​2010–2019
ຈົ່ງ​ມອງ​ໄປ​ໜ້າ ແລະ ເຊື່ອ
ຕຸລາ 2013


10:32

ຈົ່ງມອງ​ໄປ​ໜ້າ ແລະ ເຊື່ອ

ໃນ​ສາຍ​ພະ​ເນດ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ແລ້ວ, ມັນ​ບໍ່​ສຳ​ຄັນ​ວ່າ​ເຮົາ​ໄດ້​ເຮັດ​ຫ​ຍັງ​ມາ​ຫລາຍ​ປານ​ໃດ ຫລື​ວ່າ ບ່ອນ​ທີ່​ເຮົາ​ໄດ້​ຜ່ານ​ມາ ແຕ່​ມັນ​ສຳ​ຄັນ​ທີ່​ວ່າ​ເຮົາ​ເຕັມ​ໃຈ​ຈະ​ໄປ​ຕໍ່​ອີກຢູ່​ບ່ອນ​ໃດ.

ຄາວ​ຍັງ​ນ້ອຍ, ຂະ​ນະ​ທີ່​ໄດ້​ເຮັດ​ວຽກ​ຢູ່​ໃນ​ໄຮ່​ກັບ​ແມ່​ຂອງ​ຂ້າ​ພະ​ເຈົ້າ, ເພິ່ນ​ໄດ້​ສອນ​ຂ້າ​ພະ​ເຈົ້າ​ເຖິງ​ບົດ​ຮຽນ​ທີ່​ສຳ​ຄັນ​ສຸດ​​ບົດ​ໜຶ່ງໃນ​ຊີ​ວິດ. ມັນ​ເປັນ​ຕອນ​ສວຍ​ໃນ​ເຊົ້າ​ມື້​ໜຶ່ງ, ຕາ​ເວັນ​ກໍ​ຢູ່​ເທິງ​ຟ້າ ແລະ ພວກ​ເຮົາ​ໄດ້​ພາ​ກັນ​ຂຸດ​ດິນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຄິດ​ວ່າເປັນ​ເວ​ລາ​ທີ່​ດົນ​ນານ​ຂະ​ໜາດ. ຂ້າ​ພະ​ເຈົ້າ​ໄດ້​ຢຸດ​ເພື່ອ​ຈະ​ຫລຽວ​ກັບ​ຄືນ​ໄປ​ເບິ່ງ​ສ່ວນ​ທີ່​ເຮົາ​ໄດ້​ສຳ​ເລັດ​ແລ້ວ ແລະ ເວົ້າ​ກັບ​ແມ່​ວ່າ, “ຈົ່ງ​ຫລຽວ​ເບິ່ງ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ແລ້ວ​​ແມ!” ແມ່​ບໍ່​ໄດ້​ຂານ​ຕອບ. ໂດຍ​ທີ່​ຄິດ​ວ່າ​ເພິ່ນບໍ່​ໄດ້​ຍິນ​ຂ້າ​ພະ​ເຈົ້າ, ຂ້າ​ພ​ະ​ເຈົ້າ​ຈຶ່ງ​ໄດ້​ເວົ້າ​ຊ້ຳ​ສິ່ງ​ທີ່​ຂ້າ​ພ​ະ​ເຈົ້າ​ໄດ້​ເວົ້າ​ແລ້ວ​ເປັນ​ສຽງ​ດັງຂຶ້ນ​ກວ່າ​ເກົ່າ. ເພິ່ນ​ຍັງ​ບໍ່​ກ່າ​ວ​ຫ​ຍັງ​ຕອບ. ກ່າວ​ໃຫ້​ສຽງ​ຂອງ​ຂ້າ​ພະ​ເຈົ້າ​ດັງ​ຂຶ້ນ​ຕື່ມ​ອີກ ​ແລະ ​ໄດ້​ກ່າວ​ຊ້ຳ​ອີກ. ໃນ​ທີ່​ສຸດ, ເພິ່ນ​ໄດ້​ຫັນ​ໜ້າ​ມາ​ຫາ​ຂ້​າ​ພະ​ເຈົ້າ ແລະ ໄດ້​ກ່າວ​ວ່າ, “ແອດ​ເວີດ, ຢ່າ​ຫລຽວ​ຄືນ​ຫລັງ​ຈັກ​ເທື່ອ, ຈົ່ງ​ມອງ​ໄປ​ໜ້າ​ຫາ​ສິ່ງ​ທີ່​ເຮົາ​ຍັງ​ຈະ​ຕ້ອງ​ເຮັດ.”

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ພັນ​ທະ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ​ກັບ​ພ​ຣະ​ຜູ້​ເປັນ​ເຈົ້າ​ຕອນ​ເຮົາ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ທີ່, ຈະ​ຢືນ​ເປັນ​ພະ​ຍານ​ຂອງພ​ຣະ​ເຈົ້າໃນ​ທຸກ​ເວ​ລ​າ ແລະ ໃນ​ທຸກ​ສິ່ງ, ແລະ ໃນ​ທຸກ​ບ່ອນ​ທີ່​ ພວກ​ເຮົາຢູ່ນັ້ນ (​​ໂມ​ໄຊ​ຢາ​ 18:9), ​ເປັນ​ຄຳ​ໝັ້ນ​ສັນ​ຍາ​ຕະ​ຫລອດ​ຊີ​ວິດ. ປະ​ທານ​ດີ​ເດີ ແອັຟ ອຸກ​ດອບ ​ໄດ້​ແນະ​ນຳ​ວ່າ: “ຜູ້​ທີ່​ໄດ້​ເຂົ້າ​ມາ​ໃນ​ນ້ຳ​ແຫ່ງ​ການ​ບັບ​ຕິ​ສະ​ມາ ແລະ ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ແລ້ວ ໄດ້​ວາງ​ຕີນ​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ການ​ເປັນ​ສາ​ນຸ​ສິດ ແລະ ໄດ້​ຮັບ​ມອບ​ໝາຍ​ໃຫ້​​ຕິດ​ຕາມ​ຢ່າງ​ແນວ​ແນ່ ແລະ ຢ່າງ​ຊື່​ສັດ​ໃນ​ຮອຍ​ພ​ຣະ​ບາດ​ຂອງ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ” (“Saints for All Seasons,” Ensign or Liahona, Sept. 2013, 5). ​ຜ່ານ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ເອີ້ນ​ເຮົາ​ໃຫ້​ຮັບ​ໃຊ້​ໃນ​ການ​ເອີ້ນ​ຕ່າງໆ, ທີ່​ເຮົາ​ຮັບ​ເອົາ​ດ້ວຍ​ຄຳ​ໝັ້ນ​ສັນ​ຍາ​ທີ່​ເຕັມ​ທີ. ເມື່ອ​ຖືກ​ປົດ​ຈາກ​ຕຳ​ແໜ່ງ ແລະ ໄດ້​ຮັບ​ການ​ເອີ້ນ​ໃນ​ການ​ມອບ​ໝາຍ​ຢ່າງ​ອື່ນ, ເຮົາ​ຍອມ​ຮັບ​ດ້ວຍ​ຄວາມ​ເບີກ​ບານ​ໂດຍ​ທີ່​ຮູ້​ວ່າ, ດັ່ງ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ​ໄດ້​ຮູ້, ວ່າ “ໃນ​ການ​ຮັບ​ໃຊ້​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ, ມັນ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ວ່າ​ທ່ານ​ຮັບ​ໃຊ້​ຢູ່​ບ່ອນ​ໃດ ແຕ່​ວ່າ​ທ່ານ​ຮັບ​ໃຊ້​ແບບ​ໃດ” (J. Reuben Clark Jr., in Conference Report, Apr. 1951, 154).

ສະ​ນັ້ນ ເມື່ອ​ປະ​ທານ​ສະ​ເຕກ ຫລື ອະ​ທິ​ການ​ຄົນ​ໜຶ່ງ​ຖືກ​ປົດ​ຈາກ​ຕຳ​ແໜ່ງ, ເພິ່ນ​ຈະ​ຍອມ​ຮັບ​ການ​ປົດ​ນັ້ນ​ຢ່າງ​ມີ​ຄວາມ​ສຸກ, ແລະ ເມື່ອ​ມີ​ການ​ເອີ້ນ​ໃຫ້​ຮັບ​ໃຊ້​ບໍ່​ວ່າ​ໃນ​ວິ​ທີ​ທາງ​ໃດ​ກໍ​ຕາມ​ທີ່​ພ​ຣະ​ຜູ້​ເປັນ​ເຈົ້າ, ຜ່ານ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ “ເຫັນ​ວ່າ​ສົມ​ຄວນ” (​ໂມ​ໄຊ​ຢາ 3:19), ເພິ່ນ​ຈະ​ບໍ່ຕົກ​ຢູ່​ໃນ​ອິດ​ທິ​ພົນ​ຂອງ​ປະ​ສົບ​ການ​ທີ່​ຜ່ານ​ມາ​ຂອງ​ເພິ່ນ, ທັງ​ເພິ່ນ​ຈະ​ບໍ່​ຫລຽວ​ຄືນ​ຫລັງ ແລະ ຄິດ​ວ່າ​ເພິ່ນ​ໄດ້​ຮັບ​ໃຊ້​ມາ​ພໍ​ແລ້ວ. ເພິ່ນບໍ່ໄດ້​ເບື່ອ​ໜ່າຍ​ໃນ​ການ​ເຮັດ​ສິ່ງ​ດີ, ເພາະ​ວ່າ​ເພິ່ນ​ຮູ້​ວ່າ​ເພິ່ນ​ກຳ​ລັງວາງ​ຮາກ​ຖານ​ຂອງ​ງານ​ທີ່​ຍິ່ງ​ໃຫ​ຍ່ ດ້ວຍ​ມະ​ໂນ​ພາບ​ທີ່​ແຈ້ງ​ໃສ ວ່າ​ຄວາມ​ພະ​ຍາ​ຍາມ​ດັ່ງ​ກ່າວ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຄົນ​ຊົ່ວ​ນິ​ລັນ​ດອນ. ສະ​ນັ້ນ ຈາກສິ່ງ​ເລັກໆ​ນ້ອຍໆ​ ສິ່ງ​ທີ່​ຍິ່ງ​ໃຫ​ຍ່​ຈະ​ອອ​ກ​ມາ (​ເບິ່ງ D&C 64:33).

ເຮົາ​ທຸກ​ຄົນ​ຄວນກະ​ຕື​ລື​ລົ້ນ​ຢູ່ໃນ​ອຸ​ດົມ​ການທີ່​ດີ, ແລະ ເຮັດ​ຫລາຍ​ສິ່ງ​ດ້ວຍ​ຄວາມ​ສະ​ໝັກ​ໃຈ​ຂອງ​ເຮົາ​ເອງ, ແລະ ເຮັດ​ໃຫ້​ເກີດ​ຄວາມ​ຊອບ​ທຳ​ຫລາຍ​ຂຶ້ນ” (​ເບິ່ງ D&C 58:27).

ແອວ​ເດີ ​ແຈັ​ບຟະຣີ ອາ ຮໍ​ແລນ ແຫ່ງ​ສະ​ພາ​ອັກ​ຄະ​ສາ​ວົກ​ສິບ​ສອງ​ໄດ້​ແນະ​ນຳ​ວ່າ: ​“ສະ​ພາບ​ການ​ໃນອະ​ດີດ​ເປັນ​ບົດ​ຮຽ​ນ​ທີ່​ເຮົາ​ຮຽນ​ຮູ້ຈາກ ແຕ່ບໍ່​ແມ່ນ​ຈະຢູ່ບ່ອນນັ້ນ. ເຮົາ​ຫລຽວ​ຄືນ​ຫລັງ​ເພື່ອຮຽນ​ຮູ້​ຈາກ​ພາກ​ສ່ວນ​ທີ່​ດີ​ທີ່​ສຸດ ຈາກປະ​ສົບ​ການ​ດີໆ ແຕ່ບໍ່ແມ່ນຈະ​ໝົກ​ໝຸ້ນ​ຢູ່​ກັບສິ່ງ​ທີ່​ຜ່​ານ​ໄປ​ແລ້ວ. ແລະ ເມື່ອ​ເຮົາ​ໄດ້​ຮຽນ​ຮູ້​ສິ່ງ​ທີ່​ເຮົາ​ຈຳ​ເປັນ​ຕ້ອງ​ຮຽນ​ຮູ້ ແລະ ໄດ້​ນຳ​ເອົາ​ສິ່ງ​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ໄດ້​ປະ​ສົບ​ມາ​ນຳ​ເຮົາ, ແລ້ວ​ເຮົາ​ກໍ​ຈະມອງ​ໄປ​ໜ້າ ແລະ ຈົດ​ຈຳວ່າ ​ສັດທາ​ນັ້ນຈະ​ຊີ້​ໄປ​ຫາ​ອະນາຄົດ​ສະ​ເໝີ” (“The Best Is Yet to Be,” Ensign, Jan. 2010, 24; or Liahona, Jan. 2010, 18).

ເຖິງ​ແມ່ນ​ວ່າ​ບົດ​ຮ​ຽນ​ແຫ່ງ​ການມອງ​ໄປ​ໜ້າຂອງ​ແມ່​ຂອງ​ຂ້າ​ພະ​ເຈົ້າ​ນັ້ນ​ແມ່ນ​ເຈາະ​ຈົງ​ໃສ່​ກັບຫ​ຍ້າ​ທີ່​ຫລຽວ​ເຫັນ​ໃນ​​ເດີ່ນ, ການ​ທ້າ​ທາຍ​ນີ້​ກໍ​ສຳ​ຄັນ​ນ້ອຍເມື່ອ​ປຽບ​ທຽບ​ໃສ່​ກັບ​ສິ່ງ​ທີ່​ໄພ່​ພົນ​ໃນ​ຕອນ​ຕົ້ນ​ໄດ້​ຜ່ານ​ຜ່າ​ມາ. ແອວ​ເດີ ໂຈ​ເຊັບ ບີ ເວີດ​ລິນ ໄດ້​ບັນ​ຍາຍ​ເຖິງ​ປະ​ສົບ​ການນັ້ນ​ໄດ້​ຢ່າງ​ດີ​ທີ່​ວ່າ: “ໃນ​ປີ 1846, ຈຳ​ນວນ​ຄົນ​ຫລາຍ​ກວ່າ 10,000 ຄົນ​ໄດ້ໜີ​ຈາກ​​ເມືອງ​ນາ​ວູ​ທີ່​ກ້າວ​ໜ້າ​ນັ້ນ ເມືອງ​ທີ່​ຖືກ​ສ້າງ​ຂຶ້ນ​ຢູ່​ແຄມ​ແມ່​ນ້ຳ ມິດຊິຊິບ​ປີ. ດ້ວຍ​ສັດ​ທາ​ໃນ​ຜູ້​ນຳ​ທີ່​ໄດ້​ຮັບການ​ພະ​ຍາ​ກອນ, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ຕອນ​ຕົ້ນ​ເຫລົ່າ​ນັ້ນ​ໄດ້​ໜີ​ຈາກ ‘ເມືອງ​ທີ່​ສວຍ​ງາມ’ ຂອງ​ເຂົາ​ເຈົ້າ​ໄປ ແລະ ໄດ້​ເຂົ້າ​ໄປ​ໃນ​ແດນ​ທຸ​ລະ​ກັນ​ດານ​ຂອງທິດ​ຕາ​ເວັນ​ຕົກ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ໃນ​ເວ​ລານັ້ນ. ເຂົາ​ເຈົ້າ​ບໍ່​ໄດ້​ຮູ້​ຢ່າງ​ແນ່ນອນ​ວ່າ​ເຂົາ​ເຈົ້າ​ຈະ​ໄປ​ໃສ, ວ່າ​ຈະ​ໄປ​ໄກ​ຈັກ​ກິ​ໂລ​ແມັດ​ແນ່, ວ່າ​ການ​ເດີນ​ທາງ​ຈະ​ໃຊ້​ເວ​ລາ​ນານ​ເທົ່າ​ໃດ, ຫລືວ່າ​ຈະ​ມີ​ຫ​ຍັງເກີດ​ຂຶ້ນ​ໃນ​ອະ​ນາ​ຄົດ​ຂອງ​ເຂົາ​ເຈົ້າ. ແຕ່​ເຂົາ​ເຈົ້າ ​ໄດ້​ຮູ້ ​ວ່າພ​ຣະ​ຜູ້​ເປັນ​ເຈົ້າ ແລະ ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງໄດ້​ນຳ​ພາເຂົາ​ເຈົ້າໄປ” (“Faith of Our Fathers,” Ensign, May 1996, 33).

ເຂົາ​ເຈົ້າ​ຮູ້​ວ່າ​ການມອງ​ໄປ​ໜ້າ ແລະ ເຊື່ອ​ນັ້ນ​ເປັນ​ແນວ​ໃດ. ​ສິບຫ້າ​ປີ​ຜ່ານ​ມາ, ສະ​ມາ​ຊິກ​ບາງ​ຄົນ​ໄດ້​ຢູ່​ທີ່ນັ້ນ​ຕອນ​ໄດ້​ຮັບການ​ເປີດ​ເຜີຍນັ້ນ.

ພ​ຣະຜູ້​ເປັນ​ເຈົ້າໄດ້​ກ່າວ​ວ່າ​ຄົນ​ທີ່​ຮັກ​ສາ​ພ​ຣະ​ບັນ​ຍັດ​ຂອງ​ພ​ຣະ​ອົງຍ່ອມ​ເປັນ​ສຸກ, ບໍ່​ວ່າ​ໃນ​ຊີ​ວິດ ຫລື ໃນ​ຄວາມ​ຕາຍ; ແລະ ຄົນ​ທີ່ຊື່​ສັດ​ໃນ​ຄວາມ​ຍາກ​ລຳ​ບາກ ລາງວັນ​ຂອງ​ຄົນ​ນັ້ນຈະຍິ່ງ​ໃຫ​ຍ່​ຂຶ້ນໃນ​ອາ​ນາ​ຈັກແຫ່ງ​ສະ​ຫວັນ.

ເຮົາ​ຈະມອງ​ເຫັນ​ແຜນ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າດ້ວຍ​ຕາຝ່າຍທຳ​ມະ​ຊາດ​ຂອງ​ເຮົາບໍ່​ໄດ້​ໃນ​ເວ​ລານີ້ກ່ຽວ​ກັບ​ສິ່ງເຫລົ່າ​ນັ້ນ​ຊຶ່ງ​ຈະ​ມາ​ເຖິງຕໍ່​ຈາກນີ້ໄປ, ແລະ ລັດ​ສະ​ໝີ​ພາບ​ຊື່ງຈະ​ຕິດ​ຕາມ​ມາ​ຫລັງ​ຈາກ​ຄວາມ​ຍາກ​ລຳບາກ​ຢ່າງ​ຫລວງ​ຫລາຍ (​ເບິ່ງ D&C 58:2–3).

ເຮົາກໍ​ສາ​ມາດມອງ​ໄປ​ໜ້າ ແລະ ເຊື່ອ​ໄດ້​ຄື​ກັນ. ເຮົາ​ສາ​ມາດເຕັມ​ໃຈ​ຮັບ​ຄຳ​ເຊຶ້ອ​ເຊີນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ອົງ​ທີ່​ເຊື້ອ​ເຊີນ​ເຮົາ​ດ້ວຍ​ພ​ຣະ​ຫັດທີ່​ອົບ​ອຸ່ນວ່າ.

“ຈົ່ງ​ມາ​ຫາ​ເຮົາທຸກ​ຄົນ​ທີ່​ອິດ​ເມື່ອຍ​ຈາກ​ການ​ແບກ​ພາ​ລະ​ໜັກ ແລະ ເຮົາ​ຈະ​ໃຫ້​ພວກ​ທ່ານ​ໄດ້​ພັກ​ຜ່ອນ.

ຈົ່ງ​ຮັບ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້ ແລະ ຮຽນ​ຮູ້​ຈາກ​ເຮົາ; ເພາະວ່າ​ເຮົາມີ​ໃຈ​ສຸ​ພາບ ແລະ ​ອ່ອນ​ຫວານ; ແລະ ພວກ​ທ່ານຈະ​ໄດ້​ພົບ​ການ​ພັກ​ຜ່ອນ​.

​“ດ້ວຍ​ວ່າແອກທີ່​ເຮົາ​ໃຫ້​ພວກ​ທ່ານ​ແບກນັ້ນ​ກໍ່​ງ່າຍ ແລະ ພາ​ລະ​ທີ່​ເຮົາ​ໃຫ້​ພວກ​ທ່ານ​ຮັບ​ນັ້ນ​ກໍ​ເບົາ​” (ມັດ​ທາຍ 11:28–30).

ປະ​ທານ​ທອມ​ມັສ ແອັສ ມອນ​ສັນ, ສາດ​ສະ​ດາ​ທີ່​ຮັກ​ຂອງ​ເຮົາ; ທີ່​ປຶກ​ສາ​ຂອງ​ເພິ່ນ; ແລະ ສະ​ພາ​ອັກ​ຄະ​ສາ​ວົກ​ສິບ​ສອງ​ກໍ​ໄດ້​ເຊື້ອ​ເຊີນ​ເຮົາ​ທຸກ​ຄົນ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດນີ້. ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່, ຊາວ​ໜຸ່ມ, ຜູ້​ໃຫຍ່​ໂສດ, ຜູ້​ທີ່​ໄດ້​​ກິນ​ເງິນ​ເບ້ຍ​ບຳນານ​ແລ້ວ, ແລະ ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ​ຕ້ອງ​ອອກ​ແຮງ​ງານ​ເທົ່າ​ທຽມ​ກັນ​ໃນ​ການ​ເລັ່ງວຽກ​ງ​ານ​ແຫ່ງ​ຄວາມ​ລອດນີ້​.

ປະ​ທານບອຍ ເຄ ແພ໊ກ​ເກີ ປະທານ​ສະ​ພາ​ອັກ​ຄະ​ສາ​ວົກ​ສິບ​ສອງ ຄັ້ງ​ໜຶ່ງ​ໄດ້​ໄປ​ຮ່ວມ​ໃນ​ງານ​ແຂ່ງ​ຂັນ​ງົວ​​ເຖິກ​ທີ່​ລາກແກ່​ສິ່ງ​ຂອງ​ໜັກ, ທີ່​ເພິ່ນ​ໄດ້​ຮຽນ​ບົດ​ຮຽນ​ບົດ​ໜຶ່ງ. ເພິ່ນ​ໄດ້​ກ່າວເຖິງ​ປະ​ສົບ​ການນັ້ນ​ວ່າ: “ລົດ​ໄມ້​ຄັນ​ໜຶ່ງ​ໄດ້ນ້ຳ​ໜັກ​ຈາກ​ທ່ອນ​ຊີ​ມັງ: ນ້ຳ​ໜັກ​ສິບ​ພັນ​ປອນ [4,535 ກິ​ໂລ​]—ຫ້າ​ໂຕນ. … ເປົ້າ​ໝາຍ​ນັ້ນ​ກໍ​ຄື ໃຫ້​ທິມ​ງົວ​ຍ້າຍລົດ​ໄມ້​ໜັກ​ນັ້ນ​ໄປ​ສາມ​ສອກ [91 ຊັງ​ຕິ​ແມັດ]. … ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນສັດ​​​ໃຫຍ່ຄູ່​ດີ, ມີ​ຫລາຍ​ສີ, ສັດ​ສີ​ຟ້າ​ເ​ທົ່າ … ທີ່​ເປັນ​ງົວ​ເຖິກ​ໃຫ​ຍ່​ສີ​ຟ້າແຕ່​ລະ​ດູ​ທີ່​ຜ່ານ​ມາ.”

ໃນ​ການ​ກ່າວ​ກ່ຽວ​ກັບ​ຜົນ​ຂອງ​ການ​ແຂ່ງ​ຂັນ​ນັ້ນ, ເພິ່ນ​ໄດ້​ເວົ້າ​ວ່າ: “ທິມ​ງົວ​ເຖິກຖືກ​ຄັດ​ອອກ​ແຕ່​ລະ​ເທື່ອ. … ທິມ​ງົວ​ເຖິກສີ​ຟ້ານັ້ນ​ບໍ່​ໄດ້​ເຂົ້າ​ຮອບ​ເລີຍ! ສັດ​​ນ້ອຍໆ ແລະ ບໍ່​ມີ​ລັກ​ສະ​ນະ​ພິ​ເສດ​ຫ​ຍັງ​ສອງ​ໂຕ, ບໍ່​ໄດ້​ເປັນ​ຄູ່​ກັນ​ດີ​ສຳ​ລັບ​ຂະ​ໜາດ, ໄດ້​ຍ້າຍ​ລົດໄມ້​ນັ້ນ​ສາມ​ເທື່ອ.”

ແລ້ວ​ເພິ່ນ​ໄດ້​ຮັບ​ຄຳ​ຊີ້​ແຈງ​ເຖິງ​ຜົນ​ທີ່​ໜ້າ​ປະ​ຫລາດ​ໃຈ​ນັ້ນ​ວ່າ: “​ງົວ​ເຖິກສີ​ຟ້ານັ້ນ​ໃຫ​ຍ່ ແລະ ແຂງ​ແຮງ​ ແລະ ​ເປັນຄູ່​ກັນ​ດີ​ຕາມ​ຂະ​ໜາດ​ກວ່າ​ທິມ​ອື່ນ. ແຕ່​​ງົວ​​ເຖິກນ້ອຍ​ເຮັດ​ວຽກ​ຮ່ວມ​ກັນ ແລະ ປະ​ສານ​ງານ​ກັນ​ໄດ້​ດີກວ່າ. ມັນ​ໄດ້​ພາ​ກັນ​ດຶງ​ແອກນັ້ນ​ພ້ອມ​ກັນ. ສັດ​ທັງ​ສອງ​ໂຕ​ໄດ້​ເຄື່ອນ​ໄປ​ໜ້າ​ໃນ​ເວ​ລາ​ດຽວ​ກັນ ແລະ ພະ​ລັງ​ນັ້ນ​ໄດ້​ຍ້າຍ​ນ້ຳ​ໜັກ​ບັນ​ທຸກນັ້ນໄປ​ໜ້າດ້ວຍ” (“Equally Yoked Together,” address delivered at regional representatives’ seminar, Apr. 3, 1975; in Teaching Seminary: Preservice Readings [2004], 30).

ເມື່ອ​ເຮົາ​ມອງ​ໄປ​ໜ້າ ແລະ ເຊື່ອ, ເຮົາ​ຈຳ​ເປັນ​ຕ້ອງ​ການ​ການ​ຮ່ວມ​ໄມ້​ຮ່ວມ​ມື​ໃນ​ການ​ເລັ່ງວຽກ​ງານ​ແຫ່ງ​ຄວາມ​ລອດ ຂະ​ນະ​ທີ່​ເຮົາ​ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ມາ​ສູ່​ພຣະ​ຄຣິດ. ໃນ​ຄວາມ​ສາ​ມາດ​ຂອງ​ສ່ວນ​ບຸກ​ຄົນ​ຂອງ​ເຮົາ, ເຮົາ​ຈຳ​ເປັນ​ຕ້ອງ​ຕິດ​ຕາມ​ຄຳ​ແນະ​ນຳ​ຂອງ​ປະ​ທານ ດີ​ເດີ ແອັ​ຟ ອຸກດອບ ທີ່​ຈະ “ຢືນ​ຢູ່​ໃກ້ໆ​ກັນ ແລະ ຍົກຈາກ​ບ່ອນ​ທີ່​ທ່ານ​ຢືນ​ຢູ່” (“Lift Where You Stand,” Ensign or Liahona, Nov. 2008, 56). ເຮົາ​ສາ​ມາດ​ພົບ​ເຫັນ​ຄວາມ​ສາ​ມາດ​ເຕັມ​ທີ່​ຂອງ​ເຮົາ, ດັ່ງ​ທີ່ ແອວ​ເດີ ແອວ ທອມ ແພຣີ ແຫ່ງ​ສະ​ພາ​ອັກ​ຄະ​ສາ​ວົກ​ໄດ້​ສັງ​ເກດ​ເຫັນ​ວ່າ: “ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເດີນ​ທາງ​ໄປ​ຕະ​ຫລອດ​ທົ່ວ​ສາດ​ສະ​ໜາ​ຈັກ ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ​ນຳ​ສິ່ງ​ດີໆ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ຢູ່. ແຕ່​ຂ້າ​ພະ​ເຈົ້າ​ຍັງ​ບໍ່​ເຄີຍຮູ້​ສຶກວ່າ​ເຮົາ, ໃນ​ຖາ​ນະ​ຜູ້​ຄົນ, ກຳ​ລັງ​ດຳ​ລົງ​ຊີ​ວິດ​ໃຫ້​ສົມ​ກັບ​ຄວາມ​ສາ​ມາດ​ທີ່​ເປັນ​ຈິງ​ຂອງ​ເຮົາ​ເລີຍ. ຄວາມ​ຮູ້​ສຶກ​ຂອງ​ຂ້າ​ພະ​ເຈົ້າ​ນັ້ນ​ຄື​ວ່າ ເຮົາ​ບໍ່​ຮ່ວມ​ໄມ້​ຮ່ວມ​ມື​ກັນ, ວ່າ​ເຮົາ​ຍັງ​ສົນ​ໃຈ​ນຳ​ແຕ່​ຄວາມ​ປາດ​ຖະ​ໜາ​ເພື່ອ​ກຽດ​ຕິ​ຍົດ ແລະ ຄວາມ​ສຳ​ເລັດ​ສ່ວນ​ຕົວ, ແລະ ສະ​ແດງ​ຄວາມ​ສົນ​ໃຈ​ນ້ອຍໃນ​ເປົ້າ​ໝາຍ​ທີ່​ເຮົາ​ມີ​ຮ່ວມ​ກັນຂອງ​ການ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ” (“United in Building the Kingdom of God,” Ensign, May 1987, 35).

ຂໍ​ໃຫ້​ເຮົາທຸກ​ຄົນ​ຈົ່ງມີ​​ຄວາມ​ສາ​ມັກ​ຄີ​ກັນ​ໃນ​ຈຸດ​ປະ​ສົງ​ທີ່​ເຮົາ​ມີ​ຮ່ວມ​ກັນ ທີ່ “ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັ​ນດອນ​ຂອງ​ມະ​ນຸດ” (​ເບິ່ງ Moses 1:39).

ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ຜູ້​ທີ່​ເຫັນ​ໄດ້​ຈາກ​ຈຸດເລີ່ມ​ຕົ້ນ​ຈົນ​ເຖິງຈຸດ​ສິ້ນ​ສຸດ, ໄດ້​ຮູ້​ດີ​ເຖິງເສັ້ນ​ທາງ​ທີ່​ພ​ຣະ​ອົງ​ຈະ​ໄດ້​ເດີນໄປ​ສູ່​ເຄັດ​ເຊ​ມາ​ເນ ແລະ ​ໂຄ​ລະ​ໂຄ​ທາ ເມື່ອ​ພ​ຣະ​ອົງ​ໄດ້​ກ່າວ​ວ່າ, “ຜູ້​ໃດ​ຜູ້​ໜຶ່ງ​ທີ່​ລົງ​ມື​ຈັບ​ງ້ອນ​ໄຖ​ແລ້ວ ກັ​ບ​ຫລຽວ​ຄືນ​ຫລັງ ກໍ​ໃຊ້​ການບໍ່​ໄດ້​ສຳ​ລັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ” (ລູກາ 9:62). ໃນ​ສາຍ​ພຣະ​ເນດ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ແລ້ວ, ມັນ​ບໍ່​ສຳ​ຄັນ​ວ່າ​ເຮົາ​ໄດ້​ເຮັດ​ຫຍັງ​ມາ​ຫລາຍ​ປານ​ໃດ ຫລື​ວ່າ ບ່ອນ​ທີ່​ເຮົາ​ໄດ້​ຜ່ານ​ມາ ແຕ່​ມັນ​ສຳ​ຄັນ​ທີ່​ວ່າ​ເຮົາ​ເຕັມ​ໃຈ​ຈະ​ໄປ​ຕໍ່​ອີກຢູ່​ບ່ອນ​ໃດ.

ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ​ໄດ້​ສອນ​ເຮົາ​ເຖິງຫລັກ​ທຳ​ທີ່​ນຳ​ທາງ​ເຮົາວ່າ: ຫລັກ​ທຳ​ຂັ້ນ​ພື້ນ​ຖານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ນັ້ນ​ແມ່ນ ປະ​ຈັກ​ພະ​ຍານ​ຂອງ​ບັນ​ດາ​ອັກ​ຄະ​ສາ​ວົກ ແລະ ສາດ​ສະ​ດາ, ເຖິງ​ພຣະ​ເຢ​ຊູ​ຄ​ຣິດ, ວ່າ​ພຣະ​ອົງ​ໄດ້​ສິ້ນ​ພຣະ​ຊົນ, ຖືກ​ຝັງ, ແລະ ໄດ້​ຟື້ນ​ຄືນ​ພຣະ​ຊົນ​ໃນ​ມື້​ທີ​ສາມ, ແລະ ໄດ້​ສະ​ເດັດ​ຂື້ນ​ສູ່​ສະ​ຫວັນ; ແລະ ສິ່ງ​ອື່ນໆ​ທັງ​ໝົດ​ທີ່​ກ່ຽວ​ຂ້ອງ​ກັບ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ນັ້ນ​ກໍ​ເປັນ​ພຽງ​ແຕ່​ສິ່ງ​ເພີ່ມ​ເຕີມ​ເທົ່າ​ນັ້ນ” (Teachings of Presidents of the Church: Joseph Smith [2007], 49).

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຂະ​ນະ​ທີ່​ເຮົາ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ພ​ຣະ​ເຢ​ຊູ​ຄຣິດ, ແລະ ຍົກ​ມື​ຂອງ​ເຮົາ​ຂຶ້ນ​ໃນ​ການ​ສະ​ໜັບ​ສະ​ໜູນ​ສາດ​ສະ​ດາ​ທີ່​ຮັກ​ຂອງ​ເຮົາ, ປະ​ທານ ທອມມັສ ແອັສ ມອນ​ສັນ, ເຮົາ​ຈະ​ໄດ້​ພົບ​ຄວາມ​ສະ​ຫງົບ​ສຸກ, ຄວາມ​ປອບ​ໂຍນ, ຄວາມ​ສຸກ ແລະ “ເຮົາ​ຈະ​ກິນ​ຂອງ​ດີ​ຂອງ​ແຜ່ນ​ດິນ​ … ໃນ​ວັນ​ເວ​ລາ​ສຸດ​ທ້າຍນີ້” (​ເບິ່ງ D&C 64:34). ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄ​ຣິດ, ອາແມນ.