​2010–2019
ຜ່ານ​ສາຍພຣະ​ເນ​ດຂອງ​ພຣະ​ເຈົ້າ
ຕຸລາ 2015


7:0

ຜ່ານ​ສາຍພຣະ​ເນ​ດຂອງ​ພຣະ​ເຈົ້າ

ໃນການ​ຮັບ​ໃຊ້​ຄົນ​ອື່ນ​ຢ່າງ​ມີ​ປະ​ສິດ​ທິ​ພາບ, ​ເຮົາ​ຕ້ອງ​​ເບິ່ງ​ເຂົາ​ເຈົ້າຜ່ານ​ແວວ​ຕາ​ຂອງ​ພໍ່​ແມ່​, ຜ່ານ​ສາຍພຣະ​ເນດຂອງ​ພຣະບິດາ​ເທິງ​ສະຫວັນ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງຂອງ​ຂ້າ​ພະ​ເຈົ້າ, ຂອບ​ໃຈ​ຫລາຍໆ​ສຳລັບ​ການ​ສະໜັບສະໜູນ​ຂ້າພະ​ເຈົ້າ​ ​ໃນມື້​ວານ​ນີ້ ​ໃຫ້​ເປັນ​ສະມາຊິກ​ຂອງ​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ. ກາ​ນສະໜັບສະໜູນ​ຂອງ​ທ່ານ​ມີ​ຄວາມ​ໝາຍ​ຕໍ່​ຂ້າພະ​ເຈົ້າຫລາຍທີ່​ສຸດ. ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ, ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຕໍ່​ຜູ້ຍິງ​ສອງ​ຄົນ ​ໃນ​ຊີວິດ​ຂອງ​ຂ້າພະ​ເຈົ້າ: ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ, ​ຣຸດ, ​ແລະ ລູກ​ສາວ​ຂອງ​ພວກ​ຂ້າພະ​ເຈົ້າ, ແອັສ໌ລີ.

ການ​ເອີ້ນ​ທີ່​ຂ້າພະ​ເຈົ້າ​ໄດ້​ຮັບ ​ເປັນ​ຫລັກ​ຖານ​ເຖິງ​ພຣະຄຳ​ຂອງ​ພຣະຜູ້​ເປັນ​ເຈົ້າ ທີ່​ໄດ້​ກ່າວ​ໃນ​ຍຸກ​ໃໝ່​ນີ້ ທີ່​ວ່າ: ຄວາມ​ສົມບູນ​ຂອງ​ພຣະ​ກິດ​ຕິ​ຄຸນຂອງ​ພຣະອົງ​ຈະ​ຖືກ​ປ່າວ​ປະກາດ​ໂດຍ​ຄົນ​ທີ່​ອ່ອນແອ ແລະ ຄົນ​ທີ່​ຕ່ຳຕ້ອຍ​ຈົນ​ເຖິງ​ທີ່​ສຸດ​ຂອງ​ໂລກ.”1 ຂ້າພະ​ເຈົ້າກໍ​ເປັນ​ຄົນ​ໜຶ່ງ ທີ່​ອ່ອນ​ແອ ​ແລະ ຕ່ຳ​ຕ້ອຍ​ນັ້ນ. ​ຕອນ​ຂ້າພະ​ເຈົ້າ​ໄດ້​ຖືກ​ເອີ້ນ​​ໃຫ້​ເປັນ​ອະທິການ​ຢູ່​ໃນ​ຫວອດ​ແຫ່ງ​ໜຶ່ງ​ໃນ​ພາກ​ຕາ​ເວັນ​ອອກ ຂອງ​ສະຫະລັດ, ອ້າຍ​ຜູ້​ມີ​ອາຍຸ​ສູງ​ກວ່າ​ຂ້າພະ​ເຈົ້າໜ້ອຍ​ໜຶ່ງ ​ແລະ ສະຫລາດ​ກວ່າ ​ໄດ້​ໂທ​ຫາ​ຂ້າພະ​ເຈົ້າ. ລາວ​ໄດ້​ເວົ້າວ່າ, “ພຣະ​ຜູ້​ເປັນ​ເຈົ້າໄດ້​ເອີ້ນ​ເຈົ້າ ​ບໍ່​ແມ່ນເພາະ​ສິ່ງ​ທີ່​ເຈົ້າ​​ເຄີຍ​ໄດ້​ເຮັດ. ​ໃນ​ກໍລະນີ​ຂອງ​ເຈົ້າ, ອາດ​ເປັນ​ວ່າ ພຣະອົງ​​ໄດ້​ເອີ້ນ​ເຈົ້າ ​ເຖິງ​ແມ່ນວ່າ​ເຈົ້າ​ເຄີຍ​ໄດ້​ເຮັດ. ພຣະຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ເຈົ້າ ​ເພື່ອ​​ໃຫ້​ເຈົ້າຊ່ອຍ​ເຮັດ​ສິ່ງ​ທີ່​ພຣະອົງ​ປະສົງ ຜ່ານ​ທາງ​ເຈົ້າ, ​ແລະ ມັນ​ຈະ​ເກີດ​ຂຶ້ນ ຖ້າ​ຫາກ​ເຈົ້າ​ເຮັດ​ຕາມ​ວິທີ​ທາງ​ຂອງ​ພຣະອົງ.” ຂ້າພະ​ເຈົ້າ​ໄດ້​ຮັບ​​ເອົາຄຳ​ສັ່ງສອນ​ຈາກ​ອ້າຍ ​ແລະ ນຳ​ໃຊ້​ມັນ​ຫລາຍ​ຂຶ້ນ​ໃນ​ທຸກ​ວັນ​ນີ້.

ມີບາງ​ສິ່ງ​ທີ່ປະ​ເສີດ​ໄດ້​ເກີດ​ຂຶ້ນ ​ໃນ​ການ​ຮັບ​ໃຊ້​ເຜີຍ​ແຜ່ ຕອນ​​ບຸກຄົນ​ຮູ້ສຶກ​ວ່າ ການ​ເອີ້ນ​ນັ້ນ ບໍ່​ແມ່ນ​ກ່ຽວ​ກັບ​ຕົວ​ເອງ, ​ແຕ່​ແມ່ນ​ກ່ຽວ​ກັບ​ພຣະຜູ້​ເປັນ​ເຈົ້າ, ກ່ຽວ​ກັບ​ວຽກ​ງານ​ຂອງ​ພຣະອົງ, ​ແລະ ກ່ຽວ​ກັບ​ລູກໆ​ຂອງ​ພຣະບິດາ​ເທິງ​ສະຫວັນ. ຂ້າພະ​ເຈົ້າຮູ້ສຶກ​ວ່າ ມັນ​ເປັນຄວາມ​ຈິງ ສຳລັບ​ອັກຄະ​ສາວົກ. ບໍ່​ວ່າການ​ມອບ​ໝາຍ ຫລື ການ​ເອີ້ນ​ຢູ່​ໃນ​ສາດສະໜາ​ຈັກ ຈະ​ເປັນອັນ​ໃດ​ກໍ​ຕາມ, ​ເພື່ອ​ໃຫ້​ຮັບ​ໃຊ້, ບຸກຄົນ​ຕ້ອງ​ຮັບ​ໃຊ້ ​ໂດຍ​ທີ່​ຮູ້​ວ່າ ທຸກ​ຄົນ​ທີ່​ຕົນຮັບ​ໃຊ້ “ເປັນ​ບຸດ ​ແລະ ທິດາ ທາງ​ວິນ​ຍານ​ຂອງ​ພຣະບິດາ​ມານ​ດາ​ໃນ​ສະຫວັນ, ​ແລະ ​ເຂົາ​ເຈົ້າ ... ມີ​ທຳ​ມະ​ຊາດ​ແຫ່ງ​ສະຫວັນ ​ແລະ ຈຸດໝາຍ​ປາຍທາງ.”2

​ໃນ​ອາຊີບ​ເກົ່າ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ເຄີຍ​ເປັນ​ໝໍ​ຊ່ຽວຊານ​ກ່ຽວ​ກັບ​ພະຍາດຫົວ​ໃຈ ​ແລະ ຊ່ຽວຊານ​ເລື່ອງ​ການປ່ຽນຫົວ​ໃຈ. ນັບ​ແຕ່​ຄົນ​ໄຂ້​ຫລາຍ​ຄົນ ມີອາການ​ເຈັບ​ໜັກ​ທີ່​ສຸດ, ຂ້າພະ​ເຈົ້າຈຶ່ງ​ໄດ້​ເຫັນ​ຫລາຍ​ຄົນ​ໄດ້​ເສຍ​ຊີວິດ​ໄປ. ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ​ໄດ້​ເວົ້າຢອກ​ວ່າ ການ​ເປັນ​ຄົນ​ໄຂ້​ຂອງ​ຂ້າພະ​ເຈົ້າ ​​ແມ່ນ​ສ່ຽງ​ຫລາຍ. ​ເພາະ​ປະສົບ​ການ​ຂອງ​ຂ້າພະ​ເຈົ້າກັບ​ຄົນ​ໄຂ້​ເຫລົ່ານັ້ນ, ຂ້າພະ​ເຈົ້າຈຶ່ງ​ໄດ້ຫັກ​ຫ້າມ​ໃຈ ບໍ່​ໃຫ້​ຕົນ​ເອງ ​ໂສກ​ເສົ້າຫລາຍ ກັບ​ເຫດການ​ທີ່​ເກີດ​ຂຶ້ນ. ​ໃນ​ທາງ​ນີ້, ຄວາມ​ຮູ້ສຶກ​ໂສກ​ເສົ້າ ​ແລະ ຄວາມຜິດ​ຫວັງ ຈຶ່ງ​ມີ​ໜ້ອຍ​ລົງ.

​ໃນ​ປີ 1986, ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຊື່ ແຈດ ​ໄດ້​ເກີດ​ຫົວ​ໃຈ​ວາຍ ​ແລະ ​ໄດ້​ຮັບ​ການຜ່າຕັດປ່ຽນ​ຫົວ​ໃຈ. ຫລັງ​ຈາກ​ນັ້ນ ລາວ​ກໍ​ມີ​ສຸຂະພາບ​ດີ​ ປະມານ​ສິບຫ້າ​ປີ. ແຈດ ກໍ​ໄດ້​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ ​ເພື່ອ​ຮັກສາ​ສຸຂະພາບ​ ​ແລະ ​ໃຊ້​ຊີວິດ​ແບບ​ຄົນ​ທົ່ວ​ໄປ ​ເທົ່າ​ທີ່​ຈະ​ສາມາດ​ເຮັດ​ໄດ້. ລາວ​ໄດ້​ໄປ​ສອນສາດ​ສະໜາ, ​ໄດ້​ທຳ​ງານ, ​ແລະ ​ໄດ້​ເປັນ​ລູກ​ຊາຍ​ທີ່​ອຸທິດ​ຕົນ​ຕໍ່​ພໍ່​ແມ່​ຂອງ​ລາວ. ​ໄລຍະ​ສອງ​ສາມ​ປີ​ສຸດ​ທ້າຍ​ຂອງ​ລາວ, ​​ແມ່ນ​ມີ​ການ​ທ້າ​ທາຍ​ຫລາຍ, ລາວ​ໄດ້​ທຽວ​ເຂົ້າ​ໂຮງໝໍ​ຢູ່​ເລື້ອຍໆ.

​ແລງ​ຄືນ​ໜຶ່ງ, ລາວ​ໄດ້​ຖືກ​ພາ​ໄປ​ຫ້ອງ​ສຸກ​ເສີນ​ ​ເພາະ​ຫົວ​ໃຈ​ເຊົາ​ທຳ​ງານ. ​ຂ້າພະ​ເຈົ້າກັບ​ໝໍ​ຄົນ​ອື່ນໆ ກໍ​ໄດ້​ພະຍາຍາມຊົ່ວ​ໄລຍະ​ໜຶ່ງ ​ເພື່ອ​ປັ້ມຫົວ​ໃຈ​ຂອງລາວ​. ​ໃນ​ທີ່​ສຸດ, ​​ເຫັນ​ໄດ້​ວ່າ ແຈດ ຈະ​ບໍ່​ຟື້ນ. ພວກ​ເຮົາ​ໄດ້​ຢຸດ​ການ​ຊ່ອຍ​ຟື້ນ, ​ແລະ ຂ້າພະ​ເຈົ້າ​ໄດ້​ປະກາດ​ການ​ຕາຍ​ຂອງ​ລາວ. ​ເຖິງ​ແມ່ນ​ໂສກ​ເສົ້າ ​ແລະ ສິ້ນ​ຫວັງ, ຂ້າພະ​ເຈົ້າ​ໄດ້​ຄິດ​ໃນ​ໃຈ​ວ່າ, “ແຈດ ​ໄດ້​ມີ​ຊີວິດ​ທີ່ດີ. ​ລາວ​ໄດ້​ມີ​ຊີວິດ​ຢູ່​ຫລາຍ​ປີ, ຫລາຍ​ກວ່າ​ທີ່​ລາວ​ຄວນ​ມີ.” ຄວາມ​ຮູ້ສຶກ​ທີ່​ຫ່າງ​ໄກ​ນັ້ນ ​ໄດ້​ສະຫລາຍ​ໄປ ​ເມື່ອ​ພໍ່​ແມ່​ຂອງ​ລາວ​ໄດ້​ເຂົ້າມາ​ໃນ​ຫ້ອງ​ສຸກ​ເສີນ ​ແລະ ​ເຫັນ​ຮ່າງກາຍ​ທີ່​ປາດ​ສະ​ຈາກ​ວິນ​ຍານ​ຂອງ​ລູກ ນອນ​ຢູ່​ເທິງ​ຕຽງ. ​ເປັນ​ເທື່ອ​ທຳ​ອິດ, ຂ້າພະ​ເຈົ້າ​ໄດ້​ເຫັນ ແຈດ ຜ່ານ​ແວວ​ຕາ​ຂອງ​ພໍ່​ແມ່​ຂອງ​ລາວ. ຂ້າພະ​ເຈົ້າ​ໄດ້​ເຫັນ​ຄວາມ​ຫວັງ ​ແລະ ຄວາມ​ຄາດ​ຫວັງ ທີ່​ເຂົາ​ເຈົ້າມີ​ສຳລັບ​ລາວ, ​ໄດ້​ເຫັນ​ເຖິງ​ຄວາມ​ປາດ​ຖະໜາ​ຂອງ​ເຂົາ​ເຈົ້າ ທີ່​ຢາກ​ໃຫ້​ລາວ​ມີ​ຊີວິດ​ຢູ່​ຕື່ມ​ອີກ​ຈັກໜ້ອຍ​ໜຶ່ງ, ​ແລະ ມີ​ຊີວິດ​ທີ່​ດີກ​ວ່າ​ນັ້ນອີກ. ​ເມື່ອ​ຮູ້​ເຖິງ​ສິ່ງ​ນັ້ນ, ຂ້າພະ​ເຈົ້າ​ໄດ້​ນ້ຳຕາ​ໄຫລ. ​​ຂ້າພະ​ເຈົ້າຈື່​ບໍ່​ລືມ, ແທນ​ທີ່​ຂ້າພະ​ເຈົ້າຈະ​​ເປັນ​ຜູ້ປອບ​ໃຈ​ພໍ່​ແມ່​ຂອງ​ທ້າວ ແຈດ, ​ແຕ່​ເຂົາ​ເຈົ້າ​ໄດ້​​ເປັນ​ຜູ້ປອບ​ໃຈ​ຂ້າພະ​ເຈົ້າ.

ບັດ​ນີ້ ຂ້າພະ​ເຈົ້າຮູ້​ເຖິງ​ຜົນ​ສະທ້ອນ​ຂອງ​ການ​ຮັບ​ໃຊ້​ຄົນ​ອື່ນ, ​ເຮົາ​ຕ້ອງ​ເຫັນ​ເຂົາ​ເຈົ້າຜ່ານ​ແວວ​ຕາ​ຂອງ​ພໍ່​ແມ່​ຂອງ​ເຂົາ​ເຈົ້າ, ຜ່ານ​ສາຍພຣະ​ເນດຂອງ​ພຣະບິດາ​ເທິງ​ສະຫວັນ. ​ແລ້ວ​ເຮົາ​ຈະ​ເລີ່​ມຕົ້ນ​ເຂົ້າ​ໃຈ​ຄຸນຄ່າ​ຂອງ​ຈິດ​ວິນ​ຍານ​ແທ້ໆ. ​ແລ້ວ​ເຮົາ​ຈະ​ຮູ້​ເຖິງ​ຄວາມ​ຮັກ ທີ່​ພຣະບິດາ​ເທິງ​ສະຫວັນມີ​ຕໍ່​ລູກໆ​ຂອງ​ພຣະອົງ. ​ແລ້ວ​ເຮົາ​ຈະ​ຮູ້ສຶກ​ເຖິງ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ທີ່​ມີ​ຕໍ່​ເຮົາ. ​ເຮົາ​ບໍ່​ສາມາດ​ບັນລຸ​ພັນທະ​ສັນຍາ​ຂອງ​ເຮົາ ທີ່​ຈະ​ເປັນ​ທຸ​ກ ກັບ​ຄົນ​ທີ່​ເປັນ​ທຸກ ຜູ້​ຕ້ອງການ ການ​ປອບ​ໂຍນ ຍົກ​ເວັ້ນ​ແຕ່​ເຮົາ​ຈະ​ເຫັນ​ເຂົາ​ເຈົ້າຜ່ານ​ສາຍພຣະ​ເນ​ດຂອງ​ພຣະ​ເຈົ້າ.3 ມຸມມອງ​ອັນ​ກວ້າງ​ຂວາງ​ນີ້ ຈະ​ເປີດ​ໃຈ​ເຮົາ ​ໃຫ້​ເຫັນ​ຄວາມ​ຜິດ​ຫວັງ, ຄວາມ​ຢ້ານ​ກົວ, ​ແລະ ຄວາມ​​ໂສກ​​ເສົ້າ. ​ແຕ່​ພຣະບິດາ​ເທິງ​ສະຫວັນ​ຈະ​ຊ່ອຍ​ເຫລືອ ​ແລະ ປອບ​ໂຍນ​ເຮົາ, ​ເຊັ່ນ​ດຽວ​ກັບ​ພໍ່​ແມ່​ຂອງ​ທ້າວ ແຈດ ​ໄດ້​ປອບ​ໂຍນ​ຂ້າພະ​ເຈົ້າ ​ຢູ່​ໃນ​ຫ້ອງ​ສຸກ​ເສີນ ​ເມື່ອ​ຫລາຍ​ປີ​ກ່ອນ. ​ເຮົາ​ຕ້ອງ​ມີ​ຕາ​ທີ່​ສາມາດ​ເຫັນ, ມີ​ຫູ​ທີ່​ສາມາດ​ໄດ້​ຍິນ, ​ແລະ ​ມີ​ໃຈ​ທີ່​​ສາ​ມາດຮູ້​ຈັກ ​ແລະ ຮູ້ສຶກ ຖ້າ​ຫາກ​ເຮົາ​ຢາກ​ບັນລຸ​ການ​ຊ່ອຍ​ກູ້ ຊຶ່ງ​ປະທານທອມມັສ ແອັສ ມອນສັນ ​ໄດ້​ຊຸກຍູ້​​ເລື້ອຍໆ.4

ພຽງ​ແຕ່​ເມື່ອ​ເຮົາ​ເຫັນ​ຜ່ານ​ທາງ​ສາຍພຣະ​ເນ​ດຂອງ​ພຣະບິດາ​ເທິງ​ສະຫວັນ​ເທົ່າ​ນັ້ນ, ​ເຮົາ​ຈຶ່ງ​ຈະ​ສາມາດ​​ເຕັມ​ໄປ​ດ້ວຍ “ຄວາມ​ຮັກ​ອັນ​ບໍລິສຸດ​ຂອງ​ພຣະຄຣິດ.”5 ທຸກ​ມື້​ ​ເຮົາ​ຄວນ​ອ້ອນວອນ​ກັບ​ພຣະບິດາ ​​ສຳລັບ​ຄວາມ​ໃຈ​ບຸນ​ນີ້. ມໍ​ມອນໄດ້​ແນະນຳ​ວ່າ: “ດັ່ງນັ້ນ, ພີ່ນ້ອງ​ທີ່​ຮັກ​ຂອງ​ຂ້າພະ​ເຈົ້າ, ຈົ່ງ​ອະທິຖານ​ຫາ​ພຣະບິດາ​ດ້ວຍ​ສຸດ​ພະລັງ​ແຫ່ງ​ໃຈ, ​ເພື່ອ​ທ່ານ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ນີ້, ຊຶ່ງ​ພຣະອົງ​ປະທານ​ໃຫ້​ທຸກ​ຄົນ ຊຶ່ງ​ເປັນ​ຜູ້​ຕິດຕາມ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ​ຄຣິດ, ພຣະບຸດ​ຂອງ​ພຣະອົງ.”6

ດ້ວຍ​ສຸດ​ໃຈ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າຢາກ​ເປັນ​ຜູ້​ຕິດຕາມ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ​ຄຣິດ.7 ຂ້າພະ​ເຈົ້າຮັກ​ພຣະອົງ. ຂ້າພະ​ເຈົ້າທະນຸ​ຖະໜອມ​ພຣະອົງ. ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ຄວາມ​ເປັນ​ຈິງ​ຂອງ​ພຣະອົງ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະອົງ​ເປັນ​ຜູ້​ທີ່​ຖືກ​ເຈີ​ມ​ໄວ້, ​ເປັນ​ພຣະ​ເມ​ຊີ​ອາ. ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ຄວາມ​ເມດ​ຕາ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະອົງ, ​ເຖິງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ​ແລະ ​​ເຖິງ​ຄວາມ​ຮັກ​ຂອງ​ພຣະອົງ. ຂ້າພະ​ເຈົ້າຂໍ​ຕື່ມ​ປະຈັກ​ພະຍານ​ຂອງ​ຂ້າພະ​ເຈົ້າ ​ໃສ່​ກັບ​ຂອງ​ອັກຄະ​ສາວົກ, ຊຶ່ງ​ໄດ້​ກ່າວ​ໃນ​ປີ 2000, “ວ່າ ພຣະ​ເຢຊູ ​ເປັນ​ພຣະຄຣິດທີ່​ຊົງ​ພຣະຊົນ​ຢູ່, ​ເປັນ​ພຣະບຸດອະມະຕະ​ຂອງ​ພຣະ​ເຈົ້າ. ... ພຣະອົງ​ເປັນຄວາມ​ສະຫວ່າງ, ​ເປັນ​ຊີວິດ, ​ແລະ ​ເປັນຄວາມ​ຫວັງຂອງ​ໂລກ.”8

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະຜູ້​ເປັນ​ເຈົ້າທີ່​ໄດ້​ຟື້ນ​ຄືນ​ພຣະຊົນ​ແລ້ວ ​ໄດ້​ມາ​ປະກົດ ພ້ອມ​ດ້ວຍ​ພຣະ​ເຈົ້າ ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ, ​ໃນ​ປີ 1820 ຢູ່​ໃນ​ປ່າ​ແຫ່ງ​ໜຶ່ງ ​ໃນ​ລັດນິວ​ຢອກ, ຕາມ​ທີ່​ ໂຈ​ເຊັບ ສະ​ມິດ ​ໄດ້​ກ່າວ. ຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິ​ດມີ​ຢູ່​ໃນ​ໂລກ​ທຸກ​ວັນ​ນີ້ ​ເພື່ອ​​ເຮັດ​ພິທີການ​ຊ່ອຍ​ໃຫ້​ລອດ ​ແລະ ​​ແຫ່ງ​ຄວາມ​ສູງ​ສົ່ງ. ຂ້າພະ​ເຈົ້າຮູ້​ສິ່ງ​ນີ້. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ Doctrine and Covenants 1:23.

  2. “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” Liahona, Nov. 2010, 129; ອ່ານ​ໂດຍ​ປະ​ທານ​ກໍ​ດອນ ບີ ຮິງ​ລີ ເປັນ​ພາກ​ສ່ວນ​ໜຶ່ງ​ໃນ​ຄຳ​ປາ​ໄສ​ຂອງ​ເພິ່ນ ຢູ່​ໃນ​ກອງ​ປະ​ຊຸມ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ ຊຶ່ງ​ໄດ້​ຈັດ​ຂຶ້ນ​ເມື່ອ​ວັນ​ທີ 23 ເດືອນ​ກັນຍາ, 1995, ​ໃນ​ເມືອງ​ເຊົາເລັກ.

  3. ເບິ່ງ ໂມ​ໄຊ​ຢາ 18:8–10.

  4. ເບິ່ງ, ຍົກ​ຕົວ​ຢ່າງ, Thomas S. Monson, “To the Rescue,” Liahona, July 2001, 57–60; “Our Responsibility to Rescue,” Liahona,  Oct. 2013, 4–5. ປະທານມອນສັນ ໄດ້ກ່າວ​ເນັ້ນ​ຄວາມ​ຄິດ​ເຫລົ່າ​ນີ້ ໃນ​ຂ່າວ​ສານ​ຂອງ​ເພິ່ນ ຕໍ່​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່ ເມື່ອ​ວັນ​ທີ 30 ເດືອນ​ກັນ​ຍາ, 2015, ເຕືອນ​ຜູ້​ທີ່​ມາ​ຮ່ວມ​ປະ​ຊຸມ​ວ່າ ເພິ່ນ​ໄດ້​ເນັ້ນ​ຂ່າວ​ສານ ທີ່​ເພິ່ນ​ໄດ້​ກ່າວ​ຕໍ່​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່ ແລະ ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ​ ໃນ​ກອງ​ປະ​ຊຸມ​ອົບ​ຮົມຄືນ​ໃໝ່ ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ ປີ 2009.

  5. ໂມ​ໂຣ​ໄນ 7:47.

  6. ໂມ​ໂຣ​ໄນ 7:48.

  7. ເບິ່ງ Doctrine and Covenants 18:27–28 :

    ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ອັກຄະ​ສາວົກ​ສິບ​ສອງ​ຈະ​ເປັນສານຸສິດ​ຂອງ​​ພຣະ​ອົງ, ​ແລະ ​ພວກ​ເພິ່ນຈະຮັບ​ເອົາ​ພຣະນາມ​ຂອງ​​ພຣະ​ອົງໄວ້; ​ແລະ ອັກຄະ​ສາວົກ​ສິບ​ສອງຄື​ຜູ້​ທີ່ຈະ​ມີ​ຄວາມ​ປາດຖະໜາ​ທີ່​ຈະ​ຮັບ​ເອົາ​​ພຣະນາມ​ຂອງ​​ພຣະ​ອົງ​ດ້ວຍຄວາມມຸ້ງ​ໝາຍ​ເຕັມທີ່​ແຫ່ງ​ໃຈ.

    ​ແລະ ຖ້າຫາກ​ພວກ​ເພິ່ນມີ​ຄວາມ​ປາດຖະໜາ​ທີ່​ຈະ​ຮັບ​ເອົາ​ພຣະ​ນາມ​ຂອງ​​ພ​ຣະ​ອົງດ້ວຍຄວາມມຸ້ງ​ໝາຍ​ເຕັມທີ່​ແຫ່ງ​ໃຈ, ​ແລ້ວພວກ​ເພິ່ນ​ຈະ​ຖືກ​ເອີ້ນ​ໃຫ້​ໄປ​ທົ່ວໂລກ​ເພື່ອ​ສັ່ງສອນພຣະກິດ​ຕິ​ຄຸນ​ຂອງ​ພຣະ​ອົງແກ່​ມະນຸດ​ສະ​ໂລກ​ທັງ​ໝົດ.

  8. “The Living Christ: The Testimony of the Apostles,” Liahona, Apr. 2000, 3. ໃນ​ການ​ອ້າງ​ເຖິງ​ຖ້ອຍ​ຄຳ​ເຫລົ່າ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ລົງ​ລາຍ​ເຊັນ​ຢູ່​ໃນ​ໃຈ ໄວ້ໃນ​ເອ​ກະ​ສານ, ເປັນ​ພະ​ຍານ​ເຖິງ​ປະ​ຈັກ​ພະ​ຍານ​ອັນ​ດຽວ​ກັນ​ນັ້ນ ດັ່ງ​ທີ່​ອັກ​ຄະ​ສາ​ວົກ​ໄດ້​ໃຫ້​ໄວ້.