Scripture Stories
ສັດ​ທາ​ຂອງ​ລາ​ຊີ​ນີ


“ສັດ​ທາ​ຂອງ​ລາ​ຊີ​ນີ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

“ສັດ​ທາ​ຂອງ​ລາ​ຊີ​ນີ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ

ແອວ​ມາ 18–19

ສັດ​ທາ​ຂອງ​ລາ​ຊີ​ນີ

ການ​ຊອກ​ຫາ​ຄວາມ​ຊື່ນ​ຊົມ​ໃນ​ພຣະ​ເຢ​ຊູ​ຄ​ຣິດ

ຮູບ​ພາບ
ສາ​ມີ​ຂອງ​ລາ​ຊີ​ນີ​ໄດ້​ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ

ລາ​ຊີ​ນີ​ຂອງ​ຊາວ​ເລ​ມັນ​ໄດ້​ປົກ​ຄອງ​ກັບ​ສາ​ມີ​ຂອງ​ເພິ່ນ, ກະ​ສັດ​ລາ​ໂມ​ໄນ. ກະ​ສັດ​ໄດ້​ຂໍ​ໃຫ້​ຊາວ​ນີ​ໄຟ​ຄົນ​ໜຶ່ງ​ຊື່ ອຳ​ໂມນ ສິດ​ສອນ​ເພິ່ນ​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ. ກະ​ສັດ​ເຊື່ອ​ສິ່ງ​ທີ່​ອຳ​ໂມນ​ໄດ້​ບອກ​ເພິ່ນ. ກະ​ສັດ​ໄດ້​ຄຸ​ເຂົ່າ​ລົງ​ເພື່ອ​ອະ​ທິ​ຖານ ແລະ ທູນ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ອະ​ໄພ​ໃຫ້​ເພິ່ນ. ຂະ​ນະ​ທີ່​ເພິ່ນ​ອະ​ທິ​ຖານ​ຢູ່​ນັ້ນ, ກະ​ສັດ​ໄດ້​ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ. ເບິ່ງ​ຄື​ວ່າ​ເພິ່ນ​ຕາຍ​ແລ້ວ.

ແອວ​ມາ 18:21, 24–42

ຮູບ​ພາບ
ລາ​ຊີ​ນີ​ກຳ​ລັງ​ຫລຽວ​ເບິ່ງ​ສາ​ມີ​ທີ່​ລົ້ມ​ຢູ່​ຂອງ​ເພິ່ນ

ຂ້າ​ໃຊ້​ຂອງ​ກະ​ສັດ​ໄດ້​ພາ​ເພິ່ນ​ໄປ​ຫາ​ລາ​ຊີ​ນີ. ພວກ​ເຂົາ​ວາງ​ເພິ່ນ​ໄວ້​ເທິງ​ຕຽງ​ຂອງ​ເພິ່ນ. ເພິ່ນ​ນອນ​ຢູ່​ແນວ​ນັ້ນ ແລະ ບໍ່​ເໜັງ​ຕີງ​ເປັນ​ເວ​ລາ​ສອງ​ມື້ ແລະ ສອງ​ຄືນ.

ແອວ​ມາ 18:43

ຮູບ​ພາບ
ລາ​ຊີ​ນີ​ກຳ​ລັງ​ເວົ້າ​ກັບ​ຂ້າ​ໃຊ້

ລະ​ຫວ່າງ​ເວ​ລາ​ນັ້ນ, ລາ​ຊີ​ນີ ແລະ ລູກໆ​ຂອງ​ເພິ່ນ​ໂສກ​ເສົ້າ​ຫລາຍ. ພວກ​ເພິ່ນ​ໄດ້​ຢູ່​ກັບ​ກະ​ສັດ ແລະ ຮ້ອງ​ໄຫ້. ບາງ​ຄົນ​ເວົ້າ​ວ່າ​ກະ​ສັດ​ຄວນ​ຖືກ​ເອົາ​ໄປ​ຝັງ. ແຕ່​ລາ​ຊີ​ນີ​ຕ້ອງ​ການ​ເວົ້າ​ກັບ​ອຳ​ໂມນ​ກ່ອນ. ເພິ່ນ​ໄດ້​ຍິນ​ວ່າ​ລາວ​ມີ​ອຳ​ນາດ​ຂອງ​ພຣະ​ເຈົ້າ. ຂ້າ​ໃຊ້​ຂອງ​ລາ​ຊີ​ນີ​ໄດ້​ຂໍ​ໃຫ້​ອຳ​ໂມນ​ໄປ​ເຂົ້າ​ເຝົ້າ​ລາ​ຊີ​ນີ.

ແອວ​ມາ 18:43; 19:1–3, 5

ຮູບ​ພາບ
ລາ​ຊີ​ນີ​ກຳ​ລັງ​ເວົ້າ​ກັບ​ອຳ​ໂມນ

ລາ​ຊີ​ນີ​ໄດ້​ບອກ​ອຳ​ໂມນ​ວ່າ ເພິ່ນ​ໄດ້​ຍິນ​ວ່າ​ລາວ​ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ. ເພິ່ນ​ຂໍ​ໃຫ້​ອຳ​ໂມນ​ໄປ​ເບິ່ງ​ກະ​ສັດ. ອຳ​ໂມນ​ຮູ້​ວ່າ​ກະ​ສັດ​ຍັງ​ມີ​ຊີ​ວິດ​ຢູ່. ມັນ​ແມ່ນ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ທີ່​ເຮັດ​ໃຫ້​ກະ​ສັດ​ຫລັບ​ຢູ່. ອຳ​ໂມນ​ໄດ້​ບອກ​ລາ​ຊີ​ນີ​ວ່າ ສາ​ມີ​ຂອງ​ນາງ​ຈະ​ຕື່ນ​ຂຶ້ນ​ໃນ​ມື້​ອື່ນ.

ແອວ​ມາ 19:3–8

ຮູບ​ພາບ
ລາ​ຊີ​ນີ​ໝູບ​ຫົວ​ຢູ່​ເທິງ​ສາ​ມີ​ຂອງ​ເພິ່ນ

ລາ​ຊີ​ນີ​ໄວ້​ວາງ​ໃຈ​ອຳ​ໂມນ ແລະ ມີ​ສັດ​ທາ​ອັນ​ແຮງ​ກ້າ​ໃນ​ພຣະ​ເຈົ້າ. ເພິ່ນ​ເຊື່ອ​ວ່າ​ສາ​ມີ​ຂອງ​ເພິ່ນ​ຈະ​ຕື່ນ​ຂຶ້ນ​ໃນ​ມື້​ອື່ນ. ອຳ​ໂມນ​ເວົ້າ​ວ່າ​ເພິ່ນ​ໄດ້​ຮັບ​ພອນ​ຍ້ອນ​ສັດ​ທາ​ອັນ​ແຮງ​ກ້າ​ຂອງ​ເພິ່ນ. ລາວ​ໄດ້​ບອກ​ລາ​ຊີ​ນີ​ວ່າ ເພິ່ນ​ມີ​ສັດ​ທາ​ຫລາຍ​ກວ່າ​ຜູ້​ຄົນ​ຂອງ​ລາວ​ເອງ. ລາ​ຊີ​ນີ​ໄດ້​ຢູ່​ໃກ້ ແລະ ຄອຍ​ເຝົ້າ​ເບິ່ງ​ສາ​ມີ​ຂອງ​ເພິ່ນ​ໝົດ​ຄືນ.

ແອວ​ມາ 19:9–11

ຮູບ​ພາບ
ລາ​ຊີ​ນີ​ດີ​ໃຈ​ທີ່​ສາ​ມີ​ຂອງ​ເພິ່ນ​ຕື່ນ​ຂຶ້ນ

ມື້​ຕໍ່​ມາ, ກະ​ສັດ​ໄດ້​ຕື່ນ​ຂຶ້ນ. ເພິ່ນ​ໄດ້​ບອກ​ລາ​ຊີ​ນີ​ວ່າ ເພິ່ນ​ໄດ້​ເຫັນ​ພຣະ​ເຢ​ຊູ​ຄ​ຣິດ. ລາ​ຊີ​ນີ ແລະ ກະ​ສັດ​ຮູ້​ວ່າ ພຣະ​ເຢ​ຊູ​ຮັກ​ພວກ​ເພິ່ນ​ຫລາຍ​ຂະ​ໜາດ​ໃດ, ແລະ ພວກ​ເພິ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ.

ແອວ​ມາ 19:12–13

ພິມ