ຮັກ, ແບ່ງປັນ, ເຊື້ອເຊີນ
ເມື່ອເຮົາຮັກ, ແບ່ງປັນ, ແລະ ເຊື້ອເຊີນ, ເຮົາໄດ້ມີພາກສ່ວນໃນວຽກງານທີ່ຍິ່ງໃຫຍ່ ແລະ ຮຸ່ງໂລດ ທີ່ກະກຽມແຜ່ນດິນໂລກສຳລັບການສະເດັດກັບຄືນມາຂອງພຣະເມຊີອາ.
ຂໍໃຫ້ຄິດວາດພາບກັບຂ້າພະເຈົ້າ, ຈັກບຶດໜຶ່ງວ່າ ກຳລັງຢືນຢູ່ເທິງພູທີ່ແຂວງຄາລີເລ, ເຫັນການອັດສະຈັນ ແລະ ລັດສະໝີພາບຂອງພຣະຜູ້ຊ່ວຍໃຫ້ລອດທີ່ຟື້ນພຣະຊົນ ກຳລັງຢ້ຽມຢາມສານຸສິດຂອງພຣະອົງ. ມັນເປັນເລື່ອງທີ່ດົນໃຈທີ່ຈະໄດ້ຍິນຖ້ອຍຄຳເຫລົ່ານີ້ດ້ວຍຕົວເອງ, ທີ່ພຣະອົງໄດ້ແບ່ງປັນກັບພວກເພິ່ນ, ພຣະບັນຊາທີ່ວ່າ “ພວກເຈົ້າຈົ່ງອອກໄປ, ຈົ່ງເຮັດໃຫ້ຄົນທຸກຊາດເປັນສານຸສິດ, ໃຫ້ພວກເຂົາຮັບບັບຕິສະມາໃນພຣະນາມຂອງພຣະບິດາ, ແລະ ຂອງພຣະບຸດ, ແລະ ຂອງພຣະວິນຍານບໍລິສຸດ.”1 ແນ່ນອນວ່າ, ຖ້ອຍຄຳເຫລົ່ານີ້ຈະໃຫ້ພະລັງ, ດົນໃຈ, ແລະ ສຳພັດຈິດໃຈຂອງເຮົາ, ດັ່ງທີ່ມັນໄດ້ເຮັດກັບອັກຄະສາວົກຂອງພຣະອົງ. ແທ້ໆແລ້ວ, ພວກເພິ່ນໄດ້ອຸທິດຕະຫລອດຊີວິດຂອງພວກເພິ່ນໃນການກະທຳດັ່ງນັ້ນ.
ເປັນທີ່ໜ້າສົນໃຈ, ບໍ່ແມ່ນພຽງແຕ່ອັກຄະສາວົກເທົ່ານັ້ນທີ່ໄດ້ເຊື່ອຟັງພຣະຄຳເຫລົ່ານັ້ນ. ສະມາຊິກຂອງສາດສະໜາຈັກລຸ້ນທຳອິດ, ຈາກສະມາຊິກຄົນໃໝ່ຈົນເຖິງຜູ້ທີ່ໄດ້ເປັນສະມາຊິກນານແລ້ວ, ໄດ້ມີສ່ວນຮ່ວມໃນພຣະບັນຊາທີ່ຍິ່ງໃຫຍ່ຂອງພຣະຜູ້ຊ່ວຍໃຫ້ລອດ, ແບ່ງປັນຂ່າວປະເສີດແຫ່ງພຣະກິດຕິຄຸນກັບຜູ້ຄົນທີ່ເຂົາເຈົ້າໄດ້ພົບ ແລະ ໄດ້ຮູ້ຈັກ. ຄວາມຕັ້ງໃຈທີ່ຈະແບ່ງປັນປະຈັກພະຍານຂອງເຂົາເຈົ້າເຖິງພຣະເຢຊູຄຣິດ ໄດ້ຊ່ວຍໃຫ້ສາດສະໜາຈັກທີ່ໄດ້ສ້າງຕັ້ງຂຶ້ນໃໝ່ເຕີບໂຕຢ່າງກວ້າງຂວາງ.2
ໃນຖານະສານຸສິດຂອງພຣະຄຣິດ, ເຮົາກໍຖືກເຊື້ອເຊີນໃຫ້ເອົາໃຈໃສ່ຕໍ່ພຣະບັນຊາຂອງພຣະອົງເໝືອນກັນໃນວັນເວລານີ້, ຄືກັນກັບວ່າເຮົາໄດ້ຢູ່ທີ່ນັ້ນ ຢູ່ເທິງພູໃນແຂວງຄາລີເລນັ້ນ ເມື່ອພຣະອົງໄດ້ປະກາດມັນເປັນເທື່ອທຳອິດ. ພຣະບັນຊານີ້ໄດ້ເລີ່ມຕົ້ນໃນປີ 1830, ຕອນໂຈເຊັບ ສະມິດ ໄດ້ແຕ່ງຕັ້ງ ແຊມໂຍ ນ້ອງຊາຍຂອງເພິ່ນ ໃຫ້ເປັນຜູ້ສອນສາດສະໜາລຸ້ນທຳອິດຂອງສາດສະໜາຈັກຂອງພຣະເຢຊູຄຣິດ.3 ນັບຕັ້ງແຕ່ເວລານັ້ນ, ຜູ້ສອນສາດສະໜາຫລາຍກວ່າ 1.5 ລ້ານຄົນໄດ້ເດີນທາງໄປຕະຫລອດທົ່ວໂລກ ເພື່ອສິດສອນທຸກປະຊາຊາດ ແລະ ໃຫ້ບັບຕິສະມາແກ່ຜູ້ຄົນທີ່ເປີດໃຈຮັບເອົາຂ່າວປະເສີດຂອງພຣະກິດຕິຄຸນທີ່ຖືກຟື້ນຟູ.
ນີ້ຄືຄຳສອນຂອງເຮົາ. ຄວາມປາດຖະໜາອັນແຮງກ້າຂອງເຮົາ.
ຈາກເດັກນ້ອຍຂອງເຮົາຈົນເຖິງຜູ້ສູງອາຍຸສຸດໃນບັນດາພວກເຮົາ, ເຮົາປາດຖະໜາວັນເວລາເມື່ອເຮົາຈະສາມາດເອົາໃຈໃສ່ຕໍ່ການເອີ້ນຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ແບ່ງປັນພຣະກິດຕິຄຸນກັບປະຊາຊາດຂອງໂລກ. ຂ້າພະເຈົ້າແນ່ໃຈວ່າ ພວກເຈົ້າຊາຍໜຸ່ມ ແລະ ຍິງໜຸ່ມໄດ້ຮູ້ສຶກເຖິງການທ້າທາຍທີ່ໃຫ້ພະລັງຄ້າຍຄືກັນນີ້ ຈາກສາດສະດາຂອງເຮົາມື້ວານນີ້ ຂະນະທີ່ເພິ່ນໄດ້ເຊື້ອເຊີນພວກເຈົ້າ ໃຫ້ກຽມພ້ອມສຳລັບການຮັບໃຊ້ເຜີຍແຜ່ເຕັມເວລາ ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ເຊື້ອເຊີນອັກຄະສາວົກຂອງພຣະອົງ.
ເໝືອນດັ່ງນັກແລ່ນແຂ່ງຂັນທີ່ລໍຖ້າສັນຍານໃຫ້ເລີ່ມແລ່ນ, ເຮົາກໍລໍຖ້າການເຊື້ອເຊີນທີ່ເປັນທາງການ, ພ້ອມດ້ວຍລາຍເຊັນຂອງສາດສະດາ, ເພື່ອຈະເລີ່ມການຮັບໃຊ້ເຜີຍແຜ່ຂອງເຮົາ! ຄວາມປາດຖະໜານີ້ກໍສູງສົ່ງ ແລະ ເປັນທີ່ດົນໃຈ, ເຖິງແນວໃດກໍຕາມ, ຂໍໃຫ້ເຮົາພິຈາລະນາຄຳຖາມນີ້: ເປັນຫຍັງພວກເຮົາ ທຸກຄົນ ຈຶ່ງບໍ່ເລີ່ມຕົ້ນດຽວນີ້?
ທ່ານອາດຖາມວ່າ, “ເຮົາຈະເປັນຜູ້ສອນສາດສະໜາໄດ້ແນວໃດ ໂດຍບໍ່ມີປ້າຍຊື່?” ຫລື ເຮົາບອກຕົວເອງວ່າ, “ຜູ້ສອນສາດສະໜາເຕັມເວລາຖືກແຕ່ງຕັ້ງເປັນທາງການໃຫ້ເຮັດວຽກງານນີ້. ເຮົາຢາກຊ່ວຍ ແຕ່ບາງທີໃນອະນາຄົດ ຕອນຊີວິດສະຫງົບລົງແດ່ໜ້ອຍໜຶ່ງກ່ອນ.”
ອ້າຍເອື້ອຍນ້ອງທັງຫລາຍ, ມັນລຽບງ່າຍກວ່ານັ້ນ! ພວກເຮົາກະຕັນຍູ, ທີ່ພຣະບັນຊາຂອງພຣະຜູ້ຊ່ວຍໃຫ້ລອດສາມາດສຳເລັດໄດ້ຜ່ານທາງຫລັກທຳທີ່ລຽບງ່າຍ, ເຂົ້າໃຈໄດ້ງ່າຍ ທີ່ຖືກສິດສອນໃຫ້ເຮົາແຕ່ລະຄົນຕັ້ງແຕ່ໄວເດັກວ່າໃຫ້: ຮັກ, ແບ່ງປັນ, ແລະ ເຊື້ອເຊີນ.
ຮັກ
ສິ່ງທຳອິດທີ່ເຮົາສາມາດເຮັດໄດ້ແມ່ນ ຮັກດັ່ງທີ່ພຣະຄຣິດຊົງຮັກ.
ພວກເຮົາເສົ້າເສຍໃຈເພາະຄວາມທຸກທໍລະມານ ແລະ ຄວາມຕຶງຄຽດຂອງມະນຸດ ທີ່ເຮົາເຫັນຢູ່ຕະຫລອດທົ່ວໂລກ ໃນຊ່ວງເວລາທີ່ວຸ້ນວາຍນີ້. ເຖິງຢ່າງໃດກໍຕາມ, ເຮົາສາມາດຖືກດົນໃຈໂດຍຄວາມເຫັນອົກເຫັນໃຈ ແລະ ມະນຸດສະທຳທີ່ຫລັ່ງໄຫລອອກມາ ທີ່ໄດ້ສະແດງໃຫ້ເຫັນໂດຍຜູ້ຄົນຈາກທຸກແຫ່ງຫົນ ຜ່ານທາງຄວາມພະຍາຍາມຂອງເຂົາເຈົ້າ ທີ່ຈະເອື້ອມອອກໄປຫາຄົນດ້ອຍໂອກາດ—ຜູ້ຄົນທີ່ຖືກຂັບໄລ່ຈາກບ້ານເຮືອນຂອງເຂົາເຈົ້າ, ແຕກແຍກຈາກຄອບຄົວຂອງເຂົາເຈົ້າ, ຫລື ກຳລັງປະສົບຄວາມໂສກເສົ້າ ແລະ ຄວາມສິ້ນຫວັງໃນຮູບແບບອື່ນໆ.
ເມື່ອບໍ່ດົນມານີ້, ແຫລ່ງສື່ຂ່າວໄດ້ລາຍງານວ່າ ກຸ່ມໜຶ່ງຂອງບັນດາແມ່ໃນປະເທດໂປໂລຍ, ເພາະຄວາມເປັນຫ່ວງກັບຄອບຄົວທີ່ກຳລັງໂຕນໜີຢ່າງສິ້ນຫວັງ, ໄດ້ວາງລໍ້ຍູ້ເດັກທີ່ມີອຸປະກອນຄົບຖ້ວນ ໄວ້ເປັນແຖວໃນຊານສະຖານີລົດໄຟ, ພ້ອມແລ້ວ ແລະ ລໍຖ້າຊາວອົບພະຍົບ ຜູ້ເປັນແມ່ ແລະ ເດັກນ້ອຍ ຜູ້ທີ່ຕ້ອງການມັນຢູ່ທີ່ດ່ານຊາຍແດນນັ້ນ ຕອນເຂົາເຈົ້າລົງຈາກລົດໄຟ. ແນ່ນອນ, ພຣະບິດາເທິງສະຫວັນຂອງເຮົາ ກໍຍິ້ມໃຫ້ແກ່ການກະທຳແຫ່ງຄວາມໃຈບຸນທີ່ບໍ່ເຫັນແກ່ຕົວ, ເພາະເມື່ອເຮົາແບກຫາບພາລະຂອງກັນແລະກັນ, ເຮົາກໍ “ປະຕິບັດຕາມກົດບັນຍັດຂອງພຣະຄຣິດ.”4
ເມື່ອໃດເຮົາສະແດງຄວາມຮັກທີ່ເໝືອນພຣະຄຣິດຕໍ່ເພື່ອນບ້ານຂອງເຮົາ, ເຮົາກໍສັ່ງສອນພຣະກິດຕິຄຸນ—ແມ່ນແຕ່ເມື່ອເຮົາບໍ່ກ່າວຫຍັງເລີຍກໍຕາມ.
ຄວາມຮັກທີ່ມີຕໍ່ຄົນອື່ນເປັນການສະແດງອອກຢ່າງສະຫງ່າງາມເຖິງພຣະບັນຍັດຂໍ້ໃຫຍ່ຂໍ້ທີສອງ ທີ່ຈະຮັກເພື່ອນບ້ານຂອງເຮົາ;5 ມັນສະແດງໃຫ້ເຫັນຂັ້ນຕອນການຫລໍ່ຫລອມຂອງພຣະວິນຍານສັກສິດ ທີ່ກຳລັງທຳງານຢູ່ພາຍໃນຈິດວິນຍານຂອງເຮົາເອງ. ໂດຍການສະແດງຄວາມຮັກຂອງພຣະຄຣິດຕໍ່ຄົນອື່ນ, ເຮົາອາດເຮັດໃຫ້ຜູ້ຄົນທີ່ເຫັນວຽກງານດີຂອງເຮົາ “ສັນລະເສີນພຣະບິດາ [ຂອງເຮົາ] ທີ່ສະຖິດຢູ່ໃນສະຫວັນ.”6
ເຮົາເຮັດສິ່ງນີ້ໂດຍບໍ່ຫວັງຜົນຕອບແທນ.
ຄວາມຫວັງຂອງເຮົາ, ແນ່ນອນ, ຄືເຂົາເຈົ້າຈະຮັບເອົາຄວາມຮັກຂອງເຮົາ ແລະ ຂ່າວສານຂອງເຮົາ, ແຕ່ເຮົາບໍ່ສາມາດຄວບຄຸມພຶດຕິກຳຂອງເຂົາເຈົ້າ.
ສິ່ງທີ່ເຮົາເຮັດ ແລະ ຄົນທີ່ເຮົາເປັນນັ້ນ ເຮົາສາມາດຄວບຄຸມໄດ້.
ຜ່ານທາງຄວາມຮັກເໝືອນດັ່ງພຣະຄຣິດສຳລັບຄົນອື່ນ, ເຮົາສັ່ງສອນພຣະກິດຕິຄຸນຂອງພຣະຄຣິດທີ່ຮຸ່ງເຫລື້ອມ ແລະ ປ່ຽນແປງຊີວິດ, ແລະ ເຮົາມີສ່ວນຮ່ວມທີ່ສຳຄັນໃນການບັນລຸພຣະບັນຊາທີ່ຍິ່ງໃຫຍ່ຂອງພຣະອົງ.
ແບ່ງປັນ
ສິ່ງທີສອງທີ່ເຮົາສາມາດເຮັດໄດ້ແມ່ນແບ່ງປັນ.
ລະຫວ່າງສອງສາມເດືອນທຳອິດຂອງການແຜ່ລະບາດພະຍາດໂຄວິດ-19, ບຣາເດີ ວິສານ ຈາກປະເທດໄທ ໄດ້ຮູ້ສຶກກະຕຸ້ນໃຫ້ແບ່ງປັນຄວາມຮູ້ສຶກ ແລະ ຄວາມປະທັບໃຈຂອງລາວ ເຖິງສິ່ງທີ່ລາວກຳລັງຮຽນຮູ້ຢູ່ໃນການສຶກສາພຣະຄຳພີມໍມອນຂອງລາວ ຢູ່ໃນບັນຊີສື່ສັງຄົມຂອງລາວ. ໜຶ່ງໃນການໂພສສ່ວນຕົວຂອງລາວ, ລາວໄດ້ແບ່ງປັນເລື່ອງລາວຂອງຜູ້ສອນສາດສະໜາສອງຄົນໃນພຣະຄຳພີມໍມອນ, ແອວມາ ແລະ ແອມມິວເລັກ.
ວິໄນ ອ້າຍຂອງລາວ, ເຖິງແມ່ນວ່າລາວເຂັ້ມແຂງໃນຄວາມເຊື່ອທາງສາດສະໜາຂອງລາວ, ແຕ່ລາວໄດ້ຮູ້ສຶກຊາບຊຶ້ງໂດຍການໂພສນັ້ນ ແລະ ໄດ້ຕອບຮັບໂດຍການຖາມຢ່າງບໍ່ຄາດຄິດວ່າ, “ຂ້ອຍຂໍປຶ້ມນັ້ນເປັນພາສາໄທໄດ້ບໍ?”
ວິສານ ກໍໄດ້ຈັດໃຫ້ເອື້ອຍນ້ອງຜູ້ສອນສາດສະໜາສອງຄົນ ເອົາພຣະຄຳພີໄປສົ່ງໃຫ້, ຊຶ່ງໄດ້ເລີ່ມສິດສອນອ້າຍຂອງລາວ.
ວິສານ ກໍໄດ້ເຂົ້າຮ່ວມບົດຮຽນທາງອອນລາຍ, ຊຶ່ງລາວໄດ້ແບ່ງປັນຄວາມຮູ້ສຶກຂອງລາວກ່ຽວກັບພຣະຄຳພີມໍມອນ. ວິໄນ ໄດ້ຮຽນອະທິຖານ ແລະ ສຶກສາດ້ວຍວິນຍານທີ່ສະແຫວງຫາຄວາມຈິງ, ເພື່ອຈະຍອມຮັບ ແລະ ເປີດໃຈຮັບເອົາຄວາມຈິງ. ພາຍໃນສອງສາມເດືອນ, ວິໄນ ກໍໄດ້ຮັບບັບຕິສະມາ!
ຕໍ່ມາ ວິສານໄດ້ກ່າວວ່າ, “ເຮົາມີໜ້າທີ່ຮັບຜິດຊອບທີ່ຈະເປັນເຄື່ອງມືໃນພຣະຫັດຂອງພຣະເຈົ້າ, ແລະ ເຮົາຕ້ອງກຽມພ້ອມສະເໝີເພື່ອພຣະອົງຈະເຮັດວຽກງານຂອງພຣະອົງ ໃນວິທີທາງຂອງພຣະອົງ ຜ່ານທາງເຮົາ.” ການອັດສະຈັນຂອງຄອບຄົວຂອງເຂົາເຈົ້າໄດ້ມີມາເພາະ ວິສານພຽງແຕ່ໄດ້ແບ່ງປັນພຣະກິດຕິຄຸນໃນວິທີທາງປົກກະຕິ ແລະ ເປັນທຳມະຊາດ.
ເຮົາທຸກຄົນແບ່ງປັນບາງສິ່ງກັບຄົນອື່ນ. ເຮົາເຮັດແບບນັ້ນເລື້ອຍໆ. ເຮົາແບ່ງປັນໜັງລະຄອນ ແລະ ອາຫານທີ່ເຮົາມັກ, ສິ່ງຕະຫລົກທີ່ເຮົາເຫັນ, ສະຖານທີ່ ທີ່ເຮົາຢ້ຽມຢາມ, ຜົນງານສິລະປະທີ່ເຮົາເຫັນຄຸນຄ່າ, ຂໍ້ຄວາມທີ່ດົນໃຈເຮົາ.
ເຮົາຈະຕື່ມສິ່ງທີ່ເຮົາມັກກ່ຽວກັບພຣະກິດຕິຄຸນຂອງພຣະເຢຊູຄຣິດ ໃສ່ໃນສິ່ງທີ່ເຮົາໄດ້ແບ່ງປັນແລ້ວໄດ້ແນວໃດ?
ແອວເດີ ດີເດີ ແອັຟ ອຸກດອບ ໄດ້ອະທິບາຍວ່າ: “ຖ້າຫາກມີຄົນຖາມກ່ຽວກັບທ້າຍສັບປະດາຂອງທ່ານ, ຢ່າລັງເລໃຈທີ່ຈະເວົ້າກ່ຽວກັບປະສົບການຂອງທ່ານຢູ່ທີ່ໂບດ ໃຫ້ເຂົາເຈົ້າຟັງ. ບອກກ່ຽວກັບເດັກນ້ອຍ ຜູ້ຢືນຢູ່ຕໍ່ໜ້າຜູ້ມາຮ່ວມກອງປະຊຸມ ແລະ ຮ້ອງເພງດ້ວຍຄວາມກ້າຫານ ເຖິງວິທີທີ່ພວກເຂົາພະຍາຍາມເປັນເໝືອນດັ່ງພຣະເຢຊູ. ບອກກ່ຽວກັບກຸ່ມຊາວໜຸ່ມ ຜູ້ໃຊ້ເວລາຊ່ວຍເຫລືອຜູ້ອາວຸໂສ ຢູ່ເຮືອນພັກຄົນແກ່ ເພື່ອຮວບຮວມປະຫວັດສ່ວນຕົວ.”7
ການແບ່ງປັນບໍ່ໄດ້ກ່ຽວກັບ “ການສະເໜີຂາຍ” ພຣະກິດຕິຄຸນ. ທ່ານບໍ່ຈຳເປັນຕ້ອງແຕ່ງບົດເທດສະໜາ ຫລື ແກ້ໄຂທັດສະນະທີ່ຜິດຂອງຄົນບາງຄົນ.
ກ່ຽວກັບເລື່ອງວຽກງານເຜີຍແຜ່, ພຣະເຈົ້າບໍ່ຕ້ອງການໃຫ້ທ່ານເປັນນາຍຕຳຫລວດຂອງພຣະອົງ, ແຕ່ພຣະອົງຕ້ອງການໃຫ້ທ່ານເປັນຜູ້ແບ່ງປັນຂອງພຣະອົງ.
ໂດຍການແບ່ງປັນປະສົບການທີ່ເປັນທາງບວກໃນພຣະກິດຕິຄຸນກັບຄົນອື່ນ, ເຮົາມີສ່ວນຮ່ວມໃນການບັນລຸພຣະບັນຊາທີ່ຍິ່ງໃຫຍ່ຂອງພຣະຜູ້ຊ່ວຍໃຫ້ລອດ.
ເຊື້ອເຊີນ
ສິ່ງທີສາມທີ່ເຮົາສາມາດເຮັດໄດ້ແມ່ນເຊື້ອເຊີນ.
ຊິດສະເຕີ ໄມຣາ ເປັນຜູ້ປ່ຽນໃຈເຫລື້ອໃສໃໝ່ ຈາກປະເທດເອກວາດໍ. ລາວໄດ້ມີຄວາມຊື່ນຊົມຢ່າງຫລວງຫລາຍທັນທີໃນພຣະກິດຕິຄຸນ ຫລັງຈາກລາວໄດ້ຮັບບັບຕິສະມາ ເມື່ອລາວໄດ້ເຊື້ອເຊີນໝູ່ເພື່ອນ ແລະ ຜູ້ຄົນທີ່ລາວຮັກທີ່ຢູ່ອ້ອມຂ້າງລາວ ຜ່ານທາງບັນຊີສື່ສັງຄົມຂອງລາວ. ສະມາຊິກໃນຄອບຄົວ ແລະ ໝູ່ເພື່ອນຫລາຍຄົນທີ່ໄດ້ເຫັນໂພສຂອງລາວໄດ້ຕອບຮັບດ້ວຍຄຳຖາມ. ໄມຣາ ໄດ້ຕິດຕໍ່ຫາເຂົາເຈົ້າເລື້ອຍໆ, ສ່ວນຫລາຍກໍໄດ້ເຊື້ອເຊີນເຂົາເຈົ້າມາບ້ານລາວ ເພື່ອພົບກັບຜູ້ສອນສາດສະໜານຳກັນ.
ພໍ່ແມ່, ອ້າຍເອື້ອຍນ້ອງ, ປ້າ, ລູກພີ່ລູກນ້ອງສອງຄົນ, ແລະ ໝູ່ເພື່ອນຫລາຍຄົນຂອງໄມຣາກໍໄດ້ຮັບບັບຕິສະມາ ເພາະລາວໄດ້ເຊື້ອເຊີນເຂົາເຈົ້າຢ່າງກ້າຫານໃຫ້ “ມາເບິ່ງເອົາ,” “ມາຊ່ວຍເຫລືອ,” ແລະ “ມາເຂົ້າຮ່ວມ.” ຜ່ານການເຊື້ອເຊີນປົກກະຕິ ແລະ ຕາມທຳມະຊາດຂອງລາວ, ຫລາຍກວ່າ 20 ຄົນໄດ້ຮັບເອົາຄຳເຊື້ອເຊີນຂອງລາວທີ່ຈະຮັບບັບຕິສະມາ ເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດ. ສິ່ງນີ້ໄດ້ເກີດຂຶ້ນເພາະ ຊິດສະເຕີ ໄມຣາ ພຽງແຕ່ເຊື້ອເຊີນຄົນອື່ນໃຫ້ໄດ້ປະສົບຄວາມຊື່ນຊົມທີ່ລາວໄດ້ຮູ້ສຶກ ໃນຖານະສະມາຊິກຂອງສາດສະໜາຈັກ.
ມີການເຊື້ອເຊີນເປັນຮ້ອຍໆທີ່ເຮົາສາມາດສະເໜີຕໍ່ຄົນອື່ນ. ເຮົາສາມາດເຊື້ອເຊີນຄົນອື່ນໃຫ້ “ມາເບິ່ງເອົາ” ທີ່ການປະຊຸມສິນລະລຶກ, ກິດຈະກຳໃນຫວອດ, ຢູ່ໃນວິດີໂອອອນລາຍທີ່ອະທິບາຍພຣະກິດຕິຄຸນຂອງພຣະເຢຊູຄຣິດ. “ມາເບິ່ງເອົາ,” ສາມາດເປັນການເຊື້ອເຊີນໃຫ້ອ່ານພຣະຄຳພີມໍມອນ ຫລື ທ່ຽວຊົມພຣະວິຫານຕອນເປີດໃຫ້ຊົມກ່ອນການອຸທິດ. ບາງເທື່ອ ການເຊື້ອເຊີນກໍເປັນສິ່ງທີ່ເຮົາມອບໃຫ້ພາຍໃນ—ໃຫ້ຕົວເຮົາເອງ, ໃຫ້ການຮັບຮູ້ ແລະ ຄວາມສາມາດທີ່ຈະເຫັນໂອກາດທີ່ຢູ່ອ້ອມຮອບເຮົາ ທີ່ເຮົາສາມາດລົງມືກະທຳ.
ໃນຍຸກສະໄໝດິຈິຕັນ, ສະມາຊິກມັກຈະແບ່ງປັນຂ່າວສານຜ່ານທາງສື່ສັງຄົມ. ມີເລື່ອງທີ່ເຊີດຊູໃຈຫລາຍຮ້ອຍເລື່ອງ, ແມ່ນແຕ່ເປັນພັນໆ, ທີ່ທ່ານອາດເຫັນວ່າສົມຄວນຈະແບ່ງປັນ. ເນື້ອຫານີ້ສະເໜີການເຊື້ອເຊີນໃຫ້ “ມາເບິ່ງເອົາ,” “ມາຊ່ວຍເຫລືອ,” ແລະ “ມາເຂົ້າຮ່ວມ.”
ເມື່ອເຮົາເຊື້ອເຊີນຄົນອື່ນໃຫ້ຮຽນຮູ້ກ່ຽວກັບພຣະກິດຕິຄຸນຂອງພຣະເຢຊູຄຣິດຫລາຍຂຶ້ນ, ເຮົາກໍມີພາກສ່ວນໃນການເອີ້ນຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ໃຫ້ມີສ່ວນຮ່ວມໃນວຽກງານແຫ່ງພຣະບັນຊາຂອງພຣະອົງ.
ສະຫລຸບ
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ມື້ນີ້ເຮົາໄດ້ກ່າວເຖິງສາມສິ່ງທີ່ລຽບງ່າຍ—ສິ່ງງ່າຍໆ—ທີ່ໃຜໆກໍເຮັດໄດ້. ສິ່ງທີ່ ທ່ານ ສາມາດເຮັດໄດ້! ບາງທີທ່ານກໍໄດ້ເຮັດຢູ່ແລ້ວ—ແຕ່ບໍ່ຮູ້ຕົວວ່າໄດ້ເຮັດຢູ່!
ຂ້າພະເຈົ້າຂໍເຊື້ອເຊີນທ່ານ ໃຫ້ພິຈາລະນາວິທີທີ່ທ່ານສາມາດຈະຮັກ, ແບ່ງປັນ, ແລະ ເຊື້ອເຊີນ. ຂະນະທີ່ທ່ານເຮັດດັ່ງນັ້ນ, ທ່ານຈະຮູ້ສຶກເຖິງຄວາມຊື່ນຊົນຢ່າງລົ້ນເຫລືອ ທີ່ຮູ້ວ່າທ່ານກຳລັງເອົາໃຈໃສ່ຕໍ່ພຣະຄຳຂອງພຣະຜູ້ຊ່ວຍໃຫ້ລອດທີ່ຮັກຂອງເຮົາ.
ສິ່ງທີ່ຂ້າພະເຈົ້າຊຸກຍູ້ໃຫ້ທ່ານເຮັດບໍ່ໄດ້ເປັນໂຄງການໃໝ່. ທ່ານໄດ້ຍິນຫລັກທຳເຫລົ່ານີ້ມາແລ້ວ. ນີ້ບໍ່ແມ່ນ “ໂຄງການໃຫຍ່ທີ່ໃໝ່ໆ” ທີ່ສາດສະໜາຈັກຮຽກຮ້ອງໃຫ້ທ່ານເຮັດ. ສາມສິ່ງເຫລົ່ານີ້ກໍເປັນພຽງແຕ່ສ່ວນເພີ່ມເຕີມຂອງຜູ້ຄົນທີ່ເຮົາເປັນຢູ່ແລ້ວ ໃນຖານະສານຸສິດຂອງພຣະເຢຊູຄຣິດ.
ບໍ່ຈຳເປັນຕ້ອງມີປ້າຍຊື່ ຫລື ຈົດໝາຍຮຽກຮ້ອງ.
ບໍ່ຈຳເປັນຕ້ອງມີການເອີ້ນທີ່ເປັນທາງການ.
ເມື່ອສາມສິ່ງເຫລົ່ານີ້ກາຍເປັນພາກສ່ວນທຳມະຊາດຂອງຜູ້ຄົນທີ່ເຮົາເປັນ ແລະ ວິທີທີ່ເຮົາດຳລົງຊີວິດ, ມັນຈະກາຍເປັນເລື່ອງອັດຕະໂນມັດ, ເປັນການສະແດງຄວາມຮັກທີ່ແທ້ຈິງໂດຍບໍ່ຖືກບັງຄັບ.
ເໝືອນດັ່ງສານຸສິດຂອງພຣະຄຣິດເຫລົ່ານັ້ນ ທີ່ໄດ້ເຕົ້າໂຮມກັນເພື່ອຮຽນຮູ້ຈາກພຣະອົງໃນຄາລີເລເມື່ອ 2,000 ປີກ່ອນ, ເຮົາກໍສາມາດເປີດໃຈຮັບເອົາພຣະບັນຊາຂອງພຣະອົງ ແລະ ອອກໄປຕະຫລອດທົ່ວໂລກເພື່ອສັ່ງສອນພຣະກິດຕິຄຸນ.
ເມື່ອເຮົາຮັກ, ແບ່ງປັນ, ແລະ ເຊື້ອເຊີນ, ເຮົາໄດ້ມີພາກສ່ວນໃນວຽກງານທີ່ຍິ່ງໃຫຍ່ ແລະ ຮຸ່ງໂລດ ທີ່ກະກຽມແຜ່ນດິນໂລກສຳລັບການສະເດັດກັບຄືນມາຂອງພຣະເມຊີອາ.
ຂໍໃຫ້ເຮົາຈົ່ງເອົາໃຈໃສ່ຕໍ່ການເອີ້ນຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ພະຍາຍາມທີ່ຈະມີພາກສ່ວນໃນພຣະບັນຊາທີ່ີ່ຍິ່ງໃຫຍ່ຂອງພຣະອົງ ນີ້ຄືຄຳອະທິຖານຂອງຂ້າພະເຈົ້າ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.