ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ແມ່ນ​ຫຍັງ​ຄື​ຄວາມ​ຈິງ?
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2022


ແມ່ນ​ຫຍັງ​ຄື​ຄວາມ​ຈິງ?

ພຣະ​ເຈົ້າ​ເປັນ​ແຫລ່ງ​ແຫ່ງ​ຄວາມ​ຈິງ​ທັງ​ໝົດ. ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຍອມ​ຮັບ​ເອົາ​ຄວາມ​ຈິງ​ທັງ​ໝົດ ທີ່​ພຣະ​ເຈົ້າ​ຖ່າຍ​ທອດ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ອົງ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂໍ​ຂອບ​ໃຈ​ທຸກ​ທ່ານ​ສຳ​ລັບ​ພາກ​ກອງ​ປະ​ຊຸມ​ທີ່​ດົນ​ໃຈ​ນີ້! ຕັ້ງ​ແຕ່​ກອງ​ປະ​ຊຸມ​ໃຫຍ່​ເດືອນ​ເມ​ສາ​ແລ້ວ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ພົບ​ເຫັນ​ຫລາຍໆ​ເຫດ​ການ​ໃນ​ໂລກ, ຈາກ​ເຫດ​ການ​ທີ່​ສະ​ເທືອນ​ໃຈ ໄປ​ຈົນ​ເຖິງ​ເຫດ​ການ​ທີ່​ດີ.

ພວກ​ເຮົາ​ປິ​ຕິ​ກັບ​ການ​ລາຍ​ງານ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສຳ​ລັບ​ຊາວ​ໜຸ່ມ ທີ່​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ທົ່ວ​ໂລກ.1 ໃນ​ກອງ​ປະ​ຊຸມ​ເຫລົ່າ​ນີ້, ຊາວ​ໜຸ່ມ​ທີ່​ດີ​ເລີດ​ຂອງ​ພວກ​ເຮົາ​ໄດ້​ຮຽນ​ຮູ້​ວ່າ ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ພວກ​ເຂົາ, ຄວາມ​ເຂັ້ມ​ແຂງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພວກ​ເຂົາ ແມ່ນ​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ.2

ພວກ​ເຮົາ​ປິ​ຕິ​ຍິນ​ດີ​ທີ່​ພຣະ​ວິ​ຫານ​ໄດ້​ຖືກ​ສ້າງ​ຂຶ້ນ​ເພີ່ມ​ຕະ​ຫລອດ​ທົ່ວ​ໂລກ. ດ້ວຍ​ການ​ອຸ​ທິດ​ຂອງ​ພຣະ​ວິ​ຫານ​ໃໝ່​ໃນ​ແຕ່​ລະ​ແຫ່ງ, ອຳ​ນາດ​ຂອງ​ພຣະ​ເຈົ້າ​ໄດ້​ເພີ່ມ​ເຂົ້າ​ມາ​ໃນ​ໂລກ​ນີ້ ເພື່ອ​ເຮັດ​ໃຫ້​ເຮົາ​ເຂັ້ມ​ແຂງ​ຂຶ້ນ ແລະ ຕໍ່​ຕ້ານ​ຄວາມ​ພະ​ຍາ​ຍາມ​ທີ່​ຮຸນ​ແຮງ​ຂອງ​ຜູ້​ປໍ​ລະ​ປັກ.

ການ​ຂົ່ມ​ເຫັງ ຖື​ວ່າ​ເປັນ​ສ່ວນ​ໜຶ່ງ​ຂອງ​ອິດ​ທິ​ພົນ​ຂອງ​ຜູ້​ປໍ​ລະ​ປັກ. ມັນ​ເປັນ​ບາບ​ທີ່​ຮ້າຍ​ແຮງ.3 ໃນ​ຖາ​ນະ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ, ຂ້າ​ພະ​ເຈົ້າ​ຂໍ​ຢືນ​ຢັນ​ໃນ​ຄຳ​ສອນ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ກ່ຽວ​ກັບ​ບັນ​ຫາ​ນີ້. ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ຢ່າງ​ກະ​ຈ່າງ​ແຈ້ງ​ວ່າ: ການ​ຂົ່ມ​ເຫັງ ໃດໆ ຕໍ່​ຜູ້​ຍິງ, ເດັກ​ນ້ອຍ, ຫລື ຜູ້​ໃດ​ກໍ​ຕາມ ເປັນ​ສິ່ງ​ທີ່​ໜ້າ​ກຽດ​ຊັງ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ອົງ​ໂສກ​ເສົ້າ ແລະ ຂ້າ​ພະ​ເຈົ້າ​ໂສກ​ເສົ້າ ທຸກ​ຄັ້ງ​ທີ່ ຜູ້​ໃດ​ຜູ້​ໜຶ່ງ ຖືກ​ທຳ​ຮ້າຍ. ພຣະ​ອົງ​ຄໍ່າ​ຄວນ ແລະ ພວກ​ເຮົາ​ທຸກ​ຄົນ​ຄໍ່າ​ຄວນ ສຳ​ລັບ​ແຕ່​ລະ​ຄົນ​ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຂົ່ມ​ເຫັງ ໃນ​ທຸກ​ຮູບ​ແບບ. ຜູ້​ທີ່​ກະ​ທຳ​ການ​ອັນ​ໜ້າ​ລັງ​ກຽດ​ນີ້ ຈະ​ບໍ່​ພຽງ​ແຕ່​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ກົດ​ໝາຍ​ຂອງ​ມະ​ນຸດ​ເທົ່າ​ນັ້ນ ແຕ່​ຍັງ​ຈະ​ປະ​ເຊີນ​ກັບ​ພຣະ​ພິ​ໂລດ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່​ນຳ​ອີກ.

ເປັນ​ເວ​ລາ​ຫລາຍ​ທົດ​ສະ​ວັດ​ແລ້ວ ທີ່​ສາດ​ສະ​ໜາ​ຈັກ​ໄດ້​ດຳ​ເນີນ​ມາດ​ຕະ​ການ​ທີ່​ຄວບ​ຄຸມ ເພື່ອ​ປົກ​ປ້ອງ—ໂດຍ​ສະ​ເພາະ​ຢ່າງ​ຍິ່ງ—ເດັກ​ນ້ອຍ ຈາກ​ການ​ຂົ່ມ​ເຫັງ. ມີ​ການ​ຊ່ວຍ​ເຫລືອ​ຫລາຍ​ຢ່າງ​ຢູ່​ໃນ​ເວັບ​ໄຊ​ຂອງ​ສາດ​ສະ​ໜາ​ຈັກ. ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ໃຫ້​ທ່ານ​ສຶກ​ສາ​ມັນ.4 ແນວ​ທາງ​ເຫລົ່າ​ນີ້ ມີ​ໄວ້​ເພື່ອ​ປົກ​ປ້ອງ​ຜູ້​ບໍ​ລິ​ສຸດ. ຂ້າ​ພະ​ເຈົ້າ​ຂໍ​ຮຽກ​ຮ້ອງ​ໃຫ້​ພວກ​ເຮົາ​ແຕ່​ລະ​ຄົນ​ໄຫວ​ຕົວ​ຕໍ່​ຜູ້​ໃດ​ກໍ​ຕາມ​ທີ່​ອາດ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ​ຈາກ​ການ​ຂົ່ມ​ເຫັງ ແລະ ໃຫ້​ປະ​ຕິ​ບັດ​ໂດຍ​ທັນ​ທີ ເພື່ອ​ປົກ​ປ້ອງ​ພວກ​ເຂົາ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ບໍ່​ຍອມ​ທົນ​ໃຫ້​ມີ​ການ​ຂົ່ມ​ເຫັງ, ແລະ ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ອົງ, ພວກ​ເຮົາ​ກໍ​ບໍ່​ຍອມ​ເຊັ່ນ​ກັນ.

ຜູ້​ປໍ​ລະ​ປັກ​ມີ​ຍຸດ​ທະ​ວິ​ທີ​ອື່ນ​ທີ່​ໜ້າ​ກັງ​ວົນ. ໃນ​ທ່າມ​ກາງ​ສິ່ງ​ເຫລົ່າ​ນັ້ນ ມັນ​ພະ​ຍາ​ຍາມ​ເຮັດ​ໃຫ້​ເສັ້ນ​ແຍກ​ລະ​ຫວ່າງ​ຄວາມ​ຈິງ ແລະ ບໍ່​ຈິງ​ເຫັນ​ໄດ້​ຍາກ. ຂໍ້​ມູນ​ຈຳ​ນວນ​ມະ​ຫາ​ສານ​ຢູ່​ພຽງ​ປາຍ​ນິ້ວ​ຂອງ​ເຮົາ​ເທົ່າ​ນັ້ນ, ຊໍ້າ​ພັດ​ເຮັດ​ໃຫ້​ຍາກ​ຂຶ້ນ​ເລື້ອຍໆ​ທີ່​ຈະ​ກຳ​ນົດ​ວ່າ ອັນ​ໃດ​ແມ່ນ​ຄວາມ​ຈິງ.

ການ​ທ້າ​ທາຍ​ນີ້ ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ນຶກ​ເຖິງ​ປະ​ສົບ​ການ​ຂອງ​ຂ້າ​ພະ​ເຈົ້າ ແລະ ຊິດ​ສະ​ເຕີ ແນວ​ສັນ ຕອນ​ທີ່​ພວກ​ເຮົາ​ໄປ​ຢ້ຽມ​ຢາມ​ຜູ້​ທີ່​ມີ​ຍົດ​ຖາ​ບັນ​ດາ​ສັກ​ທ່ານ​ໜຶ່ງ ໃນ​ປະ​ເທດ​ທີ່​ມີ​ແຕ່​ໜ້ອຍ​ຄົນ​ທີ່​ເຄີຍ​ໄດ້​ຍິນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ເພື່ອນ​ຜູ້​ສູງ​ອາ​ຍຸ​ທີ່​ຮັກ​ແພງ​ຄົນ​ນີ້ ໄດ້​ປ່ວຍ​ໜັກ​ເມື່ອ​ບໍ່​ດົນ​ມາ​ນີ້. ເພິ່ນ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ ໃນ​ຊ່ວງ​ເວ​ລາ​ຫລາຍ​ມື້​ທີ່​ເພິ່ນ​ນອນ​ຢູ່​ຕຽງ​ນັ້ນ, ເພິ່ນ​ມັກ​ຈະ​ແນມ​ເບິ່ງ​ເພ​ດານ ແລະ ຖາມ​ວ່າ, “ແມ່ນ​ຫຍັງ​ຄື​ຄວາມ​ຈິງ?”

ຫລາຍ​ຄົນ​ໃນ​ໂລກ​ນີ້ “ຖືກ​ກີດ​ກັນ​ຈາກ​ຄວາມ​ຈິງ ເພາະ​ພວກ​ເຂົາ​ບໍ່​ຮູ້​ວ່າ​ຈະ​ຊອກ​ຫາ​ມັນ​ໄດ້​ຢູ່​ບ່ອນ​ໃດ.”5 ບາງ​ຄົນ​ອາດ​ເຮັດ​ໃຫ້​ພວກ​ເຮົາ​ເຊື່ອ​ວ່າ ຄວາມ​ຈິງ​ນັ້ນ​ແມ່ນ​ຂຶ້ນ​ຢູ່​ກັບ​ແຕ່​ລະ​ຄົນ—ກໍ​ຄື​ວ່າ ແຕ່​ລະ​ຄົນ​ຄວນ​ກຳ​ນົດ​ດ້ວຍ​ຕົນ​ເອງ​ວ່າ ແມ່ນ​ຫຍັງ​ຄື​ຄວາມ​ຈິງ. ຄວາມ​ເຊື່ອ​ດັ່ງ​ກ່າວ ເປັນ​ພຽງ​ແຕ່​ຄວາມ​ຄິດ​ທີ່​ປາດ​ຖະ​ໜາ​ສຳ​ລັບ​ຜູ້​ທີ່​ຄິດ​ຜິດ​ວ່າ ພວກ​ເຂົາ​ຈະ​ບໍ່​ຮັບ​ຜິດ​ຊອບ​ຕໍ່​ພຣະ​ເຈົ້າ​ເຊັ່ນ​ກັນ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ທັງ​ຫລາຍ, ພຣະ​ເຈົ້າ​ເປັນ​ແຫລ່ງ​ແຫ່ງ​ຄວາມ​ຈິງ​ທັງ​ໝົດ. ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຍອມ​ຮັບ​ເອົາ​ຄວາມ​ຈິງ ທັງ​ໝົດ ທີ່​ພຣະ​ເຈົ້າ​ຖ່າຍ​ທອດ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ອົງ, ບໍ່​ວ່າ​ຈະ​ຮຽນ​ຮູ້​ໃນ​ຫ້ອງ​ທົດ​ລອງ​ທາງ​ວິ​ທະ​ຍາ​ສາດ ຫລື ໄດ້​ຮັບ​ໂດຍ​ການ​ເປີດ​ເຜີຍ​ໂດຍ​ກົງ​ຈາກ​ພຣະ​ອົງ​ກໍ​ຕາມ.

ຈາກ​ແທ່ນ​ປາ​ໄສ​ນີ້ ໃນ​ມື້​ນີ້ ແລະ ມື້​ອື່ນ, ທ່ານ​ຈະ​ສືບ​ຕໍ່​ໄດ້​ຍິນ​ຄວາມ​ຈິງ. ກະ​ລຸ​ນາ​ຈົດ​ບັນ​ທຶກ​ຄວາມ​ຄິດ​ທີ່​ໜ້າ​ສົນ​ໃຈ ແລະ ສິ່ງ​ທີ່​ເຂົ້າ​ມາ​ໃນ​ຄວາມ​ຄິດ​ຂອງ​ທ່ານ ແລະ ຢູ່​ໃນ​ໃຈ​ຂອງ​ທ່ານ​ລົງ​ໄວ້. ຈົ່ງ​ທູນ​ຂໍ​ດ້ວຍ​ການ​ອະ​ທິ​ຖານ ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຢືນ​ຢັນ​ວ່າ ສິ່ງ​ທີ່​ທ່ານ​ໄດ້​ຍິນ​ນັ້ນ ເປັນ​ຄວາມ​ຈິງ.

ຂ້າ​ພະ​ເຈົ້າ​ຮັກ​ທ່ານ, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ກອງ​ປະ​ຊຸມ​ໃຫຍ່​ນີ້ ຈະ​ໃຫ້​ອາ​ຫານ​ຝ່າຍ​ວິນ​ຍານ ທີ່​ທ່ານ​ກຳ​ລັງ​ສະ​ແຫວງ​ຫາ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ