ເປັນອັນໜຶ່ງອັນດຽວກັນໃນພຣະຄຣິດ
ພຽງແຕ່ໃນ ແລະ ໂດຍຄວາມຈົງຮັກພັກດີ ແລະ ຄວາມຮັກຂອງເຮົາເປັນສ່ວນບຸກຄົນຕໍ່ພຣະເຢຊູຄຣິດເທົ່ານັ້ນ ທີ່ເຮົາຈະສາມາດຫວັງເປັນອັນໜຶ່ງອັນດຽວກັນໄດ້.
ດັ່ງທີ່ປະທານດາລິນ ເອັຈ ໂອກສ໌ ໄດ້ສັງເກດ, ມື້ນີ້ແມ່ນວັນອາທິດໃບຕານ, ເປັນມື້ເລີ່ມຕົ້ນອາທິດທີ່ສັກສິດ, ຊຶ່ງໝາຍເປັນການເຂົ້າກຸງເຢຣູຊາເລັມຢ່າງຜູ້ມີໄຊຂອງພຣະຜູ້ເປັນເຈົ້າ, ເຖິງການຮັບທຸກທໍລະມານຂອງພຣະອົງໃນເຄັດເຊມາເນ ແລະ ການສິ້ນພຣະຊົນຢູ່ເທິງໄມ້ກາງແຂນບໍ່ເທົ່າໃດມື້ຈາກນັ້ນ, ແລະ ເຖິງການຟື້ນຄືນພຣະຊົນທີ່ສະຫງ່າລາສີຂອງພຣະອົງໃນວັນອາທິດອີດສະເຕີ. ຂໍໃຫ້ເຮົາຕັ້ງໃຈທີ່ຈະບໍ່ລືມສິ່ງທີ່ພຣະຄຣິດໄດ້ອົດທົນເພື່ອໄຖ່ເຮົາ.1 ແລະ ຂໍໃຫ້ເຮົາຢ່າສູນເສຍຄວາມຊື່ນຊົມອັນລົ້ນເຫລືອ ທີ່ເຮົາຈະຮູ້ສຶກອີກຄັ້ງໃນວັນອີດສະເຕີ ຂະນະທີ່ເຮົາໄຕ່ຕອງເຖິງໄຊຊະນະຂອງພຣະອົງເໜືອຫລຸມຝັງສົບ ແລະ ຂອງປະທານແຫ່ງການຟື້ນຄືນຊີວິດທົ່ວໄປ.
ຕອນແລງກ່ອນການທົດລອງ ແລະ ການຖືກຄຶງທີ່ລໍຖ້າພຣະອົງ, ພຣະເຢຊູໄດ້ກິນເຂົ້າແລງປັດສະຄາກັບພວກສາວົກຂອງພຣະອົງ. ໃນທ້າຍຂອງເຂົ້າແລງຄາບສຸດທ້າຍ, ໃນຄຳອະທິຖານວິງວອນທີ່ສັກສິດ, ພຣະເຢຊູໄດ້ອ້ອນວອນຕໍ່ພຣະບິດາຂອງພຣະອົງໃນຖ້ອຍຄຳເຫລົ່ານີ້: “ພຣະບິດາຜູ້ບໍລິສຸດເອີຍ, ຂໍໂຜດພິທັກຮັກສາພວກເຂົາໄວ້ໂດຍອຳນາດແຫ່ງພຣະນາມຂອງພຣະອົງ ຄືພຣະນາມທີ່ພຣະອົງໄດ້ໃຫ້ແກ່ຂ້ານ້ອຍນັ້ນ ເພື່ອວ່າພວກເຂົາຈະໄດ້ເປັນອັນໜຶ່ງອັນດຽວກັນ ເໝືອນດັ່ງພຣະອົງກັບຂ້ານ້ອຍເປັນອັນໜຶ່ງອັນດຽວກັນ.”2
ແລ້ວ, ດ້ວຍຄວາມອ່ອນໂຍນ, ພຣະຜູ້ຊ່ວຍໃຫ້ລອດໄດ້ຂະຫຍາຍຄຳອ້ອນວອນຂອງພຣະອົງ ໃຫ້ລວມຜູ້ທີ່ເຊື່ອທັງໝົດ:
“ຂ້ານ້ອຍອະທິຖານບໍ່ແມ່ນແຕ່ສຳລັບພວກເຂົາເທົ່ານັ້ນ, ແຕ່ສຳລັບຄົນທັງຫລາຍທີ່ວາງໃຈເຊື່ອໃນຂ້ານ້ອຍ ເພາະຖ້ອຍຄຳຂອງພວກເຂົາ;
“ເພື່ອໃຫ້ພວກເຂົາທັງໝົດເປັນອັນໜຶ່ງອັນດຽວກັນ, ໂອ້ ພຣະບິດາເອີຍ, ຂໍໂຜດໃຫ້ພວກເຂົາຢູ່ໃນເຮົາທັງສອງເໝືອນກັນ, ເໝືອນດັ່ງພຣະອົງສະຖິດຢູ່ໃນຂ້ານ້ອຍ, ແລະ ຂ້ານ້ອຍຢູ່ໃນພຣະອົງ, ຂໍໃຫ້ພວກເຂົາເປັນອັນໜຶ່ງອັນດຽວກັນ.”3
ການເປັນອັນໜຶ່ງອັນດຽວກັນ ເປັນຫົວຂໍ້ທີ່ເກີດຂຶ້ນຊ້ຳໆໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ໃນການປະຕິບັດຂອງພຣະເຈົ້າກັບລູກໆຂອງພຣະອົງ. ກ່ຽວກັບເມືອງຊີໂອນໃນສະໄໝຂອງເອນົກ, ມີຄຳກ່າວວ່າ “ພວກເຂົາມີໃຈດຽວ ແລະ ມີຄວາມຄິດດຽວ.”4 ໃນບັນດາໄພ່ພົນລຸ້ນທຳອິດໃນສາດສະໜາຈັກຂອງພຣະເຢຊູຄຣິດສະໄໝບູຮານ, ພຣະຄຳພີໃໝ່ບັນທຶກວ່າ, “ຄົນທັງຫລາຍທີ່ເຊື່ອນັ້ນ ກໍເປັນນ້ຳໜຶ່ງໃຈດຽວກັນ.”5
ໃນສະໄໝຂອງເຮົາເອງ, ພຣະຜູ້ເປັນເຈົ້າໄດ້ເຕືອນວ່າ, “ເຮົາກ່າວກັບພວກເຈົ້າວ່າ, ຈົ່ງເປັນອັນໜຶ່ງດຽວກັນ; ແລະ ຖ້າຫາກພວກເຈົ້າບໍ່ເປັນອັນໜຶ່ງອັນດຽວກັນພວກເຈົ້າກໍບໍ່ແມ່ນຂອງເຮົາ.”6 ໃນບັນດາເຫດຜົນທີ່ພຣະຜູ້ເປັນເຈົ້າໄດ້ບອກວ່າເປັນຫຍັງໄພ່ພົນລຸ້ນທຳອິດໃນລັດມີເຊີຣີຈຶ່ງລົ້ມເຫລວ ໃນການສະຖາປະນາສະຖານທີ່ຂອງຊີໂອນຄື ເຂົາເຈົ້າ “ບໍ່ໄດ້ພ້ອມໃຈກັນຕາມສະຫະພາບດັ່ງທີ່ກົດຂອງອານາຈັກຊັ້ນສູງຮຽກຮ້ອງ.”7
ບ່ອນທີ່ພຣະເຈົ້າໄຊຊະນະເໜືອຫົວໃຈ ແລະ ຄວາມຄິດທັງໝົດ, ຜູ້ຄົນຈະຖືກບັນຍາຍວ່າເປັນ “ພວກດຽວກັນ, ເປັນລູກຂອງພຣະຄຣິດ.”8
ເມື່ອພຣະຜູ້ຊ່ວຍໃຫ້ລອດທີ່ຟື້ນຄືນພຣະຊົນໄດ້ປະກົດຕໍ່ຜູ້ຄົນໃນພຣະຄຳພີມໍມອນສະໄໝບູຮານ, ພຣະອົງໄດ້ຕັ້ງຂໍ້ສັງເກດດ້ວຍຄວາມບໍ່ພໍພຣະໄທວ່າ ໃນອະດີດໄດ້ມີການໂຕ້ຖຽງກັນໃນບັນດາຜູ້ຄົນກ່ຽວກັບການບັບຕິສະມາ ແລະ ເລື່ອງອື່ນໆ. ພຣະອົງໄດ້ບັນຊາວ່າ:
“ມັນຈະບໍ່ມີການໂຕ້ຖຽງກັນໃນບັນດາພວກເຈົ້າ, ດັ່ງທີ່ເຄີຍມີມາກ່ອນ; ທັງຈະບໍ່ມີການໂຕ້ຖຽງກັນໃນບັນດາພວກເຈົ້າກ່ຽວກັບຄຳສອນຂອງເຮົາ, ດັ່ງທີ່ເຄີຍມີມາກ່ອນນັ້ນ.
“ເພາະຕາມຈິງ, ຕາມຈິງແລ້ວ ເຮົາກ່າວກັບພວກເຈົ້າ, ຜູ້ທີ່ມີວິນຍານແຫ່ງການຂັດແຍ້ງນັ້ນບໍ່ໄດ້ມາຈາກເຮົາ, ແຕ່ມາຈາກມານ, ຜູ້ເປັນບິດາຂອງການຂັດແຍ້ງ.”9
ໃນໂລກທີ່ມີການຂັດແຍ້ງຢ່າງຫລວງຫລາຍ, ເຮົາຈະບັນລຸຄວາມເປັນອັນໜຶ່ງດຽວກັນໄດ້ແນວໃດ, ໂດຍສະເພາະໃນສາດສະໜາຈັກ ບ່ອນທີ່ເຮົາຕ້ອງມີ “ພຣະຜູ້ເປັນເຈົ້າອົງດຽວ, ມີຄວາມເຊື່ອດຽວ, ມີບັບຕິສະມາດຽວ”?10 ໂປໂລໄດ້ມອບຂໍກະແຈໃຫ້ເຮົາ ດັ່ງນີ້:
“ຄົນໃດໃນພວກເຈົ້າໄດ້ຮັບບັບຕິສະມາໃນພຣະຄຣິດແລ້ວ ຄົນນັ້ນກໍໄດ້ສວມຊີວິດຂອງພຣະຄຣິດ.
“ດັ່ງນັ້ນຈົ່ງບໍ່ມີຄວາມແຕກຕ່າງອັນໃດ ລະຫວ່າງຄົນຢິວ ແລະ ຄົນຕ່າງຊາດ, ລະຫວ່າງທາດ ແລະ ອິດສະລະ, ລະຫວ່າງຊາຍ ແລະ ຍິງ: ເພາະພວກເຈົ້າທຸກຄົນເປັນອັນໜຶ່ງອັນດຽວກັນໃນພຣະຄຣິດ.”11
ເຮົາກໍມີຄວາມຫລາກຫລາຍ ຫລາຍເກີນໄປ ແລະ ບາງຄັ້ງບໍ່ປອງດອງກັນຫລາຍເກີນໄປ ຈົນບໍ່ສາມາດເປັນອັນໜຶ່ງອັນດຽວກັນຢູ່ເທິງພື້ນຖານອື່ນ ຫລື ພາຍໃຕ້ຊື່ອື່ນ. ມີແຕ່ໃນພຣະເຢຊູຄຣິດເທົ່ານັ້ນ ທີ່ເຮົາສາມາດກາຍເປັນອັນໜຶ່ງອັນດຽວກັນໄດ້.
ການກາຍເປັນອັນໜຶ່ງອັນດຽວກັນໃນພຣະຄຣິດເກີດຂຶ້ນເທື່ອລະຄົນ—ເຮົາແຕ່ລະຄົນເລີ່ມຕົ້ນທີ່ຕົວເອງ. ເຮົາເປັນສອງໃນເນື້ອໜັງ ແລະ ວິນຍານ ແລະ ບາງຄັ້ງກໍເຮັດສົງຄາມພາຍໃນຕົວເອງ. ດັ່ງທີ່ໂປໂລໄດ້ກ່າວ:
“ສ່ວນເລິກໃນຈິດໃຈຂອງເຮົາແລ້ວ ເຮົາກໍພໍໃຈປິຕິຍິນດີກັບກົດບັນຍັດຂອງພຣະເຈົ້າ;
“ແຕ່ເຮົາເຫັນກົດອື່ນອີກຢ່າງໜຶ່ງ ຢູ່ໃນຮ່າງກາຍຂອງເຮົາ ຊຶ່ງຕໍ່ສູ້ກັບກົດແຫ່ງຈິດໃຈຂອງເຮົາ ຊຶ່ງເຮັດໃຫ້ເຮົາຕົກເປັນຊະເລີຍຕໍ່ກົດຂອງຄວາມບາບທີ່ມີຢູ່ໃນອະໄວຍະວະຂອງເຮົາ.”12
ພຣະເຢຊູກໍເປັນບຸກຄົນທີ່ມີຮ່າງກາຍ ແລະ ວິນຍານເຊັ່ນກັນ. ພຣະອົງໄດ້ຖືກທົດສອບ; ພຣະອົງເຂົ້າໃຈ; ພຣະອົງສາມາດຊ່ວຍໃຫ້ເຮົາບັນລຸຄວາມເປັນອັນໜຶ່ງດຽວກັນພາຍໃນໄດ້.13 ສະນັ້ນ, ໂດຍອາໄສແສງສະຫວ່າງ ແລະ ພຣະຄຸນຂອງພຣະຄຣິດ, ເຮົາຈຶ່ງພະຍາຍາມໃຫ້ວິນຍານຂອງເຮົາ—ແລະ ພຣະວິນຍານສັກສິດ—ມີອຳນາດເໜືອຮ່າງກາຍ. ແລະ ເມື່ອເຮົາຜິດພາດ, ພຣະຄຣິດ, ໂດຍການຊົດໃຊ້ຂອງພຣະອົງ, ໄດ້ມອບຂອງປະທານແຫ່ງການກັບໃຈ ແລະ ໂອກາດໃຫ້ລອງໃໝ່ອີກ.
ຖ້າຫາກເຮົາແຕ່ລະຄົນ “ສວມຊີວິດຂອງພຣະຄຣິດ,” ແລ້ວເຮົາສາມາດຫວັງທີ່ຈະກາຍເປັນອັນໜຶ່ງອັນດຽວກັນໄດ້, ດັ່ງທີ່ໂປໂລໄດ້ກ່າວວ່າ, “ພຣະກາຍຂອງພຣະຄຣິດ.”14 ແນ່ນອນ ເພື່ອທີ່ຈະ “ສວມຊີວິດຂອງພຣະຄຣິດ” ລວມທັງການເຮັດໃຫ້ “ພຣະບັນຍັດຂໍ້ໃຫຍ່ ແລະ ຂໍ້ຕົ້ນ”15 ເປັນການຜູກມັດຂໍ້ໃຫຍ່ ແລະ ຂໍ້ຕົ້ນຂອງເຮົາ, ແລະ ຖ້າຫາກເຮົາຮັກພຣະເຈົ້າ, ເຮົາຈະຮັກສາພຣະບັນຍັດຂອງພຣະອົງ.16
ຄວາມເປັນອັນໜຶ່ງດຽວກັນກັບອ້າຍເອື້ອຍນ້ອງຂອງເຮົາ ໃນພຣະກາຍຂອງພຣະຄຣິດ ຈະເຕີບໂຕຂຶ້ນເມື່ອເຮົາປະຕິບັດຕາມພຣະບັນຍັດຂໍ້ທີສອງ—ຊຶ່ງກ່ຽວພັນກັບຂໍ້ທຳອິດຢ່າງແຍກອອກຈາກກັນບໍ່ໄດ້—ໃຫ້ຮັກຄົນອື່ນເໝືອນຮັກຕົນເອງ.17 ແລະ ຂ້າພະເຈົ້າຄິດວ່າ ຄວາມເປັນອັນໜຶ່ງດຽວກັນທີ່ສົມບູນແບບຫລາຍຂຶ້ນຈະເກີດຂຶ້ນໃນບັນດາພວກເຮົາ ຖ້າຫາກເຮົາເຮັດດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ປະຕິບັດພຣະບັນຍັດຂໍ້ທີສອງນີ້ຢ່າງສູງກວ່າ ແລະ ສັກສິດກວ່າ—ເພື່ອຮັກຊຶ່ງກັນແລະກັນ ບໍ່ພຽງແຕ່ເໝືອນເຮົາຮັກຕົນເອງ ແຕ່ເໝືອນ ພຣະອົງ ຊົງຮັກເຮົາ.18 ສະຫລຸບແລ້ວ, ມັນແມ່ນ “ໃຫ້ທຸກຄົນສົນໃຈກັບຄວາມຢູ່ເຢັນເປັນສຸກຂອງເພື່ອນມະນຸດດ້ວຍກັນ, ແລະ ເຮັດທຸກສິ່ງທັງປວງເພາະການທີ່ເຫັນແກ່ລັດສະໝີພາບຂອງພຣະເຈົ້າແຕ່ຢ່າງດຽວ.”19
ປະທານແມຣິອອນ ຈີ ຣອມນີ, ອະດີດທີ່ປຶກສາໃນຝ່າຍປະທານສູງສຸດ, ໃນການອະທິບາຍວິທີທີ່ຈະໄດ້ຮັບຄວາມສະຫງົບສຸກ ແລະ ຄວາມເປັນອັນໜຶ່ງດຽວກັນ, ໄດ້ກ່າວວ່າ:
“ຖ້າຫາກບຸກຄົນໜຶ່ງ, ຊຶ່ງຍອມຈຳນົນຕໍ່ຊາຕານ, ເຕັມໄປດ້ວຍວຽກງານຂອງເນື້ອໜັງ, ເຂົາກຳລັງເຮັດສົງຄາມພາຍໃນຕົວເອງ. ຖ້າຫາກສອງຄົນຍອມຈຳນົນ, ພວກເຂົາຕ່າງກໍເຮັດສົງຄາມພາຍໃນຕົວເອງ ແລະ ຕໍ່ສູ້ກັນ. ຖ້າຫາກຫລາຍຄົນຍອມຈຳນົນ, ສັງຄົມກໍຈະເກັບກ່ຽວຄວາມຕຶງຄຽດ ແລະ ການຂັດແຍ້ງທີ່ຍິ່ງໃຫຍ່. ຖ້າຫາກຜູ້ປົກຄອງປະເທດຍອມຈຳນົນ, ກໍຈະມີການຂັດແຍ້ງກັນທົ່ວໂລກ.”
ປະທານຣອມນີໄດ້ກ່າວຕື່ມວ່າ: “ເນື່ອງຈາກວຽກງານຂອງເນື້ອໜັງມີຜົນນຳໃຊ້ທົ່ວໄປ, ສະນັ້ນ ພຣະກິດຕິຄຸນແຫ່ງຄວາມສະຫງົບສຸກກໍເປັນເຊັ່ນດຽວກັນ. ຖ້າຫາກບຸກຄົນໜຶ່ງດຳລົງຊີວິດຕາມນັ້ນ, ເຂົາຈະມີຄວາມສະຫງົບສຸກພາຍໃນຕົວເອງ. ຖ້າຫາກສອງຄົນດຳລົງຊີວິດຕາມນັ້ນ, ພວກເຂົາຕ່າງກໍມີຄວາມສະຫງົບສຸກພາຍໃນຕົວເອງ ແລະ ນຳກັນ. ຖ້າຫາກປະຊາຊົນດຳລົງຊີວິດຕາມນັ້ນ, ປະເທດຊາດກໍມີຄວາມສະຫງົບສຸກ. ເມື່ອມີປະເທດຕ່າງໆຫລາຍພຽງພໍທີ່ຈະໄດ້ຮັບຜົນແຫ່ງພຣະວິນຍານ ເພື່ອຄວບຄຸມກິດຈະການຕ່າງໆຂອງໂລກ, ພຽງແຕ່, ແລະ ພຽງແຕ່ເທົ່ານັ້ນ, ທີ່ສຽງກອງຂອງສົງຄາມຈະບໍ່ດັງອີກຕໍ່ໄປ, ແລະ ທຸງເສິກຈະບໍ່ປິວ. … (ເບິ່ງ Alfred Lord Tennyson, “Locksley Hall,” The Complete Poetical Works of Tennyson, ed. W. J. Rolfe, Boston: Houghton-Mifflin Co., 1898, p. 93, lines 27–28.)”20
ເມື່ອເຮົາ “ສວມຊີວິດຂອງພຣະຄຣິດ,” ມັນເປັນໄປໄດ້ທີ່ຈະແກ້ໄຂ ຫລື ປະຖິ້ມຄວາມແຕກຕ່າງ, ຄວາມບໍ່ເຫັນພ້ອມ, ແລະ ການໂຕ້ແຍ້ງ. ຕົວຢ່າງທີ່ຂ້ອນຂ້າງໜ້າຕື່ນເຕັ້ນຂອງການເອົາຊະນະການແບ່ງແຍກ ມີຢູ່ໃນປະຫວັດສາດຂອງສາດສະໜາຈັກຂອງເຮົາ. ແອວເດີ ບຣິກຳ ເຮັນຣີ ຣໍເບີດສ໌ (ທີ່ຮູ້ຈັກທົ່ວໄປໃນນາມ ບີ ເອັຈ ຣໍເບີດສ໌), ໄດ້ເກີດຢູ່ໃນປະເທດອັງກິດ ໃນປີ 1857, ໄດ້ຮັບໃຊ້ເປັນສະມາຊິກຂອງສະພາສູງສຸດຂອງສາວົກເຈັດສິບ—ຊຶ່ງປະຈຸບັນພວກເຮົາຮູ້ຈັກກັນວ່າເປັນ ຝ່າຍປະທານສາວົກເຈັດສິບ. ແອວເດີ ຣໍເບີດສ໌ ເປັນຜູ້ປົກປ້ອງທີ່ມີຄວາມສາມາດ ແລະ ບໍ່ຮູ້ອິດເມື່ອຍຂອງສາດສະໜາຈັກໃນບາງຊ່ວງເວລາທີ່ຫຍຸ້ງຍາກຫລາຍທີ່ສຸດຂອງສາດສະໜາຈັກ.
ເຖິງຢ່າງໃດກໍຕາມ, ໃນປີ 1895, ການຮັບໃຊ້ຂອງແອວເດີ ຣໍເບີດສ໌ ໃນສາດສະໜາຈັກຕົກຢູ່ໃນຄວາມສ່ຽງຍ້ອນການຂັດແຍ້ງ. ບີ ເອັຈ ໄດ້ເປັນຕົວແທນໃນການປະຊຸມເພື່ອເຮັດຮ່າງລັດຖະທຳມະນູນສຳລັບລັດຢູທາ ເມື່ອມັນກາຍເປັນລັດ. ພາຍລຸນມາ, ລາວໄດ້ຕັດສິນໃຈສະໝັກເຂົ້າຮ່ວມສະພາແຫ່ງຊາດຂອງສະຫະລັດ ແຕ່ບໍ່ໄດ້ແຈ້ງ ຫລື ຂໍອະນຸຍາດຈາກຝ່າຍປະທານສູງສຸດ. ປະທານໂຈເຊັບ ແອັຟ ສະມິດ, ທີ່ປຶກສາໃນຝ່າຍປະທານສູງສຸດ, ໄດ້ຕຳນິ ບີ ເອັຈ ສຳລັບຄວາມຜິດພາດນັ້ນ ຢູ່ໃນກອງປະຊຸມຖານະປະໂລຫິດສາມັນ. ແອວເດີ ຣໍເບີດສ໌ ບໍ່ຊະນະການເລືອກຕັ້ງ ແລະ ຮູ້ສຶກວ່າຄວາມຜ່າຍແພ້ສ່ວນໃຫຍ່ຂອງລາວແມ່ນມາຈາກການກ່າວຂອງປະທານສະມິດ. ລາວໄດ້ວິຈານຜູ້ນຳຂອງສາດສະໜາຈັກ ໃນຄຳປາໄສທາງການເມືອງ ແລະ ໃນການສຳພາດ. ລາວຖອນຕົວຈາກການຮັບໃຊ້ໃນສາດສະໜາຈັກ. ໃນການປະຊຸມທີ່ຍາວນານຢູ່ໃນພຣະວິຫານເຊົາເລັກກັບສະມາຊິກຂອງຝ່າຍປະທານສູງສຸດ ແລະ ສະພາອັກຄະສາວົກສິບສອງ, ບີ ເອັຈ ກໍຍັງຍຶດໝັ້ນໃນການໃຫ້ເຫດຜົນກັບຕົວເອງຢູ່. ຕໍ່ມາ, “ປະທານ [ວິວເຝີດ] ວູດຣັບ ໄດ້ໃຫ້ເວລາ [ແອວເດີ ຣໍເບີດສ໌] ສາມອາທິດເພື່ອພິຈາລະນາກ່ຽວກັບຕຳແໜ່ງຂອງລາວ. ຖ້າຫາກລາວຍັງບໍ່ກັບໃຈ, ພວກເພິ່ນຈະປົດລາວອອກຈາກການເປັນສາວົກເຈັດສິບ.”21
ໃນການປະຊຸມສ່ວນຕົວຕໍ່ມາກັບອັກຄະສາວົກ ຮີເບີ ເຈ ກະແຣ້ນ ແລະ ແຟຣນຊິສ ໄລມັນ, ໃນຕອນຕົ້ນ ບີ ເອັຈ ກໍຍັງບໍ່ຍອມຮັບ, ແຕ່ຄວາມຮັກ ແລະ ພຣະວິນຍານສັກສິດໄດ້ເອົາຊະນະໃນທີ່ສຸດ. ນ້ຳຕາຂອງລາວໄດ້ໄຫລອອກມາ. ອັກຄະສາວົກທັງສອງສາມາດຕອບສະໜອງຕໍ່ຄວາມຮູ້ສຶກເລັກນ້ອຍ ແລະ ຄວາມຜິດບາງຢ່າງທີ່ເປັນບັນຫາໃຫ້ ບີ ເອັຈ, ແລະ ເຂົາເຈົ້າໄດ້ອອກໄປດ້ວຍການອ້ອນວອນຢ່າງຈິງໃຈເພື່ອໃຫ້ຄືນດີກັນ. ໃນເຊົ້າຕໍ່ມາ, ຫລັງຈາກອະທິຖານຢ່າງຍາວນານ, ແອວເດີ ຣໍເບີດສ໌ ໄດ້ສົ່ງຈົດໝາຍໄປຫາແອວເດີ ກະແຣ້ນ ແລະ ໄລມັນ ວ່າລາວໄດ້ກຽມພ້ອມທີ່ຈະກັບຄືນຫາພວກອ້າຍນ້ອງຂອງລາວ.22
ຕໍ່ມາເມື່ອລາວໄດ້ພົບປະກັບຝ່າຍປະທານສູງສຸດ, ແອວເດີ ຣໍເບີດສ໌ ໄດ້ເວົ້າວ່າ, “ຂ້ານ້ອຍໄດ້ໄປຫາພຣະຜູ້ເປັນເຈົ້າ ແລະ ໄດ້ຮັບຄວາມສະຫວ່າງ ແລະ ຄຳແນະນຳຜ່າງທາງພຣະວິນຍານຂອງພຣະອົງ ເພື່ອໃຫ້ຍິນຍອມຢູ່ໃຕ້ສິດອຳນາດຂອງພຣະເຈົ້າ.”23 ດ້ວຍຄວາມຮັກຂອງລາວທີ່ມີຕໍ່ພຣະເຈົ້າ, ບີ ເອັຈ ຣໍເບີດສ໌ ຈຶ່ງໄດ້ສືບຕໍ່ເປັນຜູ້ນຳໃນສາດສະໜາຈັກທີ່ຊື່ສັດ ແລະ ມີຄວາມສາມາດ ຈົນເຖິງວາລະສຸດທ້າຍຂອງຊີວິດລາວ.24
ເຮົາກໍສາມາດເຫັນໄດ້ຈາກຕົວຢ່າງນີ້ວ່າ ຄວາມເປັນອັນໜຶ່ງດຽວກັນບໍ່ໄດ້ໝາຍຄວາມວ່າ ພຽງແຕ່ເຫັນພ້ອມ ວ່າທຸກຄົນຄວນເຮັດສິ່ງທີ່ຕົນຕ້ອງການ” ຫລື ໄປຕາມທາງຂອງຕົນ. ເຮົາບໍ່ສາມາດເປັນອັນໜຶ່ງອັນດຽວກັນໄດ້ ເວັ້ນເສຍແຕ່ເຮົາທຸກຄົນຈະທຸ້ມເທຄວາມພະຍາຍາມ ເພື່ອອຸດົມການດຽວກັນ. ໝາຍຄວາມວ່າ, ໃນຖ້ອຍຄຳຂອງບີ ເອັຈ ຣໍເບີດສ໌, ນັ້ນຄືການຍິນຍອມຢູ່ໃຕ້ສິດອຳນາດຂອງພຣະເຈົ້າ. ເຮົາແຕ່ລະຄົນຕ່າງກໍເປັນອະໄວຍະວະພາກສ່ວນໜຶ່ງໃນພຣະກາຍຂອງພຣະຄຣິດ, ເຮັດໜ້າທີ່ຕ່າງກັນ ໃນເວລາທີ່ແຕກຕ່າງກັນ—ຫູ, ຕາ, ຫົວ, ມື, ຕີນ—ແຕ່ທັງໝົດເປັນຮ່າງກາຍດຽວ.25 ສະນັ້ນ, ເປົ້າໝາຍຂອງເຮົາຄື “ເພື່ອບໍ່ໃຫ້ມີການຍາດແຍ່ງກັນໃນຮ່າງກາຍ, ແຕ່ໃຫ້ທຸກພາກສ່ວນຫ່ວງໃຍຊຶ່ງກັນແລະກັນ.”26
ຄວາມເປັນອັນໜຶ່ງດຽວກັນ ບໍ່ຕ້ອງການຄວາມເປັນຢ່າງດຽວກັນ, ແຕ່ຕ້ອງການຄວາມປອງດອງກັນ. ເຮົາສາມາດຜູກພັນຫົວໃຈເຂົ້າກັນໃນຄວາມຮັກ, ເປັນໜຶ່ງໃນສັດທາ ແລະ ຄຳສອນ, ແລະ ຍັງຄົງເຊຍທີມຕ່າງໆ, ບໍ່ເຫັນດ້ວຍກັບປະເດັນທາງການເມືອງຕ່າງໆ, ຖົກຖຽງເລື່ອງເປົ້າໝາຍ ແລະ ວິທີທີ່ຖືກຕ້ອງໃນການບັນລຸເປົ້າໝາຍ, ແລະ ອື່ນໆອີກຢ່າງຫລວງຫລາຍ. ແຕ່ເຮົາບໍ່ສາມາດບໍ່ເຫັນດ້ວຍ ຫລື ຂັດແຍ້ງດ້ວຍຄວາມໂມໂຫ ຫລື ດູຖູກກັນແລະກັນ. ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວວ່າ:
“ເພາະຕາມຈິງ, ຕາມຈິງແລ້ວ ເຮົາກ່າວກັບພວກເຈົ້າ, ຜູ້ທີ່ມີວິນຍານແຫ່ງການຂັດແຍ້ງນັ້ນບໍ່ໄດ້ມາຈາກເຮົາ, ແຕ່ມາຈາກມານ, ຜູ້ເປັນບິດາຂອງການຂັດແຍ້ງ ແລະ ມັນໄດ້ຍຸຍົງໃຈຂອງມະນຸດໃຫ້ຂັດແຍ້ງກັນດ້ວຍຄວາມຄຽດແຄ້ນ.
“ຈົ່ງເບິ່ງ, ນີ້ບໍ່ແມ່ນຄຳສອນຂອງເຮົາທີ່ຈະຍຸຍົງໃຈຂອງມະນຸດໃຫ້ມີຄວາມຄຽດແຄ້ນຕໍ່ກັນ; ແຕ່ນີ້ເປັນຄຳສອນຂອງເຮົາຄື ຄວນໃຫ້ເລື່ອງເຊັ່ນນັ້ນໝົດໄປ.”27
ປີແລ້ວນີ້, ປະທານຣະໂຊ ເອັມ ແນວສັນ ໄດ້ຂໍຮ້ອງເຮົາດ້ວຍຖ້ອຍຄຳເຫລົ່ານີ້: “ບໍ່ມີໃຜໃນພວກເຮົາທີ່ສາມາດຄວບຄຸມປະເທດຊາດ, ຫລື ການກະທຳຂອງຄົນອື່ນ ຫລື ແມ່ນແຕ່ສະມາຊິກໃນຄອບຄົວຂອງເຮົາເອງ. ແຕ່ເຮົາສາມາດຄວບຄຸມຕົວເອງໄດ້. ອ້າຍເອື້ອຍນ້ອງທີ່ຮັກແພງ, ຄຳຮຽກຮ້ອງຂອງຂ້າພະເຈົ້າໃນມື້ນີ້, ຈົ່ງຢຸດຕິການຂັດແຍ້ງທີ່ລຸກລາມຢູ່ໃນໃຈ ຂອງທ່ານ, ໃນບ້ານເຮືອນ ຂອງທ່ານ, ແລະ ໃນຊີວິດ ຂອງທ່ານ. ຈົ່ງຝັງຄວາມໂນ້ມອຽງໃດໆ ແລະ ທັງໝົດທີ່ຈະທຳຮ້າຍຄົນອື່ນ—ບໍ່ວ່າຄວາມໂນ້ມອຽງເຫລົ່ານັ້ນຈະເປັນອາລົມ, ຄຳເວົ້າຮຸນແຮງ, ຫລື ຄວາມແຄ້ນໃຈຕໍ່ຄົນທີ່ເຮັດໃຫ້ທ່ານເຈັບປວດກໍຕາມ. ພຣະຜູ້ຊ່ວຍໃຫ້ລອດຍັງໄດ້ບັນຊາເຮົາໃຫ້ປິ່ນແກ້ມອີກເບື້ອງໜຶ່ງ [ເບິ່ງ 3 ນີໄຟ 12:39], ໃຫ້ຮັກສັດຕູຂອງເຮົາ, ແລະ ໃຫ້ອະທິຖານເພື່ອຄົນທີ່ໃຊ້ເຮົາຢ່າງໝິ່ນປະໝາດ [ເບິ່ງ 3 ນີໄຟ 12:44].”28
ຂ້າພະເຈົ້າຂໍເວົ້າອີກວ່າ ມັນເປັນພຽງແຕ່ໃນ ແລະ ຜ່ານທາງຄວາມຈົງຮັກພັກດີ ແລະ ຄວາມຮັກຂອງເຮົາເປັນສ່ວນບຸກຄົນຕໍ່ພຣະເຢຊູຄຣິດເທົ່ານັ້ນ ທີ່ເຮົາຈະສາມາດມີຄວາມຫວັງທີ່ຈະເປັນໜຶ່ງໄດ້—ເປັນໜຶ່ງພາຍໃນ, ເປັນໜຶ່ງໃນບ້ານ, ເປັນໜຶ່ງໃນສາດສະໜາຈັກ, ໃນທີ່ສຸດ ເປັນໜຶ່ງໃນຊີໂອນ, ແລະ ເໜືອສິ່ງອື່ນໃດ, ເປັນໜຶ່ງກັບພຣະບິດາ ແລະ ພຣະບຸດ ແລະ ພຣະວິນຍານບໍລິສຸດ.
ຂ້າພະເຈົ້າກັບຄືນໄປຫາເຫດການຂອງອາທິດບໍລິສຸດ ແລະ ໃນທີ່ສຸດ ການໄຊຊະນະຂອງພຣະຜູ້ໄຖ່ຂອງເຮົາ. ການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດເປັນພະຍານເຖິງຄວາມເປັນພຣະເຈົ້າຂອງພຣະອົງ ແລະ ວ່າພຣະອົງໄດ້ເອົາຊະນະເໜືອທຸກສິ່ງ. ການຟື້ນຄືນພຣະຊົນຂອງພຣະອົງເປັນພະຍານວ່າ, ເມື່ອຜູກພັນເຂົ້າກັບພຣະອົງໂດຍພັນທະສັນຍາ, ເຮົາກໍສາມາດເອົາຊະນະທຸກສິ່ງ ແລະ ກາຍເປັນອັນໜຶ່ງອັນດຽວກັນໄດ້. ການຟື້ນຄືນພຣະຊົນຂອງພຣະອົງເປັນພະຍານວ່າ ຜ່ານທາງພຣະອົງ, ຄວາມອະມະຕະ ແລະ ຊີວິດນິລັນດອນເປັນຄວາມຈິງ.
ເຊົ້າມື້ນີ້, ຂ້າພະເຈົ້າເປັນພະຍານເຖິງການຟື້ນຄືນພຣະຊົນທີ່ແທ້ຈິງຂອງພຣະອົງ ແລະ ທຸກສິ່ງທີ່ນັ້ນໝາຍເຖິງ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.