ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຈົ່ງມາ ແລະ ເປັນ​ພາກ​ສ່ວນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2020


ຈົ່ງມາ ແລະ ເປັນ​ພາກ​ສ່ວນ

ພວກ​ເຮົາ​ຂໍ​ເຊື້ອ​ເຊີນ​ລູກໆຂອງ​ພຣະ​ເຈົ້າ​ທຸກ​ຄົນ​ຕະ​ຫລອດ​ທົ່ວ​ໂລກ ໃຫ້​ມາ​ຮ່ວມ​ກັບ​ພວກ​ເຮົາ​ໃນ​ເປົ້າ​ໝາຍ​ອັນ​ຍິ່ງ​ໃຫຍ່ນີ້.

ອ້າຍ​ເອື້ອຍ​ນ້ອງ ແລະ ໝູ່​ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ແຕ່​ລະ​ອາ​ທິດ, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໃນທົ່ວ​ໂລກ ໄດ້​ນະ​ມັດ​ສະ​ການ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ, ພຣະ​ເຈົ້າ ແລະ ພຣະ​ມະຫາ​ກະ​ສັດ​ຂອງ​ຈັກ​ກະ​ວັນ, ແລະ ພຣະ​ບຸດທີ່​ຮັກ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ. ເຮົາ​ໄຕ່​ຕອງ​ເຖິງພຣະ​ຊົນ​ຊີບ ແລະ ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ—ຜູ້​ດຽວ​ທີ່ບໍ່​ມີ​ບາບ ທີ່​ເຄີຍ​ມີ​ຊີ​ວິດ​ຢູ່, ເປັນ​ພຣະ​ເມ​ສາ​ນ້ອຍ​ຂອງພຣະ​ເຈົ້າທີ່ບໍ່​ມີ​ບ່ອນ​ຕຳ​ນິ. ເລື້ອຍໆ​ເທົ່າ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້, ເຮົາ​ຮັບສ່ວນ​ສິນ​ລະ​ລຶກ​ໃນ​ການ​ລະ​ນຶກ​ເຖິງ​ການ​ເສຍ​ສະ​ລະຂອງ​ພຣະ​ອົງ ແລະ ຮັບ​ຮູ້​ວ່າ ພຣະ​ອົງເປັນ​ສູນ​ກາງ​ໃນ​ຊີ​ວິດ​ເຮົາ.

ເຮົາຮັກ​ພຣະ​ອົງ ແລະ ເຮົາ​ໃຫ້​ກຽດ​ແກ່​ພຣະ​ອົງ. ເພາະ​ຄວາມ​ຮັກ​ທີ່​ເລິກ​ຊຶ້ງ ແລະ ນິ​ລັນ​ດອນ​ຂອງ​ພຣະ​ອົງ, ພຣະເຢ​ຊູ​ຄຣິດ​ຈຶ່ງ​ໄດ້​ຮັບ​ທຸກ​ທໍ​ລະ​ມານ ແລະ ໄດ້​ສິ້ນ​ພຣະ​ຊົນ​ເພື່ອທ່ານ ແລະ ຂ້າ​ພະ​ເຈົ້າ. ພຣະ​ອົງ​ໄດ້​ພັງ​ປະ​ຕູ​ແຫ່ງ​ຄວາມ​ຕາຍ, ໄດ້​ທຳ​ລາຍ​ສິ່ງ​ກີດ​ຂວາງ​ທີ່​ແຍກໝູ່​ເພື່ອນ ແລະ ຄົນ​ຮັກ​ອອກ​ຈາກ​ກັນ,1 ແລະ ໄດ້​ນຳ​ຄວາມຫວັງ​ມາ​ໃຫ້​ຜູ້ສິ້ນ​ຫວັງ, ປິ່ນ​ປົວ​ຄົນ​ເຈັບ​ປ່ວຍ, ແລະ ປົດ​ປ່ອຍ​ຜູ້​ທີ່​ຖືກ​ຈ່ອງ​ຈຳ.2

ເຮົາ​ອຸ​ທິດໃຈ, ຊີ​ວິດ, ແລະ ອຸ​ທິດ​ຕົນ​ໃນ​ແຕ່​ລະ​ວັນ​ແດ່​ພຣະ​ອົງ. ເພາະ​ດ້ວຍ​ເຫດນີ້ແຫລະ, “ພວກ​ເຮົາ​ເວົ້າ​ເຖິງ​ພຣະ​ຄຣິດ, ພວກ​ເຮົາ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ, [ແລະ] ພວກ​ເຮົາ​ສັ່ງ​ສອນ​ເລື່ອງ​ພຣະ​ຄຣິດ, … ເພື່ອ​ລູກ​ຫລານ​ຂອງ​ພວກ​ເຮົາ ຈະ​ໄດ້​ຮູ້​ວ່າ ພວກ​ເຂົາ​ຈະ​ຫລຽວ​ຫາ​ແຫລ່ງ​ໃດ​ເພື່ອ​ການ​ປົດ​ບາບ.”3

ການຝຶກຝົນ​ການ​ເປັນ​ສາ​ນຸ​ສິດ

ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ ແມ່ນ​ເກີນກວ່າ​ພຽງ​ແຕ່​ເວົ້າ ແລະ ສັ່ງ​ສອນ​ເຖິງ​ພຣະ​ຄຣິດ​ເທົ່າ​ນັ້ນ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເອງ​ໄດ້​ຟື້ນ​ຟູສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ເພື່ອ​ຊ່ວຍ​ເຮົາ​​ຢູ່​ໃນ​ເສັ້ນ​ທາງ ເພື່ອ​ໃຫ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍກວ່າ​ເກົ່າ. ສາດ​ສະ​ໜາ​ຈັກ​ຂອງພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໄດ້​ຖືກຈັດ​ຕັ້ງ​ຂຶ້ນ ​ເພື່ອ​ໃຫ້​ໂອ​ກາດ​ທີ່​ຈະຝຶກຝົນ​ພື້ນ​ຖານ​ຂອງ​ການ​ເປັນ​ສາ​ນຸ​ສິດ. ຜ່ານ​ທາງ​ການ​ມີ​ສ່ວນ​ຮ່ວມ​ໃນ​ສາດ​ສະ​ໜາ​ຈັກ, ເຮົາ​ຮຽນ​ຮູ້​ທີ່​ຈະ​ຮັບ​ຮູ້ ແລະ ປະ​ຕິ​ບັດ​ຕາມ​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ. ເຮົາ​ພັດ​ທະ​ນາ​ຄຸນ​ສົມ​ບັດຂອງ​ການ​ເອື້ອມ​ອອກ​ໄປ​ໃນ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ມີ​ຄວາມ​ເມດ​ຕາ​ຕໍ່​ຄົນ​ອື່ນ.

ນີ້​ຄື​ຄວາມ​ພະ​ຍາ​ຍາມ​ຕະ​ຫລອດ​ຊີ​ວິດ, ແລະ ມັນ​ຮຽກ​ຮ້ອງ​ການ​​ຝຶກ​ຝົນ.

ນັກ​ກິ​ລາ​ທີ່ປະ​ສົບ​ຄວາມ​ສຳ​ເລັດ ໄດ້​ໃຊ້​ເວ​ລາຢ່າງ​ຫລວງ​ຫລາຍ​ໃນ​ການຝຶກ​ຝົນ​ພື້ນ​ຖານ​ຝ່າຍ​ການ​ກິ​ລາ​ຂອງ​ເຂົາ​ເຈົ້າ. ນາຍ​ແພດ, ນັກ​ເຄືອ​ຂ່າຍ, ນັກວິ​ສະ​ວະ​ກອນ​ນິວ​ເຄຼຍ, ແລະ ແມ່ນ​ແຕ່​ຂ້າ​ພະ​ເຈົ້າ ເປັນນັກ​​ແຂ່ງ​ຂັນ​ການ​ທຳ​ອາ​ຫານ​ຢູ່​ໃນ​ຄົວ​ຂອງ ນາງ​ແຮ​ຮີ​ແອດ ຈະ​ມີ​ຄວາມ​ສາ​ມາດ ແລະ ຊຳ​ນານ ກໍ​ຕໍ່​ເມື່ອ​ມີ​ການຝຶກ​ຝົນ​ຢ່າງ​ພາກ​ພຽນ​ໃນ​ວິ​ຊາ​ອາ​ຊີບຂອງ​ຕົນ.

ໃນ​ຖາ​ນະ​ເປັນ​ກັບ​ຕັນ​ເຮືອ​ບິນ, ສ່ວນ​ຫລາຍຂ້າ​ພະ​ເຈົ້າ​ໄດ້​ຝຶກ​ຝົນ​ນັກ​ບິນ ໂດຍ​ການ​ໃຊ້ຍົນ​ຈຳ​ລອງ—ເປັນ​ເຄື່ອງ​ຈັກ​ທີ່​ຊັບ​ຊ້ອນ ຊຶ່ງໃຫ້​ປະ​ສົບ​ການ​ຄື​ກັນ​ກັບ​ການ​ຂັບ​ຍົນ​ຕົວ​ຈິງ. ຍົນ​ຈຳ​ລອງບໍ່​ແມ່ນ​ມີ​ໃຫ້​ເພື່ອ​ຊ່ວຍ​ນັກ​ບິນ​ຮຽນ​ຮູ້​ພື້ນ​ຖານ​ຂອງ​ການ​ຂັບ​ຍົນ​ເທົ່າ​ນັ້ນ; ມັນ​ຍັງ​ໃຫ້​ເຂົາ​ເຈົ້າ​ມີ​ປະ​ສົບ​ການ ແລະ ຮັບ​ມື​ກັບ​ເຫດ​ການ​ທີ່ບໍ່​ຄາດ​ຄິດ ທີ່​ເຂົາ​ເຈົ້າ​ອາດ​ປະ​ເຊີນ ຕອນ​ຂັບ​ຍົນ​ຕົວ​ຈິງ.

ຫລັກ​ທຳ​ຢ່າງ​ດຽວ​ກັນ​ນີ້​ກໍ​ກ່ຽວ​ພັນ​ກັບ​ສາ​ນຸ​ສິດ​ຂອງພຣະ​ເຢ​ຊູ​ຄຣິດ​ຄື​ກັນ.

ການ​ມີ​ພາກສ່ວນ​ຢ່າງ​ແຂງ​ຂັນ​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ຂອງພຣະ​ເຢ​ຊູ​ຄຣິດ ແລະ ໃນ​ໂອ​ກາດທີ່​ດີ​ເດັ່ນ​ຢ່າງ​ຫລວງ​ຫລາຍ ຈະ​ຊ່ວຍ​ເຮົາ​ໃຫ້​ກະ​ກຽມ​ໄດ້​ດີກວ່າ​ເກົ່າ ສຳ​ລັບ​ສະ​ຖາ​ນະ​ການ​ທີ່​ປ່ຽນ​ແປງ​ໃນ​ຊີ​ວິດ, ບໍ່​ວ່າ​ຈະ​ເປັນ​ສິ່ງ​ໃດ ຫລື ຮ້າຍ​ແຮງ​ຫລາຍ​ຂະ​ໜາດ​ໃດ​ກໍ​ຕາມ. ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ເຮົາ​ຖືກ​ຊຸກ​ຍູ້​ໃຫ້ມີ​ພາກ​ສ່ວນ​ໃນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ, ໃນ​ສະ​ໄໝ​ບູ​ຮານ ແລະ ໃນ​ສະ​ໄໝ​ໃໝ່. ຜ່ານ​ທາງ​ການ​ອະ​ທິ​ຖານ​ດ້ວຍ​ຄວາມ​ຈິງ​ໃຈ ແລະ ຖ່ອມ​ຕົວ ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ເຮົາ​ຮຽນ​ຮູ້​ທີ່​ຈະ​ຮັບ​ຮູ້​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ. ເຮົາ​ຮັບ​ເອົາ​ການ​ເອີ້ນ​ໃຫ້​ຮັບ​ໃຊ້, ສິດ​ສອນ, ວາງ​ແຜນ, ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ແລະ ບໍ​ລິ​ຫານ. ໂອ​ກາດ​ເຫລົ່າ​ນີ້​ຊ່ວຍ​ເຮົາ​ໃຫ້​ເຕີບ​ໂຕ​ໃນ​ວິນ​ຍານ, ຄວາມ​ຄິດ, ແລະ ຄຸນ​ສົມ​ບັດ.

ມັນ​ຈະ​ຊ່ວຍ​ເຮົາ​ກະ​ກຽມ​ທີ່​ຈະ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ ທີ່​ຈະອວຍ​ພອນ​ເຮົາ ໃນ​ຊີ​ວິດນີ້ ແລະ ໃນ​ຊີ​ວິດ​ທີ່​ຈະ​ມາ​ເຖິງ.

ຈົ່ງມາຮ່ວມກັບພວກເຮົາ!

ພວກ​ເຮົາ​ຂໍ​ເຊື້ອ​ເຊີນ​ລູກໆຂອງ​ພຣະ​ເຈົ້າ​ທຸກ​ຄົນ​ຕະ​ຫລອດ​ທົ່ວ​ໂລກ ໃຫ້​ມາ​ຮ່ວມ​ກັບ​ພວກ​ເຮົາ​ໃນ​ເປົ້າ​ໝາຍ​ອັນ​ຍິ່ງ​ໃຫຍ່ນີ້. ຈົ່ງມາ ແລະ ເບິ່ງເອົາ! ເຖິງ​ແມ່ນ​ໃນ​ລະ​ຫວ່າງ​ທີ່​ມີ​ການ​ທ້າ​ທາຍ​ເນື່ອງ​ດ້ວຍພະ​ຍາດ​ໂຄວິດ-19, ຈົ່ງ​ມາພົບ​ກັບ​ພວກ​ເຮົາ​ທາງ​ອອນ​ລາຍ. ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ພວກ​ເຮົາ​ໄດ້​ທາງ​ອອນ​ລາຍ. ຊອກ​ຫາ​ດ້ວຍ​ຕົວ​ເອງວ່າ​ສາດ​ສະ​ໜາ​ຈັກ​ແມ່ນ​ກ່ຽວ​ກັບ​ຫຍັງ! ເມື່ອຊ່ວງ​ໄລ​ຍະ​ທີ່​ຫຍຸ້ງ​ຍາກນີ້​ຜ່ານ​ພົ້ນ​ໄປ, ໃຫ້​ມາ​ພົບ​ກັບພວກ​ເຮົາ​ຢູ່​ໃນ​ບ້ານ​ເຮືອນ ແລະ ໃນສະ​ຖານ​ທີ່​ນະ​ມັດ​ສະ​ການ​ຂອງ​ພວກ​ເຮົາ!

ພວກ​ເຮົາ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ມາ ແລະ ຊ່ວຍ​ເຫລືອ! ​ຈົ່ງມາ ແລະ ຮັບ​ໃຊ້​ກັບ​ພວກ​ເຮົາ, ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່ລູກໆ​ຂອງ​ພຣະ​ເຈົ້າ, ເດີນ​ຕາມ​ພຣະ​ບາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ເຮັດ​ໃຫ້​ໂລກ​ນີ້ເປັນ​ບ່ອນ​ທີ່​ດີກວ່າ​ເກົ່າ.

ຈົ່ງມາ ແລະ ​ເປັນພາກ​ສ່ວນ! ທ່ານ​ຈະ​ເຮັດ​ໃຫ້​ພວກ​ເຮົາ​ເຂັ້ມ​ແຂງ​ຂຶ້ນ. ແລະ ທ່ານ​ຈະກາຍ​ເປັນ​ຄົນ​ທີ່​ດີກວ່າ​ເກົ່າ, ມີ​ເມດ​ຕາ, ແລະ ມີ​ຄວາມ​ສຸກ​ຫລາຍກວ່າ​ເກົ່າ​ຄື​ກັນ. ສັດ​ທາ​ຂອງ​ທ່ານ​ຈະ​ເລິກ​ຊຶ້ງ ແລະ ເຕີບ​ໂຕ ແລະ ທົນ​ທານ​ຫລາຍກວ່າ​ເກົ່າ—ມີ​ຄວາມ​ສາ​ມາດ​ຕ້ານ​ທານ​ກັບ​ຄວາມ​ປັ່ນ​ປ່ວນ ແລະ ການ​ທົດ​ລອງ​ທີ່ບໍ່​ຄາດ​ຄິດ​ຂອງ​ຊີ​ວິດ​ໄດ້​ດີກວ່າ​ເກົ່າ.

ແລະ ເຮົາ​ຈະ​ເລີ່ມ​ຕົ້ນ​ໄດ້​ແນວ​ໃດ? ມັນ​ມີ​ຫລາຍ​ວິ​ທີ​ທາງທີ່​ເປັນ​ໄປ​ໄດ້.

ພວກ​ເຮົາ​ເຊື້ອ​ເຊີນ​ທ່ານ​ໃຫ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ. ຖ້າ​ຫາກ​ທ່ານບໍ່​ມີຊະ​ນິດ​ເປັນ​ປຶ້ມ, ທ່ານ​ສາ​ມາດ​ອ່ານ​ມັນ​ຢູ່​ທີ່ ChurchofJesusChrist.org4 ຫລື ດາວ​ໂຫລດ ແອພ ພຣະ​ຄຳ​ພີ​ມໍ​ມອນ ກໍ​ໄດ້. ພຣະ​ຄຳ​ພີ​ມໍ​ມອນ ເປັນ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ຄຽງຄູ່​ໄປ​ກັບ​ພຣະ​ຄຳ​ພີ​ເດີມ ແລະ ພຣະ​ຄຳ​ພີ​ໃໝ່. ພວກ​ເຮົາ​ຮັກ​ພຣະ​ຄຳ​ພີ​ທີ່​ສັກ​ສິດ​ເຫລົ່າ​ນີ້​ທັງ​ໝົດ ແລະ ຮຽນ​ຮູ້​ຈາກ​ມັນ.

ພວກ​ເຮົາ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ໃຊ້​ເວ​ລາ​ຢູ່​ທີ່ ComeuntoChrist.org ເພື່ອ​ຊອກ​ຫາ​ສິ່ງ​ທີ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ສິດ​ສອນ ແລະ ເຊື່ອ​ຖື.

ໃຫ້ເຊື້ອ​ເຊີນ​ຜູ້​ສອນ​ສາດ​ສະ​ໜາ​ຢ້ຽມ​ຢາມ​ກັບ​ທ່ານ​ທາງອອນ​ລາຍ ຫລື ຢູ່​ເຮືອນ​ຂອງ​ທ່ານ​ກໍ​ໄດ້ ໃນ​ບ່ອນ​ທີ່​ເປັນ​ໄປ​ໄດ້—ເຂົາ​ເຈົ້າມີ​ຂ່າວ​ສານ​ແຫ່ງ​ຄວາມ​ຫວັງ ແລະ ການ​ປິ່ນ​ປົວ. ຜູ້​ສອນ​ສາດ​ສະ​ໜາ​ເຫລົ່າ​ນີ້ ເປັນ​ລູກ​ຊາຍ ແລະ ລູກ​ສາວ​ອັນ​ລ້ຳ​ຄ່າ​ຂອງ​ພວກ​ເຮົາ ຜູ້​ຮັບ​ໃຊ້​ຢູ່​ໃນ​ຫລາຍໆ​ບ່ອນ​ຕະ​ຫລອດ​ທົ່ວ​ໂລກ ໂດຍ​ໃຊ້​ເວ​ລາ ແລະ ເງິນ​ຄຳ​ຂອງ​ເຂົາ​ເຈົ້າ​ເອງ.

ຢູ່​ໃນ​ສາດ​ສະ​ໜາ​ຈັກ​ຂອງພຣະ​ເຢ​ຊູ​ຄຣິດ, ທ່ານ​ຈະ​ພົບ​ເຫັນ​ຄອບ​ຄົວ ແລະ ຜູ້​ຄົນ​ທີ່ບໍ່​ແຕກ​ຕ່າງ​ຫລາຍ​ຈາກ​ທ່ານ. ທ່ານ​ຈະ​ພົບ​ເຫັນ​ຜູ້​ຄົນ​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຂອງ​ທ່ານ ແລະ ຜູ້​ຢາກ​ຊ່ວຍ​ທ່ານ ຂະ​ນະ​ທີ່​ທ່ານ​ພະ​ຍາ​ຍາມ​ກາຍ​ເປັນ​ຄົນ​ດີ​ທີ່​ສຸດ—ເປັນ​ຄົນ​ທີ່​ພຣະ​ເຈົ້າ​ໄດ້​ສ້າງ​ທ່ານ​ເພື່ອ​ໃຫ້​ກາຍ​ເປັນ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເອື້ອມ​ອອກ​ຫາ​ທຸກ​ຄົນ

ທ່ານ​ອາດ​ຄິດ​ວ່າ, “ເຮົາ​ເຄີຍ​ເຮັດ​ຄວາມ​ຜິດ​ໃນ​ຊີ​ວິດຂອງ​ເຮົາ. ເຮົາ​ບໍ່​ແນ່​ໃຈ​ວ່າ​ເຮົາ​ຈະ​ສາ​ມາດ​ຮູ້​ສຶກວ່າ ເຮົາ​ເປັນ​ພາກ​ສ່ວນ​ໃນ​ສາດ​ສະ​ໜາ​ຈັກ​ຂອງພຣະ​ເຢ​ຊູ​ຄຣິດ​ໄດ້ຫລືບໍ່. ພຣະ​ເຈົ້າ​ຄົງ​ບໍ່​ສົນ​ໃຈ​ກັບ​ຄົນ​ຢ່າງ​ເຮົາ​ດອກ.”

ພຣະ​ເຢ​ຊູຄຣິດ, ເຖິງ​ແມ່ນ​ພຣະ​ອົງ​ເປັນ “ພຣະມະ​ຫາ​ກະ​ສັດ​ເໜືອ​ກະ​ສັດ​ທັງ​ປວງ,”5 ແຕ່ພຣະ​ເມ​ຊີ​ອາ, “ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ທີ່​ຊົງ​ພຣະ​ຊົນ,”6 ຫ່ວງ​ໃຍລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ​ຫລາຍ​ທີ່​ສຸດ. ພຣະ​ອົງ​ຫ່ວງ​ໃຍ​ບໍ່​ວ່າ​ຖາ​ນະ​ບຸກ​ຄົນ​ຈະ​ເປັນ​ແນວ​ໃດ—ຍາກ​ຈົນ ຫລື ຮັ່ງ​ມີ, ບົກ​ພ່ອງ ຫລື ດີ​ເລີດ. ລະ​ຫວ່າງ​ຊ່ວງ​ມະ​ຕະ​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ທຸກ​ຄົນ: ຜູ້​ມີ​ຄວາມ​ສຸກ ແລະ ປະ​ສົບ​ຄວາມ​ສຳ​ເລັດ, ພັງ​ທະ​ລາຍ ແລະ ຫລົງ​ທາງ, ແລະ ຜູ້​ທີ່​ປາດ​ສະ​ຈາກ​ຄວາມ​ຫວັງ. ສ່ວນ​ຫລາຍ​ແລ້ວ, ຜູ້​ທີ່​ພຣະ​ອົງ​ຮັບ​ໃຊ້ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່ ບໍ່​ໄດ້ເປັນ​ຄົນ​ສຳ​ຄັນ, ງາມ​ເລີດ, ຫລື ຮັ່ງ​ມີ. ສ່ວນ​ຫລາຍ​ແລ້ວ, ຜູ້​ຄົນ​ທີ່​ພຣະ​ອົງ​ຊ່ວຍ​ເຫລືອ ເປັນ​ຄົນ​ຍາກ​ຈົນ​ທີ່​ສຸດ ຊຶ່ງບໍ່​ມີ​ຫຍັງ​ຕອບ​ແທນ​ຍົກ​ເວັ້ນ​ແຕ່​ຄວາມຮູ້​ບຸນ​ຄຸນ, ໃຈ​ທີ່​ຖ່ອມ, ແລະ ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ມີ​ສັດ​ທາ​ເທົ່າ​ນັ້ນ.

ຖ້າ​ຫາກ​ພຣະ​ເຢ​ຊູໄດ້​ໃຊ້​ຊ່ວງ​ມະ​ຕະ​ຂອງ​ພຣະ​ອົງ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່ “ຜູ້​ທີ່ຕ່ຳ​ຕ້ອຍ​ທີ່​ສຸດ,”7 ແລ້ວ​ພຣະ​ອົງ​ຈະ​ບໍ່​ຮັກ​ເຂົາ​ເຈົ້າ​ໃນ​ທຸກວັນ​ນີ້​ບໍ? ຢູ່​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ມີ​ບ່ອນ​ໃຫ້​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ​ຢູ່ບໍ? ແມ່ນ​ແຕ່​ສຳ​ລັບ​ຜູ້​ທີ່​ຮູ້​ສຶກບໍ່​ມີ​ຄ່າ​ຄວນ, ຖືກ​ລືມ​ໄລ, ຫລື ໂດດ​ດ່ຽວ ກໍ​ມີ​ຢູ່​ບໍ?

ມັນ​ບໍ່​ມີ​ລະ​ດັບ​ຂອງ​ຄວາມ​ດີ​ພ້ອມ ທີ່​ທ່ານ​ຈະ​ຕ້ອງ​ບັນ​ລຸ ກ່ອນ​ຈະ​ເໝາະ​ສົມ​ສຳ​ລັບ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ. ຄຳ​ອະ​ທິ​ຖານ​ຂອງ​ທ່ານບໍ່​ຈຳ​ເປັນ​ຕ້ອງ​ອອກ​ສຽງ ຫລື ມີ​ໂວ​ຫານ ຫລື ສົມ​ບູນ​ແບບ​ທຸກ​ຢ່າງ ກ່ອນ​ຈະ​ຂຶ້ນ​ເຖິງ​ສະ​ຫວັນ​ໄດ້.

ໃນ​ຄວາມ​ຈິງ​ແລ້ວ, ພຣະ​ເຈົ້າ​ບໍ່ຫລິ້ນ​ພັກ​ຫລິ້ນ​ພວກ8—ສິ່ງ​ຂອງ​ໃນ​ໂລກ​ທີ່​​ຜູ້ຄົນ​ຖືວ່າ​ສຳ​ຄັນ ບໍ່ມີ​ປະ​ໂຫຍດ​ຕໍ່​ພຣະ​ອົງ​ເລີຍ. ພຣະ​ອົງ​ຮູ້​ຈັກ​ໃຈ​ທ່ານ, ແລະ ພຣະ​ອົງ​ຮັກ​ທ່ານ ບໍ່​ວ່າ​ທ່ານ​ມີ​ຕຳ​ແໜ່ງ​ໃດ, ມີຊັບ​ສິນ​ໜ້ອຍ​ຫລາຍ​ປານ​ໃດ, ຫລື ມີ​ເພື່ອນ​ຕິດ​ຕາມ​ຢູ່ ອິນ​ສະ​ຕາ​ແກຼມ ໜ້ອຍ​ຫລາຍ​ປານ​ໃດ​ກໍ​ຕາມ.

ເມື່ອ​ເຮົາ​ໂນ້ມ​ອຽງ​ໃຈ​ຂອງ​ເຮົາ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ເຂົ້າ​ໃກ້​ພຣະ​ອົງ, ແລ້ວ​ເຮົາ​ຈະ​ຮູ້​ສຶກວ່າ​ພຣະ​ອົງຢູ່​ໃກ້​ເຮົາ.9

ເຮົາ​ເປັນ​ລູກ​ທີ່​ຮັກ​ຂອງ​ພຣະ​ອົງ.

ແມ່ນ​ແຕ່​ຜູ້​ທີ່​ປະ​ຕິ​ເສດ​ພຣະ​ອົງ.

ແມ່ນ​ແຕ່​ຜູ້​ທີ່ຫົວ​ແຂງ, ດື້​ດ້ານ, ໃຈ​ຮ້າຍ​ໃຫ້​ພຣະ​ເຈົ້າ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ໄດ້ຫອບ​​ກະ​ເປົາ, ແລ້ວ​ເດີນ​ອອກ​ຈາກ​ເຮືອນ ປະ​ກາດ​ວ່າ​ເຂົາ​ຊິ​ໜີ ແລະ ບໍ່​ກັບ​ຄືນ​ມາ​ອີກ.

ເມື່ອ​ລູກ​ໜີ​ອອກ​ຈາກ​ເຮືອນ, ເຂົາ​ອາດບໍ່​ສັງ​ເກດ​ເຫັນ​ຄວາມ​ເປັນ​ຫ່ວງ​ຂອງ​ພໍ່​ແມ່ ທີ່​ແນມ​ເບິ່ງ​ເຂົາ​ຈາກ​ປ່ອງ​ຢ້ຽມ. ດ້ວຍ​ໃຈ​ທີ່​ອ່ອນ​ໂຍນ, ເຂົາ​ເຈົ້າ​ໄດ້​ຫລຽວ​ເບິ່ງ​ລູກ​ຊາຍ ຫລື ລູກ​ສາວ​ເດີນ​ໜີ—ຫວັງ​ວ່າ​ລູກ​ທີ່​ລ້ຳ​ຄ່າ​ຂອງ​ເຂົາ​ເຈົ້າ​ຈະ​ຮຽນ​ຮູ້​ບາງ​ສິ່ງ​ຈາກ​ປະ​ສົບ​ການ​ທີ່​ເຈັບ​ປວດ​ໃຈ​ນີ້ ແລະ ບາງ​ທີ​ເຫັນ​ຊີ​ວິດ​ດ້ວຍ​ຕາ​ໜ່ວຍ​ໃໝ່—ແລະ ໃນ​ທີ່​ສຸດກັບ​ຄືນ​ບ້ານ.

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ກໍ​ເປັນ​ແນວນັ້ນ​ຄື​ກັນ. ພຣະ​ອົງ​ຄອຍ​ຖ້າ​ໃຫ້​ເຮົາ​ກັບ​ຄືນ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ທ່ານ, ດ້ວຍພຣະ​ກັນ​ແສງ​ແຫ່ງ​ຄວາມ​ຮັກ ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ, ພຣະ​ອົງ​ໄດ້​ລໍ​ຖ້າ​ການ​ກັບ​ຄືນ​ຂອງ​ທ່ານ​ຢູ່. ແມ່ນ​ແຕ່​ເວ​ລາ​ທີ່​ທ່ານ​ຮູ້​ສຶກ​ຢູ່​ຫ່າງ​ໄກ​ຈາກ​ພຣະ​ເຈົ້າ, ພຣະ​ອົງ​ຈະ​ເຫັນ​ທ່ານ; ພຣະ​ອົງ​ຈະ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ທ່ານ ແລະ ແລ່ນ​ມາ​ໂອບກອດ​ທ່ານ.10

ຈົ່ງມາ ແລະ ເປັນ​ພາກ​ສ່ວນ.

ພຣະ​ເຈົ້າ​ອະ​ນຸ​ຍາດ​ໃຫ້​ເຮົາ​ຮຽນ​ຮູ້​ຈາກ​ຄວາມ​ຜິດ​ພາດ​ຂອງ​ເຮົາ

ເຮົາ​ເປັນ​ນັກ​ທັດ​ສະ​ນະຈອນຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ຄວາມ​ເປັນ​ມະ​ຕະ ໃນ​ການ​ຊອກ​ຫາ​ຄວາມ​ໝາຍ ແລະ ຄວາມ​ຈິງ​ສູງ​ສຸດ. ສ່ວນ​ຫລາຍ​ແລ້ວ, ສິ່ງ​ທີ່​ເຮົາ​ສາ​ມາດ​ຫລຽວ​ເຫັນ​ແມ່ນ​ເສັ້ນ​ທາງ​ທີ່​ຊື່​ຕົງ ຢູ່​ຕໍ່​ໜ້າ​ເຮົາ—ເຮົາ​ບໍ່​ສາ​ມາດ​ຫລຽວ​ເຫັນ​ບ່ອນ​ຄົດ​ລ້ຽວ ຢູ່​ໃນ​ເສັ້ນ​ທາງ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ ບໍ່​ໄດ້ມອບ​ຄຳ​ຕອບ​ໃຫ້​ເຮົາໃນ​ທຸກ​ຢ່າງ. ພຣະ​ອົງ​ຄາດ​ໝາຍ​ໃຫ້​ເຮົາ​ຄິດ​ອອກ​ເອົາ​ເອງ. ພຣະ​ອົງ​ຄາດ​ໝາຍ​ໃຫ້​ເຮົາ​ເຊື່ອ—ເຖິງ​ແມ່ນ​ເຮັດ​ໄດ້​ຍາກ.

ພຣະ​ອົງ​ຄາດ​ໝາຍ​ໃຫ້​ເຮົາ​ມີ​ຄວາມ​ກ້າ​ຫານ​ທີ່​ຈະ​ແກ້​ໄຂ​ບັນ​ຫາ—ໃຊ້​ຄວາມ​ພະ​ຍາ​ຍາມ—ແລະ ກ້າວ​ເດີນ​ຕໍ່​ໄປ.

ນັ້ນ​ຄື​ວິ​ທີ​ທີ່​ເຮົາ​ຮຽນ​ຮູ້ ແລະ ເຕີບ​ໂຕ.

ທ່ານ​ຢາກ​ໃຫ້ຄົນ​ອື່ນບອກ​ທ່ານ​ໃນ​ທຸກ​ເລື່ອງ​ບໍ? ທ່ານ​ຢາກໄດ້​ຮັບ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມທຸກ​ຂໍ້​ບໍ? ທ່ານຢາກ​ໃຫ້​ມີ​ຄົນ​ປູ​ທາງ​ໃຫ້​ທ່ານ​​ຍ່າງທຸກ​ບ່ອນ​ບໍ?

ຂ້າ​ພະ​ເຈົ້າ​ເຊື່ອ​ວ່າພວກເຮົາສ່ວນ​ຫລາຍ​ຈະ​ເບື່ອ​ໄວ ກັບການ​ໃຫ້​ຫົວ​ໜ້າ​ຄວບ​ຄຸມໃນ​ທຸກ​ຢ່າງ. ເຮົາ​ຮຽນ​ຮູ້​ບົດ​ຮຽນ​ທີ່​ສຳ​ຄັນ​ຂອງ​ຊີ​ວິດ ຜ່ານ​ທາງ​ປະ​ສົບ​ການ. ຜ່ານ​ທາງ​ການ​ຮຽນ​ຮູ້​ຈາກ​ຄວາມ​ຜິດ​ພາດ​ຂອງ​ເຮົາ. ຜ່ານ​ທາງ​ການ​ກັບ​ໃຈ ແລະ ການຍອມ​ຮັບ​ດ້ວຍ​ຕົວ​ເອງວ່າ “ຄວາມ​ຊົ່ວ​ຮ້າຍບໍ່​ເຄີຍ​ເປັນ​ຄວາມ​ສຸກເລີຍ.”11

ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ໄດ້​ສິ້ນ​ພຣະ​ຊົນ​ເພື່ອ​ວ່າ​ຄວາມ​ຜິດ​ບາບ​ຂອງ​ເຮົາ​ຈະ​ບໍ່​ກ່າວ​ໂທດ​ເຮົາ ແລະ ສະ​ກັດ​ກັ້ນຄວາມ​ກ້າວ​ໜ້າ​ຂອງ​ເຮົາ​ຕະ​ຫລອດ​ໄປ. ເພາະ​ພຣະ​ອົງ, ເຮົາ​ສາ​ມາດ​ກັບ​ໃຈ, ແລະ ຄວາມ​ຜິດພາດຂອງ​ເຮົາ​ສາ​ມາດ​ກາຍ​ເປັນ​ຂັ້ນ​ຕອນ​ທີ່​ພາ​ເຮົາ​ໄປ​ເຖິງ​ຄວາມ​ສະ​ຫງ່າ​ລາສີ​ທີ່​ຍິ່ງ​ໃຫຍ່ກວ່າ.

ທ່ານບໍ່​ຕ້ອງ​ເດີນ​ໄປ​ໃນ​ເສັ້ນ​ທາງນີ້​ດ້ວຍຕົວ​ຄົນ​ດຽວ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ບໍ່​ໄດ້​ປ່ອຍເຮົາ​ໃຫ້ເດີນ​ຊັດ​ເຊໄປ​ໃນ​ຄວາມ​ມືດ​.

ນີ້​ຄື​ເຫດ​ຜົນ, ໃນ​ລະ​ດູ​ໃບ​ໄມ້​ປົ່ງ​ຂອງ​ປີ 1820, ພຣະ​ອົງ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ໄດ້​ມາ​ປະ​ກົດຕໍ່​ຊາຍ​ໜຸ່ມ ໂຈເຊັບ ສະມິດ.

ໃຫ້ເຮົາ​ຄິດ​ກ່ຽວ​ກັບເລື່ອງນີ້​ຈັກ​ບຶດ​ໜຶ່ງ! ພຣະ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ໄດ້​ມາ​ປະ​ກົດ​ຕໍ່​ມະ​ນຸດ!

ນີ້​ແມ່ນ​ໜຶ່ງ​ໃນ​ຫລາຍໆ​ໂອ​ກາດ​ທີ່​ໂຈເຊັບ ໄດ້​ພົບຢູ່​ກັບ​ພຣະ​ເຈົ້າ ແລະ ບຸກ​ຄົນ​ອື່ນໆ​ຈາກ​ສະ​ຫວັນ. ສິ່ງ​ທີ່ບຸກ​ຄົນຈາກ​ສະ​ຫວັນ​ໄດ້​ກ່າວ​ກັບ​ເພິ່ນ ໄດ້​ຖືກ​ບັນ​ທຶກ​ໄວ້​ຢູ່​ໃນ​ພຣະ​ຄຳ​ພີ​ຂອງ​ສາດ​ສະ​ໜາ​ຈັກ​ຂອງພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ທ່ານ​ສາ​ມາດ​ເຂົ້າ​ເຖິງ​ໄດ້ແບບ​ງ່າຍໆ. ໃຜໆ​ກໍສາ​ມາດ​ອ່ານ​ໄດ້ ແລະ ຮຽນ​ຮູ້​ຂ່າວ​ສານດ້ວຍ​ຕົວ​ເອງ ໃນ​ສິ່ງ​ທີ່​ພຣະ​ເຈົ້າ​ມອບ​ໃຫ້​ເຮົາ ໃນ​ວັນ​ເວ​ລາ​ຂອງ​ເຮົາ.

ພວກ​ເຮົາ​ເຊື້ອ​ເຊີນ​ທ່ານ​ໃຫ້​ສຶກ​ສາ​ມັນ​ດ້ວຍ​ຕົວ​ເອງ.

ໂຈເຊັບ ສະມິດ ​ໄດ້​ຮັບ​ການ​ເປີດ​ເຜີຍ​ເຫລົ່າ​ນີ້ຕອນ​ເພິ່ນ​ຍັ​ງ​ໜຸ່ມ. ເພິ່ນ​ໄດ້​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຫລາຍ​ກ່ອນ​ເພິ່ນ​ມີ​ອາ​ຍຸ​ໄດ້ 30 ປີ.12 ເພິ່ນ​ຂາດ​ປະ​ສົບ​ການ, ແລະ ບາງ​ຄົນ, ເວົ້າ​ວ່າ​ເພິ່ນບໍ່​ເໝາະ​ສົມ​ທີ່​ຈະ​ເປັນ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ແຕ່​ພຣະ​ອົງ​ກໍ​ໄດ້​ເອີ້ນ​ເພິ່ນ​ຢູ່​ດີ—ຕາມ​ແບບ​ແຜນ​ທີ່​ເຮົາ​ພົບ​ເຫັນ​ຕະ​ຫລອດ​ທົ່ວ​ພຣະ​ຄຳ​ພີ​ທີ່​ສັກ​ສິດ.

ພຣະ​ເຈົ້າບໍ່​ໄດ້ລໍ​ຖ້າໃຫ້​ພົບ​ເຫັນ​ຄົນ​ທີ່​ດີ​ພ້ອມ​ທຸກ​ຢ່າງ ກ່ອນ​ຈະ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

ຖ້າ​ຫາກ​ເປັນ​ແນວນັ້ນ, ພຣະ​ອົງ​ຍັງ​ຄົງລໍ​ຖ້າ​ຢູ່.

ໂຈເຊັບ​ຄື​ກັນ​ກັບ​ທ່ານ ແລະ ຂ້າ​ພະ​ເຈົ້າ. ເຖິງ​ແມ່ນ​ໂຈເຊັບ​ເຮັດ​ຄວາມ​ຜິດ, ແຕ່​ພຣະ​ເຈົ້າ​ກໍ​ໄດ້​ໃຊ້​ເພິ່ນ​ໃຫ້​ບັນ​ລຸ​ຈຸດ​ປະ​ສົງ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ.

ປະ​ທານທອມມັສ ແອັສ ມອນສັນ ມັກ​ກ່າວ​ເນັ້ນ​ຄຳ​ແນະ​ນຳຂໍ້​ນີ້: “ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຮັບ​ຮອງ​ຜູ້​ທີ່​ພຣະ​ອົງ​ເອີ້ນ.”13

ອັກ​ຄະ​ສາ​ວົກ​ໂປ​ໂລ ໄດ້​ໃຫ້​ເຫດ​ຜົນ​ຕໍ່​ໄພ່​ພົນ​ຢູ່​ໃນ​ເມືອງ​ໂກ​ຣິນ​ໂທ​ວ່າ: “ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຈົ່ງ​ພິ​ຈາ​ລະ​ນາ​ເບິ່ງວ່າ ພວກ​ເຈົ້າ​ທີ່​ພຣະ​ເຈົ້າ​ໄດ້​ເອີ້ນ​ມານັ້ນ ເປັນ​ຄົນ​ຢ່າງ​ໃດ, ຄື​ຄົນ​ທີ່​ມະ​ນຸດ​ຖື​ວ່າ​ສະ​ຫລາດ​ກໍ​ມີ​ໜ້ອຍ​ຄົນ, ຄົນ​ທີ່​ມີ​ອຳ​ນາດ​ກໍ​ມີ​ໜ້ອຍ​ຄົນ, ຄົນ​ທີ່​ມີ​ຖາ​ນະ​ສູງ​ກໍ​ມີ​ໜ້ອຍ​ຄົນ.”14

ພຣະ​ເຈົ້າ​ໃຊ້​ຄົນ​ອ່ອນແອ ແລະ ລຽບ​ງ່າຍ ເພື່ອ​ນຳຈຸດ​ປະ​ສົງ​ຂອງ​ພຣະ​ອົງ​ອອກມາ. ຄວາມ​ຈິງນີ້​ຕັ້ງ​ຢູ່​ເປັນ​ພະ​ຍານ​ວ່າ ມັນ​ແມ່ນ​ອຳ​ນາດ​ຂອງ​ພຣະ​ເຈົ້າ, ບໍ່​ແມ່ນ​ຂອງ​ມະ​ນຸດ, ທີ່ບັນ​ລຸ​ວຽກ​ງານ​ຂອງ​ພຣະ​ອົງ ຢູ່​ເທິງ​ແຜ່ນ​ດິນ​ໂລກ.15

ຈົ່ງ​ຟັງ​ພຣະ​ອົງ, ຕິດ​ຕາມ​ພຣະ​ອົງ

ເມື່ອ​ພຣະ​ເຈົ້າ​ປະ​ກົດ​ຕໍ່​ໂຈເຊັບ ສະມິດ, ພຣະ​ອົງ​ໄດ້​ແນະ​ນຳ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ແລະ ກ່າວ​ວ່າ, “ຈົ່ງ​ຟັງ​ທ່ານ!”16

ໂຈເຊັບ​ໄດ້​ໃຊ້​ຕະ​ຫລອດ​ຊີ​ວິດ​ຂອງ​ເພິ່ນ ໃນ​ການ​ຮັບ​ຟັງ ແລະ ຕິດ​ຕາມ​ພຣະ​ອົງ.

ຄື​ກັນ​ກັບໂຈເຊັບ, ການ​ເປັນ​ສາ​ນຸ​ສິດ​ຂອງ​ເຮົາ​ເລີ່ມ​ຕົ້ນ​ດ້ວຍ​ການ​ຕັດ​ສິນ​ໃຈຂອງ​ເຮົາ ​ທີ່​ຈະ​ຮັບ​ຟັງ​ ແລະ ​ຕິດ​ຕາມພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ.

ຖ້າ​ຫາກ​ທ່ານ​ປາດ​ຖະ​ໜາ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ, ໃຫ້​ຮວບ​ຮວມ​ສັດ​ທາ​ຂອງ​ທ່ານ​ເອງ ແລະ ຍົກ​ເອົາ​ໄມ້​ກາງ​ແຂນ​ຂອງ​ພຣະ​ອົງ​ແບກ​ໄປ.

ທ່ານ​ຈະ​ພົບ​ວ່າ ທ່ານ ກໍ ເປັນ​ພາກ​ສ່ວນ​ໃນ​ສາດ​ສະ​ໜາ​ຈັກຂອງ​ພຣະ​ອົງ—ອົບ​ອຸ່ນ ແລະ ຖືກ​ຮັບ​ຕ້ອນ ໃນບ່ອນ​ທີ່​ທ່ານ​ສາ​ມາດ​ເຂົ້າ​ຮ່ວມ​ເພື່ອ​ສະ​ແຫວງການ​ເປັນ​ສາ​ນຸ​ສິດ ແລະ ​ການມີຄວາມ​ສຸກ ອັນ​ຍິ່ງ​ໃຫຍ່.

ມັນ​ເປັນ​ຄວາມ​ຫວັງ​ຂອງ​ຂ້າ​ພະ​ເຈົ້າ, ໃນ​ວັນຄົບ​ຮອບ​ສອງ​ຮ້ອຍ​ປີ​ຂອງພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ, ເມື່ອ​ເຮົາ​ໄຕ່​ຕອງ ແລະ ຮຽນ​ຮູ້​ກ່ຽວ​ກັບ​ການ​ຟື້ນ​ຟູ​ຂອງ​ສາດ​ສະ​ໜາ​ຈັກ​ຂອງພຣະ​ເຢ​ຊູ​ຄຣິດ, ເຮົາ​ຈະ​ຮັບ​ຮູ້​ວ່າ ມັນ​ບໍ່​ໄດ້​ເປັນ​ພຽງ​ເຫດ​ການ​ແຫ່ງ​ປະ​ຫວັດ​ສາດ​ເທົ່າ​ນັ້ນ. ທ່ານ ແລະ ຂ້າ​ພະ​ເຈົ້າ​ມີ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ເລື່ອງ​ລາວ​ທີ່​ຍິ່ງ​ໃຫຍ່ອັນ​ຕໍ່​ເນື່ອງນີ້.

ແລ້ວ, ແມ່ນ​ຫຍັງ​ຄື​ພາກ​ສ່ວນ​ຂອງ​ທ່ານ ແລະ ຂ້າ​ພະ​ເຈົ້າ?

ມັນ​ເປັນການ​ຮຽນ​ຮູ້ກ່ຽວ​ກັບ​ພຣະ​ເຢຊູ​ຄຣິດ. ເປັນ​ການຮຽນ​ຮູ້​ພຣະ​ຄຳ​ຂອງ​ພຣະ​ອົງ. ເປັນການ​ຮັບ​ຟັງ ແລະ ຕິດ​ຕາມ​ພຣະ​ອົງ​ໂດຍ​ການ​ມີ​ພາກ​ສ່ວນ​ຢ່າງ​ແຂງ​ຂັນ​ໃນ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່ນີ້. ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ມາ ແລະ ເປັນ​ພາກ​ສ່ວນ!

ທ່ານບໍ່​ຈຳ​ເປັນ​ຕ້ອງ​ດີ​ພ້ອມ​ທຸກ​ຢ່າງ. ຂໍ​ໃຫ້​ພຽງ​ແຕ່​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ພັດ​ທະ​ນາ​ສັດ​ທາ​ຂອງ​ທ່ານ ແລະ ​ຢາກ​ເຂົ້າ​ໃກ້​ພຣະ​ອົງ​ຫລາຍກວ່າ​ເກົ່າ​ໃນ​ແຕ່​ລະ​ວັນ​ກໍ​ພໍ​ແລ້ວ.

ພາກ​ສ່ວນ​ຂອງ​ເຮົາແມ່ນ ໃຫ້ຮັກ ແລະ ຮັບ​ໃຊ້​ພຣະ​ເຈົ້າ ແລະ ໃຫ້ຮັກ ແລະ ຮັບ​ໃຊ້​ລູກໆ​ຂອງ​ພຣະ​ອົງ.

ເມື່ອ​ທ່ານ​ເຮັດ​ແນວນີ້, ພຣະ​ເຈົ້າ​ຈະປະ​ທານຄວາມ​ຮັກ, ຄວາມ​ສຸກ, ແລະ ການ​ຊີ້ນຳທີ່​ແນ່ນອນ​ແກ່ທ່ານຕະ​ຫລອດ​ຊີ​ວິດ, ແມ່ນ​ແຕ່​ໃນ​ສະ​ຖາ​ນະ​ການ​ທີ່​ຮ້າຍ​ແຮງ​ທີ່​ສຸດ, ແລະ ແມ່ນ​ແຕ່​ຫລາຍ​ກວ່າ​ນັ້ນ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ສິ່ງນີ້ ແລະ ອວຍ​ພອນ​ທ່ານ ໃນ​ຄວາມ​ຮູ້​ບຸນ​ຄຸນ ແລະ ດ້ວຍຄວາມ​ຮັກ ທີ່​ມີ​ໃຫ້​ແກ່​ທ່ານ​ແຕ່​ລະ​ຄົນ, ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພ​ຣະ​ອາ​ຈານ​ຂອງ​ເຮົາ—ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ

ພິມ