ພຣະເຈົ້າເປັນຜູ້ຂັບເຮືອ
ພຣະບັນຍັດ ແລະ ພັນທະສັນຍາ ເປັນຄວາມຈິງ ແລະ ຄຳສອນ ທີ່ມີຄ່າປະເສີດລ້ຳ ທີ່ພົບເຫັນຢູ່ໃນເຮືອເກົ່າແຫ່ງສີໂອນ, ບ່ອນທີ່ພຣະເຈົ້າເປັນຜູ້ຂັບເຮືອ.
ໃນກອງປະຊຸມໃຫຍ່ສາມັນເດືອນຕຸລາຜ່ານມານີ້, ຂ້າພະເຈົ້າໄດ້ເຊື້ອເຊີນຜູ້ຮັບຊົມຮັບຟັງ ໃຫ້ເຮັດຕາມຄຳແນະນຳຂອງທ່ານບຣິກຳ ຢັງ ໃຫ້ຢູ່ໃນເຮືອສີໂອນທີ່ເກົ່າແກ່, ຊຶ່ງໝາຍເຖິງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ແລະ ຍຶດເຮືອໄວ້ໃຫ້ແໜ້ນດ້ວຍມືທັງສອງ.1 ນັບແຕ່ນັ້ນມາ, ຂ້າພະເຈົ້າດີໃຈຫລາຍ ທີ່ຮູ້ວ່າບາງຄົນໃນຄອບຄົວຂອງຂ້າພະເຈົ້າ ແລະ ຄົນອື່ນໆ ໄດ້ຟັງ ແລະ ໄດ້ຖາມວ່າ, “ມີຫຍັງແດ່ຢູ່ໃນເຮືອເກົ່າແກ່ນັ້ນ ທີ່ເຮົາສາມາດຍຶດໄວ້ໄດ້?” ຂ້າພະເຈົ້າໄດ້ເຕືອນເຂົາເຈົ້າ ເຖິງຖ້ອຍຄຳທີ່ປະທານຢັງ ໄດ້ກ່າວວ່າ: “ເຮົາຢູ່ໃນເຮືອທີ່ເກົ່າແກ່ແຫ່ງສີໂອນ. … [ພຣະເຈົ້າ] ເປັນຜູ້ຂັບເຮືອ, ແລະ ຈະຄົງຢູ່ທີ່ນັ້ນ. … ທຸກສິ່ງດີ. ພຣະອົງອອກຄຳສັ່ງ, ຊີ້ນຳ, ແລະ ນຳພາ. ຖ້າຫາກຜູ້ຄົນຈະມີຄວາມໝັ້ນໃຈທັງໝົດໃນພຣະເຈົ້າຂອງເຂົາເຈົ້າ, ບໍ່ປະຖິ້ມພັນທະສັນຍາຂອງເຂົາເຈົ້າ ຫລື ພຣະເຈົ້າຂອງເຂົາເຈົ້າ, ແລ້ວພຣະອົງຈະນຳທາງເຂົາເຈົ້າໄປໃນທາງທີ່ຖືກຕ້ອງ.”2
ເຫັນໄດ້ຢ່າງແຈ່ມແຈ້ງວ່າ, ພຣະບິດາເທິງສະຫວັນຂອງເຮົາ ແລະ ອົງພຣະເຢຊູຄຣິດເຈົ້າ ໄດ້ຈັດຕຽມຄວາມຈິງນິລັນດອນໄວ້ໃນເຮືອເກົ່າແກ່ແຫ່ງສີໂອນນັ້ນ ອັນທີ່ຈະຊ່ອຍເຮົາຂັບເຮືອໄປຕາມທິດທາງ ຜ່ານຜ່າຄື້ນນ້ຳທີ່ພັດແຮງ ຂອງຊີວິດມະຕະ. ຕໍ່ໄປນີ້ແມ່ນຄວາມຈິງຈຳນວນໜຶ່ງ.
ສາດສະໜາຈັກຂອງພຣະເຢຊູຄຣິດ ໄດ້ຖືກນຳພາໂດຍສາດສະດາ ແລະ ອັກຄະສາວົກ ທີ່ມີຊີວິດຢູ່ ມາຕະຫລອດ. ເຖິງແມ່ນພວກເພິ່ນເປັນມະນຸດໃນຄວາມເປັນມະຕະ ແລະ ຂາດຕົກບົກພ່ອງ, ແຕ່ຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າ ໄດ້ຮັບການດົນໃຈ ເພື່ອຊ່ອຍເຫລືອເຮົາໃຫ້ຫລີກເວັ້ນຈາກອຸປະສັກ ທີ່ຈະທຳຮ້າຍຊີວິດທາງວິນຍານ ແລະ ເພື່ອຊ່ອຍເຫລືອເຮົາໃຫ້ຜ່ານຜ່າຄວາມເປັນມະຕະໄປຢ່າງປອດໄພ ສູ່ຈຸດໝາຍປາຍທາງສຸດທ້າຍ, ອັນສູງສົ່ງ, ແລະ ແຫ່ງສະຫວັນຂອງເຮົາ.
ໃນໄລຍະ 40 ປີ ທີ່ຂ້າພະເຈົ້າໄດ້ເຮັດວຽກງານຮ່ວມກັບພວກເພິ່ນ, ຂ້າພະເຈົ້າໄດ້ເຫັນດ້ວຍຕົນເອງ ເມື່ອການດົນໃຈ ແລະ ການເປີດເຜີຍ ທີ່ງຽບໆ ແລະ ປະທັບໃຈ ໄດ້ຈູງໃຈສາດສະດາ ແລະ ອັກຄະສາວົກ, ເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ຄົນອື່ນໆ, ພ້ອມດ້ວຍຜູ້ນຳ ຊາຍ ແລະ ຍິງ ໃນອົງການຊ່ອຍເຫລືອ ໃຫ້ລົງມືປະຕິບັດ. ເຖິງແມ່ນພວກເພິ່ນບໍ່ດີພ້ອມທຸກຢ່າງ ແລະ ສາມາດເຮັດຜິດພາດ, ຊາຍ ແລະ ຍິງທີ່ດີເດັ່ນເຫລົ່ານີ້ ໄດ້ອຸທິດຕົນ ເພື່ອນຳພາວຽກງານຂອງພຣະຜູ້ເປັນເຈົ້າ ໃຫ້ດຳເນີນໄປໜ້າ ຕາມທີ່ພຣະອົງໄດ້ແນະນຳ.
ທ່ານສາມາດແນ່ໃຈໄດ້ກ່ຽວກັບເລື່ອງນີ້: ພຣະຜູ້ເປັນເຈົ້ານຳພາສາດສະໜາຈັກຂອງພຣະອົງ ຜ່ານທາງສາດສະດາ ແລະ ອັກຄະສາວົກທີ່ມີຊີວິດຢູ່. ນີ້ຄືວິທີທີ່ພຣະອົງໄດ້ເຄີຍເຮັດມາ. ແນ່ນອນ, ພຣະຜູ້ຊ່ອຍໃຫ້ລອດໄດ້ສອນວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຜູ້ໃດທີ່ຕ້ອນຮັບຜູ້ທີ່ເຮົາໃຊ້ໄປ ກໍຕ້ອນຮັບເຮົາເໝືອນກັນ.”3 ເຮົາບໍ່ສາມາດແຍກພຣະຄຣິດອອກຈາກຜູ້ຮັບໃຊ້ຂອງພຣະອົງ. ຖ້າປາດສະຈາກອັກຄະສາວົກລຸ້ນທຳອິດຂອງພຣະອົງແລ້ວ, ເຮົາຄົງບໍ່ມີເລື່ອງລາວທີ່ເປັນຫລັກຖານພະຍານເຖິງຄຳສອນຫລາຍຢ່າງຂອງພຣະອົງ, ເຖິງການປະຕິບັດສາດສະໜາກິດຂອງພຣະອົງ, ເຖິງການຮັບທຸກທໍລະມານຂອງພຣະອົງໃນສວນເຄັດເຊມາເນ, ແລະ ເຖິງການສິ້ນພຣະຊົນຂອງພຣະອົງຢູ່ເທິງໄມ້ກາງແຂນ. ຖ້າປາດສະຈາກປະຈັກພະຍານຂອງພວກເພິ່ນ, ເຮົາຄົງບໍ່ມີຫລັກຖານພະຍານຂອງບັນດາອັກຄະສາວົກ ເຖິງອຸບມຸງທີ່ວ່າງເປົ່າ ແລະ ເຖິງການຟື້ນຄືນພຣະຊົນ.
ພຣະອົງໄດ້ບັນຊາອັກຄະສາວົກລຸ້ນທຳ ດັ່ງນີ້:
“ເຫດສະນັ້ນພວກເຈົ້າຈົ່ງໄປ ຈົ່ງເຮັດໃຫ້ຄົນທຸກຊາດເປັນລູກສິດ ໃຫ້ເຂົາຮັບບັບຕິສະມາໃນພຣະນາມຂອງພຣະບິດາ, ແລະ ຂອງພຣະບຸດ, ແລະ ຂອງພຣະວິນຍານບໍລິສຸດ:
“ສັ່ງສອນພວກເຂົາໃຫ້ຮັກສາທຸກໆສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ.”4
ການມອບໝາຍນີ້ ໄດ້ຖືກມອບໝາຍໃໝ່ໃນວັນເວລາຂອງເຮົາ ເມື່ອພຣະຜູ້ເປັນເຈົ້າໄດ້ເອີ້ນໂຈເຊັບ ສະມິດ ໃຫ້ຟື້ນຟູສາດສະໜາຈັກຂຶ້ນ, ພ້ອມດ້ວຍອັກຄະສາວົກທີ່ໄດ້ຮັບການແຕ່ງຕັ້ງ ເພື່ອປະກາດພຣະກິດຕິຄຸນຂອງພຣະອົງ ເປັນເທື່ອສຸດທ້າຍ ກ່ອນພຣະອົງຈະສະເດັດກັບຄືນມາອີກ.
ມັນເປັນການທ້າທາຍຕະຫລອດມາ ສຳລັບຊາວໂລກ ທີ່ຈະຮັບຮູ້ສາດສະດາ ແລະ ອັກຄະສາວົກທີ່ມີຊີວິດຢູ່, ແຕ່ມັນເປັນສິ່ງຈຳເປັນທີ່ຕ້ອງຮູ້ຈັກ ແລະ ຮັບຮູ້ ກ່ອນຈະເຂົ້າໃຈການຊົດໃຊ້ ແລະ ຄຳສອນຂອງພຣະເຢຊູຄຣິດ ແລະ ກ່ອນຈະໄດ້ຮັບພອນອັນເຕັມປ່ຽມຂອງຖານະປະໂລຫິດ ເພາະການເຮັດຕາມບຸກຄົນທີ່ພຣະອົງໄດ້ເອີ້ນ.
ຜູ້ຄົນເປັນຈຳນວນຫລວງຫລາຍ ຄິດວ່າຜູ້ນຳຂອງສາດສະໜາຈັກ ແລະ ສະມາຊິກ ຄວນເປັນຄົນດີພ້ອມທຸກຢ່າງ ຫລື ເກືອບດີພ້ອມທຸກຢ່າງ. ເຂົາເຈົ້າລືມໄປວ່າ ພຣະຄຸນຂອງພຣະຜູ້ເປັນເຈົ້າແມ່ນພຽງພໍແລ້ວ ທີ່ຈະບັນລຸວຽກງານຂອງພຣະອົງ ຜ່ານມະນຸດທີ່ເປັນມະຕະ. ຜູ້ນຳຂອງເຮົາມີເຈດຕະນາດີ, ແຕ່ບາງເທື່ອພວກເຮົາກໍເຮັດຜິດພາດ. ສິ່ງນີ້ບໍ່ໄດ້ເກີດຂຶ້ນພຽງແຕ່ຢູ່ໃນຄວາມສຳພັນຂອງສາດສະໜາຈັກເທົ່ານັ້ນ, ມັນໄດ້ເກີດຂຶ້ນໃນຄວາມສຳພັນຂອງໝູ່ເພື່ອນ, ເພື່ອນບ້ານ, ແລະ ຜູ້ຄົນໃນບ່ອນທຳງານ ຕະຫລອດທັງລະຫວ່າງສາມີພັນລະຍາ ແລະ ໃນຄອບຄົວນຳອີກ.
ການຊອກຫາຈຸດອ່ອນຂອງຄົນອື່ນ ເປັນສິ່ງງ່າຍທີ່ຈະເຮັດ. ເຖິງຢ່າງໃດກໍຕາມ, ເຮົາຈະເຮັດຜິດ ຖ້າຫາກເຮົາພຽງແຕ່ສັງເກດເບິ່ງທຳມະຊາດຂອງມະນຸດຂອງກັນແລະກັນເທົ່ານັ້ນ ແລະ ລືມເບິ່ງພຣະຫັດຂອງພຣະເຈົ້າ ໃນການທຳງານຜ່ານຜູ້ທີ່ພຣະອົງໄດ້ເອີ້ນ.
ການເອົາໃຈໃສ່ຕໍ່ວິທີທີ່ພຣະຜູ້ເປັນເຈົ້າດົນໃຈຜູ້ທີ່ພຣະອົງໄດ້ເລືອກໄວ້ ແລະ ຕໍ່ວິທີທີ່ພຣະອົງດົນໃຈໄພ່ພົນຂອງພຣະເຈົ້າ ໃຫ້ເຮັດສິ່ງທີ່ໜ້າອັດສະຈັນໃຈ ແລະ ສິ່ງແປກປະຫລາດ ແທນການເອົາໃຈໃສ່ຕໍ່ທຳມະຊາດຂອງມະນຸດຂອງພວກເພິ່ນ ເປັນວິທີໜຶ່ງທີ່ເຮົາຈະສາມາດຍຶດໝັ້ນໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ຢູ່ໃນເຮືອເກົ່າແກ່ແຫ່ງສີໂອນຢ່າງປອດໄພ.
ຄວາມຈິງຢ່າງທີສອງ ແມ່ນຄຳສອນໃນແຜນແຫ່ງຄວາມລອດ. ຜ່ານທາງສາດສະດາໂຈເຊັບ ສະມິດ, ພຣະເຈົ້າໄດ້ມອບພຣະຄຳພີມໍມອນ, ພຣະຄຳພີຄຳສອນ ແລະ ພັນທະສັນຍາ, ແລະ ຄຳສອນເພີ່ມເຕີມຫລາຍຢ່າງໃຫ້ສາດສະໜາຈັກ. ສິ່ງເຫລົ່ານັ້ນ ແມ່ນຮ່ວມດ້ວຍຄວາມຮູ້ເຖິງແຜນແຫ່ງຄວາມລອດ, ຊຶ່ງເປັນແຜນທີ່ບອກເຖິງບ່ອນທີ່ເຮົາໄດ້ຈາກມາ, ເຖິງຈຸດປະສົງຂອງເຮົາຢູ່ໃນໂລກນີ້, ແລະ ເຖິງບ່ອນທີ່ເຮົາຈະໄປຫາເມື່ອເຮົາຕາຍໄປ. ແຜນດັ່ງກ່າວກໍຍັງບອກເຖິງມຸມມອງທີ່ດີເດັ່ນ ແລະ ນິລັນດອນນຳອີກ ວ່າເຮົາເປັນລູກໆທາງວິນຍານຂອງພຣະເຈົ້າ. ເມື່ອເຮົາເຂົ້າໃຈວ່າໃຜຄືພຣະບິດາເທິງສະຫວັນຂອງເຮົາ ແລະ ເຖິງຄວາມສຳພັນຂອງເຮົາກັບພຣະອົງ ແລະ ກັບພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດ, ແລ້ວເຮົາຈະຮັບຮູ້ພຣະບັນຍັດຂອງພວກພຣະອົງ ແລະ ເຮັດພັນທະສັນຍານຳພວກພຣະອົງ ອັນທີ່ຈະພາເຮົາກັບຄືນໄປສູ່ທີ່ປະທັບນິລັນດອນຂອງພວກພຣະອົງ.
ທຸກເທື່ອທີ່ຂ້າພະເຈົ້າໄດ້ອູ້ມແອນ້ອຍ, ຂ້າພະເຈົ້າຈະຖາມໃນໃຈສະເໝີວ່າ: “ແອນ້ອຍເອີຍ, ເຈົ້າແມ່ນໃຜ? ເຈົ້າຈະກາຍເປັນຄົນແບບໃດ ຜ່ານການຊົດໃຊ້ຂອງພຣະຄຣິດ?”
ເຮົາຈະຖາມຄຳຖາມທີ່ຄ້າຍຄືກັນນີ້ ເມື່ອບາງຄົນທີ່ເຮົາຮັກໄດ້ຕາຍໄປ: “ເຂົາເຈົ້າຢູ່ໃສ? ເຂົາເຈົ້າເຫັນຫຍັງ ແລະ ປະສົບການກັບສິ່ງໃດ? ຊີວິດມີຢູ່ຕໍ່ໄປບໍ? ສະພາບຂອງຄວາມສຳພັນທີ່ເຮົາທະນຸຖະໜອມ ໃນໂລກວິນຍານຂອງຄົນຕາຍ ຈະເປັນແນວໃດ?”
ໃນໂລກວິນຍານ, ຄອບຄົວຂອງພວກຂ້າພະເຈົ້າມີຫລານສາວສອງຄົນ, ນາງ ແຊຣາ ແລະ ນາງ ເອັມມະລີ, ແລະ ຫລານຊາຍໜຶ່ງຄົນ, ທ້າວ ເນຕັນ. ໂດຍທີ່ເຫັນຫລານຈາກໂລກນີ້ໄປ, ຄອບຄົວຂອງຂ້າພະເຈົ້າ ໄດ້ພະຍາຍາມຍຶດໝັ້ນພຣະກິດຕິຄຸນໄວ້ດ້ວຍມືທັງສອງ. ຄຳຖາມຂອງພວກເຮົາໄດ້ຖືກຕອບ ດ້ວຍການປອບໂຍນ ແລະ ຄວາມແນ່ນອນໃຈ ຜ່ານການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ. ເຖິງແມ່ນພວກເຮົາຄິດຮອດຫລານເຫລົ່ານັ້ນ, ແຕ່ພວກເຮົາຮູ້ວ່າ ເຂົາເຈົ້າຍັງມີຊີວິດຢູ່, ແລະ ພວກເຮົາຮູ້ວ່າ ພວກເຮົາຈະເຫັນເຂົາເຈົ້າອີກ. ພວກເຮົາມີຄວາມກະຕັນຍູຫລາຍສຳລັບຄວາມເຂົ້າໃຈທາງວິນຍານເຫລົ່ານີ້ ໃນເວລາທີ່ຄອບຄົວຂອງພວກເຮົາຢູ່ໃນຄວາມໂສກເສົ້າ.
ຄວາມຈິງທີ່ສຳຄັນອີກຢ່າງໜຶ່ງໃນສາດສະໜາຈັກ ແມ່ນພຣະບິດາເທິງສະຫວັນໄດ້ສ້າງອາດາມ ແລະ ເອວາ ສຳລັບຈຸດປະສົງທີ່ສູງສົ່ງ. ມັນແມ່ນສິ່ງທີ່ເຂົາເຈົ້າໄດ້ຮັບມອບໝາຍ—ແລະ, ໃນທີ່ສຸດ, ໄດ້ຮັບມອບໝາຍໃຫ້ມີພົງພັນ—ເພື່ອສ້າງຮ່າງກາຍທີ່ເປັນມະຕະສຳລັບລູກໆທາງວິນຍານຂອງພຣະເຈົ້າ ເພື່ອວ່າເຂົາເຈົ້າຈະໄດ້ມີປະສົບການຢູ່ໃນໂລກມະຕະ. ຜ່ານການສ້າງດັ່ງກ່າວ, ພຣະບິດາເທິງສະຫວັນຈຶ່ງໄດ້ສົ່ງລູກໆທາງວິນຍານຂອງພຣະອົງມາສູ່ໂລກ ເພື່ອຮຽນຮູ້ ແລະ ເຕີບໂຕ ຜ່ານປະສົບການຂອງຊີວິດຢູ່ໃນໂລກ. ເພາະພຣະອົງຮັກລູກໆຂອງພຣະອົງ, ພຣະເຈົ້າຈຶ່ງໄດ້ສົ່ງອັກຄະທູດແຫ່ງສະຫວັນ ແລະ ອັກຄະສາວົກລົງມາ ເພື່ອສອນເຂົາເຈົ້າກ່ຽວກັບບົດບາດອັນສຳຄັນຂອງພຣະເຢຊູຄຣິດ ນັ້ນຄືການເປັນພຣະຜູ້ຊ່ອຍໃຫ້ລອດຂອງເຮົາ.
ຕະຫລອດຫລາຍສັດຕະວັດ, ສາດສະດາໄດ້ບັນລຸໜ້າທີ່ຂອງພວກເພິ່ນ ເມື່ອພວກເພິ່ນໄດ້ເຕືອນຜູ້ຄົນເຖິງໄພອັນຕະລາຍທີ່ມີຢູ່ຕໍ່ໜ້າພວກເຂົາ. ອັກຄະສາວົກຂອງພຣະຜູ້ເປັນເຈົ້າ ໄດ້ຖືກມອບໝາຍໃຫ້ເຝົ້າດູແລ, ເຕືອນ, ແລະ ເອື້ອມອອກໄປຊ່ອຍເຫລືອ ຄົນທີ່ສະແຫວງຫາຄຳຕອບໃຫ້ກັບຄຳຖາມໃນຊີວິດຂອງເຂົາເຈົ້າ.
ເມື່ອຊາວປີກ່ອນ, ຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງ ໄດ້ລະບຸໃບ “ຄອບຄົວ: ການປະກາດຕໍ່ໂລກ.” ໃນເອກະສານທີ່ດົນໃຈນັ້ນ, ພວກເຮົາໄດ້ມ້ວນທ້າຍດ້ວຍຖ້ອຍຄຳເຫລົ່ານີ້, “ພວກເຮົາຂໍເຕືອນວ່າ ຜູ້ໃດທີ່ລະເມີດກົດພົມມະຈັນ, ຜູ້ໃດທີ່ທຳຮ້າຍລູກເມຍ, ຫລື ຜູ້ໃດທີ່ບໍ່ເຮັດໜ້າທີ່ຂອງຕົນ ໃນການລ້ຽງດູຄອບຄົວ ຈະຖືກຕັດສິນໃສ່ໂທດຢູ່ຕໍ່ພຣະພັກຂອງພຣະເຈົ້າໃນມື້ໜຶ່ງ. ຍິ່ງໄປກວ່ານັ້ນ, ພວກເຮົາຂໍເຕືອນອີກວ່າ ການທຳລາຍຄອບຄົວຈະນຳໄພພິບັດມາສູ່ຕົວເອງ, ມາສູ່ບ້ານເມືອງ, ແລະ ມາສູ່ປະເທດຊາດ ດັ່ງທີ່ສາດສະດາທັງຫລາຍໃນສະໄໝບູຮານ ແລະ ໃນສະໄໝປະຈຸບັນກ່າວໄວ້.”5
ໃນຖານະທີ່ເປັນອັກຄະສາວົກ, ພວກເຮົາຂໍຢືນຢັນເຖິງຄຳເຕືອນທີ່ໜັກແໜ້ນ ໃນເວລານີ້ຄືນອີກ. ຈົ່ງຈື່ຈຳໄວ້ວ່າ ພຣະບັນຍັດ ແລະ ພັນທະສັນຍາ ເປັນຄວາມຈິງ ແລະ ຄຳສອນທີ່ມີຄ່າປະເສີດລ້ຳ ຖືກພົບເຫັນຢູ່ໃນເຮືອເກົ່າແກ່ແຫ່ງສີໂອນ, ບ່ອນທີ່ພຣະເຈົ້າເປັນຜູ້ຂັບເຮືອ.
ຄຳສອນທີ່ສຳຄັນຢ່າງໜຶ່ງ ທີ່ເຮົາຄວນຍຶດໝັ້ນໄວ້ ແມ່ນການຮັກສາວັນຊະບາໂຕໃຫ້ສັກສິດ. ສິ່ງນີ້ຈະ ຊ່ອຍເຮົາໃຫ້ສະອາດຈາກມົນທິນຂອງໂລກ, ໃຫ້ໂອກາດຮ່າງກາຍຂອງເຮົາໄດ້ມີເວລາພັກຜ່ອນ, ແລະ ໃຫ້ເຮົາມີໂອກາດນະມັດສະການພຣະບິດາ ແລະ ພຣະບຸດຂອງພຣະອົງ ທຸກໆວັນອາທິດ.6 ເມື່ອເຮົາຊື່ນຊົມໃນວັນຊະບາໂຕ, ມັນເປັນເຄື່ອງໝາຍເຖິງຄວາມຮັກຂອງເຮົາຕໍ່ພວກພຣະອົງ.7
ໃນຄວາມພະຍາຍາມເຮັດໃຫ້ວັນຊະບາໂຕເປັນວັນທີ່ຊື່ນຊົມ, ພວກເຮົາໄດ້ຂໍໃຫ້ຜູ້ນຳໃນທ້ອງຖິ່ນ ແລະ ສະມາຊິກຂອງສາດສະໜາຈັກ ຈື່ຈຳວ່າ ກອງປະຊຸມສິນລະລຶກ ເປັນຂອງພຣະຜູ້ເປັນເຈົ້າ ແລະ ຄວນເອົາໃຈໃສ່ຕໍ່ຄຳສອນຂອງພຣະອົງ. ພິທີສິນລະລຶກ ແມ່ນສຳລັບເຮົາທີ່ຈະໄດ້ຕໍ່ພັນທະສັນຍາຂອງເຮົາ ແລະ ຢືນຢັນຄວາມຮັກຂອງເຮົາຕໍ່ພຣະຜູ້ຊ່ອຍໃຫ້ລອດ ແລະ ຈະລະນຶກເຖິງການເສຍສະລະ ແລະ ການຊົດໃຊ້ຂອງພຣະອົງ.
ຄວາມຮູ້ສຶກທາງວິນຍານແຫ່ງການນະມັດສະການນີ້ ຄວນກະຈາຍໄປທົ່ວກອງປະຊຸມຖືສິນອົດເຂົ້າ ແລະ ສະແດງປະຈັກພະຍານທຸກໆເດືອນ. ກອງປະຊຸມສິນລະລຶກນີ້ ໄດ້ຖືກຈັດຂຶ້ນເພື່ອໃຫ້ສະມາຊິກມີໂອກາດສະແດງຄວາມກະຕັນຍູ, ສະແດງຄວາມຮັກ, ແລະ ຄວາມຂອບພຣະໄທຈັກບຶດໜຶ່ງ ສຳລັບພຣະບິດາເທິງສະຫວັນ, ພຣະເຢຊູຄຣິດ, ແລະ ສຳລັບພຣະກິດຕິຄຸນທີ່ໄດ້ຖືກຟື້ນຟູຄືນມາໃໝ່ ແລະ ເພື່ອກ່າວປະຈັກພະຍານສ່ວນຕົວເຖິງສິ່ງເຫລົ່ານີ້. ກອງປະຊຸມຖືສິນອົດເຂົ້າ ແລະ ສະແດງປະຈັກພະຍານ ເປັນເວລາທີ່ຈະແບ່ງປັນແນວຄິດທາງວິນຍານ ແລະ ສະແດງປະຈັກພະຍານທີ່ໜັກແໜ້ນ ຈັກບຶດໜຶ່ງ. ມັນບໍ່ແມ່ນເວລາທີ່ຈະກ່າວປາໄສ.
ເດັກທີ່ຍັງນ້ອຍຢູ່ ຄວນເຝິກການແບ່ງປັນປະຈັກພະຍານຂອງເຂົາ ຢູ່ໃນຊັ້ນປະຖົມໄວ ແລະ ກັບພໍ່ແມ່ ໃນການສັງສັນໃນຄອບຄົວ ຈົນກວ່າເຂົາເຂົ້າໃຈຄັກແນ່ ເຖິງຄວາມສຳຄັນຂອງການສະແດງປະຈັກພະຍານ.
ການເນັ້ນໜັກທີ່ຫາກໍກ່າວມານັ້ນ ເລື່ອງການເຮັດໃຫ້ວັນຊະບາໂຕເປັນວັນທີ່ຊື່ນຊົມ ແມ່ນການດົນໃຈທີ່ໄດ້ຮັບຈາກພຣະຜູ້ເປັນເຈົ້າ ຜ່ານທາງຜູ້ນຳຂອງສາດສະໜາຈັກ. ສະມາຊິກໃນສະພາຫວອດ ຄວນຊ່ອຍຝ່າຍອະທິການ ຫລາຍອາທິດລ່ວງໜ້າ ໂດຍການກວດກາເບິ່ງເພງ ແລະ ຫົວຂໍ້ ທີ່ຖືກແນະນຳ ສຳລັບກອງປະຊຸມສິນລະລຶກ ໃນແຕ່ລະເທື່ອ.
ເຮົາທຸກຄົນໄດ້ຮັບພອນ ເມື່ອວັນຊະບາໂຕເຕັມໄປດ້ວຍຄວາມຮັກຕໍ່ພຣະຜູ້ເປັນເຈົ້າ ໃນບ້ານ ແລະ ໃນໂບດ. ເມື່ອລູກໆຂອງເຮົາໄດ້ຮັບການສິດສອນ ໃນວິທີທາງຂອງພຣະຜູ້ເປັນເຈົ້າ, ພວກເຂົາຮູ້ຮຽນທີ່ຈະຮູ້ສຶກ ແລະ ຕອບຮັບພຣະວິນຍານຂອງພຣະອົງ. ເຮົາທຸກຄົນຈະຢາກ ໄປໂບດທຸກວັນອາທິດ ແລະ ຮັບສ່ວນສິນລະລຶກ ເມື່ອເຂົາເຈົ້າຮູ້ສຶກເຖິງພຣະວິນຍານຂອງພຣະຜູ້ເປັນເຈົ້າ. ແລະ ທຸກຄົນ ບໍ່ວ່າໜຸ່ມ ຫລື ເຖົ້າ, ຜູ້ທີ່ແບກພາລະອັນໜັກໜ່ວງ ຈະຮູ້ສຶກເບົາບາງລົງທາງວິນຍານ ແລະ ໄດ້ຮັບການປອບໂຍນ ທີ່ມາຈາກການອຸທິດຕົນໃນວັນຊະບາໂຕ ເພື່ອລະນຶກເຖິງພຣະບິດາເທິງສະຫວັນ ແລະ ອົງພຣະເຢຊູຄຣິດເຈົ້າ.
ໂຊກດີຫລາຍທີ່ພຣະຄຣິດສະຖິດຢູ່ໃກ້ສະເໝີ, ລໍຖ້າ ແລະ ເຕັມພຣະໄທ ທີ່ຈະຊ່ອຍເຫລືອເຮົາ ເມື່ອເຮົາພ້ອມແລ້ວທີ່ຈະກັບໃຈ ແລະ ມາຫາພຣະອົງ.
ບັດນີ້, ເມື່ອເຮົາໄຕ່ຕອງຄວາມຈິງສອງສາມຢ່າງ ທີ່ມີຢູ່ໃນເຮືອເກົ່າແກ່ແຫ່ງສີໂອນນັ້ນ, ຂໍໃຫ້ເຮົາຈົ່ງຢູ່ໃນເຮືອ ແລະ ຈື່ຈຳໄວ້ວ່າ ເຮືອດັ່ງກ່າວເປັນຍານພະຫະນະ ແລະ ຈຸດປະສົງຂອງຍານພະຫະນະ ແມ່ນເພື່ອພາເຮົາໄປເຖິງຈຸດໝາຍປາຍທາງ.
ຈຸດໝາຍປາຍທາງຂອງເຮືອຂອງເຮົາ ແມ່ນພອນອັນເຕັມປ່ຽມຂອງພຣະກິດຕິຄຸນ, ອານາຈັກສະຫວັນ, ລັດສະໝີພາບຊັ້ນສູງ, ແລະ ທີ່ປະທັບຂອງພຣະເຈົ້າ!
ພຣະເຈົ້າໄດ້ວາງແຜນໄວ້ແລ້ວ. ພຣະອົງເປັນຜູ້ຂັບເຮືອ, ແລະ ເຮືອທີ່ຍິ່ງໃຫຍ່ ແລະ ມີພະລັງຂອງພຣະອົງ ຈະເດີນໄປຂ້າງໜ້າ ສູ່ຄວາມລອດ ແລະ ຄວາມສູງສົ່ງ. ຈົ່ງຈື່ຈຳໄວ້ວ່າ ເຮົາບໍ່ສາມາດບັນລຸສິ່ງນີ້ໄດ້ ໂດຍການໂດດລົງຈາກເຮືອ ແລະ ພະຍາຍາມລອຍໄປເອງ.
ຄວາມສູງສົ່ງເປັນເປົ້າໝາຍຂອງການເດີນທາງໃນຊີວິດມະຕະນີ້, ແລະ ບໍ່ມີຄົນໃດໄປເຖິງ ປາດສະຈາກພຣະກິດຕິຄຸນຂອງພຣະເຢຊູຄຣິດ: ການຊົດໃຊ້, ພິທີການ, ແລະ ຫລັກທຳທີ່ນຳພາຂອງພຣະອົງ ຊຶ່ງພົບເຫັນຢູ່ໃນສາດສະໜາຈັກ.
ເຮືອນັ້ນຄືສາດສະໜາຈັກ ບ່ອນທີ່ເຮົາຮຽນຮູ້ກ່ຽວກັບວຽກງານຂອງພຣະເຈົ້າ ແລະ ຮັບເອົາພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າ ທີ່ຊ່ອຍເຮົາໃຫ້ລອດ. ໃນສາດສະໜາຈັກ ເຮົາໄດ້ເຮັດຄຳໝັ້ນສັນຍາ ແລະ ເຮັດພັນທະສັນຍາ ແຫ່ງຄອບຄົວນິລັນດອນ ຊຶ່ງຊ່ອຍເຮົາໃຫ້ໄດ້ຮັບຄວາມສູງສົ່ງ. ສາດສະໜາຈັກໄດ້ຮັບພະລັງຈາກຖານະປະໂລຫິດ ທີ່ຈະພາເຮົາຜ່ານຜ່າ ອຸປະສັກຕ່າງໆນາງໆ ໃນຊີວິດມະຕະນີ້.
ຂໍໃຫ້ເຮົາຈົ່ງມີຄວາມກະຕັນຍູຕໍ່ເຮືອເກົ່າແກ່ແຫ່ງສີໂອນຂອງເຮົາ, ເພາະຖ້າປາດສະຈາກເຮືອນີ້ ເຮົາຈະບໍ່ສາມາດເດີນໄປໜ້າ, ຈະຢູ່ໂດດດ່ຽວ ແລະ ສິ້ນຫວັງ, ຈະຖືກຊັດໄປມາ ໂດຍບໍ່ຮູ້ທິດທາງ, ຖືກພັດໄປຕາມລົມ ແລະ ຄື້ນຂອງຜູ້ປໍລະປັກ.
ອ້າຍເອື້ອຍນ້ອງທັງຫລາຍ, ຈົ່ງຍຶດໄວ້ໃຫ້ແໜ້ນ ແລະ ມຸ້ງໄປໜ້າ ຢູ່ໃນເຮືອທີ່ດີເດັ່ນນີ້, ຊຶ່ງເປັນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ແລະ ເຮົາຈະໄປເຖິງຈຸດໝາຍປາຍທາງນິລັນດອນຂອງເຮົາ. ນີ້ຄືປະຈັກພະຍານ ແລະ ຄຳອະທິຖານຂອງຂ້າພະເຈົ້າ ສຳລັບເຮົາທຸກຄົນ ໃນພຣະນາມຂອງພຣະອົງ ຜູ້ຊຶ່ງເຮືອເກົ່າແຫ່ງສີໂອນ ໄດ້ຖືກເອີ້ນຕາມ, ນັ້ນຄືພຣະເຢຊູຄຣິດ, ອາແມນ.