ທີ່​ສາມາດ​ຊ່ອຍ​ເຮົາ​ຜ່ານ​ຜ່າ​ອັນ​ໃດ​ກໍ​ຕາມ​ທີ່​ມາສູ່​ເຮົາ. ​ເຮົາ​ຍັງ​ຈະ​ພົບກັບ​ການ​ທ້າ​ທາຍ​ອັນ​ຫຍຸ້ງຍາກ​ຢູ່, ​ແຕ່​ເຮົາ​ຈະ​ສາມາດປະ​ເຊີນ​ກັບ​ມັນ, ໜ້າ​ຕໍ່ໜ້າ, ​ແລະ ​ໃນ​ທີ່ສຸດ ມີ​ໄຊຊະ​ນະ.

ຈາກ​ຕຽງ​ທີ່​ເຈັບ​ປວດ, ຈາກ​ໝອນ​ທີ່​ປຽກ​ດ້ວຍ​ນ້ຳຕາ, ​ເຮົາ​​ໄດ້​ຖືກ​ຍົກ​ຂຶ້ນສູ່​ສະຫວັນ​ໂດຍ​ຖ້ອຍ​ຄຳອັນ​ລ້ຳຄ່າ ທີ່​ສັນຍາ​ວ່າ: “​ເຮົາ​ຈະ​ຢູ່​ກັບ​ເຈົ້າ​ເລື້ອຍ​ໄປ, ​ເຮົາ​ຈະ​ບໍ່​ປະ​ຖິ້ມ​ເຈົ້າ.”7 ຄຳ​ປອບ​ໂຍນ​ເຊັ່ນນັ້ນມີຄ່າ​ເກີນ​ກວ່າ​ທຸກ​ສິ່ງ​ທັງ​ປວງ.

​ເມື່ອຂ້າພະ​ເຈົ້າເດີນ​ທາງ​ໄປ​ຫາ​ແດນ​ໄກ​ ຕະຫລອດ​ທົ່ວ​ໂລກ ​ເພື່ອ​ເຮັດ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ການ​ເອີ້ນ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ໄດ້​ຮູ້ຈັກ​ຫລາຍ​ສິ່ງ​ຫລາຍ​ຢ່າງ—ທຸກ​ຄົນ​ກໍ​ມີ​ຄວາມ​ໂສກ​ເສົ້າ ​ແລະ ທຸກທໍລະມານ​ຄື​ກັນ. ຂ້າພະ​ເຈົ້າບໍ່​ສາມາດ​ວັດ​ແທກ​ຄວາມ​ເຈັບ​ປວດ​ໃຈ ​ແລະ ຄວາມ​ໂສກ​ເສົ້າທີ່​ຂ້າພະ​ເຈົ້າ​ໄດ້​ເຫັນ​​​ ​​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າ​ໄດ້​ໄປ​ຢ້ຽມຢາມ​ຜູ້​ທີ່​ມີ​ຄວາມ​ໂສກ​ເສົ້າ, ປ່ວຍ​ໂຊ, ກຳລັງ​ຢ່າ​ຮ້າງ, ​ເປັນ​ທຸກກັບ​ລູກ​ທີ່​ອອກ​ນອກ​ທາງ, ຫລື ຮັບ​ທຸກ​ຈາກ​ການ​ເຮັດ​ບາບ. ບັນຫານັ້ນມີ​ຫລາຍ, ​ເພາະ​ມີ​ບັນຫາ​ຈົນ​ນັບ​ບໍ່​ຖ້ວນ ທີ່​​ສາມາດ​ເກີດ​ຂຶ້ນກັບ​ເຮົາ. ​ເປັນ​ສິ່ງ​ຍາກ​ທີ່​ຈະ​ກ່າວ​ເຖິງ​ບັນຫາ​ໜຶ່ງ, ​ແຕ່​ເມື່ອ​ໃດ​ກໍ​ຕາມ​ທີ່​ຂ້າພະ​ເຈົ້າຄິດ​ກ່ຽວ​ກັບ​ການ​ທ້າ​ທາຍ, ຂ້າພະ​ເຈົ້າມັກ​ຈະ​ຄິດ​ກ່ຽວ​ກັບ ບະ​ລາ​ເດີ ​ເບຣມສ໌ ຄູ​ສອນ​ໂຮງຮຽນ​ວັນ​ອາທິດ​ຕອນ​ຂ້າພະ​ເຈົ້າຍັງ​ນ້ອຍ. ​ລາວ​ເປັນ​ສະມາຊິກ​ທີ່​ຊື່ສັດຂອງ​ສາດສະໜາ​ຈັກ, ​ເປັນ​ຊາຍ​ທີ່​ດີ​ເລີດ. ລາວ ​ແລະ ພັນ​ລະ​ຍາ​ຂອງ​ລາວ, ​ເຊ​ດີ, ມີ​ລູກ​ແປດ​ຄົນ, ຫລາຍ​ຄົນ​ກໍ​ມີ​ອາຍຸ​ລຸ້ນລາວ​ຄາວ​ດຽວ​ກັບ​ຄົນ​ຢູ່​ໃນ​ຄອບຄົວ​ຂອງ​ຂ້າພະ​ເຈົ້າ.

ຫລັງ​ຈາກ ​​ແຟຣນຊິດ ​ແລະ ຂ້າພະ​ເຈົ້າ​ໄດ້​ແຕ່ງງານ​ກັນ ​ແລະ ​ໄດ້​ຍ້າຍ​ຈາກ​ຫວອດ​ນັ້ນ, ພວກ​ເຮົາ​ໄດ້​ເຫັນ ບະ​ລາ​ເດີ ​ແລະ ຊິດ​ສະ​ເຕີ ​​ເບຣມສ໌ ​ແລະ ຄົນ​ໃນ​ຄອບຄົວ​ຂອງ​ເຂົາ​ເຈົ້າຕອນ​​ແຕ່ງງານ ​ແລະ ສົ່ງສະການ, ​ແລະ ຕອນ​ມີ​ການ​ຊຸມນຸມ​ຂອງ​ສະມາຊິກ​ຫວອດ​ເກົ່າ.

​ໃນ​ປີ 1968 ບະ​ລາ​ເດີ ​ເບຣມສ໌ ​ໄດ້​ສູນ​ເສຍ​ ​ເຊ​ດີ ພັນ​ລະ​ຍາ​ຂອງ​ລາວໄປ. ລູກ​ສອງ​ຄົນ​ຂອງ​ລາວ​ກໍ​ໄດ້​ເສຍ​ຊີວິດ​ໄປ​ຄື​ກັນ ​ເມື່ອ​ວັນ​ເດືອນ​ປີຜ່ານ​ໄປ.

ມື້ໜຶ່ງ​ເກືອບ​ 13 ປີ​ກ່ອນ, ຫລານ​ສາວ​ກົກຂອງ ບະ​ລາ​ເດີ ​ເບຣມສ໌ ​ໄດ້​ໂທ​ມາ​ຫາ​ຂ້າພະ​ເຈົ້າ. ນາງ​ໄດ້​ບອກ​ວ່າ ພໍ່​ຕູ້​ຂອງ​ນາງ​​ເຖິງ​ວັນ​ຄົບຮອບວັນ​ເກີດ 105 ປີ​ຂອງລາວ. ນາງ​ເວົ້າວ່າ, “ລາວ​ອາ​ໄສ​ຢູ່​ຫໍ​ພັກ​ຄົນ​ເຖົ້າ ​ແຕ່​ໄດ້​ພົບ​ກັບ​ຄອບຄົວ​ທັງ​ໝົດ​ຂອງ​ລາວ​ໃນທຸກໆ​ວັນ​ອາທິດ, ບ່ອນ​ທີ່​ລາວ​ໄດ້​ສອນບົດຮຽນ​​ເລື່ອງ​ພຣະກິດ​ຕິ​ຄຸນ.” ນາງ​ໄດ້​ເວົ້າຕື່ມ​ອີກ​ວ່າ, “ວັນ​ອາທິດ​ແລ້ວ​ນີ້ ພໍ່​ຕູ້​ໄດ້​ບອກ​ພວກ​ເຮົາ​ວ່າ, ‘ລູກ​ຫລານ​ເອີຍ, ພໍ່​ຕູ້​ຈະ​ຕາຍ​ໃນ​ອາທິດ​ນີ້. ຂໍ​ໃຫ້​ພວກ​ເຈົ້າ​ໂທ​ໄປ​ຫາ ທອມ​ມີ ມອນ​ສັນ ​ໃຫ້​ແດ່. ​ເພິ່ນ​ຮູ້ຈັກ​ວ່າ​ຈະ​​ເຮັດ​ສິ່ງ​ໃດ.’”

ຂ້າພະ​ເຈົ້າ​ໄດ້​ໄປ​ຢ້ຽມຢາມ ບະ​ລາ​ເດີ ​ເບຣມສ໌ ​ໃນ​ຕອນ​​ແລງ​ມື້ນັ້ນ. ຂ້າພະ​ເຈົ້າບໍ່​ໄດ້​ເຫັນ​ລາວ​ດົນ​ແລ້ວ. ຂ້າພະ​ເຈົ້າບໍ່​ສາມາດ​ເວົ້າລົມ​ນຳ​ລາວ ​ເພາະ​ຫູລາວບໍ່​ໄດ້​ຍິນ. ຂ້າພະ​ເຈົ້າບໍ່​ສາມາດ​ຂຽນ​ໜັງສື​ໃຫ້​ລາວ​ອ່ານ, ​ເພາະ​ຕາລາວບໍ່​ເຫັນ​ຫຸ່ງ. ຄອບຄົວ​ລາວ​ໄດ້​ບອກ​ຂ້າພະ​ເຈົ້າວ່າ ຕອນ​ເຂົາ​ເຈົ້າ​ເວົ້າລົມ​ນຳ​ລາວ, ​ເຂົາ​ເຈົ້າຕ້ອງ​​ເອົາ​ນິ້ວມື​ເບື້ອງ​ຂວາ​ຂອງ​ລາວ​ຂຽນ​ໃສ່​ຝາ​ມື​ເບື້ອງ​ຊ້າຍ​ຂອງ​ລາວ ບອກ​ຊື່​ຂອງ​ຄົນ​ທີ່​ມາ​ຢ້ຽມຢາມ. ການ​ບອກ​ເລົ່າ​ທຸກ​ຢ່າງຕ້ອງ​ໄດ້​ເຮັດ​ແບບ​ນີ້​ຄື​ກັນ. ຂ້າພະ​ເຈົ້າ​ໄດ້​ເຮັດ​ຕາມ​ແບບ​ແຜນ ​ແລະ ​ໄດ້​ເອົາ​ນິ້ວມື​ຂອງ​ລາວ​ຂຽນ​ຄຳ​ວ່າ “ທ-ອ-ມ-​ມີ-ມ-ອ-ນ​-ສັ-ນ,” ​ເປັນ​ຊື່​ທີ່​ລາວ​ເອີ້ນ​ຂ້າພະ​ເຈົ້າມາ​ຕະຫລອດ. ບະ​ລາ​ເດີ ​ເບຣມສ໌ ​ເລີ່ມຕື່ນ​ເຕັ້ນ, ​ແລະ ​ໄດ້​ຈັບ​ເອົາ​ມື​ຂອງ​ຂ້າພະ​ເຈົ້າຂຶ້ນວາງ​ໄວ້​ເທິງ​ຫົວ​ຂອງ​ລາວ. ຂ້າພະ​ເຈົ້າຮູ້​ວ່າ ລາວ​ຕ້ອງ​ການ​ພອນ​ຂອງ​ຖານະ​ປະ​ໂລຫິດ. ຜູ້​ຂັບ​ລົດ​ທີ່​ພາ​ຂ້າພະ​ເຈົ້າ​ໄປ​ຫາ​ຫໍ​ພັກ ​ໄດ້​ຮ່ວມ​ກັບ​ຂ້າພະ​ເຈົ້າ ​ໃນ​ຂະນະ​ທີ່​ວາງ​ມື​ໃສ່​ເທິງ​ຫົວ​ຂອງ ບະ​ລາ​ເດີ ​ເບຣມສ໌ ​ແລະ ມອບ​ພອນ​ທີ່​ລາວ​ປາດ​ຖະໜາ. ຫລັງ​ຈາກ​ນັ້ນ, ນ້ຳຕາ​ຂອງ​ລາວ​ໄດ້​ໄຫລ​ອອກ​ມາຈາກ​ຕາ​ທີ່​ດັບ​ມືດ. ລາວ​ໄດ້​ຈັບ​ມື​ຂອງ​ພວກ​ເຮົາ​ດ້ວຍ​ຄວາມ​ກະຕັນຍູ. ​ເຖິງ​ແມ່ນ​ວ່າ ລາວ​ບໍ່​ໄດ້​ຍິນ​ພອນ​ທີ່​ພວກ​ເຮົາ​ມອບ​ໃຫ້​ລາວ, ​ແຕ່​ກໍ​ຮູ້ສຶກ​ເຖິງພຣະວິນ​ຍານຫລາຍ​ທີ່​ສຸດ, ​​ແລະ ຂ້າພະ​ເຈົ້າ​ເຊື່ອ​ວ່າ ລາວ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ຮູ້​ຈັກ​ວ່າ ພວກ​ເຮົາ​ໄດ້ມອບ​ພອນ​ທີ່​ລາວ​ຕ້ອງການ​ໃຫ້​ລາວ​ແລ້ວ. ຊາຍ​ທີ່​ແສນ​ດີ​ຄົນ​ນີ້​ບໍ່​ສາມາດ​ຫລຽວ​ເຫັນ. ລາວ​ບໍ່​ສາມາດ​ໄດ້​ຍິນ. ລາວ​ໄດ້​ຢູ່​ໃນ​ຫ້ອງ​ນ້ອຍໆ​ຕະຫລອດ​ທັງ​ວັນ ​ແລະ ຄືນ ຢູ່​ສູນ​ບົວລະບັດ​ຄົນ​ແກ່​ຊະລາ. ​ແຕ່​ຮອຍ​ຍິ້ມ​ໃນ​ໃບ​ໜ້າ ​ແລະ ຖ້ອຍ​ຄຳ​ຂອງ​ລາວ​ທີ່​ໄດ້​ກ່າວ​ອອກ​ມາ ປະ​ທັບ​ໃຈ​ຂອງ​ຂ້າພະ​ເຈົ້າຫລາຍ. “ຂອບ​ໃຈ,” ລາວ​ເວົ້າ “ພຣະບິດາ​ເທິງ​ສະຫວັນ​ດີ​ກັບ​ຂ້ອຍ​ຫລາຍ​ແທ້ໆຕະຫລອດ​ມາ.”

ພາຍ​ໃນ​ອາທິດ​ນັ້ນ, ຕາມ​ທີ່ ບະ​ລາ​ເດີ ​ເບຣມສ໌ ​ໄດ້ບອກ​​ໄວ້ລ່ວງ​ໜ້າ, ລາວກໍ​ໄດ້​ເສຍ​ຊີວິດ​ໄປ. ລາວ​ບໍ່​ເຄີຍ​ເອົາ​ໃຈ​ໃສ່​ກັບ​ສິ່ງ​ທີ່​ລາວ​ຂາດ​ຕົກ​ບົກ​ພ່ອງ; ​​​ແຕ່​ລາວ​ມີ​ຄວາມ​ກະຕັນຍູ​ສຳລັບ​ພອນ​ທັງຫລາຍ​ທີ່​ລາວ​ໄດ້​ຮັບ.

ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ, ຜູ້​ປະທານ​ຄວາມສຸກ​ຢ່າງ​ຫລວງຫລາຍ​ໃຫ້​ເຮົາ, ຍັງ​ຮູ້​ອີກ​ວ່າ ​ເຮົາ​ຮຽນ​ຮູ້ ​ແລະ ​ເຕີບ​ໂຕ ​ແລະ ກາຍ​ເປັນ​ຄົນ​ທີ່​ເຂັ້ມ​ແຂງ​ກວ່າ ​ເມື່ອ​ເຮົາ​ປະ​ເຊີນ​ ​ແລະ ​ເອົາ​ຊະນະ​ການ​ທົດ​ລອງ ຜ່ານ​ສິ່ງ​ທີ່​ເຮົາ​ຕ້ອງ​ຜ່ານ​ຜ່າ. ​ເຮົາ​ຮູ້​ວ່າ ຈະ​ມີ​ເວລາ​ຕອນ​ເຮົາ​ຈະ​ປະສົບ​ກັບ​ຄວາມ​ເສຍ​ໃຈ, ​ໂສກ​ເສົ້າ, ​ແລະ ​ຖືກ​ທົດ​ສອບ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ເຮົາ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ຫຍຸ້ງຍາກ​ເຊັ່ນ​ນັ້ນ ຈະ​​ເຮັດ​ໃຫ້​ເຮົາ​ປ່ຽນ​ແປງ​ໄປ​ໃນ​ທາງ​ທີ່​ດີ, ທີ່​ຈະ​ສ້ອມ​ແປງ​ຊີວິດ​ຂອງ​ເຮົາ ​ໃນ​ທາງ​ທີ່​ພຣະບິດາ​ເທິງ​ສະຫວັນ​ສອນ​ເຮົາ, ​ແລະ ທີ່​ຈະ​ກາຍ​ເປັນ​ຄົນ​ທີ່​ແຕກ​ຕ່າງ​ກວ່າ​ທີ່​ເຮົາ​ເຄີຍ​ເປັນ​ມາ—ດີກ​ວ່າ​ເຮົາ​ເຄີຍ​ເປັນ, ​ເຂົ້າ​ໃຈ​ຫລາຍ​ກວ່າ​​ເກົ່າ, ຮູ້ຈັກ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ​ຫລາຍ​ກວ່າ​ທີ່​ເຄີຍ​ຮູ້, ດ້ວຍ​ປະຈັກ​ພະຍານ​ອັນ​ເຂັ້ມ​ແຂງຫລາຍ​ກວ່າ​ຄາວ​ກ່ອນ.

ສິ່ງ​ນີ້​ຄວນ​ເປັນຈຸດປະສົງ​ຂອງ​ເຮົາ—​ບໍ່​ພຽງ​ແຕ່ພາກ​ພຽນ ​ແລະ ອົດທົນ​ເທົ່າ​ນັ້ນ, ​ແຕ່​ກາຍ​ເປັນ​ການຫລໍ່​ຫລອມ​ທາງ​ວິນ​ຍານ​ນຳ​ອີກ ​ໃນ​ຂະນະ​ທີ່​ເຮົາ​ເດີນ​ໄປ​ໃນ​ບ່ອນ​ທີ່​ມີ​ແສງ​ແດດ ​ແລະ ຄວາມ​ໂສກ​ເສົ້າ. ຖ້າ​ຫາກ​ບໍ່​ເປັນ​ເພາະ​ຕ້ອງ​ໄດ້​ເອົາ​ຊະນະ​ການ​ທ້າ​ທາຍ ​​ແລະ ບັນຫາ, ​ແລ້ວ​ເຮົາຄົງ​ຈະ​ຢູ່​ຊື່ໆ, ​ໂດຍ​ບໍ່​ກ້າວ​ໄປ​ໜ້າ​ສູ່​ເປົ້າໝາຍ​ແຫ່ງ​ຊີວິດ​ນິລັນດອນ​ຂອງ​ເຮົາ. ນັກ​ກາ​ວີ​ຄົນ​ໜຶ່ງ​ໄດ້​ກ່າວ​​ແບບດຽວ​ກັນ​ ​ໃນ​ຖ້ອຍ​ຄຳ​ເຫລົ່າ​ນີ້:

​ຕົ້ນ​ໄມ້​ທີ່​ດີ​ບໍ່​ໄດ້​ເຕີບ​​ໂຕ​ແບບ​ງ່າຍໆ,

ລົມ​ພັດ​ແຮງ​ເທົ່າ​ໃດ, ຕົ້ນ​ໄມ້​​ແຮ່ງເຂັ້ມ​ແຂງ​ຫລາຍ​ຂຶ້ນ.

ທ້ອງຟ້າ​ສູງ​ພຽງ​ໃດ, ຄວາມ​ຍາວ​ຂອງ​ມັນ​​ແຮ່ງສູງ​ຂຶ້ນ,

ລົມ​ພະຍຸ​ຮ້າຍ​ແຮງ​ເທົ່າ​​ໃດ, ມັນ​​ແຮ່ງ​ຍຶດໝັ້ນ​ໃຫ້​ແໜ້ນໜາ​ກວ່າ​ເກົ່າ.

ທັງ​ຮ້ອນ ​ແລະ ໜາວ, ທັງ​ຝົນ ​ແລະ ຫິມະ​ຕົກ,

​ທັງ​ໃນຕົ້ນ​ໄມ້ ​ແລະ ມະນຸດ, ຈະ​ເຕີບ​ໂຕ​ຂຶ້ນພາຍ​ໃນ.8

ພຽ​ງ​ແຕ່​ພຣະອາຈານ​ເທົ່າ​ນັ້ນທີ່​ຮູ້​ເຖິງ​ຄວາມ​ໜັກໜ່ວງ​ຂອງ​ການ​ທົດ​ລອງ​, ຄວາມ​​ເຈັບ​ປວດ, ​ແລະ ຄວາມທຸກ​ທໍລະມານ​ຂອງ​ເຮົາ. ພຣະອົງ​​ເທົ່າ​ນັ້ນໄດ້​ສະ​ເໜີ​ມອບ​ຄວາມ​ສະຫງົບ​ນິລັນດອນ​ໃຫ້ ​ໃນ​ເວລາ​ທີ່​ມີ​ຄວາມທຸກ​ຍາກ​ລຳບາກ. ພຣະອົງ​ເທົ່ານັ້ນທີ່​ສາມາດ​ສຳ​ພັດ​ຈິດ​ວິນ​ຍານ​ທີ່​​ເຈັບ​ປວດຂອງ​ເຮົາ ດ້ວຍ​ຖ້ອຍ​ຄຳ​ດັ່ງ​ຕໍ່​ໄປ​ນີ້:

“ຈົ່ງ​ມາ​ຫາ​ເຮົາ, ​ແລະ ​ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ເຊົາ​ເມື່ອຍ.

“ຈົ່ງ​​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້​ແລ້ວ​ຮຽນ​ຮູ້​ຈາກ​ເຮົາ ​ເພາະວ່າ​ເຮົາ​ເປັນ​ຜູ້​ໃຈ​ອ່ອນ​ສຸພາບ ​ແລະ ຖ່ອມ​ລົງ: ​ແລ້ວ​ຈິດ​ໃຈ​ຂອງ​ພວກ​ເຈົ້າຈະ​ໄດ້​ພົບ​ຄວາມ​ເຊົາ​ເມື່ອຍ.

“ດ້ວຍ​ວ່າ ​ແອກ​ຂອງ​ເຮົາ​ກໍ​ພໍ​ເໝາະ ​ແລະ ພາລະ​ຂອງ​ເຮົາ​ກໍ​ເບົາ.”9

ບໍ່​ວ່າ​ມັນ​ຈະ​ເປັນ​ເວລາ​ທີ່​ດີ​ທີ່​ສຸດ ​ຫລື ​ເວລາ​ທີ່​ຮ້າຍ​​ແຮງ​ທີ່​ສຸດ, ພຣະອົງ​ສະຖິດ​ຢູ່​ນຳ​ເຮົາ. ພຣະອົງ​ໄດ້​ສັນຍາ​ວ່າ ຈະ​ບໍ່​ປ່ຽນ​ແປງ.

ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າພະ​ເຈົ້າ, ຂໍ​ໃຫ້​ຄຳສັນຍາທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພຣະບິດາ​ເທິງ​ສະຫວັນ ບໍ່​ປ່ຽນ​ແປງ​ຕາມ​ການ​ເວລາ ຫລື ຕາມ​ຄວາມຄັບຂັນ​ໃນ​ຊີວິດ​ຂອງ​ເຮົາ. ​ເຮົາ​ບໍ່​ຄວນປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ທີ່​ຈະ​ລະນຶກ​ເຖິງ​ພຣະອົງ, ​ແລະ ​ເຮົາ​ບໍ່​ຄວນ​ຖືກ​ບັງຄັບ​ໃຫ້​ຖ່ອມຕົວ​ລົງ ກ່ອນ​ຈະ​ມອບ​ສັດທາ ​ແລະ ຄວາມ​ໄວ້​ວາງ​​ໃຈ​ໃນ​ພຣະອົງ.

ຂໍ​ໃຫ້​ເຮົາ​ຈົ່ງ​ພະຍາຍາມ​ໃຫ້​ເຂົ້າ​ໃກ້ຊິດ​ນຳພຣະບິດາ​ເທິງ​ສະຫວັນ. ​ໃນ​ການ​ເຮັດ​ເຊັ່ນ​ນັ້ນ, ​ເຮົາ​ຕ້ອງ​ອະທິຖານ​ຫາ​ພຣະອົງ ​ແລະ ຟັງ​ພຣະອົງ​ທຸກໆ​ວັນ. ​ເຮົາ​ຕ້ອງການ​ພຣະອົງ​ແທ້ໆ​ໃນ​ທຸກ​ຊົ່ວ​ໂມງ, ບໍ່​ວ່າ​ຈະ​ເປັນ​ຊົ່ວ​ໂມງ​ທີ່​ແດດ​ອອກ ຫລື ຝົນຕົກ​ກໍ​ຕາມ. ຂໍ​ໃຫ້​ຄຳ​ສັນຍາ​ຂອງ​ພຣະອົງ​ຈົ່ງ​ເປັນຄຳ​ຂວັນ​ຂອງ​ເຮົາ​ ທີ່​ວ່າ: “ເຮົາ​ຈະ​ຢູ່​ກັບ​ເຈົ້າ​ເລື້ອຍ​ໄປ, ​ເຮົາ​ຈະ​ບໍ່​ປະ​ຖິ້ມ​ເຈົ້າ.”10

ດ້ວຍ​ສຸດ​ພະລັງ​ຂອງຈິດ​ວິນ​ຍານ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ວ່າ​ພຣະ​ເຈົ້າຊົງ​ພຣະຊົນ​ຢູ່ ​ແລະ ຮັກ​ເຮົາ, ວ່າ​ພຣະບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີ​ດຂອງ​ພຣະອົງ​ໄດ້​ມີ​ພຣະຊົນ ​ແລະ ສິ້ນ​ພຣະຊົນ​ເພື່ອ​ເຮົາ, ​ແລະ​ວ່າ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ​ເປັນ​ແຫ​ລ່ງທີ່​ໃຫ້​ຄວາມ​ສະ​ຫວ່າງ ສ່ອງ​ໃສ່​ຄວາມ​ມືດ​ຂອງ​ຊີວິດ​ເຮົາ. ຂໍ​ໃຫ້​ມັນ​ຈົ່ງ​ເປັນ​ເຊັ່ນ​ນັ້ນ, ​ຂ້າພະ​ເຈົ້າອະທິຖານ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.