ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຖືກ​ເຮັດ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2022


ຖືກ​ເຮັດ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ

ຄວາມ​ດີ​ພ້ອມ​ຂອງ​ເຮົາ ສາ​ມາດ​ເປັນ​ໄປ​ໄດ້​ໂດຍ​ຜ່ານ​ທາງ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ.

ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ມີ​ອຳ​ນາດ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ລອດ ແລະ ປ່ຽນ​ແປງ​ເຮົາ. ພວກ​ພຣະ​ອົງ​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ກາຍ​ເປັນ​ເໝືອນ​ດັ່ງ​ພວກ​ພຣະ​ອົງ​ໄດ້.

ເມື່ອ​ບໍ່​ເທົ່າ​ໃດ​ປີ​ຜ່ານ​ມາ​ນີ້, ຫລານ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຂອງ​ພວກ​ເຮົາ, ອາ​ໂຣນ, ໄດ້​ເລີ່ມ​ມີ​ບັນ​ຫາ​ທາງ​ສຸ​ຂະ​ພາບ. ລາວ​ອິດ​ເມື່ອຍ​ແຮງ, ມີ​ຮອຍ​ຟົກ​ຊໍ້າ​ຫລາຍ​ບ່ອນ, ແລະ ເບິ່ງ​ບໍ່​ແຂງ​ແຮງ. ຫລັງ​ຈາກ​ການ​ກວດ​ທາງ​ການ​ແພດ, ໝໍ​ບອກ​ວ່າ​ລາວ​ເປັນ​ພະ​ຍາດ​ເລືອດ​ຈາງ, ພະ​ຍາດ​ທີ່​ໄຂ​ກະ​ດູກ​ຢຸດ​ຜະ​ລິດ​ຈຸ​ລັງ​ເມັດ​ເລືອດ​ແດງ, ຈຸ​ລັງ​ເມັດ​ເລືອດ​ຂາວ, ແລະ ເກັດ​ເລືອດ. ຖ້າ​ບໍ່​ມີ​ການ​ປິ່ນ​ປົວ ແລະ ການ​ຮັກ​ສາ​ໃນ​ຕອນ​ທ້າຍ​ສຸດ, ເລືອດ​ຂອງ​ລາວ​ຈະ​ບໍ່​ສາ​ມາດ​ຈັບ​ຕົວ​ເປັນ​ກ້ອນ​ຢ່າງ​ເໝາະ​ສົມ ຫລື ຕໍ່​ສູ້​ກັບ​ການ​ຕິດ​ເຊື້ອ, ແມ່ນ​ແຕ່​ການ​ລົ້ມ, ການ​ບາດ​ເຈັບ, ຫລື ການ​ເຈັບ​ປ່ວຍ​ພຽງ​ເລັກ​ນ້ອຍ ກໍ​ສາ​ມາດ​ກາຍ​ເປັນ​ອັນ​ຕະ​ລາຍ​ເຖິງ​ຊີ​ວິດ​ໄດ້​ຢ່າງ​ວ່ອງ​ໄວ.

ໃນ​ຊ່ວງ​ໄລ​ຍະ​ເວ​ລາ​ໜຶ່ງ, ອາ​ໂຣນ​ໄດ້​ຮັບ​ການ​ຖ່າຍ​ເກັດ​ເລືອດ ແລະ ຖ່າຍ​ເລືອດ​ເປັນ​ປະ​ຈຳ ເພື່ອ​ຮັກ​ສາ​ລາວ​ຈາກ​ອັນ​ຕະ​ລາຍ. ໝໍ​ໄດ້​ອະ​ທິ​ບາຍ​ວ່າ ວິ​ທີ​ຮັກ​ສາ​ດຽວ​ສຳ​ລັບ​ພະ​ຍາດ​ນີ້ ແມ່ນ​ການ​ປູກ​ຖ່າຍ​ໄຂ​ກະ​ດູກ, ແລະ ໂອ​ກາດ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ຄວາມ​ສຳ​ເລັດ ແມ່ນ​ການ​ມີ​ອ້າຍ​ເອື້ອຍ​ນ້ອງ​ເປັນ​ຜູ້​ບໍ​ລິ​ຈາກ. ຖ້າ​ອ້າຍ​ເອື້ອຍ​ນ້ອງ​ຄົນ​ໜຶ່ງ​ຂອງ​ລາວ​ເປັນ​ຄູ່​ທີ່​ເໝາະ​ສົມ, ຜົນ​ຂອງ​ການ​ປູກ​ຖ່າຍ​ອາດ​ຊ່ວຍ​ຊີ​ວິດ​ໄດ້. ນ້ອງ​ຊາຍ​ຂອງ​ລາວ​ສີ່​ຄົນ​ໄດ້​ເຂົ້າ​ຮັບ​ການ​ກວດ, ແລະ ຄົນ​ໜຶ່ງ, ແມ໊ກ​ສະ​ແວວ, ຖື​ວ່າ​ເປັນ​ຄູ່​ທີ່​ສົມ​ບູນ​ແບບ.

ເຖິງ​ແມ່ນ​ຈະ​ມີ​ຜູ້​ບໍ​ລິ​ຈາກ​ທີ່​ເປັນ​ຄູ່​ທີ່​ສົມ​ບູນ​ແບບ​ກໍ​ຕາມ, ການ​ປູກ​ຖ່າຍ​ໄຂ​ກະ​ດູກ ຍັງ​ມີ​ຄວາມ​ສ່ຽງ​ທີ່​ຈະ​ເກີດ​ພາ​ວະ​ແຊກ​ຊ້ອນ​ທີ່​ຮ້າຍ​ແຮງ. ຂະ​ບວນ​ການ​ນີ້ ຈຳ​ເປັນ​ຕ້ອງ​ໄດ້​ທຳ​ລາຍ​ຈຸ​ລັງ​ຂອງ​ອາ​ໂຣນ​ເອງ​ທີ່​ຢູ່​ໃນ​ໄຂ​ກະ​ດູກ​ທີ່​ເປັນ​ພະ​ຍາດ ໂດຍ​ການ​ປະ​ສົມ​ປະ​ສານ​ກັນ​ຂອງ​ເຄ​ມີ​ບຳ​ບັດ ແລະ ການ​ສາຍ​ລັງ​ສີ ກ່ອນ​ທີ່​ຈະ​ໄດ້​ຮັບ​ລຳ​ຕົ້ນ​ຈຸ​ລັງ​ຈາກ​ໄຂ​ກະ​ດູກ​ຂອງ​ແມ໊ກ​ສະ​ແວວ ນ້ອງ​ຊາຍ​ຂອງ​ລາວ. ແລ້ວ​ເນື່ອງ​ຈາກ​ລະ​ບົບ​ພູມ​ຄຸ້ມ​ກັນ​ຂອງ​ອາ​ໂຣນ​ມີ​ຄວາມ​ບົກ​ພ່ອງ, ລາວ​ຕ້ອງ​ໄດ້​ຖືກ​ແຍກ​ຕົວ​ໃນ​ໂຮງ​ໝໍ​ເປັນ​ເວ​ລາ​ຫລາຍ​ອາ​ທິດ ແລະ ຕ້ອງ​ຢູ່​ບ້ານ​ເປັນ​ເວ​ລາ​ຫລາຍ​ເດືອນ ດ້ວຍ​ມາດ​ຕະ​ການ​ພິ​ເສດ, ຂໍ້​ຈຳ​ກັດ, ແລະ ການ​ໃຊ້​ຢາ.

ຜົນ​ການ​ປູກ​ຖ່າຍ​ທີ່​ຄາດ​ຫວັງ​ໄວ້ ກໍ​ຄື​ວ່າ ຮ່າງ​ກາຍ​ຂອງ​ອາ​ໂຣນ​ຈະ​ບໍ່​ປະ​ຕິ​ເສດ​ຈຸ​ລັງ​ຜູ້​ໃຫ້​ບໍ​ລິ​ຈາກ ແລະ ວ່າ​ຈຸ​ລັງ​ຂອງ​ແມ໊ກ​ສະ​ແວວ​ຈະ​ຄ່ອຍໆ​ຜະ​ລິດ​ຈຸ​ລັງ​ເມັດ​ເລືອດ​ແດງ ແລະ ເມັດ​ເລືອດ​ຂາວ ແລະ ເກັດ​ເລືອດ​ທີ່​ຈຳ​ເປັນ​ໃນ​ຮ່າງ​ກາຍ​ຂອງ​ອາ​ໂຣນ. ການ​ປູກ​ຖ່າຍ​ຜູ້​ບໍ​ລິ​ຈາກ​ທີ່​ປະ​ສົບ​ຜົນ​ສຳ​ເລັດ ກໍ່​ໃຫ້​ເກີດ​ການ​ປ່ຽນ​ແປງ​ທາງ​ຮ່າງ​ກາຍ​ທີ່​ແທ້​ຈິງ. ຊ່າງ​ໜ້າ​ປະ​ຫລາດ​ໃຈ​ຫລາຍ, ທ່ານ​ໝໍ​ໄດ້​ອະ​ທິ​ບາຍ​ວ່າ ຖ້າ​ອາ​ໂຣນ​ກໍ່​ອາດ​ຊະ​ຍາ​ກຳ ແລະ ຖິ້ມ​ເລືອດ​ໄວ້​ຢູ່​ບ່ອນ​ເກີດ​ເຫດ, ຕຳ​ຫລວດ​ສາ​ມາດ​ຈັບ​ແມ໊ກ​ສະ​ແວວ ນ້ອງ​ຊາຍ​ຂອງ​ລາວ​ໄດ້. ນີ້​ກໍ​ຍ້ອນ​ວ່າ ເລືອດ​ຂອງ​ອາ​ໂຣນ​ແມ່ນ​ມາ​ຈາກ​ຈຸ​ລັງ​ທີ່​ໄດ້​ຖືກ​ປູກ​ຖ່າຍ​ຂອງ​ແມ໊ກ​ສະ​ແວວ ແລະ ມີ​ດີ​ເອັນ​ເອ​ຂອງ​ແມ໊ກ​ສະ​ແວວ, ແລະ ຈະ​ເປັນ​ແນວ​ນີ້​ໄປ​ຕະ​ຫລອດ​ຊີ​ວິດ​ຂອງ​ລາວ.

ການ​ທີ່​ອາ​ໂຣນ​ໄດ້​ຮັບ​ການ​ຊ່ວຍ​ຊີ​ວິດ​ຈາກ​ເລືອດ​ຂອງ​ນ້ອງ​ຊາຍ​ຂອງ​ລາວ ໄດ້​ກະ​ຕຸ້ນ​ຄວາມ​ຄິດ​ຫລາຍ​ຢ່າງ​ກ່ຽວ​ກັບ​ໂລ​ຫິດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ຜົນ​ກະ​ທົບ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ເຮົາ. ມື້​ນີ້, ຂ້າ​ພະ​ເຈົ້າ​ຢາກ​ມຸ່ງ​ເນັ້ນ​ໄປ​ທີ່​ການ​ປ່ຽນ​ແປງ​ອັນ​ຖາ​ວອນ, ທີ່​ໃຫ້​ຊີ​ວິດ ທີ່​ເກີດ​ຂຶ້ນ​ເມື່ອ​ເຮົາ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ເຮັດ​ການ​ອັດ​ສະ​ຈັນ​ໃນ​ເຮົາ.1

ອາ​ໂຣນ​ບໍ່​ໄດ້​ມີ​ອຳ​ນາດ​ໃນ​ຕົວ​ຂອງ​ລາວ​ເອງ​ເພື່ອ​ຈະ​ເອົາ​ຊະ​ນະ​ພະ​ຍາດ​ນີ້. ຮ່າງ​ກາຍ​ຂອງ​ລາວ​ບໍ່​ສາ​ມາດ​ສ້າງ​ຈຸ​ລັງ​ເລືອດ​ທີ່​ຈຳ​ເປັນ​ຕໍ່​ການ​ປະ​ທັງ​ຊີ​ວິດ​ຂອງ​ລາວ​ໄດ້. ບໍ່​ວ່າ​ລາວ​ຈະ​ເຮັດ​ຫຍັງ​ເອງ​ກໍ​ຕາມ, ລາວ​ກໍ​ບໍ່​ສາ​ມາດ​ປິ່ນ​ປົວ​ໄຂ​ກະ​ດູກ​ຂອງ​ລາວ​ໄດ້. ດັ່ງ​ທີ່​ອາ​ໂຣນ​ບໍ່​ສາ​ມາດ​ຮັກ​ສາ​ຕົວ​ເອງ​ໄດ້, ເຮົາ​ກໍ​ບໍ່​ສາ​ມາດ​ຊ່ວຍ​ຕົວ​ເອງ​ໃຫ້​ລອດ​ໄດ້​ເຊັ່ນ​ກັນ. ບໍ່​ວ່າ​ເຮົາ​ຈະ​ມີ​ຄວາມ​ສາ​ມາດ, ມີ​ການ​ສຶກ​ສາ, ສະ​ຫລາດ, ຫລື ແຂງ​ແຮງ​ຫລາຍ​ສໍ່າ​ໃດ, ເຮົາ​ກໍ​ບໍ່​ສາ​ມາດ​ຊໍາ​ລະ​ລ້າງ​ຕົວ​ເຮົາ​ເອງ​ຈາກ​ການ​ບາບ​ຂອງ​ເຮົາ​ໄດ້, ປ່ຽນ​ຮ່າງ​ກາຍ​ຂອງ​ເຮົາ​ໃຫ້​ເປັນ​ສະ​ພາບ​ອະ​ມະ​ຕະ, ຫລື ເຮັດ​ໃຫ້​ຕົວ​ເຮົາ​ສູງ​ສົ່ງ​ໄດ້. ມັນ​ເປັນ​ໄດ້​ໂດຍ​ຜ່ານ​ທາງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ. “ບໍ່​ມີ​ທາງ ຫລື ພຣະ​ນາມ​ອື່ນ​ໃດ​ຈະ​ປະ​ທານ​ໃຫ້​ພາຍ​ໃຕ້​ສະ​ຫວັນ​ອີກ​ເລີຍ ຊຶ່ງ​ໂດຍ​ທາງ​ນັ້ນ​ມະ​ນຸດ​ຈະ​ລອດ​ໄດ້​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.”2 ນັ້ນ​ແມ່ນ​ໂລ​ຫິດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ທີ່​ຊໍາ​ລະ​ລ້າງ​ເຮົາ ແລະ ຊຳ​ລະ​ເຮົາ​ໃຫ້​ບໍ​ລິ​ສຸດ.3

ເຖິງ​ແມ່ນ​ວ່າ​ອາ​ໂຣນ​ບໍ່​ສາ​ມາດ​ປິ່ນ​ປົວ​ຕົວ​ລາວ​ເອງ, ເພື່ອ​ວ່າ​ການ​ປູກ​ຖ່າຍ​ຈະ​ໄດ້​ຜົນ ລາວ​ຈຳ​ເປັນ​ຕ້ອງ​ເຕັມ​ໃຈ​ທີ່​ຈະ​ເຮັດ​ໃນ​ສິ່ງ​ທີ່​ໝໍ​ບອກ—ເຖິງ​ແມ່ນ​ຈະ​ຍາກ ແລະ ທ້າ​ທາຍ. ເຖິງ​ແມ່ນ​ວ່າ ເຮົາ​ຈະ​ບໍ່​ສາ​ມາດ​ຊ່ວຍ​ຕົວ​ເອງ​ໃຫ້​ລອດ​ກໍ​ຕາມ, ເມື່ອ​ເຮົາ​ຍອມ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ທາງ​ກໍ​ຈະ​ເປີດ​ອອກ​ສຳ​ລັບ​ການ​ໄຖ່​ຂອງ​ເຮົາ.4 ເຊັ່ນ​ດຽວ​ກັບ​ຂະ​ບວນ​ການ​ອັນ​ໂດດ​ເດັ່ນ​ຂອງ​ດີ​ເອັນ​ເອ​ຂອງ​ຈຸ​ລັງ​ເລືອດ​ຂອງ​ອາ​ໂຣນ​ທີ່​ປ່ຽນ​ແປງ, ເຮົາ​ກໍ​ສາ​ມາດ​ເຮັດ​ໃຫ້​ໃຈ​ຂອງ​ເຮົາ​ປ່ຽນ​ໄດ້,5 ຮັບ​ເງົາ​ຂອງ​ພຣະ​ອົງ​ໄວ້​ໃນ​ໃບ​ໜ້າ​ຂອງ​ເຮົາ,6 ແລະ ກາຍ​ມາ​ເປັນ​ຄົນ​ໃໝ່​ໃນ​ພຣະ​ຄຣິດ.7

ແອວ​ມາ​ໄດ້​ຢໍ້າ​ເຕືອນ​ຜູ້​ຄົນ​ຂອງ​ເຊ​ຣາ​ເຮັມ​ລາ ກ່ຽວ​ກັບ​ຄົນ​ລຸ້ນ​ກ່ອນ​ທີ່​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ. ໃນ​ການ​ກ່າວ​ເຖິງ​ພໍ່​ຂອງ​ເພິ່ນ, ແອວ​ມາ​ໄດ້​ອະ​ທິ​ບາຍ​ວ່າ “ຕາມ​ສັດ​ທາ​ຂອງ​ເພິ່ນ, ຈຶ່ງ​ມີ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ​ເກີດ​ຂຶ້ນ​ໃນ​ໃຈ​ຂອງ​ເພິ່ນ.”8 ແລ້ວ​ເພິ່ນ​ກໍ​ຖາມ​ວ່າ, “ພວກ​ທ່ານ​ເຄີຍ​ປະ​ສົບ​ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ນີ້​ໃນ​ໃຈ​ຂອງ​ພວກ​ທ່ານ​ແລ້ວ​ບໍ?”9 ບໍ່​ແມ່ນ​ຄົນ ທີ່​ປ່ຽນ​ໃຈ​ຂອງ​ຕົນ​ເອງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ​ການ​ປ່ຽນ​ແປງ​ທີ່​ແທ້​ຈິງ. ແອວ​ມາ​ຊັດ​ເຈນ​ຫລາຍ​ກ່ຽວ​ກັບ​ເລື່ອງ​ນີ້. ເພິ່ນ​ໄດ້​ກ່າວ​ວ່າ, “ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ປ່ຽນ​ໃຈ​ຂອງ​ເຂົາ​ເຈົ້າ.”10 ເຂົາ​ເຈົ້າ “ໄດ້​ຖ່ອມ​ຕົວ ແລະ ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ​ອົງ​ທ່ຽງ​ແທ້ ແລະ ຊົງ​ພຣະ​ຊົນ​ຢູ່ … [ແລະ] ຊື່​ສັດ​ຈົນ​ເຖິງ​ວັນ​ຕາຍ … [ແລະ] ເຂົາ​ເຈົ້າ​ຈຶ່ງ​ລອດ.”11 ຜູ້​ຄົນ​ໄດ້​ເຕັມ​ໃຈ​ທີ່​ຈະ​ເປີດ​ໃຈ​ຂອງ​ເຂົາ​ເຈົ້າ ແລະ ໃຊ້​ສັດ​ທາ, ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ປ່ຽນ​ໃຈ​ຂອງ​ເຂົາ​ເຈົ້າ. ແລະ ມັນ​ເປັນ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ​ແທ້ໆ! ລອງ​ນຶກ​ເຖິງ​ຄວາມ​ແຕກ​ຕ່າງ​ໃນ​ຊີ​ວິດ​ຂອງ​ຊາຍ​ສອງ​ຄົນ​ນີ້ ທີ່​ຊື່​ວ່າ ແອວ​ມາ ກ່ອນ ແລະ ຫລັງ​ຈາກ​ທີ່​ໃຈ​ຂອງ​ເພິ່ນ​ປ່ຽນ.12

ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ ທີ່​ມີ​ຈຸດ​ໝາຍ​ປາຍ​ທາງ​ທີ່​ສະ​ຫງ່າ​ຜ່າ​ເຜີຍ. ເຮົາ​ສາ​ມາດ​ປ່ຽນ​ແປງ​ເພື່ອ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ ແລະ ມີ “ຄວາມ​ສົມ​ບູນ​ແຫ່ງ​ຄວາມ​ຊື່ນ​ຊົມ.”13 ໃນ​ທາງ​ກົງ​ກັນ​ຂ້າມ, ຊາ​ຕານ​ຈະ​ເຮັດ​ໃຫ້​ເຮົາ​ເສົ້າ​ສະ​ຫລົດ​ໃຈ​ຄື​ກັນ​ກັບ​ທີ່​ມັນ​ເປັນ.14 ເຮົາ​ສາ​ມາດ​ເລືອກ​ໄດ້​ວ່າ ເຮົາ​ຈະ​ຕິດ​ຕາມ​ໃຜ.15 ເມື່ອ​ເຮົາ​ຕິດ​ຕາມ​ຊາ​ຕານ, ເຮົາ​ກໍ​ມອບ​ອຳ​ນາດ​ໃຫ້​ມັນ.16 ເມື່ອ​ເຮົາ​ຕິດ​ຕາມ​ພຣະ​ເຈົ້າ, ພຣະ​ອົງ​ກໍ​ມອບ​ອຳ​ນາດ​ໃຫ້​ເຮົາ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ໄວ້​ວ່າ ເຮົາ “ຕ້ອງ​ດີ​ພ້ອມ.”17 ສິ່ງ​ນີ້​ອາດ​ເບິ່ງ​ເປັນ​ຕາ​ຢ້ານ. ຂ້າ​ພະ​ເຈົ້າ​ສາ​ມາດ​ເຫັນ​ໄດ້​ຢ່າງ​ແຈ້ງ​ຊັດ​ເຖິງ​ຄວາມ​ບໍ່​ພຽບ​ພ້ອມ ແລະ ຮັບ​ຮູ້​ຢ່າງ​ເຈັບ​ປວດ​ເຖິງ​ໄລ​ຍະ​ຫ່າງ​ລະ​ຫວ່າງ​ຂ້າ​ພະ​ເຈົ້າ ແລະ ຄວາມ​ດີ​ພ້ອມ. ເຮົາ​ອາດ​ມີ​ແນວ​ໂນ້ມ​ທີ່​ຈະ​ຄິດ​ວ່າ ເຮົາ​ຕ້ອງ​ເຮັດ​ໃຫ້​ຕົວ​ເອງ​ດີ​ພ້ອມ​ດ້ວຍ​ຕົວ​ຂອງ​ເຮົາ​ເອງ, ແຕ່​ມັນ​ເປັນ​ໄປ​ບໍ່​ໄດ້. ການ​ປະ​ຕິ​ບັດ​ຕາມ​ທຸກໆ​ຄຳ​ແນະ​ນຳ ໃນ​ໜັງ​ສື​ທຸກໆ​ເຫລັ້ມ​ເພື່ອ​ຊ່ວຍ​ເຫລືອ​ຕົວ​ເອງ​ໃນ​ໂລກ ຈະ​ບໍ່​ເຮັດ​ໃຫ້​ມັນ​ເກີດ​ຂຶ້ນ. ມີ​ພຽງ​ແຕ່​ທາງ​ດຽວ ແລະ ຊື່​ດຽວ​ເທົ່າ​ນັ້ນ ທີ່​ຄວາມ​ດີ​ພ້ອມ​ຈະ​ມາ​ເຖິງ. ເຮົາ “ຖືກ​ເຮັດ​ໃຫ້​ດີ​ພ້ອມ​ທຸກ​ຢ່າງ​ຜ່ານ​ພຣະ​ເຢ​ຊູ​ຜູ້​ເປັນ​ກາງ​ຂອງ​ພັນ​ທະ​ສັນ​ຍາ​ໃໝ່, ຜູ້​ໄດ້​ເຮັດ​ໃຫ້​ເກີດ​ການ​ຊົດ​ໃຊ້​ທີ່​ສົມ​ບູນ​ຜ່ານ​ການ​ຫລັ່ງ​ໂລ​ຫິດ​ຂອງ​ພຣະ​ອົງ​ເອງ.”18 ຄວາມ​ດີ​ພ້ອມ​ຂອງ​ເຮົາ ສາ​ມາດ​ເປັນ​ໄປ​ໄດ້​ໂດຍ​ຜ່ານ​ທາງ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ.

ທ່ານ​ສາ​ມາດ​ນຶກ​ພາບ​ອອກ​ໄດ້​ບໍ່ ວ່າ​ມັນ​ຈະ​ເປັນ​ແນວ​ໃດ​ສຳ​ລັບ​ຫລານ​ຊາຍ​ໜຸ່ມ​ອາ​ໂຣນ​ຂອງ​ພວກ​ເຮົາ ຖ້າ​ລາວ​ຈະ​ຕ້ອງ​ສົມ​ມຸດ​ວ່າ ລາວ​ຕ້ອງ​ເຂົ້າ​ໃຈ ແລະ ເຮັດ​ຂັ້ນ​ຕອນ​ທາງ​ການ​ແພດ​ທັງ​ໝົດ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ປູກ​ຖ່າຍ​ຂອງ​ລາວ​ເອງ? ເຮົາ​ບໍ່​ຄວນ​ສັນ​ນິ​ຖານ​ເອົາ​ເອງ​ວ່າ ເຮົາ​ຈຳ​ເປັນ​ຕ້ອງ​ເຮັດ​ໃນ​ສິ່ງ​ທີ່​ພຽງ​ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເທົ່າ​ນັ້ນ​ສາ​ມາດ​ເຮັດ​ໄດ້ ໃນ​ຂະ​ບວນ​ການ​ອັນ​ໜ້າ​ອັດ​ສະ​ຈັນ​ຂອງ​ຄວາມ​ດີ​ພ້ອມ​ຂອງ​ເຮົາ.

ໃນ​ຂະ​ນະ​ທີ່​ໂມ​ໂຣ​ໄນ​ສະ​ຫລຸບ​ບັນ​ທຶກ​ຂອງ​ເພິ່ນ, ເພິ່ນ​ໄດ້​ສິດ​ສອນ​ວ່າ: “ແທ້​ຈິງ​ແລ້ວ, ຈົ່ງ​ມາ​ຫາ​ພຣະ​ຄຣິດ, ແລະ ຖືກ​ເຮັດ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ, … ແລະ ຖ້າ​ຫາກ​ທ່ານ​ປະ​ຕິ​ເສດ​ຕົນ​ຈາກ​ຄວາມ​ບໍ່​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ​ທຸກ​ຢ່າງ, ແລະ ຮັກ​ພຣະ​ເຈົ້າ​ດ້ວຍ​ສຸດ​ພະ​ລັງ, ຄວາມ​ນຶກ​ຄິດ, ແລະ ກຳ​ລັງ​ຂອງ​ທ່ານ, ເມື່ອ​ນັ້ນ​ພຣະ​ຄຸນ​ຂອງ​ພຣະ​ອົງ​ຈຶ່ງ​ພຽງ​ພໍ​ສຳ​ລັບ​ທ່ານ, ເພື່ອ​ໂດຍ​ພຣະ​ຄຸນ​ຂອງ​ພຣະ​ອົງ, ທ່ານ​ຈະ​ດີ​ພ້ອມ​ໃນ​ພຣະ​ຄຣິດ.”19 ຊ່າງ​ເປັນ​ຄວາມ​ຈິງ​ທີ່​ປອບ​ໂຍນ ແລະ ມີ​ພະ​ລັງ​ແທ້! ພຣະ​ຄຸນ​ຂອງ​ພຣະ​ອົງ​ພຽງ​ພໍ​ສຳ​ລັບ​ຂ້າ​ພະ​ເຈົ້າ. ພຣະ​ຄຸນ​ຂອງ​ພຣະ​ອົງ​ພຽງ​ພໍ​ສຳ​ລັບ​ທ່ານ. ພຣະ​ຄຸນ​ຂອງ​ພຣະ​ອົງ​ພຽງ​ພໍ​ສຳ​ລັບ​ທຸກ​ຄົນ​ທີ່ “ເຮັດ​ການ​ໜັກ​ໜ່ວງ ແລະ ແບກ​ພາ​ລະ​ໜັກ.”20

ສຳ​ລັບ​ການ​ປິ່ນ​ປົວ​ທາງ​ແພດ​ເໝືອນ​ດັ່ງ​ອາ​ໂຣນ, ຍັງ​ມີ​ຄວາມ​ບໍ່​ແນ່​ນອນ​ໃນ​ຜົນ​ໄດ້​ຮັບ​ຢູ່​ສະ​ເໝີ. ແທ້​ຈິງ​ແລ້ວ, ອາ​ໂຣນ​ຕ້ອງ​ໄດ້​ຮັບ​ການ​ປູກ​ຖ່າຍ​ເທື່ອ​ທີ​ສອງ ເມື່ອ​ເທື່ອ​ທຳ​ອິດ​ມີ​ພາ​ວະ​ແຊກ​ຊ້ອນ. ໂຊກ​ດີ​ທີ່, ສຳ​ລັບ​ການ​ປ່ຽນ​ແປງ​ຈິດ​ໃຈ​ທາງ​ວິນ​ຍານ, ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ສົງ​ໄສ​ວ່າ ມັນ​ຈະ​ເກີດ​ຂຶ້ນ​ຫລື​ບໍ່. ເມື່ອ​ເຮົາ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ, “ໂດຍ​ໄວ້​ວາງ​ໃຈ​ຢ່າງ​ເຕັມ​ທີ່​ໃນ​ພຣະ​ຄຸນ​ຄວາມ​ດີ​ຂອງ​ພຣະ​ອົງ ຜູ້​ຊົງ​ອາ​ນຸ​ພາບ​ເພື່ອ​ຊ່ວຍ​ໃຫ້​ລອດ,”21 ຈະ​ມີ​ການ​ຮັບ​ປະ​ກັນ 100 ເປີ​ເຊັນ​ວ່າ ຈະ​ໄດ້​ຮັບ​ການ​ຊຳ​ລະ​ໃຫ້​ສະ​ອາດ ໂດຍ​ໂລ​ຫິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຖືກ​ເຮັດ​ໃຫ້​ດີ​ພ້ອມ​ໃນ​ພຣະ​ອົງ​ໃນ​ທີ່​ສຸດ. ພຣະ​ອົງ​ເປັນ “ພຣະ​ເຈົ້າ​ແຫ່ງ​ຄວາມ​ຈິງ, ແລະ [ບໍ່​ສາ​ມາດ] ເວົ້າ​ຕົວະ.”22

ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ ຂະ​ບວນ​ການ​ຂອງ​ການ​ປ່ຽນ​ແປງ​ນີ້ ຕ້ອງ​ໃຊ້​ເວ​ລາ ແລະ ຈະ​ບໍ່​ສຳ​ເລັດ​ຈົນ​ກວ່າ​ຫລັງ​ຈາກ​ຊີ​ວິດ​ນີ້, ແຕ່​ຄຳ​ສັນ​ຍາ​ນັ້ນ ແມ່ນ​ແນ່​ນອນ. ເມື່ອ​ຄວາມ​ສຳ​ເລັດ​ຂອງ​ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ ເບິ່ງ​ຄື​ວ່າ​ຍັງ​ຫ່າງ​ໄກ, ເຮົາ​ກໍ​ຍັງ​ນ້ອມ​ຮັບ​ເອົາ​ຄຳ​ສັນ​ຍາ​ເຫລົ່າ​ນັ້ນ, ໂດຍ​ຮູ້​ວ່າ ມັນ​ຈະ​ສຳ​ເລັດ​ຕາມ​ນັ້ນ.23

ການ​ປ່ຽນ​ແປງ​ທີ່​ໜ້າ​ອັດ​ສະ​ຈັນ​ໃນ​ສຸ​ຂະ​ພາບ​ຂອງ​ອາ​ໂຣນ ໄດ້​ນຳ​ຄວາມ​ຊື່ນ​ຊົມ​ອັນ​ຍິ່ງ​ໃຫຍ່​ມາ​ສູ່​ຄອບ​ຄົວ​ຂອງ​ພວກ​ເຮົາ. ລອງ​ນຶກ​ພາບ​ເບິ່ງ​ຄວາມ​ຊື່ນ​ຊົມ​ອັນ​ຍິ່ງ​ໃຫຍ່​ໃນ​ສະ​ຫວັນ ເມື່ອ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ ເກີດ​ຂຶ້ນ​ໃນ​ຈິດ​ວິນ​ຍານ​ຂອງ​ເຮົາ.

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ຮັກ​ເຮົາ ແລະ ໄດ້​ສະ​ເໜີ​ດ້ວຍ​ຄວາມ​ກະ​ລຸ​ນາ ທີ່​ຈະ​ປ່ຽນ​ເຮົາ ແລະ ເຮັດ​ໃຫ້​ເຮົາ​ດີ​ພ້ອມ. ພຣະ​ອົງ​ຢາກ​ເຮັດ​ສິ່ງ​ນີ້. ມັນ​ແມ່ນ​ສູນ​ກາງ​ຂອງ​ວຽກ​ງານ ແລະ ລັດ​ສະ​ໝີ​ພາບ​ຂອງ​ພວກ​ພຣະ​ອົງ.24 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ອົງ​ມີ​ອຳ​ນາດ​ທີ່​ຈະ​ເຮັດ​ສິ່ງ​ນີ້ ເມື່ອ​ເຮົາ​ມາ​ຫາ​ພຣະ​ອົງ​ດ້ວຍ​ສັດ​ທາ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ