ເຮົາບໍ່ເຄີຍເດີນໄປຄົນດຽວ
ມື້ໜຶ່ງທ່ານຈະຄິດກ່ຽວກັບຊ່ວງໄລຍະທີ່ຫຍຸ້ງຍາກຂອງທ່ານ, ແລະ ທ່ານຈະຮັບຮູ້ວ່າ ພຣະອົງໄດ້ຢູ່ຄຽງຂ້າງທ່ານສະເໝີມາ.
ເອື້ອຍນ້ອງທີ່ຮັກແພງ, ສິ່ງທີ່ພວກເຮົາຮູ້ສຶກໃນຄ່ຳຄືນນີ້ສະທ້ອນເຖິງພະລັງ, ຄວາມອຸທິດຕົນ ແລະ ຄວາມດີງາມຂອງທ່ານ. ພຣະອາຈານໄດ້ກ່າວວ່າ: “ເຈົ້າທັງຫລາຍເປັນເກືອສຳລັບມວນມະນຸດ. …ພວກເຈົ້າເປັນແສງສະຫວ່າງສຳລັບໂລກນີ້.”1
ໃນຂະນະທີ່ຂ້າພະເຈົ້າໄຕ່ຕອງກ່ຽວກັບໂອກາດຂອງຂ້າພະເຈົ້າທີ່ຈະໄດ້ມາກ່າວກັບທ່ານ, ຂ້າພະເຈົ້າໄດ້ຄິດເຖິງຄວາມຮັກຂອງພັນລະຍາທີ່ແສນດີຂອງຂ້າພະເຈົ້າ, ແຟຣນຊິດ, ທີ່ມີສຳລັບສະມາຄົມສະຕີສົງເຄາະ. ຕະຫລອດຊີວິດຂອງນາງ, ນາງໄດ້ຮັບໃຊ້ໃນຫລາຍຕຳແໜ່ງໃນສະມາຄົມສະຕີສົງເຄາະ. ຕອນພວກເຮົາມີອາຍຸໄດ້ພຽງແຕ່ 31 ປີ, ຂ້າພະເຈົ້າໄດ້ຖືກເອີ້ນໃຫ້ເປັນປະທານເຜີຍແຜ່ຢູ່ປະເທດການາດາ. ໃນຊ່ວງໄລຍະມອບໝາຍສາມປີນັ້ນ, ແຟຣນຊິດໄດ້ເປັນຜູ້ຄວບຄຸມສະມາຄົມສະຕີສົງເຄາະຢູ່ໃນເຂດອັນກວ້າງໃຫຍ່ນັ້ນ ຊຶ່ງຮ່ວມດ້ວຍແຂວງອອນແທຣິໂອ ແລະ ແຂວງເຄແບ໊ກ. ການຜູກມິດທີ່ໃກ້ຊິດຂອງນາງໄດ້ເກີດຂຶ້ນເພາະການມອບໝາຍນັ້ນ, ແລະ ຈາກການເອີ້ນຫລາຍໆຕຳແໜ່ງທີ່ນາງໄດ້ຮັບໃນສະມາຄົມສະຕີສົງເຄາະຢູ່ໃນຫວອດຂອງພວກເຮົາເອງ. ນາງໄດ້ເປັນທິດາທີ່ຊື່ສັດຂອງພຣະບິດາເທິງສະຫວັນ, ເປັນຄູ່ຊີວິດທີ່ປະເສີດຂອງຂ້າພະເຈົ້າ, ແລະ ເປັນເພື່ອນທີ່ໃກ້ຊິດທີ່ສຸດຕໍ່ຂ້າພະເຈົ້າ. ຂ້າພະເຈົ້າຄິດຮອດນາງເກີນກວ່າທີ່ຈະພັນລະນາໄດ້.
ຂ້າພະເຈົ້າກໍຮັກສະມາຄົມສະຕີສົງເຄາະຄືກັນ. ຂ້າພະເຈົ້າເປັນພະຍານຕໍ່ທ່ານວ່າ ມັນໄດ້ຖືກຈັດຕັ້ງຂຶ້ນໂດຍການດົນໃຈ ແລະ ເປັນພາກສ່ວນທີ່ສຳຄັນຂອງສາດສະໜາຈັກຂອງພຣະຜູ້ເປັນເຈົ້າຢູ່ເທິງໂລກນີ້. ມັນຄົງເປັນໄປບໍ່ໄດ້ທີ່ຈະຄິດໄລ່ຄວາມດີງາມທີ່ມາຈາກສະມາຄົມນີ້ ແລະ ທຸກຊີວິດທີ່ໄດ້ຮັບພອນເພາະສະມາຄົມນີ້.
ສະມາຄົມສະຕີສົງເຄາະປະກອບດ້ວຍກຸ່ມສະຕີທີ່ແຕກຕ່າງກັນ. ບາງຄົນເປັນໂສດ—ບາງຄົນຍັງເຂົ້າໂຮງຮຽນ, ບາງຄົນທຳງານ—ແຕ່ໄດ້ຈັດຊີວິດໃຫ້ສົມບູນ. ບາງຄົນໃນພວກທ່ານເປັນແມ່ທີ່ຫຍຸ້ງຢູ່ກັບລູກທີ່ກຳລັງເຕີບໂຕ. ບາງຄົນກໍໄດ້ສູນເສຍສາມີໄປ ເພາະການຢ່າຮ້າງ ຫລື ການຕາຍ ແລະ ຫຍຸ້ງຍາກຢູ່ກັບການລ້ຽງລູກດ້ວຍຕົວຄົນດຽວປາດສະຈາກສາມີ ແລະ ພໍ່ຂອງລູກ. ບາງຄົນກໍໄດ້ລ້ຽງດູລູກຈົນໃຫຍ່ແລ້ວ ແລະ ເຫັນວ່າ ເຂົາເຈົ້າຕ້ອງການທ່ານບໍ່ເຄີຍຂາດ. ຫລາຍຄົນກໍມີພໍ່ແມ່ທີ່ແກ່ຊະລາ ຜູ້ຊຶ່ງພຽງແຕ່ທ່ານເທົ່ານັ້ນທີ່ສາມາດໃຫ້ການດູແລດ້ວຍຄວາມຮັກໄດ້.
ບໍ່ວ່າເຮົາຈະຢູ່ໃນຊ່ວງໃດກໍຕາມໃນຊີວິດ, ຈະມີເວລາໃດເວລາໜຶ່ງທີ່ເຮົາທຸກຄົນຈະປະເຊີນກັບການທ້າທາຍ ແລະ ບັນຫາຫຍຸ້ງຍາກ. ເຖິງແມ່ນການທ້າທາຍຈະແຕກຕ່າງກັນສຳລັບແຕ່ລະຄົນ, ແຕ່ມັນກໍເປັນການທ້າທາຍສຳລັບທຸກຄົນ.
ການທ້າທາຍຫລາຍຢ່າງໄດ້ເກີດຂຶ້ນ ເພາະວ່າເຮົາມີຊີວິດຢູ່ໃນໂລກມະຕະ, ຊຶ່ງເຕັມໄປດ້ວຍຜູ້ຄົນທີ່ແຕກຕ່າງກັນ. ບາງເທື່ອເຮົາຈະຖາມແບບທໍ້ຖອຍໃຈວ່າ, “ເຮົາຈະຕັ້ງໃຈຕໍ່ອານາຈັກຊັ້ນສູງໄດ້ແນວໃດ ໃນຂະນະທີ່ເຮົາເດີນທາງໄປໃນໂລກນີ້?”
ຈະມີເວລາເມື່ອທ່ານຈະເດີນໄປໃນເສັ້ນທາງທີ່ເຕັມໄປດ້ວຍຂວກໜາມ ແລະ ເຕັມໄປດ້ວຍບັນຫາຫຍຸ້ງຍາກ. ຈະມີເວລາຕອນທີ່ທ່ານຈະຮູ້ສຶກຢູ່ຫ່າງໄກ—ແມ່ນແຕ່ຢູ່ໂດດດ່ຽວ—ໄກຈາກຜູ້ປະທານທຸກສິ່ງທີ່ດີ. ທ່ານກັງວົນວ່າທ່ານພວມເດີນໄປຄົນດຽວ. ຄວາມຢ້ານກົວມາທົດແທນສັດທາ.
ເມື່ອທ່ານພົບເຫັນຕົນເອງຢູ່ໃນສະພາບເຊັ່ນນັ້ນ, ຂ້າພະເຈົ້າຂໍໃຫ້ທ່ານຈົ່ງຢ່າລືມອະທິຖານ. ຂ້າພະເຈົ້າມັກຖ້ອຍຄຳຂອງປະທານເອສະລາ ແທັບ ເບັນສັນ ກ່ຽວກັບການອະທິຖານດັ່ງນີ້:
“ຕະຫລອດຊີວິດຂອງຂ້າພະເຈົ້າ ຄຳແນະນຳໃຫ້ເພິ່ງການອະທິຖານ ເປັນຄຳແນະນຳທີ່ມີຄ່າຫລາຍກວ່າຄຳແນະນຳທັງປວງທີ່ຂ້າພະເຈົ້າ ... ໄດ້ຮັບ. ມັນໄດ້ກາຍມາເປັນພາກສ່ວນໃນຊີວິດຂອງຂ້າພະເຈົ້າ—ເປັນແຫລ່ງໃຫ້ຍຶດໝັ້ນ, ເປັນແຫລ່ງທີ່ໃຫ້ພະລັງ, ແລະ ເປັນຄວາມຮູ້ຂັ້ນພື້ນຖານຂອງຂ້າພະເຈົ້າເຖິງສິ່ງທີ່ມາຈາກສະຫວັນ. …
“… ເຖິງແມ່ນມີເຫດຮ້າຍເກີດຂຶ້ນ, ການອະທິຖານຈະຊ່ອຍເຮົາໃຫ້ພົບຄວາມໝັ້ນໃຈ, ເພາະພຣະເຈົ້າຈະກ່າວຄວາມສະຫງົບຕໍ່ຈິດວິນຍານ. ຄວາມສະຫງົບນັ້ນ, ຄວາມຮູ້ສຶກສະຫງົບງຽບ ເປັນພອນອັນຍິ່ງໃຫຍ່ທີ່ສຸດໃນຊີວິດ.”2
ອັກຄະສາວົກໂປໂລໄດ້ແນະນຳວ່າ:
“ຈົ່ງທູນເລື່ອງຄວາມປາດຖະໜາທຸກຢ່າງຂອງພວກເຈົ້າຕໍ່ພຣະເຈົ້າ.
“ແລ້ວສັນຕິສຸກອັນມາແຕ່ພຣະເຈົ້າ ຊຶ່ງເກີນຄວາມເຂົ້າໃຈ ຈະເຝົ້າຮັກສາຈິດໃຈ ແລະ ຄວາມຄິດຂອງເຈົ້າທັງຫລາຍໄວ້ໃນພຣະເຢຊູຄຣິດ.”3
ຊ່າງເປັນຄຳສັນຍາທີ່ດີເລີດແທ້ໆນໍ! ສັນຕິສຸກຄືສິ່ງທີ່ເຮົາສະແຫວງຫາ, ຄືສິ່ງທີ່ເຮົາເພິ່ງປາດຖະໜາ.
ເຮົາບໍ່ໄດ້ມາສູ່ໂລກນີ້ເພື່ອໃຫ້ເດີນໄປຄົນດຽວ. ແຫລ່ງທີ່ໃຫ້ພະລັງ, ໃຫ້ຄວາມເຂັ້ມແຂງ, ແລະ ການປອບໂຍນ ມີໄວ້ໃຫ້ພວກເຮົາແຕ່ລະຄົນ. ພຣະອົງຜູ້ຊຶ່ງຮູ້ເຮົາດີກວ່າເຮົາຮູ້ຕົນເອງ, ພຣະອົງຜູ້ຫລິງເຫັນພາບອັນກວ້າງໄກ ແລະ ພຣະອົງຜູ້ຊຶ່ງຮູ້ຈັກທີ່ສຸດຈາກຕອນຕົ້ນ ໄດ້ໃຫ້ເຮົາແນ່ໃຈວ່າ ພຣະອົງຈະຢູ່ນຳເຮົາ ເພື່ອຊ່ອຍເຫລືອເຮົາ ຖ້າຫາກເຮົາພຽງແຕ່ທູນຂໍ. ເຮົາໄດ້ຮັບຄຳສັນຍາວ່າ: “ຈົ່ງອະທິຖານສະເໝີ, ແລະ ມີຄວາມເຊື່ອ, ແລະ ທຸກສິ່ງທັງປວງຈະທຳງານນຳກັນໄປ ເພື່ອຄວາມດີຂອງພວກເຈົ້າ.”4
ໃນຂະນະທີ່ເຮົາອະທິຖານຫາພຣະເຈົ້າ, ຂໍໃຫ້ເຮົາຈົ່ງຢ່າລືມຖ້ອຍຄຳທີ່ພຣະຜູ້ຊ່ອຍໃຫ້ລອດໄດ້ສັ່ງສອນ. ຕອນພຣະອົງໄດ້ປະເຊີນກັບຄວາມທຸກທໍລະມານຢູ່ທີ່ເຄັດເຊມາເນ ແລະ ຢູ່ເທິງໄມ້ກາງແຂນ, ພຣະອົງໄດ້ອະທິຖານຫາພຣະບິດາວ່າ, “ຂໍຢ່າໃຫ້ເປັນໄປຕາມຄວາມປະສົງຂອງລູກ, ແຕ່ຂໍໃຫ້ເປັນໄປຕາມຄວາມປະສົງຂອງພຣະບິດາເຈົ້າເທີ້ນ.”5 ເຖິງແມ່ນຈະຫຍຸ້ງຍາກຫລາຍເປັນບາງຄັ້ງ, ເຮົາກໍຕ້ອງໄວ້ວາງໃຈໃນພຣະບິດາເທິງສະຫວັນຂອງເຮົາຄືກັນ ວ່າພຣະອົງຮູ້ຈັກຫລາຍທີ່ສຸດ ເຖິງວິທີ ແລະ ເວລາ ແລະ ແບບແຜນທີ່ຈະຊ່ອຍເຫລືອເຮົາ.
ຂ້າພະເຈົ້າມັກກາບກອນຂອງນັກກະວີ ທີ່ວ່າ:
ເຮົາບໍ່ຮູ້ຈັກເຖິງແຜນການ,
ແຕ່ເຮົາຮູ້ວ່າ: ພຣະເຈົ້າຕອບຄຳອະທິຖານ.
ເຮົາຮູ້ວ່າພຣະອົງຮັກສາຄຳສາບານ,
ຊຶ່ງບອກເຮົາວ່າ ພຣະອົງໄດ້ຍິນຄຳອະທິຖານ,
ແລະ ຈະຕອບ ຖ້າບໍ່ໄວກໍຊ້າ,
ແລະ ສະນັ້ນ ເຮົາຈະຄອຍຖ້າ.
ເຮົາບໍ່ຮູ້ວ່າພອນທີ່ເຮົາສະແຫວງຫາ
ຈະມາເຖິງຕາມທີ່ເຮົາຄາດຄິດຫລືບໍ່,
ແຕ່ກໍໄດ້ມອບຄຳອະທິຖານໄວ້ກັບພຣະອົງ
ຊຶ່ງສະຫລາດກວ່າຕົວເຮົາເອງ,
ໄວ້ວາງໃຈວ່າພຣະອົງຈະມອບ
ຫລື ປະທານຄຳຕອບທີ່ດີກວ່າໃຫ້ເຮົາ.6
ແນ່ນອນວ່າ, ການອະທິຖານບໍ່ແມ່ນສຳລັບເວລາທີ່ຫຍຸ້ງຍາກເທົ່ານັ້ນ. ເຮົາໄດ້ຖືກບອກເລື້ອຍໆໃນພຣະຄຳພີວ່າ “ຈົ່ງອະທິຖານສະເໝີ”7 ແລະ ຮັກສາຄຳອະທິຖານໄວ້ໃນໃຈຂອງເຮົາ.8 ເນື້ອເພງທີ່ຂ້າພະເຈົ້າມັກ ແລະ ຮູ້ຈັກດີ ໄດ້ຖາມຄຳຖາມທີ່ດີສຳລັບເຮົາທີ່ຈະຖາມຕົນເອງແຕ່ລະວັນວ່າ: “ທ່ານຄິດທີ່ຈະອະທິຖານຫລືບໍ່?”9
ນອກເໜືອໄປຈາກການອະທິຖານເພື່ອຊ່ອຍເຫລືອເຮົາໃຫ້ສາມາດປະເຊີນກັບຄວາມຫຍຸ້ງຍາກຢູ່ໃນໂລກແລ້ວ ກໍແມ່ນການສຶກສາພຣະຄຳພີ. ຖ້ອຍຄຳທີ່ເປັນຄວາມຈິງ ແລະ ດົນໃຈ ຊຶ່ງມີຢູ່ໃນໜັງສືມາດຕະຖານສີ່ເຫລັ້ມ ມີຄ່າຫລາຍທີ່ສຸດຕໍ່ຂ້າພະເຈົ້າ. ຂ້າພະເຈົ້າບໍ່ເຄີຍເມື່ອຍທີ່ຈະອ່ານມັນ. ຂ້າພະເຈົ້າໄດ້ຮັບການເຊີດຊູໃຈເມື່ອໃດກໍຕາມທີ່ຂ້າພະເຈົ້າຄົ້ນຄວ້າພຣະຄຳພີ. ຖ້ອຍຄຳທີ່ສັກສິດແຫ່ງຄວາມຈິງ ແລະ ຄວາມຮັກເຫລົ່ານີ້ ໄດ້ນຳພາຊີວິດຂອງຂ້າພະເຈົ້າ ແລະ ຊີ້ທາງໃຫ້ໄປຫາຄວາມດີພ້ອມນິລັນດອນ.
ເມື່ອເຮົາອ່ານ ແລະ ໄຕ່ຕອງພຣະຄຳພີ, ເຮົາຈະໄດ້ຍິນສຽງແຜ່ວເບົາຂອງພຣະວິນຍານກ່າວຕໍ່ຈິດວິນຍານຂອງເຮົາ. ເຮົາສາມາດພົບຄຳຕອບຕໍ່ຄຳອະທິຖານຂອງເຮົາ. ເຮົາຮຽນຮູ້ກ່ຽວກັບພອນຊຶ່ງມາເຖິງຜ່ານການຮັກສາພຣະບັນຍັດຂອງພຣະເຈົ້າ. ເຮົາມີປະຈັກພະຍານທີ່ແນ່ນອນເຖິງພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ແລະ ຄວາມຮັກຂອງທັງສອງພຣະອົງທີ່ມີຕໍ່ເຮົາ. ເມື່ອເຮົາສຶກສາພຣະຄຳພີດ້ວຍຄຳອະທິຖານ, ເຮົາສາມາດແນ່ໃຈໄດ້ວ່າ ພຣະກິດຕິຄຸນຂອງພຣະເຢຊູຄຣິດເປັນຄວາມຈິງ.
ປະທານກໍດອນ ບີ ຮິງລີ ໄດ້ກ່າວວ່າ, “ຂໍໃຫ້ພຣະຜູ້ເປັນເຈົ້າຈົ່ງອວຍພອນເຮົາແຕ່ລະຄົນ ເພື່ອໃຫ້ຊື່ນຊົມກັບ [ພຣະຄຳ] ທີ່ສັກສິດ ແລະ ຮັບພະລັງຈາກ [ມັນ], ສັນຕິສຸກນັ້ນ, ແລະ ຄວາມຮູ້ນັ້ນ ‘ຊຶ່ງເກີນຄວາມເຂົ້າໃຈທັງໝົດ’ (ຟີລິບປອຍ 4:7).”10
ເມື່ອເຮົາຈື່ທີ່ຈະອະທິຖານ ແລະ ໃຊ້ເວລາກັບພຣະຄຳພີ, ຊີວິດຂອງເຮົາຈະໄດ້ຮັບພອນອັນເປັນນິດ ແລະ ພາລະໜັກໜ່ວງຂອງເຮົາຈະເບົາບາງລົງ.
ຂ້າພະເຈົ້າຂໍເລົ່າເລື່ອງໜຶ່ງໃຫ້ທ່ານຟັງເຖິງວິທີທີ່ພຣະບິດາເທິງສະຫວັນຂອງເຮົາຕອບຄຳອະທິຖານ ແລະ ຄຳອ້ອນວອນຂອງສະຕີຄົນໜຶ່ງ ແລະ ໄດ້ປະທານຄວາມສະຫງົບສຸກ ແລະ ຄວາມແນ່ນອນໃຈທີ່ນາງຕ້ອງການຫລາຍທີ່ສຸດໃຫ້ແກ່ນາງ.
ນາງທິບຟະນີໄດ້ປະເຊີນກັບຄວາມຫຍຸ້ງຍາກເລີ່ມຕົ້ນຈາກປີກາຍນີ້ ຕອນນາງໄດ້ເຊື້ອເຊີນໝູ່ເພື່ອນມາຮ່ວມງານແຕ້ງສະກີບວິງຢູ່ເຮືອນຂອງນາງ ແລະ ຕອນບຸນຄຣິດສະມັດອີກ. ສາມີຂອງນາງໄດ້ເຂົ້າຮຽນຢູ່ໂຮງຮຽນແພດສາດ ແລະ ຝຶກເປັນໝໍປີທີສອງຢູ່ໂຮງໝໍ. ເພາະຕ້ອງໄດ້ທຳງານຫລາຍຊົ່ວໂມງຕໍ່ມື້, ລາວຈຶ່ງບໍ່ສາມາດຊ່ອຍເຫລືອນາງດັ່ງທີ່ທັງສອງຄາດຄິດ, ລວມທັງທຸກສິ່ງທີ່ລາວຕ້ອງໄດ້ເຮັດໃນໄລຍະບຸນເທດສະການ ທີ່ນອກເໜືອໄປຈາກການດູແລລູກນ້ອຍສີ່ຄົນຂອງເຂົາເຈົ້າ, ທັງໝົດໄດ້ຕົກເປັນພາລະຂອງນາງທິບຟະນີແຕ່ຄົນດຽວ. ນາງບໍ່ຮູ້ຈັກວ່າຊິເຮັດແນວໃດ, ແລ້ວນາງໄດ້ຍິນວ່າ ຄົນໜຶ່ງທີ່ນາງຮັກເປັນໂລກມະເລັງ. ນາງຮູ້ສຶກກຸ້ມໃຈ ແລະ ເປັນຫ່ວງຫລາຍ, ແລະ ນາງເກີດທໍ້ຖອຍໃຈ ແລະ ໂສກເສົ້າ. ນາງໄດ້ໄປຫາໝໍ, ແຕ່ກໍຊ່ອຍນາງບໍ່ໄດ້. ນາງບໍ່ຄິດຢາກເຂົ້າຢາກນ້ຳ, ແລະ ເລີ່ມຈ່ອຍຜອມລົງ, ຊຶ່ງຕອນນັ້ນນາງກໍຈ່ອຍຜອມຢູ່ແລ້ວ. ນາງໄດ້ຊອກຫາຄວາມສະຫງົບຜ່ານທາງພຣະຄຳພີ ແລະ ອະທິຖານເພື່ອຂໍການປົດປ່ອຍຈາກຄວາມກຸ້ມໃຈທີ່ຄອບງຳນາງ. ເມື່ອເຫັນວ່າບໍ່ພົບຄວາມສະຫງົບ ແລະ ບໍ່ໄດ້ຮັບຄວາມຊ່ອຍເຫລືອ, ນາງຈຶ່ງເລີ່ມຮູ້ສຶກຖືກພຣະເຈົ້າປະຖິ້ມ. ຄອບຄົວ ແລະ ໝູ່ເພື່ອນຂອງນາງໄດ້ອະທິຖານເພື່ອນາງ ແລະ ພະຍາຍາມຊ່ອຍເຫລືອນາງ. ເຂົາເຈົ້າໄດ້ເອົາອາຫານທີ່ນາງມັກມາຝາກນາງ ແລະ ພະຍາຍາມຊ່ອຍເຫລືອນາງໃຫ້ມີສຸຂະພາບດີຂຶ້ນ, ແຕ່ນາງສາມາດກິນພຽງສອງສາມຄຳເທົ່ານັ້ນ ແລະ ບໍ່ສາມາດກິນຕໍ່ໄປອີກ.
ໃນມື້ໜຶ່ງທີ່ຍາກທີ່ສຸດ, ເພື່ອນຄົນໜຶ່ງໄດ້ພະຍາຍາມຍົວະນາງກິນອາຫານທີ່ນາງມັກ ແຕ່ບໍ່ໄດ້ຜົນ. ເມື່ອບໍ່ມີສິ່ງໃດຊ່ອຍໄດ້, ເພື່ອນຂອງນາງໄດ້ເວົ້າວ່າ, “ຄົງມີ ບາງສິ່ງ ທີ່ເຈົ້າຄິດຢາກກິນ.”
ນາງທິບຟະນີໄດ້ຄິດບຶດໜຶ່ງ ແລ້ວໄດ້ເວົ້າວ່າ, “ສິ່ງໜຶ່ງທີ່ຂ້ອຍຄິດຢາກກິນ ແມ່ນເຂົ້າຈີ່ທີ່ເຮັດເອງ.”
ແຕ່ບໍ່ມີເຂົ້າຈີ່ທີ່ເຮັດເອງໃນມື້ນັ້ນ.
ຕອນບ່າຍຂອງມື້ຕໍ່ມີ ມີຄົນມາກົດກະດິງບ້ານຂອງນາງທິບຟະນີ. ສາມີຂອງນາງໄດ້ຢູ່ບ້ານມື້ນັ້ນ ແລະ ໄດ້ໄປເປີດປະຕູ. ລາວໄດ້ກັບມາດ້ວຍເຂົ້າຈີ່ທີ່ເຮັດເອງ. ນາງທິບຟະນີປະຫລາດໃຈຫລາຍ ເມື່ອສາມີຂອງນາງບອກວ່າ ເຂົ້າຈີ່ກ້ອນນັ້ນມາຈາກນາງເຊີຣີ ຜູ້ທີ່ເຂົາເຈົ້າພຽງຮູ້ຈັກເລັກນ້ອຍ. ນາງເປັນເພື່ອນຂອງນາງ ນິກໂຄ ຜູ້ເປັນນ້ອງສາວຂອງນາງທິບຟະນີ, ທີ່ອາໄສຢູ່ເມືອງເດັນເວີ, ລັດໂຄໂລຣາໂດ. ນາງເຊີຣີໄດ້ຖືກແນະນຳຕົວໃຫ້ຮູ້ຈັກນາງທິບຟະນີ ແລະ ສາມີຂອງນາງຫລາຍເດືອນຜ່ານມາແລ້ວ ຕອນນາງນິກໂຄ ແລະ ຄອບຄົວຂອງນາງໄດ້ມາພັກຢູ່ນຳນາງທິບຟະນີ ຕອນບຸນແຕ້ງສະກີບວິງ. ນາງເຊີຣີ, ຜູ້ໄດ້ອາໄສຢູ່ເມືອງໂອມາຮາ, ໄດ້ມາຫລິ້ນບ້ານນາງທິບຟະນີເພື່ອຢ້ຽມຢາມນາງນິກໂຄ.
ບັດນີ້, ຫລາຍເດືອນຈາກນັ້ນ, ໂດຍທີ່ມີເຂົ້າຈີ່ຢູ່ໃນມື, ນາງທິບຟະນີໄດ້ໂທໄປຫານາງນິກໂຄ ເພື່ອຂອບໃຈນາງທີ່ໄດ້ສົ່ງນາງເຊີຣີໃຫ້ເອົາເຂົ້າຈີ່ມາໃຫ້ນາງ. ແຕ່ນາງນິກໂຄບໍ່ຮູ້ຫຍັງເລີຍກ່ຽວກັບເລື່ອງນີ້.
ເລື່ອງລາວໄດ້ແຈ່ມແຈ້ງຂຶ້ນ ເມື່ອນາງນິກໂຄໄດ້ໂທຖາມນາງເຊີຣີເພື່ອນຂອງນາງ ເພື່ອສອບຖາມວ່າແມ່ນຫຍັງທີ່ດົນໃຈນາງໃຫ້ເອົາເຂົ້າຈີ່ໄປໃຫ້ເອື້ອຍຂອງນາງ. ສິ່ງທີ່ນາງໄດ້ຍິນເປັນການປະຫລາດໃຈຕໍ່ນາງ, ຕໍ່ນາງທິບຟະນີ, ຕໍ່ນາງເຊີຣີ—ແລະ ຕໍ່ຂ້າພະເຈົ້າຄືກັນ.
ໃນເຊົ້າພິເສດມື້ນັ້ນຕອນມາສົ່ງເຂົ້າຈີ່, ນາງເຊີຣີໄດ້ຖືກກະຕຸ້ນໃຫ້ເຮັດເຂົ້າຈີ່ສອງກ້ອນ ແທນທີ່ຈະເຮັດກ້ອນດຽວຕາມທີ່ນາງໄດ້ວາງແຜນຈະເຮັດ. ນາງຮູ້ສຶກວ່າຕ້ອງໄດ້ເອົາເຂົ້າຈີ່ກ້ອນທີສອງໃສ່ລົດໄປນຳມື້ນັ້ນ, ເຖິງແມ່ນວ່ານາງບໍ່ຮູ້ວ່າເປັນຫຍັງ. ຫລັງຈາກໄດ້ໄປກິນເຂົ້າສວຍຢູ່ບ້ານເພື່ອນຂອງນາງແລ້ວ, ລູກສາວຂອງນາງອາຍຸໜຶ່ງປີເລີ່ມຕົ້ນແອ່ວ ແລະ ຕ້ອງໄດ້ພາກັບບ້ານໄປນອນ. ນາງເຊີຣີຮູ້ສຶກບໍ່ຢາກໄປສົ່ງເຂົ້າຈີ່ໃຫ້ເອື້ອຍຂອງນາງນິກໂຄຕາມທີ່ຖືກກະຕຸ້ນ, ຜູ້ອາໄສຢູ່ປະມານ 30 ນາທີ ກົງກັນຂ້າມກັບທາງໄປບ້ານຂອງນາງ ຜູ້ຊຶ່ງນາງບໍ່ຮູ້ຈັກດີປານໃດ. ນາງພະຍາຍາມຫາຂໍ້ແກ້ຕົວ, ນາງຢາກພາລູກທີ່ງ້ວງນອນກັບບ້ານ ແລະ ຮູ້ສຶກອາຍທີ່ຈະເອົາເຂົ້າຈີ່ໄປໃຫ້ຄົນທີ່ນາງຮູ້ສຶກວ່າເປັນຄົນແປກໜ້າ. ເຖິງຢ່າງໃດກໍຕາມ, ນາງຮູ້ສຶກວ່າຕ້ອງໄປເຮືອນຂອງນາງທິບຟະນີ, ດັ່ງນັ້ນນາງຈຶ່ງໄດ້ໄປຕາມການກະຕຸ້ນ.
ເມື່ອນາງໄປເຖິງ, ສາມີຂອງນາງທິບຟະນີໄດ້ມາເປີດປະຕູ. ນາງເຊີຣີໄດ້ບອກລາວວ່າ ນາງເປັນເພື່ອນຂອງນາງນິກໂຄຜູ້ທີ່ລາວໄດ້ເຫັນຕອນແຕ້ງສະກີບວິງ, ໄດ້ຍື່ນເຂົ້າຈີ່ໃຫ້ລາວ, ແລ້ວກໍໄດ້ຈາກໄປ.
ສິ່ງນີ້ໄດ້ເກີດຂຶ້ນເພາະພຣະຜູ້ເປັນເຈົ້າໄດ້ສົ່ງຄົນທີ່ເກືອບບໍ່ຮູ້ຈັກກັນເລີຍ ຜູ້ອາໄສຢູ່ຫ່າງໄກ ໃຫ້ເອົາເຂົ້າຈີ່ມາສົ່ງ ບໍ່ພຽງແຕ່ເປັນເຂົ້າຈີ່ທີ່ນາງເຮັດເອງເທົ່ານັ້ນ ແຕ່ເປັນການບົ່ງບອກຢ່າງແຈ່ມແຈ້ງເຖິງຄວາມຮັກຕໍ່ນາງທິບຟະນີ. ສິ່ງທີ່ໄດ້ເກີດຂຶ້ນກັບນາງເປັນສິ່ງທີ່ອະທິບາຍບໍ່ໄດ້ໃນທາງອື່ນ. ນາງໄດ້ມີຄວາມຕ້ອງການທີ່ຈະຮູ້ສຶກວ່ານາງບໍ່ໄດ້ຢູ່ຄົນດຽວ—ວ່າພຣະເຈົ້າຮູ້ຈັກນາງ ແລະ ບໍ່ໄດ້ປະຖິ້ມນາງ—ເປັນສິ່ງດຽວທີ່ນາງຢາກໄດ້—ຖືກສົ່ງມາໃຫ້ໂດຍຄົນທີ່ນາງບໍ່ຮູ້ຈັກດີ, ເປັນຄົນທີ່ບໍ່ຮູ້ຈັກເຖິງຄວາມຕ້ອງການຂອງນາງ, ແຕ່ໄດ້ເຮັດຕາມການກະຕຸ້ນຂອງພຣະວິນຍານ. ມັນເປັນເຄື່ອງໝາຍໃຫ້ນາງທິບຟະນີຮູ້ວ່າ ພຣະບິດາເທິງສະຫວັນຮູ້ຈັກເຖິງຄວາມຕ້ອງການຂອງນາງ ແລະ ຮັກນາງຫລາຍ ຈົນໄດ້ສົ່ງຄວາມຊ່ອຍເຫລືອມາໃຫ້. ພຣະອົງໄດ້ຕອບຄຳອ້ອນວອນຂໍຄວາມຊ່ອຍເຫລືອຂອງນາງ.
ເອື້ອຍນ້ອງທີ່ຮັກແພງທັງຫລາຍ, ພຣະບິດາເທິງສະຫວັນຮັກທ່ານ—ແຕ່ລະຄົນ. ຄວາມຮັກນັ້ນບໍ່ມີວັນປ່ຽນແປງ. ມັນບໍ່ໄດ້ເປັນໄປຕາມການປະກົດຕົວຂອງທ່ານ, ຫລື ສິ່ງທີ່ທ່ານມີ, ຫລື ເງິນຄຳທີ່ທ່ານມີຢູ່ໃນທະນາຄານ. ມັນບໍ່ໄດ້ເປັນໄປຕາມພອນສະຫວັນ ແລະ ຄວາມສາມາດຂອງທ່ານ. ມັນມີໃຫ້ທ່ານຕອນທ່ານໂສກເສົ້າ ຫລື ມີຄວາມສຸກ, ທໍ້ຖອຍໃຈ ຫລື ມີຄວາມຫວັງ. ຄວາມຮັກຂອງພຣະເຈົ້າມີໃຫ້ທ່ານ ບໍ່ວ່າທ່ານຮູ້ສຶກວ່າທ່ານເໝາະສົມກັບມັນຫລືບໍ່. ຄວາມຮັກນັ້ນມີໃຫ້ທ່ານສະເໝີໄປ.
ເມື່ອເຮົາສະແຫວງຫາພຣະບິດາເທິງສະຫວັນຜ່ານການອະທິຖານທີ່ຈິງຈັງ ແລະ ສຶກສາພຣະຄຳພີຢ່າງອຸທິດຕົນ, ແລ້ວປະຈັກພະຍານຂອງເຮົາຈະເຂັ້ມແຂງຂຶ້ນ ແລະ ເລິກຊຶ້ງ. ເຮົາຈະຮູ້ເຖິງຄວາມຮັກຂອງພຣະເຈົ້າທີ່ມີຕໍ່ເຮົາ. ເຮົາຈະເຂົ້າໃຈວ່າ ເຮົາບໍ່ໄດ້ເດີນໄປຄົນດຽວ. ຂ້າພະເຈົ້າສັນຍາກັບທ່ານວ່າ ມື້ໜຶ່ງທ່ານຈະຄິດກ່ຽວກັບຊ່ວງໄລຍະທີ່ຫຍຸ້ງຍາກຂອງທ່ານ, ແລະ ທ່ານຈະຮັບຮູ້ວ່າ ພຣະອົງໄດ້ຢູ່ຄຽງຂ້າງທ່ານສະເໝີມາ. ຂ້າພະເຈົ້າຮູ້ວ່າສິ່ງນີ້ເປັນຄວາມຈິງຕອນຄູ່ຊີວິດນິລັນດອນຂອງຂ້າພະເຈົ້າ, ແຟຣນຊິດ ແບເວີລີ ຈອນສັນ ມອນສັນ, ໄດ້ຈາກໄປ.
ຂ້າພະເຈົ້າຂໍຝາກພອນຂອງຂ້າພະເຈົ້າໄວ້ກັບທ່ານ. ຂ້າພະເຈົ້າຂໍຝາກຄວາມກະຕັນຍູຂອງຂ້າພະເຈົ້າໄວ້ກັບທ່ານ ສຳລັບທຸກສິ່ງທີ່ດີງາມທີ່ທ່ານໄດ້ເຮັດ ແລະ ສຳລັບຊີວິດທີ່ທ່ານດຳລົງຢູ່. ຂໍໃຫ້ທ່ານຈົ່ງໄດ້ຮັບຂອງປະທານທີ່ດີທຸກປະການດ້ວຍເທີ້ນ, ໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.