ຖານະປະໂລຫິດແຫ່ງເມນຄີເສເດັກ ແລະ ຂໍກະແຈ
ຢູ່ໃນສາດສະໜາຈັກ ສິດອຳນາດຂອງຖານະປະໂລຫິດ ແມ່ນຖືກໃຊ້ພາຍໃຕ້ການຊີ້ນຳຂອງຜູ້ນຳຂອງຖານະປະໂລຫິດ ຜູ້ທີ່ດຳລົງຂໍກະແຈຂອງຖານະປະໂລຫິດນັ້ນ.
ຂ້າພະເຈົ້າໄດ້ເລືອກທີ່ຈະກ່າວເພີ່ມເຕີມກ່ຽວກັບຖານະປະໂລຫິດຂອງພຣະເຈົ້າ, ຫົວຂໍ້ທີ່ຜູ້ກ່າວປາໄສສາມຄົນໄດ້ກ່າວມາແລ້ວ ຜູ້ທີ່ໄດ້ສິດສອນເຮົາວ່າຖານະປະໂລຫິດເປັນພອນໃຫ້ແກ່ສະຕີ, ຍິງໜຸ່ມ, ແລະ ຊາຍໜຸ່ມ.
ຖານະປະໂລຫິດແມ່ນອຳນາດແຫ່ງສະຫວັນ ແລະ ສິດອຳນາດທີ່ໄດ້ຮັກສາໄວ້ເພື່ອນຳໃຊ້ສຳລັບວຽກງານຂອງພຣະເຈົ້າ ເພື່ອເປັນຜົນປະໂຫຍດໃຫ້ແກ່ລູກໆຂອງພຣະອົງທຸກຄົນ. ຖານະປະໂລຫິດ ບໍ່ໄດ້ໝາຍເຖິງຜູ້ຄົນທີ່ໄດ້ຮັບການແຕ່ງຕັ້ງຕໍ່ຕຳແໜ່ງຂອງຖານະປະໂລຫິດ ຫລື ຜູ້ຄົນທີ່ໃຊ້ສິດອຳນາດຂອງມັນ. ຜູ້ຊາຍທີ່ດຳລົງຖານະປະໂລຫິດບໍ່ໄດ້ເປັນຖານະປະໂລຫິດ. ເຖິງແມ່ນວ່າເຮົາບໍ່ຄວນເອີ້ນຜູ້ຊາຍທີ່ໄດ້ຮັບການແຕ່ງຕັ້ງວ່າເປັນ ຖານະປະໂລຫິດ, ມັນກໍສົມຄວນທີ່ຈະເອີ້ນເຂົາເຈົ້າວ່າເປັນ ຜູ້ດຳລົງ ຖານະປະໂລຫິດ.
ອຳນາດຂອງຖານະປະໂລຫິດມີຢູ່ທັງໃນສາດສະໜາຈັກ ແລະ ໃນການຈັດຕັ້ງຂອງຄອບຄົວ. ແຕ່ອຳນາດຂອງຖານະປະໂລຫິດ ແລະ ສິດອຳນາດຂອງຖານະປະໂລຫິດມີໜ້າທີ່ແຕກຕ່າງກັນຢູ່ໃນສາດສະໜາຈັກຈາກທີ່ມັນມີໃນຄອບຄົວ. ທັງໝົດນີ້ແມ່ນອີງຕາມຫລັກທຳທີ່ພຣະຜູ້ເປັນເຈົ້າໄດ້ຈັດຕັ້ງຂຶ້ນມາ. ຈຸດປະສົງຂອງແຜນຂອງພຣະເຈົ້າແມ່ນເພື່ອນຳພາລູກໆຂອງພຣະເຈົ້າໄປສູ່ຊີວິດນິລັນດອນ. ຄອບຄົວມະຕະແມ່ນສຳຄັນຫລາຍຕໍ່ແຜນນັ້ນ. ສາດສະໜາຈັກເປັນຢູ່ເພື່ອໃຫ້ຄຳສອນ, ສິດອຳນາດ, ແລະ ພິທີການທີ່ຈຳເປັນຕ່າງໆ ເພື່ອເຮັດໃຫ້ຄວາມສຳພັນຂອງຄອບຄົວເປັນຢູ່ຕໍ່ໄປຊົ່ວນິລັນດອນ. ສະນັ້ນ, ການຈັດຕັ້ງຂອງຄອບຄົວ ແລະ ສາດສະໜາຈັກຂອງພຣະເຢຊູຄຣິດມີຄວາມສຳພັນທີ່ເສີມສ້າງຊຶ່ງກັນແລະກັນ. ພອນຕ່າງໆຂອງຖານະປະໂລຫິດ—ດັ່ງເຊັ່ນຄວາມສົມບູນຂອງພຣະກິດຕິຄຸນ ແລະ ພິທີການດັ່ງເຊັ່ນການບັບຕິສະມາ, ການຢືນຢັນ ແລະ ການຮັບເອົາຂອງປະທານແຫ່ງພຣະວິນຍານບໍລິສຸດ, ຂອງປະທານສັກສິດຂອງພຣະວິຫານ, ແລະ ການແຕ່ງງານນິລັນດອນ—ແມ່ນມີໃຫ້ແກ່ຊາຍ ແລະ ຍິງເທົ່າໆກັນ.1
ຖານະປະໂລຫິດທີ່ເຮົາກ່າວເຖິງຢູ່ນີ້ແມ່ນຖານະປະໂລຫິດແຫ່ງເມນຄີເສເດັກ, ຖືກຟື້ນຟູໃນຕອນເລີ່ມຕົ້ນຂອງການຟື້ນຟູພຣະກິດຕິຄຸນ. ໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ ຖືກແຕ່ງຕັ້ງໂດຍເປໂຕ, ຢາໂກໂບ, ແລະ ໂຢຮັນ, ຜູ້ປະກາດຕົນວ່າໄດ້ “ຄອບຄອງຂໍກະແຈຂອງອານາຈັກ, ແລະ ຂອງຍຸກສະໄໝຂອງຄວາມສົມບູນແຫ່ງເວລາ” (ຄຳສອນ ແລະ ພັນທະສັນຍາ 128:20). ອັກຄະສາວົກອາວຸໂສເຫລົ່ານີ້ໄດ້ຮັບສິດອຳນາດນັ້ນຈາກພຣະຜູ້ຊ່ວຍໃຫ້ລອດນັ້ນເອງ. ເຈົ້າໜ້າທີ່ ຫລື ຕຳແໜ່ງອື່ນໆທັງປວງໃນຖານະປະໂລຫິດ ເປັນສ່ວນປະກອບຂອງຖານະປະໂລຫິດແຫ່ງເມນຄີເສເດັກ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 107:5), ເພາະມັນ “ຖືສິດຂອງຝ່າຍປະທານ, ແລະ ມີອຳນາດ ແລະ ສິດອຳນາດເໜືອຕຳແໜ່ງທັງໝົດ ໃນສາດສະໜາຈັກ ໃນທຸກຍຸກທຸກສະໄໝຂອງໂລກ” (ຄຳສອນ ແລະ ພັນທະສັນຍາ 107:8).
ຢູ່ໃນສາດສະໜາຈັກ ສິດອຳນາດຂອງຖານະປະໂລຫິດທີ່ສູງກວ່າ, ຖານະປະໂລຫິດແຫ່ງເມນຄີເສເດັກ, ແລະ ຖານະປະໂລຫິດທີ່ຕ່ຳກວ່າ ຫລື ຖານະປະໂລຫິດແຫ່ງອາໂຣນ ແມ່ນຖືກໃຊ້ພາຍໃຕ້ການຊີ້ນຳຂອງຜູ້ນຳຂອງຖານະປະໂລຫິດ, ດັ່ງເຊັ່ນອະທິການ ຫລື ປະທານ, ຜູ້ທີ່ດຳລົງຂໍກະແຈຂອງຖານະປະໂລຫິດນັ້ນ. ເພື່ອຈະເຂົ້າໃຈການໃຊ້ສິດອຳນາດຂອງຖານະປະໂລຫິດໃນສາດສະໜາຈັກ, ເຮົາຕ້ອງເຂົ້າໃຈຫລັກທຳຂອງຂໍກະແຈຂອງຖານະປະໂລຫິດ.
ຂໍກະແຈຂອງຖານະປະໂລຫິດແຫ່ງເມນຄີເສເດັກຂອງອານາຈັກແມ່ນຖືກມອບໃຫ້ໂດຍເປໂຕ, ຢາໂກໂບ, ແລະ ໂຢຮັນ, ແຕ່ນັ້ນບໍ່ໄດ້ສຳເລັດການຟື້ນຟູຂອງຂໍກະແຈຂອງຖານະປະໂລຫິດ. ຂໍກະແຈຂອງຖານະປະໂລຫິດບາງຢ່າງໄດ້ມີມາຕໍ່ຈາກນັ້ນ. ຫລັງຈາກການອຸທິດພຣະວິຫານແຫ່ງທຳອິດຂອງຍຸກສະໄໝນີ້ ທີ່ເມືອງເຄີດແລນ, ລັດໂອໄຮໂອ, ສາດສະດາສາມຄົນ—ໂມເຊ, ອີລາຍ, ແລະ ເອລີຢາ—ໄດ້ຟື້ນຟູ “ຂໍກະແຈຂອງຍຸກສະໄໝນີ້,” ລວມທັງຂໍກະແຈທີ່ກ່ຽວພັນກັບການເຕົ້າໂຮມອິດສະຣາເອນ ແລະ ວຽກງານພຣະວິຫານຂອງພຣະຜູ້ເປັນເຈົ້າ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 110), ດັ່ງທີ່ປະທານໄອຣິງຫາກໍໄດ້ບັນຍາຍມື້ກີ້ນີ້ ຢ່າງໜ້າເຊີນຊວນ.
ຕົວຢ່າງທີ່ຄຸ້ນເຄີຍທີ່ສຸດຂອງໜ້າທີ່ຂອງຂໍກະແຈແມ່ນ ການປະຕິບັດພິທີການຕ່າງໆຂອງຖານະປະໂລຫິດ. ພິທີການເປັນການກະທຳສັກສິດທີ່ເປັນສັນຍານຂອງການເຮັດພັນທະສັນຍາ ແລະ ການສັນຍາທີ່ຈະໄດ້ຮັບພອນ. ຢູ່ໃນສາດສະໜາຈັກ ພິທີການທຸກຢ່າງແມ່ນຖືກປະຕິບັດພາຍໃຕ້ການອະນຸມັດຂອງຜູ້ນຳຖານະປະໂລຫິດ ທີ່ດຳລົງຂໍກະແຈສຳລັບພິທີການນັ້ນ.
ພິທີການສ່ວນຫລາຍຈະຖືກດຳເນີນໂດຍຜູ້ຄົນທີ່ໄດ້ຮັບການແຕ່ງຕັ້ງສູ່ຕຳແໜ່ງໃນຖານະປະໂລຫິດ ປະຕິບັດວຽກງານພາຍໃຕ້ການຊີ້ນຳຂອງຜູ້ທີ່ດຳລົງຂໍກະແຈຂອງຖານະປະໂລຫິດ. ຍົກຕົວຢ່າງ, ຜູ້ມີຕຳແໜ່ງຕ່າງໆຂອງຖານະປະໂລຫິດແຫ່ງອາໂຣນຈະດຳເນີນພິທີການຂອງສິນລະລຶກ ພາຍໃຕ້ຂໍກະແຈ ແລະ ການຊີ້ນຳຂອງອະທິການ, ຜູ້ດຳລົງຂໍກະແຈຂອງຖານະປະໂລຫິດແຫ່ງອາໂຣນ. ຫລັກທຳອັນດຽວກັນກໍກ່ຽວຂ້ອງກັບພິທີການຂອງຖານະປະໂລຫິດ ຊຶ່ງໃນນັ້ນຜູ້ຍິງດຳເນີນພິທີການໃນພຣະວິຫານ. ເຖິງແມ່ນວ່າຜູ້ຍິງບໍ່ໄດ້ດຳລົງຕຳແໜ່ງໃນຖານະປະໂລຫິດ, ແຕ່ເຂົາເຈົ້າປະຕິບັດພິທີການພຣະວິຫານທີ່ສັກສິດ ພາຍໃຕ້ການອະນຸມັດຂອງປະທານພຣະວິຫານ, ຜູ້ທີ່ດຳລົງຂໍກະແຈສຳລັບພິທີການຕ່າງໆຂອງພຣະວິຫານ.
ອີກຕົວຢ່າງໜຶ່ງເຖິງສິດອຳນາດຂອງຖານະປະໂລຫິດ ພາຍໃຕ້ການຊີ້ນຳຂອງຜູ້ທີ່ດຳລົງຂໍກະແຈ ແມ່ນການສິດສອນຂອງຊາຍ ແລະ ຍິງທີ່ຖືກເອີ້ນໃຫ້ສິດສອນພຣະກິດຕິຄຸນ, ບໍ່ວ່າຢູ່ໃນຫ້ອງຮຽນໃນຫວອດຂອງຕົນ ຫລື ຢູ່ໃນສະໜາມເຜີຍແຜ່ກໍຕາມ. ຕົວຢ່າງອື່ນໆແມ່ນຜູ້ທີ່ມີຕຳແໜ່ງຂອງຜູ້ນຳຢູ່ໃນຫວອດ ແລະ ໃຊ້ສິດອຳນາດຂອງຖານະປະໂລຫິດ ໃນການເປັນຜູ້ນຳຂອງເຂົາເຈົ້າ ເພາະການເອີ້ນຂອງເຂົາເຈົ້າ ແລະ ພາຍໃຕ້ການໄດ້ຮັບການແຕ່ງຕັ້ງ ແລະ ການຊີ້ນຳຂອງຜູ້ນຳໃນຖານະປະໂລຫິດ ຜູ້ດຳລົງຂໍກະແຈຢູ່ໃນຫວອດ ຫລື ສະເຕກ. ນີ້ຄືວິທີທີ່ສິດອຳນາດ ແລະ ອຳນາດຂອງຖານະປະໂລຫິດຖືກໃຊ້ ແລະ ຊື່ນຊົມຢູ່ໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.2
ສິດອຳນາດຂອງຖານະປະໂລຫິດກໍຍັງຖືກໃຊ້ ແລະ ພອນຂອງມັນໄດ້ເກີດເປັນຈິງຢູ່ໃນຄອບຄົວຂອງໄພ່ພົນຍຸກສຸດທ້າຍ. ເມື່ອກ່າວເຖິງຄອບຄົວ ຂ້າພະເຈົ້າໝາຍເຖິງຜູ້ຊາຍທີ່ດຳລົງຖານະປະໂລຫິດ ແລະ ຜູ້ຍິງທີ່ໄດ້ແຕ່ງງານກັບລາວ ແລະ ລູກໆຂອງເຂົາເຈົ້າ. ຂ້າພະເຈົ້າລວມເຖິງຄວາມແຕກຕ່າງຈາກຄວາມສຳພັນທີ່ສົມບູນແບບ ທີ່ເປັນມາເພາະຄວາມຕາຍ ຫລື ການຢ່າຮ້າງ.
ຫລັກທຳທີ່ສິດອຳນາດຂອງຖານະປະໂລຫິດ ທີ່ພຽງແຕ່ສາມາດນຳໃຊ້ ພາຍໃຕ້ການຊີ້ນຳຂອງບຸກຄົນທີ່ດຳລົງຂໍກະແຈ ສຳລັບໜ້າທີ່ນັ້ນເປັນພື້ນຖານໃນສາດສະໜາຈັກ, ແຕ່ບໍ່ກ່ຽວຂ້ອງໃນຄອບຄົວ. ຍົກຕົວຢ່າງ, ພໍ່ຄົນໜຶ່ງນຳພາ ແລະ ໃຊ້ຖານະປະໂລຫິດໃນຄອບຄົວຂອງລາວ ໂດຍສິດອຳນາດຂອງຖານະປະໂລຫິດທີ່ລາວດຳລົງຢູ່. ລາວບໍ່ຈຳເປັນຕ້ອງໄດ້ຮັບການຊີ້ນຳ ຫລື ການອະນຸມັດຈາກຄົນໃດຄົນໜຶ່ງທີ່ດຳລົງຂໍກະແຈຂອງຖານະປະໂລຫິດ ເພື່ອຈະປະຕິບັດໜ້າທີ່ຕ່າງໆໃນຄອບຄົວຂອງລາວ. ສິ່ງເຫລົ່ານີ້ລວມທັງການໃຫ້ຄຳປຶກສາແກ່ສະມາຊິກໃນຄອບຄົວຂອງລາວ, ການປະຊຸມກັບຄອບຄົວ, ການໃຫ້ພອນຂອງຖານະປະໂລຫິດແກ່ພັນລະຍາ ແລະ ລູກໆຂອງລາວ, ຫລື ການໃຫ້ພອນແຫ່ງການປິ່ນປົວໃຫ້ແກ່ສະມາຊິກໃນຄອບຄົວ ຫລື ຄົນອື່ນ.3 ເຈົ້າໜ້າທີ່ຂອງສາດສະໜາຈັກສິດສອນສະມາຊິກໃນຄອບຄົວ ແຕ່ບໍ່ໄດ້ຊີ້ນຳການໃຊ້ສິດອຳນາດຂອງຖານະປະໂລຫິດໃນຄອບຄົວ.
ຫລັກທຳອັນດຽວກັນນີ້ກໍກ່ຽວຂ້ອງກັບເວລາທີ່ບ້ານບໍ່ມີພໍ່ ແລະ ແມ່ເປັນຜູ້ນຳຄອບຄົວ. ນາງຈະເປັນຜູ້ນຳພາໃນບ້ານເຮືອນຂອງນາງ ແລະ ເປັນເຄື່ອງມືທີ່ຈະນຳເອົາອຳນາດ ແລະ ພອນຂອງຖານະປະໂລຫິດເຂົ້າມາໃນຄອບຄົວຂອງນາງ ຜ່ານທາງຂອງປະທານສັກສິດ ແລະ ການຜະນຶກຂອງນາງໃນພຣະວິຫານ. ໃນເມື່ອນາງບໍ່ໄດ້ຮັບສິດອຳນາດທີ່ຈະໃຫ້ພອນຂອງຖານະປະໂລຫິດ ທີ່ສາມາດຖືກມອບໃຫ້ພຽງແຕ່ໂດຍຜູ້ທີ່ມີຕຳແໜ່ງໃນຖານະປະໂລຫິດເທົ່ານັ້ນ, ນາງສາມາດປະຕິບັດໜ້າທີ່ອື່ນໆຂອງການເປັນຜູ້ນຳຄອບຄົວໄດ້. ເມື່ອນາງເຮັດແນວນັ້ນ, ນາງກໍໃຊ້ອຳນາດຂອງຖານະປະໂລຫິດ ເພື່ອຜົນປະໂຫຍດຂອງລູກໆຂອງນາງ ທີ່ນາງເປັນຜູ້ນຳພາ ໃນຕຳແໜ່ງຂອງຜູ້ນຳໃນຄອບຄົວ.4
ຖ້າຫາກພໍ່ຈະຂະຫຍາຍຖານະປະໂລຫິດ ໃນຄອບຄົວຂອງຕົນ, ມັນຈະເປັນການຊ່ວຍເຫລືອໃນພາລະກິດຂອງສາດສະໜາຈັກ ໄດ້ຫລາຍເທົ່າໆກັບທີ່ລາວສາມາດເຮັດສິ່ງອື່ນ. ບັນດາພໍ່ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ ຄວນໃຊ້ສິດອຳນາດຂອງເຂົາເຈົ້າ “ໂດຍການຊັກຊວນ, ໂດຍຄວາມອົດກັ້ນ, ໂດຍຄວາມອ່ອນໂຍນ ແລະ ໂດຍຄວາມອ່ອນນ້ອມ, ແລະ ໂດຍຄວາມຮັກອັນບໍ່ແກ້ງເຮັດ” (ຄຳສອນ ແລະ ພັນທະສັນຍາ 121:41). ມາດຕະຖານສູງນັ້ນ ສຳລັບການໃຊ້ສິດອຳນາດຂອງຖານະປະໂລຫິດທັງໝົດ ເປັນສິ່ງສຳຄັນຫລາຍໃນຄອບຄົວ. ຜູ້ດຳລົງຖານະປະໂລຫິດ ຄວນຮັກສາພຣະບັນຍັດ ເພື່ອວ່າຕົນຈະມີອຳນາດຂອງຖານະປະໂລຫິດ ເພື່ອໃຫ້ພອນແກ່ສະມາຊິກໃນຄອບຄົວຂອງຕົນໄດ້. ເຂົາເຈົ້າກໍຄວນພັດທະນາຄວາມສຳພັນທີ່ເຕັມໄປດ້ວຍຄວາມຮັກ ໃນຄອບຄົວ ເພື່ອວ່າສະມາຊິກໃນຄອບຄົວ ຈະຢາກຂໍພອນຈາກເຂົາເຈົ້າ. ແລະ ພໍ່ແມ່ຄວນຊຸກຍູ້ເລື່ອງພອນຂອງຖານະປະໂລຫິດໃຫ້ຫລາຍກວ່າເກົ່າໃນຄອບຄົວ.5
ໃນກອງປະຊຸມເຫລົ່ານີ້, ຂະນະທີ່ເຮົາສະແຫວງຫາທີ່ພັກຊົ່ວຄາວ ຈາກຄວາມຫ່ວງໃຍທາງໂລກ ດ້ວຍໂຣກລະບາດທີ່ຮ້າຍແຮງ, ເຮົາໄດ້ຮັບການສິດສອນເຖິງຫລັກທຳທີ່ສຳຄັນຂອງນິລັນດອນ. ຂ້າພະເຈົ້າຊຸກຍູ້ເຮົາແຕ່ລະຄົນໃຫ້ມີຕາທີ່ “ເປັນໜຶ່ງ” ເພື່ອຈະໄດ້ຮັບຄວາມຈິງແຫ່ງນິລັນດອນເຫລົ່ານີ້ ເພື່ອວ່າຮ່າງກາຍຂອງເຮົາກໍ “ຈະເຕັມໄປດ້ວຍຄວາມສະຫວ່າງ” (3 ນີໄຟ 13:22).
ໃນການເທດສະໜາຕໍ່ຝູງຊົນທີ່ຖືກບັນທຶກໄວ້ຢູ່ໃນພຣະຄຣິສຕະທຳຄຳພີ ແລະ ຢູ່ໃນພຣະຄຳພີມໍມອນ, ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນວ່າ ຮ່າງກາຍມະຕະສາມາດເຕັມໄປດ້ວຍແສງສະຫວ່າງ ຫລື ຄວາມມືດ. ແນ່ນອນວ່າ, ເຮົາຢາກເຕັມໄປດ້ວຍແສງສະຫວ່າງ, ແລະ ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນເຮົາວ່າຈະເຮົາສາມາດເຮັດໃຫ້ມັນເກີດຂຶ້ນໄດ້ແນວໃດ. ເຮົາຄວນຮັບຟັງຂ່າວສານກ່ຽວກັບຄວາມຈິງນິລັນດອນ. ພຣະອົງໄດ້ໃຊ້ຕົວຢ່າງຂອງດວງຕາ, ຊຶ່ງຜ່ານທາງນັ້ນທີ່ເຮົາຮັບເອົາແສງສະຫວ່າງເຂົ້າມາສູ່ຮ່າງກາຍຂອງເຮົາ. ຖ້າຫາກ “ຕາຂອງເຮົາເປັນໜຶ່ງ”—ໃນອີກຄຳໜຶ່ງ, ຖ້າຫາກເຮົາຕັ້ງໃຈໃສ່ການໄດ້ຮັບຄວາມສະຫວ່າງແຫ່ງນິລັນດອນ ແລະ ຄວາມເຂົ້າໃຈ—ພຣະອົງໄດ້ອະທິບາຍວ່າ, “ໝົດທັງຮ່າງຂອງເຈົ້າກໍຈະເຕັມໄປດ້ວຍແສງສະຫວ່າງ” (ມັດທາຍ 6:22; 3 ນີໄຟ 13:22). ແຕ່ຖ້າຫາກ “ຕາຂອງເຮົາຊົ່ວ”—ນັ້ນໝາຍຄວາມວ່າ, ຖ້າຫາກເຮົາຊອກຫາຄວາມຊົ່ວ ແລະ ເອົາມັນເຂົ້າໄປໃນຮ່າງກາຍຂອງເຮົາ—ພຣະອົງໄດ້ເຕືອນວ່າ, “ໝົດທັງຮ່າງຂອງເຈົ້າຈະເຕັມໄປດ້ວຍຄວາມມືດ” (ຂໍ້ທີ 23). ໃນອີກຄຳໜຶ່ງ, ແສງສະຫວ່າງ ຫລື ຄວາມມືດໃນຮ່າງກາຍຂອງເຮົາຂຶ້ນຢູ່ກັບວ່າເຮົາເຫັນ—ຫລື ໄດ້ຮັບ—ຄວາມຈິງນິລັນດອນທີ່ຖືກສິດສອນໃຫ້ແກ່ເຮົາຫລືບໍ່.
ເຮົາຄວນເຮັດຕາມຄຳເຊື້ອເຊີນຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ໃຫ້ສະແຫວງຫາ ແລະ ທູນຂໍເພື່ອໃຫ້ເຂົ້າໃຈຄວາມຈິງນິລັນດອນ. ພຣະອົງສັນຍາວ່າພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາເຕັມພຣະໄທ ທີ່ຈະສິດສອນທຸກຄົນເຖິງຄວາມຈິງທີ່ເຂົາເຈົ້າສະແຫວງຫາ (ເບິ່ງ 3 ນີໄຟ 14:8). ຖ້າຫາກເຮົາປາດຖະໜາ ແລະ ມີຕາທີ່ເປັນໜຶ່ງເພື່ອຈະໄດ້ຮັບມັນ, ພຣະຜູ້ຊ່ວຍໃຫ້ລອດສັນຍາວ່າຄວາມຈິງນິລັນດອນ “ຈະມີຜູ້ໄຂປະຕູໃຫ້” ແກ່ເຮົາ (ເບິ່ງ 3 ນີໄຟ 14:7–8).
ກົງກັນຂ້າມ, ຊາຕານຕື່ນເຕັ້ນທີ່ຈະເຮັດໃຫ້ຄວາມຄິດຂອງເຮົາສັບສົນ ຫລື ເພື່ອນຳເຮົາອອກນອກທາງໃນເລື່ອງທີ່ສຳຄັນ ດັ່ງເຊັ່ນການໃຊ້ງານຂອງຖານະປະໂລຫິດຂອງພຣະເຈົ້າ. ພຣະຜູ້ຊ່ວຍໃຫ້ລອດໄດ້ເຕືອນເຖິງ “ສາດສະດາປອມ, ຜູ້ທີ່ປອມຕົວຄືແກະມາຫາເຈົ້າ, ແຕ່ພາຍໃນເຂົາເປັນໝາໄນຕົວຮ້າຍ” (3 ນີໄຟ 14:15). ພຣະອົງໄດ້ມອບການທົດສອບນີ້ໃຫ້ ເພື່ອຊ່ວຍໃຫ້ເຮົາເລືອກຄວາມຈິງຈາກບັນດາຄຳສອນທີ່ແຕກຕ່າງ ທີ່ອາດເຮັດໃຫ້ເຮົາສັບສົນວ່າ: “ເຈົ້າຈະຮູ້ຈັກເຂົາໂດຍໝາກຜົນຂອງເຂົາ,” ພຣະອົງໄດ້ສິດສອນ (3 ນີໄຟ 14:16). “ຕົ້ນໄມ້ດີເກີດຜົນບໍ່ດີກໍບໍ່ຫ່ອນເປັນ, ແລະ ຕົ້ນໄມ້ບໍ່ດີເກີດຜົນດີກໍບໍ່ຫ່ອນໄດ້” (ຂໍ້ທີ 18). ດັ່ງນັ້ນ, ເຮົາຄວນຫລຽວເບິ່ງຜົນທີ່ຕາມມາ—“ໝາກຜົນ”—ຂອງຫລັກທຳທີ່ໄດ້ຖືກສິດສອນ ແລະ ບຸກຄົນທີ່ສິດສອນມັນ. ນັ້ນຄືຄຳຕອບທີ່ດີທີ່ສຸດຕໍ່ການຄັດຄ້ານທີ່ເຮົາໄດ້ຍິນ ທີ່ຕໍ່ຕ້ານສາດສະໜາຈັກ ແລະ ຄຳສອນ ແລະ ນະໂຍບາຍ ແລະ ການເປັນຜູ້ນຳຂອງມັນ. ໃຫ້ຕິດຕາມການທົດສອບທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນ. ໃຫ້ຫລຽວເບິ່ງໝາກຜົນ—ຜົນທີ່ຕາມມາ.
ເມື່ອເຮົາຄິດເຖິງໝາກຜົນຂອງພຣະກິດຕິຄຸນ ແລະ ສາດສະໜາຈັກຂອງພຣະເຢຊູຄຣິດທີ່ຟື້ນຟູ, ເຮົາປິຕິຍິນດີນຳວິທີທີ່ສາດສະໜາຈັກ, ຕະຫລອດຊີວິດຂອງສະມາຊິກທີ່ມີຊີວິດຢູ່, ໄດ້ຂະຫຍາຍອອກໄປຈາກການຊຸມນຸມພາຍໃນເຂດພູພາກຕາເວັນຕົກ ໄປເຖິງບ່ອນທີ່ສະມາຊິກສ່ວນໃຫຍ່ ຫລາຍກວ່າ 16 ລ້ານຄົນ ອາໄສຢູ່ໃນປະເທດອື່ນໆນອກສະຫະລັດ. ດ້ວຍການເຕີບໂຕນັ້ນ, ເຮົາໄດ້ຮູ້ສຶກວ່າຄວາມສາມາດໃນສາດສະໜາຈັກເພີ່ມທະວີຂຶ້ນ ເພື່ອຈະຊ່ວຍເຫລືອສະມາຊິກ. ເຮົາຊ່ວຍເຫລືອໃນການຮັກສາພຣະບັນຍັດ, ໃນການບັນລຸໜ້າທີ່ຮັບຜິດຊອບທີ່ຈະສັ່ງສອນພຣະກິດຕິຄຸນທີ່ຟື້ນຟູ, ໃນການເຕົ້າໂຮມອິດສະຣາເອນ, ແລະ ໃນການສ້າງພຣະວິຫານຕະຫລອດທົ່ວໂລກ.
ເຮົາຖືກນຳພາໂດຍສາດສະດາ, ປະທານຣະໂຊ ເອັມ ແນວສັນ, ການເປັນຜູ້ນຳທີ່ພຣະຜູ້ເປັນເຈົ້າໄດ້ໃຊ້ ເພື່ອບັນລຸເຖິງຄວາມກ້າວໜ້າທີ່ເຮົາໄດ້ຮູ້ສຶກ ລະຫວ່າງການເປັນຜູ້ນຳຂອງເພິ່ນເກືອບດົນກວ່າສອງປີແລ້ວ. ບັດນີ້ເຮົາຈະໄດ້ຮັບພອນທີ່ຈະໄດ້ຍິນຈາກປະທານແນວສັນ, ຜູ້ທີ່ຈະສອນເຮົາເຖິງຄວາມກ້າວໜ້າຕື່ມອີກໃນສາດສະໜາຈັກຂອງພຣະເຢຊູຄຣິດ ໃນວັນເວລາທີ່ທ້າທາຍນີ້.
ຂ້າພະເຈົ້າເປັນພະຍານເຖິງສິ່ງເຫລົ່ານີ້ ແລະ ຮ່ວມກັບທ່ານໃນການອະທິຖານເພື່ອສາດສະດາຂອງເຮົາ ທີ່ເຮົາຈະໄດ້ຟັງຕໍ່ໄປນີ້, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.