ທົນຕໍ່ພາລະແບກຫາບຢ່າງງ່າຍດາຍ
ພາລະໂດຍສະເພາະໃນຊີວິດຂອງເຮົາແຕ່ລະຄົນຈະຊ່ອຍເຮົາໃຫ້ເພິ່ງອາໄສຄຸນຄວາມດີ, ພຣະເມດຕາ, ແລະ ພຣະຄຸນຂອງພຣະເມຊີອາຜູ້ບໍລິສຸດ.
ຂ້າພະເຈົ້າມີເພື່ອນທີ່ຮັກຄົນໜຶ່ງ, ທີ່ໃນຕອນຕົ້ນຂອງຊີວິດແຕ່ງງານຂອງລາວ, ລາວ ແລະ ຄອບຄົວຂອງລາວແນ່ໃຈວ່າຕ້ອງການລົດກະບະທີ່ມີພະລັງຫລາຍທີ່ສຸດ. ພັນລະຍາຂອງລາວກໍແນ່ໃຈວ່າລາວບໍ່ຈຳເປັນຕ້ອງມີ ພຽງແຕ່ຢາກໄດ້ລົດຄັນໃໝ່ເທົ່ານັ້ນ. ການເວົ້າລົມທີ່ຕະຫລົກລະຫວ່າງສາມີ ແລະ ພັນລະຍາຄູ່ນີ້ໄດ້ກະຕຸ້ນເຂົາເຈົ້າໃຫ້ຄິດພິຈາລະນາເຖິງຜົນປະໂຫຍດ ແລະ ຂໍ້ເສຍປຽບໃນການຊື້ລົດຄັນໃໝ່ນັ້ນ.
“ທີ່ຮັກເອີຍ, ພວກເຮົາຕ້ອງການລົດກະບະນັ້ນ.”
ນາງໄດ້ຖາມວ່າ, “ເປັນຫຍັງອ້າຍຄິດວ່າພວກເຮົາຕ້ອງການລົດກະບະຄັນໃໝ່?”
ລາວໄດ້ຕອບຄຳຖາມຂອງນາງດ້ວຍຄຳທີ່ລາວໄດ້ຄິດວ່າຄັກທີ່ສຸດ: “ເອົາ ຖ້າຫາກພວກເຮົາຕ້ອງການນ້ຳນົມມາໃຫ້ລູກຂອງເຮົາຕອນທີ່ເກີດພະຍຸເດ, ແລະ ທາງດຽວທີ່ອ້າຍຈະໄປຕະຫລາດໄດ້ແມ່ນໂດຍລົດກະບະເດລະ?”
ພັນລະຍາຂອງລາວໄດ້ຕອບດ້ວຍຮອຍຍິ້ມວ່າ, “ຖ້າພວກເຮົາຊື້ລົດກະບະຄັນໃໝ່, ພວກເຮົາຈະບໍ່ມີເງິນໄປຊື້ນ້ຳນົມ—ສະນັ້ນເປັນຫຍັງຈຶ່ງມາກັງວົນທີ່ຈະໄປຕະຫລາດຕອນສຸກເສີນ!”
ເປັນເວລາດົນນານທີ່ເຂົາເຈົ້າໄດ້ປຶກສານຳກັນ ແລະ ໃນທີ່ສຸດກໍໄດ້ຕັດສິນໃຈຊື້ລົດກະບະຄັນນັ້ນ. ບໍ່ດົນຫລັງຈາກໄດ້ຊື້ລົດຄັນໃໝ່ນັ້ນ, ເພື່ອນຂອງຂ້າພະເຈົ້າຢາກສະແດງໃຫ້ເຫັນຜົນປະໂຫຍດຂອງລົດ ແລະ ຢືນຢັນເຫດຜົນຂອງລາວທີ່ຢາກຊື້ລົດຄັນນັ້ນ. ສະນັ້ນລາວຈຶ່ງຕັດສິນໃຈວ່າລາວຈະໄປຕັດຟືນ. ນັ້ນເປັນລະດູໃບໄມ້ຫລົ່ນ, ແລະ ຫິມະກໍໄດ້ຕົກລົງຢູ່ເທິງພູແລ້ວ ບ່ອນທີ່ລາວຕັ້ງໃຈຈະໄປຊອກຫາຟືນນັ້ນ. ຕອນທີ່ລາວຂັບລົດຂຶ້ນພູ, ຫິມະກໍມີຫລາຍຂຶ້ນເລື້ອຍໆ. ເພື່ອນຂອງຂ້າພະເຈົ້າກໍໄດ້ຮູ້ວ່າສະພາບຂອງເສັ້ນທາງທີ່ມື່ນນັ້ນເປັນອັນຕະລາຍ, ແຕ່ດ້ວຍຄວາມໝັ້ນໃຈໃນລົດກະບະຄັນໃໝ່ຄັນນັ້ນ, ລາວກໍໄດ້ຂັບຕໍ່ໄປ.
ໜ້າໂສກເສົ້າແທ້ໆ, ເພື່ອນຂອງຂ້າພະເຈົ້າຂັບໄປໄກເກີນໄປໃນເສັ້ນທາງທີ່ເຕັມໄປດ້ວຍຫິມະ. ລາວໄດ້ຂັບລົດອອກນອກເສັ້ນທາງ ຢູ່ບ່ອນທີ່ລາວຕັ້ງໃຈຈະຕັດຟືນນັ້ນ, ລົດຂອງລາວກໍໄດ້ຄາຢູ່ທີ່ນັ້ນ. ຕີນທັງສີ່ເບື້ອງຂອງລົດກະບະໃໝ່ຄັນນັ້ນພຽງແຕ່ປິ່ນໄປປິ່ນມາໃນຫິມະ. ລາວໄດ້ຍອມຮັບຢ່າງທັນທີວ່າລາວບໍ່ຮູ້ວ່າຈະເຮັດແນວໃດເພື່ອຈະດຶງຕົວເອງອອກຈາກສະພາບການທີ່ອັນຕະລາຍນັ້ນ. ລາວໄດ້ຮູ້ສຶກອັບອາຍ ແລະ ກັງວົນ.
ເພື່ອນຂອງຂ້າພະເຈົ້າໄດ້ຕັດສິນໃຈວ່າ, “ເອີ, ເຮົາຈະບໍ່ນັ່ງຢູ່ທີ່ນີ້ຊື່ໆ.” ລາວໄດ້ລົງຈາກລົດ ແລະ ໄດ້ເລີ່ມຕັດຟືນ. ລາວໄດ້ເອົາຟືນໃສ່ລົດຈົນເຕັມ. ແລະ ແລ້ວເພື່ອນຂອງຂ້າພະເຈົ້າກໍໄດ້ຕັດສິນໃຈວ່າລາວຈະພະຍາຍາມຂັບລົດອອກຈາກຫິມະນັ້ນອີກເທື່ອໜຶ່ງ. ເມື່ອລາວໄດ້ເຂົ້າເກຍລົດ ແລະ ໃຊ້ພະລັງ, ລາວກໍໄດ້ຄ່ອຍໆຍ້າຍໄປໜ້າເທື່ອລະນ້ອຍ. ລົດກໍໄດ້ຄ່ອຍໆຍ້າຍອອກໄປຈາກຫິມະ ແລະ ໄປເຖິງເສັ້ນທາງອີກ. ໃນທີ່ສຸດລາວກໍໄດ້ອອກຈາກຫິມະກັບເມືອບ້ານ, ແລະ ບັດນີ້ເປັນຄົນທີ່ດີໃຈ ແລະ ຖ່ອມຕົນດ້ວຍ.
ພາລະໜັກຂອງເຮົາ
ຂ້າພະເຈົ້າອະທິຖານຂໍຄວາມຊ່ອຍເຫລືອຈາກພຣະວິນຍານບໍລິສຸດ ຂະນະທີ່ຂ້າພະເຈົ້າເນັ້ນໜັກເຖິງບົດຮຽນທີ່ສຳຄັນ ທີ່ເຮົາສາມາດຮຽນຮູ້ໄດ້ຈາກເລື່ອງລາວກ່ຽວກັບເພື່ອນຂອງຂ້າພະເຈົ້າ, ລົດກະບະ, ແລະ ຟືນ. ມັນເປັນເພາະນ້ຳໜັກຂອງຟືນທີ່ຊ່ອຍໃຫ້ລົດອອກຈາກຫິມະນັ້ນໄດ້, ເພື່ອຈະອອກມາເຖິງເສັ້ນທາງ, ແລະ ກ້າວໄປໜ້າ. ມັນເປັນເພາະນ້ຳໜັກທີ່ເຮັດໃຫ້ລາວສາມາດກັບຄືນໄປຫາຄອບຄົວ ແລະ ບ້ານຂອງລາວໄດ້.
ເຮົາແຕ່ລະຄົນກໍແບກຫາບພາລະໜັກຄືກັນ. ພາລະສ່ວນຕົວຂອງເຮົາແມ່ນຮ່ວມດ້ວຍສິ່ງທີ່ເຮົາຈຳເປັນຕ້ອງເຮັດ ແລະ ໂອກາດ, ພັນທະ ແລະ ສິດທິພິເສດ, ຄວາມທຸກທໍລະມານ ແລະ ພອນຕ່າງໆ, ແລະ ທາງເລືອກ ແລະ ຂໍ້ຈຳກັດ. ຄຳຖາມສອງຄຳທີ່ຊີ້ນຳສາມາດຊ່ອຍເຮົາໄດ້ເມື່ອເຮົາປະເມີນພາລະໜັກຂອງເຮົາເປັນບາງຄັ້ງບາງຄາວດ້ວຍການອະທິຖານວ່າ: “ພາລະໜັກທີ່ເຮົາແບກຫາບຢູ່ສ້າງພະລັງທາງວິນຍານ ທີ່ຈະເຮັດໃຫ້ເຮົາກ້າວໄປໜ້າດ້ວຍສັດທາໃນພຣະຄຣິດ ໃນເສັ້ນທາງທີ່ຊື່ ແລະ ແຄບບໍ ແລະ ຫລີກລ້ຽງຈາກການຢຸດສະງັກໃນຄວາມກ້າວໜ້າທາງວິນຍານຂອງເຮົາບໍ! ພາລະໜັກທີ່ເຮົາແບກຫາບຢູ່ຈະສ້າງພະລັງທາງວິນຍານທີ່ພຽງພໍ ເພື່ອວ່າໃນທີ່ສຸດເຮົາຈະສາມາດກັບຄືນໄປສູ່ບ້ານ ໄປຫາພຣະບິດາເທິງສະຫວັນບໍ?”
ບາງເທື່ອເຮົາເຊື່ອໄປວ່າຄວາມສຸກນັ້ນແມ່ນການບໍ່ມີພາລະໜັກ. ແຕ່ການທົນທຸກຕໍ່ພາລະໜັກແມ່ນຈຳເປັນ ແລະ ເປັນພາກສ່ວນທີ່ຈຳເປັນໃນແຜນແຫ່ງຄວາມສຸກ. ເພາະວ່າພາລະໜັກສ່ວນຕົວຂອງເຮົາຈຳເປັນຕ້ອງສ້າງພະລັງທາງວິນຍານ, ເຮົາຄວນລະວັງບໍ່ໃຫ້ແບກຫາບສິ່ງທີ່ບໍ່ຈຳເປັນ ທີ່ເຮັດໃຫ້ເຮົາຂາດຄວາມຕັ້ງໃຈ ແລະ ດຶງເຮົາອອກໄປຈາກສິ່ງທີ່ສຳຄັນທີ່ສຸດໃນຊີວິດຂອງເຮົາ.
ພະລັງທີ່ເສີມສ້າງຈາກການຊົດໃຊ້
ພຣະຜູ້ຊ່ອຍໃຫ້ລອດໄດ້ກ່າວວ່າ:
“ຈົ່ງມາຫາເຮົາທຸກຄົນທີ່ອິດເມື່ອຍຈາກການແບກຫາບພາລະໜັກ ແລະ ເຮົາຈະໃຫ້ພວກທ່ານໄດ້ພັກຜ່ອນ”.
“ຈົ່ງຮັບເອົາແອກຂອງເຮົາແບກໄວ້ ແລະ ຮຽນຮູ້ຈາກເຮົາ; ເພາະວ່າເຮົາມີໃຈສຸພາບ ແລະ ອ່ອນຫວານ: ແລະ ພວກທ່ານຈະໄດ້ພົບການພັກຜ່ອນ”.
“ດ້ວຍວ່າແອກທີ່ເຮົາໃຫ້ພວກທ່ານແບກນັ້ນກໍງ່າຍ ແລະ ພາລະທີ່ເຮົາໃຫ້ພວກທ່ານຮັບນັ້ນກໍເບົາ” (ມັດທາຍ 11:28–30).
ແອກຄືທ່ອນໄມ້, ທີ່ທຳມະດາແລ້ວແມ່ນໃຊ້ລະຫວ່າງງົວເຖິກສອງໂຕ ຫລື ສັດປະເພດອື່ນທີ່ເຮັດໃຫ້ມັນດຶງພາລະໜັກນຳກັນ. ແອກນຳໃຫ້ສັດຢືນຄຽງຂ້າງກັນ ເພື່ອວ່າມັນຈະສາມາດເຄື່ອນຍ້າຍໄປນຳກັນເພື່ອຈະສຳເລັດວຽກງານທີ່ຕ້ອງເຮັດ.
ຂໍໃຫ້ຄິດພິຈາລະນາເຖິງຄຳເຊື້ອເຊີນຢ່າງພິເສດຂອງພຣະຜູ້ເປັນເຈົ້າໃຫ້ “ຮັບເອົາແອກຂອງເຮົາແບກໄວ້.” ການເຮັດ ແລະ ການຮັກສາພັນທະສັນຍາໃຫ້ເຮົາເຂົ້າຮ່ວມ ແລະ ເປັນໜຶ່ງກັບອົງພຣະເຢຊູຄຣິດ. ຕາມຈິງແລ້ວ, ພຣະຜູ້ຊ່ອຍໃຫ້ລອດກຳລັງເຊື້ອເຊີນເຮົາໃຫ້ເພິ່ງອາໄສພຣະອົງ ແລະ ອອກແຮງງານຮ່ວມກັບພຣະອົງ, ແມ່ນແຕ່ເມື່ອຄວາມພະຍາຍາມທີ່ດີສຸດຂອງເຮົາຍັງບໍ່ເໝາະສົມ ແລະ ປຽບທຽບກັບຂອງພຣະອົງບໍ່ໄດ້ກໍຕາມ. ເມື່ອເຮົາໄວ້ວາງໃຈໃນພຣະອົງ ແລະ ດຶງເອົາພາລະໜັກຂອງເຮົາກັບພຣະອົງລະຫວ່າງການເດີນທາງໃນຊີວິດມະຕະ, ແນ່ນອນວ່າ ແອກຂອງພຣະອົງນັ້ນກໍງ່າຍ ແລະ ພາລະຂອງພຣະອົງນັ້ນກໍເບົາ.
ເຮົາບໍ່ໄດ້ຢູ່ດ້ວຍຕົວຄົນດຽວ ແລະ ບໍ່ຈຳເປັນຕ້ອງຢູ່ຢ່າງໂດດດ່ຽວ. ເຮົາສາມາດກ້າວໄປໜ້າໄດ້ໃນຊີວິດປະຈຳວັນຂອງເຮົາດ້ວຍຄວາມຊ່ອຍເຫລືອຈາກສະຫວັນ. ຜ່ານການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ ເຮົາສາມາດໄດ້ຮັບຄວາມສາມາດ ແລະ ພະລັງ “ເກີນກວ່າຂອງເຮົາເອງ” (“Lord, I Would Follow Thee,” Hymns, no. 220). ດັ່ງທີ່ພຣະຜູ້ເປັນເຈົ້າໄດ້ປະກາດວ່າ, ເຮົາຄວນດຳເນີນຕໍ່ໄປໃນການດຳລົງຊີວິດຂອງເຮົາ ແລະ ວ່າເຮົາຄວນຊື່ນຊົມ, ເພາະວ່າພຣະອົງສະຖິດຢູ່ກັບເຮົາ, ແມ່ນແຕ່ຈົນເຖິງທີ່ສຸດຂອງຊີວິດຂອງເຮົາ (ເບິ່ງ D&C 100:12).
ຂໍໃຫ້ພິຈາລະນະເຖິງຕົວຢ່າງທີ່ມີຢູ່ໃນພຣະຄຳພີມໍມອນ ຕອນທີ່ອາມິວລອນໄດ້ຂົ່ມເຫັງ ແອວມາ ແລະ ຜູ້ຄົນຂອງເພິ່ນ. ສຸລະສຽງຂອງພຣະຜູ້ເປັນເຈົ້າໄດ້ມາເຖິງສານຸສິດເຫລົ່ານີ້ໃນຄວາມທຸກທໍລະມານຂອງເຂົາເຈົ້າວ່າ: “ຈົ່ງເງີຍໜ້າຂຶ້ນ ແລະ ຈົ່ງສະບາຍໃຈເຖີດ, ເພາະເຮົາຮູ້ຈັກເຖິງພັນທະສັນຍາທີ່ພວກເຈົ້າເຮັດໄວ້ກັບເຮົາ; ແລະ ເຮົາຈະເຮັດພັນທະສັນຍາກັບຜູ້ຄົນຂອງເຮົາ ເພື່ອປົດປ່ອຍພວກເຂົາອອກຈາກການເປັນຂ້າທາດ” (ໂມໄຊຢາ 24:13).
ຂໍໃຫ້ສັງເກດເຫັນວ່າພັນທະສັນຍານັ້ນກ່ຽວພັນກັບຄຳສັນຍາຂອງການປົດປ່ອຍ. ພັນທະສັນຍາທີ່ໄດ້ຮັບ ແລະ ຖືກຮັກສາດ້ວຍຄວາມຊື່ສັດ ແລະ ພິທີການທີ່ໄດ້ດຳເນີນໂດຍສິດອຳນາດທີ່ຖືກຕ້ອງຂອງຖານະປະໂລຫິດ ແມ່ນຈຳເປັນເພື່ອຈະໄດ້ຮັບພອນທັງໝົດທີ່ມີໄວ້ໃຫ້ ຜ່ານການຊົດໃຊ້ຂອງພຣະເຢຊູຄຣິດ. ເປັນເພາະ ຜ່ານພິທີການເຫລົ່ານີ້, ອຳນາດແຫ່ງການເປັນເໝືອນພຣະເຈົ້າຈະຖືກປະກົດຕໍ່ຊາຍ ແລະ ຍິງໃນຊີວິດມະຕະນີ້, ຮ່ວມທັງພອນຕ່າງໆຂອງການຊົດໃຊ້ (ເບິ່ງ D&C 84:20–21).
ຂໍໃຫ້ຈຳພຣະຄຳຂອງພຣະຜູ້ຊ່ອຍໃຫ້ລອດທີ່ວ່າ “ດ້ວຍວ່າແອກທີ່ເຮົາໃຫ້ພວກທ່ານແບກນັ້ນກໍງ່າຍ ແລະ ພາລະທີ່ເຮົາໃຫ້ພວກທ່ານຮັບນັ້ນກໍເບົາ” (ມັດທາຍ 11:30) ຂະນະທີ່ເຮົາພິຈາລະນາຂໍ້ຕໍ່ໄປໃນເລື່ອງລາວຂອງ ແອວມາ ແລະ ຜູ້ຄົນຂອງເພິ່ນ.
“ແລະ ເຮົາຈະໃຫ້ພາລະແບກຫາບຢູ່ບ່າຂອງພວກເຈົ້າເບົາບາງລົງຈົນວ່າພວກເຈົ້າບໍ່ຮູ້ສຶກວ່າມີຫຍັງຢູ່ເທິງຫລັງເລີຍ” (ໂມໄຊຢາ 24:14).
ຫລາຍຄົນໃນພວກເຮົາອາດຄິດວ່າພຣະຄຳພີຂໍ້ນີ້ແນະນຳວ່າພາລະແບກຫາບນັ້ນຈະຖືກຮັບເອົາໄປໃນທັນທີທັນໃດ ແລະ ຕະຫລອດໄປເລີຍ. ແຕ່, ຂໍ້ຕໍ່ໄປ, ອະທິບາຍເຖິງວິທີທີ່ພາລະນັ້ນຈະຖືກເຮັດໃຫ້ເບົາບາງລົງ.
“ແລະ ເຫດການໄດ້ບັງເກີດຂຶ້ນຄື ພາລະແບກຫາບຊຶ່ງຢູ່ເທິງບ່າຂອງແອວມາກັບພີ່ນ້ອງຂອງເພິ່ນຖືກເຮັດໃຫ້ເບົາບາງລົງ; ແທ້ຈິງແລ້ວ, ພຣະຜູ້ເປັນເຈົ້າໄດ້ເພີ່ມພະລັງໃຫ້ພວກເຂົາ ເພື່ອພວກເຂົາຈະໄດ້ທົນຕໍ່ພາລະແບກຫາບຢ່າງງ່າຍດາຍ, ແລະ ພວກເຂົາໄດ້ຍອມຮັບຢ່າງເບີກບານມ່ວນຊື່ນ ແລະ ດ້ວຍຄວາມອົດທົນຕໍ່ພຣະປະສົງທັງໝົດຂອງພຣະຜູ້ເປັນເຈົ້າ” (ໂມໄຊຢາ 24:15; ເນັ້ນຄຳເນີ້ງ).
ພາລະແບກຫາບ ແລະ ຄວາມຍາກລຳບາກບໍ່ໄດ້ຖືກຮັບເອົາໄປຢ່າງທັນທີຈາກຜູ້ຄົນເຫລົ່ານັ້ນ. ແຕ່ ແອວມາ ແລະ ຜູ້ຕິດຕາມຂອງເພິ່ນໄດ້ຮັບພະລັງ, ແລະ ຄວາມສາມາດຂອງເຂົາເຈົ້າທີ່ມີຫລາຍຂຶ້ນໄດ້ເຮັດໃຫ້ພາລະແບກຫາບເບົາບາງລົງ. ຜູ້ຄົນທີ່ດີເຫລົ່ານີ້ໄດ້ຮັບພະລັງອຳນາດຜ່ານການຊົດໃຊ້ ທີ່ໃຫ້ເປັນຄົນທີ່ ປະຕິບັດ ຕາມ (ເບິ່ງ D&C 58:26–29) ແລະ ມີອິດທິພົນ ຕໍ່ສະຖານະການຂອງເຂົາເຈົ້າ. ແລະ “ດ້ວຍກຳລັງຂອງພຣະຜູ້ເປັນເຈົ້າ (ຄຳຂອງມໍມອນ 1:14; ໂມໄຊຢາ 9:17; 10:10; ແອວມາ 20:4), ແອວມາ ແລະ ຜູ້ຄົນຂອງເພິ່ນຖືກນຳພາໄປສູ່ຄວາມປອດໄພໃນແຜ່ນດິນຊາຣາເຮັມລາ.
ການຊົດໃຊ້ຂອງພຣະເຢຊູຄຣິດບໍ່ພຽງແຕ່ຈະເອົາຊະນະຜົນກະທົບຂອງການຕົກຂອງອາດາມ ແລະ ປົດບາບ ແລະ ໃຫ້ອະໄພແກ່ການລ່ວງລະເມີດເທົ່ານັ້ນ, ແຕ່ການຊົດໃຊ້ຂອງພຣະອົງຈະຊ່ອຍເຮັດໃຫ້ເຮົາເຮັດສິ່ງດີ ແລະ ກາຍເປັນຄົນດີຂຶ້ນໃນວິທີທາງທີ່ຈະຂະຫຍາຍອອກໄປໄກກວ່າຄວາມສາມາດທາງຊີວິດມະຕະຂອງເຮົາ. ເຮົາສ່ວນຫລາຍກໍຮູ້ເມື່ອເຮົາເຮັດຜິດ ແລະ ຕ້ອງການຄວາມຊ່ອຍເຫລືອເພື່ອຈະເອົາຊະນະຜົນສະທ້ອນຂອງບາບໃນຊີວິດຂອງເຮົາ, ວ່າພຣະຜູ້ຊ່ອຍໃຫ້ລອດໄດ້ເຮັດໃຫ້ມັນເປັນໄປໄດ້ສຳລັບເຮົາທີ່ຈະສະອາດໄດ້ຜ່ານອຳນາດແຫ່ງການໄຖ່ຂອງພຣະອົງ. ແຕ່ເຮົາຍັງເຂົ້າໃຈນຳອີກບໍວ່າການຊົດໃຊ້ນັ້ນແມ່ນສຳລັບຊາຍ ແລະ ຍິງທີ່ຊື່ສັດ ຜູ້ທີ່ເຊື່ອຟັງ, ມີຄຸນຄ່າດີພໍ, ແລະ ຮັກສາພຣະບັນຍັດຢ່າງລະມັດລະວັງ ແລະ ຜູ້ທີ່ພະຍາຍາມຈະກາຍເປັນຄົນດີຂຶ້ນ ແລະ ຮັບໃຊ້ຢ່າງຊື່ສັດຫລາຍຂຶ້ນ? ຂ້າພະເຈົ້າຄິດວ່າເຮົາຮັບຮູ້ຢ່າງເຕັມທີ ເຖິງຂອບເຂດທີ່ເສີມກຳລັງຂອງການຊົດໃຊ້ໃນຊີວິດຂອງເຮົາ ແລະ ເຊື່ອຢ່າງຜິດພາດວ່າເຮົາຕ້ອງແບກຫາບພາລະຂອງເຮົາດ້ວຍຕົວເອງ—ຜ່ານຄວາມຕັ້ງໃຈຂອງເຮົາເອງ, ແລະ ລະບຽບວິໄນ ແລະ ດ້ວຍຄວາມສາມາດທີ່ຈຳກັດແທ້ໆຂອງເຮົາບໍ.
ມັນກໍເປັນສິ່ງໜຶ່ງທີ່ຈະຮູ້ວ່າພຣະເຢຊູຄຣິດໄດ້ສະເດັດມາສູ່ໂລກເພື່ອ ສິ້ນພຣະຊົນ ເພື່ອເຮົາ. ແຕ່ເຮົາຈຳເປັນຕ້ອງຮູ້ສຶກບຸນຄຸນວ່າພຣະຜູ້ເປັນເຈົ້າປະສົງ, ຜ່ານການຊົດໃຊ້ຂອງພຣະອົງ ແລະ ໂດຍອຳນາດຂອງພຣະວິນຍານບໍລິສຸດ, ຈະມອບຊີວິດ ໃຫ້ແກ່ເຮົາ—ບໍ່ພຽງແຕ່ຊີ້ນຳເຮົາ ແຕ່ເຮັດໃຫ້ເຮົາເຂັ້ມແຂງ ແລະ ປິ່ນປົວເຮົານຳອີກ.
ພຣະຜູ້ຊ່ອຍໃຫ້ລອດຈະຊ່ອຍເຫລືອຜູ້ຄົນຂອງພຣະອົງ
ແອວມາອະທິບາຍເຫດຜົນ ແລະ ວ່າພຣະຜູ້ຊ່ອຍໃຫ້ລອດສາມາດຊ່ອຍເຮົາໄດ້ແນວໃດວ່າ:
“ແລະ ພຣະອົງຈະສະເດັດອອກໄປ, ທົນຕໍ່ຄວາມເຈັບປວດ ແລະ ຄວາມທຸກທໍລະມານ ແລະ ການລໍ້ລວງທຸກຢ່າງ; ແລະ ນີ້ກໍເພື່ອຄຳເວົ້າຈະໄດ້ສຳເລັດຊຶ່ງໄດ້ກ່າວໄວ້ວ່າ ພຣະອົງຈະຮັບເອົາຄວາມເຈັບປວດ ແລະ ຄວາມປ່ວຍໄຂ້ຂອງຜູ້ຄົນຂອງພຣະອົງ.
“ແລະ ພຣະອົງຈະຮັບເອົາຄວາມຕາຍ, ເພື່ອພຣະອົງຈະໄດ້ເຮັດໃຫ້ສາຍຮັດແຫ່ງຄວາມຕາຍຊຶ່ງຜູກມັດຜູ້ຄົນຂອງພຣະອົງຫລຸດອອກ; ແລະ ພຣະອົງຈະຮັບເອົາຄວາມບົກພ່ອງຂອງພວກເຂົາ, ເພື່ອອຸທອນຂອງພຣະອົງຈະເຕັມໄປດ້ວຍຄວາມເມດຕາຕາມທາງຂອງເນື້ອໜັງ ເພື່ອພຣະອົງຈະຮູ້ຈັກຕາມທາງຂອງເນື້ອໜັງ ຈະຊ່ອຍເຫລືອຜູ້ຄົນຂອງພຣະອົງຕາມຄວາມບົກພ່ອງຂອງພວກເຂົາໄດ້ແນວໃດ” (ແອວມາ 7:11–12).
ດັ່ງນັ້ນ, ພຣະຜູ້ຊ່ອຍໃຫ້ລອດຈຶ່ງໄດ້ທົນທຸກທໍລະມານບໍ່ພຽງແຕ່ເພື່ອບາບ ແລະ ຄວາມຊົ່ວຮ້າຍຂອງເຮົາເທົ່ານັ້ນ—ແຕ່ສຳລັບຄວາມເຈັບປວດ ແລະ ຄວາມປວດລ້າວທາງຮ່າງກາຍນຳອີກ, ຄວາມອ່ອນແອ ແລະ ຄວາມບົກພ່ອງຂອງເຮົາ, ຄວາມຢ້ານກົວ ແລະ ຄວາມຫງຸດຫງິດຂອງເຮົາ, ຄວາມຜິດຫວັງ ແລະ ຄວາມທໍ້ຖອຍໃຈຂອງເຮົາ, ຄວາມກິນແໜງ ແລະ ຄວາມເສຍໃຈຂອງເຮົາ, ຄວາມສິ້ນຫວັງ ແລະ ຄວາມໝົດຫວັງຂອງເຮົາ, ຄວາມບໍ່ຍຸດຕິທຳ ແລະ ຄວາມບໍ່ເປັນທຳ ທີ່ເຮົາປະສົບຢູ່, ແລະ ຄວາມຄຽດຕຶງທາງອາລົມທີ່ລົບກວນເຮົາ.
ບໍ່ມີຄວາມເຈັບປວດທາງຮ່າງກາຍໃດໆ, ບໍ່ມີບາດແຜທາງວິນຍານໃດໆ, ບໍ່ມີຄວາມປວດລ້າວຂອງຈິດວິນຍານ ຫລື ຄວາມເຈັບໃຈໃດໆ, ບໍ່ມີຄວາມເຈັບປ່ວຍ ຫລື ຄວາມອ່ອນແອໃດໆ ທີ່ທ່ານ ຫລື ຂ້າພະເຈົ້າຈະປະເຊີນໃນຊີວິດມະຕະນີ້ ທີ່ພຣະຜູ້ຊ່ອຍໃຫ້ລອດບໍ່ໄດ້ປະສົບມາກ່ອນແລ້ວ. ໃນຊ່ວງເວລາຂອງຄວາມອ່ອນແອເຮົາອາດຮ້ອງອອກມາວ່າ, “ບໍ່ມີໃຜຮູ້ວ່າພາລະນັ້ນເປັນແບບໃດ. ບໍ່ມີໃຜເຂົ້າໃຈເລີຍ.” ແຕ່ພຣະບຸດຂອງພຣະເຈົ້າຮູ້ຈັກ ແລະ ເຂົ້າໃຈຢ່າງສົມບູນຄົບຖ້ວນ, ເພາະພຣະອົງໄດ້ຮູ້ສຶກ ແລະ ໄດ້ອົດທົນຕໍ່ພາລະຂອງເຮົາ. ແລະ ເປັນເພາະຄວາມເສຍສະລະອັນເປັນນິດ ແລະ ນິລັນດອນຂອງພຣະອົງ (ເບິ່ງ ແອວມາ 34:14), ພຣະອົງຈຶ່ງມີຄວາມເຫັນອົກເຫັນໃຈຢ່າງເຕັມທີ ແລະ ສາມາດເອື້ອມອອກມາຫາເຮົາດ້ວຍຄວາມເມດຕາ. ພຣະອົງສາມາດມອບການບັນເທົາ, ມີອິດທິພົນຕໍ່, ຊ່ອຍເຫລືອ, ປິ່ນປົວ, ແລະ ເສີມກຳລັງໃຫ້ເຮົາ ເພື່ອຈະເປັນໄດ້ດີກວ່າທີ່ເຮົາສາມາດຈະເປັນໄດ້ ແລະ ຊ່ອຍເຮົາໃຫ້ເຮັດສິ່ງທີ່ເຮົາຈະບໍ່ສາມາດເຮັດໄດ້ ຖ້າຫາກເຮົາເພິ່ງອາໄສອຳນາດຂອງເຮົາເອງ. ແທ້ຈິງແລ້ວ, ແອກຂອງພຣະອົງນັ້ນກໍງ່າຍ ແລະ ພາລະຂອງພຣະອົງນັ້ນກໍເບົາ.
ການເຊື້ອເຊີນ, ຄຳສັນຍາ, ແລະ ປະຈັກພະຍານ
ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ສຶກສາ, ອະທິຖານ, ຄິດໄຕ່ຕອງ, ແລະ ພະຍາຍາມທີ່ຈະຮຽນຮູ້ຫລາຍຂຶ້ນກ່ຽວກັບການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ ຂະນະທີ່ທ່ານປະເມີນພາລະສ່ວນຕົວຂອງທ່ານ. ຫລາຍສິ່ງຫລາຍຢ່າງກ່ຽວກັບການຊົດໃຊ້ເຮົາຈະບໍ່ສາມາດເຂົ້າໃຈໄດ້ງ່າຍໆ ດ້ວຍຄວາມຄິດທາງມະຕະຂອງເຮົາ. ແຕ່ເຮົາສາມາດ ແລະ ຈຳເປັນຕ້ອງເຂົ້າໃຈໄດ້ ກ່ຽວກັບການຊົດໃຊ້ໃນຫລາຍໆດ້ານ.
ສຳລັບເພື່ອນຂອງຂ້າພະເຈົ້າ, ພາລະໜັກຂອງຟືນນັ້ນໄດ້ຊ່ອຍຊີວິດຂອງລາວເອົາໄວ້. ລົດກະບະທີ່ຫວ່າງເປົ່າບໍ່ສາມາດເຄື່ອນຍ້າຍອອກຈາກຫິມະນັ້ນໄດ້, ແມ່ນແຕ່ເມື່ອມັນມີພະລັງເຕັມທີ. ນ້ຳໜັກນັ້ນແມ່ນຈຳເປັນທີ່ຈະສ້າງພະລັງຊ່ອຍໃຫ້ເຄື່ອນຍ້າຍໄດ້.
ຄວາມໜັກນັ້ນແມ່ນຈຳເປັນ. ມັນເປັນຄວາມໜັກນັ້ນທີ່ໄດ້ໃຫ້ພະລັງທີ່ຊ່ອຍໃຫ້ເພື່ອນຂອງຂ້າພະເຈົ້າບໍ່ຄ້າງຄາຢູ່ທີ່ນັ້ນ, ອອກໄປຫາເສັ້ນທາງ, ກ້າວໄປໜ້າ, ແລະ ກັບຄືນໄປຫາຄອບຄົວຂອງລາວໄດ້.
ພາລະໂດຍສະເພາະໃນຊີວິດຂອງເຮົາແຕ່ລະຄົນຈະຊ່ອຍເຮົາໃຫ້ເພິ່ງອາໄສຄຸນຄວາມດີ, ພຣະເມດຕາ, ແລະ ພຣະຄຸນຂອງພຣະເມຊີອາຜູ້ບໍລິສຸດ (ເບິ່ງ 2 ນີໄຟ 2:8). ຂ້າພະເຈົ້າເປັນພະຍານ ແລະ ສັນຍາວ່າ ພຣະຜູ້ຊ່ອຍໃຫ້ລອດຈະຊ່ອຍເຫລືອເຮົາໃຫ້ອົດທົນຕໍ່ພາລະໜັກຂອງເຮົາ (ເບິ່ງ ໂມໄຊຢາ 24:15). ເມື່ອເຮົາແບກຫາບກັບພຣະອົງຜ່ານພັນທະສັນຍາອັນສັກສິດ ແລະ ຮັບເອົາພະລັງທີ່ເຮັດໃຫ້ເປັນໄປໄດ້ຂອງການຊົດໃຊ້ຂອງພຣະອົງໃນຊີວິດຂອງເຮົາ, ເຮົາຈະສະແຫວງຄວາມສົນໃຈ ແລະ ດຳລົງຊີວິດອີງຕາມພຣະປະສົງຂອງພຣະອົງ. ເຮົາຈະອະທິຖານເພື່ອຂໍພະລັງທີ່ຈະຮຽນຮູ້, ປ່ຽນແປງ, ຫລື ຍອມຮັບສະຖານະການຂອງເຮົາ ແທນທີ່ຈະອະທິຖານຢ່າງບໍ່ຫລົດລະຂໍໃຫ້ພຣະເຈົ້າປ່ຽນສະຖານະການຂອງເຮົາອີງຕາມຄວາມປະສົງຂອງເຮົາ. ເຮົາຈະກາຍເປັນຜູ້ທີ່ກະທຳ ແທນທີ່ຈະເປັນຜູ້ຖືກກະທຳຕໍ່ (ເບິ່ງ 2 ນີໄຟ 2:14). ເຮົາຈະໄດ້ຮັບພອນດ້ວຍພະລັງທາງວິນຍານ.
ຂໍໃຫ້ເຮົາແຕ່ລະຄົນຈົ່ງເຮັດໃຫ້ໄດ້ດີກ່ວາເກົ່າ ແລະ ກາຍເປັນຄົນທີ່ດີຂຶ້ນ ຜ່ານການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ. ມື້ນີ້ແມ່ນວັນທີ 6 ເດືອນເມສາ . ເຮົາຮູ້ໂດຍການເປີດເຜີຍວ່າ ມື້ນີ້ເປັນວັນເກີດທີ່ແທ້ຈິງຂອງພຣະຜູ້ຊ່ອຍໃຫ້ລອດ. ວັນທີ 6 ເດືອນເມສາ ກໍເປັນວັນທີ່ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍໄດ້ຖືກຈັດຕັ້ງຂຶ້ນ. (ເບິ່ງ D&C 20:1; Harold B. Lee, “Strengthen the Stakes of Zion,” Ensign, July 1973, 2; Spencer W. Kimball, “Why Call Me Lord, Lord, and Do Not the Things Which I Say?” Ensign, May 1975, 4; Spencer W. Kimball, “Remarks and Dedication of the Fayette, New York, Buildings,” Ensign, May 1980, 54; Discourses of President Gordon B. Hinckley, Volume 1: 1995–1999 [2005], 409.) ໃນວັນຊະບາໂຕທີ່ພິເສດ ແລະ ສັກສິດນີ້, ຂ້າພະເຈົ້າຂໍປະກາດປະຈັກພະຍານຂອງຂ້າພະເຈົ້າວ່າ ພຣະເຢຊູຄຣິດ ຄືພຣະຜູ້ໄຖ່ຂອງເຮົາ. ພຣະອົງຊົງພຣະຊົນຢູ່ ແລະ ຈະຊຳລະໃຫ້ເຮົາສະອາດ, ປິ່ນປົວ, ປົກປ້ອງ, ແລະ ເຮັດໃຫ້ເຮົາເຂັ້ມແຂງ. ຂ້າພະເຈົ້າເປັນພະຍານເຖິງສິ່ງເຫລົ່ານີ້ ໃນພຣະນານອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.