​2010–2019
​ພວກເຮົາ​ບໍ່​ໄດ້​ເປັນ​ຄົນ​ຂໍ​ທານ​ທັງ​ໝົດ​ບໍ?
ຕຸລາ 2014


15:41

​ພວກເຮົາ​ບໍ່​ໄດ້​ເປັນ​ຄົນ​ຂໍ​ທານ​ທັງ​ໝົດ​ບໍ?

ບໍ່​ວ່າ​ຈະ​ຮັ່ງມີ ຫລື ຍາກຈົນ, ​ເຮົາ​ຕ້ອງ​ເຮັດ​ເທົ່າ​ທີ່​ເຮົາ​ເຮັດ​ໄດ້ ​ເມື່ອ​ຄົນ​ອື່ນ​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ.

ຊ່າງ​ເປັນ​ການນຳ​ເຂົ້າສູ່​ກອງ​ປະຊຸມ​ໃຫຍ່​ສາມັນ​​ແບບ​ໃໝ່​ທີ່​ດີ​ເດັ່ນ​ແທ້ໆ. Bien hecho Eduardo.

ໃນຊ່ວງ​ເວລາທີ່​ໜ້າ​ອັດສະຈັນ​ໃນ​ຂອງ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ພຣະອົງ​ໃນ​ຕອນ​ຕົ້ນ, ພຣະ​ເຢຊູ​ໄດ້ຢືນ​ຂຶ້ນ​ໃນ​ໂຮງ​ທຳ​ສາລາ​ຢູ່​ບ້ານ​ນາ​ຊາ​ເຣັດຂອງ​ພຣະອົງ, ​ແລະ ​ໄດ້​ອ່ານ​ຄຳ​ທຳນາຍ​ຂອງ​ເອຊາ​ຢາ ຢູ່​ໃນ​ພຣະທຳ​ລູກາ ມີ​ຄຳ​ວ່າ: “ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ ສະຖິດ​ຢູ່​ເທິງ​ຂ້ານ້ອຍ, ​ເພາະ​ພຣະອົງ​ໄດ້​ຫົດສົງ​ແຕ່ງຕັ້ງຂ້ານ້ອຍ​ໄວ້​ໃຫ້​ປະກາດ​ຂ່າວ​ປະ​ເສີດ​ແກ່​ຄົນ​ຍາກຈົນ; ພຣະອົງ​ໃຊ້​ຂ້ານ້ອຍ​ໄປ​ປະກາດອິດ​ສະລະ​ພາບ​ແກ່​ຄົນ​ທັງຫລາຍ​ທີ່​ຖືກ​ຈຳ​ຈອງ, … [​ແລະ] ປົດ​ປ່ອຍ​ຜູ້​ຖືກ​ກົດ​ຂີ່​ໃຫ້​ເປັນ​ອິດ​ສະລະ.”1

​ຜ່ານ​ການ​ອ່ານ​ຖ້ອຍ​ຄຳ​ເຫລົ່າ​ນີ້ ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ປະກາດ​ຕໍ່​ຝູງ​ຊົນ​ກ່ຽວ​ກັບ​ການ​ປະຕິບັດ​ສາດສະໜາ​ກິດ​ແຫ່ງ​ພຣະ​ເມ​ຊີ​ອາ​ຂອງ​ພຣະອົງ. ​ແຕ່​ຂໍ້​ນີ້​ບອກ​ຢ່າງ​ແຈ່ມ​ແຈ້ງວ່າ ກ່ອນ​ພຣະອົງ​ຈະ​ເສຍ​ສະລະ​ຊົດ​ໃຊ້ ​ແລະ ຟື້ນ​ຄືນ​ຊີວິດ, ພຣະ​ເຢຊູ​ຕ້ອງ​ໄດ້​ເຮັດ​ໜ້າ​ທີ່​ຂອງ​ການພຣະ​ເມ​ຊີ​ອາ​ຂອງ​ພຣະອົງ​ກ່ອນ ​ເພື່ອ​​​ໃຫ້​ພອນ​ແກ່​ຄົນ​ຍາກຈົນ, ຮ່ວມ​ທັງ​ຄົນ​ຍາກຈົນ​ຝ່າຍວິນ​ຍານ.

ເມື່ອ​ພຣະອົງເລີ່​ມຕົ້ນປະຕິບັດ​ສາດສະໜາ​ກິດ​, ພຣະ​ເຢຊູ​ໄດ້​ຮັກຄົນ​ຍາກຈົນ ​ແລະ ຄົນຕ່ຳ​ຕ້ອຍ ​ໃນ​ວິທີ​ທີ່​ແປກ​ປະຫລາດ. ພຣະອົງ​ໄດ້​ເກີດ​ກັບ​ຜູ້​ຄົນທັງ​ສອງ​ເຊັ່ນ​ນັ້ນ ​ແລະ ​ເຕີບ​ໂຕ​ຂຶ້ນນຳ​ເຂົາ​ເຈົ້າ. ​ເຮົາ​ບໍ່​ຮູ້​ລາຍ​ລະອຽດ​ທັງ​ໝົດກ່ຽວ​ກັບ​ຊີວິດ​ຂອງ​ພຣະອົງ​ຢູ່​ໃນ​ໂລກ​, ​ແຕ່​ເທື່ອ​ໜຶ່ງ​ພຣະອົງ​ໄດ້​ກ່າວ​ວ່າ, “ໝາ​ຈິກຈອກ​ຍັງ​ມີ​ໂຜ້ງ​ນອນ, ​ແລະ … ນົກ … ກໍ​ຍັງ​ມີ​ຮັງ; ​ແຕ່​ສ່ວນ​ບຸດ​ມະນຸດ​ແລ້ວ​ບໍ່ມີ​ບ່ອນ​ຈະ​ວາງ​ຫົວນອນ.”2 ຕາມ​ຈິງ​ແລ້ວ ພຣະຜູ້​ສ້າງ​ຟ້າ​ສະຫວັນ ​ແລະ ​ແຜ່ນດິນ​ໂລກ, “​ແລະ ທຸກ​ສິ່ງ​ທີ່ຢູ່​​ໃນ​ນັ້ນ​”3 ຢ່າງ​ໜ້ອຍ​ຕອນ​ພຣະອົງ ​ເປັນ​ຜູ້​ໃຫຍ່​ແລ້ວ ເຄີຍ​ຂາດ​ທີ່​ພັກ​ອາ​ໄສ.

ຕະຫລອດ​ທົ່ວ​ປະຫວັດສາດ, ຄວາມທຸກ​ຍາກ​ລຳບາກ ​ເປັນ​ການທ້າ​ທາຍ​ອັນ​ໃຫຍ່​ໂຕ​ທີ່​ສຸດ ​ແລະ ມີຢູ່​ທົ່ວ​ໄປ​ໃນ​ໂລກ.4 ສ່ວນ​ຫລາຍ​ແມ່ນທຸກ​ຍາກ​ຝ່າຍ​ຮ່າຍ​ກາງ, ​ແຕ່​ຄວາມ​ເຈັບ​ປວດ​ທາງ​ວິນ​ຍານ ​ແລະ ຄວາມ​ຮູ້ສຶກ ສາມາດ​​ເຮັດ​ໃຫ້​ອ່ອນ​ເພຍ​ຫລາຍ​ທີ່​ສຸດ. ​ໃນ​ທຸກ​ກໍລະນີ ພຣະຜູ້​ໄຖ່​ທີ່​ຍິ່ງ​ໃຫຍ່ ​ໄດ້​ຂໍ​ໃຫ້​ເຮົາ​ເຂົ້າຮ່ວມ​ກັບ​ພຣະອົງ ​ໃນ​ການ​ແບ່ງ​ເບົາ​ພາລະ​ທີ່​ໜັກໜ່ວງຈາກ​ຜູ້​ຄົນ. ​ໂດຍ​ທີ່​ເປັນ​ພຣະ​ເຢ​ໂຮ​ວາ ພຣະອົງ​​ໄດ້​ກ່າວ​ວ່າ ພຣະອົງຈະ​ພິພາກສາ​​ເຊື້ອສາຍ​ຂອງ​ອິດສະ​ຣາ​ເອນ​ຢ່າງ​ເຄັ່ງ​ຄັດ ​ເພາະ “ຊັບ​ສິນ​ຂອງ [ຄົນ​ຂັດ​ສົນ] ​ແມ່ນຢູ່​ໃນ​​ເຮືອນ​ຂອງທ່ານ.

“ພວກ​ເຈົ້າບໍ່ມີ​ສິດ,” ພຣະອົງ​ກ່າວ, “ທີ່​ຈະ​ຢຽບ​ຍ່ຳ​ປະຊາຊົນ​ຂອງ​ເຮົາ ​ແລະ ​ເອົາ​ລັດ​ເອົາ​ປຽບ​ຄົນ​ຍາກຈົນ?”4

ຜູ້​ຂຽນ​ພຣະທຳ​ສຸພາສິດ ​ໄດ້​ບອກ​ຢ່າງ​ແຈ່ມ​ແຈ້ງ​ກ່ຽວ​ກັບ​ເລື່ອງ​ນີ້​ວ່າ “ຜູ້​ທີ່​ຂົ່ມ​ເຫັງ​ຄົນ​ທຸ​ກກໍ​ດູ​ຖູ​ກພຣະ​ເຈົ້າ: [ແລະ] … ຜູ້​ທີ່​ບໍ່​ຍອມ​ຟັງ​ຄຳ​ຂໍ​ຮ້ອງ​ຂອງ​ຄົນ​ທຸກ, … ກໍ​ຈະ​ບໍ່​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ​ເມື່ອ​ຕົນ​ຮ້ອງ​ຂໍ [ຄື​ກັນ].”5

ໃນສະ​ໄໝ​ຂອງ​ເຮົາ ກ່ອນສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ຄົບຮອບ​ໜຶ່ງ​ປີ, ພຣະຜູ້​ເປັນ​ເຈົ້າ​ໄດ້​ບັນຊາສະມາຊິກ​​ໃຫ້ດູແລຄົນ​ຍາກຈົນ ​ແລະ ຄົນ​ຂັດ​ສົນ​ແລ້ວ, ​ແລະ ​ໃຫ້​ຄວາມ​ຊ່ອຍ​ເຫລືອ​ເພື່ອ​ບັນ​ເທົາ​ພວກ​ເຂົາ​ຈາກ​ຄວາມທຸກ​ຍາກ​ລຳບາກ​ຂອງ​ພວກ​ເຂົາ.6 ພຣະອົງ​ໄດ້​ກ່າວ​ເນັ້ນວ່າ—“​ພວກ​ເຂົາ​ ຈະ ບໍ່ທຸກ​ຍາກ​ລຳບາກ.” ເມື່ອ​ພຣະ​ເຈົ້າກ່າວ​ແບບ​ນັ້ນ ​ໝາຍ​ຄວາມ​ວ່າ ພຣະອົງ​ຈິງ​ຈັງ​ແທ້ໆ.

ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ເອົາ​ຊະນະ​ການ​ທ້າ​ທາຍ ​ແລະ ຄວາມ​ຊົ່ວ​ຮ້າຍ​ຢູ່​ໃນ​ໂລກ, ​ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່? ພຣະອາຈານ ພຣະອົງ​ເອງ​ໄດ້​ຕອບ​ຄຳ​ຖາມ​ຂໍ້​ນີ້. ກ່ອນ​ພຣະອົງ​ຖືກ​ຫັກຫລັງ ​ແລະ ຖືກ​ຄຶງ, ນາງ​​ແມຣີ​ໄດ້​ຫົດສົງ​ພຣະຫັດ​ຂອງ​ພຣະອົງດ້ວຍ​ນ້ຳມັນ​ຫອມ​ຊະນິດ​ທີ່​ມີ​ລາຄາ​ແພງ, ຢູດາ ອິດ​ສະກາຣີອົດ ​​ໄດ້​ຫ້າມ​ບໍ່​ໃຫ້​ໃຊ້​ນ້ຳມັນ​ນັ້ນ ​ແລະ “ໄດ້​ຕຳ​ໜິຕິຕຽນນາງ.”7

ພຣະ​ເຢຊູ​ໄດ້​ກ່າວ​ວ່າ:

“ພວກ​ເຈົ້າກວນ​ໃຈ​ນາງ​ເຮັດ​ຫຍັງ? ນາງ​ໄດ້​ເຮັດ​ສິ່ງ​ທີ່​ຈົບງາມ​. …

“ນາງ​ເຮັດ​ເທົ່າ​ທີ່​ນາງ​ເຮັດ​ໄດ້.”8

ນາງ​ເຮັດ​​ເທົ່າ​ທີ່​ນາງ​ເຮັດ​ໄດ້! ຊ່າງ​ເປັນ​ແບບ​ແຜນ​ທີ່​ມີ​ພະລັງ​ແທ້ໆ! ມີ​ເທື່ອ​ໜຶ່ງ ນັກ​ຂ່າວ​ຄົນ​ໜຶ່ງ​ໄດ້​ຖາມ​ຄຸນ​ແມ່ທາຣິສາແຫ່ງຄາ​ກາທາ ກ່ຽວ​ກັບ​ຄວາມ​ຫວັງ​ຂອງ​ລາວ ​ໃນ​ການ​ຊ່ອຍ​​ເຫລືອ​ຄົນ​ຍາກຈົນ​ຢູ່​ໃນ​ເມືອງ​ນັ້ນ. ນັກ​ຂ່າວ​ໄດ້​ເວົ້າວ່າ, ຕາມ​ສະຖິຕິ​ແລ້ວ, ລາວ​ບໍ່​ໄດ້​​ສຳ​ເລັດສິ່ງ​ໃດ​ເລີຍ. ຍິງ​ຄົນ​ນ້ອຍໆ ທີ່​ໜ້າ​ອັດສະຈັນ​ໃຈ​ຄົນ​ນີ້ ຕອບ​ຄືນ​ວ່າ ວຽກ​ງານ​ຂອງ​ລາວ​ແມ່ນ​ກ່ຽວ​ກັບ​ຄວາມ​ຮັກ, ບໍ່​​ແມ່ນ​ກ່ຽວ​ກັບ​ສະຖິຕິ. ​ເຖິງ​ແມ່ນ​ລາວ ບໍ່​ສາມາດ ຊ່ອຍຜູ້​ຄົນ​ຢ່າງ​ຫລວງຫລາຍ​ໄດ້, ​ແຕ່​ລາວ​ເວົ້າວ່າ ລາວ​ໄດ້​ຮັກສາ​ພຣະບັນຍັດ ທີ່​ຈະ​ຮັກ​ພຣະ​ເຈົ້າ ​ແລະ ​​ເພື່ອ​ນມະນຸດຂອງ​ລາວ ​ໂດຍ​ການ​ຮັບ​ໃຊ້​ຄົນ​ທີ່​ຢູ່ ຢູ່​ໃກ້ ລາວ ຕາມ​ທີ່​ລາວ​ເຮັດ​ໄດ້. “ສິ່ງ​ທີ່​ເຮົາ​ເຮັດ ​ແມ່ນ​ເທົ່າ​ກັບການ​ຕື່ມ​ນ້ຳ​ໃສ່​ທະ​ເລ​ຢອດ​ໜຶ່ງ, ​ແຕ່​ລາວ​ເວົ້າອີກວ່າ, “ຖ້າ​ຫາກ​ເຮົາ​ບໍ່​ເຮັດ​, ທະ​ເລ​ກໍ​ຂາດ​ນ້ຳຢອດ​ໜຶ່ງ.”9 ນັກ​ຂ່າວ​ໄດ້​ສະຫລຸບ​ດ້ວຍ​ຄຳ​ທີ່​ໜັກ​ແໜ້ນ​ວ່າ ສາດສະໜາ​ພຣະຄຣິດ ບໍ່ ​​ແມ່ນ​ການສະ​ແຫວ​ງຫາ​ສະຖິຕິ. ລາວ​ເວົ້າວ່າ ຖ້າ​ຫາກ​ສະຫວັນ​ຈະຊື່ນ​ຊົມ​ກັບ​ຄົນ​ບາບ​ຄົນ​ໜຶ່ງ​ທີ່​ໄດ້​ກັບ​ໃຈ ຫລາຍ​ກວ່າ​ຄົນ​ເກົ້າສິບ​ເກົ້າຄົນ​ທີ່​ບໍ່​ຕ້ອງກັບ​ໃຈ, ​ແລ້ວ​ພຣະ​ເຈົ້າຄົງ​ບໍ່​ສົນ​ໃຈ​ກັບ​​ຕົວ​ເລກເລີຍ.10

​“ເຮົາ​ຈະ​ເຮັດ​ເທົ່າ​ທີ່​ເຮົາ​ເຮັດ​ໄດ້​” ແນວ​ໃດ?

ດັ່ງ​ທີ່ກະສັດ​ເບັນ​ຢາ​ມິນ​ໄດ້​ສອນ ສິ່ງ​ໜຶ່ງ​ທີ່​ເຮົາສາມາດ​​ເຮັດ​ແມ່ນ​ເຊົາ​ຊ່ອຍ​ເຫລືອ ​ເພາະ​ເຮົາ​ເຫັນ​ຄົນ​ຍາກຈົນ​ນຳ​ຄວາມ​ໂສກ​ເສົ້າມາ​ໃຫ້​ຕົນ​ເອງ. ບາງ​ທີ ກໍ ເປັນ​ແນວ​ນັ້ນ​ແທ້, ​ແຕ່​ເຮົາ​ບໍ່​ໄດ້​ເຮັດ​ແບບ​ດຽວ​ກັນນັ້ນບໍ? ບໍ່​ແມ່ນ​ເພາະ​ເຫດ​ນີ້​ບໍ​ທີ່​ຜູ້​ປົກຄອງ​ທີ່ເຫັນ​ອົກ​ເຫັນ​ໃຈ​ນີ້​ຖາມ​ວ່າ, “ພວກເຮົາ​​ບໍ່​ໄດ້​ເປັນ​ຄົນ​ຂໍທານທັງ​ໝົດ​ບໍ?”11 ເຮົາ​ບໍ່​​ເຄີຍ​ຂໍ​ຄວາມ​ຊ່ອຍ​ເຫລືອ ​ແລະ ຂໍ​ຄວາມ​ຫວັງ ​ແລະ ຂໍ​ຄຳ​ຕອບ​ຕໍ່​ຄຳ​ອະທິຖານ​ບໍ? ​ເຮົາ​ບໍ່​​ເຄີຍອ້ອນວອນ​ຂໍ​ການ​ອະ​ໄພ​ໂທດ​ສຳລັບ​ຄວາມ​ຜິດພາດ​ທີ່​ເຮົາ​ໄດ້​ເຮັດ ​ແລະ ​ໄດ້​ສ້າງ​ຂຶ້ນບໍ? ​ເຮົາ​ບໍ່​ເຄີຍ​ອ້ອນວອນ​ຂໍພຣະຄຸນ ​ເພື່ອ​ມາ​ຊົດ​ໃຊ້​ແທນ​ຄວາມ​ອ່ອນ​ແອ​ຂອງ​ເຮົາ​, ວ່າຄວາມ​ເມດ​ຕາ​ຈະ​​ເອົາ​ຊະນະ​ຄວາມຍຸດຕິ​ທຳ​ໃນ​ກໍລະນີ​ຂອງ​ເຮົາ​ບໍ? ບໍ່​ເປັນ​ສິ່ງ​ປະຫລາດ​ໃຈ​ເລີຍ ທີ່​ກະສັດ​ເບັນ​ຢາ​ມິນ ກ່າວ​ວ່າ ​ເຮົາ ​ໄດ້​ຮັບ ການ​ປົດ​ບາບ ​ໂດຍ​ການ​ອ້ອນວອນ​ຫາ​ພຣະ​ເຈົ້າ, ຜູ້​ຕອບ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ​ແຕ່​ເຮົາ ຮັກສາ ການ​ປົດ​ບາບ​ນັ້ນ​ໄວ້ ຈາກ​ການມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ຄົນ​ຍາກຈົນທີ່​ອ້ອນວອນ​ຕໍ່​ເຮົາ.12

ນອກ​ເໜືອ​ຈາກການ​ກະທຳ​ດ້ວຍ​ຄວາມ​ເມດ​ຕາ​ແທນ​ຄົນ​ທີ່​ຂັດ​ສົນ​ແລ້ວ, ​ເຮົາ​ຄວນ​ອະທິຖານ​ເພື່ອ​ຄົນ​ທີ່​ຂັດ​ສົນ​ນຳ​ອີກ. ຊາວ​ໂຊຣຳຈຳນວນ​ໜຶ່ງ ຖືກ​ກ່າວ​ຫາ​ວ່າ ພວກ​ເຂົາ​ເປັນ​ຄົນ “ສົກກະປົກ” ​ແລະ “ບໍ່​ມີຄ່າ,” ​ນັ້ນຄື​ຄຳ​ຈາກ​ພຣະຄຳ​ພີ ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າ​ໄປ​ໃນ​ສະຖານ​ທີ່​ນະມັດສະການ​ຂອງ​ເຂົາ​ເຈົ້າ “ເພາະ​ການ​ນຸ່ງ​ຖື​ທີ່ລຸງລັງ​ຂອງ​ເຂົາ​ເຈົ້າ.” ມໍ​ມອນ​ໄດ້​ກ່າວ​ວ່າ ພວກ​ເ​ຂົາ “ຍາກຈົນ​ທາງ​ໂລກ; ​ແລະ … ຍາກຈົນ​ໃນ​ໃຈ​ນຳ​ອີກ”13—ສອງ​ຢ່າງ​ນີ້ ຈະ​ຄຽງ​ຂ້າງ​ກັນ​ໄປສະ​ເໝີ. ຜູ້​ສາດສະໜາ​ຄູ່ໜຶ່ງ ​ແອວ​ມາ ກັບ ​ແອ​ມມິ​ວ​ເລັກ ທີ່ເຄີຍ​ຖືກ​ປະຕິ​ເສດ​ແບບ​ດຽວ​ກັນ​ ​ເພາະ​ການ​ນຸ່ງ​ຖື​ຂອງ​ເຂົາ​ເຈົ້າ ​ໄດ້​ບອກ​ຜູ້​ຖືກ​ປະ​ຕິ​ເສດ​ວ່າ ​ເຖິງ​ແມ່ນ​ຄົນ​ອື່ນ​ໄດ້​ປະຕິ​ເສດ​ເຂົາ​ເຈົ້າ, ​ແຕ່​ເຂົາ​ເຈົ້າກໍ​ຍັງອະທິຖານ​ໄດ້​ຢູ່ສະ​ເໝີ—ຢູ່​ໃນ​ທົ່ງ ​ແລະ ຢູ່​ໃນ​ເຮືອນ​ຂອງ​ເຂົາ​ເຈົ້າ, ຢູ່​​ໃນ​ຄອບຄົວ ​ແລະ ຢູ່​ໃນ​ໃຈ​ຂອງ​ເຂົາ​ເຈົ້າ.14

ແຕ່​ແລ້ວ, ສຳລັບ​ຜູ້​ຄົນ​ກຸ່ມ​ນີ້​ທີ່​ຖືກ​ປະຕິ​ເສດ, ​ແອມມິວ​ເລັກ ກ່າວ​ວ່າ: “ຫລັງ​ຈາກ [ທ່ານ] ​ໄດ້ [ອະທິຖານ] …, ຖ້າຫາກ​ [ທ່ານ] ຫັນ​ໜ້າ​ໜີ​ຈາກ​ຄົນ​ຂັດ​ສົນ, ​ແລະ ຄົນ​ເປືອຍ​ເປົ່າ, ​ແລະ ບໍ່​ໄປ​ຢ້ຽມຢາມ​ຄົນ​ເຈັບ​ປ່ວຍ ​ແລະ ຄົນ​ມີ​ທຸກ, ​ແລະ ​ໃຫ້​ເຂົ້າຂອງ​ຂອງ​ທ່ານ​, ຖ້າ [ທ່ານ] ມີ [ມັນ], ແກ່​ຄົນ​ທີ່ຢູ່​ໃນ​ຄວາມ​ຕ້ອງການ​ແລ້ວ—ຂ້າພະ​ເຈົ້າ​ເວົ້າກັບ ພວກ​ທ່ານວ່າ, … ການ​ອະທິຖານ​ຂອງ​ພວກ​ທ່ານ​ບໍ່​ມີ​ປະ​ໂຫຍ​ດ, ​ແລະ ບໍ່​ຊ່ອຍ​ອັນ​ໃດ​ໃຫ້​ພວກ​ທ່ານ​ເລີຍ, ​ແລະ ພວກ​ທ່ານ​ກໍ​ຈະ​ເປັນ​ເໝືອນ​ດັ່ງ​ຄົນ​ໜ້າ​ຊື່​ໃຈ​ຄົດ ຜູ້​ທີ່​ປະຕິ​ເສດ​ສັດທາ.”15 ​ເປັນ​ຄຳ​ເຕືອນ​ໃຈ​ທີ່​ມີ​ພະລັງ​ແທ້ໆ ທີ່​ວ່າ ບໍ່​ວ່າ​ຈະ​ຮັ່ງມີ ຫລື ຍາກຈົນ, ​ເຮົາ​ຕ້ອງ​ເຮັດ​ເທົ່າ​ທີ່​ເຮົາ​ເຮັດ​ໄດ້ ​ເມື່ອ​ຄົນ​ອື່ນ​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ.

ບັດ​ນີ້, ຂ້າພະ​ເຈົ້າບໍ່​ໄດ້​ສະ​ເໜີ​ສິ່ງ​ທີ່​ເພີ້​ຝັນ, ຫລື ​ໂຄງການ​ອັນ​ໃຫຍ່​ໂຕ​ແຕ່​ໃຊ້​ການ​ບໍ່​ໄດ້, ຫລື ​ບໍ່​ໄດ້​ແນະນຳ​ວ່າ ການ​ຂໍທານ​ເປັນ​ທຸລະ​ກິດ​ທີ່​ດີ. ຂ້າພະ​​ເຈົ້າມີ​ຄວາມ​ນັບຖື​ຕໍ່​ຫລັກ​ທຳ​ຂອງ​ຄວາມ​ດຸໝັ່ນ, ການ​ປະຢັດ​ມັດທະຍັດ, ການ​ກຸ້ມ​ຕົນ​ເອງ, ​ແລະ ຄວາມ​ປາດ​ຖະໜາ​ອັນ​ແຮງ​ກ້າ​ແມ່ນ​ໝັ້ນຄົງ​ດັ່ງ​ຂອງ​ຊາຍ ​ແລະ ຍິງ​ທີ່​ມີ​ຊີວິດ​ຢູ່. ​ເຮົາ​ຖືກ​ຄາດໝາຍ​ໃຫ້​ຊ່ອຍ​ເຫລືອຕົນ​ເອງ ກ່ອນ​ເຮົາ​ຈະ​ຊອກ​ຊ່ອຍ​ເຫລືອ​ຄົນ​ອື່ນ. ຍິ່ງ​​ໄປ​ກວ່າ​ນີ້, ຂ້າພະ​ເຈົ້າບໍ່​ຮູ້ຈັກ​ວິທີ​​ໂດຍສະ​ເພາະ ທີ່​ທ່ານ​ແຕ່ລະຄົນ ຈະ​ຊ່ອຍ​ເຫລືອ​ຜູ້​ທີ່​ບໍ່​ສາມາດ​ຊ່ອຍ​ເຫລືອຕົນ​ເອງ. ​ແຕ່​ຂ້າພະ​ເຈົ້າຮູ້​ວ່າ ພຣະ​ເຈົ້າຮູ້ຈັກ​ວິທີ, ​ແລະ ພຣະອົງ​ຈະ​ຊ່ອຍ​ເຫລືອ​ທ່ານ ​ແລະ ນຳພາ​ທ່ານ ​ໃນ​ການ​ກະທຳ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ຂອງ​ຜູ້ເປັນ​ສານຸສິດ ຖ້າ​ທ່ານ​ຕ້ອງການ ​ແລະ ອະທິຖານ ​​ແລະ ພະຍາຍາມຫາ​ວິທີ​ທີ່​ຈະ​ຮັກສາ​ພຣະບັນຍັດ ທີ່​ພຣະອົງ​ໄດ້​ປະທານ​ໃຫ້​ເຮົາ ​ເທື່ອ​ແລ້ວ​ເທື່ອ​ເລົ່າ.

ທ່ານ​ຄົງ​ເຫັນ​ໄດ້​ວ່າ ຂ້າພະ​ເຈົ້າກ່າວ​ເຖິງຄວາມຫຍຸ້ງຍາກ​ໃນ​ສັງຄົມ ຊຶ່ງ​ກ່ຽວ​ພັນ​ບໍ່​ພຽງ​ແຕ່​ກັບສະມາຊິກ​ຂອງ​ສາດສະໜາ​ຈັກ​ເທົ່າ​ນັ້ນ. ​​ໂຊກ​ດີ​ທີ່​ວິທີ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ເລື່ອງ​ການ​ຊ່ອຍ​ເຫລືອ​ຄົນ​ເຮົາ​ເອງ ​ແມ່ນ​ງ່າຍ​ກວ່າ; ທຸກ​ຄົນ​ທີ່​ສາມາດ​ເຮັດ​ໄດ້ ຄວນ​ເຊື່ອ​ຟັງ​ກົດ​ຖື​ສິນ​ອົດ​ເຂົ້າ. ​ເອຊາ​ຢາ​ໄດ້​ຂຽນ​ວ່າ:

“ການ​ຖື​ສິນ​ອົດ​ເຂົ້າ​ແບບ​ທີ່​ເຮົາ​ຕ້ອງການ​ແມ່ນ​ດັ່ງ​ນີ້. …

“ຈົ່ງ​ແບ່ງປັນ​ອາຫານ​ໃຫ້​ແກ່​ຜູ້​ທີ່​ອຶດ​ຫິວ, ​ແລະ ​ໃຫ້​ທີ່​ພັກ​ແກ່​ຜູ້​ທີ່​ຍາກຈົນ​ຂາດ​ບ່ອນ​ພັກ​ພາ​ອາ​ໄສ? ຈົ່ງ​ຫາ​ເຄື່ອງນຸ່ງ​ຫົ່ມ​ໃຫ້​ແກ່​ຜູ້​ທີ່​ບໍ່​ມີ … [ເພື່ອວ່າ​ທ່ານ] ຈະ​ແກ້​ໂສ້​ແຫ່ງ​ການ​ກົດ​ຂີ່, ​ແລະ … ປົດ​ປ່ອຍ​ຄົນ​ທີ່​ຖືກ​ກົດ​ຂີ່​ໃຫ້​ເປັນ​ອິດ​ສະລະ … ?”16

ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ເຖິງ​ສິ່ງ​ມະຫັດ​ສະ​ຈັນ, ທັງ​ຝ່າຍ​ວິນ​ຍານ ​ແລະ ຝ່າຍ​ໂລກ, ທີ່​ມາສູ່​ຄົນ​ທີ່ຮັກສາ​ກົດ​ຖື​ສິນ​ອົດ​ເຂົ້າ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ເຖິງສິ່ງ​ມະຫັດສະຈັນ​ທີ່​ມາສູ່​ຂ້າພະ​ເຈົ້າ. ​ດັ່ງ​ທີ່​ເອຊາ​ຢາ ​ໄດ້​ບັນທຶກ​ໄວ້, ຂ້າພະ​ເຈົ້າ​ໄດ້​ອະທິຖານ​​ຖື​ສິນ​ອົດ​ເຂົ້າ ຫລາຍ​ກວ່າ​ໜຶ່ງ​ເທື່ອ, ​ແລະ ພຣະ​ເຈົ້າ​ບອກ​ວ່າ, “ເຮົາ​ຈະ​ຂານ​ຕອບ.”17 ຈົ່ງ​ຖະໜອມ​ສິດທິ​ພິ​ເສດ​ທີ່​ສັກສິດ​ຢ່າງ​ໜ້ອຍ​ເດືອນ​ລະ​ເທື່ອ, ​ແລະ ​ເພື່ອ​ແຜ່​ຕາມ​ທີ່​ສະພາບ​ການຈະ​ອຳ​ນວຍ ​ໃນ​ການ​ຖື​ສິນ​ອົດ​ເຂົ້າຂອງ​ທ່ານ ​ແລະ ການ​ກຸສົນ, ​ເງິນ​ທຶນ​ສຶກສາ ​ແລະ ຜູ້​ສອນ​ສາດສະໜາ. ຂ້າພະ​ເຈົ້າສັນຍາ​ວ່າ ພຣະ​ເຈົ້າຈະ​ເພື່ອ​ແຜ່​ກັບ​ທ່ານ, ​ແລະ ​ຄົນ​ທີ່​ໄດ້​ຮັບ​ການ​ຊ່ອຍ​ເຫລືອ​ຈາກ​ທ່ານ ຈະ​ເອີ້ນ​ທ່ານ​ວ່າ ຜູ້​ມີ​ຄວາມສຸກ​ຕະຫລອດ​ໄປ. ສະມາຊິກ​ຂອງ​ສາດສະໜາ​ຈັກ ຫລາຍ​ກວ່າ​ເຈັດ​​ແສນ​ຄົນ​ໄດ້​ຮັບ​ຄວາມຊ່ອຍ​ເຫລືອ​​ ​ປີ​ກາຍ​ນີ້ ຜ່ານ​ທາງ​ການ​ຖື​ສິນ​ອົດ​ເຂົ້າຂອງ​ທ່ານ ​ແລະ ​ໂດຍ​ການ​ປະຕິບັດ​ຂອງ​ອະທິການ ​ແລະ ປະທານ​ສະມາຄົມ​ສະຕີ​ສົງ​ເຄາະ​. ​ນັ້ນ​ແມ່ນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຫລາຍ​ຕໍ່​ຫລາຍ​ຄົນທີ່​ມີ​ຄວາມ​ກະຕັນຍູ​.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຄຳ​ສອນ​ດັ່ງກ່າວ​ໄດ້​ຮຽກຮ້ອງ​ໃຫ້​ຂ້າພະ​ເຈົ້າຮັບ​ຮູ້​ພອນອັນ​ບໍ່​ມີ​ວັນ​ສິ້ນ​ສຸດຢ່າ​ງ​ເປີດ​ເຜີຍ ​ທີ່​ຂ້າພະ​ເຈົ້າບໍ່​ສົມຄວນ​ທີ່​ຈະ​ໄດ້​ຮັບ, ທັງ​ຝ່າຍ​​ໂລກ ​ແລະ ຝ່າຍ​ວິນ​ຍານ. ​ເຊັ່ນ​ດຽວ​ກັບ​ທ່ານ, ຂ້າພະ​ເຈົ້າ ກໍ​ມີຄວາມ​ເປັນ​ຫ່ວງ​ເປັນ​​ໃຍນຳ​ເລື່ອງ​​ເງິນ​ຄຳ​ເປັນ​ບາງ​ຄັ້ງ, ​ແຕ່​ຂ້າພະ​ເຈົ້າບໍ່​ເຄີຍ​ທຸກ​ ​ແລະ ບໍ່​ຮູ້ຈັກ​ວ່າ ຄົນ​ທຸກ​ຮູ້ສຶກ​ແນວ​ໃດ. ຍິ່ງ​ໄປ​ກວ່າ​ນີ້ ຂ້າພະ​ເຈົ້າບໍ່​ຮູ້​​ເຫດຜົນ​ທັງ​ໝົດວ່າ ​ເປັນ​ຫຍັງ​ສະພາບ​ການ​ເກີດ, ສຸຂະພາບ, ​ແລະ ການ​ສຶກສາ ​ແລະ ​ໂອກາດ​ຂອງ​ຊີວິດ ​ແມ່ນ​ແຕກ​ຕ່າງ​ກັນ​ຫລາຍ​ແທ້ ຢູ່​ໃນ​ໂລກ​ມະຕະ​ນີ້, ​ແຕ່​ເມື່ອ​ຂ້າພະ​ເຈົ້າ​ເຫັນ​ຄວາມ​ຕ້ອງການ​ຂອງ​ຫລາຍ​ຄົນ ຂ້າພະ​ເຈົ້າຮູ້​ວ່າ “ຂ້າພະ​ເຈົ້າຕ້ອງ​ໄປ​ຫາ​ເຂົາ​ເຈົ້າດ້ວຍ​ພຣະຄຸນ​ຂອງ​ພຣະ​ເຈົ້າ.”18 ຂ້າພະ​ເຈົ້າຍັງ​ຮູ້​ອີກ​ວ່າ ​ເຖິງ​ແມ່ນ​ຂ້າພະ​ເຈົ້າ ບໍ່​ໄດ້​ເປັນ​ຄົນ​ດູ​ແລ​ຮັກສາ, ​ແຕ່​ຂ້າພະ​ເຈົ້າ​ເປັນຄົນ​ຊ່ອຍ​ຊູ​ໄດ້, ​ແລະ “​ເພາະ​ຂ້າພະ​ເຈົ້າ​ໄດ້​ຮັບ​ຫລາຍ, ຂ້າພະ​ເຈົ້າຈຶ່ງ​ຄວນ​​ແຈກ​ຢາຍ​ຄື​ກັນ.”19

ໃນ​ເລື່ອງ​ນີ້ ຂ້າພະ​ເຈົ້າຂໍ​ໃຫ້​ກຽດ​ແກ່​ປະທານທອມ​ມັສ ສະ​ເປັນ​ເຊີ ມອນ​ສັນ. ຂ້າພະ​ເຈົ້​າໄດ້​ທຳ​ງານ​ກັບ​ເພິ່ນ​ມາ​ເປັນ​ເວລາ 47 ປີ​ແລ້ວ, ​ແລະ ຂ້າພະ​ເຈົ້າຈະຈື່​ຕອນ​ເພິ່ນ​ໃສ່​ເກີບ​ສຳລັບ​ໃສ່​ໃນ​ບ້ານ ຂີ່​ຍົນ​ກັບ​ຈາກເຢຍລະ​ມັນ​ຕາ​ເວັນ​ອອກ ບ່ອນ​ທີ່​ຂາດ​ແຄນ​ທີ່​ສຸດ ​ເພາະ​ເພິ່ນ​ບໍ່​ພຽງ​ແຕ່​ໄດ້​ສະລະ​ຊຸດ​ ​ແລະ ​ເສື້ອ​ທັງ​ໝົດຂອງ​ເພິ່ນ ນອກຈາກ​ເຄື່ອງນຸ່ງ​ຄາ​ຄີ​ງ​ແລ້ວ ​ເພິ່ນ​ຍັງ​ໄດ້​ສະລະ​​ເກີບ​ຂອງ​ເພິ່ນ​ນຳ​ອີກ. “ເປັນຕາ​ຮັກ​ແທ້​ທີ່​ເຫັນ​ຜູ້​ສົ່ງ​ຂ່າວ​ຂ້າມ​ພູ​ເຂົາ​ມາ ​ໂດຍ​ນຳ​ຂ່າວ​ດີ​ຄື​ຂ່າວ​ແຫ່ງ​ສັນຕິ​ສຸກ​ມາ​ໃຫ້ ລາວ​ປະກາດ​ເລື່ອງ​ໄຊຊະນະ.”20 ເກີນ​ກວ່າ​ທີ່​ຊາຍ​ຄົນ​ອື່ນໆ​ທີ່​ຂ້າພະ​ເຈົ້າຮູ້ຈັກ, ປະທານມອນ​ສັນ​ໄດ້ “​ເຮັດ​​ທຸກ​ສິ່ງ​ທີ່​ເພິ່ນ​ສາມາດ​ເຮັດ​ໄດ້,” ສຳລັບ​ແມ່​ໝ້າຍ ​ແລະ ລູກ​ກຳພ້າ, ຄົນ​ຍາກຈົນ ​ແລ​ະ ຄົນ​ທີ່​ເປັນ​ທຸກ.

ການ​ເປີດ​ເຜີຍ ​ໃນປີ 1831 ຕໍ່​ສາດສະດາ​ໂຈ​ເຊັບ ສະ​ມິດ, ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວວ່າ ຄົນ​ຍາກຈົນ​ຈະ​ໄດ້​ເຫັນ​ອານາຈັກ​ຂອງ​ພຣະ​ເຈົ້າ​ໃນ​ມື້ໜຶ່ງ ​ເພື່ອ​ມາ​ປົດ​ປ່ອຍ​ເຂົາ​ເຈົ້າ ​ດ້ວຍ​ອຳນາດ ​ແລະ ລັດສະໝີ​ພາບ​ທີ່​ຍິ່ງ​​ໃຫຍ່.21 ຂໍ​ໃຫ້​ເຮົາ​ຈົ່ງ​ເຮັດ​ໃຫ້​ຄຳ​ທຳນາຍ​ນັ້ນບັນລຸ​ຄວາມ​ສຳ​ເລັດ​ ​ໂດຍການ​​ເຂົ້າມາ​ໃນອຳນາດ ​ແລະ ລັດສະໝີ​ພາບ​ການ​ເປັນ​ສະມາຊິກຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດທີ່​ແທ້​ຈິງ ​ເພື່ອ​​ເຮັດ​ສິ່ງ​ທີ່​ເຮົາ​ສາມາດ​ເຮັດ ​ເພື່ອຊ່ອຍ​ກູ້​ຄົນ​ທີ່​ເຮົາ​ສາມາດ​ຊ່ອຍ​ກູ້​ໄດ້ ຈາກ​ຄວາມ​ທຸກ​ຍາກ​ລຳບາກ ທີ່​ກັກ​ຂັງເຂົາ​ໄວ້ ​ແລະ ທຳລາຍ​ຄວາມ​ຝັນ​ຢ່າງ​ຫລວງຫລາຍ​ຂອງ​ເຂົາ​ເຈົ້າ, ຂ້າພະ​ເຈົ້າອະທິຖານ​ໃນ​ພຣະນາມ​ແຫ່ງ​ພຣະ​ເມດຕາຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.