ການມີຄ່າຄວນຕໍ່ພອນທີ່ຖືກສັນຍາໄວ້ສຳລັບເຮົາ
ຄຳສັນຍາທີ່ເຫລືອເຊື່ອຂອງພຣະບິດາເທິງສະຫວັນຂອງເຮົາ ຈະຕ້ອງເປັນສິ່ງທີ່ເຮົາຄວນເອົາໃຈໃສ່ໃຫ້ຫລາຍ ໃນທຸກໆມື້.
ເອື້ອຍນ້ອງຜູ້ຢູ່ໃນວິດີໂອຈັ່ງແມ່ນເປັນຕາໜ້າຮັກນໍ! ພວກເຮົາຮູ້ວ່າ ຫລາຍຄົນພວກທ່ານຜູ້ທີ່ບໍ່ເຄີຍມີລູກຂອງຕົນເອງ ໄດ້ໃຊ້ຊີວິດໃນການໃຫ້ຄວາມຮັກ, ສິດສອນ, ແລະ ເປັນພອນໃຫ້ແກ່ເດັກນ້ອຍ. ແລະ, ໂອ້, ເພາະສິ່ງເຫລົ່ານີ້ ພຣະບິດາເທິງສະຫວັນ, ແລະ ພວກເຮົາ ຜູ້ເປັນເອື້ອຍນ້ອງຂອງທ່ານ ຈຶ່ງຮັກທ່ານຫລາຍແທ້ໆ!
ເຮົາທຸກຄົນ, ຮ່ວມທັງນ້ອງສາວທັງຫລາຍໃນຊັ້ນປະຖົມໄວ ແລະ ໃນອົງການຍິງໜຸ່ມ, ເຄີຍໄດ້ມີໂອກາດອູ້ມແອນ້ອຍໄວ້ໃນອ້ອມແຂນ ແລະ ໄດ້ຈ້ອງມອງເບິ່ງແວວຕາຂອງເຂົາແມ່ນບໍ່? ເຮົາເຄີຍຮູ້ສຶກເຖິງຄວາມສັກສິດ ແລະ ບໍລິສຸດ ທີ່ຢູ່ອ້ອມຮອບວິນຍານແຫ່ງຊັ້ນສູງນັ້ນ, ຊຶ່ງເມື່ອບໍ່ດົນມານີ້ ພຣະບິດາເທິງສະຫວັນໄດ້ສົ່ງເຂົາມາເປັນການສ້າງທີ່ໃໝ່ອ່ຽມ, ເປັນຮ່າງກາຍນ້ອຍໆທີ່ບໍລິສຸດ? ມີບາງຄັ້ງທີ່ຂ້າພະເຈົ້າເຄີຍປະສົບກັບຄວາມຮູ້ສຶກທີ່ຫວານຊື່ນ, ອ່ອນໂຍນ, ແລະ ເປັນທາງວິນຍານເຊັ່ນນີ້.
ຮ່າງກາຍຂອງເຮົາເປັນຂອງປະທານທີ່ສັກສິດ ຈາກພຣະບິດາເທິງສະຫວັນຂອງເຮົາ. ມັນເປັນວິຫານສ່ວນຕົວ. ເມື່ອເຮົາຮັກສາມັນໃຫ້ສະອາດ ແລະ ບໍລິສຸດ, ເຮົາຈະສາມາດມີຄ່າຄວນທີ່ຈະຊ່ອຍເຫລືອພຣະບິດາເທິງສະຫວັນ ສ້າງຮ່າງກາຍສຳລັບລູກໆທາງວິນຍານທີ່ຮັກຂອງພຣະອົງໄດ້.
ໃນຄຳປາໄສຂອງປະທານບອຍ ເຄ ແພ໊ກເກີ ເທື່ອສຸດທ້າຍ ໃນກອງປະຊຸມໃຫຍ່ສາມັນ, ຊຶ່ງທ່ານອາດຈື່ໄດ້ ກ່ຽວກັບ “ເຂົ້າໜົມ ແລະ ຮອຍຈູບ,” ເພິ່ນໄດ້ເປັນພະຍານວ່າ “ພຣະບັນຍັດທີ່ໃຫ້ມີລູກເຕົ້າມາກຫລາຍ ໃຫ້ເຕັມແຜ່ນດິນໂລກນັ້ນ ... ແມ່ນຈຳເປັນ ... ແລະ ກໍເປັນແຫລ່ງແຫ່ງຄວາມສຸກຂອງມະນຸດ. ຖ້າເຮັດຕາມອຳນາດ [ແຫ່ງການສ້າງ] ນີ້ໃນສິນທຳ, ເຮົາອາດຈະໄດ້ເຂົ້າໃກ້ພຣະບິດາເທິງສະຫວັນຂອງເຮົາ ແລະ ມີຄວາມຊື່ນຊົມເຕັມປ່ຽມ ຈົນເຖິງຄວາມເປັນພຣະເຈົ້າໄດ້. ອຳນາດແຫ່ງການສ້າງ ບໍ່ແມ່ນພາກສ່ວນສຳລອງໃນແຜນ; ມັນຄື ແຜນດັ່ງກ່າວ.”
ເພິ່ນໄດ້ກ່າວຕໍ່ວ່າ:
“ເຮົາຕ້ອງສະຫງວນການມອບຮັກທີ່ແທ້ຈິງໄວ້ຈົນກວ່າເຮົາແຕ່ງງານແລ້ວ ນັ້ນຈະເປັນການເປີດອຳນາດສັກສິດ … [ໂດຍ] ການຫລີກເວັ້ນສະຖານະການໃດໆ ທີ່ເຮົາບໍ່ສາມາດຄວບຄຸມກິເລດຂອງຕົນໄດ້. …
“… ຄວາມສຸກໃນຊີວິດມະຕະ, ຄວາມຊື່ນຊົມ ແລະ ຄວາມສູງສົ່ງຂອງເຮົາ ແມ່ນຂຶ້ນຢູ່ກັບວ່າເຮົາສະໜອງຕໍ່ສະເໜ່ຫາອັນບໍ່ລົດລະ ແລະ ລໍ້ໃຈຂອງເຮົານັ້ນແນວໃດ.”1
ເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ທັງໜຸ່ມ ແລະ ບໍ່ໜຸ່ມປານໃດ, ຂ້າພະເຈົ້າມີຄວາມເປັນຫ່ວງຫລາຍ ໃນຂະນະທີ່ຂ້າພະເຈົ້າຕຽມຄຳປາໄສນີ້. ດັ່ງທີ່ແອວມາຜູ້ເປັນລູກໄດ້ກ່າວວ່າ, “ຂ້າພະເຈົ້າປາດຖະໜາຈາກສ່ວນເລິກທີ່ສຸດຂອງໃຈຂອງຂ້າພະເຈົ້າ … ໃຫ້ພວກທ່ານ … ເອີ້ນຫາພຣະນາມອັນສັກສິດຂອງພຣະອົງ, ແລະ ເຝົ້າເບິ່ງ ແລະ ອະທິຖານສະເໝີ, ເພື່ອພວກທ່ານຈະບໍ່ຖືກລໍ້ລວງຈົນເກີນກວ່າທີ່ພວກທ່ານຈະອົດທົນໄດ້, ... ເພື່ອພວກທ່ານຈະໄດ້ຖືກຍົກຂຶ້ນໃນວັນສຸດທ້າຍ.”2
ຕໍ່ມາ, ມໍມອນກໍໄດ້ເປັນພະຍານວ່າ ໃນວັນເວລາຂອງແອວມາ, ໂຄຣິຫໍ ຜູ້ຕໍ່ຕ້ານພຣະຄຣິດ, “ໄດ້ສິດສອນ … , ໄດ້ຊັກຈູງໃຈ … ພວກຜູ້ຍິງ.”3
ເອື້ອຍນ້ອງທັງຫລາຍ, ຊາຕານໄດ້ຍົກທຸງສັນຍານ ທີ່ຄືກັນກັບ ໂຄຣິຫໍ ຂຶ້ນ ໃນສະໄໝຂອງເຮົາ ແລະ ມັນກໍມີຄວາມສຳເລັດຫລາຍ. ເຄື່ອງມືຂອງມັນມີຫຍັງແດ່? ນິຍາຍທີ່ກະຕຸ້ນອາລົມ, ລະຄອນໃນໂທລະພາບ, ຜູ້ຍິງທີ່ແຕ່ງງານແລ້ວ ຕິດຕໍ່ກັບແຟນເກົ່າໃນອິນເຕີແນັດ, ແລະ ຮູບພາບລາມົກ. ເຮົາຕ້ອງລະວັງໃຫ້ດີ, ເອື້ອຍນ້ອງທີ່ຮັກແພງທັງຫລາຍ! ຖ້າເຮົາຫລິ້ນກັບລູກສອນໄຟຂອງຊາຕານ, ແນ່ນອນເຮົາຈະຖືກໄຟໄໝ້. ຂ້າພະເຈົ້າບໍ່ຮູ້ສິ່ງອື່ນໃດອີກ ທີ່ຈະຊ່ອຍເຮົາໃຫ້ມີຄວາມເໝາະສົມຕໍ່ການມີພຣະວິນຍານບໍລິສຸດເປັນເພື່ອນ ຫລາຍເທົ່າກັບການມີຄຸນນະທຳ.
ຫລາຍຄົນໃນໂລກສະແຫວງຫາຄວາມພໍໃຈແບບທັນໃຈ ແລະ ຄວາມຮູ້ແບບທັນດ່ວນ ໃນອິນເຕີແນັດ. ກົງກັນຂ້າມ, ເຮົາຈະໄດ້ຮັບພອນຫລາຍ ຖ້າຫາກເຮົາໃຊ້ສັດທາ ແລະ ມີຄວາມອົດທົນ ແລະ ເຂົ້າຫາພຣະບິດາເທິງສະຫວັນ, ເຂົ້າຫາແຫລ່ງແຫ່ງຄວາມຈິງທັງໝົດ, ກັບຄວາມເປັນຫ່ວງເປັນໄຍຂອງເຮົາ. ເຮົາສາມາດໄດ້ຮັບຄຳຕອບ ແລະ ຄຳຮັບຮອງຫລາຍຢ່າງໄດ້ ຈາກການສຶກສາພຣະຄຳພີ ແລະ ຈາກການອະທິຖານດ້ວຍຄວາມຈິງໃຈ ແລະ ດ້ວຍການອ້ອນວອນ, ແຕ່ບໍ່ມີຄຳສັນຍາໃດໆໃນອິນເຕີແນັດ. ສາດສະດາຢາໂຄບເປັນພະຍານວ່າ: “ເພາະວ່າພຣະວິນຍານກ່າວດ້ວຍຄວາມຈິງ ແລະ ບໍ່ຕົວະ. ດັ່ງນັ້ນ, ຈົ່ງກ່າວເຖິງເລື່ອງດັ່ງທີ່ເປັນຈິງ ແລະ ເຖິງເລື່ອງດັ່ງທີ່ຈະເປັນຈິງ.”4
ເມື່ອເຮົາມີພາກສ່ວນໃນການເບິ່ງ, ການອ່ານ, ຫລື ການເຮັດອັນໃດໆກໍຕາມ ທີ່ຕ່ຳກວ່າມາດຕະຖານຂອງພຣະບິດາເທິງສະຫວັນ, ສິ່ງເຫລົ່ານັ້ນຈະເຮັດໃຫ້ເຮົາອ່ອນແອລົງ. ບໍ່ວ່າເຮົາຈະມີອາຍຸນ້ອຍຫລາຍປານໃດກໍຕາມ, ຖ້າຫາກເຮົາເບິ່ງ, ອ່ານ, ຟັງ, ຫລື ເລືອກເຮັດສິ່ງໃດກໍຕາມ ທີ່ຕ່ຳກວ່າມາດຕະຖານຂອງພຣະຜູ້ເປັນເຈົ້າ ທີ່ມີຢູ່ໃນປຶ້ມ ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ, ແລ້ວໃຫ້ປິດມັນ, ໃຫ້ຈີກມັນຖິ້ມ, ໃຫ້ໂຍນມັນຖິ້ມ, ແລະ ໃຫ້ປິດປະຕູ.
ບໍ່ມີໃຜໃນພວກເຮົາທີ່ດີພ້ອມທຸກຢ່າງ, ແຕ່ເມື່ອເຮົາເຮັດຄວາມຜິດບາບ, ປະທານແພ໊ກເກີ ໄດ້ເຕືອນເຮົາວ່າ:
ຄຳສັນຍານັ້ນຄື: ຖ້າຜູ້ໃດກັບໃຈຈາກບາບຂອງເຂົາ, ເຂົາຈະໄດ້ຮັບການອະໄພໂທດ ແລະ ພຣະຜູ້ເປັນເຈົ້າຈະບໍ່ຈົດຈຳບາບນັ້ນຕໍ່ໄປ (ເບິ່ງ D&C 58:42). …
“… ການຊົດໃຊ້, ຊຶ່ງເຮົາແຕ່ລະຄົນສາມາດທວງເອົາໄດ້ ບໍ່ມີຮອຍແຜ. ນັ້ນໝາຍຄວາມວ່າ ບໍ່ວ່າເຮົາໄດ້ເຄີຍເຮັດສິ່ງໃດ ຫລື ເຄີຍຢູ່ໃສ ຫລື ສິ່ງໃດເຄີຍເກີດຂຶ້ນ, ຖ້າເຮົາກັບໃຈແທ້ໆ, ພຣະອົງໄດ້ສັນຍາວ່າ ພຣະອົງຈະຊົດໃຊ້ໃຫ້. ແລະ ເມື່ອພຣະອົງໄດ້ຊົດໃຊ້, ພຣະອົງກໍໄດ້ເຮັດຕາມສັນຍາ. ມີຫລາຍຄົນໃນພວກເຮົາຜູ້ນອນພິກໄປພິກມາ … ດ້ວຍຄວາມຮູ້ສຶກຜິດ, ບໍ່ຮູ້ວ່າ ຈະໜີຈາກມັນໄດ້ແນວໃດ. ທ່ານໜີຈາກມັນໄດ້ ໂດຍການຮັບເອົາການຊົດໃຊ້ຂອງພຣະຄຣິດ, ແລະ ຄວາມກຸ້ມໃຈທັງໝົດ ຈະກາຍເປັນຄວາມສວຍງາມ ແລະ ຄວາມຮັກ ແລະ ນິລັນດອນ.”5
ນອກເໜືອໄປຈາກການກັບໃຈແລ້ວ, ມີຄວາມຊ່ອຍເຫລືອ ຫລື ເຄື່ອງມືຢ່າງໃດແດ່ ທີ່ເຮົາໄດ້ຮັບ ເພື່ອຊ່ອຍເຫລືອເຮົາໃຫ້ສາມາດດຳລົງຢູ່ຢ່າງສະອາດ ແລະ ມີຄຸນນະທຳ? ເດັກນ້ອຍໃນຊັ້ນປະຖົມໄວ ແລະ ກຸ່ມຍິງໜຸ່ມຮູ້ຈັກເພງນີ້ດີ ຊື່ວ່າ “Scripture Power” ແປວ່າ ພຣະລັງຂອງພຣະຄຳພີ.6 ໃຫ້ເຮົາຂະຫຍາຍມັນເປັນ “ພະລັງຂອງການອະທິຖານ,” “ພະລັງຂອງພຣະວິຫານ,” “ພະລັງຂອງພັນທະສັນຍາ,” “ພະລັງຂອງວັນຊະບາໂຕ,” “ພະລັງຂອງສາດສະດາ,” ແລະ “ພະລັງຂອງຄຸນນະທຳ” ໄດ້ບໍ?
ກໍຍັງມີພອນອື່ນໆທີ່ຍິ່ງໃຫຍ່ ແລະ ໃຫ້ການປົກປ້ອງນຳອີກ ຊຶ່ງກ່ຽວພັນກັບການນຸ່ງຖືເສື້ອຜ້າສັກສິດ ຢ່າງຖືກຕ້ອງ. ຂ້າພະເຈົ້າຮູ້ສຶກວ່າ ຂ້າພະເຈົ້າໄດ້ນຸ່ງເສື້ອຜ້າອາພອນຂອງບັນດາເຊື້ອສາຍກະສັດ ຊຶ່ງພຣະບິດາເທິງສະຫວັນໄດ້ປະທານໃຫ້ຂ້າພະເຈົ້າ. ເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າເປັນພະຍານວ່າ ເມື່ອເຮົາພະຍາຍາມນຸ່ງຖືເສື້ອຜ້າສັກສິດຢ່າງຖືກຕ້ອງ, ພຣະບິດາຂອງເຮົາ ຈະຮັບຮູ້ເສື້ອຜ້າສັກສິດວ່າ ມັນເປັນເຄື່ອງໝາຍອັນສຳຄັນເຖິງຄວາມຮັກ ແລະ ການອຸທິດຕົນຕໍ່ພຣະອົງ. ມັນເປັນເຄື່ອງໝາຍແຫ່ງພັນທະສັນຍາ ທີ່ເຮົາໄດ້ເຮັດໄວ້ນຳພຣະອົງ, ແລະ ພຣະອົງໄດ້ສັນຍາວ່າ ພຣະອົງຈະເຮັດຕາມສັນຍາເມື່ອເຮົາເຮັດຕາມສິ່ງທີ່ພຣະອົງກ່າວ; ແຕ່ເມື່ອເຮົາບໍ່ເຮັດສິ່ງທີ່ພຣະອົງກ່າວ, ແລ້ວເຮົາກໍບໍ່ມີ ຄຳສັນຍາ. ”7
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ເວົ້າລົມກັບເພື່ອນເກົ່າຄົນໜຶ່ງ ຜູ້ເຄີຍໄດ້ຢ່າຮ້າງສອງເທື່ອ ກັບສາມີທີ່ຕິດແສດ ແລະ ບໍ່ຊື່ສັດຕໍ່ນາງ. ນາງ ແລະ ລູກສາມຄົນ ໄດ້ຮັບທຸກທໍລະມານຫລາຍ. ນາງໄດ້ອ້ອນວອນວ່າ, “ຂ້ານ້ອຍໄດ້ພະຍາຍາມດຳລົງຊີວິດດ້ວຍຄວາມຊອບທຳ. ເປັນຫຍັງຂ້ານ້ອຍຈຶ່ງຖືກທົດລອງຫລາຍແທ້? ຂ້ານ້ອຍໄດ້ເຮັດຫຍັງຜິດ? ພຣະບິດາເທິງສະຫວັນປະສົງໃຫ້ຂ້ານ້ອຍເຮັດຫຍັງ? ຂ້ານ້ອຍໄດ້ອະທິຖານ ແລະ ອ່ານພຣະຄຳພີ, ຊ່ອຍເຫລືອລູກໆ, ແລະ ໄປພຣະວິຫານເປັນປະຈຳ.”
ໃນຂະນະທີ່ຂ້າພະເຈົ້າຮັບຟັງ ເອື້ອຍນ້ອງຄົນນີ້ບອກກ່າວ, ຂ້າພະເຈົ້າຢາກເວົ້າອອກໄປວ່າ, “ເຈົ້າກຳລັງເຮັດຢູ່! ເຈົ້າກຳລັງເຮັດທຸກສິ່ງທີ່ພຣະບິດາເທິງສະຫວັນປະສົງ ແລະ ຫວັງວ່າເຈົ້າຈະເຮັດ!”
ຫລາຍຄົນເຂົ້າໃຈວ່າ ຄຳສັນຍາຂອງພຣະບິດາຂອງເຮົາ ແມ່ນ “ຢູ່ໄກຫລາຍ,” ໂດຍສະເພາະ ຕອນທີ່ຊີວິດຂອງເຮົາເຕັມໄປດ້ວຍການທ້າທາຍ. ແຕ່ແອມມິວເລັກ ໄດ້ສອນວ່າ “ຊີວິດນີ້ເປັນເວລາ … ທີ່ຈະຕຽມພ້ອມເພື່ອພົບກັບພຣະເຈົ້າ.”8 ມັນບໍ່ໄດ້ເປັນເວລາທີ່ຈະຮັບພອນທັງໝົດຂອງເຮົາ. ປະທານແພ໊ກເກີ ໄດ້ອະທິບາຍວ່າ, “‘ແລະ ບໍ່ເຄີຍມີຄຳວ່າ ເຂົາເຈົ້າໄດ້ມີຊີວິດທີ່ມີຄວາມສຸກຕະຫລອດໄປ ຢູ່ໃນສາກທີສອງ. ປະໂຫຍກນີ້ ຈະຖືກຂຽນຢູ່ໃນສາກທີສາມ, ຕອນທີ່ຄວາມລຶກລັບໄດ້ຖືກເປີດເຜີຍ ແລະ ທຸກສິ່ງໄດ້ຖືກແກ້ໄຂຮຽບຮ້ອຍແລ້ວ.”9 ເຖິງຢ່າງໃດກໍຕາມ, ຄຳສັນຍາທີ່ເຫລືອເຊື່ອຂອງພຣະບິດາເທິງສະຫວັນຂອງເຮົາ ຈະຕ້ອງເປັນສິ່ງທີ່ເຮົາຄວນເອົາໃຈໃສ່ໃຫ້ຫລາຍ ໃນທຸກໆມື້—ເທົ່າໆກັບຄວາມຮູ້ສຶກເຖິງ “ພຣະກະລຸນາທິຄຸນອັນລົ້ນເຫລືອຂອງພຣະອົງ”10 ທີ່ເຮົາໄດ້ຮັບໃນແຕ່ລະວັນ.
ເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າບໍ່ຮູ້ວ່າ ເປັນຫຍັງເຮົາຈຶ່ງຖືກທົດລອງຫລາຍ, ແຕ່ຂ້າພະເຈົ້າຮູ້ວ່າ ລາງວັນແມ່ນຍິ່ງໃຫຍ່ແທ້ໆ, ເປັນນິລັນດອນ ແລະ ບໍ່ສິ້ນສຸດຈັກເທື່ອ, ເປັນໜ້າຊື່ນຊົມ ແລະ ເກີນກວ່າຄວາມເຂົ້າໃຈຂອງເຮົາແທ້ໆ ຈົນວ່າໃນມື້ທີ່ໄດ້ຮັບລາງວັນນັ້ນ, ເຮົາຈະກ່າວກັບພຣະບິດາທີ່ຊົງເມດຕາ ແລະ ຊົງຮັກຂອງເຮົາວ່າ, “ມີແຕ່ ເທົ່ານີ້ ບໍ ທີ່ຮຽກຮ້ອງຈາກຂ້ານ້ອຍ?” ຂ້າພະເຈົ້າເຊື່ອວ່າ ຖ້າຫາກເຮົາສາມາດຈື່ຈຳ ແລະ ຮັບຮູ້ຄວາມຮັກອັນເລິກຊຶ້ງຂອງພຣະບິດາເທິງສະຫວັນຂອງເຮົາ ແລະ ຂອງພຣະຜູ້ຊ່ອຍໃຫ້ລອດ ທີ່ມີຕໍ່ເຮົາ, ແລ້ວເຮົາຈະເຕັມໃຈທີ່ຈະເຮັດທຸກສິ່ງ ເພື່ອໃຫ້ສາມາດກັບຄືນໄປຫາທີ່ປະທັບຂອງພວກພຣະອົງອີກ, ຖືກອ້ອມຮອບດ້ວຍຄວາມຮັກນິລັນດອນຂອງພວກພຣະອົງ. ເອື້ອຍນ້ອງທີ່ຮັກແພງທັງຫລາຍ, ມັນຈະສຳຄັນຫຍັງ ເຖິງແມ່ນເຮົາຈະທຸກທໍລະມານໃນເວລານີ້ ຖ້າຫາກໃນທີ່ສຸດ ການທົດສອບຂອງເຮົາ ເປັນສິ່ງທີ່ເຮັດໃຫ້ເຮົາເໝາະສົມສຳລັບຊີວິດນິລັນດອນ ແລະ ໄດ້ຮັບຄວາມສູງສົ່ງ ໃນອານາຈັກຂອງພຣະເຈົ້າ ນຳພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ອຍໃຫ້ລອດ?
ຂ້າພະເຈົ້າເປັນພະຍານວ່າ ຮ່າງກາຍຂອງເຮົາແມ່ນຂອງປະທານທີ່ສັກສິດ ຈາກພຣະບິດາເທິງສະຫວັນ ແລະ ວ່າເມື່ອເຮົາຮັກສາຊີວິດຂອງເຮົາໃຫ້ບໍລິສຸດ ແລະ ສະອາດ ຜ່ານການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດຂອງເຮົາ ແລະ ເຫັນລາງວັນທີ່ພຣະບິດາເທິງສະຫວັນຂອງເຮົາຊຶ່ງໄດ້ສັນຍາໄວ້ ຢູ່ຕໍ່ໜ້າເຮົາໃນແຕ່ລະວັນ, ແລ້ວໃນມື້ໜຶ່ງ ເຮົາຈະໄດ້ຮັບ “ທຸກສິ່ງທີ່ພຣະບິດາຂອງ [ເຮົາ] ມີ.”11 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ