ມີສິ່ງໃດອີກແດ່ທີ່ຂ້ານ້ອຍຍັງຂາດຢູ່?
ຖ້າຫາກເຮົາເປັນຄົນຖ່ອມຕົວ ແລະ ສອນງ່າຍ, ພຣະວິນຍານຈະນຳພາເຮົາກັບເມືອບ້ານ, ແຕ່ເຮົາຈຳເປັນຕ້ອງທູນຖາມການຊີ້ນຳທາງຈາກພຣະຜູ້ເປັນເຈົ້າຂະນະທີ່ເດີນທາງໄປ.
ຕອນຂ້າພະເຈົ້າເປັນຊາຍໜຸ່ມ, ຂ້າພະເຈົ້າໄດ້ເລີ່ມສົນໃຈສາດສະໜາຈັກ. ໃນຕອນຕົ້ນຂ້າພະເຈົ້າຕິດໃຈພຣະກິດຕິຄຸນເພາະຕົວຢ່າງຂອງໝູ່ເພື່ອນໄພ່ພົນຍຸກສຸດທ້າຍ, ແຕ່ໃນທີ່ສຸດຂ້າພະເຈົ້າຕິດໃຈນຳຄຳສອນທີ່ແຕກຕ່າງ. ເມື່ອຂ້າພະເຈົ້າໄດ້ຮຽນຮູ້ວ່າບັນດາຊາຍຍິງສາມາດກ້າວໄປໜ້າໄດ້ ແລະ ໃນທີ່ສຸດ ກາຍເປັນເໝືອນດັ່ງ ພຣະບິດາມານດາແຫ່ງສະຫວັນຂອງເຮົາໄດ້, ຂ້າພະເຈົ້າໄດ້ແປກປະຫລາດໃຈແທ້ໆ. ຂ້າພະເຈົ້າມັກຄວາມຄິດນັ້ນຫລາຍ; ມັນໄດ້ຮູ້ສຶກວ່າເປັນຄວາມຈິງສຳລັບຂ້າພະເຈົ້າ.
ບໍ່ດົນຫລັງຈາກການຮັບບັບຕິສະມາຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ສຶກສາຄຳເທດສະໜາເທິງໂນນພູ, ແລະ ຂ້າພະເຈົ້າໄດ້ຮັບຮູ້ວ່າພຣະເຢຊູໄດ້ສອນຄວາມຈິງດຽວກັນນັ້ນກ່ຽວກັບຄວາມກ້າວໜ້ານິລັນດອນໃນພຣະຄຳພີສັກສິດ. ພຣະອົງໄດ້ກ່າວວ່າ, “ເຈົ້າທັງຫລາຍຕ້ອງເປັນຄົນດີທີ່ສຸດ ເໝືອນຢ່າງພຣະບິດາຂອງເຈົ້າຜູ້ສະຖິດຢູ່ໃນສະຫວັນເປັນຜູ້ທີ່ດີທີ່ສຸດ.”1
ໃນເວລານີ້ຂ້າພະເຈົ້າໄດ້ເປັນສະມາຊິກ 40 ປີແລ້ວ, ແລະ ເມື່ອໃດກໍຕາມທີ່ຂ້າພະເຈົ້າໄດ້ອ່ານພຣະຄຳພີຂໍ້ນີ້, ຂ້າພະເຈົ້າຖືກເຕືອນໃຈເຖິງຈຸດປະສົງຂອງເຮົາຢູ່ເທິງໂລກນີ້. ເຮົາໄດ້ມາທີ່ນີ້ເພື່ອຮຽນຮູ້ ແລະ ປັບປຸງເທື່ອລະເລັກເທື່ອລະນ້ອຍ ຈົນວ່າໃນທີ່ສຸດເຮົາຖືກເຮັດໃຫ້ສະອາດ ຫລື ໃຫ້ດີພ້ອມໃນພຣະຄຣິດ.
ການເດີນທາງແຫ່ງການເປັນສານຸສິດບໍ່ໄດ້ເປັນເລື່ອງງ່າຍ. ມັນໄດ້ຖືກເອີ້ນວ່າ “ໂຄງການສຶກສາຂອງການປັບປຸງທີ່ສະໝ່ຳສະເໝີ.”2 ຂະນະທີ່ເຮົາເດີນທາງໄປໃນທາງຄັບ ແລະ ແຄບ, ພຣະວິນຍານຈະທ້າທາຍໃຫ້ເຮົາເປັນຄົນດີຂຶ້ນ ແລະ ກ້າວໄປໜ້າຢູ່ຕໍ່ໄປ. ພຣະວິນຍານບໍລິສຸດເປັນເພື່ອນເດີນທາງທີ່ເໝາະສົມດີ. ຖ້າຫາກເຮົາເປັນຄົນຖ່ອມຕົວ ແລະ ສອນງ່າຍ, ພຣະອົງຈະຈັບມືເຮົາ ແລະ ນຳພາເຮົາກັບເມືອບ້ານ.
ເຖິງຢ່າງໃດກໍຕາມ, ເຮົາຈຳເປັນຕ້ອງທູນຖາມການຊີ້ນຳທາງຈາກພຣະຜູ້ເປັນເຈົ້າຂະນະທີ່ເດີນທາງໄປ. ເຮົາຕ້ອງທູນຖາມຄຳຖາມທີ່ຍາກບາງຢ່າງ, ດັ່ງເຊັ່ນ “ເຮົາຈຳເປັນຕ້ອງປ່ຽນແປງຫຍັງແດ່?” “ເຮົາຈະປັບປຸງໄດ້ແນວໃດ?” “ຄວາມອ່ອນແອຫຍັງແດ່ທີ່ຕ້ອງໄດ້ຮັບຄວາມເຂັ້ມແຂງ?”
ໃຫ້ເຮົາມາພິຈາລະນາເລື່ອງລາວໃນພຣະຄຳພີໃໝ່ ເຖິງຜູ້ປົກຄອງໜຸ່ມທີ່ຮັ່ງມີຄົນໜຶ່ງ. ລາວເປັນຊາຍໜຸ່ມ ຜູ້ທີ່ໄດ້ຮັກສາພຣະບັນຍັດສິບປະການຢູ່ແລ້ວ, ແຕ່ລາວຢາກກາຍເປັນຄົນດີກວ່າເກົ່າ. ເປົ້າໝາຍຂອງລາວແມ່ນຊີວິດນິລັນດອນ.
ເມື່ອລາວໄດ້ພົບພຣະຜູ້ຊ່ອຍໃຫ້ລອດ, ລາວໄດ້ຖາມວ່າ, “ມີສິ່ງໃດອີກແດ່ທີ່ຂ້ານ້ອຍຍັງຂາດຢູ່?”3
ພຣະເຢຊູໄດ້ຕອບທັນທີ, ໃຫ້ຄຳແນະນຳທີ່ເຈາະຈົງໃຫ້ແກ່ຊາຍໜຸ່ມທີ່ຮັ່ງມີຄົນນັ້ນໂດຍສະເພາະ. “ພຣະເຢຊູຕອບລາວວ່າ, ຖ້າເຈົ້າຢາກເປັນຜູ້ດີຄົບຖ້ວນ, ຈົ່ງໄປຂາຍທຸກສິ່ງທີ່ເຈົ້າມີຢູ່ ແລະ ແຈກທານໃຫ້ແກ່ຄົນຍາກຈົນ, ແລະ … ແລ້ວຈົ່ງຕາມເຮົາມາ.”4
ຊາຍໜຸ່ມຄົນນັ້ນໄດ້ຕົກໃຈຫລາຍ; ລາວບໍ່ເຄີຍໄດ້ຄິດເຖິງການເສຍສະລະດັ່ງກ່າວ. ລາວໄດ້ຖ່ອມຕົວພໍທີ່ຈະທູນຖາມພຣະຜູ້ເປັນເຈົ້າ ແຕ່ບໍ່ໄດ້ຊື່ສັດພໍທີ່ຈະເຮັດຕາມຄຳແນະນຳແຫ່ງສະຫວັນທີ່ພຣະອົງໄດ້ໃຫ້ແກ່ລາວ. ເຮົາຕ້ອງເຕັມໃຈທີ່ຈະລົງມືປະຕິບັດເມື່ອເຮົາໄດ້ຮັບຄຳຕອບ.
ປະທານ ແຮໂຣນ ບີ ລີ ໄດ້ສອນວ່າ: “ເຮົາທຸກຄົນ, ຖ້າຫາກເຮົາຈະບັນລຸຄວາມດີພ້ອມ, ໃນເວລາໃດເວລາໜຶ່ງ ຕ້ອງຖາມຕົນເອງວ່າ: ‘ມີສິ່ງໃດອີກແດ່ທີ່ຂ້ານ້ອຍຍັງຂາດຢູ່?’”5
ຂ້າພະເຈົ້າໄດ້ຮູ້ຈັກຜູ້ຍິງທີ່ຊື່ສັດຄົນໜຶ່ງ ທີ່ໄດ້ຖ່ອມຕົວນາງເອງ ແລະ ໄດ້ທູນຖາມວ່າ, “ແມ່ນຫຍັງຄືສິ່ງທີ່ກີດກັ້ນຂ້ານ້ອຍຈາກຄວາມກ້າວໜ້າ?” ໃນສະພາບການຂອງນາງ, ຄຳຕອບຈາກພຣະວິນຍານໄດ້ມີມາຢ່າງທັນທີວ່າ: “ເຊົາຈົ່ມເສຍ.” ຄຳຕອບນີ້ໄດ້ເຮັດໃຫ້ນາງຕົກໃຈ; ນາງບໍ່ເຄີຍຄິດມາກ່ອນວ່ານາງເປັນຄົນມັກຈົ່ມ. ເຖິງຢ່າງໃດກໍຕາມ, ຂ່າວສານຈາກພຣະວິນຍານບໍລິສຸດນັ້ນແຈ່ມແຈ້ງແທ້ໆ. ໃນອາທິດທີ່ຕິດຕາມມານັ້ນ, ນາງໄດ້ສຳນຶກເຖິງນິໄສຂອງການຈົ່ມຂອງນາງ. ໂດຍທີ່ມີຄວາມກະຕັນຍູສຳລັບການກະຕຸ້ນໃຫ້ປັບຕົວ, ນາງໄດ້ຕັ້ງໃຈທີ່ຈະນັບພອນຂອງນາງແທນທີ່ຈະນັບການທ້າທາຍຂອງນາງ. ພາຍໃນສາມສີ່ວັນ, ນາງໄດ້ຮູ້ສຶກເຖິງຄວາມເຫັນດີທີ່ອົບອຸ່ນຈາກພຣະວິນຍານ.
ຊາຍໜຸ່ມທີ່ຖ່ອມຕົນ, ຜູ້ທີ່ເບິ່ງຄືວ່າບໍ່ສາມາດພົບເຫັນຍິງສາວ ທີ່ເໝາະສົມ, ໄດ້ຫັນໄປຫາພຣະຜູ້ເປັນເຈົ້າເພື່ອຄວາມຊ່ອຍເຫລືອ: “ແມ່ນຫຍັງຄືສິ່ງທີ່ກີດກັ້ນຂ້ານ້ອຍຈາກການເປັນຜູ້ຊາຍທີ່ເໝາະສົມ?” ລາວໄດ້ຖາມ. ຄຳຕອບກໍໄດ້ເຂົ້າມາສູ່ຄວາມຄິດ ແລະ ຫົວໃຈຂອງລາວວ່າ: “ເຊົາໃຊ້ຄຳວາຈາທີ່ຫຍາບຄາຍເສຍ.” ໃນເວລານັ້ນເອງ, ລາວໄດ້ຮັບຮູ້ຕົວວ່າຄຳເວົ້າທີ່ຫຍາບຄາຍຫລາຍຄຳໄດ້ກາຍເປັນພາກສ່ວນຂອງຄຳສັບຂອງລາວ, ແລະ ລາວໄດ້ໃຫ້ຄຳໝັ້ນສັນຍາວ່າຈະປ່ຽນແປງ.
ເອື້ອຍນ້ອງໂສດຄົນໜຶ່ງໄດ້ຖາມຢ່າງອາດຫານວ່າ: “ຂ້ານ້ອຍຕ້ອງປ່ຽນແປງຫຍັງແດ່?” ແລະ ພຣະວິນຍານໄດ້ຊື່ມບອກວ່າ, “ຢ່າເວົ້າຕັດຄຳຄົນອື່ນເມື່ອເຂົາເຈົ້າເວົ້າຢູ່.” ພຣະວິນຍານບໍລິສຸດໃຫ້ຄຳແນະນຳຕາມຄວາມຕ້ອງການແທ້ໆ. ພຣະອົງເປັນເພື່ອນທີ່ສັດຊື່ແທ້ໆ ແລະ ຈະບອກເຮົາເຖິງສິ່ງທີ່ບໍ່ມີຄົນໃດຮູ້ ຫລື ມີຄວາມກ້າຫານພໍທີ່ຈະກ່າວອອກມາ.
ອະດີດຜູ້ສອນສາດສະໜາຄົນໜຶ່ງໄດ້ພົບເຫັນຕົນເອງຮູ້ສຶກວ່າຕຶງຄຽດ ໃນເວລາທີ່ຫຍຸ້ງຫລາຍ. ລາວໄດ້ພະຍາຍາມຫາເວລາສຳລັບ ວຽກງານ, ການສຶກສາ, ຄອບຄົວ, ແລະ ການເອີ້ນໃນສາດສະໜາຈັກ. ລາວໄດ້ທູນຂໍຄຳແນະນຳຈາກພຣະຜູ້ເປັນເຈົ້າວ່າ: “ຂ້ານ້ອຍຈະສາມາດຮູ້ສຶກເຖິງຄວາມສະຫງົບໄດ້ແນວໃດ ດ້ວຍທຸກສິ່ງທຸກຢ່າງທີ່ຂ້ານ້ອຍຈຳເປັນຕ້ອງເຮັດ?” ຄຳຕອບນັ້ນບໍ່ໄດ້ເປັນທີ່ລາວໄດ້ຄາດຄິດ; ລາວໄດ້ຮັບຄວາມປະທັບໃຈວ່າລາວຄວນຮັກສາວັນຊະບາໂຕ ແລະ ຢຶດຖືໄວ້ໃຫ້ເປັນວັນສັກສິດຢ່າງລະມັດລະວັງຫລາຍຂຶ້ນ. ລາວໄດ້ຕັດສິນໃຈທີ່ຈະອຸທິດວັນອາທິດໃຫ້ແດ່ພຣະເຈົ້າ—ເພື່ອຈະບໍ່ເຮັດວຽກບ້ານຈາກໂຮງຮຽນໃນວັນນັ້ນ ແຕ່ຈະສຶກສາພຣະກິດຕິຄຸນແທນ. ການດັດແປງເລັກນ້ອຍນີ້ໄດ້ນຳຄວາມສະຫງົບ ແລະ ຄວາມສົມດຸນທີ່ລາວໄດ້ສະແຫວງຫາ ມາໃຫ້ລາວ.
ເມື່ອຫລາຍປີກ່ອນ, ຂ້າພະເຈົ້າໄດ້ອ່ານໃນວາລະສານຂອງສາດສະໜາຈັກ ເລື່ອງລາວຂອງຍິງສາວຄົນໜຶ່ງ ຜູ້ທີ່ໄດ້ອາໄສຢູ່ໄກຈາກບ້ານ ແລະ ໄດ້ໄປຮຽນຢູ່ວິທະຍາໄລ. ນາງຮຽນບໍ່ທັນໃນຫ້ອງຮຽນຂອງນາງ, ຊີວິດທາງສັງຄົມຂອງນາງກໍບໍ່ໄດ້ເປັນດັ່ງທີ່ນາງໄດ້ຫວັງໄວ້, ແລະ ສ່ວນຫລາຍແລ້ວນາງບໍ່ມີຄວາມສຸກ. ໃນທີ່ສຸດມື້ໜຶ່ງ, ນາງໄດ້ຄຸເຂົ່າລົງ ແລະ ໄດ້ທູນຖາມວ່າ, “ຂ້ານ້ອຍສາມາດເຮັດຫຍັງແດ່ເພື່ອຈະເຮັດໃຫ້ຊີວິດຂອງຂ້ານ້ອຍດີຂຶ້ນ?” ພຣະວິນຍານບໍລິສຸດໄດ້ຊື່ມບອກວ່າ, “ລຸກຂຶ້ນ ແລະ ມ້ຽນມັດຫ້ອງເຈົ້າເສຍ.” ຄຳກະຕຸ້ນນີ້ໄດ້ເຮັດໃຫ້ນາງມີຄວາມປະຫລາດໃຈຫລາຍແທ້ໆ, ແຕ່ມັນໄດ້ເປັນການເລີ່ມຕົ້ນທີ່ນາງຕ້ອງການ. ຫລັງຈາກໄດ້ໃຊ້ເວລາຈັດແຈ່ງ ແລະ ວາງສິ່ງຂອງໄວ້ເປັນລະບຽບ, ນາງໄດ້ຮູ້ສຶກວ່າພຣະວິນຍານສະຖິດຢູ່ໃນຫ້ອງຂອງນາງ ແລະ ໄດ້ເຊີດຊູຈິດໃຈຂອງນາງ.
ພຣະວິນຍານບໍລິສຸດຈະບໍ່ບອກເຮົາໃຫ້ປັບປຸງທຸກສິ່ງທຸກຢ່າງໃນເວລາດຽວກັນ. ຖ້າຫາກພຣະອົງເຮັດດັ່ງນັ້ນ, ເຮົາກໍຈະທໍ້ຖອຍໃຈ ແລະ ຍອມແພ້. ພຣະວິນຍານພະຍາຍາມກັບເຮົາຕາມຄວາມໄວຂອງເຮົາ, ແຕ່ລະບາດກ້າວໄປ, ຫລື ດັ່ງທີ່ພຣະຜູ້ເປັນເຈົ້າໄດ້ສອນວ່າ, “ເປັນບັນທັດ, ເປັນຂໍ້ເລັກໆໜ້ອຍໆ, … ແລະ ຜູ້ທີ່ງ່ຽງຫູຟັງຄຳແນະນຳຂອງເຮົາ ຍ່ອມເປັນສຸກ, … ເພາະເມື່ອເຂົາຮັບໄວ້ ເຮົາຈະໃຫ້ເຂົາອີກ.”6 ຍົກຕົວຢ່າງ, ຖ້າຫາກພຣະວິນຍານບໍລິສຸດໄດ້ກະຕຸ້ນເຕືອນທ່ານໃຫ້ກ່າວຄວາມຂອບໃຈຫລາຍຂຶ້ນ, ແລະ ທ່ານຕອບຮັບຢ່າງທັນທີຕໍ່ການກະຕຸ້ນນັ້ນ, ແລ້ວພຣະອົງອາດຮູ້ສຶກວ່າມັນເຖິງເວລາແລ້ວສຳລັບທ່ານທີ່ຈະກ້າວໄປເຮັດບາງຢ່າງທີ່ທ້າທາຍຫລາຍກວ່ານັ້ນ—ດັ່ງການຮຽນຮູ້ທີ່ຈະກ່າວວ່າ, “ຂ້ອຍຂໍໂທດ; ນັ້ນເປັນຄວາມຜິດຂອງຂ້ອຍ.”
ເວລາທີ່ດີທີ່ສຸດທີ່ຈະທູນຖາມວ່າ, “ມີສິ່ງໃດອີກແດ່ທີ່ຂ້ານ້ອຍຍັງຂາດຢູ່?” ແມ່ນເມື່ອເຮົາຮັບສ່ວນສິນລະລຶກ. ອັກຄະສາວົກໂປໂລໄດ້ສອນວ່າ ນີ້ແຫລະ ຄືເວລາສຳລັບເຮົາແຕ່ລະຄົນທີ່ຈະປະເມີນຕົວເຮົາເອງ.7 ໃນບັນຍາກາດທີ່ຄາລະວະນີ້, ຂະນະທີ່ຄວາມນຶກຄິດຂອງເຮົາຖືກຫັນໄປຫາສະຫວັນ, ພຣະຜູ້ເປັນເຈົ້າສາມາດບອກເຮົາຢ່າງອ່ອນໂຍນເຖິງສິ່ງທີ່ເຮົາຈຳເປັນຕ້ອງພັດທະນາຕໍ່ໄປ.
ເໝືອນກັນກັບທ່ານ, ຂ້າພະເຈົ້າໄດ້ຮັບຂ່າວສານຫລາຍຢ່າງຈາກພຣະວິນຍານຕະຫລອດຫລາຍປີ ທີ່ສະແດງວິທີທີ່ຂ້າພະເຈົ້າສາມາດເຮັດໃຫ້ໄດ້ດີຂຶ້ນ. ຂ້າພະເຈົ້າຂໍແບ່ງປັນຂ່າວສານສ່ວນຕົວສອງສາມຢ່າງ ທີ່ຂ້າພະເຈົ້າໄດ້ຍອມຮັບຢ່າງເຕັມໃຈ. ການກະຕຸ້ນເຕືອນເຫລົ່ານີ້ຮ່ວມທັງ:
-
ຢ່າໃຊ້ສຽງດັງ.
-
ຈັດລະບຽບຕົວເອງ; ຈັດລາຍການສິ່ງທີ່ຕ້ອງເຮັດແຕ່ລະວັນ.
-
ຮັກສາຮ່າງກາຍໃຫ້ດີກວ່າເກົ່າໂດຍການກິນໝາກໄມ້ ແລະ ຜັກຫລາຍກວ່າເກົ່າ.
-
ໃຫ້ໄປພຣະວິຫານເລື້ອຍກວ່າເກົ່າ.
-
ໃຫ້ໃຊ້ເວລາໄຕ່ຕອງກ່ອນທ່ານອະທິຖານ.
-
ໃຫ້ຂໍຄຳແນະນຳຈາກພັນລະຍາຂອງທ່ານ.
-
ແລະ ໃຫ້ເປັນຄົນໃຈເຢັນເມື່ອຂັບລົດ; ຢ່າຂັບໄວເກີນກຳນົດຄວາມໄວ. (ຂ້າພະເຈົ້າຍັງພະຍາຍາມພັດທະນາຂໍ້ສຸດທ້າຍນີ້ຢູ່.)
ການຊົດໃຊ້ເປັນສິ່ງທີ່ເຮັດໃຫ້ຄວາມດີພ້ອມ ແລະ ການຊຳລະໃຫ້ສະອາດເປັນໄປໄດ້. ເຮົາຈະບໍ່ສາມາດສຳເລັດມັນໄດ້ດ້ວຍຕົວເຮົາເອງ, ແຕ່ພຣະຄຸນຂອງພຣະເຈົ້າກໍພຽງພໍທີ່ຈະຊ່ອຍເຫລືອເຮົາ. ດັ່ງທີ່ ແອວເດີເດວິດ ເອ ແບ໊ດນາ ໄດ້ສັງເກດເຫັນໃນຄັ້ງໜຶ່ງວ່າ: “ເຮົາສ່ວນຫລາຍກໍເຂົ້າໃຈຢ່າງແຈ່ມແຈ້ງວ່າການຊົດໃຊ້ແມ່ນສຳລັບຄົນເຮັດບາບ. ຂ້າພະເຈົ້າບໍ່ແນ່ໃຈ, ເຖິງຢ່າງໃດກໍຕາມ, ວ່າເຮົາຮູ້ ແລະ ເຂົ້າໃຈວ່າການຊົດໃຊ້ນັ້ນແມ່ນສຳລັບນັກບຸນຄືກັນ—ສຳລັບຊາຍ ແລະ ຍິງທີ່ດີ ຜູ້ທີ່ເຊື່ອຟັງ, ມີຄ່າຄວນ, ແລະ ຜູ້ທີ່ລະມັດລະວັງຫລາຍ ແລະ ຜູ້ທີ່ພະຍາຍາມເຮັດໃຫ້ດີຂຶ້ນ.”8
ຂ້າພະເຈົ້າຢາກຈະແນະນຳວ່າທ່ານແຕ່ລະຄົນມີສ່ວນຮ່ວມໃນການອອກກຳລັງທາງວິນຍານໃນບໍ່ຊ້ານີ້, ບາງເທື່ອແມ່ນແຕ່ຄືນນີ້ເລີຍຂະນະທີ່ທ່ານອະທິຖານ. ຂໍໃຫ້ທູນຖາມພຣະຜູ້ເປັນເຈົ້າຢ່າງຖ່ອມຕົນ ດັ່ງຕໍ່ໄປນີ້: “ແມ່ນຫຍັງຄືສິ່ງທີ່ກີດກັ້ນຂ້ານ້ອຍຈາກຄວາມກ້າວໜ້າ?” ໃນອີກຄຳໜຶ່ງກໍຄື: “ມີສິ່ງໃດອີກແດ່ທີ່ຂ້ານ້ອຍຍັງຂາດຢູ່?” ແລ້ວໃຫ້ລໍຖ້າຄຳຕອບຢ່າງງຽບໆ. ຖ້າຫາກວ່າທ່ານຈິງໃຈ, ຄຳຕອບນັ້ນຈະແຈ່ມແຈ້ງຂຶ້ນໃນບໍ່ຊ້າ. ມັນຈະເປັນການເປີດເຜີຍທີ່ເຈາະຈົງໃຫ້ແກ່ທ່ານໂດຍກົງ.
ບາງເທື່ອພຣະວິນຍານຈະບອກທ່ານວ່າ ທ່ານຕ້ອງໃຫ້ອະໄພຄົນໃດຄົນໜຶ່ງ. ຫລື ທ່ານອາດໄດ້ຮັບຂ່າວສານວ່າໃຫ້ເລືອກພາບພະຍົນທີ່ທ່ານເບິ່ງ ຫລື ວ່າເພງທີ່ທ່ານເລືອກຟັງໃຫ້ດີກວ່ານີ້. ທ່ານອາດຖືກກະຕຸ້ນໃຫ້ເປັນຄົນສັດຊື່ຫລາຍຂຶ້ນໃນການປະຕິບັດທຸລະກິດຂອງທ່ານ ຫລື ວ່າໃຫ້ເພື່ອແຜ່ຫລາຍຂຶ້ນໃນການບໍລິຈາກເງິນຖືສິນອົດເຂົ້າ. ຍັງມີອີກຫລາຍໆໂອກາດຈົນນັບບໍ່ຖ້ວນ.
ພຣະວິນຍານສາມາດສະແດງໃຫ້ເຮົາເຫັນຄວາມອ່ອນແອຂອງເຮົາ, ແຕ່ພຣະອົງຍັງສາມາດສະແດງໃຫ້ເຮົາເຫັນຄວາມເຂັ້ມແຂງຂອງເຮົານຳອີກ. ບາງເທື່ອເຮົາຕ້ອງທູນຖາມວ່າເຮົາເຮັດຫຍັງໃຫ້ຖືກຕ້ອງ ເພື່ອວ່າພຣະຜູ້ເປັນເຈົ້າຈະສົ່ງເສີມ ແລະ ໃຫ້ກຳລັງໃຈເຮົາ. ເມື່ອເຮົາອ່ານປິຕຸພອນຂອງເຮົາ, ເຮົາຖືກເຕືອນໃຈວ່າພຣະບິດາເທິງສະຫວັນຂອງເຮົາ ຮູ້ຈັກຄວາມສາມາດແຫ່ງສະຫວັນຂອງເຮົາ. ພຣະອົງຊື່ນຊົມທຸກໆເທື່ອທີ່ເຮົາກ້າວໄປໜ້າ. ຕໍ່ພຣະອົງ, ທິດທາງຂອງເຮົາແມ່ນສຳຄັນຫລາຍກວ່າຄວາມໄວຂອງເຮົາ.
ຢ່າທໍ້ຖອຍ ອ້າຍເອື້ອຍນ້ອງທັງຫລາຍ, ຢ່າໝົດກຳລັງໃຈເລີຍ. ເຮົາຈະບໍ່ບັນລຸຄວາມດີພ້ອມໃນຊີວິດມະຕະຂອງເຮົາ, ແຕ່ໃນຊ່ວງມະຕະນີ້ເຮົາສາມາດວາງຮາກຖານນັ້ນໄວ້. “ມັນເປັນໜ້າທີ່ຂອງເຮົາທີ່ຈະເຮັດໃຫ້ໄດ້ດີກວ່າມື້ນີ້ ຫລາຍກວ່າທີ່ເຮົາເຮັດໄດ້ມື້ວານນີ້ ແລະ ໃຫ້ໄດ້ດີກວ່າໃນມື້ອື່ນ ຫລາຍກວ່າມື້ນີ້.”9
ຖ້າຫາກການເຕີບໂຕທາງວິນຍານບໍ່ເປັນລະດັບຄວາມສຳຄັນໃນຊີວິດຂອງເຮົາ, ຖ້າຫາກເຮົາບໍ່ໄດ້ຢູ່ໃນໂຄງການສຶກສາຂອງການປັບປຸງທີ່ສະໝ່ຳສະເໝີ, ເຮົາຈະພາດປະສົບການສຳຄັນ ທີ່ພຣະເຈົ້າປະສົງຈະປະທານໃຫ້ເຮົາ.
ເມື່ອຫລາຍປີກ່ອນຂ້າພະເຈົ້າໄດ້ອ່ານຖ້ອຍຄຳຂອງປະທານສະເປັນເຊີ ດັບເບິນຢູ ຄິມໂບ, ທີ່ໄດ້ມີອິດທິພົນທີ່ຍືນຍົງຕໍ່ຂ້າພະເຈົ້າ. ເພິ່ນໄດ້ກ່າວວ່າ: “ຂ້າພະເຈົ້າໄດ້ຮຽນຮູ້ວ່າ ເມື່ອໃດມີຫົວໃຈທີ່ເຕັມໄປດ້ວຍການອະທິຖານ, ມີຄວາມປາດຖະໜາຄວາມຊອບທຳ, ການປະຖິ້ມບາບ, ແລະ ການເຊື່ອຟັງພຣະບັນຍັດຂອງພຣະເຈົ້າ, ພຣະຜູ້ເປັນເຈົ້າຈະປະທານຄວາມສະຫວ່າງໃຫ້ຫລາຍຂຶ້ນຈົນວ່າ ໃນທີ່ສຸດຈະມີພະລັງທີ່ຈະທະລຸມ່ານແຫ່ງສະຫວັນ. ... ຄົນທີ່ມີຄວາມຊອບທຳເຊັ່ນນີ້ ຈະໄດ້ຮັບຄຳສັນຍາອັນລ້ຳຄ່າ ວ່າມື້ໜຶ່ງເຂົາຈະໄດ້ເຫັນພຣະພັກຂອງພຣະຜູ້ເປັນເຈົ້າ ແລະ ຮູ້ວ່າພຣະອົງຊົງພຣະຊົນຢູ່.”10
ມັນເປັນຄຳອະທິຖານຂອງຂ້າພະເຈົ້າ ວ່າປະສົບການທີ່ປະເສີດນີ້ສາມາດເປັນຂອງເຮົາໃນມື້ໜຶ່ງ, ຂະນະທີ່ເຮົາປ່ອຍໃຫ້ພຣະວິນຍານບໍລິສຸດນຳພາເຮົາກັບໄປບ້ານ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.