ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄອຍ​ຖ້າ​ພຣະ​ຜູ້​ເປັນ​ເຈົ້າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2020


14:18

ຄອຍຖ້າພຣະຜູ້ເປັນເຈົ້າ

ສັດທານັ້ນ​ໝາຍຄວາມ​ວ່າການ​ໄວ້​ວາງໃຈ​ໃນ​ພຣະເຈົ້າ​ໃນ​ເວລາ​ດີ ແລະ ເວລາ​ຮ້າຍ, ແມ່ນແຕ່​ຖ້າຫາກ​ນັ້ນຮ່ວມ​ດ້ວຍການ​ທົນທຸກ​ຈົນກວ່າ​ເຮົາຈະ​ເຫັນພຣະ​ຫັດຂອງ​ພຣະອົງ​ເປີດອອກ ເພື່ອຜົນ​ປະໂຫຍດ​ຂອງເຮົາ.

ອ້າຍເອື້ອຍ​ນ້ອງທີ່​ຮັກແພງ​ຂອງ​ຂ້າພະ​ເຈົ້າ, ເຮົາທຸກ​ຄົນກໍ​ຕື່ນເຕັ້ນ—ບໍ່ມີ​ໃຜຕື່ນ​ເຕັ້ນຫລາຍ​ໄປກວ່າ​ຂ້າພະ​ເຈົ້າ—ທີ່ຈະ​ໄດ້ຟັງ​ຄຳປາໄສ​ບົດສຸດ​ທ້າຍຈາກ​ສາດສະ​ດາທີ່​ຮັກແພງ​ຂອງເຮົາ, ປະທານ​ຣະໂຊ ເອັມ ແນວສັນ. ກອງ​ປະຊຸມ​ນີ້ກໍ​ປະເສີດ, ແຕ່ມັນ​ເປັນເທື່ອ​ທີສອງ​ທີ່ພະ​ຍາດ​ໂຄວິດ-19 ໄດ້ປ່ຽນ​ແປງ​ກອງ​ປະ​ຊຸມ​ຂອງ​ພວກ​ເຮົາ. ພວກ​ເຮົາ​ເມື່ອຍ​ກັບ​ພະ​ຍາດ​ຕິດ​ຕໍ່​ນີ້ ຈົນ​ພວກເຮົາ​ຢາກ​ດຶງ​ຜົມ​ຕົວ​ເອງ. ແລະ ຕາມ​ຈິງ​ແລ້ວ, ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ບາງ​ຄົນ​ກໍ​ໄດ້​ເຮັດ​ແນວນັ້ນ​ແລ້ວ. ຂໍ​ໃຫ້​ຮູ້​ວ່າ ພວກ​ເຮົາ​ອະ​ທິ​ຖານ​ສະ​ເໝີ​ເພື່ອ​ຜູ້​ທີ່​ຖືກ​ກະ​ທົບ​ສະ​ເທືອນ ບໍ່​ວ່າ​ຈະ​ເປັນ​ໃນ​ທາງ​ໃດ​ກໍ​ຕາມ, ໂດຍ​ສະ​ເພາະ​ສຳ​ລັບ​ຜູ້​ທີ່​ສູນ​ເສຍ​ຄົນທີ່​ເຂົາ​ເຈົ້າ​ຮັກ​ໄປ. ທຸກ​ຄົນ​ກໍ​ເຫັນ​ດ້ວຍ​ວ່າ ມັນ​ເປັນ​ຢູ່ດົນ​ນານ​ເກີນ​ໄປ​ແລ້ວ.

ເຮົາຈະ​ຕ້ອງ​ຄອຍ​ຖ້າການ​ບັນເທົາ​ທຸກດົນ​ນານ​ເທົ່າໃດ ຈາກ​ຄວາມຍາກ​ລຳບາກ​ທີ່ເກີດ​ຂຶ້ນກັບ​ເຮົາ? ຈະເປັນ​ແບບໃດ​ກັບການ​ທົດລອງ​ສ່ວນຕົວ ໃນ​ຂະນະ​ທີ່ເຮົາ​ຄອຍຖ້າ ແລະ ຄອຍຖ້າ, ແລະ ຄວາມຊ່ວຍ​ເຫລືອທີ່​ເບິ່ງຄື​ວ່າມາ​ຊ້າ​ແທ້ໆ? ເປັນຫຍັງ​ຈຶ່ງຊັກ​ຊ້າເມື່ອ​ພາລະ​ນັ້ນເບິ່ງ​ຄືເກີນ​ກວ່າທີ່​ເຮົາ​ສາມາດ​ແບກ​ຫາບໄດ້.

ໃນເມື່ອ​ຖາມຄຳ​ຖາມ​ເຫລົ່ານີ້, ເຮົາກໍ​ສາມາດ, ຖ້າຫາກ​ເຮົາພະ​ຍາຍາມ, ໄດ້ຍິນ​ສຽງຮ້ອງ​ໄຫ້ສະ​ທ້ອນອອກ​ມາຈາກ​ຄຸກມືດ​ໃນຊ່ວງ​ລະດູ​ໜາວ​ທີ່ສຸດ​ຄັ້ງໜຶ່ງ ທີ່ຖືກ​ບັນທຶກ​ໄວ້ໃນ​ສະ​ຖານ​ທີ່ນັ້ນ.

“ໂອ້ ພຣະ​ອົງເຈົ້າ, ພຣະອົງ​ຊົງປະ​ທັບຢູ່​ບ່ອນໃດ?” ເຮົາໄດ້​ຍິນຈາກ​ທີ່ເລິກ​ຂອງຄຸກ​ລີເບີ​ຕີ. “ແລະ ສາລາ​ທີ່ປົກ​ປິດບ່ອນ​ລີ້ຂອງ​ພຣະອົງ​ຢູ່ບ່ອນ​ໃດ? ອີກ​ດົນ​ປານ​ໃດ​ທີ່​ພຣະ​ຫັດ​ຂອງ​ພຣະ​ອົງ​ຈະ​ຢັ້ງ​ໄວ້?”1 ອີກດົນ​ປານໃດ, ໂອ້ພຣະ​ຜູ້ເປັນ​ເຈົ້າເອີຍ, ອີກດົນ​ປານໃດ?

ສະນັ້ນ, ເຮົາບໍ່​ໄດ້ເປັນ​ຄົນທຳ​ອິດ ແລະ ຈະບໍ່​ເປັນຄົນ​ສຸດທ້າຍ​ທີ່ໄດ້​ຖາມຄຳ​ຖາມນີ້ ເມື່ອຄວາມ​ໂສກເສົ້າ​ເຮັດໃຫ້​ເຮົາ​ກຸ້ມໃຈ ຫລື ຄວາມ​ເຈັບປວດ​ໃນຫົວ​ໃຈຂອງ​ເຮົາຄົງ​ຢູ່ກັບ​ເຮົາໄປ​ດົນນານ. ຂ້າພະເຈົ້າ​ບໍ່ໄດ້​ກ່າວເຖິງ​ເລື່ອງການ​ແຜ່​ລະບາດ ຫລື ຄຸກ ແຕ່​ກ່າວເຖິງ​ທ່ານ, ຄອບຄົວ​ຂອງທ່ານ, ແລະ ເພື່ອນບ້ານ​ຂອງທ່ານ​ທີ່ປະ​ເຊີນໜ້າ​ກັບການ​ທ້າທາຍ​ຢ່າງຫລວງ​ຫລາຍ​ເຊັ່ນ​ນັ້ນ. ຂ້າພະເຈົ້າ​ກ່າວເຖິງ​ຄວາມ​ໄຝ່ຝັນ​ຂອງຫລາຍ​ຄົນທີ່​ຢາກ​ແຕ່ງງານ ແລະ ບໍ່ໄດ້​ແຕ່ງງານ ຫລື ຜູ້ທີ່​ແຕ່ງງານ​ແລ້ວ ແລະ ຫວັງຢາກ​ໃຫ້ຄວາມ​ສຳພັນ​ນັ້ນ​ດີ​ຂຶ້ນ. ຂ້າພະເຈົ້າ​ກ່າວເຖິງ​ຜູ້ຄົນ​ທີ່ຕ້ອງ​ຮັບມື​ກັບບັນ​ຫາທາງ​ສຸ​ຂະ​ພາບ​ທີ່ຮ້າຍ​ແຮງ—ບາງທີ​ພະ​ຍາດທີ່​ປິ່ນປົວ​ບໍ່ໄດ້—ຫລື ຜູ້ທີ່​ປະເຊີນ​ກັບ​ຄວາມຜິດ​ປົກ​ກະ​ຕິ​ທາງພັນ​ທຸກຳ​ຕະຫລອດ​ຊີວິດ​ທີ່ບໍ່ມີ​ທາງ​ປິ່ນປົວ. ຂ້າພະເຈົ້າ​ກ່າວເຖິງ​ການດີ້ນ​ລົນອັນ​ຕໍ່​ເນື່ອງ​ກັບການ​ທ້າທາຍ​ທາງສຸ​ຂະພາບ​ອາລົມ ແລະ ຈິດໃຈ ທີ່ເຮັດ​ໃຫ້ຜູ້​ທີ່ມີ​ບັນຫາ​ນັ້ນ​ຮູ້ສຶກ​ໜັກ​ໜ່ວງໃຈ, ແລະ ເຮັດ​ໃຫ້​ຫົວໃຈ​ຂອງຜູ້​ທີ່ຮັກ​ເຂົາເຈົ້າ​ທົນທຸກ​ໄປກັບ​ເຂົາເຈົ້າ. ຂ້າພະເຈົ້າ​ກ່າວເຖິງ​ຄົນ​ຍາກຈົນ, ຜູ້ທີ່​ພຣະຜູ້​ຊ່ວຍໃຫ້​ລອດໄດ້​ບອກວ່າ​ບໍ່ໃຫ້​ເຮົາ​ຫລົງລືມ, ແລະ ຂ້າພະເຈົ້າ​ກ່າວ​ເຖິງ​ທ່ານທີ່​ຄອຍ​ຖ້າໃຫ້​ລູກກັບ​ມາ, ບໍ່ວ່າ​ອາຍຸ​ເທົ່າໃດ, ຜູ້ທີ່​ໄດ້ເລືອກ​ເສັ້ນທາງ​ທີ່ແຕກ​ຕ່າງຈາກ​ເສັ້ນທາງ​ທີ່ທ່ານ​ໄດ້ອະ​ທິຖານ​ໃຫ້ເຂົາ​ເລືອກ.

ນອກເໜືອ​ໄປ​ຈາກນີ້, ຂ້າພະ​ເຈົ້າຮັບ​ຮູ້ວ່າ ແມ່ນ​ແຕ່ຈຳ​ນວນ​ຫລາຍສິ່ງ​ສ່ວນຕົວ​ທີ່ເຮົາ​ອາດ​ຄອຍ​ຖ້າ ກໍຍັງ​ບໍ່ລວມ​ທັງຄວາມ​ພະຍາ​ຍາມທີ່​ຈະກ່າວ​ເຖິງຄວາມ​ກັງວົນ​ທີ່ເຮົາ​ມີເປັນ​ສ່ວນລວມ​ເລື່ອງເສດ​ຖະກິດ, ການເມືອງ, ແລະ ສັງຄົມ. ພຣະ​ບິດາ​ຜູ້ສະ​ຖິດ​ຢູ່ໃນ​ສະຫວັນ​ຂອງເຮົາ​ກໍຄາດ​ຫວັງໃຫ້​ເຮົາກ່າວ​ເຖິງບັນ​ຫາສາ​ທາລະ​ນະຊົນ​ທີ່ຮ້າຍ​ແຮງ ແລະ ບັນຫາ​ສ່ວນຕົວ​ດ້ວຍ, ແຕ່ຈະ​ມີຊ່ວງ​ເວລາ​ໃນຊີວິດ​ຂອງເຮົາ​ທີ່ແມ່ນ​ແຕ່ຄວາມ​ພະຍາ​ຍາມ​ອັນ​ແຮງກ້າ​ທາງວິນ​ຍານ​ຂອງເຮົາ, ເມື່ອເຮົາ​ອ້ອນວອນ​ອະທິ​ຖານ ບໍ່​ໄດ້​ເກີດຜົນ​ດັ່ງທີ່​ເຮົາອ້ອນ​ວອນຂໍ, ບໍ່ວ່າ​ເລື່ອງທີ່​ກ່ຽວກັບ​ບັນຫາ​ທີ່ໃຫຍ່​ຫລວງ​ຂອງໂລກ ຫລື ບັນຫາ​ສ່ວນຕົວ​ນ້ອຍໆ​ຂອງ​ເຮົາ​ກໍຕາມ. ສະນັ້ນ ເມື່ອ​ເຮົາອອກ​ແຮງງານ ແລະ ຄອຍຖ້າ​ຄຳຕອບ​ຕໍ່ຄຳ​ຖາມບາງ​ຢ່າງຂອງ​ເຮົານຳ​ກັນ, ຂ້າພະເຈົ້າ​ໃຫ້ຄຳ​ສັນຍາ​ຂອງ​ອັກຄະ​ສາວົກ​ກັບທ່ານ​ວ່າມັນ​ຖືກໄດ້​ຍິນ ແລະ ຖືກຕອບ, ເຖິງແມ່ນ​ວ່າມັນ​ຈະບໍ່​ເກີດຂຶ້ນ​ຕາມ​ເວລາ ຫລື ໃນ​ວິທີ​ທີ່ເຮົາ​ຕ້ອງການ​ກໍຕາມ. ແຕ່ມັນ​ຖືກຕອບ ສະ​ເໝີ ຕາມ​ເວລາ ແລະ ວິທີ​ທາງທີ່​ບິດາ​ມານດາ​ທີ່​ຮອບຮູ້ ແລະ ເຫັນອົກ​ເຫັນໃຈ​ຊົ່ວນິ​ລັນດອນ​ຄວນຕອບ. ອ້າຍເອື້ອຍ​ນ້ອງທີ່​ຮັກແພງ​ຂອງ​ຂ້າພະ​ເຈົ້າ, ຂໍໃຫ້​ເຂົ້າໃຈ​ວ່າ ພຣະອົງ​ບໍ່ໄດ້​ເຊືອບນອນ​ຫລັບໄປ​ຈັກເທື່ອ2 ເປັນ​ຫ່ວງເລື່ອງ​ຄວາມສຸກ ແລະ ຄວາມສູງ​ສົ່ງຂອງ​ລູກໆ​ຂອງພຣະ​ອົງເກີນ​ກວ່າ​ທຸກສິ່ງ​ທັງໝົດ​ທີ່​ພຣະ​ເຈົ້າ​ແຫ່ງ​ສະຫວັນ​ຄວນ​ເປັນ​ຫ່ວງ. ພຣະອົງ​ຄືຄວາມ​ຮັກອັນ​ບໍລິ​ສຸດ, ເຕັມໄປ​ດ້ວຍລັດ​ສະໝີ​ພາບ, ແລະ ພຣະ​ບິດາ​ແຫ່ງຄວາມ​ເມດຕາ​ຄືພຣະ​ນາມຂອງ​ພຣະອົງ.

“ຖ້າເປັນ​ເຊັ່ນນັ້ນ,” ທ່ານອາດ​ກ່າວວ່າ, “ຄວາມຮັກ ແລະ ຄວາມ​ເມດຕາ​ຂອງ​ພຣະອົງ​ບໍ່ຄວນ​ແຍກທະ​ເລແດງ​ສ່ວນຕົວ​ຂອງເຮົາ​ອອກໄປ​ບໍ ແລະ ປ່ອຍ​ໃຫ້ເຮົາ​ຍ່າງຜ່ານ​ບັນຫາ​ຂອງເຮົາ​ໄປ​ເທິງດິນ​ແຫ້ງບໍ? ພຣະອົງ​ບໍ່ຄວນ​ສົ່ງນົກ​ນາງນວນ​ໃນສັດ​ຕະວັດ​ທີຊາວ​ເອັດມາ​ກິນຕັກ​ກະແຕນ​ໃນສັດ​ຕະວັດ​ທີຊາວ​ເອັດ​ທີ່ຮ້າຍ​ກາດໃຫ້​ໝົດກ້ຽງ​ບໍ?”

ຄຳຕອບ​ຕໍ່ຄຳ​ຖາມດັ່ງ​ກ່າວກໍ “ແມ່ນ, ພຣະເຈົ້າ​ສາມາດ​ປະທານ​ສິ່ງມະ​ຫັດສະ​ຈັນໃຫ້​ໄດ້ໃນ​ທັນທີ, ແຕ່ບໍ່​ວ່າໄວ ຫລື ຊ້າເຮົາ​ກໍຮຽນ​ຮູ້ວ່າ​ເວລາ ແລະ ລະດູ​ການຂອງ​ການເດີນ​ທາງໃນ​ຊ່ວງມະ​ຕະຂອງ​ເຮົານັ້ນ​ຂຶ້ນ​ກັບ​ພຣະອົງ ແລະ ພຣະອົງ​ເທົ່ານັ້ນ​ທີ່​ຊີ້​ນຳ.” ພຣະອົງ​ຈັດ​ຕາ​ຕະ​ລາງ​ເວລາ​ນັ້ນໃຫ້​ແກ່ເຮົາ​ທຸກຄົນ​ເປັນ​ສ່ວນ​ຕົວ. ສຳລັບ​ຊາຍຄົນ​ໜຶ່ງທີ່​ຫາຍດີ​ທັນທີ​ຂະນະ​ທີ່ລາວ​ຄອຍຖ້າ​ທີ່ຈະລົງ​ໄປໃນ​ສະນ້ຳ​ເບັດຊະ​ທາ,3 ຄົນອື່ນ​ອີກຈະ​ໃຊ້​ເວລາ 40 ປີຢູ່​ໃນຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ຄອຍຖ້າ​ທີ່ຈະ​ເຂົ້າໄປ​ໃນແຜ່ນ​ດິນແຫ່ງ​ຄຳ​ສັນ​ຍາ.4 ສຳລັບ​ນີໄຟ ແລະ ລີໄຮ ທຸກຄົນ​ທີ່ໄດ້​ຮັບການ​ປົກປ້ອງ​ດ້ວຍ​ແປວໄຟ ທີ່ອ້ອມ​ຮອບ​ເຂົາເຈົ້າ​ຢູ່ເພາະ​ສັດທາ​ຂອງ​ເຂົາເຈົ້າ,5 ເຮົາ​ກໍຍັງ​ມີອະ​ບີນາ​ໄດ ທີ່ຖືກ​ເຜົາຢູ່​ໃນກອງ​ໄຟເພາະ​ສັດທາ​ຂອງເພິ່ນ.6 ແລະ ເຮົາຈື່​ຈຳວ່າ​ເອລີ​ຢາຄົນ​ດຽວກັນ​ທີ່ໄດ້​ທູນຂໍ​ໄຟຈາກ​ສະຫວັນ ໃຫ້ລົງ​ມາເປັນ​ພະຍານ​ຕໍ່ຕ້ານ​ພວກ​ປະ​ໂລ​ຫິດ​ຂອງພະ​ບາອານ​ໃນທັນ​ທີ7 ກໍ​ແມ່ນ​ເອລີ​ຢາຄົນ​ດຽວກັນ​ທີ່ໄດ້​ທົນທຸກ​ໃນໄລ​ຍະ​ເວລາ​ທີ່ບໍ່​ມີຝົນ​ເປັນ​ເວລາ​ຫລາຍປີ ແລະ ເປັນຜູ້, ໃນຊ່ວງ​ເວລາ​ໜຶ່ງ, ໄດ້ກິນ​ອາຫານ​ທີ່ໂຕ​ການຳ​ມາໃຫ້​ເທົ່ານັ້ນ.8 ຕາມການ​ຄາດ​ຄະ​ເນ​ຂອງ​ຂ້າ​ພະເຈົ້າ, ເຮົາຈະ​ເອີ້ນສິ່ງ​ນັ້ນວ່າ “ເຂົ້າຄາບ​ສຸກສັນ” ບໍ່ໄດ້​ດອກ.

ແມ່ນ​ຫຍັງ​ຄື​ປະເດັນ? ປະເດັນ​ກໍຄື​ວ່າ ສັດທາ​ນັ້ນໝາຍ​ຄວາມວ່າ​ການໄວ້​ວາງໃຈ​ໃນ​ພຣະເຈົ້າ​ໃນ​ເວລາ​ດີ ແລະ ເວລາ​ຮ້າຍ, ແມ່ນແຕ່​ຖ້າຫາກ​ນັ້ນຮ່ວມ​ດ້ວຍການ​ທົນທຸກ​ຈົນກວ່າ​ເຮົາຈະ​ເຫັນ​ພຣະຫັດ​ຂອງ​ພຣະອົງ​ເປີດ​ອອກ ເພື່ອຜົນ​ປະໂຫຍດ​ຂອງເຮົາ.9 ສິ່ງນັ້ນ​ກໍເປັນ​ເລື່ອງ​ຍາກ​ໃນໂລກ​ສະໄໝ​ໃໝ່​ຂອງເຮົາ ເມື່ອ​ຫລາຍຄົນ​ເຊື່ອວ່າ​ສິ່ງ​ທີ່​ດີ​ທີ່​ສຸດ​ໃນ​ຊີວິດ ຄືການ​ຫລີກລ້ຽງ​ຈາກຄວາມ​ທຸກ​ທໍ​ລະ​ມານ​ທັງໝົດ, ວ່າບໍ່​ມີໃຜ​ຄວນ​ເຈັບປວດ​ໃນເລື່ອງ​ໃດເລີຍ.10 ແຕ່ຄວາມ​ເຊື່ອນັ້ນ​ຈະບໍ່​ນຳ​ເຮົາ​ໄປເຖິງ “ຂະໜາດ​ຄວາມ​ສົມບູນ​ຂອງ​ພຣະຄຣິດ.”11

ດ້ວຍຄຳ​ຂໍໂທດ​ຕໍ່ ແອວເດີ ນຽວ ເອ ແມ໊ກ​ສະແວວ ທີ່ບັງ​ອາດຈະ​ປັບປ່ຽນ ແລະ ຂະຫຍາຍ​ສິ່ງທີ່​ຄັ້ງໜຶ່ງ​ເພິ່ນໄດ້​ກ່າວ, ຂ້າພະ​ເຈົ້າຂໍ​ແນະນຳ​ວ່າ “ຊີວິດ​ຂອງຄົນ​ເຮົາ … ຈະເຕັມ​ໄປດ້ວຍ​ສັດທາ ແລະ ຂາດຄວາມ​ຕຶງຄຽດ​ໄປພ້ອມ​ກັນ​ບໍ່ໄດ້.” ມັນຈະ​ເປັນໄປ​ບໍ່ໄດ້ “ທີ່ຈະ​ມີ​ຊີວິດ​ຢ່າງ​ໂງ່ຈ້າ,” ເວົ້າ​ອອກ​ມາ ຂະນະ​ທີ່ເຮົາ​ດື່ມນ້ຳ​ໝາກນາວ ວ່າ, “ພຣະຜູ້​ເປັນເຈົ້າ​ເອີຍ, ຈົ່ງ​ປະທານ​ຄຸນນະ​ທຳທີ່​ດີທີ່​ສຸດໃຫ້​ແກ່​ຂ້ານ້ອຍ​ເຖີດ, ແຕ່ຢ່າ​ປະທານ​ຄວາມ​ໂສກເສົ້າ, ຫລື ຄວາມເສົ້າ​ສະຫລົດ​ໃຈ, ຫລື ຄວາມ​ເຈັບປວດ, ຫລື ການກົງ​ກັນຂ້າມ​ໃຫ້ຂ້າ​ນ້ອຍ. ຂໍບໍ່​ໃຫ້​ມີຜູ້​ໃດບໍ່​ມັກ ຫລື ທໍລະ​ຍົດຕໍ່​ຂ້ານ້ອຍ, ແລະ ເໜືອ​ທຸກສິ່ງ, ຢ່າໃຫ້​ຂ້ານ້ອຍ​ຮູ້ສຶກ​ວ່າ​ພຣະອົງ ຫລື ຜູ້​ຄົນ​ທີ່​ຂ້າ​ນ້ອຍ​ຮັກ ປະຖິ້ມ​ຂ້ານ້ອຍ. ແທ້ຈິງ​ແລ້ວ, ພຣະຜູ້​ເປັນເຈົ້າ​ເອີຍ, ຂໍຈົ່ງ​ລະວັງ​ຢ່າໃຫ້​ຂ້ານ້ອຍ​ໄດ້ຮັບ​ປະສົບ​ການທັງ​ໝົດທີ່​ເຮັດໃຫ້​ພຣະອົງ​ສູງສົ່ງ. ແລະ ແລ້ວ, ເມື່ອ​ບັນຫາ​ຜ່ານຄົນ​ອື່ນໄປ​ຮຽບ​ຮ້ອຍ, ຂໍຈົ່ງ​ໃຫ້​ຂ້ານ້ອຍ​ອອກມາ ແລະ ຢູ່ກັບ​ພຣະອົງ, ບ່ອນທີ່​ຂ້ານ້ອຍ​ຈະສາ​ມາດອວດ​ອ້າງກ່ຽວ​ກັບວ່າ​ພະ​ລັງ ແລະ ລັກ​ສະ​ນະ​ຂອງ​ພວກເຮົາ​ຄ້າຍຄື​ກັນປານ​ໃດ ຂະນະ​ທີ່​ຂ້ານ້ອຍ​ດຳລົງ​ຊີວິດ​ຢ່າງມີ​ຄວາມສຸກ ໃນຊີວິດ​ທີ່ສຸກ​ສະບາຍ​ຂອງ​ຊາວຄຣິດ​ຂອງ​ຂ້ານ້ອຍ.”12

ອ້າຍເອື້ອຍ​ນ້ອງທີ່​ຮັກແພງ​ຂອງ​ຂ້າພະເຈົ້າ, ການເປັນ​ຊາວຄຣິດ​ກໍອົບ​ອຸ່ນດີ, ແຕ່ສ່ວນ​ຫລາຍແລ້ວ​ມັນກໍ​ບໍ່ສະ​ບາຍດີ. ເສັ້ນທາງ​ທີ່ນຳ​ໄປສູ່​ຄວາມ​ສັກສິດ ແລະ ຄວາມສຸກ​ໃນ​ຊີວິດ​ນີ້ ແລະ ຊີວິດ​ທີ່ຈະ​ມາເຖິງ​ເປັນການ​ເດີນທາງ​ທີ່​ຍາວນານ ແລະ ບາງເທື່ອ​ກໍຍາກ​ລຳບາກ. ມັນຕ້ອງ​ໃຊ້​ເວລາ ແລະ ຄວາມ​ບາກ​ບັ່ນ​ເພື່ອຈະ​ກ້າວເດີນ​ໄປ. ແຕ່, ແນ່ນອນ, ລາງວັນ​ສຳລັບ​ການເຮັດ​ດັ່ງນີ້​ແມ່ນຍິ່ງ​ໃຫຍ່ແທ້. ຄວາມຈິງ​ກໍຖືກ​ສິດສອນ​ຢ່າງແຈ່ມ​ແຈ້ງ ແລະ ຊັກຊວນ​ຢູ່ໃນ ບົດ​ທີ 32 ຂອງ​ໜັງ​ສື​ແອວ​ມາ ຢູ່ໃນ​ພຣະຄຳ​ພີ​ມໍມອນ. ຢູ່ໃນ​ນັ້ນ ມະຫາ​ປະໂລ​ຫິດທີ່​ຍິ່ງໃຫຍ່​ຄົນນີ້​ສິດສອນ​ວ່າ ຖ້າຫາກ​ພຣະຄຳ​ຂອງ​ພຣະເຈົ້າ​ຖືກປູກ​ຝັງຢູ່​ໃນຫົວ​ໃຈຂອງ​ເຮົາເປັນ​ເມັດພືດ​ນ້ອຍໆ, ແລະ ຖ້າ​ຫາກເຮົາ​ຫ່ວງໃຍ​ພໍທີ່​ຈະຫົດ​ນ້ຳ, ເສຍຫຍ້າ, ບຳລຸງ​ລ້ຽງ, ແລະ ຊຸກຍູ້​ມັນ, ມັນຈະ​ເກີດ​ໝາກ ໃນອະ​ນາຄົດ “ຊຶ່ງມີ​ຄ່າທີ່​ສຸດ, … ຊຶ່ງຫວານ​ເໜືອກວ່າ​ທຸກສິ່ງ​ທີ່ຫວານ,” ຊຶ່ງການ​ກິນໝາກ​ໄມ້ນີ້​ຈະນຳ​ໄປສູ່​ສະພາບ​ທີ່ຈະບໍ່​ກະຫາຍ​ທັງບໍ່​ຫິວອີກ​ຕໍ່ໄປ.13

ບົດທີ່​ປະເສີດ​ນີ້ມີ​ບົດຮຽນ​ຫລາຍຢ່າງ​ທີ່ຖືກ​ສິດສອນ, ແຕ່​ຈຸດໃຈ​ກາງ​ທັງໝົດ​ຄືກົດ​ແຫ່ງ​ຄວາມຈິງ​ທີ່ວ່າ​ເມັດ​ພືດຕ້ອງ​ໄດ້ຮັບ​ການ​ບຳລຸງ​ລ້ຽງ ແລະ ເຮົາຕ້ອງ​ຄອຍຖ້າ​ໃຫ້ມັນ​ເຕີບໂຕ; ເຮົາ “ຄອງຄອຍ ໝາກ​ຂອງຕົ້ນ​ດ້ວຍຕາ​ແຫ່ງສັດທາ.”14 ການເກັບ​ກ່ຽວຂອງ​ເຮົາ, ແອວມາ​ກ່າວ, ກໍຈະເກີດ​ຂຶ້ນ, “ໃນ​ບໍ່​ຊ້ານີ້.”15 ມັນບໍ່​ປະຫລາດ​ເລີຍທີ່​ເພິ່ນ​ຈົບຄຳ​ສັ່ງ​ສອນ​ທີ່​ປະເສີດ​ຂອງເພິ່ນ​ໂດຍກ່າວ​ຊ້ຳສາມ​ເທື່ອທີ່​ຮຽກຮ້ອງ ຄວາມ​ພາກພຽນ ແລະ ຄວາມ​ອົດທົນ ໃນການ​ບຳລຸງ​ລ້ຽງພຣະ​ຄຳຂອງ​ພຣະເຈົ້າ​ໄວ້ໃນ​ໃຈ​ຂອງເຮົາ,“ຄອຍ​ຖ້າ” ດັ່ງ​ທີ່​ເພິ່ນ​ກ່າວ, ດ້ວຍ “ຄວາມ​ອົດ​ກັ້ນ … ໃຫ້ຕົ້ນ​ໄມ້ອອກ​ຜົນໃຫ້​ພວກທ່ານ.”16

ພະຍາດ​ໂຄວິດ ແລະ ໂຣກ​ມະເລັງ, ຄວາມ​ສົງໄສ ແລະ ຄວາມກັງ​ວົນໃຈ, ບັນຫາ​ທາງການ​ເງິນ ແລະ ການທົດ​ລອງຂອງ​ຄອບຄົວ. ເມື່ອໃດ​ພາລະ​ໜັກເຫລົ່າ​ນີ້ຈະ​ຜ່ານ​ພົ້ນໄປ? ຄຳຕອບ​ກໍແມ່ນ “ໃນ​ບໍ່​ຊ້ານີ້.”17 ແລະ ບໍ່ວ່າ​ນັ້ນຈະ​ເປັນ​ໄລຍະ​ສັ້ນ ຫລື ຍາວ ບໍ່ແມ່ນ​ສິດຂອງ​ເຮົາ​ສະເໝີ​ໄປທີ່​ຈະກ່າວ, ແຕ່ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ, ພອນ​ເຫລົ່ານັ້ນ​ຈະມີ​ມາສູ່​ຜູ້ຄົນ​ທີ່​ຍຶດ​ໝັ້ນຢູ່​ໃນພຣະ​ກິດຕິ​ຄຸນຂອງ​ພຣະເຢ​ຊູຄຣິດ. ບັນຫາ​ນັ້ນກໍ​ຖືກ​ແກ້ໄຂ​ຢູ່ໃນ​ສວນທີ່​ເປັນ​ສ່ວນຕົວ ແລະ ຢູ່ເທິງ​ເນີນພູ​ຕໍ່ສາ​ທາລະ​ນະຊົນ​ຢູ່ທີ່​ກຸງເຢ​ຣູຊາ​ເລັມ​ດົນ​ນານມາ​ແລ້ວ.

ບັດນີ້​ເມື່ອເຮົາ​ໄດ້ຍິນ​ສາດສະ​ດາທີ່​ຮັກແພງ​ຂອງເຮົາ​ປິດກອງ​ປະຊຸມ​ນີ້, ຂໍໃຫ້​ເຮົາຈົ່ງ​ຈື່ຈຳ, ຂະນະ​ທີ່​ທ່ານ​ຣະໂຊ ແນວສັນ ໄດ້​ສະແດງ​ໃຫ້ເຫັນ​ຕະຫລອດ​ຊີວິດ​ຂອງເພິ່ນ, ວ່າ​ຜູ້ຄົນ​ທີ່ “​ຄອຍຖ້າ​ພຣະຜູ້​ເປັນເຈົ້າ ຈະໄດ້​ຮັບການ​ເສີມ​ກຳລັງ [ແລະ] ບິນ​ຂຶ້ນດ້ວຍ​ປີກດັ່ງ​ນົກອິນ​ຊີບິນ​ໄປ; ພວກເຂົາ​ຈະແລ່ນ​ໄດ້ ແລະ ບໍ່ອິດ​ເມື່ອຍ​ອ່ອນແຮງ; … ພວກເຂົາ​ຈະຍ່າງ​ໄປ ແລະ ບໍ່ອ່ອນ​ເພຍລົງ​ອີກ.”18 ຂ້າພະເຈົ້າ​ອະທິ​ຖານວ່າ “ໃນ​ບໍ່​ຊ້ານີ້”—ບໍ່ວ່າ​ຈະໄວ ຫລື ຊ້າ—ພອນເຫລົ່າ​ນັ້ນຈະ​ມາສູ່​ທ່ານ​ທຸກຄົນ​ທີ່ສະ​ແຫວງຫາ​ການບັນ​ເທົາທຸກ​ຈາກຄວາມ​ເສົ້າສະ​ຫລົດໃຈ ແລະ ເປັນອິດ​ສະລະ​ຈາກຄວາມ​ໂສກເສົ້າ​ຂອງທ່ານ. ຂ້າພະເຈົ້າ​ເປັນພະ​ຍານເຖິງ​ຄວາມຮັກ​ຂອງ​ພຣະເຈົ້າ ແລະ ເຖິງການ​ຟື້ນຟູ​ພຣະກິດ​ຕິຄຸນ​ທີ່ຮຸ່ງ​ໂລດຂອງ​ພຣະອົງ, ຊຶ່ງເປັນ​ຄຳຕອບ​ຢ່າງ​ໃດ​ຢ່າງ​ໜຶ່ງ​ຕໍ່ບັນ​ຫາທຸກ​ຢ່າງທີ່​ເຮົາ​ປະເຊີນ​ຢູ່ໃນ​ຊີ​ວິດ. ໃນ​ພຣະນາມ​ທີ່​ໄຖ່​ຂອງອົງ​ພຣະເຢ​ຊູຄຣິດ​ເຈົ້າ, ອາແມນ.