ການສະໜັບສະໜູນສາດສະດາ
ການສະໜັບສະໜູນສາດສະດາຂອງເຮົາ ເປັນການຜູກມັດຕົວເຮົາເອງ ວ່າເຮົາຈະເຮັດໃຫ້ດີທີ່ສຸດ ທີ່ຈະສົ່ງເສີມຕຳແໜ່ງຂອງການເປັນສາດສະດາຂອງເພິ່ນ.
ປະທານໄອຣິງ, ພວກເຮົາຂອບໃຈທ່ານສຳລັບຂ່າວສານທີ່ໃຫ້ຄຳແນະນຳ ແລະ ດົນໃຈນັ້ນ. ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ພວກເຮົາຂອບໃຈທ່ານສຳລັບສັດທາ ແລະ ການອຸທິດຕົນຂອງທ່ານ. ມື້ວານນີ້, ເຮົາແຕ່ລະຄົນໄດ້ຖືກເຊື້ອເຊີນໃຫ້ສະໜັບສະໜູນທ່ານທອມມັສ ແອັສ ມອນສັນ ເປັນສາດສະດາຂອງພຣະຜູ້ເປັນເຈົ້າ ແລະ ເປັນປະທານຂອງສາດສະໜາຈັກຂອງພຣະຜູ້ເປັນເຈົ້າ. ເຮົາມັກຈະຮ້ອງເພງຊື່, “We thank thee, O God, for a prophet.”1 ແປວ່າ ເຮົາຂອບພຣະໄທພຣະອົງ, ໂອ້ພຣະອົງເຈົ້າ, ສຳລັບສາດສະດາ. ທ່ານ ແລະ ຂ້າພະເຈົ້າເຂົ້າໃຈຄວາມໝາຍຂອງມັນແທ້ບໍ? ໃຫ້ວາດພາບເຫັນສິດທິພິເສດທີ່ພຣະຜູ້ເປັນເຈົ້າໄດ້ປະທານໃຫ້ເຮົາ ໃນການສະໜັບສະໜູນສາດສະດາຂອງພຣະອົງ, ຜູ້ໃຫ້ຄຳແນະນຳທີ່ບໍລິສຸດ, ສະອາດ, ແລະ ດົນໃຈ ບໍ່ໄດ້ຖືກກະຕຸ້ນໂດຍຄວາມທະເຍີທະຍານສ່ວນຕົວ, ແລະ ເປັນຄວາມຈິງແທ້ໆ!
ເຮົາສະໜັບສະໜູນສາດສະດາແນວໃດ? ຫລາຍປີກ່ອນເພິ່ນໄດ້ກາຍເປັນປະທານຂອງສາດສະໜາຈັກ, ປະທານໂຈເຊັບ ແອັຟ ສະມິດ ໄດ້ອະທິບາຍວ່າ: “ມັນເປັນໜ້າທີ່ ທີ່ສຳຄັນຫລາຍ ສຳລັບໄພ່ພົນຂອງພຣະເຈົ້າຜູ້ທີ່ … ສະໜັບສະໜູນເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ຂອງສາດສະໜາຈັກ, ບໍ່ພຽງແຕ່ຍົກມືຮັບຮູ້ເທົ່ານັ້ນ, ຕາມຫລັກການ, ແຕ່ຕ້ອງສະໜັບສະໜູນດ້ວຍ ການກະທຳ ແລະ ໃນຄວາມຈິງແທ້ອີກ.”2
ຂ້າພະເຈົ້າຍັງຈື່ໄດ້ ເຖິງ “ການກະທຳ” ຂອງຂ້າພະເຈົ້າ ເພື່ອສະໜັບສະໜູນສາດສະດາ. ໃນຖານະທີ່ເປັນທ່ານໝໍຝ່າຍການແພດ ແລະ ຝ່າຍການຜ່າຕັດຫົວໃຈ, ຂ້າພະເຈົ້າໄດ້ມີໜ້າທີ່ຮັບຜິດຊອບຜ່າຕັດຫົວໃຈຂອງປະທານສະເປັນເຊີ ດັບເບິນຢູ ຄິມໂບ ໃນປີ 1972, ຕອນເພິ່ນເປັນປະທານຊົ່ວຄາວຂອງສະພາອັກຄະສາວົກສິບສອງ. ເພິ່ນຕ້ອງຮັບການຜ່າຕັດທີ່ຊັບຊ້ອນ. ແຕ່ຂ້າພະເຈົ້າບໍ່ເຄີຍມີປະສົບການເລື່ອງການຜ່າຕັດຫົວໃຈໃຫ້ຄົນອາຍຸ 77 ປີ ມາກ່ອນ. ຂ້າພະເຈົ້າບໍ່ໄດ້ແນະນຳເລື່ອງການຜ່າຕັດ ແລະ ກໍໄດ້ບອກເລື່ອງນີ້ແກ່ປະທານຄິມໂບ ແລະ ຝ່າຍປະທານສູງສຸດ. ແຕ່, ດ້ວຍສັດທາ, ປະທານຄິມໂບ ໄດ້ເລືອກເອົາການຜ່າຕັດ, ເພາະເພິ່ນໄດ້ຮັບການແນະນຳຈາກຝ່າຍປະທານສູງສຸດ. ສິ່ງນັ້ນສະແດງໃຫ້ເຫັນວ່າ ເພິ່ນສະໜັບສະໜູນຜູ້ນຳຂອງເພິ່ນ! ແລະ ການຕັດສິນໃຈນັ້ນ ໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມຢ້ານກົວຫລາຍ!
ຕ້ອງຂອບພຣະໄທພຣະຜູ້ເປັນເຈົ້າ, ເພາະການຜ່າຕັດໄດ້ສຳເລັດລົງດ້ວຍດີ. ເມື່ອຫົວໃຈຂອງປະທານຄິມໂບ ເລີ່ມຕົ້ນທຳງານອີກ, ມັນເປັນພະລັງທີ່ຍິ່ງໃຫຍ່! ໃນເວລານັ້ນ, ຂ້າພະເຈົ້າຮັບການເປັນພະຍານຈາກພຣະວິນຍານວ່າ ເພິ່ນຈະກາຍເປັນປະທານຂອງສາດສະໜາຈັກ!3
ທ່ານຮູ້ວ່າມີຫຍັງເກີດຂຶ້ນ. ພຽງແຕ່ 20 ເດືອນຫລັງຈາກນັ້ນ, ປະທານຄິມໂບໄດ້ກາຍເປັນປະທານຂອງສາດສະໜາຈັກ. ແລະ ເພິ່ນໄດ້ເປັນຜູ້ນຳທີ່ອາດຫານ ແລະ ເກັ່ງກ້າ ເປັນເວລາຫລາຍປີ.
ນັບຈາກນັ້ນມາ ເຮົາໄດ້ສະໜັບສະໜູນປະທານເອສະລາ ແທັບ ເບັນສັນ, ເຮົາເວີດ ດັບເບິນຢູ, ຮັນເທີ, ກໍດອນ ບີ ຮິງລີ, ແລະ ເວລານີ້ ທອມມັສ ແອັສ ມອນສັນ ເປັນປະທານຂອງສາດສະໜາຈັກ. ເປັນສາດສະດາໃນທຸກຖ້ອຍຄຳແທ້ໆ!
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຖ້າການຟື້ນຟູໄດ້ເຮັດບາງສິ່ງ, ມັນໄດ້ເຮັດໃຫ້ຄວາມຄິດທີ່ວ່າ ພຣະເຈົ້າເຊົາກ່າວກັບລູກໆຂອງພຣະອົງ ສະຫລາຍໄປ. ບໍ່ມີສິ່ງໃດທີ່ໄກຈາກຄວາມຈິງ. ສາດສະດາເປັນຜູ້ນຳຂອງສາດສະໜາຈັກຂອງພຣະເຈົ້າ ໃນທຸກຍຸກທຸກສະໄໝ, ຈາກອາດາມ ເຖິງປະຈຸບັນນີ້.4 ສາດສະດາເປັນພະຍານເຖິງພຣະເຢຊູຄຣິດ—ເຖິງຄວາມເປັນພຣະເຈົ້າຂອງພຣະອົງ ແລະ ເຖິງພາລະກິດ ແລະ ການປະຕິບັດສາດສະໜາກິດຂອງພຣະອົງ.5 ເຮົາສັນລະເສີນສາດສະດາໂຈເຊັບ ສະມິດ ວ່າເປັນສາດສະດາຂອງຍຸກສຸດທ້າຍ. ແລະ ເຮົາສັນລະເສີນຊາຍທຸກຄົນທີ່ຂຶ້ນຮັບຕຳແໜ່ງແທນເພິ່ນ ໃນຖານະທີ່ເປັນປະທານຂອງສາດສະໜາຈັກ.
ເມື່ອເຮົາສະໜັບສະໜູນສາດສະດາ ແລະ ຜູ້ນຳຄົນອື່ນໆ,6 ເຮົາດຳເນີນກົດແຫ່ງຄວາມເຫັນຊອບນຳກັນ, ເພາະພຣະຜູ້ເປັນເຈົ້າໄດ້ກ່າວວ່າ: ຈະບໍ່ຖືກມອບໃຫ້ແກ່ຄົນໃດເພື່ອໄປສັ່ງສອນພຣະກິດຕິຄຸນຂອງພຣະອົງ, ຫລື ເພື່ອເສີມສ້າງສາດສະໜາຈັກຂອງພຣະອົງ, ຍົກເວັ້ນແຕ່ເຂົາຈະໄດ້ຮັບການແຕ່ງຕັ້ງໂດຍຄົນໃດຄົນໜຶ່ງທີ່ມີສິດອຳນາດ, ແລະ ເປັນທີ່ຮູ້ຈັກຕໍ່ສາດສະໜາຈັກວ່າລາວມີສິດອຳນາດ ແລະ ໄດ້ຮັບການແຕ່ງຕັ້ງຢ່າງຖືກຕ້ອງໂດຍຜູ້ນຳຂອງສາດສະໜາຈັກ.”7
ສິ່ງນີ້ເຮັດໃຫ້ເຮົາ ຜູ້ເປັນສະມາຊິກຂອງສາດສະໜາຈັກຂອງພຣະຜູ້ເປັນເຈົ້າ ມີຄວາມໝັ້ນໃຈ ແລະ ມີສັດທາ ເມື່ອເຮົາພະຍາຍາມຮັກສາພຣະບັນຍັດຢູ່ໃນພຣະຄຳພີ ເພື່ອຈະໄດ້ເຊື່ອຟັງຕໍ່ສຸລະສຽງຂອງພຣະຜູ້ເປັນເຈົ້າ8 ເມື່ອມັນມາເຖິງຜ່ານທາງສຽງຂອງຜູ້ຮັບໃຊ້ຂອງພຣະອົງ, ຜ່ານທາງສາດສະດາ.9 ຜູ້ນຳທັງໝົດໃນສາດສະໜາຈັກຂອງພຣະຜູ້ເປັນເຈົ້າ ໄດ້ຖືກເອີ້ນຈາກສິດອຳນາດທີ່ຖືກຕ້ອງ. ບໍ່ມີສາດສະດາຄົນໃດ ຫລື ຜູ້ນຳຄົນໃດໃນສາດສະໜາຈັກນີ້, ບໍ່ວ່າໃນກໍລະນີໃດກໍຕາມ, ໄດ້ແຕ່ງຕັ້ງຕົນເອງ. ບໍ່ມີສາດສະດາຄົນໃດເຄີຍຖືກເລືອກຕັ້ງ. ພຣະຜູ້ເປັນເຈົ້າໄດ້ບອກໄວ້ຢ່າງແຈ່ມແຈ້ງ ເມື່ອພຣະອົງກ່າວວ່າ, “ບໍ່ແມ່ນເຈົ້າທັງຫລາຍໄດ້ເລືອກເອົາເຮົາ, ແຕ່ຝ່າຍເຮົາໄດ້ເລືອກເອົາພວກເຈົ້າ, ແລະ ແຕ່ງຕັ້ງເຈົ້າທັງຫລາຍ.”10 ທ່ານ ແລະ ຂ້າພະເຈົ້າ ບໍ່ມີສິດທີ່ຈະ “ເລືອກຕັ້ງ” ຜູ້ນຳຂອງສາດສະໜາຈັກ, ບໍ່ວ່າຈະເປັນໃນລະດັບໃດກໍຕາມ. ແຕ່ເຮົາມີສິດທິພິເສດທີ່ຈະສະໜັບສະໜູນພວກເພິ່ນ.
ວິທີຂອງພຣະຜູ້ເປັນເຈົ້າ ແມ່ນແຕກຕ່າງຈາກວິທີຂອງມະນຸດ. ວິທີຂອງມະນຸດຈະປົດຜູ້ຄົນຈາກລ້າການ ຫລື ທຸລະກິດ ເມື່ອເຂົາເຈົ້າເຖົ້າແກ່ ຫລື ບໍ່ສາມາດທຳງານ. ແຕ່ວິທີຂອງມະນຸດຈະບໍ່ເປັນເໝືອນດັ່ງວິທີຂອງພຣະຜູ້ເປັນເຈົ້າຈັກເທື່ອ. ການສະໜັບສະໜູນສາດສະດາຂອງເຮົາ ເປັນການຜູກມັດຕົວເຮົາເອງ ວ່າເຮົາຈະເຮັດໃຫ້ດີທີ່ສຸດ ທີ່ຈະສົ່ງເສີມຕຳແໜ່ງຂອງການເປັນສາດສະດາຂອງເພິ່ນ. ການສະໜັບສະໜູນຂອງເຮົາ ເປັນຄືກັບຄຳປະຕິຍານ ບົ່ງບອກວ່າ ເຮົາຮັບຮູ້ການເອີ້ນຂອງເພິ່ນ ວ່າເປັນສາດສະດາຢ່າງຖືກຕ້ອງຕາມກົດໝາຍ ແລະ ຜູກມັດກັບຕົວເຮົາ.
ຊາວຫົກປີ ກ່ອນເພິ່ນກາຍເປັນປະທານຂອງສາດສະໜາຈັກ, ຕອນທີ່ຍັງເປັນແອວເດີ ຈອດ ອາເບີດ ສະມິດ ເພິ່ນໄດ້ກ່າວວ່າ: “ພັນທະທີ່ເຮົາໄດ້ເຮັດຕອນເຮົາຍົກມືຂຶ້ນ … ເປັນພັນທະທີ່ສັກສິດຫລາຍ. ມັນ ບໍ່ ໄດ້ໝາຍຄວາມວ່າ ເຮົາຈະໄປຕາມທາງຂອງເຮົາຢ່າງມິດງຽບ ແລະ ເຕັມໃຈໃຫ້ສາດສະດາຂອງພຣະຜູ້ເປັນເຈົ້າຊີ້ນຳວຽກງານນີ້, ແຕ່ມັນໝາຍຄວາມວ່າ … ເຮົາຈະສົ່ງເສີມເພິ່ນ; ເຮົາຈະອະທິຖານເພື່ອເພິ່ນ; ເຮົາຈະປົກປ້ອງຊື່ສຽງຂອງເພິ່ນ, ແລະ ເຮົາຈະພະຍາຍາມເຮັດຕາມຄຳແນະນຳຂອງເພິ່ນ ດັ່ງທີ່ພຣະຜູ້ເປັນເຈົ້າແນະນຳ.”11
ພຣະຜູ້ເປັນເຈົ້າທີ່ຊົງພຣະຊົນຢູ່ ເປັນຜູ້ນຳພາສາດສະໜາຈັກດຳລົງຢູ່ຂອງພຣະອົງ!12 ພຣະຜູ້ເປັນເຈົ້າໄດ້ເປີດເຜີຍພຣະປະສົງຂອງພຣະອົງສຳລັບສາດສະໜາຈັກ ຕໍ່ສາດສະດາຂອງພຣະອົງ. ມື້ວານນີ້, ຫລັງຈາກເຮົາໄດ້ຖືກເຊື້ອເຊີນໃຫ້ສະໜັບສະໜູນທ່ານທອມມັສ ແອັສ ມອນສັນ ໃຫ້ເປັນປະທານຂອງສາດສະໜາຈັກແລ້ວ, ເຮົາຍັງມີສິດທິພິເສດ ທີ່ສະໜັບສະໜູນເພິ່ນ, ທີ່ປຶກສາໃນຝ່າຍປະທານສູງສຸດ, ແລະ ສະພາອັກຄະສາວົກສິບສອງ ໃຫ້ເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍນຳອີກ. ຈົ່ງຄິດຄັກໆ! ເຮົາໄດ້ສະໜັບສະໜູນ ຊາຍ 15 ຄົນ ໃຫ້ເປັນສາດສະດາຂອງພຣະເຈົ້າ! ພວກເພິ່ນຖືຂໍກະແຈຂອງຖານະປະໂລຫິດ ທີ່ມອບໃຫ້ແກ່ມະນຸດໃນຍຸກສະໄໝນີ້.
ການເອີ້ນຂອງຊາຍ 15 ຄົນ ໃຫ້ເປັນອັກຄະສາວົກທີ່ສັກສິດ ຈະໃຫ້ການປົກປ້ອງແກ່ເຮົາຜູ້ເປັນສະມາຊິກຂອງສາດສະໜາຈັກ. ເປັນຫຍັງ? ເພາະການຕັດສິນໃຈຂອງຜູ້ນຳເຫລົ່ານີ້ ຕ້ອງເປັນເອກະສັນ.13 ທ່ານວາດພາບໄດ້ບໍເຖິງພຣະວິນຍານທີ່ຕ້ອງດົນໃຈຊາຍ 15 ຄົນ ກ່ອນຈະເປັນເອກະສັນ? ຊາຍ 15 ຄົນເຫລົ່ານີ້ ມີການສຶກສາ ແລະ ອາຊີບທີ່ແຕກຕ່າງກັນ, ມີຄວາມຄິດຄວາມເຫັນກ່ຽວກັບຫລາຍສິ່ງທີ່ແຕກຕ່າງກັນ. ໃຫ້ເຊື່ອຂ້າພະເຈົ້າໂລດ! ຊາຍ 15 ຄົນ—ສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ—ຮູ້ຈັກພຣະປະສົງຂອງພຣະຜູ້ເປັນເຈົ້າ ເມື່ອເປັນເອກະສັນ! ພວກເພິ່ນຮັບຮູ້ວ່າ ພຣະປະສົງຂອງພຣະຜູ້ເປັນເຈົ້າ ຈະສຳເລັດຜົນ. ຄຳອະທິຖານຂອງພຣະຜູ້ເປັນເຈົ້າ ເປັນແບບແຜນໃຫ້ແກ່ຊາຍ 15 ຄົນ ເມື່ອພວກເພິ່ນອະທິຖານວ່າ: “ຂໍໃຫ້ພຣະປະສົງຂອງພຣະອົງເປັນໄປໃນແຜ່ນດິນໂລກເໝືອນດັ່ງທີ່ເປັນໄປໃນສະຫວັນ.”14
ອັກຄະສາວົກທີ່ມີຕຳແໜ່ງອາວຸໂສກວ່າໝູ່ໝົດ ຈະເປັນຄົນຄວບຄຸມ.15 ລະບົບຕຳແໜ່ງອາວຸໂສນີ້ ຕາມປົກກະຕິແລ້ວ ຈະໃຫ້ຊາຍທີ່ມີອາຍຸແກ່ເປັນປະທານຂອງສາດສະໜາຈັກ.16 ການນີ້ໄດ້ໃຫ້ຜູ້ທີ່ມີປະສົບການຫລາຍ, ທີ່ຜ່ານນ້ຳຮ້ອນນ້ຳເຢັນມາຫລາຍແລ້ວ, ໄດ້ຕຽມຕົວເປັນເວລາຫລາຍປີ, ນຳພາເຮົາ ຕາມທີ່ພຣະຜູ້ເປັນເຈົ້າຊົງນຳ.
ສາດສະໜາຈັກໃນປະຈຸບັນນີ້ ໄດ້ຖືກຈັດຕັ້ງຂຶ້ນໂດຍພຣະຜູ້ເປັນເຈົ້າພຣະອົງເອງ. ພຣະອົງຈັດລະບົບທີ່ໜ້າປະຫລາດໃຈເລື່ອງການປົກຄອງ ໂດຍໃຫ້ບໍລິຫານງານໃນແບບດຽວກັນ ແລະ ມີແຜນສຳລອງ. ລະບົບດັ່ງກ່າວ ກໍໄດ້ຈັດຕຽມໄວ້ສຳລັບສາດສະດານຳອີກ ໃນເວລາທີ່ເພິ່ນເຈັບໄຂ້ໄດ້ປ່ວຍຕາມອາຍຸໄຂ.17 ມີລະບົບຖ່ວງດຶງ ແລະ ປົກປ້ອງ ເພື່ອວ່າ ບໍ່ໃຫ້ຄົນໃດນຳພາສາດສະໜາຈັກໄປທາງທີ່ຜິດ. ຜູ້ນຳທີ່ອາວຸໂສ ໄດ້ຮັບການສິດສອນເປັນປະຈຳ ເພື່ອວ່າພວກເພິ່ນຈະຕຽມພ້ອມທີ່ຈະນັ່ງຢູ່ໃນສະພາຊັ້ນສູງໃນມື້ໜຶ່ງ. ພວກເພິ່ນຮຽນຮູ້ວິທີຮັບຟັງສຸລະສຽງຂອງພຣະຜູ້ເປັນເຈົ້າ ຜ່ານການຊື່ມຂອງພຣະວິນຍານ.
ໃນໄລຍະທີ່ຮັບໃຊ້ເປັນທີ່ປຶກສາທີໜຶ່ງຂອງປະທານເອສະລາ ແທັບ ເບັນສັນ, ຊຶ່ງເປັນເວລາທີ່ເພິ່ນໃກ້ຈະເສຍຊີວິດ, ປະທານກໍດອນ ບີ ຮິງລີ ອະທິບາຍວ່າ:
“ຫລັກທຳ ແລະ ວິທີການຊຶ່ງພຣະຜູ້ເປັນເຈົ້າໄດ້ຈັດຕັ້ງໄວ້ສຳລັບການປົກຄອງສາດສະໜາຈັກ ແມ່ນສຳລັບ … ທຸກໆສະຖານະການ. ມັນສຳຄັນ … ທີ່ບໍ່ໃຫ້ມີຄວາມສົງໄສ ຫລື ເປັນຫ່ວງເປັນໄຍ ກ່ຽວກັບການປົກຄອງສາດສະໜາຈັກ ແລະ ການໃຊ້ຂອງປະທານຂອງຜູ້ເປັນສາດສະດາ, ຮ່ວມທັງສິດທິສຳລັບການດົນໃຈ ແລະ ການເປີດເຜີຍ ໃນການປະຕິບັດສາດສະໜາກິດ ແລະ ການເຮັດໂຄງການຂອງສາດສະໜາຈັກ, ຕອນທີ່ປະທານເກີດປ່ວຍໂຊ ຫລື ບໍ່ສາມາດປະຕິບັດງານໄດ້ຢ່າງເຕັມທີ່.
“ຝ່າຍປະທານສູງສຸດ ແລະ ສະພາອັກຄະສາວົກສິບສອງ, ໄດ້ຖືກເອີ້ນ ແລະ ຖືກແຕ່ງຕັ້ງໃຫ້ຖືຂໍກະແຈແຫ່ງຖານະປະໂລຫິດ, ມີສິດອຳນາດ ແລະ ໜ້າທີ່ຮັບຜິດຊອບ ທີ່ຈະປົກຄອງສາດສະໜາຈັກ, ເພື່ອປະຕິບັດພິທີການ, ເພື່ອສັ່ງສອນຫລັກທຳ, ແລະ ເພື່ອຈັດຕັ້ງ ແລະ ຮັກສາການດຳເນີນງານ.”
ປະທານຮິງລີ ໄດ້ກ່າວຕື່ມວ່າ:
“ເມື່ອປະທານເກີດປ່ວຍໂຊ ຫລື ບໍ່ສາມາດເຮັດໜ້າທີ່ຂອງຕົນໄດ້ຢ່າງເຕັມທີ່, ແລ້ວທີ່ປຶກສາສອງຄົນຂອງເພິ່ນຈະຮ່ວມເຂົ້າກັນເປັນສະພາຝ່າຍປະທານສູງສຸດ. ທັງສອງຈະດຳເນີນງານປະຈຳວັນຂອງຝ່າຍປະທານສູງສຸດຕໍ່ໄປ. …
“… ແຕ່ຖ້າມີຄຳຖາມອັນສຳຄັນເລື່ອງນະໂຍບາຍ, ວິທີການ, ໂຄງການ, ຫລື ຄຳສອນ, ແລ້ວຝ່າຍປະທານສູງສຸດ ແລະ ອັກຄະສາວົກສິບສອງຕ້ອງໄດ້ພິຈາລະນາຢ່າງຖີ່ຖ້ວນນຳກັນ ພ້ອມດ້ວຍການອະທິຖານ.”18
ປີແລ້ວນີ້, ເມື່ອເຖິງວັນຄົບຮອບ 5 ປີ ທີ່ປະທານມອນສັນໄດ້ຮັບໃຊ້ເປັນປະທານຂອງສາດສະໜາຈັກ, ເພິ່ນໄດ້ຫວນຄືນຫລັງ ເຖິງການຮັບໃຊ້ເປັນເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ຂອງເພິ່ນ ໃນໄລຍະ 50 ປີ ແລະ ໄດ້ກ່າວວ່າ “ໃນທີ່ສຸດ ເຮົາທຸກຄົນກໍຈະເຖົ້າແກ່ລົງ. ເຖິງຢ່າງໃດກໍຕາມ, ເຮົາຍັງຊື່ນຊົມກັບຖ້ອຍຄຳຂອງກະສັດເບັນຢາມິນ, ຜູ້ໄດ້ກ່າວວ່າ, … ‘ຂ້າພະເຈົ້າກໍຄືກັນກັບຕົວຂອງພວກທ່ານທີ່ຕ້ອງຂຶ້ນຢູ່ກັບຈຸດອ່ອນທຸກຢ່າງໃນຮ່າງກາຍ ແລະ ຈິດໃຈ; ເຖິງຢ່າງໃດກໍຕາມ ຂ້າພະເຈົ້າກໍໄດ້ຖືກເລືອກ … ແລະ ຮັບແຕ່ງຕັ້ງຈາກບິດາຂອງຂ້າພະເຈົ້າ, … ໄດ້ຮັບການຮັກສາ ແລະ ປົກປ້ອງໂດຍອຳນາດອັນຫາທີ່ປຽບບໍ່ໄດ້ຂອງພຣະອົງ, ທີ່ໃຫ້ຮັບໃຊ້ພຣະອົງດ້ວຍສຸດຄວາມສາມາດ, ສຸດຄວາມຄິດ, ແລະ ສຸດກຳລັງ ຊຶ່ງພຣະຜູ້ເປັນເຈົ້າໄດ້ປະທານໃຫ້ແກ່ຂ້າພະເຈົ້າ’ (ໂມໄຊຢາ 2:11).”
ປະທານມອນສັນໄດ້ກ່າວຕື່ມວ່າ: “ເຖິງແມ່ນການທ້າທາຍທາງຮ່າງກາຍຈະເກີດກັບເຮົາ, ເຖິງແມ່ນຈະມີຄວາມອ່ອນແອໃນຮ່າງກາຍ ຫລື ໃນຈິດໃຈ, ແຕ່ເຮົາກໍຮັບໃຊ້ຈົນສຸດຄວາມສາມາດຂອງເຮົາ. ຂ້າພະເຈົ້າສັນຍາກັບທ່ານໄດ້ວ່າ ສາດສະໜາຈັກຖືກນຳພາໄປໃນທາງດີ. ລະບົບທີ່ຕັ້ງໄວ້ສຳລັບສະພາຂອງຝ່າຍປະທານສູງສຸດ ແລະ ສະພາອັກຄະສາວົກສິບສອງ ເຮັດໃຫ້ເຮົາແນ່ໃຈວ່າ ສາດສະໜາຈັກຈະດຳເນີນໄປດ້ວຍດີ, ບໍ່ວ່າຈະມີຫຍັງເກີດຂຶ້ນ, ບໍ່ຈຳເປັນຕ້ອງມີຄວາມເປັນຫ່ວງ ຫລື ຢ້ານກົວ. ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ ພຣະເຢຊູຄຣິດ ຜູ້ທີ່ເຮົາຕິດຕາມ, ນະມັດສະການ, ແລະ ຮັບໃຊ້ ຈະນຳພາສາດສະໜາຈັກນີ້ສະເໝີ.”19
ປະທານມອນສັນ, ພວກເຮົາຂອບໃຈທ່ານສຳລັບຄວາມຈິງເຫລົ່ານີ້! ແລະ ພວກເຮົາຂອບໃຈທ່ານສຳລັບການຮັບໃຊ້ ແລະ ການອຸທິດຕົນຕະຫລອດຊີວິດຂອງທ່ານ. ຂ້າພະເຈົ້າຂໍຕາງໜ້າໃຫ້ສະມາຊິກທຸກຄົນ ຕະຫລອດທົ່ວໂລກ ສະແດງຄວາມກະຕັນຍູຢ່າງລົ້ນເຫລືອຕໍ່ທ່ານ. ພວກເຮົາສັນລະເສີນທ່ານ! ພວກເຮົາຮັກທ່ານ! ພວກເຮົາສະໜັບສະໜູນທ່ານ, ບໍ່ພຽງແຕ່ດ້ວຍການຍົກມືຂຶ້ນເທົ່ານັ້ນ, ແຕ່ດ້ວຍສຸດໃຈ ແລະ ສຸດຄວາມພະຍາຍາມຂອງພວກເຮົາ. ດ້ວຍຄວາມຖ່ອມຕົນ ແລະ ຄວາມຄາລະວະ, “ພວກເຮົາອະທິຖານເພື່ອທ່ານ, ຜູ້ເປັນສາດສະດາທີ່ແສນຮັກ”!20 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.