ການປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າ
ການຮູ້ວ່າພຣະກິດຕິຄຸນເປັນຄວາມຈິງ ເປັນສິ່ງສຳຄັນຕໍ່ປະຈັກພະຍານ. ການຈິງຈັງຕະຫລອດເວລາຕໍ່ຄວາມຈິງຂອງພຣະກິດຕິຄຸນເປັນສິ່ງຈຳເປັນຕໍ່ການປ່ຽນໃຈເຫລື້ອມໃສ.
ຂ່າວສານຂອງຂ້າພະເຈົ້າແມ່ນເຈາະຈົງຢູ່ທີ່ຄວາມສຳພັນລະຫວ່າງການມີປະຈັກພະຍານວ່າພຣະເຢຊູເປັນພຣະຄຣິດ ແລະ ກາຍເປັນຜູ້ປ່ຽນໃຈເຫລື້ອມໃສໃນພຣະອົງ ແລະ ພຣະກິດຕິຄຸນຂອງພຣະອົງ. ຕາມປົກກະຕິແລ້ວ, ເຮົາກ່າວເຖິງປະຈັກພະຍານ ແລະ ການປ່ຽນໃຈເຫລື້ອມໃສໃນທາງທີ່ແຕກຕ່າງກັນ. ເຖິງຢ່າງໃດກໍຕາມ, ເຮົາສາມາດວາດພາບ ແລະ ມີຄວາມໝັ້ນໃຈຫລາຍຂຶ້ນ ເມື່ອເຮົາຄິດກ່ຽວກັບຄວາມສຳຄັນຂອງສອງຢ່າງນີ້.
ຂ້າພະເຈົ້າອະທິຖານວ່າ ພຣະວິນຍານບໍລິສຸດຈະໃຫ້ຄຳແນະນຳ ແລະ ໃຫ້ຄວາມສະຫວ່າງແກ່ເຮົາແຕ່ລະຄົນ.
ພວກເຈົ້າເດ ວ່າເຮົາເປັນຜູ້ໃດ?
ເຮົາສາມາດຮຽນຕື່ມອີກກ່ຽວກັບປະຈັກພະຍານ ແລະ ການປ່ຽນໃຈເຫລື້ອມໃສຈາກການປະຕິບັດຂອງອັກຄະສາວົກເປໂຕ.
ເມື່ອພຣະເຢຊູໄດ້ສະເດັດເຂົ້າໄປໃນຂົງເຂດກາຍຊາເຣຍ, ພຣະອົງໄດ້ຖາມພວກສາວົກຂອງພຣະອົງວ່າ: “ແລ້ວພວກເຈົ້າເດ ວ່າເຮົາເປັນຜູ້ໃດ?”
ເປໂຕໄດ້ຕອບຢ່າງຊື່ຕົງວ່າ:
“ທ່ານເປັນພຣະຄຣິດ, ພຣະບຸດຂອງພຣະເຈົ້າອົງຊົງຊີວິດຢູ່.
“ແລະ ພຣະເຢຊູໄດ້ກ່າວກັບເປໂຕວ່າ, ຊີໂມນບາຣະໂຢນາເອີຍ ເຈົ້າກໍເປັນສຸກ: ເພາະວ່າບໍ່ແມ່ນມະນຸດທີ່ເປີດເຜີຍຄວາມຈິງນີ້ໃຫ້ເຈົ້າຮູ້, ແຕ່ແມ່ນພຣະບິດາຂອງເຮົາຜູ້ສະຖິດຢູ່ໃນສະຫວັນ” (ມັດທາຍ 16:15–17).
ດັ່ງທີ່ເຫັນໃນຄຳຕອບຂອງເປໂຕ ແລະ ຄຳແນະນຳຂອງພຣະຜູ້ຊ່ອຍໃຫ້ລອດ, ປະຈັກພະຍານເປັນຄວາມຮູ້ສ່ວນຕົວ ເລື່ອງຄວາມຈິງທາງວິນຍານທີ່ໄດ້ຮັບໂດຍການເປີດເຜີຍ. ປະຈັກພະຍານເປັນຂອງປະທານຈາກພຣະເຈົ້າ ແລະ ມີໃຫ້ລູກໆຂອງພຣະອົງທຸກຄົນ. ຄົນຊື່ສັດທຸກຄົນທີ່ສະແຫວງຫາຄວາມຈິງສາມາດມີປະຈັກພະຍານໄດ້ໂດຍການ “ໃຊ້ສັດທາຈັກໜ້ອຍໜຶ່ງ” ທີ່ຈຳເປັນໃນພຣະເຢຊູຄຣິດເພື່ອ “ທົດລອງ” (ແອວມາ 32:27) ແລະ “ທົດລອງຄຸນງາມຄວາມດີແຫ່ງພຣະຄຳ” (ແອວມາ 31:5), ເພື່ອໃຫ້ “ຍອມຕໍ່ການຊັກຈູງຂອງພຣະວິນຍານອັນສັກສິດ” (ໂມໄຊຢາ 3:19), ຕື່ນຂຶ້ນມາຫາພຣະເຈົ້າ. (ເບິ່ງ ແອວມາ 5:7). ປະຈັກພະຍານນຳຄວາມຮັບຜິດຊອບເພີ່ມເຕີມມາໃຫ້ ແລະ ເປັນແຫລ່ງຂອງຈຸດປະສົງ, ໃຫ້ຄວາມແນ່ນອນໃຈ, ແລະ ຄວາມຊື່ນຊົມ.
ຈົ່ງສະແຫວງຫາ ແລະ ຮັບເອົາປະຈັກພະຍານເຖິງຄວາມຈິງທາງວິນຍານ ທີ່ຮຽກຮ້ອງໃຫ້ໝັ່ນຂໍ, ໝັ່ນຊອກ, ແລະ ໝັ່ນເຄາະ (ເບິ່ງ ມັດທາຍ 7:7; 3 ນີໄຟ 14:7) ທູນຖາມດ້ວຍໃຈຈິງ, ດ້ວຍເຈດຕະນາອັນແທ້ຈິງ, ໂດຍມີສັດທາໃນພຣະຜູ້ຊ່ອຍໃຫ້ລອດ (ເບິ່ງ ໂມໂຣໄນ 10:4). ສ່ວນປະກອບຂັ້ນພື້ນຖານຄືການທີ່ຮູ້ວ່າພຣະບິດາເທິງສະຫວັນຊົງພຣະຊົນຢູ່ ແລະ ຮັກເຮົາ, ວ່າພຣະເຢຊູເປັນພຣະຄຣິດຂອງເຮົາ, ແລະວ່າຄວາມສົມບູນຂອງພຣະກິດຕິຄຸນໄດ້ຖືກຟື້ນຟູຄືນມາໃໝ່ສູ່ໂລກຢູ່ໃນຍຸກສຸດທ້າຍນີ້ແລ້ວ.
ເມື່ອທ່ານປ່ຽນໃຈເຫລື້ອມໃສ
ດັ່ງທີ່ພຣະຜູ້ຊ່ອຍໃຫ້ລອດໄດ້ສອນສາວົກຂອງພຣະອົງຕອນຮັບປະທານອາຫານຄາບສຸດທ້າຍ, ພຣະອົງໄດ້ກ່າວຕໍ່ເປໂຕວ່າ,
“ຊີໂມນ, ຊີໂມນ, ຈົ່ງເບິ່ງ, ຊາຕານມີຄວາມປາຖະໜາທີ່ຈະ … ຝັດຮ່ອນເຈົ້າເໝືອນຝັດເຂົ້າເປືອກ:
“ແຕ່ເຮົາໄດ້ອະທິຖານສຳລັບເຈົ້າ, ເພື່ອຄວາມເຊື່ອຂອງເຈົ້າຈະບໍ່ຂາດໄປ ເມື່ອເຈົ້າກັບຄືນມາຫາເຮົາ ແລ້ວເຈົ້າຕ້ອງຊູແຮງບັນດາພີ່ນ້ອງຂອງເຈົ້າໄວ້” (ລູກາ 22:31–32).
ສິ່ງທີ່ໜ້າສົນໃຈຄື, ອັກຄະສາວົກທີ່ຍິ່ງໃຫຍ່ຜູ້ນີ້ທີ່ໄດ້ເວົ້າລົມ ແລະ ຍ່າງໄປກັບພຣະອາຈານ, ໄດ້ເປັນພະຍານເຖິງການມະຫັດສະຈັນຫລາຍຢ່າງ, ແລະ ໄດ້ມີປະຈັກພະຍານທີ່ເຂັ້ມແຂງເຖິງຄວາມເປັນພຣະເຈົ້າຂອງພຣະຜູ້ຊ່ອຍໃຫ້ລອດ. ແມ່ນແຕ່ເປໂຕຍັງຕ້ອງການຄຳແນະນຳເພີ່ມເຕີມຈາກພຣະເຢຊູຄຣິດກ່ຽວກັບການປ່ຽນໃຈເຫລື້ອມໃສ ແລະ ອຳນາດແຫ່ງການຊຳລະລ້າງຂອງພຣະວິນຍານບໍລິສຸດ ແລະ ພັນທະຂອງເພິ່ນທີ່ຈະຮັບໃຊ້ຢ່າງຊື່ສັດ.
ຈຸດສຳຄັນຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດຮຽກຮ້ອງການປ່ຽນແປງຂັ້ນພື້ນຖານ ແລະ ຖາວອນໃນລັກສະນະທຳມະຊາດຂອງເຮົາ ຊຶ່ງເປັນໄປໄດ້ຜ່ານການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ. ການປ່ຽນໃຈເຫລື້ອມໃສທີ່ແທ້ຈິງກໍ່ໃຫ້ເກີດການປ່ຽນແປງໃນຄວາມເຊື່ອ, ໃນໃຈ, ແລະ ໃນຊີວິດຂອງບຸກຄົນ ທີ່ຈະຮັບເອົາ ແລະ ເຮັດຕາມພຣະປະສົງຂອງພຣະເຈົ້າ (ເບິ່ງ ກິດຈະການ 3:19; 3 ນີໄຟ 9:20) ແລະ ຮ່ວມດ້ວຍຄວາມສຳນຶກອັນໜັກແໜ້ນ ແລະ ກາຍເປັນສານຸສິດຂອງພຣະຄຣິດ.
ການປ່ຽນໃຈເຫລື້ອມໃສຄືການເຮັດໃຫ້ຮາກຖານຂອງປະຈັກພະຍານຂະຫຍາຍອອກ, ເລິກຊຶ້ງ, ແລະ ກວ້າງຂວາງ. ມັນເປັນຜົນຂອງການເປີດເຜີຍຈາກພຣະເຈົ້າ, ພ້ອມດ້ວຍການກັບໃຈ, ການເຊື່ອຟັງ, ແລະ ຄວາມພາກພຽນຂອງບຸກຄົນ. ທຸກຄົນທີ່ຊື່ສັດຜູ້ສະແຫວງຫາຄວາມຈິງສາມາດປ່ຽນໃຈເຫລື້ອມໃສໄດ້ໂດຍປະສົບການປ່ຽນແປງອັນໃຫຍ່ຫລວງຢູ່ໃນໃຈ ແລະ ການເກີດໃໝ່ທາງວິນຍານໃນພຣະເຈົ້າ (ເບິ່ງ ແອວມາ 5:12–14). ເມື່ອເຮົາໃຫ້ກຽດແກ່ພິທີການ ແລະ ພັນທະສັນຍາແຫ່ງຄວາມລອດ ແລະ ຄວາມສູງສົ່ງ (ເບິ່ງ D&C 20:25), “ພວກທ່ານຕ້ອງມຸ້ງໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ” (2 ນີໄຟ 31:20), ແລະ ອົດທົນໃນສັດທາຈົນເຖິງທີ່ສຸດ (ເບິ່ງ D&C 14:7), ເຮົາຈະກາຍເປັນຄົນໃໝ່ໃນພຣະຄຣິດ (ເບິ່ງ 2 ໂກຣິນໂທ 5:17). ການປ່ຽນໃຈເຫລື້ອມໃສເປັນການຖະຫວາຍຕົວເຮົາເອງແດ່ພຣະເຈົ້າໃນຄວາມກະຕັນຍູສຳລັບຂອງປະທານແຫ່ງປະຈັກພະຍານ.
ຕົວຢ່າງເລື່ອງການປ່ຽນໃຈເຫລື້ອມໃສໃນພຣະຄຳພີມໍມອນ
ພຣະຄຳພີມໍມອນເຕັມໄປດ້ວຍເລື່ອງລາວທີ່ດົນໃຈກ່ຽວກັບການປ່ຽນໃຈເຫລື້ອມໃສ. ອາມາລີໄຄ, ເຊື້ອສາຍຂອງຢາໂຄບ, ໄດ້ປະກາດວ່າ: “ຂ້າພະເຈົ້າຢາກໃຫ້ພວກທ່ານມາຫາພຣະຄຣິດ, ຜູ້ເປັນພຣະຜູ້ບໍລິສຸດຂອງອິດສະຣາເອນ, ແລະ ຮັບສ່ວນຄວາມລອດຈາກພຣະອົງ, ແລະ ອຳນາດແຫ່ງການໄຖ່ຂອງພຣະອົງ. ແທ້ຈິງແລ້ວ, ຈົ່ງມາຫາພຣະອົງເຖີດ, ແລະ ຖະຫວາຍທັງຈິດວິນຍານຂອງພວກທ່ານເປັນເຄື່ອງບູຊາແດ່ພຣະອົງ” (ອອມໄນ 1:26).
ການຮູ້ຈັກໂດຍອຳນາດຂອງພຣະວິນຍານບໍລິສຸດວ່າ ພຣະເຢຊູຄືພຣະຄຣິດ ເປັນສິ່ງສຳຄັນ ແລະ ຈຳເປັນ. ແຕ່ການມາຫາພຣະອົງດ້ວຍຄວາມພາກພຽນ ແລະ ມອບຈິດວິນຍານທັງໝົດເປັນເຄື່ອງຖະຫວາຍຮຽກຮ້ອງຫລາຍກວ່າການພຽງແຕ່ຮູ້ຈັກເທົ່ານັ້ນ. ການປ່ຽນໃຈເຫລື້ອມໃສຮຽກຮ້ອງສຸດພະລັງ, ສຸດຄວາມຄິດ ແລະ ສຸດກຳລັງຂອງເຮົາ (ເບິ່ງ D&C 4:2).
ຜູ້ຄົນຂອງກະສັດເບັນຢາມິນໄດ້ຕອບຮັບຄຳສອນຂອງເພິ່ນໂດຍການກ່າວອອກມາວ່າ, “ແທ້ຈິງແລ້ວ, ພວກເຮົາເຊື່ອຄຳເວົ້າທັງໝົດທີ່ທ່ານເວົ້າກັບພວກເຮົາ, ແລະ ພວກເຮົາຮູ້ເຖິງຄວາມແນ່ນອນ ແລະ ຄວາມຈິງຂອງມັນທັງໝົດ, ເພາະພຣະວິນຍານຂອງພຣະຜູ້ເປັນເຈົ້າອົງຊົງລິດອຳນາດຍິ່ງໃຫຍ່ ໄດ້ເຮັດໃຫ້ມີການປ່ຽນແປງອັນໃຫຍ່ຫລວງໃນພວກເຮົາ, ຫລື ໃນໃຈຂອງພວກເຮົາ, ຈົນວ່າພວກເຮົາບໍ່ມີໃຈທີ່ຈະກະທຳຄວາມຊົ່ວອີກຕໍ່ໄປ, ແຕ່ປາຖະໜາຈະເຮັດແຕ່ຄວາມດີໂດຍຕະຫລອດ” (ໂມໄຊຢາ 5:2). ການຮັບເອົາຖ້ອຍຄຳທີ່ກ່າວ, ການມີປະຈັກພະຍານເຖິງຄວາມຈິງຂອງມັນ, ແລະ ການໃຊ້ສັດທາໃນພຣະຄຣິດຈະສ້າງການປ່ຽນແປງອັນຍິ່ງໃຫຍ່ໃນໃຈ ແລະ ຄວາມຕັ້ງໃຈທີ່ຈິງຈັງເພື່ອພັດທະນາ ແລະ ການເປັນຄົນດີກວ່າເກົ່າ.
ຊາວເລມັນຜູ້ປ່ຽນໃຈເຫລື້ອມໃສຢູ່ໃນໜັງສືຂອງຮີລາມັນ ຖືກບັນລະຍາຍໄວ້ວ່າເປັນຄົນຢູ່ “ໃນສິ່ງທີ່ພວກເຂົາຄວນກະທຳ, ແລະ ພວກເຂົາເດີນໄປຢ່າງຮອບຄອບຕໍ່ພຣະພັກຂອງພຣະເຈົ້າ, ແລະ ພວກເຂົາໄດ້ຕັ້ງໃຈຮັກສາພຣະບັນຍັດ ແລະ ຮັກສາກົດ ແລະ ຮັກສາການພິພາກສາຂອງພຣະອົງ. ...
“ແລະ ພວກເຂົາກຳລັງພະຍາຍາມດ້ວຍຄວາມພາກພຽນອັນບໍ່ຮູ້ອິດເມື່ອຍທີ່ຈະນຳພາພີ່ນ້ອງທີ່ເຫລືອຢູ່ຂອງພວກເຂົາມາສູ່ຄວາມຮູ້ເລື່ອງຄວາມຈິງ” (ຮີລາມັນ 15:5–6).
ດັ່ງທີ່ຕົວຢ່າງເຫລົ່ານີ້ເນັ້ນໜັກ, ຄວາມສຳຄັນຂອງລັກສະນະທີ່ກ່ຽວພັນກັບການປ່ຽນໃຈເຫລື້ອມໃສເປັນປະສົບການຂອງການປ່ຽນແປງອັນໃຫຍ່ຫລວງໃນໃຈ, ປາຖະໜາຈະເຮັດແຕ່ຄວາມດີໂດຍຕະຫລອດ, ເຮັດໜ້າທີ່ການງານ, ເດີນໄປຢ່າງລະມັດລະວັງຢູ່ຕໍ່ພຣະພັກຂອງພຣະເຈົ້າ, ຮັກສາພຣະບັນຍັດ, ແລະ ຮັບໃຊ້ດ້ວຍຄວາມພາກພຽນຢ່າງບໍ່ອິດເມື່ອຍ. ເຫັນໄດ້ແຈ້ງວ່າ ຜູ້ຄົນເຫລົ່ານີ້ໄດ້ເຫລື້ອມໃສແທ້ໆໃນພຣະຜູ້ເປັນເຈົ້າ ແລະ ຄຳສອນຂອງພຣະອົງ.
ການກາຍເປັນຄົນປ່ຽນໃຈເຫລື້ອມໃສ
ສຳລັບຫລາຍຄົນພວກເຮົາ, ການປ່ຽນໃຈເຫລື້ອມໃສເປັນການດຳເນີນໄປເລື້ອຍໆ ແລະ ບໍ່ແມ່ນເຫດການພຽງເທື່ອດຽວທີ່ເກີດຈາກປະສົບການທີ່ຍິ່ງໃຫຍ່. ເປັນບັນທັດ ແລະ ເປັນຂໍ້ເລັກໆໜ້ອຍໆ, ໄປເລື້ອຍໆແບບບໍ່ສັງເກດ ຈົນວ່າຄວາມປະສົງ, ຄວາມຄິດ, ຖ້ອຍຄຳ, ແລະ ການກະທຳຂອງເຮົາຈະສອດຄ່ອງກັບພຣະປະສົງຂອງພຣະເຈົ້າ. ການປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າຮຽກຮ້ອງທັງຄວາມສະໝ່ຳສະເໝີ ແລະ ຄວາມອົດທົນ.
ຊາມູເອນຄົນເລມັນໄດ້ບອກເຖິງຮາກຖານຫ້າຢ່າງໃນການກາຍເປັນຜູ້ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າດັ່ງນີ້: (1) ເຊື່ອໃນຄຳສອນ ແລະ ຄຳທຳນາຍຂອງສາດສະດາທີ່ບໍລິສຸດ ດັ່ງທີ່ມີບັນທຶກໄວ້ຢູ່ໃນພຣະຄຳພີ, (2) ໃຊ້ສັດທາໃນອົງພຣະເຢຊູຄຣິດເຈົ້າ, (3) ກັບໃຈ, (4) ປະສົບກັບການປ່ຽນແປງອັນໃຫຍ່ຫລວງໃນໃຈ, ແລະ (5) ກັບມາ “ໝັ້ນຄົງ ແລະ ແນ່ວແນ່ຢູ່ໃນສັດທາ” (ເບິ່ງ ຮີລາມັນ 15:7–8). ນີ້ຄືແບບແຜນທີ່ນຳໄປສູ່ການປ່ຽນໃຈເຫລື້ອມໃສ.
ປະຈັກພະຍານ ແລະ ການປ່ຽນໃຈເຫລື້ອມໃສ
ປະຈັກພະຍານເປັນການເລີ່ມຕົ້ນ ຫລື ສິ່ງຈຳເປັນຕໍ່ການປ່ຽນໃຈເຫລື້ອມໃສ. ປະຈັກພະຍານເປັນຈຸດເລີ່ມຕົ້ນເດີນທາງ; ບໍ່ແມ່ນເປັນຈຸດໝາຍປາຍທາງອັນສູງສຸດ. ປະຈັກພະຍານທີ່ເຂັ້ມແຂງເປັນຮາກຖານບ່ອນທີ່ການປ່ຽນໃຈເຫລື້ອມໃສຖືກສ້າງໄວ້.
ການມີປະຈັກພະຍານເທົ່ານັ້ນແມ່ນບໍ່ພຽງພໍ ແລະ ບໍ່ສາມາດປົກປ້ອງເຮົາໃນວັນທີ່ເກີດມີພະຍຸຮ້າຍ ແລະ ມື້ທີ່ມືດມົນ. ປະຈັກພະຍານເປັນສິ່ງສຳຄັນ ແລະ ຈຳເປັນ ແຕ່ບໍ່ພຽງພໍທີ່ຈະໃຫ້ຄວາມເຂັ້ມແຂງແກ່ວິນຍານ ແລະ ປົກປ້ອງເຮົາໄດ້. ສະມາຊິກບາງຄົນໃນສາດສະໜາຈັກທີ່ມີປະຈັກພະຍານ ໄດ້ຫວັ່ນໄຫວ ແລະ ຕົກໄປ. ຄວາມຮູ້ທາງວິນຍານ ແລະ ຄວາມຕັ້ງໃຈຂອງເຂົາເຈົ້າບໍ່ມີພຽງພໍສຳລັບການທ້າທາຍທີ່ເຂົາເຈົ້າປະເຊີນ.
ບົດຮຽນທີ່ສຳຄັນກ່ຽວກັບການພົວພັນລະຫວ່າງປະຈັກພະຍານ ແລະ ການປ່ຽນໃຈເຫລື້ອມໃສແມ່ນເຫັນໄດ້ໃນວຽກງານເຜີຍແຜ່ຂອງພວກລູກຊາຍຂອງໂມໄຊຢາ.
“ຫລາຍຕໍ່ຫລາຍຄົນຖືກນຳມາສູ່ຄວາມຮູ້ເລື່ອງຄວາມຈິງ, ໂດຍການສິດສອນຂອງອຳໂມນ ແລະ ພວກອ້າຍນ້ອງຂອງລາວ, ຕາມວິນຍານແຫ່ງການເປີດເຜີຍ ແລະ ການທຳນາຍ, ແລະ ອຳນາດຂອງພຣະເຈົ້າເຮັດການມະຫັດສະຈັນໃຫ້ແກ່ຄົນເຫລົ່ານັ້ນ—ແທ້ຈິງແລ້ວ, … ພຣະເຈົ້າຊົງພຣະຊົນຢູ່ສັນໃດ, ຊາວເລມັນທີ່ເຊື່ອຖືໃນຄຳສິດສອນຂອງພວກເຂົາເຫລົ່ານັ້ນ ແລະ ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າຈະບໍ່ເຄີຍຕົກໄປສັນນັ້ນ.
“ເມື່ອພວກເຂົາກາຍມາເປັນຄົນຊອບທຳແລ້ວ; ພວກເຂົາໄດ້ວາງອາວຸດແຫ່ງການກະບົດຂອງພວກເຂົາ, ຄືພວກເຂົາບໍ່ໄດ້ຕໍ່ສູ້ກັບພຣະເຈົ້າອີກຕໍ່ໄປ. …
“ບັດນີ້ຜູ້ຄົນເຫລົ່ານີ້ຄືຜູ້ທີ່ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າ” (ແອວມາ 23:6–8).
ພາກສ່ວນທີ່ສຳຄັນສອງຢ່າງມີຢູ່ໃນຂໍ້ເຫລົ່ານີ້: (1) ຄວາມຮູ້ເລື່ອງຄວາມຈິງ, ຊຶ່ງອາດແປວ່າປະຈັກພະຍານ, ແລະ (2) ການປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າ, ຊຶ່ງຂ້າພະເຈົ້າເຂົ້າໃຈວ່າ ເປັນການປ່ຽນໃຈເຫລື້ອມໃສໃນພຣະຜູ້ຊ່ອຍໃຫ້ລອດ ແລະ ພຣະກິດຕິຄຸນຂອງພຣະອົງ. ດັ່ງນັ້ນ, ການສົມທົບລະຫວ່າງປະຈັກພະຍານ ແລະ ການປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າຈະສ້າງຄວາມໝັ້ນຄົງ ແລະ ຄວາມແນ່ວແນ່ ແລະ ປ້ອງກັນທາງວິນຍານ.
ເຂົາເຈົ້າຈະບໍ່ເຄີຍຕົກໄປ ແລະ ວາງອາວຸດແຫ່ງການກະບົດຂອງເຂົາເຈົ້າ—ແລະ ເຂົາເຈົ້າຈະບໍ່ຕໍ່ຕ້ານພຣະເຈົ້າອີກຕໍ່ໄປ. ເພື່ອຈະໄດ້ວາງ “ອາວຸດແຫ່ງການກະບົດ” ດັ່ງເຊັ່ນຄວາມເຫັນແກ່ຕົວ, ຄວາມຈອງຫອງ, ແລະ ຄວາມບໍ່ເຊື່ອຟັງ ຊຶ່ງຮຽກຮ້ອງຫລາຍກວ່າການເຊື່ອ ແລະ ການຮູ້ຈັກເທົ່ານັ້ນ. ຄວາມເຊື່ອໝັ້ນ, ຄວາມຖ່ອມຕົນ, ການກັບໃຈ, ແລະ ການຍິນຍອມ ຈະຕ້ອງເກີດກ່ອນການຍອມວາງອາວຸດແຫ່ງການກະບົດຂອງເຮົາ. ທ່ານ ແລະ ຂ້າພະເຈົ້າຍັງມີອາວຸດແຫ່ງການກະບົດທີ່ກີດກັນເຮົາຈາກການປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າຢູ່ບໍ? ຖ້າຍັງມີຢູ່, ເຮົາຕ້ອງກັບໃຈໃນຕອນນີ້.
ຊາວເລມັນບໍ່ໄດ້ປ່ຽນໃຈເຫລື້ອມໃສໃນຜູ້ສອນສາດສະໜາທີ່ໄດ້ສອນເຂົາເຈົ້າ ຫລື ໃນໂຄງການຂອງສາດສະໜາຈັກ. ເຂົາເຈົ້າບໍ່ໄດ້ປ່ຽນໃຈເຫລື້ອມໃສໃນລັກສະນະຂອງຜູ້ນຳຂອງເຂົາເຈົ້າ ຫລື ໃນການຮັກສາມູນເຊື້ອ ຫລື ຮີດຄອງປະເພນີຂອງບັນພະບຸລຸດຂອງເຂົາເຈົ້າ. ເຂົາເຈົ້າໄດ້ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າ—ໃນພຣະອົງ ຜູ້ເປັນພຣະຜູ້ຊ່ອຍໃຫ້ລອດ ແລະ ໃນຄວາມເປັນພຣະເຈົ້າຂອງພຣະອົງ ແລະ ຄຳສອນຂອງພຣະອົງ—ແລະ ເຂົາເຈົ້າບໍ່ເຄີຍຕົກໄປ.
ປະຈັກພະຍານເປັນຄວາມຮູ້ແຈ້ງທາງວິນຍານເຖິງຄວາມຈິງ ທີ່ໄດ້ຮັບໂດຍອຳນາດຂອງພຣະວິນຍານບໍລິສຸດ. ການປ່ຽນໃຈເຫລື້ອມໃສໄປເລື້ອຍໆເປັນການອຸທິດໄປຕະຫລອດຕໍ່ການເປີດເຜີຍຄວາມຈິງ ທີ່ເຮົາໄດ້ຮັບ—ດ້ວຍໃຈທີ່ເຕັມໃຈ ແລະ ສຳລັບເຫດຜົນທີ່ຖືກຕ້ອງ. ການຮູ້ວ່າພຣະກິດຕິຄຸນເປັນຄວາມຈິງ ເປັນສິ່ງສຳຄັນຕໍ່ປະຈັກພະຍານ. ການຈິງຈັງຕະຫລອດເວລາຕໍ່ຄວາມຈິງຂອງພຣະກິດຕິຄຸນເປັນສິ່ງຈຳເປັນຕໍ່ການປ່ຽນໃຈເຫລື້ອມໃສ. ເຮົາຄວນຮູ້ວ່າພຣະກິດຕິຄຸນເປັນຄວາມຈິງ ແລະ ຕ້ອງຈິງຈັງຕໍ່ພຣະກິດຕິຄຸນ.
ປະຈັກພະຍານ, ການປ່ຽນໃຈເຫລື້ອມໃສ, ແລະ ຄຳອຸປະມາເລື່ອງຍິງສາວບໍລິສຸດສິບຄົນ.
ບັດນີ້ ຂ້າພະເຈົ້າຢາກໃຊ້ຄຳອຸປະມາເລື່ອງຍິງສາວບໍລິສຸດສິບຄົນເພື່ອອະທິບາຍຄວາມສຳພັນລະຫວ່າງປະຈັກພະຍານ ແລະ ການປ່ຽນໃຈເຫລື້ອມໃສ. ໃນຍິງສາວບໍລິສຸດສິບຄົນນັ້ນ, ຫ້າຄົນເປັນຄົນສະຫລາດ ແລະ ອີກຫ້າຄົນເປັນຄົນໂງ່, ໄດ້ເອົາໂຄມໄຟໄປນຳເມື່ອພວກນາງໄປພົບກັບເຈົ້າບ່າວ. ໃຫ້ທ່ານປຽບທຽບໂຄມໄຟຂອງຍິງສາວບໍລິສຸດນັ້ນໃສ່ກັບປະຈັກພະຍານ. ຍິງສາວທີ່ໂງ່ຫ້າຄົນໄດ້ເອົາໂຄມໄຟໄປນຳ ແຕ່ບໍ່ໄດ້ເອົານ້ຳມັນໄປເພື່ອ. ໃຫ້ທ່ານປຽບທຽບນ້ຳມັນນັ້ນໃສ່ກັບການປ່ຽນໃຈເຫລື້ອມໃສ.
“ສ່ວນພວກຄົນສະຫລາດນັ້ນຖືໂຄມໄຟໄປນຳ [ປະຈັກພະຍານ] ແລະ ເອົານ້ຳມັນໃສ່ແກ້ວໄປເພື່ອ [ການປ່ຽນໃຈເຫລື້ອມໃສ].
“ຂະນະທີ່ເຈົ້າບ່າວຍັງບໍ່ມາ ພວກຍິງສາວຕ່າງກໍເຫງົານອນ ແລະ ຫລັບໄປ.
“ພໍເຖິງທ່ຽງຄືນກໍມີສຽງຮ້ອງດັງຂຶ້ນວ່າ, ເຈົ້າບ່າວມາແລ້ວ ຈົ່ງອອກໄປຮັບເພິ່ນເຖີດ.
“ຍິງສາວທຸກຄົນຈຶ່ງລຸກຂຶ້ນ, ແລະ ຈັດຕຽມໂຄມໄຟຂອງຕົນ [ປະຈັກພະຍານ].
“ແລ້ວພວກຄົນໂງ່ກໍເວົ້າກັບພວກຄົນສະຫລາດວ່າ, ຂໍປັນນ້ຳມັນຂອງພວກເຈົ້າໃຫ້ພວກຂ້ອຍແດ່ [ຄືນ້ຳມັນຂອງການປ່ຽນໃຈເຫລື້ອມໃສ]; ເພາະໂຄມໄຟຂອງພວກຂ້ອຍ [ປະຈັກພະຍານອ່ອນແອ] ໃກ້ຈະມອດແລ້ວ.
“ແຕ່ພວກຄົນສະຫລາດຕອບວ່າ, ບໍ່ໄດ້ດອກ; ນ້ຳມັນບໍ່ມີພຽງພໍສຳລັບພວກຂ້ອຍ ແລະ ພວກເຈົ້າ: ຈົ່ງໄປຫາຄົນຂາຍນ້ຳມັນ, ແລະ ຊື້ເອົາສຳລັບພວກເຈົ້າສາ” (ມັດທາຍ 25:4–9).
ຍິງສາວຫ້າຄົນນັ້ນເຫັນແກ່ຕົວບໍ ແລະ ບໍ່ເຕັມໃຈແບ່ງປັນ, ຫລື ບົ່ງບອກເຖິງຄວາມແທ້ຈິງທີ່ວ່າ ບໍ່ສາມາດຢືມນ້ຳມັນແຫ່ງການປ່ຽນໃຈເຫລື້ອມໃສ? ເຮົາຈະສາມາດແບ່ງປັນຄວາມເຂັ້ມແຂງທາງວິນຍານຈາກການເຊື່ອຟັງຕໍ່ພຣະບັນຍັດໃຫ້ກັບຄົນອື່ນໄດ້ບໍ? ເຮົາຈະສາມາດແບ່ງປັນຄວາມຮູ້ແຈ້ງຜ່ານທາງການສຶກສາ ແລະ ການໄຕ່ຕອງພຣະຄຳພີຢ່າງພາກພຽນໃຫ້ກັບຄົນອື່ນທີ່ຕ້ອງການໄດ້ບໍ? ເຮົາຈະສາມາດແບ່ງປັນຄວາມສະຫງົບທີ່ພຣະກິດຕິຄຸນນຳມາໃຫ້ໄພ່ພົນຍຸກທ້າຍໃຫ້ກັບຄົນອື່ນທີ່ປະສົບຄວາມທຸກຍາກລຳບາກ ແລະ ມີການທ້າທາຍໄດ້ບໍ? ຄຳຕອບອັນແຈ່ມແຈ້ງຕໍ່ຄຳຖາມດັ່ງກ່າວແມ່ນ ແບ່ງປັນບໍ່ໄດ້.
ດັ່ງຍິງສາວທີ່ສະຫລາດໄດ້ເນັ້ນໜັກຢ່າງຖືກຕ້ອງ, ເຮົາແຕ່ລະຄົນຈະຕ້ອງ “ໄປຊື້ໃຫ້ຕົນເອງ.” ຍິງສາວເຫລົ່ານັ້ນບໍ່ໄດ້ຄ້າຂາຍ; ແຕ່ພວກນາງໄດ້ເນັ້ນເຖິງໜ້າທີ່ຮັບຜິດຊອບທີ່ຈະຕ້ອງຮັກສາໂຄມໄຟແຫ່ງປະຈັກພະຍານໃຫ້ລຸກໄໝ້ຢູ່ຕະຫລອດເວລາ ແລະ ໃຫ້ມີນ້ຳມັນແຫ່ງການປ່ຽນໃຈເຫລື້ອມໃສໄວ້ເພື່ອ. ນ້ຳມັນທີ່ມີຄ່າປະເສີດລ້ຳນີ້ ຈະໄດ້ຮັບເທື່ອລະຢົດ—“ເປັນບັນທັດ [ແລະ] ເປັນຂໍ້ເລັກໆໜ້ອຍໆ” (2 ນີໄຟ 28:30), ດ້ວຍຄວາມອົດທົນ ແລະ ຄວາມສະໝ່ຳສະເໝີ. ຈະເປັນດ້ວຍວິທີງ່າຍໆບໍ່ໄດ້; ຈະຕຽມແບບຟ້າວຟັ່ງໃນນາທີສຸດທ້າຍບໍ່ໄດ້.
ພຣະຜູ້ເປັນເຈົ້າໄດ້ບັນຊາເຮົາໃຫ້ຊື່ສັດ, ອະທິຖານສະເໝີ, ຕັດໄສ້ຕະກຽງຂອງເຮົາ ແລະ ໃຫ້ມັນລຸກຢູ່, ແລະ ມີນ້ຳມັນຢູ່ນຳເຮົາ, ເພື່ອວ່າເຮົາຈະຕຽມພ້ອມໃນການສະເດັດມາຂອງເຈົ້າບ່າວ (ເບິ່ງ D&C 33:17).
ປະຈັກພະຍານ
ຂ້າພະເຈົ້າສັນຍາວ່າ ເມື່ອເຮົາມີຄວາມຮູ້ແຈ້ງເລື່ອງຄວາມຈິງ ແລະ ໄດ້ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າ, ແລ້ວເຮົາຈະໝັ້ນຄົງ ແລະ ແນ່ວແນ່ ແລະ ບໍ່ເຄີຍຕົກໄປ. ດ້ວຍຄວາມຮ້ອນຮົນ ເຮົາຈະວາງອາວຸດແຫ່ງການກະບົດຂອງເຮົາ. ເຮົາຈະໄດ້ຮັບພອນດ້ວຍຄວາມສະຫວ່າງແຈ້ງຈາກໂຄມໄຟແຫ່ງປະຈັກພະຍານຂອງເຮົາ ແລະ ມີນ້ຳມັນແຫ່ງການປ່ຽນໃຈເຫລື້ອມໃສໄວ້ເພື່ອ. ແລະ ເມື່ອເຮົາແຕ່ລະຄົນປ່ຽນໃຈເຫລື້ອມໃສຫລາຍຂຶ້ນ, ແລ້ວເຮົາຈະເພີ່ມຄວາມເຂັ້ມແຂງໃຫ້ແກ່ຄອບຄົວຂອງເຮົາ, ໝູ່ເພື່ອນຂອງເຮົາ, ແລະ ຄົນທີ່ເຮົາຄົບຄ້າສະມາຄົມດ້ວຍ. ຂ້າພະເຈົ້າຂໍເປັນພະຍານເຖິງຄວາມຈິງເຫລົ່ານີ້ ໃນພຣະນາມອັນສັກສິດຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.