Scripture Stories
ກະ​ສັດ​ໂນ​ອາ ແລະ ກະ​ສັດ​ລິມ​ໄຮ


“ກະ​ສັດ​ໂນ​ອາ ແລະ ກະ​ສັດ​ລິມ​ໄຮ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

ໂມ​ໄຊ​ຢາ 19–22

ກະ​ສັດ​ໂນ​ອາ ແລະ ກະ​ສັດ​ລິມ​ໄຮ

ການ​ລັກ​ໜີ​ຈາກ​ຊາວ​ເລ​ມັນ

ຮູບ​ພາບ
ກິ​ດຽນ​ຖື​ດາບ ແລະ ຢືນ​ຢູ່​ໃກ້​ຫໍ​ສູງ, ແລະ ໂນ​ອາ​ຢູ່​ເທິງ​ຫໍ​ສູງ ແລະ ຊີ້​ມື​ໄປ​ໃສ່​ກອງ​ທັບ​ຊາວ​ເລ​ມັນ

ກະ​ສັດ​ໂນ​ອາ​ໄດ້​ປົກ​ຄອງ​ຊາວ​ນີ​ໄຟ​ກຸ່ມ​ໜຶ່ງ. ເພິ່ນ​ໄດ້​ເຮັດ​ຫລາຍ​ສິ່ງ​ທີ່​ບໍ່​ດີ, ແລະ ບາງ​ຄົນ​ໄດ້​ໃຈ​ຮ້າຍ​ໃຫ້​ເພິ່ນ. ຊາຍ​ຄົນ​ໜຶ່ງ​ຊື່ ກິ​ດຽນ ໄດ້​ຕໍ່​ສູ້​ກັບ​ໂນ​ອາ​ດ້ວຍ​ດາບ. ໂນ​ອາ​ໄດ້​ແລ່ນ​ໜີ ແລະ ປີນ​ຂຶ້ນ​ໄປ​ເທິງ​ຫໍ​ສູງ. ຈາກ​ຫໍ​ສູງ, ເພິ່ນ​ໄດ້​ເຫັນ​ກອງ​ທັບ​ຊາວ​ເລ​ມັນ​ກຳ​ລັງ​ມາ. ໂນ​ອາ​ໄດ້​ທຳ​ທ່າ​ຢ້ານ​ກົວ​ແທນ​ຜູ້​ຄົນ​ຂອງ​ເພິ່ນ, ສະ​ນັ້ນ​ກິ​ດຽນ​ຈຶ່ງ​ປ່ອຍ​ໃຫ້​ເພິ່ນ​ມີ​ຊີ​ວິດ​ຢູ່​ຕໍ່​ໄປ.

ໂມ​ໄຊ​ຢາ 11:1–2; 19:2–8

ຮູບ​ພາບ
ໂນ​ອາ​ໄດ້​ແລ່ນ​ໜີ, ແລະ ຜູ້​ຄົນ​ຂອງ​ໂນ​ອາ​ຢ້ານ​ກົວ

ໂນ​ອາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ແລ່ນ​ໜີ. ແຕ່​ຊາວ​ເລ​ມັນ​ໄດ້​ແລ່ນ​ຕາມ​ພວກ​ເຂົາ​ໄປ ແລະ ໄດ້​ເລີ່ມ​ໂຈມ​ຕີ​ພວກ​ເຂົາ. ໂນ​ອາ​ໄດ້​ບອກ​ພວກ​ຜູ້​ຊາຍ​ໃຫ້​ໜີ​ປະ​ຄອບ​ຄົວ​ຂອງ​ພວກ​ເຂົາ ແລະ ໄປ​ກັບ​ເພິ່ນ.

ໂມ​ໄຊ​ຢາ 19:9–11

ຮູບ​ພາບ
ລິມ​ໄຮ, ກິ​ດຽນ, ແລະ ຊາວ​ນີ​ໄຟ​ຄົນ​ອື່ນໆ​ປະ​ເຊີນ​ໜ້າ​ກັບ​ກອງ​ທັບ​ຊາວ​ເລ​ມັນ

ຜູ້​ຊາຍ​ບາງ​ຄົນ​ໄດ້​ໜີ​ໄປ​ກັບ​ໂນ​ອາ. ແຕ່​ຜູ້​ຊາຍ​ຫລາຍ​ຄົນ​ໄດ້​ເລືອກ​ທີ່​ຈະ​ຢູ່​ກັບ​ຄອບ​ຄົວ​ຂອງ​ພວກ​ເຂົາ. ລູກ​ຊາຍ​ຂອງ​ໂນ​ອາ​ຊື່ ລິມ​ໄຮ ກໍ​ໄດ້​ເລືອກ​ທີ່​ຈະ​ຢູ່.

ໂມ​ໄຊ​ຢາ 19:12, 16–17

ຮູບ​ພາບ
ພວກ​ຜູ້​ຍິງ​ຢືນ​ຢູ່​ຂ້າງ​ໜ້າ​ລິມ​ໄຮ ແລະ ຊາວ​ນີ​ໄຟ​ຄົນ​ອື່ນໆ

ພວກ​ລູກ​ສາວ​ຫລາຍ​ຄົນ​ຢືນ​ຢູ່​ຕໍ່​ໜ້າ​ກອງ​ທັບ ແລະ ຂໍ​ບໍ່​ໃຫ້​ຊາວ​ເລ​ມັ​ນ​ທຳ​ຮ້າຍ​ຄອບ​ຄົວ​ຂອງ​ພວກ​ເຂົາ. ຊາວ​ເລ​ມັນ​ຟັງ​ຄວາມ​ພວກ​ລູກ​ສາວ ແລະ ປ່ອຍ​ໃຫ້​ຊາວ​ນີ​ໄຟ​ມີ​ຊີ​ວິດ​ຢູ່​ຕໍ່​ໄປ. ແທນ​ນັ້ນ, ຊາວ​ເລ​ມັນ​ໄດ້​ຍຶດ​ຕົວ​ຊາວ​ນີ​ໄຟ.

ໂມ​ໄຊ​ຢາ 19:13–15

ຮູບ​ພາບ
ໂນ​ອາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໃຈ​ຮ້າຍ​ໃຫ້​ກັນ

ພວກ​ຜູ້​ຊາຍ​ທີ່​ໜີ​ໄປ ຢາກ​ກັບ​ໄປ​ຫາ​ຄອບ​ຄົວ​ຂອງ​ພວກ​ເຂົາ. ໂນ​ອາ​ພະ​ຍາ​ຍາມ​ຢຸດຢັ້ງ​ພວກ​ເຂົາ, ສະ​ນັ້ນ​ພວກ​ຜູ້​ຊາຍ​ຈຶ່ງ​ໄດ້​ຂ້າ​ເພິ່ນ. ແລ້ວ​ພວກ​ເຂົາ​ໄດ້​ກັບ​ໄປ​ຫາ​ຄອບ​ຄົວ​ຂອງ​ພວກ​ເຂົາ.

ໂມ​ໄຊ​ຢາ 19:18–22

ຮູບ​ພາບ
ພວກ​ຜູ້​ຊາຍ​ຊາວ​ນີ​ໄຟ​ໄດ້​ທັກ​ທາຍ​ກັບ​ຄອບ​ຄົວ​ຂອງ​ພວກ​ເຂົາ ແລະ ກິ​ດຽນ

ພວກ​ຜູ້​ຊາຍ​ດີ​ໃຈ​ຫລາຍ​ທີ່​ຄອບ​ຄົວ​ຂອງ​ພວກ​ເຂົາ​ປອດ​ໄພ. ພວກ​ເຂົາ​ໄດ້​ບອກ​ກິ​ດຽນ​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ໂນ​ອາ.

ໂມ​ໄຊ​ຢາ 19:22–24

ຮູບ​ພາບ
ລິມ​ໄຮ​ມອບ​ອາ​ຫານ ແລະ ສັດ​ໃຫ້​ຊາວ​ເລ​ມັນ

ຜູ້​ຄົນ​ໄດ້​ເລືອກ​ລິມ​ໄຮ​ໃຫ້​ເປັນ​ກະ​ສັດ​ອົງ​ໃໝ່​ຂອງ​ພວກ​ເຂົາ. ລິມ​ໄຮ​ໄດ້​ສັນ​ຍາ​ກັບ​ກະ​ສັດ​ຊາວ​ເລ​ມັນ​ວ່າ ພວກ​ເຂົາ​ຈະ​ຈ່າຍ​ເຄິ່ງ​ໜຶ່ງ​ຂອງ​ທຸກ​ສິ່ງ​ທີ່​ພວກ​ເຂົາ​ເປັນ​ເຈົ້າ​ຂອງ ໃຫ້​ແກ່​ຊາວ​ເລ​ມັນ. ໃນ​ການ​ຕອບ​ແທນ, ກະ​ສັດ​ຊາວ​ເລ​ມັນ​ໄດ້​ສັນ​ຍາ​ວ່າ ເພິ່ນ​ຈະ​ບໍ່​ທຳ​ຮ້າຍ​ຜູ້​ຄົນ​ຂອງ​ລິມ​ໄຮ.

ໂມ​ໄຊ​ຢາ 19:25–27

ຮູບ​ພາບ
ລິມ​ໄຮ ແລະ ມະ​ເຫ​ສີ​ຂອງ​ເພິ່ນ​ເບິ່ງ​ໂສກ​ເສົ້າ, ແລະ ຊາວ​ນີ​ໄຟ​ຫລາຍ​ຄົນ​ເຈັບ​ປວດ

ພວກ​ເຂົາ​ໄດ້​ມີ​ຊີ​ວິດ​ທີ່​ສະ​ຫງົບ​ສຸກ​ເປັນ​ເວ​ລາ​ຫລາຍ​ປີ. ແລ້ວ​ຊາວ​ເລ​ມັນ​ໄດ້​ເລີ່ມ​ຕົ້ນ​ປະ​ຕິ​ບັດ​ຕໍ່​ຜູ້​ຄົນ​ຂອງ​ລິມ​ໄຮ​ໃນ​ທາງ​ທີ່​ບໍ່​ດີ. ຜູ້​ຄົນ​ຕ້ອງ​ການ​ເປັນ​ອິດ​ສະ​ລະ​ອີກ​ຄັ້ງ. ພວກ​ເຂົາ​ພະ​ຍາ​ຍາມ​ຕໍ່​ສູ້​ກັບ​ຊາວ​ເລ​ມັນ, ແຕ່​ພວກ​ເຂົາ​ບໍ່​ຊະ​ນະ. ຜູ້​ຄົນ​ໄດ້​ອະ​ທິ​ຖານ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ.

ໂມ​ໄຊ​ຢາ 19:29; 21:1–15

ຮູບ​ພາບ
ລິມ​ໄຮ ແລະ ອຳ​ໂມນ​ເວົ້າ​ລົມ​ກັນ

ມື້​ໜຶ່ງ, ຊາວ​ນີ​ໄຟ​ຊື່ ອຳ​ໂມນ ໄດ້​ໄປ​ຢ້ຽມ​ຢາມ​ລິມ​ໄຮ ແລະ ຜູ້​ຄົນ​ຂອງ​ເພິ່ນ. ອຳ​ໂມນ​ໄດ້​ມາ​ຈາກ​ແຜ່ນ​ດິນ​ຊື່ ເຊ​ຣາ​ເຮັມ​ລາ. ລິມ​ໄຮ​ດີ​ໃຈ​ທີ່​ໄດ້​ເຫັນ​ອຳ​ໂມນ.

ໂມ​ໄຊ​ຢາ 21:22–24

ຮູບ​ພາບ
ກິ​ດຽນ, ລິມ​ໄຮ, ອຳ​ໂມນ, ແລະ ຊາວ​ນີ​ໄຟ​ຄົນ​ອື່ນໆ​ເວົ້າ​ລົມ​ກັນ

ອຳ​ໂມນ​ສາ​ມາດ​ນຳ​ພາ​ຜູ້​ຄົນ​ຂອງ​ລິມ​ໄຮ​ໄປ​ຍັງ​ເຊ​ຣາ​ເຮັມ​ລາ, ແຕ່​ພວກ​ເຂົາ​ຕ້ອງ​ໄດ້​ລັກ​ໜີ​ຈາກ​ຊາວ​ເລ​ມັນ​ກ່ອນ. ກິ​ດຽນ​ມີ​ແຜນ.

ໂມ​ໄຊ​ຢາ 21:36; 22:1–9, 11

ຮູບ​ພາບ
ທະ​ຫານ​ຍາມ​ຊາວ​ເລ​ມັນ​ນອນ​ຫລັບ, ແລະ ຊາວ​ນີ​ໄຟ​ໄດ້​ໜີ​ຈາກ​ເມືອງ

ໃນ​ຕອນ​ກາງ​ຄືນ, ກິ​ດຽນ​ໄດ້​ມອບ​ເຫລົ້າ​ແວງ​ພິ​ເສດ​ໃຫ້​ທະ​ຫານ​ຍາມ ເພື່ອ​ເຮັດ​ໃຫ້​ພວກ​ເຂົາ​ຫລັບ​ໄປ. ຂະ​ນະ​ທີ່​ທະ​ຫານ​ຍາມ​ຫລັບ​ຢູ່, ລິມ​ໄຮ ແລະ ຜູ້​ຄົນ​ຂອງ​ເພິ່ນ​ທັງ​ໝົດ​ໄດ້​ໜີ​ຈາກ​ເມືອງ.

ໂມ​ໄຊ​ຢາ 22:7, 10–12

ຮູບ​ພາບ
ກະ​ສັດ​ໂມ​ໄຊ​ຢາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ຕ້ອນ​ຮັບ​ລິມ​ໄຮ ແລະ ຜູ້​ຄົນ​ຂອງ​ເພິ່ນ

ພວກ​ເຂົາ​ໄດ້​ໄປ​ຫາ​ເຊ​ຣາ​ເຮັມ​ລາ ແລະ ເຂົ້າ​ຮ່ວມ​ກັບ​ຊາວ​ນີ​ໄຟ​ຢູ່​ທີ່​ນັ້ນ. ລິມ​ໄຮ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ພຣະ​ເຈົ້າ. ພວກ​ເຂົາ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ, ຫລື ຄຳ​ສັນ​ຍາ​ພິ​ເສດ, ທີ່​ຈະ​ຮັບ​ໃຊ້​ພຣະ​ເຈົ້າ ແລະ ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ພວກ​ເຂົາ​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ກາຍ​ເປັນ​ພາກ​ສ່ວນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ. ພວກ​ເຂົາ​ຈື່​ຈຳ​ວ່າ ພຣະ​ເຈົ້າ​ໄດ້​ຊ່ວຍ​ໃຫ້​ພວກ​ເຂົາ​ຫລົບ​ໜີ​ຈາກ​ຊາວ​ເລ​ມັນ.

ໂມ​ໄຊ​ຢາ 21:32–35; 22:13–14; 25:16–18

ພິມ