ການເອີ້ນທີ່ມີກຽດໂດຍສະເພາະ
ໃນຖານະຜູ້ຍິງແຫ່ງສັດທາ, ເຮົາສາມາດໃຊ້ຫລັກທຳຂອງຄວາມຈິງຈາກປະສົບການຂອງສາດສະດາ ໂຈເຊັບ ທີ່ໃຫ້ຄວາມຮູ້ສຳລັບການຮັບເອົາການເປີດເຜີຍຂອງເຮົາເອງ.
ຂ້າພະເຈົ້າຮູ້ບຸນຄຸນທີ່ໄດ້ເຈາະຈົງຄຳປາໄສຂອງຂ້າພະເຈົ້າໃນມື້ນີ້ ໃສ່ບົດບາດອັນຕໍ່ເນື່ອງຂອງຜູ້ຍິງ ໃນການຟື້ນຟູ. ມັນແຈ່ມແຈ້ງທີ່ຕະຫລອດທົ່ວປະຫວັດສາດ ຜູ້ຍິງມີບ່ອນສະເພາະຢູ່ໃນແຜນຂອງພຣະບິດາເທິງສະຫວັນ. ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ, “ເຮົາບໍ່ສາມາດວັດແທກອິດທິພົນທີ່ … ຜູ້ຍິງມີ, ບໍ່ພຽງແຕ່ການປະຕິບັດຕໍ່ຄອບຄົວເທົ່ານັ້ນ ແຕ່ຕໍ່ສາດສະໜາຈັກຂອງພຣະຜູ້ເປັນເຈົ້າອີກດ້ວຍ, ໃນໜ້າທີ່ເປັນ ພັນລະຍາ, ແມ່, ແມ່ເຖົ້າ, ເອື້ອຍ, ນ້ອງ, ປ້າ, ນ້າ, ອາ, ນາຍຄູ, ແລະ ຜູ້ນຳ ໂດຍສະເພາະເປັນຕົວຢ່າງ ແລະ ເປັນຜູ້ພິທັກຄວາມເຊື່ອຢ່າງອາດຫານ.”1
ຢູ່ໃນສະມາຄົມສະຕີສົງເຄາະໃນສະໄໝເລີ່ມຕົ້ນ ໃນເມືອງ ນາວູ ເມື່ອ 178 ປີກ່ອນ, ສາດສະດາ ໂຈເຊັບ ສະມິດ ໄດ້ແນະນຳບັນດາເອື້ອຍນ້ອງໃຫ້ “ດຳລົງຊີວິດໃຫ້ເໝາະສົມກັບສິດທິພິເສດ [ຂອງເຂົາເຈົ້າ].”2 ຕົວຢ່າງຂອງເຂົາເຈົ້າສິດສອນເຮົາໃນທຸກວັນນີ້. ເຂົາເຈົ້າໄດ້ເຮັດຕາມຖ້ອຍຄຳຂອງສາດສະດາ ແລະ ດຳລົງຊີວິດດ້ວຍສັດທາອັນແນ່ວແນ່ ໃນພຣະເຢຊູຄຣິດ ຂະນະທີ່ເຂົາເຈົ້າວາງຮາກຖານທີ່ເຮົາຢືນຢູ່ໃນເວລານີ້. ເອື້ອຍນ້ອງທັງຫລາຍ, ມັນເປັນຜຽນຂອງພວກເຮົາ. ເຮົາມີໜ້າທີ່ສັກສິດຈາກພຣະຜູ້ເປັນເຈົ້າ, ແລະ ການມີສ່ວນຮ່ວມທີ່ຊື່ສັດ ແລະ ພິເສດຂອງເຮົາແມ່ນສຳຄັນຫລາຍ.
ປະທານສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ອະທິບາຍວ່າ: “ການເປັນຜູ້ຍິງທີ່ຊອບທຳລະຫວ່າງຍຸກສຸດທ້າຍຂອງໂລກ, ກ່ອນການສະເດັດມາຄັ້ງທີສອງຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ເປັນການເອີ້ນທີ່ມີກຽດໂດຍສະເພາະ. ພະລັງ ແລະ ອິດທິພົນຂອງຜູ້ຍິງທີ່ຊອບທຳໃນທຸກວັນນີ້ສາມາດເປັນໄດ້ເຖິງສິບເທົ່າ ເມື່ອປຽບທຽບໃສ່ກັບເວລາທີ່ສະຫງົບສຸກ.”3
ປະທານແນວສັນ ກໍໄດ້ວິງວອນຄືກັນວ່າ: “ຂ້າພະເຈົ້າຂໍໃຫ້ເອື້ອຍນ້ອງຂອງຂ້າພະເຈົ້າແຫ່ງສາດສະໜາຈັກ … ໃຫ້ກ້າວໄປໜ້າ! ເລີ່ມລົງມືໃນບ່ອນທີ່ທ່ານສົມຄວນ ໃນບ້ານຂອງທ່ານ, ໃນຊຸມຊົນຂອງທ່ານ, ແລະ ໃນອານາຈັກຂອງພຣະເຈົ້າ—ຫລາຍກວ່າທີ່ທ່ານເຄີຍປະຕິບັດມາກ່ອນ.”4
ເມື່ອບໍ່ດົນມານີ້, ຂ້າພະເຈົ້າໄດ້ມີສິດທິພິເສດ, ພ້ອມດ້ວຍກຸ່ມເດັກນ້ອຍປະຖົມໄວ, ໄປພົບກັບປະທານຣະໂຊ ເອັມ ແນວສັນ ຢູ່ໃນເຮືອນຂອງຄອບຄົວສະມິດ ແບບຈຳລອງ ຢູ່ໃນເມືອງພາໄມຣາ, ລັດນິວຢອກ. ໃຫ້ເຮົາມາຟັງ ຂະນະທີ່ສາດສະດາທີ່ຮັກແພງຂອງເຮົາ ສິດສອນເດັກນ້ອຍເຖິງສິ່ງທີ່ ພວກເຂົາ ສາມາດເຮັດໄດ້ ເພື່ອກ້າວໄປໜ້າ.
ຊິດສະເຕີ ໂຈນສ໌: “ຂ້ອຍຢາກຮູ້ ຖ້າຫາກວ່າ ພວກເຈົ້າມີຄຳຖາມທີ່ຢາກຖາມປະທານແນວສັນ ຫລືບໍ່. ພວກເຈົ້ານັ່ງຢູ່ທີ່ນີ້ ກັບສາດສະດາ. ພວກເຈົ້າມີຄຳຖາມທີ່ພວກເຈົ້າຢາກຖາມສາດສະດາຫລາຍທີ່ສຸດບໍ? ເຊີນ, ນາງເພີລ໌.”
ເພີລ໌: “ການເປັນສາດສະດາຍາກຢູ່ບໍ? ທ່ານມີວຽກເຮັດຫລາຍຢູ່ບໍ?”
ປະທານແນວສັນ: “ແນ່ນອນ ກໍຍາກຢູ່. ທຸກສິ່ງທີ່ກ່ຽວຂ້ອງກັບການກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດ ແມ່ນຍາກ. ຍົກຕົວຢ່າງ, ເມື່ອພຣະເຈົ້າປະສົງທີ່ຈະມອບພຣະບັນຍັດສິບປະການໃຫ້ໂມເຊ, ພຣະອົງໄດ້ບອກໂມເຊໄປບ່ອນໃດ? ໃຫ້ຂຶ້ນໄປເທິງພູ, ໄປຫາຈອມພູ ຊີນາຍ. ສະນັ້ນໂມເຊຈຶ່ງຕ້ອງໄດ້ຍ່າງຂຶ້ນພູ ຈົນໄປເຖິງຈອມພູ ເພື່ອໄປເອົາພຣະບັນຍັດສິບປະການ. ບັດນີ້, ພຣະບິດາເທິງສະຫວັນສາມາດເວົ້າວ່າ, ‘ໂມເຊ, ໃຫ້ເຈົ້າເລີ່ມຕົ້ນຢູ່ບ່ອນນັ້ນ, ແລະ ເຮົາຈະເລີ່ມຕົ້ນຢູ່ບ່ອນນີ້, ແລະ ເຮົາຈະພົບກັບເຈົ້າຢູ່ເຄິ່ງທາງ.’ ແຕ່, ພຣະຜູ້ເປັນເຈົ້າມັກຄວາມພະຍາຍາມ, ເພາະຄວາມພະຍາຍາມນຳລາງວັນມາໃຫ້ ຊຶ່ງບໍ່ສາມາດໄດ້ຮັບຖ້າປາດສະຈາກຄວາມພະຍາຍາມ. ຍົກຕົວຢ່າງ, ພວກເຈົ້າເຄີຍຮຽນຫລິ້ນ ປີອາໂນ ບໍ?”
ເດັກນ້ອຍ: “ເຄີຍ.”
ເພີລ໌: “ຂ້ານ້ອຍເຄີຍຮຽນຫລິ້ນ ຊໍຝະຣັ່ງ.”
ປະທານແນວສັນ: “ແລະ ພວກເຈົ້າຕ້ອງຝຶກບໍ?”
ເດັກນ້ອຍ: “ໂດຍ.”
ປະທານແນວສັນ: “ຈະເປັນແນວໃດຖ້າຫາກພວກເຈົ້າບໍ່ຝຶກ?”
ເພີລ໌: “ເຮົາກໍລືມ.”
ປະທານແນວສັນ: “ແມ່ນແລ້ວ, ພວກເຈົ້າຈະບໍ່ກ້າວໜ້າ, ແມ່ນບໍ? ສະນັ້ນ ນາງເພີລ໌, ຄຳຕອບກໍຄື ແມ່ນແລ້ວ. ເຮົາຕ້ອງໃຊ້ຄວາມພະຍາຍາມ, ໝັ່ນພຽນ, ສຶກສາຫລາຍໆ, ແລະ ມັນບໍ່ມີທີ່ສິ້ນສຸດ. ດີຫລາຍ! ດີຫລາຍ, ເພາະເຮົາຈະກ້າວໜ້າໄປເລື້ອຍໆ. ແມ່ນແຕ່ໃນຊີວິດໜ້າ ເຮົາກໍຍັງຈະກ້າວໜ້າໄປເລື້ອຍໆ.”
ຄຳຕອບຂອງປະທານແນວສັນ ຕໍ່ເດັກນ້ອຍທີ່ມີຄ່າເຫລົ່ານີ້ ແມ່ນສຳລັບເຮົາທຸກຄົນ. ພຣະຜູ້ເປັນເຈົ້າມັກຄວາມພະຍາຍາມ, ແລະ ຄວາມພະຍາຍາມນຳລາງວັນມາໃຫ້. ເຮົາຕ້ອງຝຶກຕໍ່ໄປ. ເຮົາຈະກ້າວໜ້າໄປເລື້ອຍໆ ຂະນະທີ່ເຮົາພະຍາຍາມຕິດຕາມພຣະຜູ້ເປັນເຈົ້າ.5 ພຣະອົງບໍ່ຄາດໝາຍໃຫ້ເຮົາດີເລີດໃນເວລານີ້. ເຮົາພະຍາຍາມປີນພູຊີນາຍສ່ວນຕົວຂອງເຮົາ. ຄືກັນກັບເວລາທີ່ຜ່ານໄປ, ການເດີນທາງຂອງເຮົາຈະຕ້ອງໄດ້ໃຊ້ຄວາມພະຍາຍາມ, ໝັ່ນພຽນ, ແລະ ສຶກສາ, ແຕ່ຄຳສັນຍາຂອງເຮົາທີ່ຈະກ້າວໄປໜ້າ ຈະນຳລາງວັນແຫ່ງນິລັນດອນມາໃຫ້.6
ເຮົາຮຽນຮູ້ຫຍັງອີກແດ່ຈາກສາດສະດາ ໂຈເຊັບ ສະມິດ ແລະ ພາບທີ່ມາໃຫ້ເຫັນຄັ້ງທຳອິດກ່ຽວກັບຄວາມພະຍາຍາມ, ຄວາມໝັ່ນພຽນ, ແລະ ການສຶກສາ? ພາບທີ່ມາໃຫ້ເຫັນຄັ້ງທຳອິດໃຫ້ການຊີ້ນຳແກ່ເຮົາ ໃນບົດບາດພິເສດ ແລະ ຕໍ່ເນື່ອງ ຂອງເຮົາ. ໃນຖານະຜູ້ຍິງແຫ່ງສັດທາ, ເຮົາສາມາດໃຊ້ຫລັກທຳຂອງຄວາມຈິງຈາກປະສົບການຂອງສາດສະດາ ໂຈເຊັບ ທີ່ໃຫ້ຄວາມຮູ້ສຳລັບການຮັບເອົາການເປີດເຜີຍຂອງເຮົາເອງ. ຍົກຕົວຢ່າງ:
-
ເຮົາທຳງານພາຍໃຕ້ຄວາມຫຍຸ້ງຍາກ.
-
ເຮົາຫັນໄປຫາພຣະຄຳພີເພື່ອຮັບເອົາສະຕິປັນຍາ ເພື່ອປະຕິບັດ.
-
ເຮົາສະແດງສັດທາ ແລະ ຄວາມໄວ້ວາງໃຈຂອງເຮົາໃນພຣະເຈົ້າ.
-
ເຮົານຳໃຊ້ພະລັງຂອງເຮົາເພື່ອອ້ອນວອນຂໍໃຫ້ພຣະເຈົ້າຊ່ວຍເຫລືອເຮົາ ກຳຈັດອິດທິພົນຂອງຜູ້ປໍລະປັກ.
-
ເຮົາມອບຄວາມປາດຖະໜາຂອງໃຈເຮົາໃຫ້ແກ່ພຣະເຈົ້າ.
-
ເຮົາເອົາໃຈໃສ່ຕໍ່ຄວາມສະຫວ່າງຂອງພຣະອົງເພື່ອນຳພາການເລືອກໃນຊີວິດຂອງເຮົາ ແລະ ສະຖິດຢູ່ກັບເຮົາ ເມື່ອເຮົາຫັນໄປຫາພຣະອົງ.
-
ເຮົາຍອມຮັບວ່າພຣະອົງຮູ້ຊື່ເຮົາແຕ່ລະຄົນ ແລະ ມີບົດບາດໃຫ້ເຮົາບັນລຸ.7
ນອກເໜືອຈາກນີ້, ໂຈເຊັບ ສະມິດ ຍັງໄດ້ຟື້ນຟູຄວາມຮູ້ວ່າ ເຮົາມີສັກກະຍະພາບແຫ່ງສະຫວັນ ແລະ ມີຄ່ານິລັນດອນ. ເປັນເພາະຄວາມສຳພັນນັ້ນກັບພຣະບິດາເທິງສະຫວັນຂອງເຮົາ, ຂ້າພະເຈົ້າຈຶ່ງເຊື່ອວ່າພຣະອົງ ຄາດໝາຍ ໃຫ້ເຮົາໄດ້ຮັບການເປີດເຜີຍຈາກພຣະອົງ.
ພຣະຜູ້ເປັນເຈົ້າໄດ້ແນະນຳເອມມາ ສະມິດ ໃຫ້ “ຮັບເອົາພຣະວິນຍານບໍລິສຸດ,” ຮຽນຮູ້ຫລາຍໆ, “ປະຖິ້ມສິ່ງທີ່ເປັນຂອງໂລກນີ້, … ສະແຫວງຫາສິ່ງທີ່ດີກວ່າ,” ແລະ “ແນບສະໜິດຢູ່ກັບພັນທະສັນຍາ [ຂອງນາງ]” ນຳພຣະເຈົ້າ.8 ການຮຽນຮູ້ເປັນສິ່ງສຳຄັນຕໍ່ຄວາມກ້າວໜ້າ, ໂດຍສະເພາະເມື່ອມີພຣະວິນຍານບໍລິສຸດສະຖິດຢູ່ນຳ ເພື່ອສິດສອນເຮົາໃນສິ່ງທີ່ຈຳເປັນສຳລັບເຮົາແຕ່ລະຄົນ ເພື່ອປະຖິ້ມ—ໝາຍເຖິງສິ່ງທີ່ສາມາດ ລົບກວນ ເຮົາ ຫລື ຢຸດຢັ້ງ ຄວາມກ້າວໜ້າຂອງເຮົາ.
ປະທານແນວສັນ ໄດ້ກ່າວວ່າ, “ຂ້າພະເຈົ້າຂໍໃຫ້ທ່ານຈົ່ງຂະຫຍາຍຄວາມສາມາດທາງວິນຍານຂອງທ່ານ ເພື່ອຈະໄດ້ຮັບການເປີດເຜີຍ.”9 ຖ້ອຍຄຳຂອງສາດສະດາຂອງເຮົາ ຍັງຢູ່ກັບຂ້າພະເຈົ້າ ຂະນະທີ່ຂ້າພະເຈົ້າໄຕ່ຕອງກ່ຽວກັບຄວາມສາມາດຂອງຜູ້ຍິງທີ່ຈະກ້າວໄປຂ້າງໜ້າ. ເພິ່ນຂໍຮ້ອງເຮົາ, ຊຶ່ງໝາຍຄວາມວ່າມັນສຳຄັນ. ເພິ່ນສິດສອນເຮົາໃຫ້ຮູ້ວິທີເອົາຕົວລອດທາງວິນຍານ ຢູ່ໃນໂລກທີ່ເຕັມໄປດ້ວຍບາບ ໂດຍການຮັບເອົາ ແລະ ປະຕິບັດຕາມການເປີດເຜີຍ.10 ເມື່ອເຮົາເຮັດແນວນີ້, ໃນການໃຫ້ກຽດ ແລະ ດຳລົງຊີວິດຕາມພຣະບັນຍັດຂອງພຣະຜູ້ເປັນເຈົ້າ, ເຮົາໄດ້ຮັບຄຳສັນຍາ ຄືກັນກັບທີ່ເອມມາ ສະມິດ ໄດ້ຮັບ, ນັ້ນຄື, “ມົງກຸດແຫ່ງຄວາມຊອບທຳ.”11 ສາດສະດາ ໂຈເຊັບ ໄດ້ສິດສອນເຖິງຄວາມສຳຄັນຂອງ ການຮູ້ຈັກ ວ່າເສັ້ນທາງທີ່ເຮົາເດີນໄປໃນຊີວິດນີ້ ແມ່ນຖືກອະນຸມັດຈາກພຣະເຈົ້າຫລືບໍ່. ປາດສະຈາກຄວາມຮູ້ນັ້ນ, ເຮົາ “ຈະເລີ່ມອ່ອນເພຍໃນຈິດໃຈ [ຂອງເຮົາ] ແລະ ເປັນລົມ.”12
ໃນກອງປະຊຸມໃຫຍ່ນີ້, ເຮົາຈະໄດ້ຍິນຄວາມຈິງທີ່ດົນໃຈເຮົາໃຫ້ປ່ຽນແປງ, ພັດທະນາ, ຊຳລະຊີວິດໃຫ້ບໍລິສຸດ. ຜ່ານທາງການເປີດເຜີຍສ່ວນຕົວ, ເຮົາສາມາດປ້ອງກັນຈາກສິ່ງທີ່ບາງຄົນເອີ້ນວ່າ “ກອງປະຊຸມໃຫຍ່ສາມັນຄອບງຳ”—ເມື່ອເຮົາພະຍາຍາມເຮັດ ທຸກຢ່າງ ແທ້ໆດຽວນີ້. ຜູ້ຍິງສາມາດເຮັດໄດ້ຫລາຍຢ່າງ, ແຕ່ມັນເປັນໄປບໍ່ໄດ້, ແລະ ບໍ່ຈຳເປັນ, ທີ່ຈະເຮັດທຸກຢ່າງພ້ອມກັນບາດດຽວ. ພຣະວິນຍານຈະຊ່ວຍເຮົາພິຈາລະນາວ່າ ວຽກງານໃດທີ່ເຮົາຄວນເອົາໃຈໃສ່ຕໍ່ໃນມື້ນີ້.13
ອິດທິພົນແຫ່ງຄວາມຮັກຂອງພຣະຜູ້ເປັນເຈົ້າ ຜ່ານທາງພຣະວິນຍານບໍລິສຸດຈະຊ່ວຍເຮົາໃຫ້ຮູ້ລຳດັບຄວາມສຳຄັນ ຂອງພຣະອົງ ເພື່ອຄວາມກ້າວໜ້າຂອງເຮົາ. ການເຊື່ອຟັງຕໍ່ການເປີດເຜີຍສ່ວນຕົວ ຈະພາໄປສູ່ຄວາມກ້າວໜ້າ ສ່ວນຕົວ.14 ເຮົາຮັບຟັງ ແລະ ປະຕິບັດ.15 ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ຈົ່ງທູນຂໍພຣະບິດາໃນນາມຂອງເຮົາ, ໃນສັດທາໂດຍເຊື່ອວ່າພວກເຈົ້າຈະໄດ້ຮັບ, ແລະ ພວກເຈົ້າຈະມີພຣະວິນຍານບໍລິສຸດສະຖິດຢູ່ນຳ, ຊຶ່ງສະແດງທຸກສິ່ງທີ່ສົມຄວນໃຫ້ປະຈັກ.”16 ບົດບາດອັນຕໍ່ເນື່ອງຂອງເຮົາຄື ການຮັບເອົາການເປີດເຜີຍອັນຕໍ່ເນື່ອງ.
ເມື່ອເຮົາບັນລຸລະດັບທີ່ສູງກວ່າຂອງຄວາມສາມາດທີ່ຈະເຮັດສິ່ງນັ້ນ, ເຮົາສາມາດໄດ້ຮັບພະລັງເພີ່ມເຕີມ ໃນບົດບາດສ່ວນຕົວຂອງເຮົາ ເພື່ອປະຕິບັດສາດສະໜາກິດ ແລະ ເພື່ອບັນລຸວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງ—ແທ້ຈິງແລ້ວ ເພື່ອ “ປ່ອຍວາງສິ່ງທີ່ເປັນຂອງໂລກນີ້, ແລະ ສະແຫວງຫາສິ່ງທີ່ດີກວ່າ.”17 ແລ້ວເຮົາຈະສາມາດດົນໃຈຄົນລຸ້ນໃໝ່ໃຫ້ເຮັດຄືກັນຢ່າງມີປະສິດທິພາບຫລາຍກວ່າເກົ່າ.
ອ້າຍເອື້ອຍນ້ອງທັງຫລາຍ, ເຮົາທຸກຄົນສະແຫວງຫາອຳນາດຂອງພຣະເຈົ້າ ໃນຊີວິດຂອງເຮົາ.18 ມັນມີຄວາມສວຍງາມໃນຄວາມເປັນໜຶ່ງລະຫວ່າງຜູ້ຍິງ ແລະ ຜູ້ຊາຍ ໃນການບັນລຸວຽກງານຂອງພຣະເຈົ້າໃນທຸກວັນນີ້. ເຮົາເຂົ້າເຖິງອຳນາດຂອງຖານະປະໂລຫິດຜ່ານທາງພັນທະສັນຍາ, ຊຶ່ງໄດ້ເຮັດເປັນເທື່ອທຳອິດຢູ່ໃນນ້ຳແຫ່ງການບັບຕິສະມາ ແລະ ແລ້ວຢູ່ໃນພຣະວິຫານທີ່ສັກສິດ.19 ປະທານແນວສັນ ໄດ້ສິດສອນວ່າ, “ຍິງ ແລະ ຊາຍທຸກຄົນ ຜູ້ເຮັດພັນທະສັນຍາກັບພຣະເຈົ້າ ແລະ ຮັກສາພັນທະສັນຍາເຫລົ່ານັ້ນ, ແລະ ຜູ້ທີ່ມີສ່ວນຮ່ວມໃນພິທີການຂອງຖານະປະໂລຫິດຢ່າງມີຄ່າຄວນ, ເຂົາເຈົ້າຈະໄດ້ຮັບອຳນາດຈາກພຣະເຈົ້າໂດຍກົງ.”20
ການຮັບຮູ້ສ່ວນຕົວຂອງຂ້າພະເຈົ້າໃນມື້ນີ້ຄື ໂດຍທີ່ເປັນຜູ້ຍິງແລ້ວ ຕອນຍັງໜຸ່ມຂ້າພະເຈົ້າບໍ່ຮູ້ວ່າ ຂ້າພະເຈົ້າ ສາມາດເຂົ້າເຖິງອຳນາດຂອງຖານະປະໂລຫິດ, ຜ່ານທາງພັນທະສັນຍາຂອງຂ້າພະເຈົ້າ.21 ເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າອະທິຖານວ່າ ເຮົາຈະຮັບຮູ້ ແລະ ທະນຸຖະໜອມອຳນາດຂອງຖານະປະໂລຫິດ ຂະນະທີ່ເຮົາ “ແນບສະໝິດຢູ່ກັບພັນທະສັນຍາ [ຂອງເຮົາ],”22 ຮັບເອົາຄວາມຈິງຂອງພຣະຄຳພີ, ແລະ ເຊື່ອຟັງຖ້ອຍຄຳຂອງສາດສະດາທີ່ມີຊີວິດຢູ່ຂອງເຮົາ.
ຂໍໃຫ້ເຮົາຈົ່ງປະກາດຢ່າງກ້າຫານ ເຖິງຄວາມອຸທິດຕົນຂອງເຮົາຕໍ່ພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, “ດ້ວຍສັດທາອັນບໍ່ສັ່ນສະເທືອນໃນພຣະອົງ, ໂດຍໄວ້ວາງໃຈຢ່າງເຕັມທີ່ໃນຄຸນຄວາມດີຂອງພຣະອົງ ຜູ້ຊົງອານຸພາບເພື່ອຊ່ວຍເຫລືອເຮົາ.”23 ຂໍໃຫ້ເຮົາຈົ່ງສືບຕໍ່ໃນເສັ້ນທາງດ້ວຍຄວາມຊື່ນຊົມ ມຸ້ງໜ້າໄປຫາສັກກະຍະພາບທີ່ສູງສຸດທາງວິນຍານຂອງເຮົາ ແລະ ຊ່ວຍເຫລືອຜູ້ທີ່ຢູ່ອ້ອມຂ້າງເຮົາໃຫ້ເຮັດຄືກັນ ຜ່ານທາງຄວາມຮັກ, ການຮັບໃຊ້, ການເປັນຜູ້ນຳ, ແລະ ຄວາມເຫັນອົກເຫັນໃຈ.
ແອວເດີ ເຈມສ໌ ອີ ທາເມດ ໄດ້ເຕືອນເຮົາດ້ວຍຄວາມອ່ອນໂຍນວ່າ, “ແຊ້ມທີ່ຍິ່ງໃຫຍ່ທີ່ສຸດຂອງໂລກສຳລັບຜູ້ຍິງ ແລະ ຄວາມເປັນຜູ້ຍິງແມ່ນພຣະເຢຊູອົງພຣະຄຣິດ.”24 ໃນການວິເຄາະສຸດທ້າຍກ່ຽວກັບບົດບາດອັນຕໍ່ເນື່ອງຂອງຜູ້ຍິງໃນການຟື້ນຟູ, ແລະ ສຳລັບເຮົາທຸກຄົນ, ແມ່ນຫຍັງຄືບົດບາດທີ່ສຳຄັນທີ່ສຸດ? ຂ້າພະເຈົ້າເປັນພະຍານວ່າ ມັນຄືການທີ່ຈະ ຮັບຟັງ ພຣະອົງ,25 ຕິດຕາມພຣະອົງ,26 ໄວ້ວາງໃຈໃນພຣະອົງ,27 ແລະ ກາຍເປັນຜູ້ສົ່ງຕໍ່ຄວາມຮັກຂອງພຣະອົງ.28 ຂ້າພະເຈົ້າຮູ້ວ່າພຣະອົງຊົງພຣະຊົນຢູ່.29 ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.