ພວກເຮົາບໍ່ໄດ້ເປັນຄົນຂໍທານທັງໝົດບໍ?
ບໍ່ວ່າຈະຮັ່ງມີ ຫລື ຍາກຈົນ, ເຮົາຕ້ອງເຮັດເທົ່າທີ່ເຮົາເຮັດໄດ້ ເມື່ອຄົນອື່ນຕ້ອງການຄວາມຊ່ອຍເຫລືອ.
ຊ່າງເປັນການນຳເຂົ້າສູ່ກອງປະຊຸມໃຫຍ່ສາມັນແບບໃໝ່ທີ່ດີເດັ່ນແທ້ໆ. Bien hecho Eduardo.
ໃນຊ່ວງເວລາທີ່ໜ້າອັດສະຈັນໃນຂອງການປະຕິບັດສາດສະໜາກິດຂອງພຣະອົງໃນຕອນຕົ້ນ, ພຣະເຢຊູໄດ້ຢືນຂຶ້ນໃນໂຮງທຳສາລາຢູ່ບ້ານນາຊາເຣັດຂອງພຣະອົງ, ແລະ ໄດ້ອ່ານຄຳທຳນາຍຂອງເອຊາຢາ ຢູ່ໃນພຣະທຳລູກາ ມີຄຳວ່າ: “ພຣະວິນຍານຂອງພຣະຜູ້ເປັນເຈົ້າ ສະຖິດຢູ່ເທິງຂ້ານ້ອຍ, ເພາະພຣະອົງໄດ້ຫົດສົງແຕ່ງຕັ້ງຂ້ານ້ອຍໄວ້ໃຫ້ປະກາດຂ່າວປະເສີດແກ່ຄົນຍາກຈົນ; ພຣະອົງໃຊ້ຂ້ານ້ອຍໄປປະກາດອິດສະລະພາບແກ່ຄົນທັງຫລາຍທີ່ຖືກຈຳຈອງ, … [ແລະ] ປົດປ່ອຍຜູ້ຖືກກົດຂີ່ໃຫ້ເປັນອິດສະລະ.”1
ຜ່ານການອ່ານຖ້ອຍຄຳເຫລົ່ານີ້ ພຣະຜູ້ຊ່ອຍໃຫ້ລອດໄດ້ປະກາດຕໍ່ຝູງຊົນກ່ຽວກັບການປະຕິບັດສາດສະໜາກິດແຫ່ງພຣະເມຊີອາຂອງພຣະອົງ. ແຕ່ຂໍ້ນີ້ບອກຢ່າງແຈ່ມແຈ້ງວ່າ ກ່ອນພຣະອົງຈະເສຍສະລະຊົດໃຊ້ ແລະ ຟື້ນຄືນຊີວິດ, ພຣະເຢຊູຕ້ອງໄດ້ເຮັດໜ້າທີ່ຂອງການພຣະເມຊີອາຂອງພຣະອົງກ່ອນ ເພື່ອໃຫ້ພອນແກ່ຄົນຍາກຈົນ, ຮ່ວມທັງຄົນຍາກຈົນຝ່າຍວິນຍານ.
ເມື່ອພຣະອົງເລີ່ມຕົ້ນປະຕິບັດສາດສະໜາກິດ, ພຣະເຢຊູໄດ້ຮັກຄົນຍາກຈົນ ແລະ ຄົນຕ່ຳຕ້ອຍ ໃນວິທີທີ່ແປກປະຫລາດ. ພຣະອົງໄດ້ເກີດກັບຜູ້ຄົນທັງສອງເຊັ່ນນັ້ນ ແລະ ເຕີບໂຕຂຶ້ນນຳເຂົາເຈົ້າ. ເຮົາບໍ່ຮູ້ລາຍລະອຽດທັງໝົດກ່ຽວກັບຊີວິດຂອງພຣະອົງຢູ່ໃນໂລກ, ແຕ່ເທື່ອໜຶ່ງພຣະອົງໄດ້ກ່າວວ່າ, “ໝາຈິກຈອກຍັງມີໂຜ້ງນອນ, ແລະ … ນົກ … ກໍຍັງມີຮັງ; ແຕ່ສ່ວນບຸດມະນຸດແລ້ວບໍ່ມີບ່ອນຈະວາງຫົວນອນ.”2 ຕາມຈິງແລ້ວ ພຣະຜູ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ, “ແລະ ທຸກສິ່ງທີ່ຢູ່ໃນນັ້ນ”3 ຢ່າງໜ້ອຍຕອນພຣະອົງ ເປັນຜູ້ໃຫຍ່ແລ້ວ ເຄີຍຂາດທີ່ພັກອາໄສ.
ຕະຫລອດທົ່ວປະຫວັດສາດ, ຄວາມທຸກຍາກລຳບາກ ເປັນການທ້າທາຍອັນໃຫຍ່ໂຕທີ່ສຸດ ແລະ ມີຢູ່ທົ່ວໄປໃນໂລກ.4 ສ່ວນຫລາຍແມ່ນທຸກຍາກຝ່າຍຮ່າຍກາງ, ແຕ່ຄວາມເຈັບປວດທາງວິນຍານ ແລະ ຄວາມຮູ້ສຶກ ສາມາດເຮັດໃຫ້ອ່ອນເພຍຫລາຍທີ່ສຸດ. ໃນທຸກກໍລະນີ ພຣະຜູ້ໄຖ່ທີ່ຍິ່ງໃຫຍ່ ໄດ້ຂໍໃຫ້ເຮົາເຂົ້າຮ່ວມກັບພຣະອົງ ໃນການແບ່ງເບົາພາລະທີ່ໜັກໜ່ວງຈາກຜູ້ຄົນ. ໂດຍທີ່ເປັນພຣະເຢໂຮວາ ພຣະອົງໄດ້ກ່າວວ່າ ພຣະອົງຈະພິພາກສາເຊື້ອສາຍຂອງອິດສະຣາເອນຢ່າງເຄັ່ງຄັດ ເພາະ “ຊັບສິນຂອງ [ຄົນຂັດສົນ] ແມ່ນຢູ່ໃນເຮືອນຂອງທ່ານ.
“ພວກເຈົ້າບໍ່ມີສິດ,” ພຣະອົງກ່າວ, “ທີ່ຈະຢຽບຍ່ຳປະຊາຊົນຂອງເຮົາ ແລະ ເອົາລັດເອົາປຽບຄົນຍາກຈົນ?”4
ຜູ້ຂຽນພຣະທຳສຸພາສິດ ໄດ້ບອກຢ່າງແຈ່ມແຈ້ງກ່ຽວກັບເລື່ອງນີ້ວ່າ “ຜູ້ທີ່ຂົ່ມເຫັງຄົນທຸກກໍດູຖູກພຣະເຈົ້າ: [ແລະ] … ຜູ້ທີ່ບໍ່ຍອມຟັງຄຳຂໍຮ້ອງຂອງຄົນທຸກ, … ກໍຈະບໍ່ໄດ້ຮັບຄວາມຊ່ອຍເຫລືອເມື່ອຕົນຮ້ອງຂໍ [ຄືກັນ].”5
ໃນສະໄໝຂອງເຮົາ ກ່ອນສາດສະໜາຈັກຂອງພຣະເຢຊູຄຣິດທີ່ຖືກຟື້ນຟູຄືນມາໃໝ່ ຄົບຮອບໜຶ່ງປີ, ພຣະຜູ້ເປັນເຈົ້າໄດ້ບັນຊາສະມາຊິກໃຫ້ດູແລຄົນຍາກຈົນ ແລະ ຄົນຂັດສົນແລ້ວ, ແລະ ໃຫ້ຄວາມຊ່ອຍເຫລືອເພື່ອບັນເທົາພວກເຂົາຈາກຄວາມທຸກຍາກລຳບາກຂອງພວກເຂົາ.6 ພຣະອົງໄດ້ກ່າວເນັ້ນວ່າ—“ພວກເຂົາ ຈະ ບໍ່ທຸກຍາກລຳບາກ.” ເມື່ອພຣະເຈົ້າກ່າວແບບນັ້ນ ໝາຍຄວາມວ່າ ພຣະອົງຈິງຈັງແທ້ໆ.
ໃນຄວາມພະຍາຍາມທີ່ຈະເອົາຊະນະການທ້າທາຍ ແລະ ຄວາມຊົ່ວຮ້າຍຢູ່ໃນໂລກ, ເຮົາຈະເຮັດຫຍັງໄດ້ແດ່? ພຣະອາຈານ ພຣະອົງເອງໄດ້ຕອບຄຳຖາມຂໍ້ນີ້. ກ່ອນພຣະອົງຖືກຫັກຫລັງ ແລະ ຖືກຄຶງ, ນາງແມຣີໄດ້ຫົດສົງພຣະຫັດຂອງພຣະອົງດ້ວຍນ້ຳມັນຫອມຊະນິດທີ່ມີລາຄາແພງ, ຢູດາ ອິດສະກາຣີອົດ ໄດ້ຫ້າມບໍ່ໃຫ້ໃຊ້ນ້ຳມັນນັ້ນ ແລະ “ໄດ້ຕຳໜິຕິຕຽນນາງ.”7
ພຣະເຢຊູໄດ້ກ່າວວ່າ:
“ພວກເຈົ້າກວນໃຈນາງເຮັດຫຍັງ? ນາງໄດ້ເຮັດສິ່ງທີ່ຈົບງາມ. …
“ນາງເຮັດເທົ່າທີ່ນາງເຮັດໄດ້.”8
ນາງເຮັດເທົ່າທີ່ນາງເຮັດໄດ້! ຊ່າງເປັນແບບແຜນທີ່ມີພະລັງແທ້ໆ! ມີເທື່ອໜຶ່ງ ນັກຂ່າວຄົນໜຶ່ງໄດ້ຖາມຄຸນແມ່ທາຣິສາແຫ່ງຄາກາທາ ກ່ຽວກັບຄວາມຫວັງຂອງລາວ ໃນການຊ່ອຍເຫລືອຄົນຍາກຈົນຢູ່ໃນເມືອງນັ້ນ. ນັກຂ່າວໄດ້ເວົ້າວ່າ, ຕາມສະຖິຕິແລ້ວ, ລາວບໍ່ໄດ້ສຳເລັດສິ່ງໃດເລີຍ. ຍິງຄົນນ້ອຍໆ ທີ່ໜ້າອັດສະຈັນໃຈຄົນນີ້ ຕອບຄືນວ່າ ວຽກງານຂອງລາວແມ່ນກ່ຽວກັບຄວາມຮັກ, ບໍ່ແມ່ນກ່ຽວກັບສະຖິຕິ. ເຖິງແມ່ນລາວ ບໍ່ສາມາດ ຊ່ອຍຜູ້ຄົນຢ່າງຫລວງຫລາຍໄດ້, ແຕ່ລາວເວົ້າວ່າ ລາວໄດ້ຮັກສາພຣະບັນຍັດ ທີ່ຈະຮັກພຣະເຈົ້າ ແລະ ເພື່ອນມະນຸດຂອງລາວ ໂດຍການຮັບໃຊ້ຄົນທີ່ຢູ່ ຢູ່ໃກ້ ລາວ ຕາມທີ່ລາວເຮັດໄດ້. “ສິ່ງທີ່ເຮົາເຮັດ ແມ່ນເທົ່າກັບການຕື່ມນ້ຳໃສ່ທະເລຢອດໜຶ່ງ, ແຕ່ລາວເວົ້າອີກວ່າ, “ຖ້າຫາກເຮົາບໍ່ເຮັດ, ທະເລກໍຂາດນ້ຳຢອດໜຶ່ງ.”9 ນັກຂ່າວໄດ້ສະຫລຸບດ້ວຍຄຳທີ່ໜັກແໜ້ນວ່າ ສາດສະໜາພຣະຄຣິດ ບໍ່ ແມ່ນການສະແຫວງຫາສະຖິຕິ. ລາວເວົ້າວ່າ ຖ້າຫາກສະຫວັນຈະຊື່ນຊົມກັບຄົນບາບຄົນໜຶ່ງທີ່ໄດ້ກັບໃຈ ຫລາຍກວ່າຄົນເກົ້າສິບເກົ້າຄົນທີ່ບໍ່ຕ້ອງກັບໃຈ, ແລ້ວພຣະເຈົ້າຄົງບໍ່ສົນໃຈກັບຕົວເລກເລີຍ.10
“ເຮົາຈະເຮັດເທົ່າທີ່ເຮົາເຮັດໄດ້” ແນວໃດ?
ດັ່ງທີ່ກະສັດເບັນຢາມິນໄດ້ສອນ ສິ່ງໜຶ່ງທີ່ເຮົາສາມາດເຮັດແມ່ນເຊົາຊ່ອຍເຫລືອ ເພາະເຮົາເຫັນຄົນຍາກຈົນນຳຄວາມໂສກເສົ້າມາໃຫ້ຕົນເອງ. ບາງທີ ກໍ ເປັນແນວນັ້ນແທ້, ແຕ່ເຮົາບໍ່ໄດ້ເຮັດແບບດຽວກັນນັ້ນບໍ? ບໍ່ແມ່ນເພາະເຫດນີ້ບໍທີ່ຜູ້ປົກຄອງທີ່ເຫັນອົກເຫັນໃຈນີ້ຖາມວ່າ, “ພວກເຮົາບໍ່ໄດ້ເປັນຄົນຂໍທານທັງໝົດບໍ?”11 ເຮົາບໍ່ເຄີຍຂໍຄວາມຊ່ອຍເຫລືອ ແລະ ຂໍຄວາມຫວັງ ແລະ ຂໍຄຳຕອບຕໍ່ຄຳອະທິຖານບໍ? ເຮົາບໍ່ເຄີຍອ້ອນວອນຂໍການອະໄພໂທດສຳລັບຄວາມຜິດພາດທີ່ເຮົາໄດ້ເຮັດ ແລະ ໄດ້ສ້າງຂຶ້ນບໍ? ເຮົາບໍ່ເຄີຍອ້ອນວອນຂໍພຣະຄຸນ ເພື່ອມາຊົດໃຊ້ແທນຄວາມອ່ອນແອຂອງເຮົາ, ວ່າຄວາມເມດຕາຈະເອົາຊະນະຄວາມຍຸດຕິທຳໃນກໍລະນີຂອງເຮົາບໍ? ບໍ່ເປັນສິ່ງປະຫລາດໃຈເລີຍ ທີ່ກະສັດເບັນຢາມິນ ກ່າວວ່າ ເຮົາ ໄດ້ຮັບ ການປົດບາບ ໂດຍການອ້ອນວອນຫາພຣະເຈົ້າ, ຜູ້ຕອບດ້ວຍຄວາມເຫັນອົກເຫັນໃຈ, ແຕ່ເຮົາ ຮັກສາ ການປົດບາບນັ້ນໄວ້ ຈາກການມີຄວາມເຫັນອົກເຫັນໃຈຕໍ່ຄົນຍາກຈົນທີ່ອ້ອນວອນຕໍ່ເຮົາ.12
ນອກເໜືອຈາກການກະທຳດ້ວຍຄວາມເມດຕາແທນຄົນທີ່ຂັດສົນແລ້ວ, ເຮົາຄວນອະທິຖານເພື່ອຄົນທີ່ຂັດສົນນຳອີກ. ຊາວໂຊຣຳຈຳນວນໜຶ່ງ ຖືກກ່າວຫາວ່າ ພວກເຂົາເປັນຄົນ “ສົກກະປົກ” ແລະ “ບໍ່ມີຄ່າ,” ນັ້ນຄືຄຳຈາກພຣະຄຳພີ ໄດ້ຖືກຫ້າມບໍ່ໃຫ້ເຂົ້າໄປໃນສະຖານທີ່ນະມັດສະການຂອງເຂົາເຈົ້າ “ເພາະການນຸ່ງຖືທີ່ລຸງລັງຂອງເຂົາເຈົ້າ.” ມໍມອນໄດ້ກ່າວວ່າ ພວກເຂົາ “ຍາກຈົນທາງໂລກ; ແລະ … ຍາກຈົນໃນໃຈນຳອີກ”13—ສອງຢ່າງນີ້ ຈະຄຽງຂ້າງກັນໄປສະເໝີ. ຜູ້ສາດສະໜາຄູ່ໜຶ່ງ ແອວມາ ກັບ ແອມມິວເລັກ ທີ່ເຄີຍຖືກປະຕິເສດແບບດຽວກັນ ເພາະການນຸ່ງຖືຂອງເຂົາເຈົ້າ ໄດ້ບອກຜູ້ຖືກປະຕິເສດວ່າ ເຖິງແມ່ນຄົນອື່ນໄດ້ປະຕິເສດເຂົາເຈົ້າ, ແຕ່ເຂົາເຈົ້າກໍຍັງອະທິຖານໄດ້ຢູ່ສະເໝີ—ຢູ່ໃນທົ່ງ ແລະ ຢູ່ໃນເຮືອນຂອງເຂົາເຈົ້າ, ຢູ່ໃນຄອບຄົວ ແລະ ຢູ່ໃນໃຈຂອງເຂົາເຈົ້າ.14
ແຕ່ແລ້ວ, ສຳລັບຜູ້ຄົນກຸ່ມນີ້ທີ່ຖືກປະຕິເສດ, ແອມມິວເລັກ ກ່າວວ່າ: “ຫລັງຈາກ [ທ່ານ] ໄດ້ [ອະທິຖານ] …, ຖ້າຫາກ [ທ່ານ] ຫັນໜ້າໜີຈາກຄົນຂັດສົນ, ແລະ ຄົນເປືອຍເປົ່າ, ແລະ ບໍ່ໄປຢ້ຽມຢາມຄົນເຈັບປ່ວຍ ແລະ ຄົນມີທຸກ, ແລະ ໃຫ້ເຂົ້າຂອງຂອງທ່ານ, ຖ້າ [ທ່ານ] ມີ [ມັນ], ແກ່ຄົນທີ່ຢູ່ໃນຄວາມຕ້ອງການແລ້ວ—ຂ້າພະເຈົ້າເວົ້າກັບ ພວກທ່ານວ່າ, … ການອະທິຖານຂອງພວກທ່ານບໍ່ມີປະໂຫຍດ, ແລະ ບໍ່ຊ່ອຍອັນໃດໃຫ້ພວກທ່ານເລີຍ, ແລະ ພວກທ່ານກໍຈະເປັນເໝືອນດັ່ງຄົນໜ້າຊື່ໃຈຄົດ ຜູ້ທີ່ປະຕິເສດສັດທາ.”15 ເປັນຄຳເຕືອນໃຈທີ່ມີພະລັງແທ້ໆ ທີ່ວ່າ ບໍ່ວ່າຈະຮັ່ງມີ ຫລື ຍາກຈົນ, ເຮົາຕ້ອງເຮັດເທົ່າທີ່ເຮົາເຮັດໄດ້ ເມື່ອຄົນອື່ນຕ້ອງການຄວາມຊ່ອຍເຫລືອ.
ບັດນີ້, ຂ້າພະເຈົ້າບໍ່ໄດ້ສະເໜີສິ່ງທີ່ເພີ້ຝັນ, ຫລື ໂຄງການອັນໃຫຍ່ໂຕແຕ່ໃຊ້ການບໍ່ໄດ້, ຫລື ບໍ່ໄດ້ແນະນຳວ່າ ການຂໍທານເປັນທຸລະກິດທີ່ດີ. ຂ້າພະເຈົ້າມີຄວາມນັບຖືຕໍ່ຫລັກທຳຂອງຄວາມດຸໝັ່ນ, ການປະຢັດມັດທະຍັດ, ການກຸ້ມຕົນເອງ, ແລະ ຄວາມປາດຖະໜາອັນແຮງກ້າແມ່ນໝັ້ນຄົງດັ່ງຂອງຊາຍ ແລະ ຍິງທີ່ມີຊີວິດຢູ່. ເຮົາຖືກຄາດໝາຍໃຫ້ຊ່ອຍເຫລືອຕົນເອງ ກ່ອນເຮົາຈະຊອກຊ່ອຍເຫລືອຄົນອື່ນ. ຍິ່ງໄປກວ່ານີ້, ຂ້າພະເຈົ້າບໍ່ຮູ້ຈັກວິທີໂດຍສະເພາະ ທີ່ທ່ານແຕ່ລະຄົນ ຈະຊ່ອຍເຫລືອຜູ້ທີ່ບໍ່ສາມາດຊ່ອຍເຫລືອຕົນເອງ. ແຕ່ຂ້າພະເຈົ້າຮູ້ວ່າ ພຣະເຈົ້າຮູ້ຈັກວິທີ, ແລະ ພຣະອົງຈະຊ່ອຍເຫລືອທ່ານ ແລະ ນຳພາທ່ານ ໃນການກະທຳດ້ວຍຄວາມເຫັນອົກເຫັນໃຈ ຂອງຜູ້ເປັນສານຸສິດ ຖ້າທ່ານຕ້ອງການ ແລະ ອະທິຖານ ແລະ ພະຍາຍາມຫາວິທີທີ່ຈະຮັກສາພຣະບັນຍັດ ທີ່ພຣະອົງໄດ້ປະທານໃຫ້ເຮົາ ເທື່ອແລ້ວເທື່ອເລົ່າ.
ທ່ານຄົງເຫັນໄດ້ວ່າ ຂ້າພະເຈົ້າກ່າວເຖິງຄວາມຫຍຸ້ງຍາກໃນສັງຄົມ ຊຶ່ງກ່ຽວພັນບໍ່ພຽງແຕ່ກັບສະມາຊິກຂອງສາດສະໜາຈັກເທົ່ານັ້ນ. ໂຊກດີທີ່ວິທີຂອງພຣະຜູ້ເປັນເຈົ້າ ເລື່ອງການຊ່ອຍເຫລືອຄົນເຮົາເອງ ແມ່ນງ່າຍກວ່າ; ທຸກຄົນທີ່ສາມາດເຮັດໄດ້ ຄວນເຊື່ອຟັງກົດຖືສິນອົດເຂົ້າ. ເອຊາຢາໄດ້ຂຽນວ່າ:
“ການຖືສິນອົດເຂົ້າແບບທີ່ເຮົາຕ້ອງການແມ່ນດັ່ງນີ້. …
“ຈົ່ງແບ່ງປັນອາຫານໃຫ້ແກ່ຜູ້ທີ່ອຶດຫິວ, ແລະ ໃຫ້ທີ່ພັກແກ່ຜູ້ທີ່ຍາກຈົນຂາດບ່ອນພັກພາອາໄສ? ຈົ່ງຫາເຄື່ອງນຸ່ງຫົ່ມໃຫ້ແກ່ຜູ້ທີ່ບໍ່ມີ … [ເພື່ອວ່າທ່ານ] ຈະແກ້ໂສ້ແຫ່ງການກົດຂີ່, ແລະ … ປົດປ່ອຍຄົນທີ່ຖືກກົດຂີ່ໃຫ້ເປັນອິດສະລະ … ?”16
ຂ້າພະເຈົ້າຂໍເປັນພະຍານເຖິງສິ່ງມະຫັດສະຈັນ, ທັງຝ່າຍວິນຍານ ແລະ ຝ່າຍໂລກ, ທີ່ມາສູ່ຄົນທີ່ຮັກສາກົດຖືສິນອົດເຂົ້າ. ຂ້າພະເຈົ້າຂໍເປັນພະຍານເຖິງສິ່ງມະຫັດສະຈັນທີ່ມາສູ່ຂ້າພະເຈົ້າ. ດັ່ງທີ່ເອຊາຢາ ໄດ້ບັນທຶກໄວ້, ຂ້າພະເຈົ້າໄດ້ອະທິຖານຖືສິນອົດເຂົ້າ ຫລາຍກວ່າໜຶ່ງເທື່ອ, ແລະ ພຣະເຈົ້າບອກວ່າ, “ເຮົາຈະຂານຕອບ.”17 ຈົ່ງຖະໜອມສິດທິພິເສດທີ່ສັກສິດຢ່າງໜ້ອຍເດືອນລະເທື່ອ, ແລະ ເພື່ອແຜ່ຕາມທີ່ສະພາບການຈະອຳນວຍ ໃນການຖືສິນອົດເຂົ້າຂອງທ່ານ ແລະ ການກຸສົນ, ເງິນທຶນສຶກສາ ແລະ ຜູ້ສອນສາດສະໜາ. ຂ້າພະເຈົ້າສັນຍາວ່າ ພຣະເຈົ້າຈະເພື່ອແຜ່ກັບທ່ານ, ແລະ ຄົນທີ່ໄດ້ຮັບການຊ່ອຍເຫລືອຈາກທ່ານ ຈະເອີ້ນທ່ານວ່າ ຜູ້ມີຄວາມສຸກຕະຫລອດໄປ. ສະມາຊິກຂອງສາດສະໜາຈັກ ຫລາຍກວ່າເຈັດແສນຄົນໄດ້ຮັບຄວາມຊ່ອຍເຫລືອ ປີກາຍນີ້ ຜ່ານທາງການຖືສິນອົດເຂົ້າຂອງທ່ານ ແລະ ໂດຍການປະຕິບັດຂອງອະທິການ ແລະ ປະທານສະມາຄົມສະຕີສົງເຄາະ. ນັ້ນແມ່ນໄພ່ພົນຍຸກສຸດທ້າຍຫລາຍຕໍ່ຫລາຍຄົນທີ່ມີຄວາມກະຕັນຍູ.
ອ້າຍເອື້ອຍນ້ອງທັງຫລາຍ, ຄຳສອນດັ່ງກ່າວໄດ້ຮຽກຮ້ອງໃຫ້ຂ້າພະເຈົ້າຮັບຮູ້ພອນອັນບໍ່ມີວັນສິ້ນສຸດຢ່າງເປີດເຜີຍ ທີ່ຂ້າພະເຈົ້າບໍ່ສົມຄວນທີ່ຈະໄດ້ຮັບ, ທັງຝ່າຍໂລກ ແລະ ຝ່າຍວິນຍານ. ເຊັ່ນດຽວກັບທ່ານ, ຂ້າພະເຈົ້າ ກໍມີຄວາມເປັນຫ່ວງເປັນໃຍນຳເລື່ອງເງິນຄຳເປັນບາງຄັ້ງ, ແຕ່ຂ້າພະເຈົ້າບໍ່ເຄີຍທຸກ ແລະ ບໍ່ຮູ້ຈັກວ່າ ຄົນທຸກຮູ້ສຶກແນວໃດ. ຍິ່ງໄປກວ່ານີ້ ຂ້າພະເຈົ້າບໍ່ຮູ້ເຫດຜົນທັງໝົດວ່າ ເປັນຫຍັງສະພາບການເກີດ, ສຸຂະພາບ, ແລະ ການສຶກສາ ແລະ ໂອກາດຂອງຊີວິດ ແມ່ນແຕກຕ່າງກັນຫລາຍແທ້ ຢູ່ໃນໂລກມະຕະນີ້, ແຕ່ເມື່ອຂ້າພະເຈົ້າເຫັນຄວາມຕ້ອງການຂອງຫລາຍຄົນ ຂ້າພະເຈົ້າຮູ້ວ່າ “ຂ້າພະເຈົ້າຕ້ອງໄປຫາເຂົາເຈົ້າດ້ວຍພຣະຄຸນຂອງພຣະເຈົ້າ.”18 ຂ້າພະເຈົ້າຍັງຮູ້ອີກວ່າ ເຖິງແມ່ນຂ້າພະເຈົ້າ ບໍ່ໄດ້ເປັນຄົນດູແລຮັກສາ, ແຕ່ຂ້າພະເຈົ້າເປັນຄົນຊ່ອຍຊູໄດ້, ແລະ “ເພາະຂ້າພະເຈົ້າໄດ້ຮັບຫລາຍ, ຂ້າພະເຈົ້າຈຶ່ງຄວນແຈກຢາຍຄືກັນ.”19
ໃນເລື່ອງນີ້ ຂ້າພະເຈົ້າຂໍໃຫ້ກຽດແກ່ປະທານທອມມັສ ສະເປັນເຊີ ມອນສັນ. ຂ້າພະເຈົ້າໄດ້ທຳງານກັບເພິ່ນມາເປັນເວລາ 47 ປີແລ້ວ, ແລະ ຂ້າພະເຈົ້າຈະຈື່ຕອນເພິ່ນໃສ່ເກີບສຳລັບໃສ່ໃນບ້ານ ຂີ່ຍົນກັບຈາກເຢຍລະມັນຕາເວັນອອກ ບ່ອນທີ່ຂາດແຄນທີ່ສຸດ ເພາະເພິ່ນບໍ່ພຽງແຕ່ໄດ້ສະລະຊຸດ ແລະ ເສື້ອທັງໝົດຂອງເພິ່ນ ນອກຈາກເຄື່ອງນຸ່ງຄາຄີງແລ້ວ ເພິ່ນຍັງໄດ້ສະລະເກີບຂອງເພິ່ນນຳອີກ. “ເປັນຕາຮັກແທ້ທີ່ເຫັນຜູ້ສົ່ງຂ່າວຂ້າມພູເຂົາມາ ໂດຍນຳຂ່າວດີຄືຂ່າວແຫ່ງສັນຕິສຸກມາໃຫ້ ລາວປະກາດເລື່ອງໄຊຊະນະ.”20 ເກີນກວ່າທີ່ຊາຍຄົນອື່ນໆທີ່ຂ້າພະເຈົ້າຮູ້ຈັກ, ປະທານມອນສັນໄດ້ “ເຮັດທຸກສິ່ງທີ່ເພິ່ນສາມາດເຮັດໄດ້,” ສຳລັບແມ່ໝ້າຍ ແລະ ລູກກຳພ້າ, ຄົນຍາກຈົນ ແລະ ຄົນທີ່ເປັນທຸກ.
ການເປີດເຜີຍ ໃນປີ 1831 ຕໍ່ສາດສະດາໂຈເຊັບ ສະມິດ, ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ຄົນຍາກຈົນຈະໄດ້ເຫັນອານາຈັກຂອງພຣະເຈົ້າໃນມື້ໜຶ່ງ ເພື່ອມາປົດປ່ອຍເຂົາເຈົ້າ ດ້ວຍອຳນາດ ແລະ ລັດສະໝີພາບທີ່ຍິ່ງໃຫຍ່.21 ຂໍໃຫ້ເຮົາຈົ່ງເຮັດໃຫ້ຄຳທຳນາຍນັ້ນບັນລຸຄວາມສຳເລັດ ໂດຍການເຂົ້າມາໃນອຳນາດ ແລະ ລັດສະໝີພາບການເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດທີ່ແທ້ຈິງ ເພື່ອເຮັດສິ່ງທີ່ເຮົາສາມາດເຮັດ ເພື່ອຊ່ອຍກູ້ຄົນທີ່ເຮົາສາມາດຊ່ອຍກູ້ໄດ້ ຈາກຄວາມທຸກຍາກລຳບາກ ທີ່ກັກຂັງເຂົາໄວ້ ແລະ ທຳລາຍຄວາມຝັນຢ່າງຫລວງຫລາຍຂອງເຂົາເຈົ້າ, ຂ້າພະເຈົ້າອະທິຖານໃນພຣະນາມແຫ່ງພຣະເມດຕາຂອງພຣະເຢຊູຄຣິດ, ອາແມນ.