ເລື່ອງຂອງຈິດວິນຍານຂອງຂ້າພະເຈົ້າ
ແມ່ນຫຍັງຄືເລື່ອງທີ່ທ່ານໄຕ່ຕອງ? ແມ່ນຫຍັງຄືເລື່ອງທີ່ສຳຄັນຕໍ່ທ່ານ? ແມ່ນຫຍັງຄືເລື່ອງຂອງຈິດວິນຍານຂອງທ່ານ?
ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າທັງຫລາຍ, ໃນຂະນະທີ່ຂ້າພະເຈົ້າຢືນຢູ່ໃນສູນກາງປະຊຸມໃຫຍ່ອີກຄັ້ງ, ຂ້າພະເຈົ້ານຶກເຖິງຖ້ອຍຄຳຂອງອັກຄະສາວົກເປໂຕທີ່ວ່າ: “ພຣະອົງເຈົ້າເອີຍ ຊ່າງເປັນການດີແທ້ໆ ທີ່ພວກຂ້ານ້ອຍຢູ່ບ່ອນນີ້.”1
ຄວາມຄິດຂອງຂ້າພະເຈົ້າມື້ນີ້ແມ່ນເຈາະຈົງຢູ່ທີ່ຖ້ອຍຄຳຂອງສາດສະດານີໄຟ, ຜູ້ທີ່ໄດ້ຮັກສາບັນທຶກຂອງຜູ້ຄົນຂອງເພິ່ນໄວ້ ຫລັງຈາກການເສຍຊີວິດຂອງບິດາລີໄຮ. ນີໄຟໄດ້ຂຽນວ່າ, “ຂ້າພະເຈົ້າໄດ້ບັນທຶກເລື່ອງຂອງຈິດວິນຍານຂອງຂ້າພະເຈົ້າ.”2
ຂ້າພະເຈົ້າເຄີຍອ່ານຂ້າມຂໍ້ນີ້, ໂດຍຄິດວ່າຄຳທີ່ວ່າ ເລື່ອງ ບໍ່ໄດ້ເປັນຄຳທີ່ສະຫງ່າງາມ ຫລື ເປັນທາງວິນຍານ, ບໍ່ຍິ່ງໃຫຍ່ພໍທີ່ຈະມາທຽບໃສ່ກັບຄຳທີ່ວ່າ “ຈິດວິນຍານຂອງຂ້າພະເຈົ້າ.” ແຕ່ຂ້າພະເຈົ້າໄດ້ຮຽນຮູ້ຄຳທີ່ວ່າ ເລື່ອງ ຫລື ສິ່ງ ແມ່ນຖືກໃຊ້ຢູ່ໃນພຣະຄຳພີ 2,354 ເທື່ອ.3 ຍົກຕົວຢ່າງ, ໃນໂມເຊ: “ເຮົາເປັນຕົ້ນ ແລະ ທີ່ສຸດ, ພຣະເຈົ້າຜູ້ຊົງລິດອຳນາດຍິ່ງໃຫຍ່; ໂດຍພຣະອົງດຽວທີ່ຖືກຳເນີດຂອງເຮົາ, ເຮົາໄດ້ສ້າງ ສິ່ງເຫລົ່ານີ້.”4 ແລະ ຖ້ອຍຄຳຂອງນີໄຟວ່າ: “ຈົ່ງເບິ່ງ, ຈິດວິນຍານຂອງຂ້າພະເຈົ້າເບີກບານໃນ ເລື່ອງ ຂອງພຣະຜູ້ເປັນເຈົ້າ; ແລະ ໃຈຂອງຂ້າພະເຈົ້າຄິດຄຳນຶງຢູ່ຕະຫລອດເວລາເຖິງ ເລື່ອງ ທີ່ຂ້າພະເຈົ້າໄດ້ເຫັນ ແລະ ໄດ້ຍິນມາ.”5
ຖ້ອຍຄຳຂອງນີໄຟໃຫ້ຄຳຖາມນີ້ວ່າ “ທ່ານຄິດຄຳນຶງເຖິງເລື່ອງຫຍັງແດ່?” “ແມ່ນຫຍັງຄືເລື່ອງທີ່ສຳຄັນຕໍ່ທ່ານ? “ແມ່ນຫຍັງຄືເລື່ອງຂອງຈິດວິນຍານຂອງທ່ານ?”
ເລື່ອງຂອງຈິດວິນຍານຂອງເຮົາສ່ວນຫລາຍແລ້ວຈະໄດ້ຮັບຄວາມແຈ່ມແຈ້ງ ແລະ ເລິກເຊິ່ງ ໂດຍການຖາມຄຳຖາມ.
ລະຫວ່າງການແຜ່ລະບາດນີ້ ຂ້າພະເຈົ້າໄດ້ພົບກັບຊາວໜຸ່ມຈາກຕະຫລອດທົ່ວໂລກໃນການປະຊຸມໃຫ້ຄຳດົນໃຈ, ກຸ່ມໃຫຍ່ ແລະ ນ້ອຍ, ຜ່ານທາງການຖ່າຍທອດ ແລະ ສື່ສານສັງຄົມ, ແລະ ພວກເຮົາໄດ້ສົນທະນາຄຳຖາມຂອງເຂົາເຈົ້າ.
ໂຈເຊັບ ສະມິດ ອາຍຸສິບສີ່ປີ ໄດ້ມີຄຳຖາມເລິກໆຢູ່ໃນຈິດວິນຍານຂອງເພິ່ນ, ແລະ ເພິ່ນໄດ້ນຳມັນໄປຫາພຣະຜູ້ເປັນເຈົ້າ. ປະທານຣະໂຊ ເອັມ ແນວສັນ ໄດ້ເນັ້ນວ່າ: “ໃຫ້ນຳຄຳຖາມຂອງທ່ານມາຫາພຣະຜູ້ເປັນເຈົ້າ ແລະ ມາຫາແຫລ່ງອື່ນໆທີ່ຊື່ສັດ. ສຶກສາດ້ວຍຄວາມປາດຖະໜາທີ່ຈະ ເຊື່ອ ແທນທີ່ຈະເປັນຄວາມຫວັງວ່າທ່ານຈະພົບເຫັນຄວາມບົກພ່ອງໃນປະສົບການຊີວິດຂອງສາດສະດາ ຫລື ຄວາມແຕກຕ່າງຢູ່ໃນພຣະຄຳພີ. ເຊົາສົງໄສຫລາຍຂຶ້ນ ຊຶ່ງເກີດຈາກການສົນທະນາກ່ຽວກັບເລື່ອງດັ່ງກ່າວ … ນຳຄົນທີ່ສົງໄສຢູ່ແລ້ວ. ໃຫ້ພຣະຜູ້ເປັນເຈົ້ານຳພາທ່ານ ໃນເສັ້ນທາງແຫ່ງການຄົ້ນພົບທາງວິນຍານຂອງທ່ານ.”6
ຊາວໜຸ່ມມັກຈະຖາມຂ້າພະເຈົ້າວ່າຂ້າພະເຈົ້າເຊື່ອຫຍັງ ແລະ ວ່າເປັນຫຍັງຂ້າພະເຈົ້າຈຶ່ງເຊື່ອ.
ຂ້າພະເຈົ້າຈື່ຈຳການຢ້ຽມຢາມຜ່ານທາງອິນເຕີເນັດກັບຍິງໜຸ່ມຄົນໜຶ່ງໃນບ້ານຂອງນາງ. ຂ້າພະເຈົ້າໄດ້ຖາມຖ້າຫາກວ່ານັ້ນເປັນເທື່ອທຳອິດທີ່ອັກຄະສາວົກໄດ້ຢູ່ໃນບ້ານຂອງນາງ. ນາງຍິ້ມ ແລະ ໄດ້ຕອບໄວໆວ່າ, “ໂດຍ.” ນາງໄດ້ຖາມຂ້າພະເຈົ້າຄຳຖາມທີ່ດີວ່າ: “ແມ່ນຫຍັງຄື ເລື່ອງ ທີ່ສຳຄັນທີ່ສຸດທີ່ຂ້ານ້ອຍຄວນຮູ້?”
ຂ້າພະເຈົ້າໄດ້ຕອບວ່າ, ເລື່ອງຂອງຈິດວິນຍານຂອງຂ້າພະເຈົ້າ, ເລື່ອງທີ່ໄດ້ກຽມຂ້າພະເຈົ້າໃຫ້ໄດ້ຍິນການກະຕຸ້ນ, ເລື່ອງທີ່ຍົກທັດສະນະຂອງຂ້າພະເຈົ້າ ເກີນກວ່າວິທີທາງຂອງໂລກ, ທີ່ໃຫ້ຈຸດປະສົງຕໍ່ວຽກງານພຣະກິດຕິຄຸນຂອງຂ້າພະເຈົ້າ ແລະ ຊີວິດຂອງຂ້າພະເຈົ້ານັ້ນເອງ.
ຂ້າພະເຈົ້າຂໍແບ່ງປັນບາງຢ່າງກັບທ່ານ “ເລື່ອງຂອງຈິດວິນຍານຂອງຂ້າພະເຈົ້າ” ໄດ້ບໍ? ເລື່ອງເຫລົ່ານີ້ນຳໃຊ້ໄດ້ກັບທຸກຄົນທີ່ສະແຫວງຫາທີ່ຈະເປັນສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດ. ສິບເລື່ອງກໍເປັນຈຳນວນທີ່ເໝາະສົມດີ. ມື້ນີ້ຂ້າພະເຈົ້າຈະໃຫ້ທ່ານເຈັດເລື່ອງ ໂດຍທີ່ຫວັງວ່າທ່ານຈະສຳເລັດຂໍ້ທີ່ແປດ, ເກົ້າ, ແລະ ສິບຈາກປະສົບການຂອງທ່ານເອງ.
ໜຶ່ງ, ຈົ່ງຮັກພຣະເຈົ້າອົງເປັນພຣະບິດາ ແລະ ພຣະເຢຊູຄຣິດ, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ.
ພຣະເຢຊູໄດ້ອອກພຣະບັນຍັດຂໍ້ໃຫຍ່ ແລະ ຂໍ້ຕົ້ນວ່າ: “ຈົ່ງຮັກອົງພຣະຜູ້ເປັນເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະ ດ້ວຍສຸດຄວາມຄິດຂອງເຈົ້າ.”7
ປະທານແນວສັນໄດ້ປະກາດການອຸທິດຕົນຂອງເພິ່ນແດ່ພຣະເຈົ້າ, ພຣະບິດານິລັນດອນຂອງເຮົາ, ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ເມື່ອເພິ່ນຖືກເອີ້ນໃຫ້ນຳພາສາດສະໜາຈັກຂອງພຣະຜູ້ເປັນເຈົ້າ, ໂດຍກ່າວວ່າ, “ຂ້າພະເຈົ້າຮູ້ຈັກພວກພຣະອົງ, ຮັກພວກພຣະອົງ, ແລະ ສັນຍາວ່າຈະຮັບໃຊ້ພວກພຣະອົງ—ແລະ ທ່ານ—ດ້ວຍລົມຫາຍໃຈທີ່ເຫລືອຢູ່ໃນຊີວິດຂອງຂ້າພະເຈົ້າ.”8
ສະນັ້ນ ໜຶ່ງ, ຈົ່ງຮັກພຣະບິດາ ແລະ ພຣະບຸດ.
ສອງ, “ຈົ່ງຮັກເພື່ອນບ້ານ.”9
ນັ້ນບໍ່ໄດ້ເປັນພຽງແຕ່ຄວາມຄິດທີ່ດີເທົ່ານັ້ນ; ມັນເປັນພຣະບັນຍັດທີ່ຍິ່ງໃຫຍ່ຂໍ້ທີສອງ. ເພື່ອນບ້ານຂອງທ່ານຄື ຄູ່ຄອງ ແລະ ຄອບຄົວຂອງທ່ານ, ສະມາຊິກໃນຫວອດ, ເພື່ອນຮ່ວມງານ, ເພື່ອນຮ່ວມຫ້ອງ, ຜູ້ຄົນທີ່ບໍ່ໄດ້ເປັນສະມາຊິກໂບດຂອງເຮົາ, ຜູ້ທີ່ຕ້ອງການມືທີ່ຊ່ວຍເຫລືອຂອງເຮົາ, ແລະ ຈິງໆແລ້ວ, ທຸກໆຄົນ. ຈຸດໃຈກາງຂອງຄຳທີ່ວ່າ “ຈົ່ງຮັກເພື່ອນບ້ານ” ກໍຖືກຂັບຮ້ອງຢູ່ໃນເພງ “Love One Another [ຈົ່ງຮັກຊຶ່ງກັນແລະກັນ].”10
ປະທານແນວສັນເຕືອນເຮົາວ່າ, “ເມື່ອເຮົາຮັກ ພຣະເຈົ້າ ດ້ວຍສຸດໃຈຂອງເຮົາ, ພຣະອົງຈະຫັນຫົວໃຈຂອງເຮົາໄປຫາຄວາມຜາສຸກ ຂອງຄົນອື່ນ.”11
ສາມ, ຮັກຕົວເອງ.
ໃນເລື່ອງນີ້ຫລາຍຄົນດີ້ນລົນ. ເປັນທີ່ໜ້າສົນໃຈເນາະ ທີ່ການຮັກຕົວເຮົາເອງເບິ່ງຄືວ່າເຮັດໄດ້ຍາກກວ່າການຮັກຄົນອື່ນ? ແຕ່ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ຈົ່ງຮັກເພື່ອນບ້ານ ເໝືອນຮັກຕົນເອງ.”12 ພຣະອົງເຫັນຄຸນຄ່າພາຍໃນຕົວເຮົາ, ແລະ ເຮົາກໍຕ້ອງເຫັນເໝືອນກັນ. ເມື່ອເຮົາແບກຫາບພາລະໜັກດ້ວຍຄວາມຜິດພາດ, ຄວາມເຈັບປວດໃຈ, ຄວາມຮູ້ສຶກບໍ່ດີພໍ, ຄວາມຜິດຫວັງ, ຄວາມໂມໂຫຮ້າຍ, ຫລື ບາບ, ອຳນາດແຫ່ງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ, ຕາມທີ່ພຣະເຈົ້າໄດ້ຈັດຕັ້ງໄວ້, ກໍເປັນສິ່ງທີ່ຍົກລະດັບຈິດວິນຍານ.
ສີ່, ຮັກສາພຣະບັນຍັດ.
ພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ມັນແຈ່ມແຈ້ງວ່າ, “ຖ້າພວກເຈົ້າຮັກເຮົາ ພວກເຈົ້າກໍຈະເຊື່ອຟັງກົດບັນຍັດຂອງເຮົາ.”13 ໃຫ້ພະຍາຍາມແຕ່ລະວັນເພື່ອຈະເປັນຄົນດີຂຶ້ນ ແລະ ເຮັດໃຫ້ດີຂຶ້ນອີກໜ້ອຍໜຶ່ງ ແລະ ດຳເນີນໄປໜ້າໃນຄວາມຊອບທຳ.
ຫ້າ, ມີຄ່າຄວນສະເໝີເພື່ອໄປພຣະວິຫານ.
ຂ້າພະເຈົ້າເອີ້ນນີ້ວ່າ ຖືກຮັບຮອງຕໍ່ພຣະຜູ້ເປັນເຈົ້າ. ບໍ່ວ່າທ່ານຈະເຂົ້າໄປໃນພຣະວິຫານໄດ້ຫລືບໍ່, ແຕ່ການມີຄ່າຄວນທີ່ຈະມີໃບຮັບຮອງເຂົ້າພຣະວິຫານໃນປະຈຸບັນ ຈະຊ່ວຍທ່ານຍຶດໝັ້ນຢູ່ໃນເລື່ອງທີ່ສຳຄັນ, ໃນເສັ້ນທາງແຫ່ງພັນທະສັນຍາ.
ຫົກ, ຈົ່ງຊື່ນຊົມ ແລະ ເບີກບານ.
“ຈົ່ງເບີກບານເຖີດ, ແລະ ຢ່າສູ່ຢ້ານ,”14 ພຣະຜູ້ເປັນເຈົ້າໄດ້ກ່າວ. ເປັນຫຍັງ? ເຮົາຈະເຮັດແນວນັ້ນໄດ້ແນວໃດ, ເມື່ອເຮົາປະເຊີນໜ້າກັບການທ້າທາຍຢູ່ເລື້ອຍໆ? ເພາະຍ້ອນຄຳສັນຍາທີ່ພຣະເຢຊູຄຣິດໄດ້ໃຫ້ໄວ້ວ່າ: “ເຮົາພຣະຜູ້ເປັນເຈົ້າຢູ່ກັບພວກເຈົ້າ, ແລະ ຈະຢືນຢູ່ກັບພວກເຈົ້າ.”15
ປະທານແນວສັນບັນຍາຍພຣະກິດຕິຄຸນທີ່ຖືກຟື້ນຟູ ວ່າເປັນ “ຂ່າວສານແຫ່ງ ຄວາມສຸກ!”16 ແລະ ເພິ່ນອະທິບາຍວ່າ, “ຄວາມສຸກທີ່ເຮົາຮູ້ສຶກ ບໍ່ຂຶ້ນກັບສະຖານະການໃນຊີວິດຂອງເຮົາ ແຕ່ມັນຂຶ້ນກັບວ່າ ເຮົາເອົາໃຈໃສ່ຕໍ່ສິ່ງໃດ ໃນຊີວິດຂອງເຮົາ.”17
ເຈັດ, ເຮັດຕາມສາດສະດາທີ່ມີຊີວິດຢູ່.
ນີ້ອາດເປັນເລື່ອງທີ່ເຈັດໃນລາຍຊື່ຂອງເລື່ອງຂອງຂ້າພະເຈົ້າ, ແຕ່ມັນມີຄວາມສຳຄັນທີ່ສູງສຸດໃນຄວາມຄິດຂອງຂ້າພະເຈົ້າ ກ່ຽວກັບສິ່ງທີ່ຂ້າພະເຈົ້າກ່າວໃນມື້ນີ້.
ເຮົາມີສາດສະດາຂອງພຣະເຈົ້າຢູ່ເທິງໂລກໃນວັນເວລານີ້! ຢ່າຄິດຈັກເທື່ອວ່າ ສິ່ງນີ້ບໍ່ມີຄວາມໝາຍທີ່ສຳຄັນສຳລັບທ່ານ. ໃຫ້ຈື່ຈຳຍິງໜຸ່ມທີ່ຂ້າພະເຈົ້າໄດ້ກ່າວເຖິງໃນຕອນຕົ້ນ. ນາງກໍຢາກຮູ້ວ່າແມ່ນຫຍັງຄືເລື່ອງທີ່ສຳຄັນທີ່ສຸດ. ຕອນນັ້ນຂ້າພະເຈົ້າໄດ້ເວົ້າວ່າ, “ຈົ່ງຕິດຕາມສາດສະດາທີ່ມີຊີວິດຢູ່,” ແລະ ຂ້າພະເຈົ້າກໍເນັ້ນຄຳນັ້ນອີກໃນມື້ນີ້.
ເຮົາແຕກຕ່າງໃນຖານະສາດສະໜາຈັກທີ່ຖືກນຳພາໂດຍສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍທີ່ຖືກເອີ້ນຈາກພຣະເຈົ້າສຳລັບວັນເວລານີ້. ຂ້າພະເຈົ້າສັນຍາວ່າ ຂະນະທີ່ທ່ານຮັບຟັງ ແລະ ຕິດຕາມຄຳແນະນຳຂອງພວກເພິ່ນ, ທ່ານຈະບໍ່ຖືກນຳໄປຜິດທາງຈັກເທື່ອ. ບໍ່ເຄີຍຈັກເທື່ອ!
ເຮົາມີຊີວິດຢູ່ໃນວັນເວລາທີ່ເຮົາຈະ “ຖືກພັດໄປພັດມາ,”18 ຊ່ວງທີ່ເລື່ອງທາງຝ່າຍວິນຍານ, ຄວາມສຸພາບຮຽບຮ້ອຍ, ຄວາມຊື່ສັດ, ແລະ ຄວາມເຄົາລົບນັບຖືຖືກໂຈມຕີ. ເຮົາຕ້ອງເລືອກ. ເຮົາມີສຸລະສຽງຂອງພຣະຜູ້ເປັນເຈົ້າຜ່ານທາງສາດສະດາຂອງພຣະອົງທີ່ຈະເຮັດໃຫ້ຄວາມຢ້ານກົວຂອງເຮົາສະຫງົບລົງ ແລະ ຍົກທັດສະນະຂອງເຮົາ, ເພາະເມື່ອປະທານແນວສັນກ່າວ, ເພິ່ນກໍກ່າວແທນພຣະຜູ້ເປັນເຈົ້າ.
ເຮົາໄດ້ຮັບພອນທີ່ມີພຣະຄຳພີ ແລະ ຄຳສອນທີ່ເຕືອນເຮົາວ່າ, “ຄວາມຄິດເຮົານັ້ນບໍ່ຄືຄວາມຄິດຂອງພວກເຈົ້າ ແລະ ວິຖີທາງຂອງເຮົານັ້ນກໍແຕກຕ່າງໃດ ບໍ່ຄືວິຖີທາງຂອງພວກເຈົ້າ.”19
ມັນກໍເປັນດັ່ງນັ້ນກັບນາອາມານ, ຜູ້ບັນຊາການທີ່ຍິ່ງໃຫຍ່, ແຕ່ເປັນຄົນຂີ້ທູດຄົນໜຶ່ງຂອງກອງທັບຊີເຣຍ, ຜູ້ທີ່ຖືກບອກວ່າສາດສະດາເອລີຊາສາມາດປິ່ນປົວລາວໄດ້. ເອລີຊາໄດ້ສົ່ງຄົນຮັບໃຊ້ຂອງເພິ່ນໄປບອກໃຫ້ນາອາມານໄປອາບນ້ຳທີ່ແມ່ນ້ຳຈໍແດນເຈັດຄັ້ງ ແລະ ລາວກໍຈະສະອາດ. ນາອາມານບໍ່ພໍໃຈ. ແນ່ນອນວ່າຕ້ອງມີແມ່ນ້ຳສາຍໃຫຍ່ກວ່າແມ່ນ້ຳຈໍແດນ, ແລະ ເປັນຫຍັງຈຶ່ງສົ່ງຄົນຮັບໃຊ້ມາໃນເມື່ອລາວໄດ້ຄາດຫວັງໃຫ້ເອລີຊາ, ສາດສະດາ, ມາປິ່ນປົວລາວເປັນສ່ວນຕົວ? ນາອາມານໄດ້ຍ່າງໜີໄປ ແຕ່ໃນທີ່ສຸດກໍຖືກຊັກຊວນໂດຍຄົນຮັບໃຊ້ຂອງລາວວ່າ, “ທ່ານເອີຍ ຖ້າຜູ້ທຳນາຍບອກທ່ານໃຫ້ເຮັດໃນສິ່ງທີ່ຍາກ ທ່ານກໍຄວນເຮັດ. ດຽວນີ້ເປັນຫຍັງທ່ານຈຶ່ງບໍ່ໄປອາບນໍ້າຊຳລະຕົວຕາມທີ່ເພິ່ນໄດ້ບອກນັ້ນ?”20 ໃນທີ່ສຸດ ນາອາມານກໍໄດ້ໄປຈຸ່ມຕົວລົງໃນແມ່ນ້ຳຈໍແດນເຈັດຄັ້ງ ແລະ ລາວກໍຫາຍດີເປັນປົກກະຕິ.
ເລື່ອງລາວຂອງນາອາມານເຕືອນເຮົາ ເຖິງຄວາມສ່ຽງຂອງການເລືອກທີ່ຈະເຊື່ອຟັງພຽງແຕ່ພາກສ່ວນຂອງຄຳແນະນຳຂອງສາດສະດາ ທີ່ເຂົ້າກັນດີກັບຄວາມຄິດ, ຄວາມຄາດຫວັງຂອງເຮົາ, ແລະ ມາດຕະຖານຂອງວັນເວລານີ້ເທົ່ານັ້ນ. ສາດສະດາຂອງເຮົາສືບຕໍ່ແນະນຳເຮົາໃຫ້ໄປທີ່ແມ່ນ້ຳຈໍແດນຂອງເຮົາເອງເພື່ອຈະຫາຍດີເປັນປົກກະຕິ.
ຖ້ອຍຄຳທີ່ສຳຄັນທີ່ສຸດທີ່ເຮົາສາມາດໄດ້ຍິນ, ໄຕ່ຕອງ, ແລະ ເຮັດຕາມ ແມ່ນຖ້ອຍຄຳທີ່ຖືກເປີດເຜີຍຜ່ານທາງສາດສະດາທີ່ມີຊີວິດຢູ່. ຂ້າພະເຈົ້າເປັນພະຍານວ່າ ຂ້າພະເຈົ້າໄດ້ນັ່ງຢູ່ທີ່ການປະຊຸມປຶກສາກັບປະທານແນວສັນ ເພື່ອສົນທະນາກ່ຽວກັບເລື່ອງທີ່ສຳຄັນທີ່ສຸດ ຂອງສາດສະໜາຈັກ ແລະ ຂອງໂລກ, ແລະ ຂ້າພະເຈົ້າໄດ້ເຫັນການເປີດເຜີຍຫລັ່ງໄຫລມາຜ່ານທາງເພິ່ນ. ເພິ່ນຮູ້ຈັກພຣະຜູ້ເປັນເຈົ້າ, ເພິ່ນຮູ້ວິທີທາງຂອງພຣະອົງ, ແລະ ເພິ່ນປາດຖະໜາໃຫ້ລູກໆຂອງພຣະເຈົ້າທຸກຄົນໄດ້ຍິນພຣະອົງ, ອົງພຣະເຢຊູຄຣິດເຈົ້າ.
ເປັນເວລາຫລາຍປີທີ່ເຮົາໄດ້ຍິນຈາກສາດສະດາ ປີລະສອງເທື່ອ ທີ່ກອງປະຊຸມໃຫຍ່ສາມັນ. ແຕ່ ເພາະຍ້ອນບັນຫາທີ່ຊັບຊ້ອນຂອງວັນເວລາຂອງເຮົາ, ປະທານແນວສັນກໍກ່າວເລື້ອຍກວ່າເກົ່າໃນກອງປະຊຸມ,21 ສື່ສານສັງຄົມ,22 ກອງປະຊຸມໃຫ້ຄຳດົນໃຈ,23 ແລະ ແມ່ນແຕ່ໃນການຖະແຫລງຂ່າວ.24 ຂ້າພະເຈົ້າໄດ້ສັງເກດເຫັນເພິ່ນກະກຽມ ແລະ ນຳສະເໜີຂ່າວສານແຫ່ງການເປີດເຜີຍທີ່ຊຸກຍູ້ໃຫ້ມີຄວາມກະຕັນຍູຫລາຍຂຶ້ນ, ສົ່ງເສີມການຮ່ວມຮັບເອົາອ້າຍເອື້ອຍນ້ອງຂອງເຮົາທຸກຄົນຢູ່ເທິງໂລກ, ແລະ ເພີ່ມຄວາມສະຫງົບ, ຄວາມຫວັງ, ຄວາມຊື່ນຊົມ, ສຸຂະພາບ, ແລະ ການປິ່ນປົວໃຫ້ມີຫລາຍຂຶ້ນໃນຊີວິດຂອງເຮົາທຸກຄົນ.
ປະທານແນວສັນເປັນຜູ້ສື່ສານທີ່ມີພອນສະຫວັນ, ແຕ່ສຳຄັນຫລາຍກວ່ານັ້ນຄື, ເພິ່ນເປັນສາດສະດາຂອງພຣະເຈົ້າ. ເມື່ອຄິດຄັກໆແລ້ວ, ນັ້ນເປັນເລື່ອງທີ່ໜ້າອັດສະຈັນ, ແຕ່ມັນຍິ່ງສຳຄັນທີ່ຈະຮັບຮູ້ວ່າ ການຊີ້ນຳທີ່ຊັດເຈນຂອງເພິ່ນຈະປ້ອງກັນເຮົາທຸກຄົນຈາກການຫລອກລວງ, ມານຍາ, ແລະ ວິທີທາງຂອງຝ່າຍໂລກທີ່ກຳລັງກາຍເປັນເລື່ອງທຳມະດາໃນວັນເວລານີ້.25
ບົດບາດຂອງສາດສະດາແມ່ນກ່ຽວກັບການເປີດເຜີຍ. “ການຟື້ນຟູຄວາມສົມບູນແຫ່ງພຣະກິດຕິຄຸນຂອງພຣະເຢຊູຄຣິດ: ການປະກາດຕໍ່ໂລກເນື່ອງໃນວາລະຄົບຮອບສອງຮ້ອຍປີ,” ທີ່ຖືກສະເໜີໃນກອງປະຊຸມໃຫຍ່ສາມັນຂອງເດືອນເມສາ ປີ 2020, ເນັ້ນວ່າພຣະຜູ້ເປັນເຈົ້າກຳລັງຊີ້ນຳວຽກງານນີ້ຢູ່. ຢູ່ໃນການປະກາດນີ້, ຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງ ກ່າວວ່າ: “ພວກເຮົາຍິນດີທີ່ຈະປະກາດວ່າ ການຟື້ນຟູທີ່ສັນຍາຍັງດຳເນີນໄປໜ້າ ຜ່ານທາງການເປີດເຜີຍອັນຕໍ່ເນື່ອງ. ແຜ່ນດິນໂລກຈະບໍ່ເໝືອນເດີມອີກ, ຂະນະທີ່ພຣະເຈົ້າ ‘ຮວບຮວມສິ່ງສາລະພັດໄວ້ໃນພຣະຄຣິດ’ (ເອເຟໂຊ 1:10).”26
“ສິ່ງສາລະພັດໄວ້ໃນພຣະຄຣິດ”27 ແລະ “ເລື່ອງຂອງຈິດວິນຍານຂອງຂ້າພະເຈົ້າ”28 ເປັນຈຸດສຸມຂອງສາດສະໜາຈັກນີ້, ພຣະກິດຕິຄຸນນີ້, ແລະ ຜູ້ຄົນເຫລົ່ານີ້.
ຂ້າພະເຈົ້າຈະປິດທ້າຍດ້ວຍການເຊື້ອເຊີນໃຫ້ທ່ານແຕ່ລະຄົນໄຕ່ຕອງ “ເລື່ອງຂອງຈິດວິນຍານຂອງຂ້າພະເຈົ້າ” ເຈັດຂໍ້ທີ່ຂ້າພະເຈົ້າໄດ້ແບ່ງປັນໃນມື້ນີ້ຄື: ຮັກພຣະເຈົ້າອົງເປັນພຣະບິດາ ແລະ ພຣະເຢຊູຄຣິດ, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ; ຮັກເພື່ອນບ້ານຂອງທ່ານ; ຮັກຕົວເອງ; ຮັກສາພຣະບັນຍັດ; ມີຄ່າຄວນສະເໝີທີ່ຈະມີໃບຮັບຮອງເຂົ້າພຣະວິຫານ; ຊື່ນຊົມ ແລະ ເບີກບານ; ແລະ ເຮັດຕາມສາດສະດາທີ່ມີຊີວິດຢູ່. ຂ້າພະເຈົ້າເຊື້ອເຊີນທ່ານໃຫ້ລະບຸຂໍ້ທີແປດ, ທີເກົ້າ, ແລະ ທີສິບຂອງທ່ານເອງ. ໃຫ້ໄຕ່ຕອງວິທີທີ່ທ່ານອາດແບ່ງປັນ “ເລື່ອງ” ລາວຈາກໃຈຈິງຂອງທ່ານກັບຄົນອື່ນ ແລະ ຊຸກຍູ້ເຂົາເຈົ້າໃຫ້ອະທິຖານ, ໄຕ່ຕອງ, ແລະ ສະແຫວງຫາການຊີ້ນຳຂອງພຣະຜູ້ເປັນເຈົ້າ.
ເລື່ອງຂອງຈິດວິນຍານຂອງຂ້າພະເຈົ້າ ແມ່ນລ້ຳຄ່າຫລາຍຕໍ່ຂ້າພະເຈົ້າດັ່ງທີ່ຂອງທ່ານຈະລ້ຳຄ່າຕໍ່ທ່ານ. ເລື່ອງເຫລົ່ານີ້ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການຮັບໃຊ້ຂອງເຮົາໃນສາດສະໜາຈັກ ແລະ ໃນດ້ານອື່ນໆໃນຊີວິດຂອງເຮົາ. ມັນຜູກມັດເຮົາເຂົ້າກັບພຣະເຢຊູຄຣິດ, ມັນເຕືອນເຮົາເຖິງພັນທະສັນຍາຂອງເຮົາ, ແລະ ມັນຊ່ວຍເຮົາໃຫ້ຮູ້ສຶກວ່າປອດໄພຢູ່ໃນອ້ອມແຂນຂອງພຣະຜູ້ເປັນເຈົ້າ. ຂ້າພະເຈົ້າເປັນພະຍານວ່າ ພຣະອົງຊົງປາດຖະໜາວ່າ ຈິດວິນຍານຂອງເຮົາ “ຈະບໍ່ຫິວ ຫລື ກະຫາຍ, ແຕ່ຈະອີ່ມ”29 ດ້ວຍຄວາມຮັກຂອງພຣະອົງ ຂະນະທີ່ເຮົາສະແຫວງຫາທີ່ຈະກາຍເປັນສານຸສິດທີ່ແທ້ຈິງຂອງພຣະອົງ, ທີ່ຈະເປັນໜຶ່ງກັບພຣະອົງ ດັ່ງທີ່ພຣະອົງເປັນໜຶ່ງກັບພຣະບິດາ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.