ສັດທາບໍ່ໄດ້ມາເຖິງໂດຍບັງເອີນ, ແຕ່ໂດຍການເລືອກ
ສັດທາໃນພຣະເຢຊູຄຣິດ ເປັນຂອງປະທານຈາກສະຫວັນ ທີ່ມາເຖິງ ເມື່ອເຮົາເລືອກທີ່ຈະເຊື່ອ ແລະ ເມື່ອເຮົາສະແຫວງຫາມັນ ແລະ ຍຶດຖືມັນໄວ້.
ພຣະຜູ້ຊ່ອຍໃຫ້ລອດໄດ້ເຫັນຄວາມເຂັ້ມແຂງ ແລະ ຄວາມອ່ອນແອໃນສັດທາຂອງຄົນທີ່ຢູ່ອ້ອມຮອບພຣະອົງ. ຕໍ່ຄົນໜຶ່ງ, ພຣະອົງໄດ້ກ່າວດ້ວຍຄວາມພໍພຣະໄທວ່າ, “ເຈົ້າເປັນຍິງທີ່ມີສັດທາຍິ່ງໃຫຍ່ຫລາຍ.”1 ພຣະອົງໄດ້ກ່າວດ້ວຍຄວາມເສຍໃຈກັບອີກຄົນໜຶ່ງວ່າ, “ໂອ້ ຜູ້ມີສັດທານ້ອຍເອີຍ.”2 ພຣະອົງໄດ້ຖາມອີກຄົນໜຶ່ງດ້ວຍຄວາມສົງໄສວ່າ, “ສັດທາຂອງເຈົ້າໄປໃສໝົດ?”3 ແລະ ພຣະເຢຊູໄດ້ກ່າວຍ້ອງຍໍອີກຄົນໜຶ່ງວ່າ, “[ຢູ່ໃນອິດສະຣາເອນ] ເຮົາຍັງບໍ່ເຄີຍພົບຜູ້ໃດທີ່ມີສັດທາຍິ່ງໃຫຍ່ເຊັ່ນນີ້.”4
ຂ້າພະເຈົ້າຖາມຕົນເອງວ່າ, “ພຣະຜູ້ຊ່ອຍໃຫ້ລອດເຫັນສັດທາຂອງຂ້າພະເຈົ້າວ່າເປັນແນວໃດ?” ແລະ ຄ່ຳຄືນນີ້ ຂ້າພະເຈົ້າຢາກຖາມທ່ານວ່າ, “ພຣະຜູ້ຊ່ອຍໃຫ້ລອດເຫັນສັດທາຂອງທ່ານວ່າເປັນແນວໃດ?”
ສັດທາໃນອົງພຣະເຢຊູຄຣິດເຈົ້າ ບໍ່ໄດ້ເປັນບາງສິ່ງທີ່ເບົາໆ, ລອຍໄປຕາມລົມ. ສັດທາບໍ່ໄດ້ຕົກລົງມາໃສ່ເຮົາໂດຍບັງເອີນ, ຫລື ຕິດຢູ່ກັບເຮົາຕາມສິດທິຂອງອ້າຍກົກ. ດັ່ງທີ່ພຣະຄຳພີກ່າວໄວ້, “ເປັນສິ່ງ …, ທີ່ຍັງບໍ່ເຫັນກັບຕາ.”5 ສັດທາສົ່ງຄວາມສະຫວ່າງແຫ່ງວິນຍານອອກມາ, ແລະ ຄວາມສະຫວ່າງນັ້ນ ເປັນສິ່ງທີ່ເບິ່ງອອກ.6 ສັດທາໃນພຣະເຢຊູຄຣິດ ເປັນຂອງປະທານຈາກສະຫວັນ ທີ່ມາເຖິງ ເມື່ອເຮົາເລືອກທີ່ຈະເຊື່ອ7 ແລະ ເມື່ອເຮົາສະແຫວງຫາມັນ ແລະ ຍຶດຖືມັນໄວ້. ສັດທາຂອງທ່ານອາດກຳລັງເຂັ້ມແຂງຂຶ້ນ ຫລື ກຳລັງອ່ອນແອລົງ. ສັດທາເປັນຫລັກທຳແຫ່ງອຳນາດ, ບໍ່ສຳຄັນພຽງແຕ່ໃນຊີວິດນີ້ເທົ່ານັ້ນ, ແຕ່ໃນຄວາມກ້າວໜ້າຂອງເຮົາ ຫລັງຈາກເຮົາຕາຍໄປ ນຳອີກ.8 ໂດຍພຣະຄຸນຂອງພຣະຄຣິດ, ເຮົາຈະລອດຜ່ານທາງສັດທາໃນພຣະນາມຂອງພຣະອົງ ໃນວັນໜຶ່ງ.9 ການມີສັດທາໜ້ອຍຫລາຍໃນອະນາຄົດຂອງທ່ານ ບໍ່ແມ່ນໂດຍບັງເອີນ, ແຕ່ແມ່ນໂດຍການເລືອກ.
ສັດທາຂອງຊາຍໜຸ່ມຊາວບຣາຊິນ
ເດືອນແລ້ວນີ້ ໃນປະເທດບຣາຊິນ ຂ້າພະເຈົ້າໄດ້ພົບກັບທ່ານ ອາໂຣໂດ ຄາວາຄານເຕ ເພິ່ນໄດ້ຮັບບັບຕິສະມາ ຕອນມີອາຍຸໄດ້ 21 ປີ, ເປັນສະມາຊິກຂອງສາດສະໜາຈັກຄົນທຳອິດ ໃນຄອບຄົວຂອງເພິ່ນ. ເພິ່ນໄດ້ມີສັດທາທີ່ເຂັ້ມແຂງ, ແລະ ທັນທີ ເພິ່ນໄດ້ເລີ່ມຕົ້ນຕຽມຕົວ ເພື່ອໄປຮັບໃຊ້ເຜີຍແຜ່. ແຕ່ໜ້າເສຍໃຈ, ແມ່ຂອງທ່ານ ອາໂຣໂດ ເປັນໂຣກມະເລັງ. ສາມເດືອນຕໍ່ມາ, ສອງສາມມື້ກ່ອນນາງໄດ້ຕາຍໄປ, ນາງໄດ້ເວົ້າລົມກັບທ່ານ ອາໂຣໂດ ກ່ຽວກັບຄວາມເປັນຫ່ວງເປັນໄຍຂອງນາງວ່າ: ບໍ່ມີຍາດພີ່ນ້ອງຄົນໃດ ທີ່ຈະຊ່ອຍເຫລືອໄດ້. ອາໂຣໂດ ຕ້ອງດູແລນ້ອງສາວສອງຄົນ ແລະ ນ້ອງຊາຍ. ລາວໄດ້ສັນຍາຢ່າງໜັກແໜ້ນກັບແມ່ທີ່ກຳລັງຈະສິ້ນລົມຂອງລາວ.
ຕອນກາງເວັນເພິ່ນໄດ້ທຳງານຢູ່ທະນາຄານ, ແລະ ຕອນກາງຄືນເພິ່ນໄປເຂົ້າມະຫາວິທະຍາໄລ. ເພິ່ນໄດ້ຮັກສາພັນທະສັນຍາແຫ່ງການຮັບບັບຕິສະມາຂອງເພິ່ນ, ແຕ່ຄວາມຫວັງທີ່ຈະໄປຮັບໃຊ້ເປັນຜູ້ສອນສາດສະໜາເຕັມເວລາໄດ້ໝົດໄປ. ພາລະກິດຂອງເພິ່ນຄືການດູແລຄອບຄົວ.
ຫລາຍເດືອນຈາກນັ້ນ ຫລັງຈາກໄດ້ຕຽມຄຳປາໄສສຳລັບກອງປະຊຸມສິນລະລຶກ, ທ່ານ ອາໂຣໂດ ໄດ້ສຶກສາຖ້ອຍຄຳຂອງຊາມູເອນ ທີ່ກ່າວຕຳນິຕິເຕືອນກະສັດຊາອູນ: “ການເຊື່ອຟັງ ກໍດີກວ່າການຖະຫວາຍເຄື່ອງບູຊາ.”10 ທ່ານ ອາໂຣໂດ ຄິດວ່າຕົນໄດ້ຮັບຄວາມປະທັບໃຈທີ່ເບິ່ງຄືວ່າ ເປັນໄປບໍ່ໄດ້ວ່າ ເພິ່ນຕ້ອງເຊື່ອຟັງຕໍ່ການເອີ້ນຂອງສາດສະດາ ເພື່ອໃຫ້ເພິ່ນໄປຮັບໃຊ້ເຜີຍແຜ່. ເຖິງແມ່ນວ່າ ຈະມີອຸປະສັກຂວາງກັ້ນ, ແຕ່ເພິ່ນໄດ້ກ້າວໄປໜ້າດ້ວຍສັດທາອັນໃຫຍ່ຫລວງ.
ທ່ານ ອາໂຣໂດ ໄດ້ທ້ອນ ເງິນ ເທື່ອລະເລັກເທື່ອລະນ້ອຍ ຕາມທີ່ເພິ່ນສາມາດເຮັດໄດ້. ເມື່ອເຖິງອາຍຸ 23 ປີ, ເພິ່ນໄດ້ຮັບການເອີ້ນຂອງເພິ່ນ. ເພິ່ນໄດ້ບອກນ້ອງຊາຍຂອງເພິ່ນໃຫ້ຖອນເງິນໜ້ອຍຫລາຍເທົ່າໃດ ໃນແຕ່ລະເດືອນ ຈາກບັນຊີຂອງເພິ່ນສຳລັບຄອບຄົວ. ທ່ານ ອາໂຣໂດ ຍັງບໍ່ມີເງິນພຽງພໍສຳລັບການໃຊ້ຈ່າຍໃນໄລຍະເຜີຍແຜ່ ແລະ ບໍ່ພໍສຳລັບຄ່າໃຊ້ຈ່າຍຂອງນ້ອງຊາຍ ແລະ ນ້ອງສາວເລີຍ. ແຕ່ເພິ່ນໄດ້ເຂົ້າໄປໃນສູນອົບລົມຜູ້ສອນສາດສະໜາ. ອາທິດໜຶ່ງຈາກນັ້ນ ເພິ່ນໄດ້ຮັບພອນຢ່າງໜຶ່ງ ໃນຈຳນວນພອນຫລາຍໆຢ່າງ. ທະນາຄານບ່ອນທີ່ ແອວເດີ ຄາວາຄານເຕ ເຄີຍທຳງານ ໄດ້ເພີ່ມເງິນເດືອນສຸດທ້າຍທີ່ເພິ່ນລາອອກ ໃຫ້ເພິ່ນສອງເທົ່າ. ການມະຫັດສະຈັນນີ້ ພ້ອມດ້ວຍການມະຫັດສະຈັນອື່ນໆ ໄດ້ຊ່ອຍເພີ່ມລາຍໄດ້ທີ່ຕ້ອງການໃຫ້ເພິ່ນ ສຳລັບການເຜີຍແຜ່ ແລະ ໃຫ້ຄອບຄົວໃນໄລຍະທີ່ເພິ່ນບໍ່ຢູ່ບ້ານ.
ຊາວປີຫລັງຈາກນັ້ນ, ບຣາເດີ ຄາວາຄານເຕ ເວລານີ້ ກຳລັງຮັບໃຊ້ເປັນປະທານສະເຕກຂອງ ເຣຊີເຟ ບຣາຊິນ ໂບອາ ເວຍເຈັມ. ເມື່ອຫວນຄິດຄືນຫລັງ, ເພິ່ນໄດ້ເວົ້າເຖິງໄລຍະນັ້ນວ່າ, “ເມື່ອຂ້າພະເຈົ້າພະຍາຍາມດຳລົງຊີວິດດ້ວຍຄວາມຊອບທຳ, ຂ້າພະເຈົ້າໄດ້ຮູ້ສຶກເຖິງຄວາມຮັກ ແລະ ການຊີ້ນຳຂອງພຣະຜູ້ຊ່ອຍໃຫ້ລອດ. ສັດທາຂອງຂ້າພະເຈົ້າເຂັ້ມແຂງຂຶ້ນ, ຊ່ອຍໃຫ້ຂ້າພະເຈົ້າສາມາດເອົາຊະນະການທ້າທາຍໄດ້.”11 ສັດທາຂອງທ່ານ ອາໂຣໂດ ບໍ່ໄດ້ມາເຖິງໂດຍບັງເອີນ, ແຕ່ໂດຍການເລືອກ.
ມີຊາວຄຣິດສະຕຽນຊາຍ ແລະ ຍິງຫລາຍຄົນ ທີ່ມີສັດທາອັນເລິກຊຶ້ງໃນອົງພຣະເຢຊູຄຣິດເຈົ້າ, ແລະ ເຮົາຄວນໃຫ້ກຽດ ແລະ ນັບຖືເຂົາເຈົ້າ.
ບໍ່ໄດ້ຢືນຢູ່ຈຸດເປັນກາງອີກ
ແຕ່ອ້າຍນ້ອງທັງຫລາຍ, ເຮົາໄດ້ຮັບບາງສິ່ງທີ່ຫລາຍກວ່ານັ້ນ: ຄືຖານະປະໂລຫິດຂອງພຣະເຈົ້າ, ມີອຳນາດຂອງພຣະເຈົ້າທີ່ຖືກຟື້ນຟູສູ່ໂລກ ໂດຍບັນດາທູດທີ່ສັກສິດ. ສິ່ງນີ້ເຮັດໃຫ້ທ່ານແຕກຕ່າງ. ທ່ານບໍ່ໄດ້ຢືນຢູ່ຈຸດເປັນກາງ. ບໍ່ແມ່ນໂດຍບັງເອີນທີ່ສັດທາຂອງທ່ານຈະເຂັ້ມແຂງຂຶ້ນ, ແຕ່ໂດຍການເລືອກ.
ວິທີທີ່ເຮົາດຳລົງຊີວິດ ຈະເປັນສິ່ງເຮັດໃຫ້ສັດທາຂອງເຮົາເຂັ້ມແຂງຂຶ້ນ ຫລື ອ່ອນແອລົງ. ການອະທິຖານ, ການເຊື່ອຟັງ, ຄວາມຊື່ສັດ, ຄວາມຄິດ ແລະ ການກະທຳທີ່ສະອາດ, ແລະ ຄວາມບໍ່ເຫັນແກ່ຕົວ ຈະເຮັດໃຫ້ສັດທາເຂັ້ມແຂງຂຶ້ນ. ປາດສະຈາກສິ່ງເຫລົ່ານີ້, ສັດທາຂອງເຮົາຈະອ່ອນແອລົງ. ເປັນຫຍັງພຣະຜູ້ຊ່ອຍໃຫ້ລອດ ຈຶ່ງໄດ້ກ່າວກັບເປໂຕວ່າ, “ເຮົາໄດ້ອະທິຖານສຳລັບເຈົ້າ, ເພື່ອສັດທາຂອງເຈົ້າຈະບໍ່ຂາດໄປ”?12 ເພາະວ່າມີຜູ້ປໍລະປັກທີ່ຊື່ນຊົມໃນການທຳລາຍສັດທາ! ຈົ່ງປົກປ້ອງມັນໄວ້ຢ່າງບໍ່ລົດລະ.
ຄຳຖາມທີ່ຊື່ສັດ
ການຖາມຄຳຖາມຈາກໃຈ ເປັນພາກສ່ວນສຳຄັນໃນການສ້າງສັດທາ, ແລະ ເຮົາໃຊ້ທັງມັນສະໝອງ ແລະ ຄວາມຮູ້ສຶກຂອງເຮົາ. ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ພຣະອົງຈະບອກເຮົາໃນຈິດໃຈ ແລະ ໃນຫົວໃຈຂອງເຮົາ.”13 ບໍ່ແມ່ນທຸກຄຳຕອບ ຈະມາເຖິງທັນທີ, ແຕ່ຄຳຖາມສ່ວນຫລາຍ ຈະໄດ້ຮັບຄຳຕອບຜ່ານການສຶກສາຢ່າງເອົາໃຈໃສ່ ແລະ ການສະແຫວງຫາຄຳຕອບຈາກພຣະເຈົ້າ. ການໃຊ້ຈິດໃຈຂອງເຮົາ ປາດສະຈາກຫົວໃຈ ຈະບໍ່ນຳຄຳຕອບທາງວິນຍານມາໃຫ້. “ພຣະວິນຍານຂອງພຣະເຈົ້າເທົ່ານັ້ນ ທີ່ຮູ້ທຸກສິ່ງກ່ຽວກັບພຣະເຈົ້າ.”14 ແລະ ເພື່ອຊ່ອຍເຮົາ, ພຣະເຢຊູໄດ້ສັນຍາກັບເຮົາວ່າ ຈະປະທານ “ພຣະຜູ້ປອບໂຍນອີກອົງໜຶ່ງ, … ຄືພຣະວິນຍານແຫ່ງຄວາມຈິງໃຫ້.”15
ສັດທາຈະບໍ່ສັ່ງໃຫ້ໄດ້ຮັບຄຳຕອບຕໍ່ຄຳຖາມທຸກຂໍ້. ແຕ່ຈະສະແຫວງຫາຄວາມແນ່ນອນໃຈ ແລະ ຄວາມກ້າຫານທີ່ຈະກ້າວໄປໜ້າ, ບາງເທື່ອຮັບຮູ້ວ່າ, “ເຮົາບໍ່ຮູ້ທຸກສິ່ງ, ແຕ່ເຮົາຮູ້ພຽງພໍ ທີ່ຈະກ້າວໄປໜ້າໃນເສັ້ນທາງແຫ່ງການເປັນສານຸສິດ.”16
ການປ່ອຍໃຫ້ຕົນເອງມີຄວາມສົງໄສ, ຊອກຫາຄຳຕອບຈາກຄົນທີ່ບໍ່ມີສັດທາ ແລະ ບໍ່ສື່ຊັດ, ຈະເຮັດໃຫ້ສັດທາຂອງຕົນໃນພຣະເຢຊູຄຣິດ ແລະ ໃນການຟື້ນຟູ ອ່ອນແອລົງ.17 “ມະນຸດທີ່ມີຈິດໃຈທຳມະດາຈະຮັບສິ່ງເຫລົ່ານັ້ນ ຊຶ່ງເປັນຂອງພຣະວິນຍານຂອງພຣະເຈົ້າກໍບໍ່ໄດ້: ເພາະພວກເຂົາເຫັນວ່າ ສິ່ງເຫລົ່ານັ້ນເປັນເລື່ອງໂງ່ສຳລັບຕົນ.”18
ຍົກຕົວຢ່າງ, ຄຳຖາມກ່ຽວກັບສາດສະດາໂຈເຊັບ ສະມິດ ບໍ່ໄດ້ເປັນສິ່ງໃໝ່ໆ. ສາດສະດາໄດ້ຖືກວິຈານນັບແຕ່ເພິ່ນໄດ້ເລີ່ມຕົ້ນວຽກງານຂອງເພິ່ນ. ຕໍ່ຄົນທີ່ຊື່ສັດເຫລົ່ານັ້ນ, ໂດຍທີ່ເຫັນຂໍ້ມູນຕ່າງໆ ຂອງສະໄໝສັດຕະວັດທີ 21 ຈຶ່ງເກີດສົງໄສກ່ຽວກັບເຫດການ ຫລື ບົດຄວາມກ່ຽວກັບສາດສະດາໂຈເຊັບ ຈາກໄລຍະເວລາເກືອບເຖິງ 200 ປີຜ່ານມາແລ້ວ, ຂ້າພະເຈົ້າຂໍແນະນຳສິ່ງໜຶ່ງ: ຢ່າຕັດສິນ ບຣາເດີ ໂຈເຊັບ ຕອນນີ້! ໃນອະນາຄົດ, ທ່ານຈະເຫັນຂໍ້ມູນຕັ້ງ 100 ເທົ່າ ຫລາຍກວ່າທີ່ເຫັນຢູ່ໃນອິນເຕີແນັດໃນເວລານີ້, ແລະ ຈະເປັນຂໍ້ມູນທີ່ລະອຽດ, ແລະ ມັນຈະມາຈາກພຣະບິດາຜູ້ສະຖິດຢູ່ໃນສະຫວັນທີ່ຮູ້ທຸກສິ່ງທັງປວງ.19 ໃຫ້ຄິດກ່ຽວກັບຊີວິດຂອງເພິ່ນ—ເພິ່ນໄດ້ເກີດໃນຄວາມຍາກຈົນ ແລະ ດ້ອຍການສຶກສາ, ແຕ່ໂຈເຊັບໄດ້ແປພຣະຄຳພີມໍມອນ ພາຍໃນ 90 ມື້.20 ຊາຍ ແລະ ຍິງຫລາຍສິບພັນຄົນທີ່ຊື່ສັດ ແລະ ອຸທິດຕົນ ໄດ້ຮັບເອົາອຸດົມການແຫ່ງການຟື້ນຟູ. ຕອນມີອາຍຸ 38 ປີ, ໂຈເຊັບໄດ້ຜະນຶກປະຈັກພະຍານຂອງເພິ່ນ ດ້ວຍເລືອດຂອງເພິ່ນເອງ. ຂ້າພະເຈົ້າເປັນພະຍານວ່າ ໂຈເຊັບ ສະມິດ ໄດ້ເປັນສາດສະດາຂອງພຣະເຈົ້າ. ໃຫ້ທ່ານຄິດແບບນີ້, ແລະ ບໍ່ຕ້ອງເອົາມາຄິດອີກ!
ຂອງປະທານທີ່ຂະຫຍາຍສັດທາຂອງເຮົາ
ທັງພຣະຄຣິສຕະທຳຄຳພີ ແລະ ພຣະຄຳພີມໍມອນ, ໄດ້ໃຫ້ຄວາມແນ່ນອນໃຈວ່າ ພຣະເຢຊູຄື ພຣະຄຣິດ, ເປັນພຣະບຸດຂອງພຣະເຈົ້າ. ຂ້າພະເຈົ້າມີພຣະຄຳພີມໍມອນສະບັບພິມຊຸດທຳອິດເປັນພາສາຝະຣັ່ງ ຢູ່ໃນມື, ໄດ້ຖືກຈັດພິມໂດຍ ຈອນ ເທເລີ, ຕອນເພິ່ນໄດ້ເລີ່ມຕົ້ນເຮັດວຽກງານຢູ່ປະເທດຝະຣັ່ງເສດ ໃນປີ 1852. ຕອນນີ້ ພຣະຄຳພີມໍມອນໝົດເຫລັ້ມ ຫລື ບາງສ່ວນ ຈຳນວນ 110 ພາສາ ມີຢູ່ທົ່ວໂລກ. ມັນເປັນພະຍານທາງວິນຍານ ແລະ ທາງໂລກ ເຖິງການຟື້ນຟູ. ດົນປານໃດແລ້ວທີ່ທ່ານໄດ້ອ່ານພຣະຄຳພີມໍມອນໝົດທັງເຫລັ້ມ? ຈົ່ງອ່ານມັນຄືນອີກ. ມັນຈະເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງທ່ານ.21
ຂອງປະທານອີກຢ່າງໜຶ່ງຈາກພຣະເຈົ້າ ທີ່ຂະຫຍາຍສັດທາຂອງເຮົາ ແມ່ນການຊີ້ນຳຂອງຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງ. ມື້ນີ້ ເຮົາໄດ້ສະໜັບສະໜູນສາມທ່ານ ຂອງກຸ່ມອັກຄະສາວົກສິບສອງ, ແລະ ຂ້າພະເຈົ້າຂໍຕ້ອນຮັບພວກເພິ່ນ. ໂປໂລໄດ້ກ່າວວ່າ:
“ພຣະອົງ [ໄດ້ເອີ້ນ] ບາງຄົນເປັນອັກຄະສາວົກ; ແລະ … ເປັນ ສາດສະດາ; …
“ເພື່ອຈັດຕຽມໄພ່ພົນຂອງພຣະເຈົ້າ … :
“ຈົນກວ່າເຮົາທຸກຄົນຈະບັນລຸເຖິງຄວາມເປັນນ້ຳໜຶ່ງໃຈດຽວກັນໃນສັດທາ, ແລະ ໃນຄວາມຮູ້ເຖິງເລື່ອງພຣະບຸດຂອງພຣະເຈົ້າ … :
“ຈະບໍ່ຖືກ … ພັດໄປພັດມາ, ແລະ ຫັນເຫໄປມາດ້ວຍລົມປາກແຫ່ງຄຳສອນທຸກຢ່າງ, ໂດຍ … ກົນອຸບາຍອັນສະຫລາດ, [ຫລື ໂດຍຄົນທີ່] ລໍຖ້າຈະພາຄົນອື່ນໃຫ້ຫລົງຜິດ.”22
ການຊີ້ນຳຂອງຝ່າຍປະທານສູງສຸດ ແລະ ອັກຄະສາວົກສິບສອງ ຊ່ອຍປົກປ້ອງສັດທາຂອງເຮົາ.
ເຖິງແມ່ນສັດທາທີ່ເລີ່ມໃໝ່ມີພຽງເລັກນ້ອຍ, ແຕ່ການເລືອກທີ່ຊອບທຳ ຈະນຳຄວາມໄວ້ວາງໃຈໃນພຣະເຈົ້າຫລາຍທີ່ສຸດມາໃຫ້, ແລະ ສັດທາຂອງທ່ານຈະເຕີບໂຕ. ຄວາມຫຍຸ້ງຍາກໃນໂລກມະຕະຈະພະຍາຍາມທຳລາຍທ່ານ, ແລະ ພະລັງຂອງຄວາມຊົ່ວຮ້າຍທີ່ລີ້ຊ້ອນຢູ່ໃນຄວາມມືດ ຈະພະຍາຍາມດັບມອດສັດທາຂອງທ່ານ. ແຕ່ເມື່ອເຮົາເລືອກເຮັດສິ່ງທີ່ຖືກຕ້ອງຕໍ່ໄປ, ໄວ້ວາງໃຈໃນພຣະເຈົ້າ ແລະ ຕິດຕາມພຣະບຸດຂອງພຣະອົງ, ພຣະຜູ້ເປັນເຈົ້າຈະສົ່ງຄວາມສະຫວ່າງ ແລະ ຄວາມຮູ້ເພີ່ມເຕີມມາໃຫ້ທ່ານ, ແລະ ສັດທາຂອງທ່ານ ຈະໝັ້ນຄົງ ແລະ ບໍ່ຫວັ່ນໄຫວ. ປະທານທອມມັສ ແອັສ ມອນສັນ ໄດ້ກ່າວວ່າ: “ບໍ່ຕ້ອງຢ້ານ. … ອະນາຄົດຈະຮຸ່ງເຫລື້ອມເທົ່າກັບສັດທາຂອງທ່ານ.”23
ພອດເທີ, ເຊນ, ແລະ ແມ໊ກສ໌ ໂອເປັນຊໍ
ສັດທາຂອງຊາຍໜຸ່ມຂອງສາດສະໜາຈັກນີ້ ແມ່ນໜ້າອັດສະຈັນໃຈຫລາຍ!
ໃນວັນທີ 12 ເດືອນມິຖຸນາ ຂອງປີນີ້, ຂ້າພະເຈົ້າໄດ້ຮັບອີເມວບອກວ່າ ອະທິການຈາກຫວອດແຫ່ງໜຶ່ງໃນລັດຢູທາ ກັບພັນລະຍາຂອງເພິ່ນ ແລະ ລູກຂອງພວກເພິ່ນສອງຄົນ ໄດ້ເສຍຊີວິດໃນອຸປະຕິເຫດຍົນຕົກ. ອະທິການ ມາກ ໂອເປັນຊໍ ໄດ້ຂັບຍົນ ໃນຂະນະທີ່ບິນຂຶ້ນຈາກເດີ່ນບິນນ້ອຍແຫ່ງໜຶ່ງ ແລະ ບໍ່ດົນຈາກນັ້ນ ຈັກຍົນງຽບໄປ ແລະ ກໍໄດ້ຕົກລົງດິນ. ອະທິການ ໂອເປັນຊໍ, ພັນລະຍາຂອງເພິ່ນ, ເອມມີ, ແລະ ລູກຂອງພວກເພິ່ນ, ແທນເນີ ແລະ ແອວລີ ໄດ້ເສຍຊີວິດໄປ. ສິ່ງປະຕິຫານຄື ລູກຊາຍອາຍຸຫ້າປີ, ທ້າວ ແມ໊ກສ໌, ໄດ້ຕົກອອກຈາກຍົນພ້ອມກັບຕັ່ງນັ່ງຂອງລາວ ແລະ ລອດຊີວິດ ພຽງກະດູກຫັກບາງບ່ອນເທົ່ານັ້ນ.
ຂ້າພະເຈົ້າໄດ້ຍິນວ່າ ລູກຊາຍຄົນໜຶ່ງຂອງພວກເພິ່ນ, ແອວເດີ ພອດເທີ ໂອເປັນຊໍ ກຳລັງຮັບໃຊ້ເຜີຍແຜ່ຢູ່ເກາະ ມາໂຊ, ຢູ່ເຂດເຜີຍແຜ່ ມາຈູໂຣ ແລະ ລູກຊາຍອີກຄົນໜຶ່ງອາຍຸ 17 ປີ, ຊື່ ເຊນ, ຢູ່ປະເທດເຢຍລະມັນ ເຂົ້າໂຮງຮຽນແລກປ່ຽນວັດທະນະທຳຢູ່ໃນເວລານັ້ນ.
ຂ້າພະເຈົ້າໄດ້ໂທຫາ ແອວເດີ ໂອເປັນຊໍ ຢູ່ເກາະ ຄຣິດສະມັດ. ເຖິງແມ່ນວ່າລາວໄດ້ມີຄວາມໂສກເສົ້າຫລາຍກັບການສູນເສຍພໍ່ແມ່, ນ້ອງຊາຍ ແລະ ນ້ອງສາວ ຢ່າງກະທັນຫັນ, ແຕ່ ແອວເດີ ໂອເປັນຊໍ ໄດ້ເກີດມີຄວາມເປັນຫ່ວງເປັນໄຍ ກັບນ້ອງຊາຍສອງຄົນຂອງລາວທັນທີ.
ໃນທີ່ສຸດ ແອວເດີ ໂອເປັນຊໍ ແລະ ນ້ອງຊາຍຂອງລາວ, ເຊນ, ໄດ້ຕັດສິນໃຈວ່າ ຄົນອື່ນສາມາດດູແລນ້ອງຊາຍຂອງເຂົາເຈົ້າ ແລະ ພອດເທີ ຄວນເຜີຍແຜ່ຕໍ່ໄປ. ເຂົາເຈົ້າຮູ້ວ່າ ມັນເປັນສິ່ງທີ່ພໍ່ແມ່ຂອງເຂົາເຈົ້າປາດຖະໜາ.
ໃນຂະນະທີ່ຂ້າພະເຈົ້າໄດ້ເວົ້າລົມນຳ ແອວເດີ ໂອເປັນຊໍ, ຂ້າພະເຈົ້າຮູ້ເຖິງຄວາມເສົ້າເສຍໃຈ, ແຕ່ຮູ້ສຶກເຖິງຄວາມເຂັ້ມແຂງໃນສັດທາຂອງລາວນຳອີກ. ລາວໄດ້ເວົ້າວ່າ, “ຂ້ານ້ອຍແນ່ໃຈວ່າ ໂດຍທີ່ບໍ່ມີຄວາມສົງໄສ, ຂ້ານ້ອຍຈະເຫັນຄອບຄົວຂອງຂ້ານ້ອຍອີກ. .... ຄວາມເຂັ້ມແຂງຢູ່ໃນການທົດລອງ ຈະພົບເຫັນສະເໝີໃນ ... ພຣະຜູ້ເປັນເຈົ້າຂອງເຮົາ, ພຣະເຢຊູຄຣິດ. ... ພຣະຫັດທີ່ມີພະລັງຂອງພຣະເຈົ້າ ໄດ້ຊ່ອຍເຫລືອຂ້ານ້ອຍ ແລະ ພວກນ້ອງຊາຍຂອງຂ້ານ້ອຍ ໃນການທ້າທາຍທີ່ຫຍຸ້ງຍາກນີ້.”24
ຂ້າພະເຈົ້າໄດ້ພົບກັບທ້າວເຊນ ເປັນເທື່ອທຳອິດ ໃນງານສົ່ງສະການ. ໃນຂະນະທີ່ຂ້າພະເຈົ້າຫລຽວເບິ່ງ ໂລງສົບສີ່ອັນ ຢູ່ໃນຕຶກໂບດ, ຂ້າພະເຈົ້າໄດ້ມີຄວາມປະຫລາດໃຈຫລາຍກັບສັດທາຂອງຊາຍໜຸ່ມອາຍຸ 17 ປີ ໃນຂະນະທີ່ລາວກ່າວຕໍ່ຜູ້ມາຮ່ວມພິທີ. ລາວໄດ້ເວົ້າວ່າ, “ມື້ນີ້ ພວກເຮົາໄດ້ມາເຕົ້າໂຮມກັນ ດ້ວຍຄວາມຖ່ອມໃຈ ແລະ ດ້ວຍຈິດວິນຍານທີ່ອ່ອນເພຍ, ເພື່ອຈື່ຈຳຊີວິດຂອງພໍ່ແມ່ ແລະ ນ້ອງໆຂອງຂ້າພະເຈົ້າ ແທນເນີ ແລະ ແອວລີ. … ພວກເຮົາໄດ້ເວົ້າລົມນຳກັນ, ໄດ້ຮ້ອງໄຫ້ນຳກັນ, ໄດ້ຈື່ຈຳນຳກັນ, ແລະ ໄດ້ຮູ້ສຶກເຖິງພຣະຫັດຂອງພຣະເຈົ້ານຳກັນ. …
“ມື້ທີ່ຂ້າພະເຈົ້າໄດ້ຍິນຂ່າວອຸປະຕິເຫດ, ຂ້າພະເຈົ້າເຫັນຈົດໝາຍຈາກແມ່ຂອງຂ້າພະເຈົ້າຢູ່ໃນຖົງຂອງຂ້າພະເຈົ້າ. ໃນຈົດໝາຍນັ້ນ ແມ່ໄດ້ເວົ້າວ່າ: ‘ເຊນເອີຍ, ຈົ່ງຈື່ຈຳວ່າ ລູກເປັນໃຜ ແລະ ລູກມາຈາກໃສ. ພວກເຮົາຈະອະທິຖານເພື່ອລູກ ແລະ ພວກເຮົາຄິດຮອດລູກ.’ ເຊນໄດ້ກ່າວຕື່ມວ່າ “ຄົງບໍ່ມີຄຳອື່ນໃດ ທີ່ເໝາະສົມເທົ່າກັບຖ້ອຍຄຳສຸດທ້າຍນີ້ຈາກແມ່ຂອງຂ້າພະເຈົ້າ. ຂ້າພະເຈົ້າຮູ້ວ່າ ແມ່ ພ້ອມດ້ວຍ ແທນເນີ, ແອວລີ, ແລະ ພໍ່ຂອງຂ້າພະເຈົ້າ … ອະທິຖານເພື່ອ [ອ້າຍນ້ອງຂອງຂ້າພະເຈົ້າ ແລະ] ຂ້າພະເຈົ້າ. ຂ້າພະເຈົ້າເຊື່ອວ່າ … ເຂົາເຈົ້າອະທິຖານ ເພື່ອໃຫ້ຂ້າພະເຈົ້າຮູ້ວ່າຕົນເອງເປັນໃຜ … ເພາະວ່າ ຄືກັນກັບທ່ານ, ຂ້າພະເຈົ້າເປັນລູກຂອງພຣະເຈົ້າ, ແລະ ພຣະອົງໄດ້ສົ່ງຂ້າພະເຈົ້າມານີ້. ຂ້າພະເຈົ້າເປັນພະຍານວ່າ ... ບໍ່ວ່າເຮົາຈະຮູ້ສຶກເປົ່າປ່ຽວຫລາຍຂະໜາດໃດ, ແຕ່ພຣະເຈົ້າຈະບໍ່ປະຖິ້ມເຮົາ.”25
ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ສັດທາຂອງທ່ານບໍ່ໄດ້ເລີ່ມຕົ້ນໃນເວລາທີ່ທ່ານເກີດ, ແລະ ມັນບໍ່ໄດ້ສິ້ນສຸດລົງໃນເວລາທີ່ທ່ານຕາຍ. ສັດທາເປັນການເລືອກ. ຈົ່ງເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງທ່ານ ແລະ ດຳລົງຊີວິດໃນວິທີທາງ ທີ່ທ່ານຈະສົມຄວນໄດ້ຍິນພຣະຄຳຂອງພຣະຜູ້ຊ່ອຍໃຫ້ລອດ ທີ່ວ່າ: “ເຈົ້າມີສັດທາຍິ່ງໃຫຍ່ຫລາຍ.” ເມື່ອທ່ານເຮັດເຊັ່ນນັ້ນ, ຂ້າພະເຈົ້າສັນຍາກັບທ່ານວ່າ ສັດທາຂອງທ່ານ, ຜ່ານພຣະຄຸນຂອງພຣະເຢຊູຄຣິດ, ຈະໃຫ້ທ່ານໄດ້ຢືນຢູ່ກັບຄົນທີ່ທ່ານຮັກ ໃນມື້ໜຶ່ງ, ສະອາດ ແລະ ບໍລິສຸດ ໃນທີ່ປະທັບຂອງພຣະເຈົ້າ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.