“ທີອານຄຳ ແລະ ໂມໂຣໄນ,” ເລື່ອງພຣະຄຳພີມໍມອນ (2023)
ທີອານຄຳ ແລະ ໂມໂຣໄນ
ການສະແດງຄວາມກ້າຫານທີ່ຍິ່ງໃຫຍ່
ຫລັງຈາກອະມາລີໄຄຢາຕາຍ, ນ້ອງຊາຍຂອງລາວຊື່ ອາມໂມຣອນ ໄດ້ກາຍເປັນກະສັດຊາວເລມັນ. ອາມໂມຣອນດຳເນີນການຕໍ່ສູ້ກັບຊາວນີໄຟຕໍ່ໄປ. ສົງຄາມໄດ້ຍືດເຍື້ອຍາວນານເປັນເວລາຫລາຍປີ. ຊາວນີໄຟເລີ່ມຊະນະ, ສະນັ້ນກອງທັບຊາວເລມັນທັງໝົດຈຶ່ງແລ່ນໜີໄປຫາເມືອງໜຶ່ງ. ໂມໂຣໄນ, ທີອານຄຳ, ແລະ ນາຍທັບຊາວນີໄຟຄົນອື່ນໆໄດ້ເດີນຂະບວນໄລ່ຕາມຊາວເລມັນໄປ ດ້ວຍກອງທັບຂອງເຂົາເຈົ້າ.
ແອວມາ 52:3–4; 54:16–24; 62:12–35
ທີອານຄຳໃຈຮ້າຍທີ່ອະມາລີໄຄຢາ ແລະ ອາມໂມຣອນໄດ້ກໍ່ສົງຄາມໃຫຍ່ ແລະ ຍືດເຍື້ອຍາວນານນີ້. ຍ້ອນສົງຄາມ, ຫລາຍຄົນຈຶ່ງໄດ້ຕາຍໄປ ແລະ ມີອາຫານພຽງເລັກນ້ອຍ. ທີອານຄຳຢາກຢຸດຕິສົງຄາມ. ລາວໄດ້ເຂົ້າໄປໃນເມືອງໃນຕອນກາງຄືນ ເພື່ອຊອກຫາອາມໂມຣອນ.
ທີອານຄຳໄດ້ປີນຂ້າມກຳແພງເມືອງ. ລາວໄດ້ໄປຫາບ່ອນນັ້ນບ່ອນນີ້ໃນເມືອງນັ້ນ ຈົນກວ່າລາວໄດ້ພົບເຫັນອາມໂມຣອນກຳລັງນອນຫລັບຢູ່.
ທີອານຄຳໄດ້ຊັດຫອກໃສ່ອາມໂມຣອນ. ມັນຖືກລາວໃກ້ຫົວໃຈ. ແຕ່ອາມໂມຣອນໄດ້ປຸກຂ້າໃຊ້ຂອງລາວກ່ອນທີ່ລາວຈະຕາຍ.
ຂ້າໃຊ້ຂອງອາມໂມຣອນໄດ້ໄລ່ຕາມທີອານຄຳ ແລະ ໄດ້ຂ້າລາວ. ຜູ້ນຳຊາວນີໄຟຄົນອື່ນໆໂສກເສົ້າຫລາຍທີ່ທີອານຄຳໄດ້ຕາຍໄປ. ລາວໄດ້ຕໍ່ສູ້ຢ່າງກ້າຫານເພື່ອອິດສະລະພາບຂອງຜູ້ຄົນຂອງລາວ.
ເຖິງແມ່ນລາວໄດ້ຕາຍໄປ, ແຕ່ທີອານຄຳຍັງໄດ້ຊ່ວຍຊາວນີໄຟໃຫ້ຊະນະສົງຄາມ. ລາວໄດ້ເຮັດໃຫ້ຊາວເລມັນສູນເສຍຜູ້ນຳຂອງພວກເຂົາ. ເຊົ້າມື້ຕໍ່ມາ, ໂມໂຣໄນໄດ້ຕໍ່ສູ້ກັບຊາວເລມັນ ແລະ ໄຊຊະນະ. ຊາວເລມັນໄດ້ອອກຈາກແຜ່ນດິນຂອງຊາວນີໄຟໄປ, ແລະ ສົງຄາມໄດ້ສິ້ນສຸດລົງ.
ໃນທີ່ສຸດກໍມີຄວາມສະຫງົບສຸກ. ໂມໂຣໄນໄດ້ເຮັດວຽກງານໜັກເພື່ອເຮັດໃຫ້ແຜ່ນດິນຂອງຊາວນີໄຟປອດໄພຈາກຊາວເລມັນ. ແລ້ວໂມໂຣໄນໄດ້ກັບບ້ານເພື່ອດຳລົງຊີວິດຢ່າງສັນຕິ. ສາດສະດາໄດ້ສິດສອນພຣະກິດຕິຄຸນ ແລະ ນຳພາສາດສະໜາຈັກຂອງພຣະເຈົ້າ. ຜູ້ຄົນໄດ້ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ, ແລະ ພຣະອົງໄດ້ອວຍພອນພວກເຂົາ.