Scripture Stories
ລີ​ໄຮ ແລະ ຊາ​ໄຣ​ຢາ​ໜີ​ຈາກ​ເຢ​ຣູ​ຊາ​ເລັມ


“ລີ​ໄຮ ແລະ ຊາ​ໄຣ​ຢາ​ໜີ​ຈາກ​ເຢ​ຣູ​ຊາ​ເລັມ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

“ລີ​ໄຮ ແລະ ຊາ​ໄຣ​ຢາ​ໜີ​ຈາກ​ເຢ​ຣູ​ຊາ​ເລັມ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ

1 ນີ​ໄຟ 1–2

ລີ​ໄຮ ແລະ ຊາ​ໄຣ​ຢາ​ໜີ​ຈາກ​ເຢ​ຣູ​ຊາ​ເລັມ

ຄຳ​ເຕືອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ຄອບ​ຄົວ

ຮູບ​ພາບ
ພາບ​ນິ​ມິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ລີ​ໄຮ ແລະ ຊາ​ໄຣ​ຢາ​ໄດ້​​ອາ​ໄສ​ຢູ່​ໃນ​ເຢ​ຣູ​ຊາ​ເລັມ​ກັບ​ລູກໆ​ຂອງ​ພວກ​ເພິ່ນ. ລີ​ໄຮ​ໄດ້​ເຫັນ​ພາບ​ນິ​ມິດ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ເພິ່ນ​ໄດ້​ເຫັນ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດຈະ​ມາ​ສູ່​ໂລກ​ໃນ​ມື້​ໜຶ່ງ. ພຣະ​ຜູ້​ເປັນ​ເຈົ້າ​ກໍ​ໄດ້​ສະ​ແດງ​ໃຫ້​ເພິ່ນ​ເຫັນ​ອີກ​ວ່າ ເຢ​ຣູ​ຊາ​ເລັມ​ຈະ​ຖືກ​ທຳ​ລາຍ.

1 ນີ​ໄຟ 1:4–18

ຮູບ​ພາບ
ລີ​ໄຮ​ກຳ​ລັງ​ເວົ້າ​ກັບ​ຜູ້​ຄົນ​ທີ່​ໃຈ​ຮ້າຍ

ລີ​ໄຮ​ໄດ້​ບອກ​ຜູ້​ຄົນ​ກ່ຽວ​ກັບ​ພາບ​ນິ​ມິດ​ຂອງ​ເພິ່ນ. ເພິ່ນ​ໄດ້​ບອກ​ພວກ​ເຂົາ​ວ່າ ພຣະ​ເຢ​ຊູ​ຄຣິດ​ຈະ​ສະ​ເດັດ​ມາ​ໃນ​ມື້​ໜຶ່ງ ເພື່ອ​ຊ່ວຍ​ເຫລືອ​ໂລກ.

1 ນີ​ໄຟ 1:18–19

ຮູບ​ພາບ
ພາບ​ນິ​ມິດ​ຂອງ​ອາ​ຄານ​ບ້ານ​ເຮືອນ​ທີ່​ຖືກ​ທຳ​ລາຍ

ລີ​ໄຮ​ກໍ​ໄດ້​ບອກ​ຜູ້​ຄົນ​ວ່າ​ເຢ​ຣູ​ຊາ​ເລັມ​ຈະ​ຖືກ​ທຳ​ລາຍ. ເພິ່ນ​ໄດ້​ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ກັບ​ໃຈ.

1 ນີ​ໄຟ 1:14, 18–19

ຮູບ​ພາບ
ຜູ້​ຄົນ​ທີ່​ໃຈ​ຮ້າຍ

ຜູ້​ຄົນ​ຕ່າງ​ກໍ​ໃຈ​ຮ້າຍ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ລີ​ໄຮ​ອີກ​ຄັ້ງ​ໃນ​ຄວາມ​ຝັນ. ລີ​ໄຮ​ໄດ້​ຮຽນ​ຮູ້​ວ່າ ເພິ່ນ ແລະ ຄອບ​ຄົວ​ຂອງ​ເພິ່ນ​ຈະ​ບໍ່​ປອດ​ໄພ​ຢູ່​ໃນ​ເຢ​ຣູ​ຊາ​ເລັມ. ພວກ​ເພິ່ນ​ຕ້ອງ​ໄດ້​ໜີ​ໄປ.

1 ນີ​ໄຟ 1:19–20; 2:1–2

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ໜີ​ຈາກ​ນະ​ຄອນ

ລີ​ໄຮ ແລະ ຊາ​ໄຣ​ຢາ​ໄດ້​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ. ພວກ​ເພິ່ນ​ໄດ້​ໜີ​ຈາກ​ນະ​ຄອນ​ກັບ​ຄອບ​ຄົວ​ຂອງ​ພວກ​ເພິ່ນ. ລີ​ໄຮ ແລະ ຊາ​ໄຣ​ຢາ​ມີ​ລູກ​ຊາຍ​ສີ່​ຄົນ​ຊື່​ວ່າ ເລ​ມັນ, ເລ​ມູ​ເອນ, ແຊມ, ແລະ ນີ​ໄຟ. ພວກ​ເພິ່ນ​ໄດ້​ປະ​ຖິ້ມ​ບ້ານ​ເຮືອນ ແລະ ສິ່ງ​ຂອງ​ທີ່​ມີ​ຄ່າ​ຂອງ​ພວກ​ເພິ່ນ.

1 ນີ​ໄຟ 2:3–5

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ເດີນ​ທາງ

ຄອບ​ຄົວ​ໄດ້​ເດີນ​ທາງ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຢູ່​ໃກ້​ທະ​ເລ​ແດງ. ລີ​ໄຮ​ໄດ້​ຂອບ​ພຣະ​ໄທ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ໄດ້​ອວຍ​ພອນ​ຄອບ​ຄົວ​ຂອງ​ເພິ່ນ. ເພິ່ນ​ໄດ້​ສິດ​ສອນ​ຄອບ​ຄົວ​ຂອງ​ເພິ່ນ​ໃຫ້​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

1 ນີ​ໄຟ 2:5–10

ຮູບ​ພາບ
ຄອບ​ຄົວ​ຢູ່​ໃນ​ທະ​ເລ​ຊາຍ

ເລ​ມັນ ແລະ ເລ​ມູ​ເອນ​ໄດ້​ເວົ້າ​ຈົ່ມ. ພວກ​ເຂົາ​ຄິດ​ຮອດ​ບ້ານ​ຂອງ​ພວກ​ເຂົາ ແລະ ທຸກ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ປະ​ຖິ້ມ​ໄວ້​ຂ້າງ​ຫລັງ. ພວກ​ເຂົາ​ບໍ່​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຂໍ​ໃຫ້​ພວກ​ເຂົາ​ໜີ​ໄປ. ພວກ​ເຂົາ​ບໍ່​ເຊື່ອ​ວ່າ​ນະ​ຄອນ​ໃຫຍ່​ເຊັ່ນ​ເຢ​ຣູ​ຊາ​ເລັມ​ຈະ​ຖືກ​ທຳ​ລາຍ​ໄດ້.

1 ນີ​ໄຟ 2:11–13

ຮູບ​ພາບ
ເລ​ມັນ ແລະ ເລ​ມູ​ເອນ

ເລ​ມັນ ແລະ ເລ​ມູ​ເອນ​ໄດ້​ຄິດ​ວ່າ​ລີ​ໄຮ​ມະ​ໂນ​ພາບ​ໄປ​ເອງ​ກ່ຽວ​ກັບ​ພາບ​ນິ​ມິດ​ຂອງ​ເພິ່ນ. ຖ້າ​ຫາກ​ຄອບ​ຄົວ​ຂອງ​ພວກ​ເຂົາ​ຫລົງ​ທາງ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຕະ​ຫລອດ​ໄປ​ເດ້​ຈະ​ເຮັດ​ແນວ​ໃດ?

1 ນີ​ໄຟ 2:11

ຮູບ​ພາບ
ນີ​ໄຟ

ນີ​ໄຟ​ຢາກ​ຮູ້​ດ້ວຍ​ຕົວ​ເອງ​ວ່າ ສິ່ງ​ທີ່​ລີ​ໄຮ​ໄດ້​ເວົ້າ​ໄປ​ນັ້ນ​ເປັນ​ຄວາມ​ຈິງ​ຫລື​ບໍ່. ເພິ່ນ​ໄດ້​ອະ​ທິ​ຖານ ແລະ ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ.

1 ນີ​ໄຟ 2:16

ຮູບ​ພາບ
ນີ​ໄຟ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ມາ​ເພື່ອ​ຊ່ວຍ​ນີ​ໄຟ ໃຫ້​ເຊື່ອ​ຄຳ​ເວົ້າ​ຂອງ​ບິ​ດາ​ຂອງ​ເພິ່ນ. ນີ​ໄຟ​ໄດ້​ເຊື່ອ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ແບ່ງ​ປັນ​ສິ່ງ​ທີ່​ເພິ່ນ​ໄດ້​ຮຽນ​ຮູ້​ໃຫ້​ກັບ​ພວກ​ອ້າຍ​ຂອງ​ເພິ່ນ. ແຊມ​ໄດ້​ຮັບ​ຟັງ​ຄຳ​ຂອງ​ນີ​ໄຟ ແລະ ໄດ້​ເຊື່ອ​ເພິ່ນ, ແຕ່​ເລ​ມັນ ແລະ ເລ​ມູ​ເອ​ນັ້ນ​ບໍ່​ຮັບ​ຟັງ.

1 ນີ​ໄຟ 2:16–18

ພິມ