ຄຳສອນຂອງການເປັນພາກສ່ວນ
ຄຳສອນຂອງການເປັນພາກສ່ວນສຳລັບເຮົາແຕ່ລະຄົນແມ່ນວ່າ: ເຮົາເປັນໜຶ່ງດຽວກັນກັບພຣະຄຣິດໃນພັນທະສັນຍາແຫ່ງພຣະກິດຕິຄຸນ.
ຂ້າພະເຈົ້າຢາກກ່າວກ່ຽວກັບສິ່ງທີ່ຂ້າພະເຈົ້າເອີ້ນວ່າ ຄຳສອນຂອງການເປັນພາກສ່ວນ ໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ຄຳສອນນີ້ມີສາມພາກສ່ວນ: (1) ບົດບາດຂອງການເປັນພາກສ່ວນໃນການເຕົ້າໂຮມຜູ້ຄົນແຫ່ງພັນທະສັນຍາຂອງພຣະຜູ້ເປັນເຈົ້າ; (2) ຄວາມສຳຄັນຂອງການຮັບໃຊ້ ແລະ ການເສຍສະລະໃນການເປັນພາກສ່ວນ; ແລະ (3) ຄວາມຈຳເປັນຂອງພຣະເຢຊູຄຣິດໃນການເປັນພາກສ່ວນ.
ໃນຕອນເລີ່ມຕົ້ນ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍແມ່ນປະກອບດ້ວຍໄພ່ພົນຜິວຂາວຊາວອາເມຣິກັນເໜືອ ແລະ ຊາວເອີຣົບພາກເໜືອ ພ້ອມດ້ວຍຊາວອິນເດຍແດງ, ຊາວອາຟຣິກາອາເມຣິກັນ, ແລະ ຊາວເກາະປາຊີຟິກເປັນຈຳນວນນ້ອຍ. ບັດນີ້, ແປດປີ ກ່ອນຈະເຖິງວັນຄົບຮອບ 200 ປີ ນັບຕັ້ງແຕ່ການກໍ່ຕັ້ງ, ສາດສະໜາຈັກໄດ້ເພີ່ມທະວີຂຶ້ນຫລາຍໃນຈຳນວນຄົນ ແລະ ໃນຄວາມຫລາກຫລາຍໃນທະວີບອາເມຣິກາເໜືອ ແລະ ແມ່ນແຕ່ຫລາຍກວ່ານັ້ນຕະຫລອດທົ່ວໂລກ.
ຂະນະທີ່ຄຳທຳນາຍອັນຍາວນານຂອງການເຕົ້າໂຮມຜູ້ຄົນແຫ່ງພັນທະສັນຍາຂອງພຣະຜູ້ເປັນເຈົ້າໄດ້ຮັບແຮງຜັກດັນ, ສາດສະໜາຈັກກໍຈະປະກອບດ້ວຍສະມາຊິກທີ່ມາຈາກທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ.1 ນີ້ບໍ່ແມ່ນຄວາມຫລາກຫລາຍທີ່ຖືກວາງແຜນໄວ້ ຫລື ຖືກບັງຄັບ ແຕ່ເປັນເຫດການທີ່ເກີດຂຶ້ນຕາມທຳມະຊາດທີ່ເຮົາຄາດຫວັງ, ໂດຍການຮັບຮູ້ວ່າດາງແຫແຫ່ງພຣະກິດຕິຄຸນຈະເຕົ້າໂຮມຜູ້ຄົນຈາກທຸກປະຊາຊາດ ແລະ ທຸກຜູ້ຄົນທັງປວງ.
ເຮົາໄດ້ຮັບພອນຫລາຍທີ່ໄດ້ເຫັນວັນເວລາທີ່ຊີໂອນກຳລັງຖືກສະຖາປະນາພ້ອມໆກັນໃນທຸກໆທະວີບ ແລະ ໃນໝູ່ບ້ານຂອງເຮົາເອງ. ດັ່ງທີ່ສາດສະດາໂຈເຊັບ ສະມິດ ໄດ້ກ່າວວ່າ, ຜູ້ຄົນຂອງພຣະເຈົ້າໃນທຸກໆຍຸກສະໄໝໄດ້ປຸ້ມລຸມກັນໃນຄວາມຄາດຫວັງທີ່ຊື່ນຊົມສຳລັບວັນເວລານີ້, ແລະ “ເຮົາເປັນຜູ້ຄົນທີ່ໂປດປານ ທີ່ພຣະເຈົ້າໄດ້ເລືອກທີ່ຈະກໍ່ໃຫ້ລັດສະໝີພາບຍຸກສຸດທ້າຍເກີດຂຶ້ນ.”2
ເພາະເຮົາໄດ້ຮັບສິດທິພິເສດນີ້, ເຮົາບໍ່ສາມາດປ່ອຍໃຫ້ມີການຈຳແນກເຊື້ອຊາດ, ອະຄະຕິລະຫວ່າງຊົນເຜົ່າ, ຫລື ການແບ່ງແຍກອື່ນໆເກີດຂຶ້ນໃນສາດສະໜາຈັກຍຸກສຸດທ້າຍຂອງພຣະຄຣິດ. ພຣະຜູ້ເປັນເຈົ້າບັນຊາເຮົາວ່າ, “ຈົ່ງເປັນອັນໜຶ່ງດຽວກັນ; ແລະ ຖ້າຫາກພວກເຈົ້າບໍ່ເປັນອັນໜຶ່ງອັນດຽວກັນພວກເຈົ້າກໍບໍ່ແມ່ນຂອງເຮົາ.”3 ເຮົາຄວນໝັ່ນພຽນໃນການກຳຈັດອະຄະຕິ ແລະ ການຈຳແນກອອກໄປຈາກສາດສະໜາຈັກ, ຈາກບ້ານເຮືອນຂອງເຮົາ, ແລະ, ສຳຄັນທີ່ສຸດແມ່ນອອກໄປຈາກຫົວໃຈຂອງເຮົາ. ຂະນະທີ່ປະຊາກອນຂອງສາດສະໜາຈັກຂອງເຮົານັບມື້ນັບຫລາກຫລາຍຂຶ້ນ, ການຕ້ອນຮັບຂອງເຮົາກໍຕ້ອງເກີດຂຶ້ນໂດຍຕົນເອງ ແລະ ຢ່າງອົບອຸ່ນຫລາຍຂຶ້ນ. ເຮົາຕ້ອງການກັນແລະກັນ.4
ໃນສານສະບັບທຳອິດເຖິງຊາວໂກຣິນໂທ, ໂປໂລປະກາດວ່າ ທຸກຄົນທີ່ໄດ້ຮັບບັບຕິສະມາເຂົ້າມາໃນສາດສະໜາຈັກເປັນໜຶ່ງດຽວກັນໃນພຣະກາຍຂອງພຣະຄຣິດ:
“ເຖິງວ່າຮ່າງກາຍເປັນອັນດຽວ ກໍຍັງມີອະໄວຍະວະຫລາຍສ່ວນ, ແລະ ອະໄວຍະວະເຫລົ່ານັ້ນ ແມ່ນຈະມີຫລາຍສ່ວນ ກໍຍັງເປັນກາຍດຽວສັນໃດ ພຣະຄຣິດກໍເປັນສັນນັ້ນ.
“ເພາະວ່າ ເຖິງແມ່ນພວກເຮົາຈະເປັນຊາດຢິວ ຫລື ຄົນຕ່າງຊາດກໍດີ ເປັນຂ້ອຍຂ້າ ຫລື ເປັນອິດສະລະກໍດີ, ເຮົາທັງຫລາຍໄດ້ຮັບບັບຕິສະມາ ໂດຍພຣະວິນຍານອົງດຽວ ຈຶ່ງເຂົ້າເປັນກາຍອັນດຽວກັນ ແລະ ພຣະວິນຍານອົງດຽວກັນນັ້ນ ເປັນເໝືອນນໍ້າທີ່ປະທານໃຫ້ເຮົາທຸກຄົນໄດ້ດື່ມ. …
“ເພື່ອບໍ່ໃຫ້ມີການຍາດແຍ່ງກັນໃນຮ່າງກາຍ, ແຕ່ໃຫ້ທຸກພາກສ່ວນຫ່ວງໃຍຊຶ່ງກັນແລະກັນ.
“ຖ້າອະໄວຍະວະອັນໜຶ່ງເຈັບ ອະໄວຍະວະທັງໝົດກໍເຈັບດ້ວຍກັນ, ຖ້າອະໄວຍະວະອັນໜຶ່ງໄດ້ຮັບກຽດ ອະໄວຍະວະທັງໝົດກໍຊົມຊື່ນຍິນດີດ້ວຍກັນ.”5
ຄວາມຮູ້ສຶກຂອງການເປັນພາກສ່ວນແມ່ນສຳຄັນຕໍ່ຄວາມຜາສຸກທາງຮ່າງກາຍ, ຈິດໃຈ, ແລະ ວິນຍານຂອງເຮົາ. ແຕ່ມັນກໍເປັນໄປໄດ້ທີ່ວ່າ ບາງເທື່ອເຮົາແຕ່ລະຄົນອາດຮູ້ສຶກວ່າເຮົາບໍ່ໄດ້ເປັນທີ່ຍອມຮັບ. ໃນຊ່ວງເວລາທີ່ທໍ້ຖອຍໃຈ, ເຮົາອາດຮູ້ສຶກວ່າເຮົາຈະບໍ່ມີວັນມີຄຸນຄ່າດີພໍສຳລັບມາດຕະຖານທີ່ສູງສົ່ງຂອງພຣະຜູ້ເປັນເຈົ້າ ຫລື ຄວາມຄາດຫວັງຂອງຄົນອື່ນ.6 ເຮົາອາດຕັ້ງຄວາມຄາດຫວັງໃຫ້ແກ່ຄົນອື່ນໂດຍບໍ່ໄດ້ຕັ້ງໃຈ—ຫລື ແມ່ນແຕ່ໃຫ້ແກ່ຕົວເຮົາເອງ—ທີ່ບໍ່ແມ່ນຄວາມຄາດຫວັງຂອງພຣະຜູ້ເປັນເຈົ້າ. ເຮົາອາດສື່ສານໃນທາງທີ່ບໍ່ຊັດເຈນວ່າ ຄຸນຄ່າຂອງຄົນແມ່ນຂຶ້ນຢູ່ກັບຄວາມສຳເລັດ ຫລື ການເອີ້ນ, ແຕ່ສິ່ງເຫລົ່ານີ້ບໍ່ໄດ້ເປັນສິ່ງວັດແທກສະຖານະຂອງເຮົາໃນສາຍພຣະເນດຂອງພຣະຜູ້ເປັນເຈົ້າ. “ພຣະຜູ້ເປັນເຈົ້າເບິ່ງພາຍໃນຈິດໃຈ.”7 ພຣະອົງເປັນຫ່ວງກ່ຽວກັບຄວາມປາດຖະໜາ ແລະ ຄວາມຫວັງຂອງເຮົາ ແລະ ສິ່ງທີ່ເຮົາກຳລັງຈະກາຍເປັນ.8
ຊິດສະເຕີ ໂຈດີ ຄິງ ໄດ້ຂຽນກ່ຽວກັບປະສົບການຂອງລາວໃນປີທີ່ຜ່ານມາວ່າ:
“ຂ້ອຍບໍ່ເຄີຍຮູ້ສຶກວ່າຂ້ອຍບໍ່ໄດ້ເປັນທີ່ຍອມຮັບຢູ່ທີ່ໂບດຈົນກວ່າແຄເມີຣັນ, ສາມີຂອງຂ້ອຍ, ແລະ ຂ້ອຍໄດ້ເລີ່ມດີ້ນລົນກັບການເປັນໝັນ. ເດັກນ້ອຍ ແລະ ຄອບຄົວທີ່ເຄີຍນຳຄວາມຊື່ນຊົມມາໃຫ້ເມື່ອໄດ້ເຫັນຢູ່ທີ່ໂບດ ບັດນີ້ໄດ້ເປັນເຫດທີ່ເຮັດໃຫ້ຂ້ອຍມີຄວາມໂສກເສົ້າ ແລະ ຄວາມເຈັບປວດ.
“ຂ້ອຍໄດ້ຮູ້ສຶກວ່າເປົ່າປ່ຽວປາດສະຈາກລູກນ້ອຍຢູ່ໃນອ້ອມແຂນ ຫລື ຖົງໃສ່ຜ້າອ້ອມຢູ່ໃນມື. …
“ວັນອາທິດທີ່ຍາກທີ່ສຸດແມ່ນວັນອາທິດທຳອິດຂອງພວກເຮົາໃນຫວອດໃໝ່. ເພາະພວກເຮົາບໍ່ມີລູກ, ພວກເຮົາຈຶ່ງຖືກຖາມວ່າພວກເຮົາເປັນຄູ່ແຕ່ງງານໃໝ່ບໍ ແລະ ວ່າເມື່ອໃດພວກເຮົາຈະວາງແຜນສ້າງຄອບຄົວ. ຂ້ອຍຕອບຄຳຖາມເຫລົ່ານີ້ໄດ້ດີໂດຍບໍ່ປ່ອຍໃຫ້ຄຳຖາມມາກະທົບກະເທືອນໃຈຂ້ອຍ—ຂ້ອຍຮູ້ວ່າເຂົາເຈົ້າບໍ່ໄດ້ມີເຈດຕະນາຈະເຮັດໃຫ້ຂ້ອຍເຈັບປວດ.
“ເຖິງຢ່າງໃດກໍຕາມ, ໃນວັນອາທິດນີ້ໂດຍສະເພາະ, ການຕອບຄຳຖາມເຫລົ່ານັ້ນແມ່ນຍາກເປັນພິເສດ. ພວກເຮົາຫາກໍໄດ້ຮຽນຮູ້ວ່າ, ຫລັງຈາກໄດ້ມີຄວາມຫວັງ—ອີກເທື່ອໜຶ່ງ—ພວກເຮົາບໍ່ໄດ້ຕັ້ງທ້ອງ.
“ຂ້ອຍໄດ້ຍ່າງເຂົ້າໄປໃນກອງປະຊຸມສິນລະລຶກໂດຍຮູ້ສຶກທໍ້ຖອຍໃຈ, ແລະ ການຕອບຄຳຖາມປົກກະຕິຂອງ ‘ການແນະນຳຕົວໃຫ້ຮູ້ຈັກກັນ’ ນັ້ນແມ່ນຍາກສຳລັບຂ້ອຍ. …
“ແຕ່ແມ່ນຫ້ອງຮຽນວັນອາທິດນັ້ນ ທີ່ເຮັດໃຫ້ຫົວໃຈຂອງຂ້ອຍແຕກສະຫລາຍແທ້ໆ. ບົດຮຽນ—ທີ່ມີຈຸດປະສົງໃຫ້ກ່ຽວກັບບົດບາດອັນສູງສົ່ງຂອງຜູ້ເປັນແມ່—ກໍໄດ້ປ່ຽນໄປໄວໆ ແລະ ໄດ້ກາຍເປັນເວລາແຫ່ງການລະບາຍອາລົມ. ຫົວໃຈຂອງຂ້ອຍຫົດຫູ່ ແລະ ນ້ຳຕາໄດ້ໄຫລລົງອາບແກ້ມງຽບໆຂະນະທີ່ຂ້ອຍໄດ້ຍິນບັນດາຜູ້ຍິງຈົ່ມກ່ຽວກັບພອນທີ່ຂ້ອຍພ້ອມຈະສະລະທຸກສິ່ງ ເພື່ອໃຫ້ໄດ້ມັນມາ.
“ຂ້ອຍໄດ້ແລ່ນອອກຈາກໂບດຢ່າງໄວ. ທຳອິດ, ຂ້ອຍບໍ່ຢາກກັບໄປໂບດ. ຂ້ອຍບໍ່ຢາກປະສົບກັບຄວາມຮູ້ສຶກຂອງຄວາມໂດດດ່ຽວນັ້ນອີກ. ແຕ່ໃນຄືນນັ້ນ, ຫລັງຈາກໄດ້ເວົ້າລົມກັບສາມີຂອງຂ້ອຍແລ້ວ, ພວກເຮົາໄດ້ຮູ້ວ່າ ພວກເຮົາຈະໄປໂບດຕໍ່ໄປ ບໍ່ພຽງແຕ່ເພາະວ່າພຣະຜູ້ເປັນເຈົ້າໄດ້ຮຽກຮ້ອງໃຫ້ພວກເຮົາໄປ ແຕ່ເປັນເພາະພວກເຮົາທັງສອງໄດ້ຮູ້ວ່າ ຄວາມຊື່ນຊົມທີ່ມາຈາກການຕໍ່ພັນທະສັນຍາ ແລະ ຄວາມຮູ້ສຶກເຖິງພຣະວິນຍານຢູ່ທີ່ໂບດນັ້ນແມ່ນເໜືອຄວາມໂສກເສົ້າທີ່ຂ້ອຍໄດ້ຮູ້ສຶກໃນມື້ນັ້ນ. …
“ຢູ່ໃນສາດສະໜາຈັກ, ກໍມີສະມາຊິກທີ່ເປັນໝ້າຍ, ຢ່າຮ້າງ, ແລະ ເປັນໂສດ; ຜູ້ຄົນທີ່ສະມາຊິກໃນຄອບຄົວໄດ້ຕົກເຮ່ຍໄປຈາກພຣະກິດຕິຄຸນ; ຜູ້ຄົນທີ່ເຈັບປ່ວຍຊຳເຮື້ອ ຫລື ດີ້ນລົນທາງການເງິນ; ສະມາຊິກທີ່ປະສົບການມັກຊອບເພດດຽວກັນ; ສະມາຊິກທີ່ພະຍາຍາມເອົາຊະນະການຕິດແສດ ຫລື ຄວາມສົງໄສ; ຜູ້ປ່ຽນໃຈເຫລື້ອມໃສໃໝ່; ຄົນຍ້າຍເຂົ້າມາໃໝ່; ຜູ້ຄົນທີ່ລູກໆໃຫຍ່ໝົດແລ້ວ; ແລະ ຍັງມີຜູ້ຄົນທີ່ຢູ່ໃນອີກຫລາຍໆສະຖານະ. …
“ພຣະຜູ້ຊ່ວຍໃຫ້ລອດເຊື້ອເຊີນເຮົາໃຫ້ມາຫາພຣະອົງ—ບໍ່ວ່າສະຖານະການຂອງເຮົາຈະເປັນແບບໃດກໍຕາມ. ເຮົາມາໂບດເພື່ອຕໍ່ພັນທະສັນຍາຂອງເຮົາ, ເພື່ອເພີ່ມສັດທາຂອງເຮົາ, ເພື່ອພົບເຫັນຄວາມສະຫງົບສຸກ, ແລະ ເພື່ອຈະກະທຳດັ່ງທີ່ພຣະອົງໄດ້ກະທຳຢ່າງສົມບູນແບບ ໃນພຣະຊົນຊີບຂອງພຣະອົງ—ເພື່ອປະຕິບັດສາດສະໜາກິດຕໍ່ຄົນອື່ນ ຜູ້ທີ່ຮູ້ສຶກວ່າເຂົາເຈົ້າບໍ່ໄດ້ເປັນພາກສ່ວນ.”9
ໂປໂລໄດ້ອະທິບາຍວ່າ ສາດສະໜາຈັກ ແລະ ເຈົ້າໜ້າທີ່ແມ່ນຖືກມອບໃຫ້ໂດຍພຣະເຈົ້າ “ເພື່ອຈັດຕຽມໄພ່ພົນທັງຫລາຍຂອງພຣະອົງ ໃຫ້ເປັນຜູ້ຮັບໃຊ້ທີ່ເໝາະສົມ ເພື່ອເສີມສ້າງພຣະກາຍຂອງພຣະຄຣິດ:
“ຈົນກວ່າເຮົາທຸກຄົນຈະບັນລຸເຖິງຄວາມເປັນນ້ຳໜຶ່ງໃຈດຽວກັນໃນຄວາມເຊື່ອ, ແລະ ໃນຄວາມຮູ້ເຖິງເລື່ອງຂອງພຣະບຸດຂອງພຣະເຈົ້າ, ຈົນກວ່າເຮົາຈະເປັນຄົນໃໝ່ເຕັມສ່ວນ ຄືເຕັມເຖິງຂະໜາດຄວາມສົມບູນຂອງພຣະຄຣິດ.”10
ມັນເປັນເລື່ອງທີ່ໂສກເສົ້າ, ເມື່ອຄົນໃດຄົນໜຶ່ງ, ໂດຍທີ່ຮູ້ສຶກວ່າເຂົາບໍ່ເໝາະສົມກັບອຸດົມຄະຕິໃນທຸກໆດ້ານຂອງຊີວິດ, ສະຫລຸບວ່າເຂົາບໍ່ໄດ້ເປັນພາກສ່ວນໃນອົງການທີ່ຖືກອອກແບບໂດຍພຣະເຈົ້ານັ້ນເອງ ເພື່ອຊ່ວຍເຮົາໃຫ້ກ້າວໜ້າໄປສູ່ອຸດົມຄະຕິນັ້ນ.
ໃຫ້ເຮົາວາງການຕັດສິນໄວ້ໃນພຣະຫັດຂອງພຣະຜູ້ເປັນເຈົ້າ ແລະ ຜູ້ຄົນທີ່ພຣະອົງໄດ້ມອບໝາຍ ແລະ ໃຫ້ເຮົາເພິ່ງພໍໃຈທີ່ຈະຮັກ ແລະ ປະຕິບັດຕໍ່ກັນແລະກັນເທົ່າທີ່ເຮົາເຮັດໄດ້ໃຫ້ດີທີ່ສຸດ. ໃຫ້ເຮົາທູນຂໍໃຫ້ພຣະອົງສະແດງວິທີທາງໃຫ້ເຮົາ, ແຕ່ລະວັນ, ເພື່ອຈະ “ພາ … ຄົນຍາກຈົນ, ຄົນພິການ, ຄົນຕາບອດ, ແລະ ຄົນຂາເສັ້ງເຂົ້າມາທີ່ນີ້”11—ນັ້ນໝາຍຄວາມວ່າ, ທຸກຄົນ—ມາຮ່ວມງານກິນລ້ຽງທີ່ຍິ່ງໃຫຍ່ຂອງພຣະຜູ້ເປັນເຈົ້າ.
ສ່ວນທີສອງຂອງຄຳສອນຂອງການເປັນພາກສ່ວນແມ່ນກ່ຽວກັບສ່ວນປະກອບຂອງເຮົາ. ເຖິງແມ່ນວ່າເຮົາບໍ່ຄ່ອຍຄິດກ່ຽວກັບເລື່ອງນີ້ເລື້ອຍໆ, ແຕ່ການເປັນພາກສ່ວນຂອງເຮົາສ່ວນຫລາຍແມ່ນມາຈາກການຮັບໃຊ້ ແລະ ການເສຍສະລະຂອງເຮົາ ທີ່ເຮົາເຮັດເພື່ອຄົນອື່ນ ແລະ ເພື່ອພຣະຜູ້ເປັນເຈົ້າ. ການສຸມໃສ່ແຕ່ຄວາມຕ້ອງການສ່ວນຕົວ ຫລື ຄວາມສະດວກສະບາຍຂອງເຮົາເອງຫລາຍເກີນໄປກໍສາມາດທຳລາຍຄວາມຮູ້ສຶກເຖິງການເປັນພາກສ່ວນນັ້ນ.
ເຮົາພະຍາຍາມເຮັດຕາມຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດທີ່ວ່າ:
“ຖ້າຜູ້ໜຶ່ງໃນພວກເຈົ້າ ຢາກເປັນໃຫຍ່, ເຂົາຕ້ອງເປັນ ຜູ້ຮັບໃຊ້. …
“ເພາະບຸດມະນຸດບໍ່ໄດ້ມາ ເພື່ອໃຫ້ຄົນອື່ນຮັບໃຊ້ຕົນ, ແຕ່ປະທານຊີວິດຂອງຕົນ ເປັນຄ່າໄຖ່ຄົນຈຳນວນຫລວງຫລາຍ.”12
ຄວາມຮູ້ສຶກຂອງການເປັນພາກສ່ວນບໍ່ໄດ້ມີມາຂະນະທີ່ເຮົາລໍຖ້າມັນ ແຕ່ມີມາຂະນະທີ່ເຮົາເອື້ອມອອກໄປຊ່ວຍກັນແລະກັນ.
ໜ້າເສຍດາຍທີ່, ໃນວັນເວລານີ້, ການອຸທິດຖວາຍຕົນຕໍ່ອຸດົມການ ຫລື ການເສຍສະລະອັນໃດເພື່ອຄົນອື່ນກໍກຳລັງກາຍເປັນວິຖີຊີວິດທີ່ກົງກັນຂ້າມກັບເລື່ອງປົກກະຕິທາງສັງຄົມ. ໃນບົດຄວາມສຳລັບວາລະສານ Deseret Magazine ໃນປີແລ້ວນີ້, ນັກປະພັນຊື່ ຣອດ ດະເຣເອີ ໄດ້ບອກເລົ່າການສົນທະນາກັບແມ່ໜຸ່ມຄົນໜຶ່ງໃນເມືອງບູດາແພັດ ວ່າ:
“ຂ້າພະເຈົ້າໄດ້ຢູ່ໃນລົດລາງກັບ … ເພື່ອນຄົນໜຶ່ງທີ່ມີອາຍຸ 30 ປີ—ເຮົາຈະເອີ້ນຊື່ນາງວ່າ ຄຣິດສະຕີນາ—ຂະນະທີ່ພວກເຮົາເດີນທາງໄປສຳພາດຍິງສູງອາຍຸ [ຊາວຄຣິດ] ຄົນໜຶ່ງຜູ້ທີ່, ກັບອະດີດສາມີຂອງລາວ, ໄດ້ທົນທຸກກັບການຂົ່ມເຫັງຈາກລັດຄອມມິວນິດ. ຂະນະທີ່ພວກເຮົາເດີນທາງຕາມຖະໜົນຂອງເມືອງ, ນາງຄຣິດສະຕີນາເວົ້າວ່າມັນເປັນເລື່ອງຍາກທີ່ນາງຕ້ອງເວົ້າຄວາມຈິງກັບໝູ່ເພື່ອນລຸ້ນດຽວກັນກັບນາງກ່ຽວກັບຄວາມລຳບາກທີ່ນາງປະເຊີນຢູ່ໃນຖານະພັນລະຍາ ແລະ ແມ່ຂອງລູກນ້ອຍ.
“ຄວາມຍາກລຳບາກຂອງນາງຄຣິດສະຕີນາເປັນເລື່ອງປົກກະຕິສຳລັບຍິງໜຸ່ມທີ່ກຳລັງຮຽນຮູ້ວິທີການເປັນແມ່ ແລະ ພັນລະຍາ—ແຕ່ທັດສະນະຄະຕິໃນບັນດາຄົນລຸ້ນຂອງນາງນັ້ນແມ່ນວ່າ ຄວາມຍາກລຳບາກຂອງຊີວິດນັ້ນເປັນການຂົ່ມຂູ່ຕໍ່ຄວາມຜາສຸກຂອງເຮົາ ແລະ ຄວນຖືກປະຕິເສດ. ນາງ ແລະ ສາມີຂອງນາງຜິດຖຽງກັນບໍເປັນບາງຄັ້ງບາງຄາວ? ສະນັ້ນນາງຄວນປະສາມີໄປ, ເຂົາເຈົ້າເວົ້າ. ລູກໆຂອງນາງເຮັດໃຫ້ນາງຮູ້ສຶກລຳຄານບໍ? ແລ້ວນາງຄວນສົ່ງພວກເຂົາໄປສະຖານທີ່ລ້ຽງເດັກ.
“ນາງຄຣິດສະຕີນາເປັນຫ່ວງວ່າໝູ່ເພື່ອນຂອງນາງຈະບໍ່ເຂົ້າໃຈວ່າການທົດລອງ, ແລະ ແມ່ນແຕ່ຄວາມທຸກທໍລະມານນັ້ນ, ເປັນພາກສ່ວນປົກກະຕິຂອງຊີວິດ—ແລະ ບາງທີກໍແມ່ນແຕ່ເປັນພາກສ່ວນທີ່ດີຂອງຊີວິດ, ຖ້າຫາກຄວາມທຸກທໍລະມານນັ້ນສິດສອນວິທີໃຫ້ເຮົາອົດທົນ, ໃຈດີ ແລະ ຮັກແພງ. …
“… ຄຣິດສະຕຽນ ສະມິດ ນັກສັງຄົມສາດສາດສະໜາ ທີ່ມະຫາວິທະຍາໄລໂນເທິດາມ ໄດ້ຄົ້ນພົບໃນການສຶກສາຜູ້ໃຫຍ່ [ອາຍຸ] 18 ຫາ 23 ປີວ່າ ເຂົາເຈົ້າສ່ວນຫລາຍເຊື່ອວ່າສັງຄົມບໍ່ມີຫຍັງຫລາຍໄປກວ່າ ‘ກຸ່ມບຸກຄົນ ທີ່ປົກຄອງຕົນເອງອອກໄປຫາຄວາມມ່ວນຊື່ນໃນຊີວິດເທົ່ານັ້ນ.’”13
ຕາມປັດຊະຍານີ້, ອັນໃດກໍຕາມທີ່ເຮົາເຫັນວ່າຍາກ “ກໍເປັນການກົດຂີ່.”14
ກົງກັນຂ້າມ, ບັນພະບຸລຸດຜູ້ບຸກເບີກຂອງເຮົາໄດ້ມີຄວາມຮູ້ສຶກເປັນພາກສ່ວນອັນເລິກເຊິ່ງ, ການເປັນໜຶ່ງດຽວກັນ, ແລະ ຄວາມຫວັງໃນພຣະຄຣິດ ໂດຍການເສຍສະລະທີ່ເຂົາເຈົ້າໄດ້ເຮັດເພື່ອຮັບໃຊ້ເຜີຍແຜ່, ສ້າງພຣະວິຫານ, ປະຖິ້ມບ້ານເຮືອນທີ່ສະດວກສະບາຍພາຍໃຕ້ການບີບບັງຄັບ ແລະ ເລີ່ມຕົ້ນໃໝ່ອີກຄັ້ງ, ແລະ ໃນອີກຫລາຍໆວິທີທາງອື່ນໆໄດ້ອຸທິດຖວາຍຕົນເອງ ແລະ ຊັບສິນຂອງເຂົາເຈົ້າໃຫ້ແກ່ອຸດົມການຂອງຊີໂອນ. ເຂົາເຈົ້າເຕັມໃຈທີ່ຈະເສຍສະລະ ແມ່ນແຕ່ຊີວິດຂອງເຂົາເຈົ້າຖ້າຫາກວ່າຈຳເປັນ. ແລະ ເຮົາທຸກຄົນເປັນຜູ້ຮັບຜົນປະໂຫຍດຂອງຄວາມອົດທົນຂອງເຂົາເຈົ້າ. ເລື່ອງດຽວກັນກໍເປັນຄວາມຈິງສຳລັບຫລາຍໆຄົນໃນທຸກວັນນີ້ ຜູ້ທີ່ອາດສູນເສຍຄອບຄົວ ແລະ ໝູ່ເພື່ອນ, ສູນເສຍໂອກາດທາງວຽກງານ, ຫລື ໄດ້ທົນທຸກກັບການຈຳແນກ ຫລື ຄວາມບໍ່ອົດທົນທີ່ເປັນຜົນສະທ້ອນຂອງການຮັບບັບຕິສະມາ. ເຖິງຢ່າງໃດກໍຕາມ, ລາງວັນຂອງເຂົາເຈົ້າ, ແມ່ນຄວາມຮູ້ສຶກທີ່ມີພະລັງຂອງການເປັນພາກສ່ວນໃນບັນດາຜູ້ຄົນແຫ່ງພັນທະສັນຍາ. ການເສຍສະລະໃດໆທີ່ເຮົາເຮັດໃນອຸດົມການຂອງພຣະຜູ້ເປັນເຈົ້າຊ່ວຍຢືນຢັນບ່ອນຂອງເຮົາກັບພຣະອົງ ຜູ້ຊຶ່ງໄດ້ສະລະພຣະຊົນຊີບຂອງພຣະອົງ ເພື່ອເປັນການໄຖ່ໃຫ້ແກ່ຄົນທັງຫລາຍ.
ອົງປະກອບສຸດທ້າຍ ແລະ ສຳຄັນທີ່ສຸດຂອງຄຳສອນຂອງການເປັນພາກສ່ວນແມ່ນບົດບາດຈຸດໃຈກາງຂອງພຣະເຢຊູຄຣິດ. ເຮົາບໍ່ໄດ້ເຂົ້າຮ່ວມສາດສະໜາຈັກເພື່ອມິດຕະພາບເທົ່ານັ້ນ, ເຖິງແມ່ນວ່ານັ້ນກໍສຳຄັນ. ເຮົາເຂົ້າຮ່ວມເພື່ອການໄຖ່ຜ່ານທາງຄວາມຮັກ ແລະ ພຣະຄຸນຂອງພຣະເຢຊູຄຣິດ. ເຮົາເຂົ້າຮ່ວມເພື່ອຈະໄດ້ຮັບພິທີການແຫ່ງຄວາມລອດ ແລະ ຄວາມສູງສົ່ງ ສຳລັບຕົວເຮົາເອງ ແລະ ຜູ້ຄົນທີ່ເຮົາຮັກ ຢູ່ທັງສອງຟາກມ່ານ. ເຮົາເຂົ້າຮ່ວມເພື່ອຈະເປັນພາກສ່ວນໃນໂຄງການອັນຍິ່ງໃຫຍ່ທີ່ຈະສະຖາປະນາຊີໂອນ ໃນການກະກຽມສຳລັບການສະເດັດຄືນມາຂອງພຣະຜູ້ເປັນເຈົ້າ.
ສາດສະໜາຈັກເປັນຜູ້ພິທັກຮັກສາພັນທະສັນຍາແຫ່ງຄວາມລອດ ແລະ ຄວາມສູງສົ່ງທີ່ພຣະເຈົ້າສະເໜີມອບໃຫ້ແກ່ເຮົາ ຜ່ານທາງພິທີການຂອງຖານະປະໂລຫິດສັກສິດ.15 ມັນແມ່ນໂດຍການຮັກສາພັນທະສັນຍາເຫລົ່ານີ້ທີ່ເຮົາຈະໄດ້ຮັບການເປັນພາກສ່ວນທີ່ສູງສຸດ ແລະ ເລິກເຊິ່ງທີ່ສຸດ. ເມື່ອບໍ່ດົນມານີ້ ປະທານຣະໂຊ ເອັມ ແນວສັນ ໄດ້ຂຽນວ່າ:
“ເມື່ອທ່ານກັບຂ້າພະເຈົ້າໄດ້ເຮັດພັນທະສັນຍາກັບພຣະເຈົ້າແລ້ວ, ຄວາມສຳພັນຂອງເຮົາກັບພຣະອົງຈະໃກ້ຊິດຫລາຍກວ່າ ກ່ອນທີ່ເຮົາໄດ້ເຮັດພັນທະສັນຍາ. ບັດນີ້ ເຮົາຖືກຜູກມັດເຂົ້າກັນ. ຍ້ອນພັນທະສັນຍາຂອງເຮົາກັບພຣະເຈົ້າ, ພຣະອົງຈະບໍ່ມີວັນອິດເມື່ອຍໃນຄວາມພະຍາຍາມຂອງພຣະອົງທີ່ຈະຊ່ວຍເຫລືອເຮົາ, ແລະ ເຮົາຈະບໍ່ເຮັດໃຫ້ຄວາມອົດທົນທີ່ເມດຕາຂອງພຣະອົງສຳລັບເຮົາໝົດໄປ. ເຮົາແຕ່ລະຄົນມີບ່ອນພິເສດໃນພຣະໄທຂອງພຣະເຈົ້າ. …
“… ພຣະເຢຊູຄຣິດເປັນຜູ້ຮັບປະກັນພັນທະສັນຍາເຫລົ່ານັ້ນ (ເບິ່ງ ເຮັບເຣີ 7:22; 8:6).”16
ຖ້າຫາກເຮົາຈະຈື່ຈຳສິ່ງນີ້ໄວ້, ຄວາມຫວັງທີ່ສູງສົ່ງຂອງພຣະຜູ້ເປັນເຈົ້າສຳລັບເຮົາກໍຈະດົນໃຈເຮົາ ບໍ່ແມ່ນເຮັດໃຫ້ເຮົາທໍ້ຖອຍໃຈ.
ເຮົາສາມາດຮູ້ສຶກຄວາມຊື່ນຊົມໄດ້ຂະນະທີ່ເຮົາຕິດຕາມຫາ, ເປັນສ່ວນບຸກຄົນ ແລະ ສ່ວນຊຸມຊົນ, “ຂະໜາດຄວາມສົມບູນຂອງພຣະຄຣິດ.”17 ເຖິງແມ່ນວ່າຈະພົບຄວາມຜິດຫວັງ ແລະ ຄວາມຫຍຸ້ງຍາກລະຫວ່າງທາງ, ມັນກໍຍັງເປັນການສະແຫວງຫາທີ່ຍິ່ງໃຫຍ່. ເຮົາຊ່ວຍເຫລືອ ແລະ ຊຸກຍູ້ກັນແລະກັນ ໃນການຕິດຕາມຫາເສັ້ນທາງທີ່ສູງຂຶ້ນ, ໂດຍທີ່ຮູ້ວ່າ ບໍ່ວ່າຄວາມຍາກລຳບາກຈະເປັນແບບໃດ ແລະ ບໍ່ວ່າພອນທີ່ຖືກສັນຍາໄວ້ຈະຊັກຊ້າຂະໜາດໃດກໍຕາມ, ເຮົາສາມາດ “ເປັນສຸກໄດ້, [ເພາະພຣະຄຣິດໄດ້] ເອົາຊະນະໂລກແລ້ວ,”18 ແລະ ເຮົາກໍຢູ່ກັບພຣະອົງ. ການເປັນໜຶ່ງດຽວກັບພຣະບິດາ, ພຣະບຸດ, ແລະ ພຣະວິນຍານບໍລິສຸດ ແນ່ນອນວ່າຄືການເປັນພາກສ່ວນທີ່ສູງສຸດ.19
ສະນັ້ນ, ຄຳສອນຂອງການເປັນພາກສ່ວນແມ່ນວ່າ—ເຮົາແຕ່ລະຄົນສາມາດຢືນຢັນໄດ້ວ່າ: ພຣະເຢຊູຄຣິດໄດ້ສິ້ນພຣະຊົນເພື່ອເຮົາ; ພຣະອົງໄດ້ເຫັນວ່າເຮົາມີຄຸນຄ່າດີພໍສຳລັບໂລຫິດຂອງພຣະອົງ. ພຣະອົງຮັກເຮົາ ແລະ ສາມາດສ້າງຄວາມແຕກຕ່າງທັງໝົດໃນຊີວິດຂອງເຮົາ. ເມື່ອເຮົາກັບໃຈ, ພຣະຄຸນຂອງພຣະອົງຈະປ່ຽນແປງເຮົາ. ເຮົາເປັນໜຶ່ງດຽວກັນກັບພຣະອົງຢູ່ໃນພັນທະສັນຍາແຫ່ງພຣະກິດຕິຄຸນ; ເຮົາເປັນພາກສ່ວນໃນສາດສະໜາຈັກ ແລະ ອານາຈັກຂອງພຣະອົງ; ແລະ ເຮົາເປັນພາກສ່ວນໃນອຸດົມການຂອງພຣະອົງທີ່ຈະນຳການໄຖ່ມາສູ່ລູກໆຂອງພຣະອົງທຸກໆຄົນ.
ຂ້າພະເຈົ້າເປັນພະຍານວ່າ ທ່ານເປັນພາກສ່ວນ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.