ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄວາມ​ປົກ​ກະ​ຕິ​ໃໝ່
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2020


ຄວາມ​ປົກ​ກະ​ຕິ​ໃໝ່

ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ຫັນ​ຫົວ​ໃຈ, ຈິດ​ໃຈ, ແລະ ຈິດ​ວິນ​ຍານຂອງ​ທ່ານ ມາ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ ໃຫ້​ຫລາຍກວ່າ​ເກົ່າ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ສອງມື້ນີ້​ຂອງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ແມ່ນ​ປະ​ເສີດ​ຫລາຍ! ຂ້າ​ພະ​ເຈົ້າ​ເຫັນ​ດ້ວຍ​ກັບ​ແອວ​ເດີ ແຈັບຟະຣີ ອາ ຮໍແລນ. ດັ່ງ​ທີ່​ເພິ່ນ​ໄດ້​ກ່າວ​ມານັ້ນ, ຂ່າວ​ສານ, ຄຳ​ອະ​ທິຖານ, ແລະ ສຽງ​ເພງ ໄດ້​ຖືກ​ດົນ​ໃຈ​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ. ຂ້າ​ພະ​ເຈົ້າ​ຮູ້​ບຸນ​ຄຸນ​ຕໍ່​ທຸກ​ຄົນ​ທີ່​ມີພາກ​ສ່ວນ ບໍ່​ວ່າ​ຈະ​ເປັນ​ດ້ວຍ​ວິ​ທີ​ໃດ​ກໍ​ຕາມ.

ລະ​ຫວ່າງກອງ​ປະ​ຊຸມ​ສອງມື້ນີ້, ຂ້າ​ພະ​ເຈົ້າ​ໄດ້​ວາດ​ພາບ​ເຫັນ​ທ່ານ​ກຳ​ລັງ​ຮັບ​ຊົມ​ກອງ​ປະ​ຊຸມ​ຢູ່. ຂ້າ​ພະ​ເຈົ້າ​ໄດ້ທູນ​ຂໍ​ໃຫ້ພຣະ​ຜູ້​ເປັນ​ເຈົ້າ ຊ່ວຍໃຫ້​ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ສິ່ງ​ທີ່​ທ່ານ​ກຳ​ລັງ​ຮູ້​ສຶກ, ​ເປັນ​ຫ່ວງ​ເປັນ​ໃຍ, ຫລື ພະ​ຍາ​ຍາມ​ແກ້​ໄຂ. ຂ້າ​ພະ​ເຈົ້າ​ເປັນ​ຫ່ວງບໍ່​ຮູ້​ວ່າ ຈະ​ກ່າວ​​ຫຍັງໃນ​ທ້າຍກອງ​ປະ​ຊຸມນີ້ ເພື່ອ​ຊ່ວຍ​ທ່ານ​ໃຫ້​ຄິດ​ໃນ​ແງ່​ດີ ກ່ຽວ​ກັບ​ອະ​ນາ​ຄົດ ທີ່​ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ຮູ້​ສຶກ.

ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ສະ​ໄໝ​ທີ່​ຮຸ່ງ​ໂລດ, ທີ່​ບັນ​ດາ​ສາດ​ສະ​ດາ​ໄດ້​ເຫັນ​ລ່ວງ​ໜ້າ​ຫລາຍ​ສັດ​ຕະ​ວັດ​ມາ​ແລ້ວ. ນີ້​ແມ່ນ​ສະ​ໄໝ​ເມື່ອ​ພອນ​ທາງວິນ​ຍານ​ຈະ​ບໍ່​ຖືກ​ຢັບ​ຢັ້ງ​ໄວ້​ຈາກ​ຄົນ​ຊອບ​ທຳ.1 ເຖິງ​ແມ່ນ​ວ່າ​ໂລກ​ນີ້ສັບ​ສົນ​ວຸ້ນ​ວາຍ,2 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຮົາຄອຍ​ຖ້າ​ອະ​ນາ​ຄົດ “ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ.”3 ຂໍ​ໃຫ້​ເຮົາ​ຢ່າ​ຄິດ​ແຕ່​ນຳ​ເລື່ອງ​ອະ​ດີດ. ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ກຳ​ລັງ​ດຳ​ເນີນ​ໄປໜ້າ. ອົງ​ພຣະເຢ​ຊູ​ຄຣິດ​ເຈົ້າ​ຊີ້​ນຳ​ວຽກ​ງານ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ແລະ ວຽກ​ງານນີ້ ຈະ ບັນ​ລຸ​ເປົ້າ​ໝາຍແຫ່ງ​ສະ​ຫວັນ​ຂອງ​ມັນ.

ການ​ທ້າ​ທາຍ​ສຳ​ລັບ​ທ່ານ ແລະ ຂ້າ​ພະ​ເຈົ້າ​ແມ່ນ ທີ່​ຈະ​ແນ່​ໃຈ​ວ່າ ເຮົາ ແຕ່​ລະ​ຄົນ​ບັນ​ລຸ​ສັກ​ກະ​ຍະ​ພາບອັນ​ສູງ​ສົ່ງ​ຂອງ​​ຕົນ. ​ທຸກມື້ນີ້​ເຮົາ​ໄດ້​ຍິນ​ກ່ຽວ​ກັບ “ຄວາມ​ປົກ​ກະ​ຕິ​ໃໝ່.” ຖ້າ​ຫາກ​ທ່ານ​ຢາກ​ຮັບ​ເອົາຄວາມ​ປົກ​ກະ​ຕິ​ໃໝ່, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ຫັນ​ຫົວ​ໃຈ, ຈິດ​ໃຈ, ແລະ ຈິດ​ວິນ​ຍານຂອງ​ທ່ານ ມາ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ ໃຫ້​ຫລາຍກວ່າ​ເກົ່າ. ຂໍ​ໃຫ້​ມັນ​ເປັນຄວາມ​ປົກ​ກະ​ຕິ​ໃໝ່ ຂອງ​ທ່ານ.

ຈົ່ງ​ຮັບ​ເອົາຄວາມ​ປົກ​ກະ​ຕິ​ໃໝ່​ຂອງ​ທ່ານດ້ວຍ​ການ​ກັບ​ໃຈ​ທຸກວັນ. ຈົ່ງ​ສະ​ແຫວງ​ຫາ​ທີ່​ຈະ​ເພີ່ມ​ຄວາມ​ບໍ​ລິ​ສຸດ​ໃນ​ຄວາມ​ຄິດ, ​ໃນຄຳ​ວາ​ຈາ, ແລະ ໃນການ​ກະ​ທຳ. ຈົ່ງ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ. ຈົ່ງ​ຮັກ​ສາ​ທັດ​ສະ​ນະ​ນິ​ລັນ​ດອນ. ຈົ່ງ​ຂະ​ຫຍາຍ​ການ​ເອີ້ນ​ຂອງ​ທ່ານ. ບໍ່​ວ່າ​ການ​ທ້າ​ທາຍ​ຂອງ​ທ່ານ​ຈະ​ເປັນ​ສິ່ງ​ໃດ​ກໍ​ຕາມ, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຈົ່ງ​ດຳ​ລົງ​ຊີ​ວິດ​ທຸກວັນ ໃນ​ທາງ​ທີ່ ທ່ານ ຈະ​ກຽມ​ພ້ອມ​ທີ່​ຈະ​ພົບ​ກັບ​ພຣະ​ຜູ້​ສ້າງ​ຂອງ​ທ່ານ.4

ດ້ວຍ​ເຫດນີ້ ພວກ​ເຮົາ​ຈຶ່ງ​ມີ​ພຣະ​ວິ​ຫານ. ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ​ຈະຕຽມ​ທ່ານ​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ, ຊຶ່ງ​ເປັນ​ພອນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ພອນ​ທັງ​ໝົດ​ຂອງ​ພຣະ​ເຈົ້າ.5 ດັ່ງ​ທີ່​ທ່ານ​ຮູ້, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ ໄດ້​ເຮັດ​ໃຫ້​ພວກ​ເຮົາ​ຕ້ອງ​ປິດ​ພຣະ​ວິ​ຫານຂອງ​ພວກ​ເຮົາ. ແລ້ວ ພວກ​ເຮົາ​ໄດ້​ພິ​ຈາ​ລະ​ນາ​ເລີ່ມ​ຕົ້ນ​ເປີດ​ພຣະ​ວິ​ຫານ​ຄືນ​ອີກ, ເປັນ​ໄລ​ຍະ ໄລ​ຍະ​ໄປ. ດ້ວຍໄລ​ຍະ​ທີ 2 ຂອງພຣະ​ວິ​ຫານ​ຫລາຍແຫ່ງ ໃນ​ເວ​ລານີ້, ຫລາຍ​ພັນ​ຄູ່​ໄດ້ຮັບ​ການ​ຜະ​ນຶກ, ແລະ ຫລາຍ​ພັນ​ຄົນ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ສຳ​ລັບ​ຕົວ​ເອງ ພຽງ​ແຕ່​ໃນ​ເວ​ລາ​ສອງ​ສາມ​ເດືອນ​ຜ່ານ​ມານີ້. ພວກ​ເຮົາ​ລໍ​ຖ້າ​ວັນ​ທີ່​ສະ​ມາ​ຊິກ​ທີ່​ມີ​ຄ່າ​ຄວນ​ຂອງ​ສາດ​ສະ​ໜາ​ຈັກ ຈະ​ສາ​ມາດ​ກັບ​ຄືນ​ໄປ​ຮັບ​ໃຊ້ບັນ​ພະ​ບຸ​ລຸດ​ຂອງ​ເຂົາ​ເຈົ້າ ແລະ ນະ​ມັດ​ສະ​ການ​ຢູ່​ໃນ​ພຣະ​ວິ​ຫານ​ທີ່​ສັກ​ສິດ​ຄືນອີກ.

ບັດ​ນີ້​ຂ້າ​ພະ​ເຈົ້າ​ຍິນ​ດີ​ທີ່​ຈະ​ປະ​ກາດ​ແຜນ​ການ​ສ້າງ​ພ​ຣະ​ວິ​ຫານ​ໃໝ່​ຫົກ​ແຫ່ງ ທີ່​ຈະ​ຖືກ​ສ້າງ​ຂຶ້ນ​ຢູ່​ໃນ​ສະ​ຖານ​ທີ່​ດັ່ງ​ຕໍ່​ໄປ​ນີ້: ທາ​ຣາ​ວາ, ກິ​ຣີ​ບາ​ຕີ; ຜອດວິລາ, ວາ​ນູ​ອາ​ຕູ; ລິນດອນ, ຢູ​ທາ; ກະ​ເຣດ​ເຕີ ກົວ​ເຕ​ມາ​ລາ ຊີ​ທີ, ກົວ​ເຕ​ມາ​ລາ; ຊ້າວ​ປາ​ໂລ ຕາ​ເວັນ​ອອກ, ບຣາ​ຊິນ; ແລະ ແຊນ​ຕາ​ຄຣູສ໌, ໂບ​ລີ​ວີ.

ຂະ​ນະ​ທີ່​ພວກ​ເຮົາ​ສ້າງ ແລະ ຮັກ​ສາ​ພຣະ​ວິ​ຫານ​ເຫລົ່າ​ນີ້, ພວກ​ເຮົາ​ອະ​ທິ​ຖານ​ວ່າ ​ທ່ານ​ແຕ່​ລະ​ຄົນ​ຈະ​ສ້າງ ແລະ ຮັກ​ສາ​ຕົວ​ເອງ ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ມີ​ຄ່າ​ຄວນ ທີ່​ຈະ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ທີ່​ສັກ​ສິດ​ໄດ້.

ບັດ​ນີ້, ອ້າຍ​ເອື້ອຍ​ນ້ອງ​ທີ່ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ທ່ານ​ໃຫ້​ເຕັມ​ໄປ​ດ້ວຍ​ສັນ​ຕິ​ສຸກ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. ສັນ​ຕິ​ສຸກ​ຂອງ​ພຣະ​ອົງ​ແມ່ນ​ເກີນກວ່າ​ມະ​ນຸດ​ທັງ​ປວງ​ຈະ​ເຂົ້າ​ໃຈ​ໄດ້.6 ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ທ່ານ​​ໃຫ້​ມີຄວາມ​ປາດ​ຖະ​ໜາ ແລະ ຄວາມ​ສາ​ມາດ​ຫລາຍ​ຍິ່ງ​ຂຶ້ນ ທີ່​ຈະ​ເຊື່ອ​ຟັງ​ກົດ​ຂອງ​ພຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ທ່ານ​ເຮັດ​ແນວນັ້ນ, ທ່ານ​ຈະ​ໄດ້​ຮັບ​ພອນ, ມີ​ຄວາມ​ກ້າ​ຫານ​ຫລາຍ​ຂຶ້ນ, ໄດ້​ຮັບ​ການ​ເປີດ​ເຜີຍສ່ວນ​ຕົວ​ຫລາຍກວ່າ​ເກົ່າ, ມີ​ຄວາມຖືກ​ຕ້ອງ​ປອງດອງ​ໃນ​ຄອບ​ຄົວ, ແລະ ມີ​ຄວາມ​ສຸກ ແມ່ນ​ແຕ່​ໃນ​ທ່າມ​ກາງ​ຄວາມບໍ່​ແນ່ນອນນີ້.

ຂໍ​ໃຫ້​ເຮົາ​ຈົ່ງ​ດຳ​ເນີນ​ໄປ​ໜ້າ​ນຳ​ກັນ ເພື່ອ​ບັນ​ລຸໜ້າ​ທີ່ມອບ​ໝາຍອັນ​ສູງ​ສົ່ງ​ຂອງ​ເຮົາ—ເພື່ອ​ກະ​ກຽມ​ຕົວ​ເອງ ແລະ ໂລກ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານໃນ​ເລື່ອງນີ້, ດ້ວຍ​ການ​ສະ​ແດງ​ຄວາມ​ຮັກ​ຕໍ່​ທ່ານ​ທັງ​ຫລາຍ, ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

ພິມ